ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 3, 2012 | ມີ 17 ຄຳເຫັນ ແລະ 0 trackback(s)

ມີກວາງຕາບອດໂຕໜຶ່ງກີນຫຍ້າຢູ່ແຄມທະເລ ມັນຄິດໃຈໃນວ່າທີ່ນີ້ແຫຼະເປັນທີ່ປອດໄພທີ່ສຸດຂອງມັນ

ເມື່ອມັນຄິດເຊັ່ນນັ້ນມັນຈິ່ງຫັນຕາຂ້າງທີ່ບອດຂອງມັນໄປທາງທະເລ ແລະຫັນຕາທີ່ດີໄປທາງຝັ່ງພື້ນ

ດີນ. ໂດຍມັນຄິດວ່າຖ້າມີນາຍພານຫຼືໝາຈອກມາມັນຈະໄດ້ເຫັນແລະແລ່ນໜີທັນ.

ສ່ວນທາງທະເລມັນພັດຄິດວ່າ ບໍ່ມີຫຍັງທີ່ເປັນອັນຕະລາຍຕໍ່ມັນ ແລະມັນກໍ່ກົ້ມລົງກັດກີນຫຍ້າອ່ອນ

ຢ່າງມ່ວນມັນ. ໃນທັນໃດນັ້ນກໍ່ມີຊາວເຮືອແລ່ນເຮືອເຂົ້າມາເຫັນກວາງໂຕນີ້ພໍດີ ພວກເຂົາຈິ່ງເລັງປືນ

ແລະຍິງກວາງໂຕນີ້ທັນທີ. ກ່ອນກວາງໂຕນີ້ຈະຂາດໃຈຕາຍ ມັນໄດ້ສັ່ງຄວາມຂພຈມາບອກພວກ

ທ່ານວ່າ: ທ່ານທັງຫຼາຍເອີຍ.... ພວກທ່ານຢ່າໄດ້ມີຄວາມປະໝາດເຖີດ ! ທຸກບັນຫາໃຫຍ່ມັກຈະມາ

ຈາກທິດທີ່ເຮົາຄາດບໍ່ເຖິງສະເໜີ... ຫາກພວກທ່ານບໍ່ເຊື່ອຟັງຫຼືຍັງມີຄວາມປະໝາດຢູ່.

ພວກທ່ານກໍ່ຈະຕາຍເໝືອນກັບຂພຈ....     (*_*)     .....

ຂຽນເມື່ອ ຂຽນເມື່ອ: ມ.ກ.. 21, 2012 | ມີ 14 ຄຳເຫັນ ແລະ 0 trackback(s)

ມີກວາງໂຕໜຶ່ງນອນປ່ວຍຢູ່ແຄມທົ່ງຫຍ້າກວ້າງ ພວກເພື່ອນໆຂອງມັນຫຼາຍໂຕ ໄດ້ແວະມາຖາມເລື່ອງສຸຂະພາບຂອງມັນເປັນປະຈຳ ແຕ່ທຸກຄັ້ງທີ່ເພື່ອນໆຂອງມັນມາຢາມ ກໍ່ພາກັນກີນອາຫານທີ່ກວາງປ່ວຍໂຕນີ້ສຳຮອງເກັບໄວ້ ຕອນທີ່ມັນບໍ່ສາມາດໄປຫາອາຫານໄດ້ ໃນທີ່ສຸດກວາງປ່ວຍໂຕນີ້ກໍ່ຕາຍລົງ ແຕ່ບໍ່ແມ່ນມັນຕາຍເພາະອາຫານປ່ວຍຂອງມັນ ແຕ່ມັນຕາຍເພາະມັນບໍ່ມີອາຫານຈະກີນ.