ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 30, 2012 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ
  •     ຫຼັກການທີ່ຈະນຳໄປສູ່ຄວາມສຳເລັດຢູ່ໃນພຸດທະສາສນາຂອງເຮົາມີຢູ່ສີ່ຂໍ້ດ້ວຍກັນນັ້ນກໍ່ຄື:

- ສັນທະ ໝາຍເຖິງ ຄວາມພໍອົກພໍໃຈ ຮັກໄຄ່ໃນໜ້າທີ່ວຽກງານ.

- ວິຣິຍະ ໝາຍເຖິງ ຄວາມພາກພຽນ ພະຍາຍາມໃນໜ້າທີ່ການງານ.

- ຈິຕຕະ ໝາຍເຖິງ ຄວາມເອົາໃຈໃສ່ໃນໜ້າທີ່ການງານ.

- ວິມັງສາ ໝາຍເຖິງ ຄວາມຄິດຕຶກຕອງ ພິຈາລະນາຫາເຫດຜົນໃນໜ້າທີ່ການງານ.

.............................................................................................................

  •     ສັນທະ ມີຈິດໃຈມາດມຸ້ງ............... ປະສົງຕໍ່ການງານ

ປະສານກາຍໃຈຈິດ................................ ພິຊິດຄວາມງົງຊ້າ

ຂັນອາສາຊູຊວ້ານ................................. ໂຊມງານທຸກຢ່າງ

ປະກອບສ່ວນຊ່ວຍສ້າງ.......................... ໃຫ້ງານມຸ້ງສູ່ທີ່ໝາຍ.

  •     ວິຣິຍະ ເພີ່ນກ່າວໄວ້.................... ວ່າໃຫ້ພາກພຽນຂະຫຍັນ

ຝ່າຟັນອຸປະສັກ.................................... ພິທັກງານໃຫ້ເດີນກ້າວ

ມີຈິດໃຈຫັນຫ້າວ................................... ໂຮມແຮງຮັກວຽກ

ພຽບພ້ອມທຸກເມື່ອມື້.............................. ຢືນສູ້ບໍ່ຖອຍ.

  •     ຈິຕຕະ ຈິດຄິດຄົ້ນ...................... ຄຳນຶງເຫດກັບຜົນ

ວຽກງານຕົນບໍ່ເມີນເສີຍ.......................... ລ່ວງເລີຍເກີນແກ້

ງານໃດສຳຄັນແທ້................................. ອັນດັບຮຽງໄວ້ທີ່ໜຶ່ງ

ເຖິງສິໜັກຍາກຫຍຸ້ງ.............................. ພະຍຸງກ້າວກ່ອນອື່ນໃດ ຊອບແລ້ວ !

  •     ວິມັງສາ ວິໄຈຈົນແຈບແຈ້ງ............ ຜົນແຫ່ງການງານ

ຜ່ານຂະບວນຕົວຈິງ.............................. ຈິ່ງຖອດຖອນມານຳໃຊ້

ງານໃດຍັງຄົງຄ້າງ................................ ຫາແນວທາງປັບປ່ຽນ

ຮຽນຮູ້ເຮັດພ່ຳພ້ອມ.............................. ເພື່ອພູນເພີ່ມຄ່າງານ.

  •     ໃຜຜູ້ເຮັດດັ່ງເວົ້າ....................... ຊິສົມຊື່ຄົນງານຈິງ

ຫາກພຽງຂານວາຈາ............................. ວ່າຮັກງານເອົາແທ້

ແຕ່ບໍ່ແລງານນັ້ນ.................................. ບໍ່ສົມກັນກັບຕົນກ່າວ

ຂາດສັຈຈະທັມສີ່ຂໍ້............................... ງານເຈົ້າບໍ່ດຸ່ງເດີນ ແທ້ໄດ໋ !

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 30, 2012 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ
  •     ຊີວິດເໝືອນດັ່ງວັງແມ່ນ້ຳ ............. ນະທີໃຫຍ່ວາລີໃສ

ໄຫຼຈາກຈອມພູຜາ................................. ປ່າພະນອມແນວໄມ້

ພັດຜ່ານເຫວດອນແກ້ງ........................... ທຳທານຫ້ວຍໃຫຍ່

ລົງສູ່ພາຍພາກພື້ນ................................. ສະໝຸດກວ້າງລ່ວງສະແສ.

  •     ຊີວິດຄົນກໍ່ປຸນປານປຽບໄດ້............. ທຽມທຽບທະເລຫຼວງ

ມີສາຂາລຳທານ.................................... ລ່ອງໄຫຼໂຮມເຕົ້າ

ຈິ່ງໄດ້ໂຮມກັນເຂົ້າ.................................. ເປັນວັງເວີນກວ້າງໃຫຍ່

ໃຫ້ປະຊາຮ່ວມໃຊ້................................... ສົງລ້າງອາບສະບາຍ.

  •     ຊີວິດຄົນຈະມີຄ່າໄດ້..................... ສະເໝີດັ່ງທາລາບໍ່ນໍ ?

ຫາກບໍ່ພັດທະນາຕົນ............................... ສູ້ທົນງານໄດ້

ໃຈເຂັ້ມແຂງອາສາສູ້................................ ບຸກບືນຍາມຍາກ

ແສນລ້ຳບາກອ່ອນລ້າ.............................. ເດີນໜ້າບໍ່ຖອຍ.

  •     ວຽກງານໃຫຍ່ແລະນ້ອຍ................ ບໍ່ເຄີຍລ່ອຍລະອາໃຈ

ແນວໃດດີເຝິກຝົນ................................... ຮ່ຳຮຽນເອົາຈົນໄດ້

ຍາມເມື່ອມານຳໃຊ້.................................. ວິຊາການທຸກຢ່າງ

ປະກອບສ່ວນກໍ່ສ້າງ................................ ພຽງພ້ອມເພື່ອນສະຫາຍ.

  •     ໃຜຜູ້ເຮັດດັ່ງນີ້ໄດ້......................... ຊິເສີມຄ່າຂອງຊີວິດ ເຮົາໄດ໋ !

ເຮັດໃຫ້ເຖິງຫຼັກໄຊ.................................. ທີ່ຕົນວາງໄວ້

ທັງຈະເປັນບັນໄດໃຫ້............................... ອະນຸຊົນທຽວໄຕ່

ໄຝ່ສຶກສາຮ່ຳຮູ້....................................... ດູໄວ້ດັ່ງແວ່ນໃຈ.

  •     ດັ່ງນັ້ນ ຈິງຈະປຸນປຽບໄດ້............... ແມ່ນ້ຳໃຫຍ່ສົມຈິງ

ແຕ່ຕ້ອງລົງມືທຳ.................................... ຈິ່ງຈະສົມມະໂນເຈົ້າ

ມີແຕ່ວາຈາເວົ້າ...................................... ຊິເອົາຫຍັງມາອ້າງເອກ

ຫຼື ຈະເສກແຕ່ງປັ້ນ................................. ປະສິດໄດ້ດັ່ງໃຈ ຊັ້ນບໍ ?.

  •     ຢາກໃຫ້ຊີວິດມີຄ່າລ້ຳ................... ຕ້ອງຮີບເລັ່ງເສີມຂະຫຍາຍ

ສ້າງຜົນງານປະຈັກຕາ............................ ສູ່ປະຊາຊາວເຊື້ອ

ຢ່າມີໃຈຊຳເຮື້ອ...................................... ແນວນາມມັກງ່າຍ

ພາຍລຸນມາຊິອ່າວໂອ້.............................. ຄະນິງເບື້ອງບ່ອນຫຼັງ ແທ້ໄດ໋ !

ຂຽນເມື່ອ ຂຽນເມື່ອ: ກ.ພ.. 11, 2012 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ
  •    ຈິດໃຈມີຫຼັກໝັ້ນ ...............................ແຂງແກ່ນທົນທານ

ອຸປະສັກທຸກປະການ.....................................ບໍ່ຫວັ່ນເກງກົວຢ້ານ

ໃຈ-ກາຍປະສານເຂົ້າ......................................ລວມກັນເປັນໜຶ່ງ

ຊີວິດຈິ່ງດຸ່ງດັ້ນ..............................................ເຖິງບັ້ນບ່ອນຫວັງ

  •    ຍາມເມື່ອຍັງໝຸ່ມແໜ້ນ........................ຈິດຜ່ອງກາຍພອງ

ສະໝອງຍັງເສາະໃສ......................................ເຮື່ອແຮງແຂງຫ້າວ

ອານາຄົດຍັງໄກກ້າວ......................................ທາງຍາວຍາກຍິ່ງ

ຍັງມີສິ່ງຍາກຫຍຸ້ງ..........................................ຄອຍຕ້ານລັດທາງ

  •    ອຸປະສັກຢຸດຖ້າ...................................ທຸກຮ່ອງທາງທຽວ

ຄົນເດັດດ່ຽວທົນທານ....................................ຍ່າງເດີນເຂົ້າໃກ້

ຫົວໃຈ-ກາຍແຂງເຂັ້ມ......................................ສະຕິເຕີມວາດທ່າ

ສອງຂາສອງແຂ່ງຈັ້ງ.......................................ປັນຍາຕັ້ງສຽບຊອນ

  •    ສຸກຢູ່ເມືອງເພີ່ນນັ້ນ...............................ບໍ່ທໍ່ທຸກຢູ່ເມືອງເຮົາ

ແຕ່ຕ້ອງຈຳໃຈອົດ...........................................ເພື່ອໃຫ້ສົມໃຈຕັ້ງ

ເພື່ອສ້າງຝັນໃນວັນນີ້......................................ໃຫ້ເປັນຈິງໃນວັນໃໝ່

ສຸກຫຼືທຸກນັ້ນ..................................................ບໍ່ເຄີຍຢ້ານຫວັ່ນໄຫວ

  •    ເໝືອນດັ່ງຟອງແມ່ນ້ຳ...........................ສະໝຸດໃຫຍ່ຄົງຄາ

ບໍ່ເກງກົວພະຍຸ................................................ທັ່ງແທງແປວຄື້ນ

ຊີວິດກໍ່ຄືນ້ຳ.....................................................ມະຫາສະໝຸດໃຫຍ່

ທີ່ໄຫຼໄປເລື້ອຍໆ.............................................ບໍ່ມີຢ້ານຫວັ່ນລົມ.

 

  •  ຂໍມອບແດ່ເພື່ອນໆທຸກຄົນທີ່ກຳລັງເຈີກັບບັນຫາຂໍຈັ່ງລຸກຂື້ນມາຕໍ່ສູ້ຢ່າຍອມແພ້ ຄົນທີ່ບໍ່ສູ້ນັ້ນເພີ່ນປຽບເໝືອກັບຄົນທີ່ຕາຍໄປແລ້ວ

ບໍ່ມີສິງໃດດອກທ່ານທີ່ເຮົາຈະເຮັດບໍ່ໄດ້ນອກຈາກວ່າເຮົາບໍ່ເຮັດເທົ່ານັ້ນແຫຼະຂພຈບໍ່ເຄີຍຄິດວ່າບັນຫາເປັນອຸປະສັກເພາະບັນຫານັ້ນແຫຼະເຮັດໃຫ້

ຂພຈເຂັ້ມແຂງຢືນຢູ່ໄດ້ທຸກວັນນີ້ກະເພາະບັນຫາ ຖ້າບໍ່ມີ​ບັນຫາ​ຂພຈກໍ່ຄົງ​ຈະ​ບໍ່ຮູ້​ຄຳ​ວ່າ " ​ຜົນສຳ​ເລັດ ". ເອົ໋າໆ....​ເວົ້າ​ໄປຫຼາຍມັນ​

ສິຍາວອ່ານ​ກອນ​ຕາມ​ສະບາຍ​ເດີ......ຂອບ​ໃຈ​ທ່ານ​ທີ່ເຂົ້າ​ມາອ່ານ...ກອນນີ້ເຄີຍເອົາມາລົງແລ້ວເທື່ອໜຶ່ງແຕ່ລຶບອອກກະເລີຍຂໍເກັບ

ມາລົງອີກຄັ້ງເພາະຄິດວ່າຍັງມີຫຼາຍຄົນທີ່ຍັງບໍ່ໄດ້ອ່ານ....ບາງທີກະພໍສິມີປະໂຫຍດຝາກໄວ້ກ່ອນຈະຈາກລາໄປ...ແລະກະບໍ່ຮູ້ວ່າເມື່ອ

ໃດສິໄດ້ເຂົ້າມາ...... ຂພຈຂໍລາເພື່ອນໆໄປພ້ອມກັບກອນບົດນີ້ເດີ້...ໂຊກດີ....ມີໂອກາດລະເຈີກັນໃໝ່.... ຂໍຄວາມສະຫວັດດີໂຊກດີຈົ່ງ

ມີແກ່ທຸກໆຄົນ...... ໄປລະ.... ສະເວັບ.........

ຂຽນເມື່ອ ຂຽນເມື່ອ: ກ.ພ.. 6, 2012 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ
  • ແນມເຫັນດາວລະດາດຟ້າ                     ນະພາພາກພາຍບົນ

ເບີກບານຮຽງແສງຈັນ                                   ຮຸ່ງໃສລະໄມແຍ້ມ

ອ້າຍແຫງນແນມຫານ້ອງ                                ໃນຈັນທີ່ໃສສ່ອງ

ຫວັງພົບໜ້ານາດນ້ອງ                                   ປະສານຈ້ອງສ່ອງຢູ່ຈັນ.

  • ຄິດເຖິງຄັ້ງກ່ອນນັ້ນ                            ເມື່ອເຮົາຮ່ວມຮຽງສອງ

ປະຈັກສານສາຍຕາ                                       ຄູ່ກັນໝາຍໝັ້ນ

ໃຕ້ແສງຈັນສັນຍາກ້ຽວ                                   ຮັກດຽວບໍ່ໝາຍຫ່າງ

ເໝືອນດັ່ງດາວບໍ່ຮ້າງ                                     ຮຽງຂ້າງຄູ່ຈັນ.

  • ບັດນີ້​ ! ແສນສິຫວານຊາບຊຶ້ງ                 ກັບຂົມຂື່ນປານເຂົາຮໍ

ຂົມພໍໆກັບຄິນິນ                                          ຫຼັ່ງນ້ຳຕາລີນຍ້ອຍ

ຍ້ອນນ້ອງພອຍໄກອ້າຍ                                  ໜີໄປບໍ່ໂຄ້ງຕ່າວ

ລືມຄືນຈັນຄູ່ດາວ                                           ລືມສັນຍາທີ່ກ່າວໄວ້  ໄລອ້າຍບໍ່ສັ່ງລາ.

  • ຍີນຂ່າວວ່ານ້ອງຫຼ້າ                              ມີໃໝ່ໃຈສອງ

ປອງເສດຖີຄົນລວຍ                                         ປ່ວຍໃຈເມື່ອຊາຍຮູ້

ບໍ່ອິດູຕົນອ້າຍ                                               ຜູ້ໝາຍດອມເນື້ອອຸ່ນໆ

ຫຼື ບຸນຊາຍບໍ່ພ້ອມ                                          ແສນສິຍົກເຢັ່ງຢື້ ມືຄ້ວາໄຂ່ວບໍ່ເຖິງ   ບໍ່ນໍ !

  • ຍິ່ງຄິດຍິ່ງເວີ່ງວ້າງ                                 ເວຫວ່າງໃນຫົວໃຈ

ເໝືອນດັ່ງໄຟລາມເຜົາ                                      ເໜົ່າໃນມະໂນອ້າຍ

ໝາຍຢາກບຸລົງພື້ນ                                          ຜືນດີນໂລກລຸ່ມ

ລາງເທື່ອຫາຍເລື່ອງຮ້ອນ                                  ຮົມໄໝ້ກະໜ່ຳໃຈ.

  • ຂໍວິ່ງວອນເທບໄທ້                                ອົງເອກອີນທາ

ເນົາຢູ່ໃນເມືອງແມນ                                         ເຂດແດນສະຫວັນຟ້າ

ສະເດັດດົນໃຈໃຫ້                                            ນວນນາງຜູ້ໄກຖີ່ນ

ກັບສູ່ດີນແຫ່ງຫ້ອງ                                          ເຮືອນຢ້າວຖີ່ນສະຖານ   ແດ່ທ້ອນ !

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 2, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຄົນເຮົາຢູ່ຮ່ວມໂລກ                                                 ກ້ວາງໃຫຍ່ໄພສານ

ການດຳລົງຊີວິດ                                                      ແຕກຕ່າງກັນໄປເລີ້ອຍ

ບາງຄົນລວຍຫຼາຍລົ້ນ                                              ບາງຄົນຈົນເຫຼືອທີ່

ທຸກບໍ່ມີບ່ອນເວົ້າ                                                      ເຂົານັ້ນກໍ່ແມ່ນຄົນ

 

ເຖີງຈະຈົນເຄື່ອງໃຊ້                                                   ວັດຖຸຄ່າເງີນຄຳ

ແຕ່ນ້ຳໃຈຄົນຈົນ                                                        ຜ່ອງໃສຄືແກ້ວ

ແສງແວວວາວໃສເຫຼືອມ                                          ບໍລິສຸດທຸກຢ່າງ

ນາງຄົນງາມຢ່າໝີ່ນເວົ້າ                                            ວ່າຄົນໄຮ້ສີ້ນຄ່າຄົນ

 

ຕົ້ນໄມ້ລົ້ນຂ້າມໄດ້                                                     ແຕ່ຄົນຢືນຢ່າມາຢ່ຳ

ຢ່າລວນລາມຫົວໃຈ                                                   ກຽດຊັງເປັນຄົນໄຮ້

ຫົວໃຈຍັງບໍ່ຢຸດເຕັ້ນ                                                   ລົມຫາຍໃຈຍັງມີຢູ່

ເລືອດເນື້ອມີເຊັ່ນເຈົ້າ                                                  ຂໍເຊົາເວົ້າຢ່າກ່າວເລີຍ

 

ຄົນຈົນທຸກຄົນນັ້ນ                                                      ໃຫ້ຄິດວ່າເປັນຄົນ

ມີຊີວິດສັງຂານ                                                           ຮ່າງກາຍຄືເຈົ້າ

ເຂົາກໍ່ກີນທັງເຂົ້າ                                                        ຢ່າກ່າວກາຍດູໝີ່ນ

ຄຳນີນທາຈາກເຈົ້າ                                                      ຂໍເຊົາເວົ້າຢ່າກ່າວເລີຍ

 

ທັງຄົນມີຫຼືທຸກນັ້ນ                                                       ສິດທິເທົ່າທຽມກັນ

ຢ່າແບ່ງປັນສັກສີ                                                         ຍົດຖາຊົນຊັ້ນ

ຄົນຄືກັນຢ່າຮ່າມເວົ້າ                                                    ດູຖູກກັນຢຽດຢ່ຳ

ເຖິງຕົວດຳໜ້າກ່ຳຮ້າຍ                                                  ເໜືອ - ໃຕ້ກໍ່ແມ່ນຄົນ

                                                        

ເຖິງບໍ່ມີທຸກຢ່າງພ້ອມ                                                    ສູ້ຢູ່ບໍ່ເຄີຍຖອຍ

ບໍ່ລໍຄອຍເດືອນດາວ                                                     ກ່າວສູງພຽງຟ້າ

ຄົນຈົນບໍ່ເຄີຍເວົ້າ                                                          ໃຫ້ສັງຄົມຂົມຂື່ນ

ມີຫົວໃຈໃຫຍ່ກວ້າງ                                                       ໃສເຫຼື້ອດັ່ງຄຳ.

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 2, 2011 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຮັກເຮົາຂາດສະບັ້ນ                                                 ເພາະຊາຍອື່ນເຂົາມາແຊງ

ຍ້ອນເຂົາເປັນຄົນມີ                                                   ນ້ອງຈິ່ງໄລລືມອ້າຍ

ຄົນທີ່ໝາຍປອງໄວ້                                                   ຕ້ອງນ້ຳຕາເຊັດເຂົ່າ

ເພາະເຈົ້າບໍ່ຮັກແທ້                                                    ແປປີ້ນປ່ຽນແປງ   

 

ຄົນຜິດຫວັງຕ້ອງນັ່ງເສົ້າ                                            ນ້ຳຕາຫຼັ່ງໄຫຼລີນ

ເພາະຖືກຄົນຫຼາຍໃຈ                                                  ຫຼອກລວງໃຫ້ເຈັບຊ້ຳ

ສ້າງບາດແຜໃຫ້ເປັນແປ້ວ                                         ກາງຫົວໃຈໃຫ້ເປັນດ່າງ

ແລ້ວປ່ອຍປະໃຫ້ຊ້ຳ                                                  ຈົນອ້າຍຫຼັ່ງນ້ຳຕາ

 

ຖ້າຫາກມີຊາດໜ້າ                                                      ຂໍຢ່າໄດ້ພົບເຫັນ

ກັບຜູ້ຍິງມາຍາ                                                            ຫຼວກລວງແປປີ້ນ

ຂໍຮັກຍິງທີ່ຮັກໝັ້ນ                                                       ຈິດໃຈງາມຂາວຜ່ອງ

ຄົນໜ້າພຣະໃຈມານຄືຈັ່ງນ້ອງ                                      ຂໍຢ່າໄດ້ພົບເຫັນ

 

ອ້າຍຂໍອວຍພອນໃຫ້ເຈົ້າ                                              ສຸກສົມຫວັງກັບແຟນໃໝ່

ໃຫ້ຮັກກັນຍືນຍາວ                                                        ຊົ່ວນິຣັນຢ່າມີຮ້າງ

ຄົນທີ່ເຄີຍເຈັບຊ້ຳ                                                           ໃຫ້ລືມສາຢ່າໄດ້ຫ່ວງ

ເພາະຖືກລວງຫຼອກແລ້ວ                                                ຕາຍໜ້າຊ່າງມັນ.

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 2, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ
ສອງເຮົາຮັກກັນໄດ້                       ພຽງແຕ່ສອງເດືອນປາຍ
ຮັກກັບກາຍເປັນຊັງ                      ດັ່ງຄຳບູຮານເວົ້າ
ຮັກເຮົາຖືກເພມ້າງ                        ເພາະນາງໃຈບໍ່ຊື່
ຮັກອ້າຍຄືທ່ອນໄມ້                       ຖືກບັ່ນຜ່າກາງ
 
ອ້າຍຈິ່ງຍອມຫຼີກເວັ້ນ                    ຈາກເສັ້ນທາງທີ່ເຄີຍໄຕ່
ໃຫ້ນາງມີທາງໄປ                          ໄຕ່ຕາມກັບຊາຍຊູ້
ຈະບໍ່ຂໍເປັນກ້າງ                            ຂວາງທາງຄົນອື່ນ
ຈະຂົມຂື່ນຫຼືເຈັບຊ້ຳ                       ກໍ່ທົນໄດ້ລູກຜູ້ຊາຍ
 
ຕັດສີນໃຈໃຫ້ໝົດສີ້ນ                    ຈາກຄົນທີ່ຄິດຄົດ
ເຄີຍຄິດທໍລະຍົດ                          ຕໍ່ຮັກເຮົາມາແລ້ວ
ຈະຮັກຄົນທີ່ຮັກແທ້                      ບໍ່ແປໄປແນວອື່ນ
ຈະຮັກດຽວກັບຄົນທີ່ຮັກແທ້          ມອບໃຈໃຫ້ແກ່ເຮົາ.