ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 4, 2010 | ມີ 17 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວິທະຍາສາດ

ໃນຍຸກໂລກາພິວັດທີ່ທຸກໆ ຢ່າງພັດທະນາໄປຢ່າງກ້າວກະໂດດນັ້ນ ອິນເຕີເນັດໄດ້ເຂົ້າມາມີບົດບາດສຳຄັນໃນຊີວິດປະຈຳວັນ ໂດຍສະເພາະຢ່າງຍິ່ງແມ່ນໃນກຸ່ມໄວລຸ້ນ ແລະຫຼ້າສຸດນີ້ມີລາຍງານຈາກການວິໄຈຂອງມະຫາວິທະຍາໄລແຫ່ງນຶ່ງໃນປະເທດອັງກິດ ເຊິ່ງລະບຸວ່າ ມີຄວາມກ່ຽວເນື່ອງກັນລະຫວ່າງການໃຂ້ອິນເຕີເນັດຢ່າງໜັກ ແລະໂລກຊຶ້ມເສົ້າ.

Internet

ງານວິໄຈນີ້ໄດ້ສຶກສາກຸ່ມໂຕຢ່າງຂອງຄົນຈຳນວນ 1,319 ຄົນທີ່ມີອາຍຸຕັ້ງແຕ່ 16 ຫາ 51 ປີ ພົບວ່າ ໂອກາດທີ່ຄົນຈຳນວນທີ່ຈະເປັນໂລກຊຶມເສົ້ານັ້ນ ມີຄວາມກ່ຽວຂ້ອງກັບການໃຊ້ງານອິນເຕີເນັດທີ່ຫຼາຍເກີນໄປ; ໂດຍໃນກຸ່ມຜູ່ໃຊ້ທີ່ຢູ່ໃນຂັ້ນ “ເສບຕິດອິນເຕີເນັດ” ນັ້ນສະແດງລະດັບການເປັນໂລກຊຶມເສົ້າສູງກວ່າຢ່າງເຫັນໄດ້ຊັດ.

ຢ່າງໃດກໍຕາມລາຍງານສະບັບນີ້ບໍ່ໄດ້ລະບຸວ່າ ອິນເຕີເນັດກໍ່ໃຫ້ເກີດໂລກຊຶມເສົ້າ ຫຼືວ່າກຸ່ມຜູ່ເປັນໂລກຊຶມເສົ້າຢູ່ກ່ອນແລ້ວນັ້ນ ເຂົ້າໄປໃຊ້ອິນເຕີເນັດເປັນທີ່ເພິ່ງ.

ບົດຄວາມຈາກ JuSci.net, ຂຽນໂດຍ LewCPE, ພາບຈາກ Flickr, ແປແລະຮຽບຮຽງໂດຍ au8ust

ຂຽນເມື່ອ ຂຽນເມື່ອ: ກ.ລ.. 27, 2009 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວິທະຍາສາດ

Crop Circle ເປັນຄຳອະທິບາຍເຖິງຮູບແບບຂອງພືດທີ່ລົ້ມລົງ ເຊິ່ງມີຕັ້ງແຕ່ຕົ້ນເຂົ້າສາລີ ເຂົ້າບາເລ່ ແລະຖົ່ວເຫຼືອງ. Crop Circle ທີ່ວ່ານີ້ມີການຄົ້ນພົບໃນຫຼາຍແຫ່ງທົ່ວໂລກ.

 Crop Circle

ຄືນນຶ່ງໃນປີ 1972 ທີ່ປະເທດ ອັງກິດ Arthur Shuttlewood ກັບ Bryce Bond ສອດແນມຢູ່ບໍລິເວນໃກ້ກັບພູເຂົາ Star Hill ໃກ້ເມືອງ Warminster ເພື່ອເຝົ້າເບິ່ງປາກົດການແສງປະຫຼາດ ເຊິ່ງເກີດຂຶ້ນໃນແຖບນັ້ນມາດົນເກືອບທົດສະວັດ ເຊື່ອກັນວ່າມັນຄື UFO. ໃນຄືນນັ້ນເອງທີ່ທັງສອງຕ້ອງປະສົບກັບຄວາມຜິດຫວັງເມື່ອບໍ່ພົບແສງປະຫຼາດໃດ ໆ ເລີຍ ຫາກແຕ່ວ່າໄດ້ຮັບການຊົດເຊີຍດ້ວຍຮ່ອງຮອຍບາງຢ່າງທີ່ອາດກ່ຽວຂ້ອງກັນ ນັ້ນຄື ພືດທີ່ລົ້ມເປັນວົງກົມ ເຊິ່ງພາຍຫຼັງເອີ້ນວ່າ “Crop Circles”

ສີ່ປີຕໍ່ໃນເດືອນກັນຍາປີ 1976, Edwin Fuhr ຊາວນາຈາກ Langenburg (ເມືອງແຫ່ງນຶ່ງໃນປະເທດເຢຍລະມັນ) ອ້າງວ່າໄດ້ພົບເຫັນຮູບຍານທີ່ມັກລັກສະນະເປັນຮູບວົງມົນບິນຢູ່ເໜືອທົ່ງນາ. ຫຼັງຈາກທີ່ຍານເຫຼົ່ານີ້ໄປແລ້ວ ລາວກໍພົບ Crop Circle ຫຼາຍແຫ່ງໃນບໍລິເວນນັ້ນ ນີ້ຄືເລື່ອງລາວເລີ່ມຕົ້ນຂອງປາກົດການພືດທີ່ລົ້ມເປັນວົງກົມໃນປະເທດອັງກິດ. ຜູ່ຄົນຈຳນວນຫຼາຍເຊື່ອກັນວ່າ ເປັນນຶ່ງໃນປິດສະໜີເລິກລັບຂອງໂລກຢູ່ໃນທຸກມື້ນີ້.

ປາກົດການພືດລົ້ມເປັນວົງກົມນີ້ ຖືກຄົ້ນພົບຄັ້ງທຳອິດໃນປີ 1678 ທີ່ເມືອງ Hertfordshire ປະເທດອັງກິດ ບໍ່ມີໃຜອະທິບາຍໄດ້ວ່າໃຜ ຫຼືສິ່ງໃດທີ່ເຮັດໃຫ້ມັນເກີດຂຶ້ນ. ແຕ່ຫຼັງຈາກການຄົ້ນພົບຂອງ Arthur Shuttlewood ກັບ Bryce Bond  ແລະ Edwin Fuhr ແລ້ວ ມັນນຳໄປສູ່ທິດສະດີທຳອິດຄື ຮ່ອງຮອຍການລົງຈອດຂອງຍານຕ່າງດາວ ຕາມມາດ້ວຍທິດສະດີອຸກກາບາດ (Meteorite) ແລະທິດສະດີພາຍຸທໍນາໂດ (Tornado) ຂະໜາດນ້ອຍ. ໃນທົດສະວັດທີ່ 1980 ໄດ້ມີການຄົ້ນພົບ Crop Circle ຫຼາຍຂຶ້ນ ໂດຍສະເພາະຮອບ ໆ ເມືອງ Warminster. ໃນຊ່ວງໄລຍະເລີ່ມຕົ້ນຂອງທົດສະວັດນີ້ ຮູບຊົງຂອງມັນຍັງຄົງເປັນແບບເກົ່າ ຄືມີລັກສະນະວົງກົມຫຍາບ ໆ ແຕ່ໃນກາງທົດສະວັດ ຮູບຊົງຂອງມັນເລີ່ມມີຄວາມຊັບຊ້ອນຫຼາຍຂຶ້ນ ມີວົງແຫວນແຕກອອກໄປ ແລະເລີ່ມດຶງດູດໃຈຊາວອັງກິດຫຼາຍຂຶ້ນ. ໃນທົດສະວັດດຽວກັນນີ້ເອງ Dr. Terrence Meaden ເຊິ່ງເປັນສາດສະດາຈານທາງຟີສິກ ແລະນັກອຸຕຸນິຍົມວິທະຍາ ໄດ້ພະຍາຍາມໄຂປິດສະໜານີ້ ໂດຍເຮັດວິໃຈກ່ຽວກັບປາກົດການພືດລົ້ມເປັນວົງກົມຫຼາຍກວ່າ 1,000 ແຫ່ງ. Dr ຄົນດັ່ງກ່າວນຳສະເໜີທິດສະດີວ່າ ມັນເກີດຈາກຄວາມຜິດປົກກະຕິຂອງອາວະກາດທີ່ເອີ້ນວ່າ Plasma Vortex ເຮັດໃຫ້ເກີດລົມໝຸນວົນໃນລະດັບສູງແລ້ວເຄື່ອນໂຕລົງສູ່ພື້ນ ເຮັດໃຫ້ພື້ນລົ້ມລົງໄປ.

ທິດສະດີນີ້ໄດ້ຮັບການສະໜັບສະໜຸນຈາກຜົນການທົດລອງຂອງນັກວິທະຍາສາດຍີ່ປຸ່ນຊື່ Dr. Ohtsuki ໂດຍການນຳ Plasma Fireballs ລົງໃນຖາດແປ້ງ ຜົນປາກົດວ່າ ເຮັດໃຫ້ເກີດເປັນວົງແຫວນສອງຊັ້ນຂຶ້ນມາ. ເມື່ອມາຮອດກາງປີ 1991 ໄດ້ມີການຄົ້ນພົບ Crop Circle ຫຼາຍຮ້ອຍແຫ່ງໃນອັງກິດ ບໍ່ພຽງເທົ່ານັ້ນ ມັນຍັງແຜ່ລະບາດໄປໃນເຢຍລະມັດ, ອາເມລິກາ, ບຣາຊິວ, ໂຣມາເນຍ, ຮັງກາຣີ ແລະຍີ່ປຸ່ນ. ຍິ່ງໄປກວ່ານັ້ນຄື ຮູບຮ່າງຂອງມັນໄດ້ປ່ຽນຮູບຊົງໃໝ່ເປັນ Pictrogram ສະເໝືອນດັ່ງວ່າເປັນການສື່ຄວາມໝາຍບາງຢ່າງດ້ວຍພາບ. ຮູບແບບໃໝ່ຂອງມັນນີ້ເອງທີ່ເຮັດໃຫ້ທິດສະດີຜູ່ມາຈາກຕ່າງມິຕິ ທີ່ພະຍາຍາມສື່ສານກັບມະນຸດເລີ່ມກໍ່ຕົວຂຶ້ນ. ຄວາມຊັບຊ້ອນຂອງຮູບຊົງ Crop Circle ເຮັດໃຫ້ທິດສະດີ Plasma Vortex ບໍ່ສາມາດອະທິບາຍຮູບຊົງນີ້ໄດ້ ໃນຂະນະທີ່ຄຳກ່າວອ້າງເລື່ອງແສງໄຟປະຫຼາດເໜືອທົ່ງເຂົ້າສາລີຍາມເດິກ ແລ້ວກໍ່ໃຫ້ເກີດ Crop Circle ໃນຮຸ່ງອາລຸນມື້ໃໝ່ຂອງທິດສະດີ UFO ນັ້ນ ຍັງໃຊ້ເປັນຫຼັກຖານຫຍັງບໍ່ໄດ້ ແຕ່ກໍເປັນທິດສະດີທີ່ໄດ້ຮັບຄວາມສົນໃຈຫຼາຍທີ່ສຸດ. ໃນປີດຽວກັນ ຊາຍຊາວອັງກິດສອງຄົນໄດ້ອອກມາເປີດເຜີຍກັບໜັງສືພິມວ່າ Crop Circles ເປັນເລື່ອງຫຼອກລວງ ມັນເກີດຂຶ້ນຈາກສີມືມະນຸດຄື Dave Chorley ແລະ Doug Bower ພວກເຂົາອ້າງວ່າເປັນຜູ່ສ້າງມັນຂຶ້ນມາຮວມແລ້ວກວ່າ 1,000 ແຫ່ງ ຕັ້ງແຕ່ປີ 1978 ໂດຍໃຊ້ໄມ້ກະດານຍາວ 1.2 ແມັດ ແລະເຊືອກເປັນເຄື່ອງມື. ໃນຂະນະດຽວກັນກໍມີນັກຫຼອງລວງກຸ່ມອື່ນ ໆ ອອກປະຕິບັດການໃນຍາມຄ່ຳຄືນແບບດຽວກັບ Dave ແລະ Doug. ວາລະສານ Times ສະບັບວັນທີ 23 ກັນຍາ 1991 ເວົ້າຮອດເລື່ອງນີ້ວ່າ ນີ້ຄືການນຳໄປສູ່ຈຸດຈົບຂອງເລື່ອງ ເຊິ່ງເປັນນຶ່ງໃນຄວາມເລິກລັບທີ່ສຸດຂອງອັງກິດແລະໂລກແລ້ວ. ແຕ່ຢ່າງໃດກໍຕາມ ປາກົດການ Crop Circles ກໍຍັງບໍ່ໄດ້ຫາຍໄປພ້ອມກັບການເປີດເຜີຍຂອງນັກຫຼອກລວງຄູ່ນີ້ ແຕ່ຜັດເພີ່ມທະວີສູງຂຶ້ນໃນປີຕໍ່ມາຄື 1992 ກາຍເປັນຄື່ນລູກໃໝ່ທີ່ມາພ້ອມກັບສິລປະອັນວິຈິດພິດສະດານ ເຊິ່ງກໍ່ໃຫ້ເກີດຊ່າງພາບມືອາຊີບຫຼວງຫຼາຍ ແລະເປັນຈຸດເລີ່ມຕົ້ນຂອງທຸລະກິດສິ່ງພິມທີ່ກ່ຽວກັບ Crop Circles ຈົນຮອດທຸກມື້ນີ້.

ປັດຈຸບັນ ມີ Crop Circles ເກີດຂຶ້ນໃນລະດູຮ້ອນຂອງອັງກິດຮວມແລ້ວປະມານ 10,000 ແຫ່ງ ສ່ວນໃຫຍ່ເກີດທາງພາກໃຕ້ແລະກວ່າ 90% ຢູ່ໃນລັດສະໝີ 80 ກິໂລແມັດຈາກ Stonehenge. Crop Circles ບາງແຫ່ງສື່ຄວາມໝາຍກ່ຽວກັບຈັກກະວານ ແລະກາແລັກຊີ່ ແຕ່ບາງແຫ່ງກໍສື່ຄວາມໝາຍກ່ຽວກັບຫາຍະນະຂອງໂລກຈາກອາວູດນິວເຄລຍ. ບາງແຫ່ງສື່ຄວາມໝາຍກ່ຽວກັບຜົນຮ້າຍຂອງການທຳລາຍສະພາບແວດລ້ອມ. ໃນວັນທີ 17 ສິງຫາ 2001 ນັກວິໃຈປາກົດການພືດລົ້ມເປັນວົງກົມ ຕ້ອງຕະລຶງກັບຮູບແບບໃໝ່ຂອງປາກົດການນີ້ ເຊິ່ງເກີດຂຶ້ນສອງແຫ່ງໃກ້ກັບກ້ອງໂທລະທັດວິທະຍຸ Chilbolton ທີ່ເມືອງ Hampshire ປະເທດອັງກິດ. ມັນເປັນພາບກຣາບຟິກຂອງສັນຍານວິທະຍຸທີ່ສົ່ງຈາກໂລກໄປຫາກຸ່ມດາວ M13. ອີກແຫ່ງເປັນພາບໜ້າຄົນທີ່ຄ້າບພູເຂົາທີ່ພົບເທິງດາວອັງຄານ. ຍິ່ງໄປກວ່ານັ້ນ ເມື່ອຄົບຮອບປີນຶ່ງ ກໍໄດ້ເກີດປາກົດການພືດລົ້ມເປັນວົງກົມຂຶ້ນອີກ ເປັນລັກສະນະພາບຂອງ E.T. ຫ່າງຈາກ Chilbolton ໄປ 14 ກິໂລແມັດ ໃນວັນທີ 15 ສິງຫາປີ 2002. ສຳລັບນັກວິໃຈແລ້ວ ຄວາມພະຍາຍາມຂອງພວກເຂົາບໍ່ເສຍເປົ່າ, ນັກວິໃຈໄດ້ພົບຮ່ອງຮອຍບາງຢ່າງທີ່ອາດຄາຍປິດສະໜາທັງໝົດນີ້ໄດ້ ນັ້ນຄືການພົບຄວາມຜິດປົກກະຕິໃນລຳຕົ້ນຂອງພືດໃນ Crop Circles. ນັກວິໃຈກຸ່ມດັ່ງກ່າວອ້າງວ່າ ສາມາດແຍກຄວາມແຕກຕ່າງລະຫວ່າງຂອງຈິງ ກັບແບບທີ່ມະນຸດສ້າງຂຶ້ນໄດ້. Crop circles ຂອງແທ້ນັ້ນລຳຕົ້ນຂອງພືດທີ່ລົ້ມຢູ່ເໜືອພື້ນດິນປະມານ 2.54cm ມີລັກສະນະໂຄ້ງງໍບໍ່ແຕກຫັກ ນອກຈາກນັ້ນໂຄງສ້າງຂອງ cell ຍັງປ່ຽນແປງ ຄື cell ຂະຫຍາຍໂຕຄ້າຍກັບວ່າໄດ້ຮັບຄວາມ້ອນ. Dr. William C. Levengood ເຊື່ອວ່າບໍ່ວ່າຈະແມ່ນສິ່ງໃດກໍຕາມທີ່ເຮັດໃຫ້ເກີດປາກົດການນີ້ຂຶ້ນ ມັນຕ້ອງເປັນພະລັງງານທີ່ມີຄວາມໄວ ແລະໜາແໜ້ນຈົນເຮັດໃຫ້ເກີດການປ່ຽນແປງໃນ cell. ນັກວິໃຈເຊື່ອວ່າພະລັງງານທີ່ວ່ານັ້ນ ຫນ້າຈະເປັນຄື່ນ Microwave ເຊິ່ງທິດສະດີນີ້ເອີ້ນວ່າ Microwave Transient Heating. ນັກວິໃຈຍັງອ້າງການສຶກສາຜົນກະທົບຂອງພືດໃນ Crop circles ປຽບທຽບກັບພືດທີ່ຢູ່ໃກ້ຄຽງເຊິ່ງພົບວ່າ ເມັດພືດໃນ crop circle ມີອັດຕາການຈະເລີນເຕີບໂຕໄວກວ່າເມັດພືດບໍລິເວນໃກ້ຄຽງກັນເຖິງ 45%

Colin Andrews ພາບຈາກ BBC ມີອີກທິດສະດີທີ່ໜ້າສົນໃຈເຊັ່ນກັນ ເປັນຂອງ Dr. Colin Andrews ນັກວິທະຍາສາດອັງກິດ ເຊິ່ງສຶກສາປາກົດການນີ້ມາເປັນເວລາ 17 ປີ. ໃນປີ 2000 Andrews ເປີດເຜີຍຜົນການວິໃຈເຊິ່ງໄດ້ຮັບທຶນສະໜັບສະໜຸນຈາກມູນລະນິທິ Rockefeller ວ່າ 80% ຂອງ Crop circles ເປັນສີມືຂອງມະນຸດ ໂດຍໃນກຸ່ມນີ້ຈະມີຮູບຊົງທີ່ຊັບຊ້ອນແລະວິຈິດພິດສະດານ ໃນຂະນະທີ່ສ່ວນທີ່ເຫຼືອອີກ 20% ນັ້ນມີຮູບຊົງງ່າຍ ໆ ເທົ່ານັ້ນ. ເຊື່ອກັນວ່າມັນເກີດຈາກການປ່ຽນແປງຂອງສະໜາມແມ່ຫຼັກໃນບໍລິເວນນັ້ນ ເຊິ່ງເຮັດໃຫ້ເກີດກະແສໄຟຟ້າ ແລະກະແສໄຟຟ້ານີ້ເອງທີ່ເຮັດໃຫ້ພືດລົ້ມລົມ. ຜົນການວິໃຈຍັງພົບວ່າ Crop circle ບາງແຫ່ງເຮັດໃຫ້ເຄື່ອງໃຊ້ໄຟຟ້າເຊັ່ນໄມໂຄຣໂຟນ ຫຼືເຄື່ອງບັນທຶກສຽງຖືກລົບກວນຈົນໃຊ້ການບໍ່ໄດ້ ຮວມທັງຜູ່ທີ່ຢູ່ໃນບໍລິເວນນັ້ນຈະຮູ້ສຶກເຈັບຫົວແລະມີອາການປວດຮາກນຳ. ນັກວິໃຈບາງຄົນກໍເຊື່ອວ່າມັນເກີດຈາກພະລັງງານທີ່ຕົກຄ້າງ.

ໃນປີ 2000 ມີຊາຍຊາວອັງກິດກຸ່ມນຶ່ງໄດ້ອອກມາເປີດເຜີຍອີກວ່າຕົນເປັນຜູ່ສ້າງ Crop cricles ທີ່ວິຈິດພິດສະດານຫຼາຍສິບແຫ່ງໃນພາກໃຕ້ຂອງອັງກິດມາກກວ່າ 11 ປີ ພວກເຂົາເອີ້ນໂຕເອງວ່າ Circlemakers ໂດຍໃຊ້ຄອມພິວເຕີໃນການຮ່າງຮູບແບບໄວ້ກ່ອນ. ຄົນກຸ່ມນີ້ໄດ້ຮັບເຊີນຈາກສື່ມວນຊົນໃຫ້ສາທິດການສ້າງ Crop circles ທີ່ມີຄວາມຊັບຊ້ອນຫຼາຍຄັ້ງ ເຊິ່ງພວກເຂົາກໍເຮັດໄດ້ແທ້ ໆ ແລະກໍບໍ່ໄດ້ໃຊ້ຄື່ນໂມໂຄຣເວບແຕ່ຢ່າງໃດ. ປັດຈຸບັນຄົນກຸ່ມນີ້ມີເວັບໄຊທີ່ສະແດງຜົນງານ ແລະເສະເໜີຂ່າວສານກ່ຽວກັບ Crop cicles ອີກນຳ. ທຸກມື້ນີ້ນັກວິທະຍາສາດສ່ວນໃຫຍ່ເຊື່ອວ່າມີທິດສະດີດຽວເທົ່ານັ້ນທີ່ອະທິບາຍປາກົດການພືດລົ້ມເປັນວົງກົມໄດ້ ນັ້ນຄື ມະນຸເເປັນຜູ່ສ້າງຂຶ້ນ. ແຕ່ຢ່າງໃດກໍຕາມ ນັກວິໃຈ Crop circle ກໍຍັງເຊື່ອຄືກັບ Colin Andrews ວ່າບໍ່ແມ່ນຈຳນວນທັງໝົດທີ່ສ້າງຂຶ້ນໂດຍສີມືມະນຸດ. ຜົນການວິໃຈທາງວິທະຍາສາດຂອງນັກວິໃຈຫຼາຍກຸ່ມຈຶ່ງຍັງດຳເນີນຕໍໄປ. Circlemaker ຄົນນຶ່ງເວົ້າເຖິງເລື່ອງນີ້ວ່າ ບໍ່ມີໃຜຢາກເຊື່ອຄຳອະທິບາຍທາງວິທະຍາສາດດອກ ເພາະຜູ່ຄົນຕ້ອງການເຊື່ອໃນສິ່ງທີ່ເປັນຄວາມເລິກລັບຫຼາຍກວ່າ “ສາທາລະນະຊົນບໍ່ຕ້ອງການຄຳອະທິບາຍ” ລາວກ່າວ.

ທີ່ມາ - Wikipedia

Crop Circle

Crop Circle

Crop Circle

Crop Circle

Crop Circle

Crop Circle

Crop Circle

 

 

ຄຳເຕືອນ:

ໄດອາຣີ່ນີ້ຖ້າໃຜຊິມາປ້ຳເງິນ ບໍ່ຕ້ອງມາ ມາກໍຊິລຶບອອກ ພ້ອມເກັບໄວ້ໃນ blacklist ນຳ