ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 17, 2012 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ສຳຫຼັບຄົນມີປັນຍາ ວິກິດຢູ່ໃສ ປັນຍາຢູ່ທີ່ນັ້ນ ສ່ວນຄົນດ້ອຍປັນຍາ ໂອກາດຢູ່ໃສ ວິກິດຢູ່ຫັ້ນ
ຈົ່ງຮຽນຮູ້ທີ່ຈະປ່ຽນປັນຫາໃຫ້ເປັນປັນຍາ ປ່ຽນອຸປະສັກໃຫ້ເປັນອຸປະກອນ ຄົນເອີຣົບເອີ້ນປັນຫາວ່າ ວິກິດ
ດັ່ງນັ້ນ... ເຂົາຈິ່ງແກ້ປັນຫາດ້ວຍການຄິດແບບວິເຄາະ ສ່ວນຄົນລາວເອີ້ນປັນຫາວ່າ ເຄາະ
ດັ່ງນັ້ນ... ເຮົາຈິ່ງແກ້ປັນຫາດ້ວຍການສະເດາະເຄາະ. ການວິເຄາະເຮັດໃຫ້ເກີດປັນຍາ ແລະ
ນຳມາເຊິ່ງການແກ້ໄຂ. ການສະເດາະເຄາະເຮັດໃຫ້ເກິດຄວາມງົມງາຍ ແລະກາຍເປັນການເພິ່ມພູນປັນຫາ.
ຄົນປັນຍານ້ອຍມັກຕັດສີນຄົນອື່ນ, ຄົນປັນຍາດີມັກໃຫ້ໂອກາສຄົນອື່ນ, ຄົນເຈົ້າປັນຍາມັກເອົາປຽບຄົນອື່ນ,
ຄົນຊາມປັນຍາ(ປັນຍາຊົ່ວ)ມັກໂທດຄົນອື່ນ, ຄົນໄຮ້ປັນຍາມັກຣິດສະຫຍາຄົນອື່ນ.
ປາກຄົນຄົມກວ່າປາກກາ ໃຈຄົນກວ້າງກວ່າມຫາສະມຸດ. ປັນຍາຂອງຄົນມີອານຸພາບຍິ່ງກວ່າສັສຕຣາວຸທ
ທຸກສະນິດໃນໂລກສິ່ງສັກສິດຊະນິດໃດໆ ກະບໍ່ວິເສດຍິ່ງໄປກວ່າປັນຍາ. ປັນຍາທີ່ແທ້ເກີດຂື້ນມາພ້ອມກັບ
ຄວາມກະຣຸນາຕໍ່ເພື່ອນມະນຸດ. ສ່ວນປັນຍາຈອມປອມ ເກີດຂື້ນເພື່ອສະແຫວງຫາວິທີເອົາປຽບເພື່ອນມະນຸດ
.....................ປັນຍາຂັ້ນຕ່ຳ ເຮັດໃຫ້ຄົນຮູ້ຈັກຍົກຕົນໃຫ້ພົ້ນຈາກຄວາມຂັດສົນ
.....................ປັນຍາກາງ ເຮັດໃຫ້ຮູ້ຈັກຍົກຕົນໃຫ້ພົ້ນຈາກຄວາມດູຫມິ່ນ
.....................ປັນຍາສູງ ເຮັດໃຫ້ຄົນຮູ້ຈັກຍົກຕົນໃຫ້ພົ້ນຈາກຄວາມທຸກ
.....................ປັນຍາສູງສຸດ ເຮັດໃຫ້ຄົນພົ້ນຈາກຄວາມໂງ່ທັງຫຼາຍ.


ຈະເລີນທັມມມມມມມມມມມມມມມມມມມມມ !

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 9, 2012 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ການພາວະນາຄື: ການລົດຄວາມໂງ່ຂອງໂຕເອງ... ຜູ້ທີ່ອ້າງວ່າບໍ່ມີເວລາພາວະນາຄື: ຜູ້ທີ່ຖືວ່າ "ບໍ່ມີເວລາລົດຄວາມໂງ່ຂອງໂຕເອງ".

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 8, 2012 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ການຝຶກສະມາທິເລີ່ມຈາກການບໍລິກຳໆຈັດອາລົມຄືຄວາມນຶກຄິດຕ່າງໆອອກໄປຈົນວ່າຈິດໃຈຈະສະຫງົບເບົາ ການຝຶກສະມາທິຕ້ອງຢູ່ບົນພື້ນຖານທີ່ບໍ່ມີອາລົມກຳຈັດອາລົມຫຼາຍເທົ່າໃດກໍ່ເປັນສະມາທິຫຼາຍເທົ່ານັ້ນ. ເພາະການຝຶກສະມາທິເປັນການລະງັບອາລົມອອກຈາກຈິດໃຈປຽບດັ່ງເຮົາເຄາະຂີ້ໝ້ຽງອອກຈາກເນື້ອເຫຼັກ. ຄວາມນຶກຄິດຄວາມເຄັ່ງຄຽດຕໍ່ການງານທຸກວັນເຮັດໃຫ້ສະໝອງຕ້ອງເຮັດວຽກຢູ່ຕະຫຼອດເວລາ ຍິ່ງຄິດຫຼາຍເທົ່າໃດກໍ່ຍິ່ງເຮັດໃຫ້ສະໝອງເຊື່ອມສະມັດທະພາບໄວຂື້ນກວ່າປົກກະຕິ ການປ່ອຍວາງ ອອກຈາກຄວາມນຶກຄິດຈິ່ງເປັນວິທີເຮັດໃຫ້ສະໝອງໄດ້ຮັບການພັກຜ່ອນ. ການຝຶກສະມາທິຈິ່ງເປັນການຢຸດພັກຜ່ອນສະໝອງໃຫ້ມີປະສິດທິພາບ  ປຽບເໝືອນຄົນເດີນທາງໄກໄດ້ຢຸດພັກກໍ່ຍ່ອມເຮັດໃຫ້ເຫື່ອແຮງກັບມາ. ດັ່ງນັ້ນ, ການຝຶກສະມາທິຈິ່ງເປັນປັດໄຈໜຶ່ງ ທີ່ສຳຄັນຂອງຄົນເຮົາ ຊາວຕາເວັນຕົກສ່ວນຫຼາຍຂະເຈົ້າມັກໃຊ້ວິທີນີ້ ເພື່ອສະງັບສະຕິອາລົມເພາະມັນໄດ້ຜົນດີ ເຮັດໃຫ້ເກີດຄວາມຫວ່າງຈິດໃຈສະຫງົບ ແລະ ມີປະສິດທິພາບໃນການທຳງານໄດ້ດີ. ພວກເຮົາຊາວພຸດແທ້ໆຄວນຈະຫັນມາໃສ່ໃຈໃນເລື່ອງນີ້ ເພື່ອຈະບໍ່ໄດ້ອາຍໜ້າຊາວຕ່າງຊາດເຂົາ.

 

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 3, 2012 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

 

  1. ເຮັດໃຫ້ເສຍຊັບ (ເວລາເງີນເດືອນອອກມາກະໄປກີນເຫຼົ້າສາໝົດ ບໍ່ມີຫຍັງ ຫະຫະ)
  2. ເກີດການອາລະວາດຜິດຖຽງກັນ (ເວລາກີນເຫຼົ້ານີ້ກີນໄປກີນມາໝູ່ກັນດີໆຕີກັນກະມີອັນນີ້ກະຈັ່ງວ່າ ແຮ່ໆ)
  3. ເກີດໂລກໄພໄຂ້ເຈັບບຽດບຽນ (ກີນແຕ່ເຫຼົ້າເຂົ້າບໍ່ແດກ ຕົກກາງຄືນມາແດກບໍ່ເຂົ້າ = ກ່ຽວກັນຢູ່ຫວະ ຫະຫະ)
  4. ຖືກຕິເຕືອນ  (ອັນນີ້ແນ່ນອນຢູ່ແລ້ວໄປທ່ຽວຊອກກີນເຫຼົ້າມາເດິກໆດື່ນໆຮອດຕອນຄືນມາເມຍດ່າ ມຶງຢ່າໄປອີກເດີ້ ຮ່າໆ)
  5. ບໍ່ຮູ້ຈັກອາຍ (ອັ້ນນີ້ບໍ່ຖ້າເວົ້າເມົາມາລະເຮັດຫະ ປານວ່າມີແຕ່ເພີ່ນຄົນດຽວຄົນອື່ນເບີ່ງບໍ່ກ່ຽວ ຫະຫະ)
  6. ບັ່ນຮອນກຳລັງປັນຍາ (ອັນນີ້ເວລາເມົາແຮງໆຂື້ນມາລະຫາວ່າລູກເມຍເປັນສ່ຽວເພີ່ນ ຫະຫະ ຄວາມຈຳບໍ່ດີບໍ່ມີສະຕິ)

ຂ້ອຍອະທິບາຍແນວນີ້ພວກເຈົ້າກະວ່າຂ້ອຍເຕັມດີຢູ່ຫວາ  ຂ້ອຍຄືມາສັບສົນແທ້ຫວາໆໆໆໆ ຮ່າໆໆໆໆໆໆໆໆໆ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 9, 2012 | ມີ 17 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ພຣະສັມມາສັມພຸທທະເຈົ້າໄດ້ຕຣັສໄວ້ໃນວິຕັກສັນຖານສູຕຣ໌ ກ່ຽວກັບການຄວບຄຸມຄວາມຄິດ ມີຢູ່ 5 ຂໍ້ຄື :

  1. ໃຫ້ປ່ຽນຄວາມຄິດ.
  2. ໃຫ້ພິຈາລະນາໂທດຂອງຄວາມຄິດ.
  3. ໃຫ້ເຊົາຄິດ.
  4. ໃຫ້ຕຶກຕອງຫາເຜດຜົນວ່າເປັນຫຍັງຈິ່ງຄິດ ?.
  5. ໃຫ້ກັດຟັນໃຊ້ລີ້ນກົດດັນເພດານໃຫ້ແໝ້ນ.

ທັງໝົດນີ້ເປັນໄປເພື່ອການຄວບຄຸມຄວາມຄິດ ບໍ່ໃຫ້ເປັນໄປໃນທາງທີ່ຈະກໍ່ໃຫ້ເກີດໂທດ.

ຂຽນເມື່ອ ຂຽນເມື່ອ: ກ.ພ.. 2, 2012 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ຝ່າຍຍິງ:

I love you ຈິງໆບໍ່ກິ້ງກອກ

I no ຫຼອກໃຫ້ you ຝັນສະລາຍ

I love you ຈິງໆບໍ່ດີ້ນຕາຍ

ຄົງບໍ່ຄາຍຈາກໃຈ I love you.

ຝ່າຍຊາຍ:

ເຖິງມ້ວຍດີນສີ້ນຟ້າ Star ດັບ

The sun ຫຼັບຂອບຟ້າໝົດລາສີ

ແມ້ The moon ສີ້ນແສງແຫ່ງລາຕີ

But ຕົວ mee ຍັງ  love you ຢູ່ຜູ້ດຽວ.

ຫຼາຍເດືອນຜ່ານໄປຄືນໜຶ່ງຝ່າຍຊາຍຄິດຮອດຝ່າຍຍິງນອນບໍ່ຫຼັບເລີຍເປີດປ່ອງຢ້ຽມແລ້ວລຳພັນວ່າ :

ເປີດ Window ໂອ້ The moon ກະຈ່າງຟ້າ

See Star ລາຍລອບຂອບບຸຜັນ

I did not see you ມາຫຼາຍວັນ

ປ່ອຍໃຫ້ຂ້ອຍນັ້ນ Sleeping ຢູ່ຜູ້ດຽວ.

ພໍຕື່ນເຊົ້າມາຝ່າຍຊາຍຍັງບໍ່ຫາຍຈາກຄວາມຄິດຮອດຄິດເຖິງຝ່າຍຍິງກໍ່ເລີຍເຂົ້າໄປຫາຄູບາທີ່ວັດ ແລະຄູບາກໍ່ສອນວ່າ:

ສັບພະສິ່ງໃດໆໃນໂລກນີ້

ລ້ວນແຕ່ມີຄວາມຜັນປ່ຽນວຽນແປຜັນ

ມີສຸກມີທຸກຄຸກເຄົ້າກັນ

ຢ່າຢຶດໝັ້ນເພາະມັນອະນິດຈັງ.

ຄູບາເຫັນຝ່າຍຊາຍບໍ່ເຂົ້າໃຈຍັງງົງໆຢູ່ ຄູບາເລີຍເວົ້າຕໍ່ວ່າ:

ສັບພະລັນອັນສະລອນ On the ground

This is round ຕົວເຮົາຢ່າໄປຫຼົງ

Every thing ເປັນສິ່ງບໍ່ຢືນຢົງ

ມັນກໍ່ຄົງພັງພີນ In one day.

ຂຽນເມື່ອ ຂຽນເມື່ອ: ທ.ວ.. 7, 2011 | ມີ 29 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 1. ຢ້ານລູກມີເພດສຳພັນໃນໄວຮຽນຈະເຮັດແນວໃດ?

  • ບໍ່ຢາກໃຫ້ເກີດ ຕ້ອງເອົາປັນຍາໃສ່ໃນມືລູກ
  • ໃຫ້ເງິນລູກໜອ້ຍໆ ໃຫ້ຄວາມຮູ້ແກ່ລູກຫຼາຍໆ
  • ດ່າລູກໜອ້ຍໆ ໃຫ້ຄຳສອນລູກຫຼາຍໆ

2. ໄຫວ້ພຣະຂໍພອນອີ່ຫຍັງດີ?

  • (1) ຂໍຢ່າໃຫ້ໂລບຈົນບໍ່ມືນຫູມືນຕາ
  • (2) ຂໍຢ່າໃຫ້ໃຈຮ້າຍຈົນທຳຮ້າຍໂຕເອງ
  • (3) ຂໍຢ່າໃຫ້ຫຼົງຈົນບໍ່ຮູ້ດີຮູ້ຊົ່ວ
  • (4) ຂໍຢ່າໃຫ້ຕາຍໃນສົງຄາມລະຫວ່າງຄົນເຮົານຳກັນ

3. ອຸກໃຈກັບປັນຫາຫຼາຍຢ່າງຊິເຮັດຈັ່ງໃດດີ?

  • ປາທີ່ຍັງບໍ່ຕາຍຢູ່ ຍ່ອມຮູ້ທີ່ຈະລອຍຕ້ານນ້ຳ
  • ສ່ວນປາທີ່ຕາຍມັກໄຫຼໄປຕາມນ້ຳ
  • ປັນຫາເຮັດໃຫ້ຄົນທຳມະດາຍອມແພ້ ແຕ່ເຮັດໃຫ້ຄົນທີ່ມີປັນຍາລຸກຂື້ນມາແກ້ໄຂ

4. ຜິດກັບແຟນຈົນບໍ່ມີສະມາທິເຮັດວຽກຈະເຮັດແນວໃດດີ?

  • ວຽກສ່ວນວຽກ ແຟນສ່ວນແຟນ
  • ຮູ້ຈັກແບ່ງເວລາໃຫ້ວຽກ ຮູ້ຈັກແບ່ງເວລາໃຫ້ແຟນ
  • ຢ່າເສຍວຽກຍ້ອນແຟນ ຢ່າເສຍແຟນຍ້ອນວຽກ

5. ໃຈຮ້າຍ ຖືກໝູ່ເວົ້າຂວັນ

  • ໂບຮານເພີ່ນວ່າບໍ່ມີໃຜເຕະໝາທີ່ຕາຍແລ້ວ
  • ເຈົ້າຖືກເວົ້າຂວັນສະແດງວ່າເຈົ້າຍັງມີຄວາມໝາຍ
  • ເຈົ້າເປັນຄົນໂຊກດີ ຢູ່ດີໆກະມີແວ່ນແຍງວິເສດສະທ້ອນຄວາມຂີ້ຮ້າຍ ໃຫ້ເຫັນຈຸດບົກຜ່ອງຂອງໂຕເອງ

6. ຈັບໄດ້ວ່າແຟນມີກິກເຮັດຈັ່ງໃດດີ?

  • (1) ຖາມໂຕເອງວ່າເຮົາດີກັບເຂົາພໍຫຼືບໍ່
  • (2) ລະຫ່ວາງເຮົາກັບກິກ ມີຂໍ້ດີຂໍ້ເສຍຕ່າງກັນບ່ອນໃດ
  • (3) ຖາມແຟນວ່າຊິເລືອກໃຜກໍ່ໃຫ້ເລືອກໄວໆ ບໍ່ຮັກຂ້ອຍຢ່າເຮັດໃຫ້ຂ້ອຍຕ້ອງເສຍເວລາ

7. ຖືກເພື່ອນຮ່ວມງານຍາດຊິງເອົາໜ້າຈະເຮັດແນວໃດດີ?

  • ເຂົາຍາດຈາກເຮົາໄດ້ພຽງແຕ່ຜົນງານເທົ່ານັ້ນ ແຕ່ເຂົ້າບໍ່ສາມາດຍາດຄວາມຮູ້ແລະຄວາມສາມາດໄປຈາກເຮົາໄດ້

8. ວຽກຫຼາຍໂພດເຮັດແນວໃດດີ?

  • 1) ຮູ້ວ່າວຽກຫຼາຍຕ້ອງຟ້າວເຮັດ
  • (2) ຢ່າເກັບວຽກຂ້າມປີຂ້າມຊາດ
  • (3) ລຽງລຳດັບຄວາມສຳຄັນຂອງວຽກ ສຳຄັນກ່ອນໃຫ້ຟ້າວເຮັດ ສຳຄັນໜ້ອຍຄ່ອຍທະຍອຍເຮັດ

9. ເຮັດວຽກດີມີແຕ່ຄົນອິດສາຊິຮັບມືແນວໃດດີ?

  • ໂບຮານເພີ່ນວ່າ ໄມ້ໃຫຍ່ຍ່ອມຖືກຂວານຄົມຟັນລົ້ມ
  • ຄົນເດັ່ນຕ້ອງມີຄົນດ່າ ຄົນມີປັນຍາຈຶ່ງມີຄົນລອງດີ
  • ຄົນເຮັດວຽກດີຈຶ່ງມີຄົນອິດສາ ປະກົດການເຊັ່ນວ່ານີ້ ເປັນຂອງທຳມະດາ ເຮັດວຽກດີຈົນມີຄົນອິດສາ
  • ຍັງດີກ່ວາເຮັດວຽກບໍ່ດີ ທີ່ຖ້າອິດສາຫມູ່

10. ເຮັດວຽກເກືອບຕາຍ ເງິນບໍ່ພໍໃຊ້ເຮັດແນວໃດດີ?

  • (1) ຫາວຽກໃໝ່
  • (2) ລົດຄວາມຕ້ອງການໃຫ້ໜ້ອຍລົງ ຢູ່ກັບຄວາມຈິງໃຫ້ຫຼາຍຂຶ້ນ
  • (3) ບໍລິໂພກປັດໃຈສີ່ ໂດຍເບີ່ງປະໂຫຍດ ຢ່າເບີ່ງເພື່ອປະດັບ
  • (4) ເຮັດບັນຊີລາຍຮັບລາຍຈ່າຍ ຮັບຫຼາຍກ່ວາຈ່າຍຈຶ່ງຖືວ່າດີ ຈ່າຍຫຼາຍກ່ວາຮັບຖືວ່າບໍ່ດີ

11. ຖືກນາຍດ່າອາລົມບໍ່ດີ

  • ຄົນທີ່ດ່າຄົນອື່ນສະທ້ອນໃຫ້ເຫັນວ່າລະບົບພາຍໃນກຳລັງເສຍ
  • ຄົນອາລົມບໍ່ດີເພາະຖືກດ່າ ສະແດງວ່າອາລົມຂອງໂຕເອງກຳກັງເສຍໄປນຳ

12. ໄຖ່ຊີວິດງົວໄດ້ບຸນຫຼາຍບໍ່?

  • ຖ້າໄຖ່ແລ້ວງົວມີຊີວິດລອດ ເຈົ້າໄດ້ບຸນ ແຕ່ຫາກໄຖ່ໄປເພື່ອເຮັດໃຫ້ວັດຢູ່ລອດ ເຈົ້າໄດ້ບາບ
  • ແທນທີ່ຈະໄຖ່ງົວຄວາຍ ເຈົ້າຄວນໄຖ່ຖອນໂຕເອງໃຫ້ພົ້ນຈາກຄວາມໂລບ ໂກຼດ ຫລົງ ດີກ່ວາ

13. ແຟນຕິດໜັງເກົາຫຼີ ເບິ່ງໜົດຄືນບໍ່ຍອມນອນ

  • ຂໍໃຫ້ຄິດວ່າຢ່າງໜ້ອຍລາວຍັງນັ່ງເບິ່ງຢູໃນເຮືອນ ເຖິງລາວຈະຕິດໜັງເກົາຫຼີ ກະຍັງດີກ່ວາຕິດຜູ້ບ່າວທີ່ຢູ່ນອກເຮືອນ

14. ລູກຄ້າລຳລິລຳໄລເຮັດແນວໃດດີ

  • ມີລູກຄ້າລຳລິລຳໄລຍັງດີກ່ວາໝົດມື້ບໍ່ມີລູກຄ້າເຂົ້າມາ ລູກຄ້າລຳລິລຳໄລໄດ້ ແຕ່ເຈົ້າຕ້ອງເຮັດໃຫ້ເຂົາປະທັບໃຈຕະຫຼອດ

15. ໄປງານວັນເກີດຄວນໄດ້ອີຫຍັງ?

  • (1) ໄດ້ຖາມໂຕເອງວ່າເຮົາເກີດມາເພື່ອຫຍັງ
  • (2) ໄດ້ຖາມໂຕເອງວ່າເກີດມາຈາກໃຜ
  • (3) ໄດ້ຖາມໂຕເອງວ່າເຮົາກະຕອບແທນບຸນຄຸນຕໍ່ຜູ້ໃຫ້ກຳເນີດແລ້ວຫຼືຍັງ

16. ສູດມົນບົດໃດດີ?

  • (1) ສູດພຸດທະຄຸນເພື່ອເຕືອນວ່າ ຈົ່ງເປັນຜູ້ຕື່ນ
  • (2) ສູດທຳມະຄຸນເພື່ອເຕືອນວ່າ ຈົ່ງເວັ້ນສິ່ງທີ່ຄວນເວັ້ນ ຈົ່ງເຮັດສິ່ງທີ່ຄວນເຮັດ
  • (3) ສູດສັງຂະຄຸນເພື່ອເຕືອນວ່າ ພຣະອະຣະຫັນທີ່ແທ້ ຄືພໍ່ກັບແມ່ທີ່ຢູ່ໃນເຮືອນຂອງເຮົານັ້ນເອງ

17. ຜົວບໍ່ສົນໃຈທັມມະເລີຍເຮັດແນວໃດດີ?

  • (1) ເຮົາຄວນມີທັມມະໃຫ້ເຂົາເບິ່ງ
  • (2) ເຮົາຄວນຢູ່ໃຫ້ເຂົາເຫັນ
  • (3) ເຮົາຄວນສະຫງົບເຢັນໃຫ້ເຂົາໄດ້ສຳຜັດ ເພາະ ໜຶ່ງການກະທຳສຳຄັນກ່ວາພັນຄຳເວົ້າ

18. ມີຄົນຂັບລົດຕັດໜ້າ ໃຈຮ້າຍແຮງ ເຮັດແນວໃດດີ?

  • (1) ບອກໂຕເອງສະເໝີວ່າ ໃຈຮ້າຍຄືໂງ ໂມໂຫຄືບ້າ ດ່າຄືມານ ທໍຣະມານຄືບາບ
  • (2) ປ່ຽນການດ່າເປັນການແຜ່ເມດຕາໃຫ້ເຂົາເຖິງຈຸດໝາຍໂດຍປອດໄພ
  • (3) ເຕືອນໂຕເອງໄວ້ວ່າ ຢ່າຂັບລົດຕັດໜ້າຄົນ ເພາະອາດມີອັນຕະລາຍຮອບດ້ານ

19. ຢູ່ໃນກຸ່ມພວກມັກເວົ້າຂວັນຊິຕີໂຕອອກຫ່າງດີບໍ່?

  • ທ່ານພຸດທະທາດກ່າວວ່າ ຄົນມັກເວົ້າຂວັນແມ່ນຄົນທີ່ມັກກິນຂອງເນົ່າ ຖ້າເຮົາຮ່ວມກຸ່ມໄປກັບເຂົາ ສະແດງວ່າເຮົາເອງກະມັກກິນຂອງເນົ່າຄືກັນ

20. ເປັນຫຍັງຕ້ອງພົບພໍ້ກັບສິ່ງທີ່ບໍ່ມັກຕະຫຼອດແທ້?

  • ຜູ້ຮູ້ບອກວ່າ ສິນລະປິນຢ່າດູມິ່ນສິນລະປະ ກອງຂີ້ເຫຍື້ອເບິ່ງດີໆຍັງມີສິລ. ດັ່ງນັ້ນສິ່ງໃດທີ່ເຈົ້າບໍ່ມັກ ຍ່ອມມີແງ່ມຸມທີ່ເຈົ້າມັກຢ່າງແນ່ນອນ ເບິ່ງຢ່າງລະອຽດຈະເຫັນວ່າ ໃນດີມີເສຍ ໃນເສຍມີດີ

โดย :  ว. วชีรเมธี.