ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 30, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

.... ບໍ່ມີສິ່ງໃດທີ່ເກີດມາໄຮ້ຄ່າ ແມ່ນແຕ່ຄົນໂງ່ທີ່ສຸດຍັງສະຫຼາດໃນບາງເລື່ອງ ແລະຄົນສະຫຼາດທີ່ສຸດຍັງໂງ່ໃນຫຼາຍເລື່ອງ ບໍ່ມີຫຍັງຈະເສຍເວລາໄປຫຼາຍກວ່າການຄິດທີ່ຈະກັບໄປແກ້ໄຂອະດີດ 

.... ບໍ່ມີຫຍັງເສຍເວລາໄປກວ່າທີ່ຈະເຮັດສິ່ງທີ່ຕົນເອງຝັນ ຄົນທີ່ບໍ່ເຄີຍຫິວຍ່ອມບໍ່ຊາບຊຶ້ງເຖິງລົສຂອງຄວາມອີ່ມ ຄວາມສຳເລັດທີ່ຜ່ານຄວາມລົ້ມຫຼຽວຍ່ອມຫວານຫອມກວ່າສິ່ງອື່ນໃດ ດັ່ງນັ້ນຫາກພວກທ່ານເຈີກັບບັນຫາ ຢ່າພ້າວທໍ້ຖອຍເດີ້ ຈົ່ງລຸກຂື້ນມາ ສູ້ໆໆໆໆ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 30, 2012 | ມີ 8 ຄຳເຫັນ ແລະ 0 trackback(s)
  •  ເມື່ອມີຮ້ອນ                           ກໍ່ມີເຢັນເປັນເຄື່ອງແກ້

ມີມຶດແທ້                                             ແລ້ວກໍ່ມີເວລາສະຫວ່າງ

ເຖິງຟ້າຄື້ມ                                          ມົວຝົນທຸກຫົນທາງ

ເມື່ອເມກຈາງກໍ່ຈະກັບ                         ເຫັນແສງຈັນ

  • ເຊື່ອວ່າເຮົາທຸກຄົນ                 ເຄີຍທຸກຍາກ

ແມ້ລ້ຳບາກເທົ່າໃດ                        ກໍ່ບໍ່ຫວັ່ນ

ມີກຳລັງໃຈໄວ້ໃຫ້ດີ                                 ຢ່າໝີມັນ

ຮ່ວມຟາດຟັນອຸປະສັກ                         ໃຫ້ສີ້ນໄປ.

         => ອາຈານຄົນໜຶ່ງເລີ່ມການສົນທະນາໃນຊັ້ນຮຽນ ໂດຍຍົກທະນະບັດໃບ 100.000 ກີບອອກມາ ແລ້ວຖາມນັກສຶກສາວ່າ " ມີໃຜຢາກໄດ້ບໍ່ " ທຸກຄົນຍົກມືຂື້ນ ອາຈານຍ່ອງທະນະບັດນັ້ນຈົນຍໍ່ ແລ້ວຖາມນັກສຶກສາອີກວ່າ " ມີໃຜຍັງຢາກໄດ້ທະນະບັດໃບນີ້ອີກບໍ່ " ທຸກຄົນຍັງຍົກມືຂື້ນເໝືອນເດີມ.

        ...... ອາຈານຖາມຕໍ່ໄປອີກວ່າ " ຖ້າສົມມຸດວ່າທະນະບັດໃບນີ້ຕົກຢູ່ກັບພື້ນ ແລ້ວມີຄົນຢຽບຢ່ຳຈົນເປື້ອນຈົນສົກກະປົກ ແລ້ວຍັງມີໃຜຢາກໄດ້ອີກບໍ່ " ນັກສຶກສາທຸກຄົນກໍ່ຕອບວ່າຢາກໄດ້.

        ...... ອາຈານຈິ່ງກ່າວສະຫຼຸບວ່າ " ນີ້ຄືສິ່ງທີ່ມີຄ່າທີ່ພວກເຈົ້າໄດ້ຮຽນຮູ້ໃນມື້ນີ້ ! ບໍ່ວ່າພວກເຈົ້າຈະເຮັດຫຍັງກັບທະນະບັດໃບນີ້ ມັນກໍ່ມີລາຄາ 100.000 ກີບຢູ່ຄືເກົ່າ

        ..... ຊີວິດເຮົາກໍ່ເໝືອນກັນ ບາງຄັ້ງເຮົາຮູ້ສຶກວ່າຖືກທອດຖີ້ມໃຫ້ຢູ່ຄົນດຽວ ຖືກໃຜຕໍ່ໃຜຊ້ຳເຕີມ ຢຽບຢ່ຳ ຢ້ຳຢີຈົນຢັບເຢີນ ເພາະຄວາມຜິດພາດໃນການກ້າວເດີນຂອງຊີວິດ  ຈົນເຮັດໃຫ້ເກີດຮູ້ສຶກວ່າຕົນເອງ " ໄຮ້ຄ່າ " ແຕ່ຫາຮູ້ບໍ່ວ່າບໍ່ວ່າສິເກີດອິຫຍັງຂື້ນ " ເຮົາກໍ່ຍັງມີຄຸນຄ່າຂອງຄວາມເປັນຄົນ "

        ..... ບໍ່ວ່າຕົວເຮົາຈະສະອາດຫຼືສົກກະປົກກໍ່ຕາມ ຕົວເຮົາກໍ່ຍັງມີຄ່າທີ່ສຸດສະເໝີ້ຈື່ໄວ້ເດີ້ ຫາກໃຜຍັງເຈີກັບບັນຫາກໍ່ຈົ່ງຢ່າພ້າວຍອມແພ້ເດີ້ ຈົ່ງລຸກຂື້ນມາແກ້ແລະຕໍ່ສູ້  ຈະຄອຍເປັນກຳໃຈໃຫ້...! ສູ້ໆໆໆໆໆໆ.

ຂຽນເມື່ອ ຂຽນເມື່ອ: ມ.ສ.. 12, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

ໃນຊີວິດການດຳລົງຊີວິດຂອງຄົນ ເຮົາມັກຈະພົບກັບບັນຫາຢ່າງໜີບໍ່ພົ້ນ  ແຕ່ເຮົາສາມາດປ່ຽນບັນຫາໃຫ້ເປັນໂອກາດໄດ້ ໂດຍໃຫ້ຄິດວ່າທີ່ໃດມີບັນຫາທີ່ນັ້ນມີໂອກາດ. ໂອກາດຈະປະກົດຕົວຂື້ນຄັ້ງທຳອິດໃນຮູບແບບຂອງບັນຫາ  ທີ່ໃດມີບັນຫາທີ່ນັ້ນຍ່ອມມີໂອກາດສະເໜີ.  ຖ້າເຮົາບໍ່ມັກບັນຫາຫຼືໜີບັນຫາ ເຮົາກໍ່ບໍ່ສາມາດພົບກັບໂອກາດ ເພາະໂອກາດແມ່ນວິທີການແກ້ໄຂບັນຫານັ້ນເອງ. ເພື່ອນໆຢ່າໄດ້ມີຄວາມທໍ້ແທ້ຕໍ່ກັບບັນຫາເລີຍ  ທຸກຄົນລ້ວນແລ້ວແຕ່ພົບເຈີກັບບັນຫານຳກັນທັງສີ້ນ ບໍ່ວ່າເຮົາຈະຢູ່ໃສ ແຫ່ງຫົນໃດບັນຫາກໍ່ຈະຕາມເຮົາໄປຢູ່ທຸກຫົນແຫ່ງ ພຽງແຕ່ເຮົາຕ້ອງສະຫຼາດສາມາດປັບປ່ຽນບັນຫາໃຫ້ເກີດປະໂຫຍດຕໍ່ເຮົາກໍ່ເທົ່ານັ້ນເອງ.  

ຂຽນເມື່ອ ຂຽນເມື່ອ: ກ.ພ.. 12, 2012 | ມີ 11 ຄຳເຫັນ ແລະ 0 trackback(s)

ມີຈົວນ້ອຍຕົນໜຶ່ງລາວບວດຢູ່ວັດນຳຍາຄູທ່ານໜຶ່ງ ຈົວນ້ອຍຕົນນີ້ຍາຄູເພີ່ນຮັກລາວຫຼາຍ

ກວ່າແກ້ວຕາດວງໃຈ ນິໄສຂອງຈົວນ້ອຍຕົນນີ້ຊ້ຳພັດເປັນຄົນທີ່ຂື້ດື້ແລະກໍ່ເອົາແຕ່ໃຈຕົວເອງ

ເວລາເຮັດຫຍັງຜິດໆຂື້ນມາລາວມັກຈະເຂົ້າໄປຫາຍາຄູແລ້ວຂໍໂທດວ່າ " ຂະນ້ອຍຂໍໂທດນຳຍາຄູຫຼາຍໆ

ແຕ່ນີ້ຕໍ່ໄປລາວຈະກັບເນື້ອກັບໃຈເປັນຄົນດີແລະກໍ່ຈະບໍ່ເຮັດແນວບໍ່ດີແບບນີ້ອີກ". ແຕ່ກໍ່ມີຫຼາຍໆເທື່ອ

ທີ່ຈົວນ້ອຍຕົນນີ້ໄດ້ສ້າງບັນຫາແລະລາວກໍ່ຈະເຂົ້າມາກ່າວຄຳວ່າຂໍໂທດນຳຍາຄູຢູ່ສະເໝີ.

ຍ້ອນຄວາມຮັກແລະອິດູຕົນທີ່ຍາຄູເພີ່ນມີ ຍາຄູທ່ານນີ້ກໍ່ເລີຍໃຫ້ອະໄພຈົວນ້ອຍຕົນນີ້ໄດ້ທຸກໆເທື່ອ.

ຢູ່ມາວັນໜຶ່ງຈົວນ້ອຍຕົນນີ້ໄດ້ຫຼີ້ນກັບໄຟຈົນເຮັດໃຫ້ໄຟຕິດລາມໄໝ້ກຸດຕິຂອງຍາຄູ.

ເມື່ອເຫດການເປັນແນວນັ້ນລາວບໍ່ຮູ້ສິຢູ່ແນວໃດ ຍ້ອນຄວາມຢ້ານກົວລາວຈິ່ງແລ່ນໜີໄປຫາລີ້ຢູ່ໄກໆ

ຜ່ານໄປໄດ້ຫຼາຍວັນລາວຈິ່ງສຳນຶກໄດ້ແລະຄິດກັບໃຈອີຫຼີເພື່ອຈະເປັນຄົນດີຂອງສັງຄົມ.

ຄິດວ່າຈະກັບໄປເພື່ອໄປຂໍໂທດ ແລະບອກຍາຄູວ່າລາວຈະເປັນຄົນດີເພາະຕອນນີ້ລາວຄິດໄດ້ແລ້ວ.

ແຕ່ຊ້ຳພັດໜ້າເສຍດາຍທີ່ລາວກັບໄປລ້ວບໍ່ເຈີຍາຄູ ທ່ານຮູ້ບໍ່ວ່າເປັນຫຍັງຈົວນ້ອຍຈິ່ງບໍ່ເຈີ

ກໍ່ເພາະວ່າຍາຄູທ່ານໄດ້ຕາຍໄປກັບໄຟທີ່ໄໝ້ກຸດຕິໃນມື້ທີ່ຈົວນ້ອຍໄດ້ຈູດໃນມື້ນັ້ນແລ້ວ...

ພໍ່ແມ່ເຮົາກໍ່ເໝືອກັນເພີ່ນຮັກລູກອີຫຼໍອີຫຼີເຮັດທຸກຢ່າງທຸກວິທີເພື່ອໃຫ້ລູກຢູ່ດີແລະມີຄວາມສຸກ

ແຕ່ເຮົາຊ້ຳພັດມອງຂ້າມເພີ່ນປ້ອຍດ່າວ່າເພີ່ນບໍ່ຮັກຕົວເອງຢາກໄດ້ຫຍັງກະເວົ້າເອົາ

ນວນັ້ນແນວນີ້ ຖ້າຫາກພໍ່ແມ່ບໍ່ມີກະທຸບຕີຈົນເຮັດໃຫ້ພໍ່ແມ່ຕ້ອງເຈັບຊ້ຳນ້ຳໃຈຍ້ອນເຮົາ.

ຈົ່ງຢຸດເຊົາຊາເດີຂພຈວ່າ ຖ້າຫາກເພີ່ນບໍ່ຮັກເຮົາຈິ່ງເພີ່ນຄົງບໍ່ປ່ອຍໃຫ້ເຮົາໃຫ່ຍມາປານນີ້ດອກ

ກັບເນື້ອກັບໃຈສາເດີ້ກ່ອນທີ່ມັນຈະເປັນເໝືອກັບນິທານໃນບົດເລື່ອງນີ້.

ດ້ວຍຄວາມຫວັງດີຈາກຄົນທີ່ມີຄວາມຮູ້ຕ່ຳ (ນາມສິງ ອາຈານແຫ່ງປະລະມະຈານນາມ)