ຂຽນເມື່ອ: ກ.ລ.. 21, 2011
| ມີ
5 ຄຳເຫັນ
ແລະ
0 trackback(s)
ຕອນກ່ອນໜ້ານີ້ (ໃຜຍັງບໍ່ໄດ້ອ່ານ ກັບໄປອ່ານກ່ອນເດີ້)
ມື້ທີ 1 ວັນຈັນ
ມື້ທີ 2 ວັນອັງຄານ
ມື້ທີ 3 ວັນພຸດ
"7 ວັນຜັນຊະຕາ"
"ມື້ທີ 4 ວັນພະຫັດ"
ມື້ນີ້ຂ້ອຍໄປໂຮງຮຽນດ້ວຍຈິດໃຈຫໍ່ຫ່ຽວ ທຸກຢ່າງເປັນນຳໝໍນັ້ນແທ້ໆເລີຍ ພວກໝູ່ໃນກຸ່ມຂ້ອຍເລີຍພາກັນຖາມວ່າສຽງຜູ້ຊາຍມື້ວານແມ່ນໃຜ...
“ແມ່ນຫຍັງພິມ ມີແຟນລະເຮັດບໍ່ບອກພວກເຂົາຫວາ ຮຸຮຸ”
“ແມ່ນໆ ດ໋ຽວນີ້ເຮັດມີຄວາມລັບໄດ໋ເພິ່ນນ່ະ”
ຂ້ອຍນັ່ງຟັງດ້ວຍຄວາມຫງຸດຫງິດ “ບ້າຫວາ ບໍ່ແມ່ນແຟນ... ເຮິ ພວກເພິ່ນຕິ ໄດ້ຍິນແຕ່ທໍ່ນັ້ນກະໄປປະກັນລະ ເສຍໃຈໄດ໋ນິ” ຂ້ອຍເວົ້າ
“ໂອ໋ໆ ພວກເຂົາບໍ່ໄດ້ໄປປະໄດ໋ ເຂົາກະຖ້າເພິ່ນຢູ່ຕັ້ງດົນ ໂທຫາກະບໍ່ຕິດ ບໍ່ເຫັນມາຈັກເທື່ອກະຄິດວ່າບໍ່ໄປລະ”
“ກະເລີຍໄປປະ” ຂ້ອຍເບ້ປາກ
“ເຂົາກະນຶກວ່າເພິ່ນຢາກສະຫວີດກັບແຟນເນາະ ກະບໍ່ຢາກເປັນ ກຂຄ ແຫຼະເວີ້ຍ”
ໄດ້ຍິນແນວນັ້ນເຮັດໃຫ້ເສັ້ນຄວາມອົດທົນຂ້ອຍຂາດຜຶ່ງ ຂ້ອຍລຸກພວດພາດຂຶ້ນຮ້ອງສຽງດັງ ”ບອກແລ້ວວ່າບໍ່ແມ່ນແຟນ!!!!”
ຫຼັງເວົ້າໄປ ພວກໝູ່ຂ້ອຍພາກັນອຶ້ງ ແນມເບິ່ງຂ້ອຍນິ້ງ... ສາຍຕາທຸກຄູ່ໃນຫ້ອງກະຈັບຈ້ອງມາທາງຂ້ອຍ... ຂ້ອຍຫາກໍ່ຮູ້ຕົວວ່າເວົ້າຫຍັງອອກໄປ ຈຶ່ງນັ່ງລົງ
”ຂ...ຂໍໂທດ” ຂ້ອຍເວົ້າສຽງຄ່ອຍພ້ອມກົ້ມໜ້ານິ້ງ
“ອ... ອື່ ພວກເຂົ້າກະຂໍໂທດທີ່ມື້ວານໄປປະເພິ່ນຄືກັນ”
“ເອີ່ ແຕ່ມື້ວານນີ້ ເປັນຕາຢ້ານໄດ໋ເນາະ ຕອນນັ້ນນະ” ໝູ່ຂ້ອຍພາຍາຍາມປ່ຽນຫົວເລື່ອງເພື່ອກົບເກື່ອນບັນຍາກາດ... ຂ້ອຍບໍ່ຮູ້ວ່າເຂົາເຈົ້າເວົ້າເລື່ອງຫຍັງ ເລີຍນັ່ງຟັງ
“ແມ່ນ ລົດຕູ້ຄັນນັ້ນລ້ຽວຕັດໜ້າມາ ເກືອບຊົນລົດເຂົາ”
“ເວົ້າມາລະເປັນຕາສຽວ ດີທີ່ບໍ່ເປັນຫຍັງຫຼາຍ”
ຂ້ອຍທີ່ບໍ່ໄດ້ຢູ່ໃນເຫດການ ບໍ່ຮູ້ວ່າຊິເວົ້າຫຍັງ ...ພໍດີກັບສຽງກະຫຼີ່ງເຂົ້າຫ້ອງ ການສົນທະນາຂອງພວກຂ້ອຍຈຶ່ງຢຸດລົງເທົ່ານັ້ນ
ຕອນນີ້ຂ້ອຍກຳລັງສັບສົນ... ຂ້ອຍເປັນຫຍັງໄປ ແຕ່ກ່ອນຂ້ອຍບໍ່ໄດ້ເປັນຄົນຂີ້ຫງຸດຫງິດປານນີ້ຕວ່າ... ມີຫຍັງຂ້ອຍກະມັກຈະເກັບໄວ້ໃນໃຈ ບໍ່ຄ່ອຍສະແດງຄວາມເຫັນ... ຢູ່ດີໆເປັນຫຍັງຂ້ອຍຄືຮ້ອງອອກໄປແນວນັ້ນລະ ເວົ້າມາລະເປັນຕາອາຍ... ຂ້ອຍບໍ່ຄວນຮ້ອງໃສ່ໝູ່ແນວນັ້ນເລີຍ...
...
ຫຼັງເລີກຮຽນ ເມື່ອແຍກກັນພວກໝູ່ທີ່ອອກໄປເຮັດກິດຈະກຳ ແລະເວນອະນາໄມ ຂ້ອຍກະຍ່າງອອກມາຄົນດຽວອີກຕາມເຄີຍ ດີທີ່ເຂົາເຈົ້າບໍ່ໄດ້ຖືສາຫຍັງຫຼາຍ
ຫວັງວ່າມື້ນີ້ເມກຄົງຈະບໍ່ມາກໍ່ກວນຂ້ອຍອີກກະແລ້ວກັນ... ຊ່ວງນີ້ຈັກເປັນຫຍັງ ຊີວິດບໍ່ເປັນໄປຕາມທີ່ຄິດຕະຫຼອດ ແລະທຸກຄັ້ງມັກຈະກ່ຽວກັບເມກສະເໝີ...
ຕົກລົງໝໍນັ້ນຢາກເຮັດຫຍັງກັນແທ້ ຂ້ອຍເອງກະບໍ່ເຂົ້າໃຈ
ຂ້ອຍຍ່າງຫຼິ້ນຂ້າເວລາໄປເລື້ອຍ ເມື່ອຮອດເວລາເລີກຮຽນຂ້ອຍກໍ່ກຳລັງຈະຍ່າງອອກໄປຄອກລົດ ແຕ່ພັດມີໃຜບາງຄົນມາຢືນລັດໜ້າຂ້ອຍໄວ້
ຂ້ອຍຖອນຫາຍໃຈເຮືອກເມື່ອຮູ້ວ່າຄົນທາງໜ້າແມ່ນໃຜ... ໝໍນັ້ນອີກແລ້ວ...
“ເພິ່ນຕ້ອງການຫຍັງກັນແທ້!! ເປັນຫຍັງຕ້ອງມາຫຍຸ້ງກ່ຽວກັບຊີວິດເຂົານຳ!?” ຂ້ອຍຮ້ອງຖາມໄປ ພາຍາຍາມລະງັບຄວາມຄຽດ
ເມກຍັງຄົງເຮັດໜ້າເສີຍໆບໍ່ສື່ເຖິງຫຍັງ “ພິມ ວັນອາທິດນີ້ຫ້າມ...”
“ເຊົາໄດ້ບໍ່ ບໍ່ຕ້ອງມາຫຍຸ້ງກັບເຂົາ” ຂ້ອຍບໍ່ເຂົ້າໃຈລາວເລີຍ ເປັນຫຍັງຕ້ອງເວົ້າຢ້ຳໆເລື່ອງທີ່ຂ້ອຍບໍ່ເຂົ້າໃຈນຳ “ເພິ່ນແມ່ນໃຜ ມີສິດຫຍັງຫຍັງມາຫ້າມບໍ່ໃຫ້ເຂົາໄປໃສ ຫມູ່ກະບໍ່ແມ່ນ ຮູ້ຈັກກະບໍ່ຮູ້ຈັກ ເປັນໃຜມາແຕ່ໃສກະບໍ່ຮູ້”
ລາວງຽບໄປຫຼາຍວິນາທີ ຈົນຂ້ອຍເກືອບຈະຍ່າງຈາກໄປ “ເຂົາ... ບໍ່ແມ່ນຄົນທີ່ເພິ່ນຮູ້ຈັກ.. ບໍ່ແມ່ນໝູ່ ບໍ່ມີສິດຫຍັງເລີຍ” ລາວເວົ້າຕອບຄຳທີ່ຂ້ອຍເວົ້າ “ແຕ່ເຂົາ ຢາກເຈິເພິ່ນມາຕະຫຼອດ”
“ແຕ່ເຂົາບໍ່ຢາກເຈິເພິ່ນ ໄປໄກໆໄດ້ບໍ່ ລຳຄານ!!” ຂ້ອຍຮ້ອງອອກໄປສຽງດັງ ເຮັດໃຫ້ຄົນແຖວນັ້ນຫັນມາເບິ່ງ ເມື່ອຮູ້ສຶກໄດ້ເຖິງສາຍຕາຫຼາຍສິບຄູ່ທີ່ແນມມາ ຂ້ອຍກໍ່ບໍ່ມີໜ້າຈະຢື່ນຢູ່ບ່ອນນັ້ນຕໍ່ໄປ
ຂ້ອຍຫັນຫຼັງຍ່າງຈາກມາຢ່າງໄວ ບໍ່ຄິດແມ້ແຕ່ຈະຫັນກັບໄປເບິ່ງໜ້າໝໍນັ້ນ...
ຂ້ອຍອາດຈະເວົ້າແຮງເກີນໄປ ແຕ່ກະດີແລ້ວ ມັນໜ້າຈະເຮັດໃຫ້ລາວເຊົາມາວົນວາຍກັບຂ້ອຍອີກ... ມັນໜ້າຈະດີແລ້ວ...
ຂ້ອຍໄດ້ແຕ່ຄິດແນວນັ້ນຕະຫຼອດຫຼັງຈາກນັ້ນ...
(ຍັງມີຕໍ່)
------------------
ກັບມາແລ້ວ *0*
ດ໋ຽວ ຖ້າຕອນນີ້ຕົກໜ້າຫຼັກກ່ອນ ແລ້ວຈະເອົາຕອນໃຫມ່ມາລົງ
ຂອບໃຈທີ່ອ່ານມາຈົນຈົບ ແນະນຳຕິຊົມໄດ້ຕາມສະດວກ