ຂຽນເມື່ອ: ກ.ຍ.. 19, 2011
| ມີ
3 ຄຳເຫັນ
ແລະ
0 trackback(s)
ຜະນຶກເວດແຫ່ງແພນໂດຣາ
ບົດນຳ
ທ່ານຮູ້ຫຼືບໍ່ວ່າໃນໂລກແຫ່ງນີ້ ເຕັມໄປດ້ວຍເລື່ອງລາວຫຼາກຫຼາຍເລື່ອງລາວ ໃນນັ້ນ ປະກອບມີທັງເລື່ອງທີ່ເຕັມໄປດ້ວຍຄວາມສຸກ ເລື່ອງທີ່ຈົບລົງດ້ວຍຄວາມໂສກເສົ້າ ຫຼືແມ້ແຕ່ເລື່ອງລາວທີ່ທ່ານເອງກໍ່ຍັງຄິດບໍ່ເຖິງ
ແຕ່ເລື່ອງລາວທີ່ຈະກ່າວເຖິງຕໍ່ໄປນີ້ ເປັນເລື່ອງລາວທີ່ເກີດຂຶ້ນໃນດິນແດນທີ່ຕ່າງອອກໄປ... ທັງວິຖີທາງ ແນວຄິດ ສາດສະໜາ ແລະການດຳລົງຊີວິດຂອງຜູ້ຄົນ ລ້ວນແຕ່ແຕກຕ່າງຈາກສິ່ງທີ່ທຸກທ່ານເຄີຍໄດ້ພົບເຈິ... ມັນເປັນເລື່ອງລາວທີ່ເກີດຂຶ້ນໃນອີກໂລກໜຶ່ງ ໂລກທີ່ຫ່າງໄກອອກໄປຫຼາຍປີແສງ
ນັ້ນຄື... ໂລກທີ່ຫຼາຍສິ່ງຫຼາຍຢ່າງແຕກຕ່າງຈາກໂລກຂອງເຮົາ ທັງວິວັດທະນາການດ້ານເທັກໂນໂລຢີ ທີ່ເຮັດໃຫ້ການຄົມມະນາຄົມພັດທະນາກວ້າງໄກ ມີເຮືອເຫາະ ລົດໄຟລອຍຟ້າ ລວມເຖິງເຄື່ອງວາບ ຊ່ວຍຫຍໍ້ໄລຍະທາງ ແລະອຸປະກອນອຳນວຍຄວາມສະດວກຕ່າງໆອີກຫຼາຍຢ່າງ
ຍຸກປັດຈຸບັນ ການເດີນທາງຜະຈົນໄພກາຍເປັນເລື່ອງເພີ້ຝັນ ສັດປະຫຼາດກາຍເປັນພຽງຕຳນານ ຜູ້ກ້າກາຍເປັນພຽງເລື່ອງເລົ່າ ເວດມົນຖືກກືນຫາຍລືມເລືອນໄປຕາມການເວລາ ດິນແດນຕ່າງໆຖືກພັດທະນາຈົນມີຕຶກສູງສຽດຟ້າຫຼາຍແຫ່ງ
ແຕ່ໂລກແຫ່ງນີ້ກໍ່ຍັງມີຫຼາຍສິ່ງຫຼາຍຢ່າງທີ່ຍັງບໍ່ຖືກຄົ້ນພົບ ດິນແດນບາງແຫ່ງຍັງເປັນອັນຕະລາຍຈົນບໍ່ມີໃຜຄິດເຂົ້າໃກ້ ທະວີບທັງຫ້າຖືກແບ່ງເຂດແດນດ້ວຍມະຫາສະໝຸດກວ້າງໃຫຍ່
ເລື່ອງລາວນີ້ ເລີ່ມຕົ້ນຂຶ້ນໃນອານາຈັກແຫ່ງໜຶ່ງທີ່ຊື່ວ່າໂຄຣອສເບວ ດິນແດນທີ່ຮຸ່ງເຮືອງດ້ານການຂຸດຄົ້ນບໍ່ແຮ່ ເຊິ່ງເປັນລູກແກ້ວພະລັງງານສີຟ້າໃສ ເປັນແຮ່ທີ່ມີມູນຄ່າແຕກຕ່າງຕາມພະລັງງານທີ່ມັນມີ ແລະຖືກເອີ້ນວ່າ
“ຣອສ”
--------------
ໜຶ່ງ... ເພື່ອຄວາມຫວັງ
ໜຶ່ງ... ເພື່ອຄຳໝັ້ນສັນຍາ
ໜຶ່ງ... ເພື່ອການປົກປ້ອງ
ຜະນຶກເວດແຫ່ງແພນໂດຣາ
ຕອນທີ 1 ທ່ານຍິງແຫ່ງແພນໂດຣາ
ນະ ວິຫານກາງປ່າແຫ່ງໜຶ່ງ ສະຖານທີ່ອັນເບິ່ງເກົ່າແກ່ເໝືອນກັບວ່າຖືກສ້າງໄວ້ເປັນເວລາດົນນານ ຕາມຝາຜະໜັງມີພວກວັດຊະພືດຕິດຕາມເປັນຍ່ອມ ພື້ນຫິນກ້ອນໃຫຍ່ສີເທົາໆຫຼາຍກ້ອນວາງລຽງລາຍຫຼຸດລື່ນບິດບ້ຽວຊວນໃຫ້ຍ່າງລຳບາກ
ຕາມເພດານມີພວກເຄືອໄມ້ຫ້ອຍລະໂຍງ ຫຼາຍສ່ວນເບິ່ງມີຮອຍລ້າວຄ້າຍກັບວ່າຈະພັງລົງມາເມື່ອໃດກໍ່ໄດ້ ຫາກບໍ່ມີເສົາຫິນອັນໃຫຍ່ວາງລຽງລາຍຄ້ຳຊູວິຫານແຫ່ງນັ້ນໄວ້
ມັນເປັນວິຫານທີ່ເບິ່ງບໍ່ໄດ້ກວ້າງໃຫຍ່ຫຼາຍ ອາດເປັນເພາະຫຼາຍສ່ວນພັງທະລາຍໄປຕາມການເວລາ ຈຶ່ງຍັງຄົງຫຼົງເຫຼືອສ່ວນທີ່ເປັນຊາກຫັກພັງຢູ່ຫຼາຍ ...ເບື້ອງເລິກຂອງວິຫານແຫ່ງນັ້ນ ມີແທ່ນພິທີບາງຢ່າງຕັ້ງຢູ່ ມັນເປັນເໝືອນແອ່ງນ້ຳໃສທີ່ຖືກສ້າງຂຶ້ນມາໂດຍສະເພາະ ແລະຍັງຄົງໄດ້ຮັບການຮັກສາດູແລຢ່າງດີ ເພາະເປັນສ່ວນດຽວທີ່ເບິ່ງບໍ່ມີຮອຍແຕກລ້າວເໝືອນພື້ນທີ່ສ່ວນອື່ນໆ
ໃນທີ່ນັ້ນ ຍິງຄົນໜຶ່ງຢືນແນມເບິ່ງສິ່ງທີ່ຢູ່ເບື້ອງໜ້າດ້ວຍທ່າທີເປັນກັງວົນ ເບິ່ງຈາກພາຍນອກລາວເໝືອນຍິງສາວອາຍຸບໍ່ເກີນສາມສິບ ແຕ່ງກາຍດ້ວຍຊຸດສັນທັດຄ້າຍຜູ້ຊາຍ ຜົມຍາວລວບເປັນຫາງມ້າແບບບໍ່ຄ່ອຍໃສ່ໃຈ
“ເກີດເລື່ອງແລ້ວ...” ລາວພຶມພຳອອກມາແຜ່ວເບົາ ກ່ອນຈະຫັນກັບໄປຮ້ອງສຽງດັງ “ຟິເດສ!! ຟິເດສ ຢູ່ບໍ່!!”
ເກີດສຽງກຸບກັບດັງມາແຕ່ໄກ
“ມາແລ້ວວວວ!!” ສຽງທຸ້ມຂອງຊາຍໜຸ່ມຄົນໜຶ່ງດັງຂຶ້ນ ແລະມາຢຸດທີ່ເບື້ອງໜ້າຂອງວິຫານແຫ່ງນັ້ນ “ມີວຽກຫຍັງໃຫ້ຮັບໃຊ້ຫວາ ອາຈານຮີວລາ”
ຍິງສາວແນມເບິ່ງສິດຂອງຕົນດ້ວຍທ່າທາງເອືອມລະອາ... ຊາຍໜຸ່ມເຈົ້າຂອງຜົມສີເທົາອົມຟ້າແນມມາດ້ວຍທ່າທາງຍິ້ມໆທີ່ຍິງສາວຮູ້ສຶກວ່າມັນກວນປະສາດ
ແຕ່ເນື່ອງຈາກສິ່ງທີ່ໄດ້ຮັບຮູ້ ຮີວລາເລີຍບໍ່ຄິດທີ່ຈະຕຳໜິ... ລາວວາດມືເທິງອາກາດຫວ່າງເປົ່າ ປະກົດເປັນຄວັນສີຂາວລ່ອງລອຍຈັບຕົວກັນ ແລະກໍ່ຕົວກາຍເປັນຮູບຮ່າງໃບໜ້າຂອງໃຜບາງຄົນ
“ຟິເດສ...ຂ້ອຍຂໍມອບພາລະກິດໃຫ້ເຈົ້າ...” ຮີວລາແນມເບິ່ງລູກສິດນິ້ງ ແວວລັງເລປະກົດໃນດວງຕາຊົ່ວວິນາທີແຕ່ກໍ່ຈາງຫາຍໄປໃນບໍ່ຊ້າ “ຈົ່ງໄປຕາມຫາເດັກສາວຜູ້ນີ້ ແລະປົກປ້ອງນາງເທົ່າຊີວິດ!”
ຟິເດສແນມເບິ່ງພາບເດັກສາວໃນກຸ່ມຄວັນກ່ອນຈະຂະໝວດຄິ້ວ ເມື່ອຮັບຮູ້ໄດ້ເຖິງນ້ຳສຽງຈິງຈັງຂອງຜູ້ເປັນອາຈານ
---
ຍິງສາວຄົນໜຶ່ງກຳລັງນັ່ງຄໍຕົກດ້ວຍຄວາມຫົດຫູ່ ພາຍໃຕ້ຮົ່ມໄມ້ໃນໂຮງຮຽນຂອງບັນດາລູກເສດຖີ ຫຼືເຫຼົ່າຂຸນນາງຜູ້ມີອັນຈະກິນແຫ່ງອານາຈັກໂຄຣອສເບວ
ໜຶ່ງປີທີ່ຮຽນຢູ່ໃຕ້ຮົ້ວໂຮງຮຽນນີ້ ວານາ ບໍ່ໄດ້ຮູ້ສຶກຜູກພັນຫຍັງກັບມັນເລີຍແມ້ແຕ່ໜ້ອຍ ໂລກຂອງບັນດາຊົນຊັ້ນສູງອັນແສນອຶດອັດ ບໍ່ວ່າຈະພາຍາຍາມປັບຕົວແນວໃດ ກໍ່ບໍ່ສາມາດລຶ້ງເຄີຍກັບມັນໄດ້ຈັກເທື່ອ... ເຖິງແມນວ່າຍິງສາວຈະເປັນຄົນສະເໜີແກ່ທ່ານພໍ່ວ່າຢາກມາໂຮງຮຽນ ເພາະເບື່ອກັບການຕ້ອງນັ່ງຮຽນຢູ່ບ້ານຢ່າງເປົ່າປ່ຽວກໍ່ຕາມ ແຕ່ທີ່ລາວຕ້ອງການຈິງໆແມ່ນໂຮງຮຽນຂອງຄົນປົກກະຕິທຳມະດາຕ່າງຫາກ...
ວານາໄດ້ແຕ່ຄິດ ແລະ ທອດຖອນໃຈ ແນມເບິ່ງໂຮງຮຽນທີ່ບໍ່ມີຄວາມໝາຍຫຍັງເປັນຄັ້ງສຸດທ້າຍ ກ່ອນຈະອອກຍ່າງໄປ... ມື້ນີ້ລາວຕ້ອງກັບບ້ານໄວ ເພື່ອກຽມຕົວອອກເດີນທາງໄປຍັງວິຖີຊິວິດທີ່ຖືກກຳນົດໄວ້...
ແຕ່ກ່ອນຈະໄປເຖິງປະຕູໂຮງຮຽນອັນໂອ່ອ່າຫຼູຫຼາ ເຊິ່ງໜ້າຈະມີພໍ່ບ້ານຈອດລົດຖ້າຢູ່ເພື່ອມາຮັບຍິງສາວ ວານາກໍ່ສັງເກດເຫັນບາງສິ່ງບາງຢ່າງກອງຢູ່ກັບພື້ນ...
ເມື່ອສັງເກດເບິ່ງດີໆຈຶ່ງພົບວ່າແມ່ນ ຄົນ... ຊາຍໜຸ່ມທ່າທາງມອມແມມໃນຊຸດແປກຕາຄົນໜຶ່ງນອນຟຸບເໝືອນຄົນບໍ່ໄດ້ສະຕິຂວາງໜ້າທາງເຂົ້າໂຮງຮຽນຢ່າງໜ້າແປກໃຈ
ວານາແນມເບິ່ງຢູ່ຊົ່ວຂະນະ ກ່ອນຈະຊັ່ງໃຈຄິດວ່າຈະເຮັດແນວໃດດີ... ຈະປ່ອຍໄວ້ແນວນີ້ໃຫ້ເວນຍາມມາຫາມໄປດີບໍ່ ຈະຍ່າງອອກໄປໂດຍເຮັດຄືບໍ່ມີຫຍັງເກີດຂຶ້ນດີບໍ່ ຫຼືເອີ້ນໃຫ້ໄປຈັກຄົນມາຊ່ວຍດີ... ແຕ່ຕອນທີ່ຍັງບໍ່ທັນໄດ້ຕັດສິນໃຈຫຍັງນັ້ນ ຊາຍຄົນນັ້ນກໍ່ເງີຍໜ້າຂຶ້ນກະທັນຫັນ ເຮັດໃຫ້ຍິງສາວຕົກໃຈ ຖອຍວູບກັບໄປໜຶ່ງກ້າວ...
ວານາແນມເບິ່ງໃບໜ້າມອມແມມໂຊມໆເໝືອນຄົນເຄິ່ງຫຼັບເຄິ່ງຕື່ນຂອງຄົນເບື້ອງໜ້າ ເບິ່ງຄ້າຍກັບວ່າເປັນຄົນເລ່ລ່ອນທີ່ບັງເອີນມາລົ້ມຢູ່ແຖວນີ້... ລາວຄ່ອຍໆຍື່ນແຂນອອກມາເບື້ອງໜ້າເໝືອນຄົນບໍ່ໄດ້ສະຕິ ເໝືອນກັບວ່າເຫັນວານາເປັນນາງຟ້າມາຈາກສະຫວັນຜູ້ຈະມາຊ່ວຍຊີວິດ ຫຼືຈະມານຳພາວິນຍານລາວໄປກັນແທ້...
“ຊ...ຊ່ວຍແນ່...” ຊາຍຄົນນັ້ນເວົ້າດ້ວຍສຽງແຫບແຫ້ງ... ຄາວທຳອິດວານາເກືອບຈະແລ່ນໜີໄປແລ້ວ ຖ້າຫາກບໍ່ເຫັນວ່າລາວເໝືອນຄົນກຳລັງທໍລະມານ
“ບໍ່ໄຫວແລ້ວ... ຫ... ຫິວຈະຕາຍຢູ່ແລ້ວ...” ທັນທີທີ່ເວົ້າຈົບ ວານາກໍ່ໄດ້ຍິນສຽງເໝືອນສັດປະຫຼາດຮ້ອງສຽງດັງ ເຊິ່ງຖ້າບໍ່ເຫັນກໍ່ຄົງບໍ່ຮູ້ວ່າເປັນສຽງທ້ອງຮ້ອງຂອງຊາຍເບື້ອງໜ້າ ຍິງສາວຢືນຄ້າງຢູ່ທ່ານັ້ນຫຼາຍວິນາທີ ກ່ອນຈະຄົ້ນເອົາຖົງຂອງຫວ່າງທີ່ແມ່ບ້ານເຮັດໃຫ້ກ່ອນຈະອອກຈາກບ້ານ ວາງໄວ້ແຖວນັ້ນ ແລ້ວຈຶ່ງແລ່ນຈາກໄປ...
“ດ..ດ໋ຽວກ່ອນ”
ວານາໄດ້ຍິນສຽງຂອງຄົນໆນັ້ນໄລ່ຫຼັງມາ ຈຶ່ງຫັນກັບໄປເບິ່ງ
“ຫ້າມເດີນທາງ... ຢ່າອອກໄປຈາກເມືອງນີ້” ລາວເວົ້າຄືຄົນກຳລັງລະເມີ ຈົນຍິງສາວບໍ່ແນ່ໃຈວ່າເວົ້າກັບຕົນຫຼືບໍ່ ວານາໄດ້ແຕ່ຄິດສົງໃສໃນຂະນະທີ່ກ້າວຂຶ້ນລົດສີດຳເງົາງາມເບິ່ງມີລາຄາ ເຊິ່ງເປັນລົດພະລັງງານຣອສທີ່ໃຊ້ຮັບສົ່ງຍິງສາວເປັນປະຈຳ
ຫ້າມເດີນທາງ...
ມັນໝາຍຄວາມວ່າແນວໃດ... ທັງໆທີ່ອີກບໍ່ເທົ່າໃດຊົ່ວໂມງ ລາວກໍ່ຕ້ອງອອກຈາກເມືອງນີ້ແລ້ວ... ມັນບໍ່ໄດ້ມີຄວາມໝາຍຫຍັງເລີຍ...
...
ທາງຕອນໃຕ້ສຽງໄປທາງຕາເວັນຕົກຂອງທະວີບໃຫຍ່ ມີອານາຈັກແຫ່ງໜຶ່ງທີ່ຊື່ວ່າ ໂຄຣອສເບວ...ດິນແດນທີ່ຈະເລີນຮຸ່ງເຮືອງເນື່ອງຈາກການຂຸດຄົ້ນບໍ່ແຮ່ພະລັງງານທີ່ຖືກເອີ້ນວ່າ ຣອສ... ຣອສເປັນສິນຄ້າສົ່ງອອກສຳຄັນ ທີ່ສົ່ງອອກແກ່ຫຼາຍດິນແດນທົ່ວໂລກ ສົ່ງຜົນໃຫ້ໂຄຣອສເບວເປັນປະເທດລ້ຳລວຍຕິດອັນດັບຕົ້ນໆ
ໂຄຣອສເບວຍັງມີການຄົມມະນາຄົມທີ່ລ້ຳສະໄໝ ມີຜູ້ຄົນຈາກຫຼາຍປະເທດເດີນທາງມາເພື່ອການຄ້າຂາຍ ຕິດຕໍ່ທຸລະກິດ ລວມເຖິງເພື່ອການພັກຜ່ອນທ່ອງທ່ຽວ ບໍ່ວ່າຈະເປັນທາງບົກ ທາງທະເລ ທາງລົດໄຟລອຍຟ້າ ຫຼືແມ່ນແຕ່ເຮືອເຫາະ
ທຸກໆມື້ມີຄົນເດີນທາງດ້ວຍເຮືອເຫາະມາລົງທີ່ໂຄຣອສເບວເປັນຈຳນວນຫຼາຍ ເຊິງບໍ່ໜ້າແປກໃຈເລີຍທີ່ສະໜາມຈອດເຮືອເຫາະໂດຍສານທົ່ວໄປຈະເຕັມໄປດ້ວຍຜູ້ຄົນແອອັດຈໍແຈ... ແຕ່ກົງກັນຂ້າມ ອີກເບື້ອງໜຶ່ງຂອງສະໜາມຈອດເຮືອເຫາະທີ່ເບິ່ງງຽບສະງົບເກືອບຈະໄຮ້ຮ້າງຜູ້ຄົນ ມີພຽງແຕ່ທະຫານຍາມ ແລະຄົນດູແລທີ່ຍ່າງໄປມາເປັນໄລຍະ ແມ່ນອານາເຂດສຳລັບເຮືອເຫາະສ່ວນຕົວ ເຊິ່ງສ່ວນໃຫຍ່ຈະເປັນຂອງພວກຜູ້ດີມີຕະກູນ ຫຼືບັນດາຂຸນນາງຊັ້ນສູງ
ໜ້າແປກທີ່ມື້ນີ້ ຕໍ່ໜ້າເຮືອເຫາະລຳໜຶ່ງ ເຕັມໄປດ້ວຍຜູ້ຄົນທີ່ສວມຊຸດຄ້າຍກັບພໍ່ບ້ານ ແມ່ບ້ານ ມາຢືນອໍກັນໜ້າທາງເຂົ້າເຮືອເຫາະລຳໃຫຍ່ທ່າທາງຫຼູຫຼາທັນສະໄໝ ທີ່ເບິ່ງແນວໃດກໍ່ຄົງຈະມີລາຄາແພງຫຼາຍຮ້ອຍເວວ ຕົວເຮືອເບິ່ງ ຄ້າຍກັບປາວານຕົວໃຫຍ່ ເບື້ອງເທິງສຸດມີດາດຟ້າເປີດກວ້າງ ແຕ່ໂດຍສ່ວນໃຫຍ່ແມ່ນຖືກໂອບອ້ອມດ້ວຍໂລຫະ ມັນວາວຍາມຕ້ອງແສງອາທິດ ສະຫຼັກດ້ວຍລວດລາຍສີທອງເປັນປະກາຍ
“ທ່ານຍິງວານາ ຂໍໃຫ້ເດີນທາງປອດໄພ...”
“ທ່ານຍິງນ້ອຍ ຂໍໃຫ້ໂຊກດີ”
“ຖ້າຄິດຮອດພວກເຮົາກໍ່ກັບມາໄດ້ສະເໝີເດີ້ ທ່ານຍິງ”
ສຽງຈໍແຈຂອງບັນດາພໍ່ບ້ານແມ່ບ້ານທີ່ມາສົ່ງເຈົ້ານາຍດ້ວຍຄວາມໂສກເສົ້າ ແນມເບິ່ງທ່ານຍິງທີ່ພວກຕົນເຝົ້າລ້ຽງດູມາຕັ້ງແຕ່ຍັງນ້ອຍຫັນມາສົ່ງຍິ້ມງົດງາມໃຫ້ ຂະໜະກຳລັງກ້າວເດີນຂຶ້ນໄປຍັງເຮືອເຫາະ
“ລາກ່ອນທຸກຄົນ ຖ້າມີໂອກາດເຮົາຈະກັບມາຫາ” ຍິງສາວເວົ້າພ້ອມໂບກມືດ້ວຍຄວາມຮູ້ສຶກໃຈຫາຍ ແຕ່ກໍ່ບໍ່ຄິດຢາກໃຫ້ພວກເອື້ອຍລ້ຽງທີ່ເປັນຫ່ວງຕົນຕ້ອງເຈັບປວດໄປຍິ່ງກວ່ານີ້ ວານາຈຶ່ງເລືອກທີ່ຈະຍິ້ມເຜື່ອໃຫ້ທຸກຄົນຄາຍຄວາມກັງວົນ... ເຖິງແມ່ນວ່າຮອຍຍິ້ມນັ້ນຈະຫາຍໄປທັນທີທີ່ລາວຫັນຫຼັງຍ່າງເຂົ້າໄປໃນຕົວເຮືອກໍ່ຕາມ
“ເຮີ້ຍ! ມົວແຕ່ຊັກຊ້າຢູ່ໄດ້ ຮີບເຂົ້າມາໄວໆແມະ” ສຽງຮ້ອງໃສ່ຂອງຊາຍຜົມທອງຄົນໜຶ່ງທີ່ຖືກສົ່ງມາຮັບວານາ ຢືນກອດເອິກແນມມາດ້ວຍແວວຕາດູຖູກ ເບິ່ງແນວໃດຍິງສາວກໍ່ຄິດວ່າຊາຍຄົນນີ້ຖືກສົ່ງມາຄວບຄຸມຕົວລາວໂດຍສະເພາະຕ່າງຫາກ
ປະຕູໂລຫະທາງເຂົ້າເຮືອຖືກປິດລົງ ທ່າມກາງສາຍຕາຂອງຜູ້ຄົນທີ່ເປັນຫ່ວງສາວນ້ອຍຮ່າງບາງເຈົ້າຂອງຜົມຍາວສີບົວແດງເຊິ່ງຕອນນີ້ກຳລັງປິ້ວສະບັດເປັນຈັງຫວະຕາມການກ້າວຍ່າງ ດວງຕາສີນ້ຳຕານໄໝ້ແດງ ແນມໄປເບື້ອງໜ້າຢ່າງແນ່ວແນ່ ແຕ່ລະກ້າວຍ່າງເບິ່ງສະຫງ່າຜ່າເຜີຍເຂົ້າກັບຊຸດກະໂປ່ງເນື້ອເບົາເບິ່ງງົດງາມເໝືອນກັບເຈົ້າຍິງ
ຍິງສາວແນມເບິ່ງທະຫານອົງຄະລັກທີ່ຍ່າງຂະໜາບສອງຂ້າງ ລວມເຖິງຊາຍຄົນທຳອິດທີ່ຍ່າງນຳໄປ ດ້ວຍຄວາມຮູ້ສຶກອຶດອັດ ຫົນທາງໜີເບິ່ງລິບຫຼີ່ຈົນບໍ່ຢາກຄິດເຖິງ...
“ຊິ ເປັນຫຍັງທະຫານຄືຂ້ອຍຕ້ອງມາເຮັດວຽກແນວນີ້ໃຫ້ພະລາຊາແບບນັ້ນນຳ” ຜູ້ຄຸມທີ່ຢູ່ທາງໜ້າຈົ່ມເບົາໆ ແຕ່ດັງພໍທີ່ຍິງສາວຈະໄດ້ຍິນ
ວານາໄດ້ແຕ່ຖອນຫາຍໃຈ ຍອມຮັບຊະຕາກຳຂອງຕົນ...
ຍິງສາວຄິດຍ້ອນກັບໄປເມື່ອຫຼາຍວັນກ່ອນ... ຊະຕາຊີວິດຂອງວານາໄດ້ຖືກກຳນົດໄວ້ ຕັ້ງແຕ່ມື້ທີ່ມີຈົດໝາຍປະທັບກາປະຈຳຊະວົງຂອງອານາຈັກອອສເທຼຍ ສົ່ງມາເຖິງບ້ານຂອງນາງ
ເລື່ອງທີ່ເຮັດໃຫ້ເກີດເປັນການຖົກຖຽງລະຫວ່າງບັນດາຂຸນນາງຕະກູນຕ່າງໆ ລວມເຖິງພະລາຊາແຫ່ງໂຄຣອສເບວ ເນື່ອງຈາກອອສເທຼຍເປັນອານາຈັກທີ່ມີຄວາມແຂັງແກ່ງທາງດ້ານການທະຫານ ເຖິງແມ່ນວ່າກະສັດອົງປັດຈຸບັນຈະສົນໃຈໃນຄວາມຫຼູຫຼາຫຼາຍກວ່າການສູ້ຮົບກໍ່ຕາມ ແຕ່ອານາຈັກແລະປະເທດຕ່າງໆກໍ່ຢາກເລືອກທີ່ຈະເປັນມິດຫຼາຍກວ່າເປັນສັດຕູ
ທ່ານພໍ່ທີ່ເປັນຂຸນນາງຍົດສູງ ຈຶ່ງເລືອກໃນສິ່ງທີ່ຈະລົດຄວາມສ່ຽງ ແລະຄວາມບາດໝາງລະຫວ່າງປະເທດ ໂດຍການຕັດສິນໃຈແທນຍິງສາວທັງທີ່ຍັງບໍ່ທັນໄດ້ເອີ່ຍຖາມຄວາມສະໝັກໃຈເລີຍຈັກຄຳ... ນັ້ນຄື...
ການແຕ່ງງານ...
ຄົນທົ່ວໄປຄົງຢາກແຕ່ງງານກັບຄົນທີ່ຕົນຮັກ... ແຕ່ສຳລັບວານາ ຍິງສາວບໍ່ມີສິດຕັດສິນໃຈສິ່ງນັ້ນ ທັງການຮຽນ ຄວາມຄິດ ອະນາຄົດ ລວມເຖິງຄວາມຝັນ ທຸກຢ່າງລ້ວນຖືກຈຳກັດໄວ້ໃນຂອບທີ່ທ່ານພໍ່ວ່າງເອົາໄວ້...
ຍິງສາວຕະໜັກຮູ້ດີ ແລະຖິ້ມຄວາມຄິດທຸກຢ່າງໄປຕັ້ງແຕ່ 6 ປີກ່ອນ... ໜ້າທີ່ຂອງລາວໃນຕອນນີ້ ມີພຽງການຍອມຮັບທຸກຢ່າງທີ່ເປັນໄປ ໂດຍບໍ່ອາດເອີ່ຍປາກຈົ່ມ...
ຍິງສາວຖືກນຳທາງມາຍັງຫ້ອງພັກ ເຊິ່ງກວ້າງໃຫຍ່ຫຼູຫຼາບໍ່ແພ້ພາຍນອກ ພື້ນໄມ້ເນື້ອດີທີ່ຖືກຂັດຈົນມັນວາວຖືກປົກຄຸມດ້ວຍຜ້າພົມລາຍງົດງາມ ພາຍໃນຫ້ອງມີທັ້ງຕຽງ ໂຕະ ຕູ້ ໂຊຟາ ແລະເຄື່ອງປະດັບທີ່ເຂົ້າຊຸດອີກຫຼາຍອັນ
“ພັກຢູ່ນີ້ ຖ້າມີຫຍັງກະເອີ້ນກໍ່ແລ້ວກັນ” ຊາຍຜົມທອງເວົ້າ ກ່ອນຈະກ້າວຂາຍ່າງອອກໄປ ແຕ່ກໍ່ເໝືອນຈະຄິດຫຍັງຂຶ້ນມາໄດ້ “ເອີ... ຂ້ອຍຊື່ເທເຣໂອ ຖືກສົ່ງມາເພື່ອຄວບຄຸມດູແລເຮືອເຫາະລຳນີ້ ຈື່ເອົາໄວ້ຊະ” ຜູ້ຄຸມເທເຣໂອເຮັດໜ້າຫຍຸ້ງກ່ອນຈະປິດປະຕູແບບບໍ່ຄ່ອຍເຕັມໃຈ
ວານາຢືນແນວເບິ່ງປະຕູຢູ່ພັກໜຶ່ງ ເມື່ອພວກທະຫານອອກໄປຈາກຫ້ອງແລ້ວ ຈຶ່ງຫັນໄປທາງນອກໜ້າຕ່າງບານໃຫຍ່ທີ່ຕັ້ງຢູ່ຟາກກົງກັນຂ້າມກັບປະຕູ
ເບື້ອງນອກແນມເຫັນຕຶກອາຄານຕ່າງໆຂອງເມືອງຫຼວງແຫ່ງໂຄຣອສເບວ ກຳລັງຫ່າງອອກໄປເທື່ອລະໜ້ອຍ... ຕອນນີ້ເຮືອເຫາະກຳລັງເຄື່ອນຕົວໄປຍັງອານາຈັກອອສເທຼຍ ເຊິ່ງໃຊ້ເວລາປະມານເຄິ່ງມື້ກວ່າຈະເດີນທາງໄປເຖິງ
ຍິງສາວນັ່ງຈົມຢູ່ໃນຫ່ວງຄວາມຄິດ ພາບຕ່າງໆສາຍຊັດໃນຄວາມຊົງຈຳ...
ຕະຫຼອດ 16 ປີ ທີ່ຍິງສາວອາໃສຢູ່ໃນໂຄຣອສເບວ ລາວບໍ່ເຄີຍຮູ້ສຶກຜູກພັນຫຍັງກັບມັນເລີຍ... ແມ່ນກະທັ້ງໝູ່ລຸ້ນລາວຄາວດຽວກັນ ລາວກໍ່ບໍ່ມີໃຫ້ໄດ້ລ່ຳລາ ຫຼືສົ່ງຄວາມຄິດເຖິງ ...ຄົນທີ່ພໍໃຫ້ສະໜິດໃຈ ໂອ້ລົມໄດ້ເປັນປົກກະຕິພໍບໍ່ໃຫ້ເຫງົາກວ່າເກົ່າກໍ່ມີແຕ່ພວກແມ່ບ້ານ ເອື້ອຍລ້ຽງ ທີ່ຮູ້ສຶກເຫັນໃຈຍິງສາວສະເໝີ ພວກເຂົາລ້ຽງດູວານາຫຼາຍກວ່າພໍ່ແທ້ໆເສຍອີກ ເປັນທັງເພື່ອນ ພີ່ນ້ອງ ແລະຄົນສຳຄັນ... ຊີວິດລາວມີແຕ່ເທົ່ານັ້ນ... ເມື່ອຕັດຂາດຈາກພວກເຂົາ ລາວກໍ່ບໍ່ເຫລືອຫຍັງອີກ
ຍິງສາວເລີ່ມຈະປົງກັບຊີວິດ... ຕໍ່ໄປຈະເປັນແນວໃດກໍ່ຊ່າງມັນເຖີດ...
ທ່ານພໍ່ກໍ່ບໍ່ໄດ້ເຫັນຄວາມສຳຄັນລາວຕັ້ງແຕ່ຕົ້ນ ຢູ່ໄປກໍ່ມີແຕ່ເກະກະຂວາງຫູຂວາງຕາ... ນ້ອງຊາຍທີ່ເກີດຈາກແມ່ໃໝ່ກໍ່ໃກ້ຈະອາຍຸຄົບ 3 ປີ ແລ້ວ... ເຖິງບໍ່ມີລາວຈັກຄົນ ທ່ານພໍ່ຄົງຈະດີໃຈ
ເປັນແບບນີ້ດີແລ້ວ... ເປັນແບບນີ້ດີສຳລັບທຸກຄົນ... ເຖິງຮ້ອງໄຫ້ຮ້ອງຫາໃຜກໍ່ບໍ່ມີໃຜມາຊ່ວຍຢູ່ດີ.. ໄດ້ແຕ່ມີຊີວິດຕໍ່ໄປຕາມຄອງຮອຍທີ່ຖືກກຳນົດໄວ້ ໄດ້ແຕ່ຍອມຮັບແລະເຂົ້າໃຈມັນ ບອກຕົວເອງສະເໝີວ່າ ເປັນແບບນີ້ດີແລ້ວ...
ຕອນນັ້ນເອງທີ່ວານາແນມເຫັນບາງຢ່າງ ມັນເລີ່ມຈາກຈຸດສີດຳແຕ້ມຢູ່ເທິງທ້ອງຟ້າເໝືອນເປັນສິ່ງແປກປອມ ກ່ອນຈະຄ່ອຍໆປະກົດຊັດກາຍເປັນຮູບຮ່າງ ແລະເພີ່ມທະວີຂຶ້ນເປັນຈຳນວນຫຼາຍ ສິ່ງນັ້ນເໝືອນກຳລັງເຄື່ອນທີ່ດ້ວຍຄວາມໄວ ພວກມັນກຳລັງມຸ່ງໜ້າມາທາງນີ້
ວານາເບີກຕາກວ້າງດ້ວຍຄວາມຕົກໃຈ ເມື່ອເຫັນຊັດວ່າສິ່ງນັ້ນແມ່ນຫຍັງ ລາວກ້າວຖອຍຫຼັງຫ່າງຈາກໜ້າຕ່າງມາອີກຫຼາຍກ້າວ ກ່ອນຈະພຸ່ງພວດອອກໄປຈາກຫ້ອງ ແຕ່ຍັງບໍ່ທັນໄດ້ໄປໃສໄກ ກໍ່ຖືກພວກທະຫານທີ່ຢືນເຝົ້າໜ້າຫ້ອງດຶງແຂນໄວ້
ວານາແນມກັບມາດ້ວຍດວງໜ້າຕື່ນກົວ “ປີສາດ ມີຝູງປີສາດກຳລັງມາທາງນີ້!”
ພວກທະຫານແນມເບິ່ງໜ້າກັນຢ່າງບໍ່ຢາກເຊື່ອ... ປີສາດນີ່ຫວາ... ເລື່ອງພວກນັ້ນເປັນພຽງຕຳນານຫຼອກເດັກ ໃຜຈະໄປເຊື່ອກັນ ...ຫຼືທ່ານຍິງຈະຄິດວ່າຖ້າໃຊ້ວິທີນີ້ແລ້ວຈະໜີອອກໄປໄດ້
“ຖ້າບໍ່ເຊື່ອລອງເປີດປະຕູເຂົ້າໄປເບິ່ງແມະ ຂ້ອຍເຫັນກັບຕາ ທີ່ນອກໜ້າຕ່າງນັ້ນ!” ວານາຮ້ອງບອກເພື່ອຢືນຢັນສິ່ງທີ່ໄດ້ເຫັນ ແຕ່ເມື່ອທະຫານເປີດປະຕູເຂົ້າໄປຕາມຄຳເອີ່ຍອ້າງ ກໍ່ພົບແຕ່ພຽງຫ້ອງພັກອັນຫຼູຫຼາ ມີເຄື່ອງປະດັບຕ່າງໆວາງລຽງລາຍ ແຕ່ບໍ່ເຫັນແມ່ນແຕ່ເງົາຂອງປີສາດທີ່ວານາເວົ້າເລີຍ...
“ເປັນໄປບໍ່ໄດ້... ວັ່ງກີ້ຍັງ...”
ຕູມມມ!!
ສຽງດັງສະໜັ່ນພ້ອມກັບຕົວເຮືອທີ່ສັ່ນຄອນຄືກັບແຜ່ນດິນໄຫວຢູ່ກາງອາກາດ ຕົວເຮືອເຫາະໂງ່ນເງ່ນໄປມາເຮັດໃຫ້ຊົງຕົວລຳບາກ ດີທີ່ແຮງສັ່ນສະເທືອນບໍ່ແຮງປານໃດ ວານາພາຍາຍາມເກາະຍຶດກຳແພງເພື່ອບໍ່ໃຫ້ລົ້ມ ພວກທະຫານເຝົ້າຍາມພາກັນແຕກຕື່ນ ບໍ່ຮູ້ວ່າແຮງສັ່ນສະເທືອນນັ້ນເກີດຍ້ອນຫຍັງ
ບໍ່ດົນຫຼັງຈາກນັ້ນກໍ່ມີສຽງປະກາດໄປທົ່ວທັງລຳເຮືອເຫາະ ວ່າໃຫ້ພາທ່ານຍິງວານາໄປລວມຕົວກັນທີ່ຫ້ອງໂຖງໃຫຍ່ທີ່ໃຊ້ສຳລັບຮັບແຂກ
...
ພາຍໃນຫ້ອງໂຖງໃຫຍ່ ມີຊຸດໂຊຟາຫຼູ້ຫລາຫຼາຍຊຸດຈັດວາງໄວ້ຢ່າງສວຍງາມ ວານາຖືກບອກໃຫ້ນັ່ງຢູ່ທີ່ໂຊຟາໃຈກາງຫ້ອງ ຖືກອ້ອມໜ້າອ້ອມຫຼັງດ້ວຍພວກທະຫານປານນັກໂທດຮ້າຍແຮງ... ຍິງສາວຮູ້ສຶກອຶດອັດ... ເຖິງພວກເຂົາຈະບໍ່ໄດ້ເຮັດຫຍັງລ່ວງເກີນ ແຕ່ກໍ່ບໍ່ໄດ້ມີທ່າທີເຄົາລົບຫຍັງເລີຍ ທະຫານພວກນັ້ນເປັນເໝືອນຫຸ່ນທີ່ເຮັດຕາມໜ້າທີ່ ຄຳສັ່ງຂອງຊາຍຜົມທອງຄົນນັ້ນເທົ່ານັ້ນ
ສຽງປະຕູເປີດອອກ ພ້ອມທັງເທເຣໂອທີ່ກ້າວຍ່າງນຳພວກທະຫານມາ
ວານາບໍ່ຮູ້ວ່າເກີດຫຍັງຂຶ້ນ ແຕ່ເທເຣໂອເອົາແຕ່ອອກຄຳສັ່ງຫຍັງບາງຢ່າງເບິ່ງວຸ້ນວາຍ ແລະຍິງສາວກໍ່ບໍ່ໄດ້ຄິດຈະຕັ້ງໃຈຟັງ... ລາວພຽງແຕ່ຄິດວ່າ ຕົນເອງຄົງຄິດຫຼາຍເກີນໄປຈົນເຫັນພາບຫຼອນເປັນສັດປະຫຼາດເທິງທ້ອງຟ້າ... ບາງທີຖ້າເລື່ອງວຸ້ນວາຍຈົບລົງ ລາວຄວນຈະພັກຜ່ອນ... ເມື່ອໄປຮອດອອສເທຼຍກໍ່ຈຶ່ງກຽມເຂົ້າພິທີຖະຫວາຍຕົວ...
“ດ໋ຽວຂ້ອຍຈະໄປກວດເບິ່ງທີ່ຫ້ອງຄວບຄຸມ” ສຽງເທເຣໂອແວ່ວມາ “ພວກເຈົ້າເບິ່ງທ່ານຍິງວານາເນສໃຫ້ດີກໍ່ແລ້ວກັນ!” ລາວເວົ້າຊ້ຳທ້າຍກ່ອນຈະອອກຈາກຫ້ອງໄປ
ຕູມມ!!!
ສຽງດັງສະໜັ່ນພ້ອມແຮງສັ່ນສະເທືອນດັງຂຶ້ນມາອີກຄັ້ງ ຄາວນີ້ວານາຈັບໂຊຟາໄວ້ຈຶ່ງບໍ່ໄດ້ເສຍຫຼັກແບບເທື່ອແລ້ວ ຍິງສາວແນມເບິ່ງອ້ອມຂ້າງເພື່ອຫາສາເຫດວ່າມັນເກີດຫຍັງຂຶ້ນກັນແທ້ ແຕ່ເມື່ອຫັນກັບໄປກໍ່ພົບວ່າ ພວກທະຫານລວມເກືອບສິບນາຍຕ່າງພາກັນນອນສະຫຼົບສະໄຫຼກອງຢູ່ກັບພື້ນ
ວານາຕົກໃຈ ບໍ່ຮູ້ວ່າເປັນຫຍັງຈຶ່ງເປັນແບບນີ້... ເກີດຫຍັງຂຶ້ນໃນສ້ຽວວິນາທີ?!
“ທ່ານຍິງແພນໂດຣາ”
ສຽງທຸ້ມດັງຂຶ້ນເບື້ອງໜ້າ ເປັນສຽງທີ່ຟັງນຸ້ມນວນນອບນ້ອບ ຍິງສາວຫັນກັບມາເພື່ອພົບກັບຊາຍໜຸ່ມຄົນໜຶ່ງກຳລັງນັ່ງຄູ່ເຂົ່າກົ້ມໜ້າເໝືອນກຳລັງທຳຄວາມເຄົາລົບຢູ່ເບື້ອງໜ້າຕົນ...
ຕອນທີ່ວານາຍັງຄົງສັບສົນບໍ່ຮູ້ວ່າວ່າເກີດຫຍັງຂຶ້ນ ຊາຍຄົນນັ້ນກໍ່ເອີ່ຍຂຶ້ນ
“ຂ້ານ້ອຍມາຮັບຕົວທ່ານ...” ເມື່ອຊາຍຄົນນັ້ນເງີຍໜ້າຂຶ້ນ ຍິງສາວກໍ່ຈື່ໄດ້ວ່າ ລາວເປັນຄົນໆດຽວກັບທີ່ວານາເຈິຢູ່ໜ້າໂຮງຮຽນມື້ເຊົ້ານີ້...
“ທ່ານຍິງແພນໂດຣາ”
(ຈົບຕອນທີ 1)
---------------------
ບາຍດີທຸກຄົນ ມື້ນີ້ມີ່ເອົານິຍາຍແນວແຟນຕາຊີມາໃຫ້ອ່ານ *0*
ເລື່ອງນີ້ເປັນເລື່ອງທີ່ເກີດໃນໂລກໂກລດອບ ເປັນໂລກທີ່ມີຫຼາຍໆຢ່າງຍັງຄົງຂັດແຍ້ງ ເລີຍຄິດວ່າເໝາະແກ່ການຂຽນນິຍາຍດີ ກ່ອນໜ້ານີ້ມີ່ເຄີຍຂຽນເລື່ອງໜຶ່ງທີ່ເກີດຂຶ້ນໃນໂລກນີ້ ເປັນເລື່ອງກ່ຽວກັບໂຈນສະຫຼັດອາກາດ ແຕ່ເນື້ອຫາມັນຂ້ອນຂ້າງປະຫຼາດນິດໜຶ່ງ ເລີຍບໍ່ໄດ້ເອົາມາລົງ (ຢ້ານຮັບບໍ່ໄດ້ ຮະໆ) ເລື່ອງນີ້ຄິດວ່າເນື້ອຫາອ່ອນລົງແນ່ລະ ຫວັງວ່າທຸກຄົນຄົງຈະມ່ວນກັບມັນເນາະ
ຫາກໍ່ຄິດຂຶ້ນໄດ້ວ່າ ເລື່ອງ "7 ວັນຜັນຊະຕາ" ຍັງເອົາມາລົງບໍ່ຄົບ =[]=" ແບບວ່າ ລືມໄປຊະສະໜິດວ່າຍັງລົງບໍ່ຄົບ ໄວ້ຈະຄ່ອຍໆເອົາມາລົງໃຫ້ຄົບກະແລ້ວກັນ ແຮະໆ
ອັນທີ່ຈິງມີເລື່ອງໃນສະຕັອກ ດອງໄວ້ຫຼາຍເລື່ອງ ແຕ່ຕິດບັນຫາເລື່ອງຄຳບັນຍາຍໃນຫຼາຍໆສ່ວນ ສຸດທ້າຍເລີຍພັບໂຄງການເກັບໄປກ່ອນ =w='
ສ່ວນເລື່ອງນີ້ ຖ້າມີຂໍ້ຜິດພາດບ່ອນໃດຂໍໃຫ້ທັກທ້ວງມາແນ່ເດີ້ ວິພາກວິຈານໄດ້ເຕັມທີ່ ເພື່ອຈະໄດ້ນຳໃຊ້ໄປປັບປຸງໃນພາຍໜ້າ
ມີ່ມັກອ່ານນິຍາຍໄທຫຼາຍ ຄິດວ່າຄົງຈະມີຄຳໄທປົນມານຳ ໃຜເຫັນກະບອກກັນແນ່ຈະໄດ້ແກ້ໄຂ ຢາກເອົາວັດຈະນານຸກົມພາສາລາວມາທຽບ ແຕ່ເສຍດາຍຍັງບໍ່ມີເງິນຊື້ ກຳລັງພາຍາຍາມເກັບເງິນຢູ່ ຈັກມື້ໃດຊິໄດ້ ; A ;/
ຂອບໃຈທຸກໆທ່ານທີ່ເຂົ້າມາອ່ານ ແລະອ່ານມາຈົນຈົບ
ຂອບໃຈສຳລັບທຸກຄຳຄິດເຫັນ