ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 30, 2014 | ມີ 2 ຄຳເຫັນ ແລະ 0 trackback(s)

ວາຊີລີ ວາຊີເລຍວິດ ຄັນດິນສະກີເປັນຈິດຕະກອນຊາວເຢຍລະມັນເຊື້ອສາຍຣັດເຊຍຜູ່ໃຫ້ກຳເນີດສິນລະປະດ້ານພະລັງຂອງອາລົມໃນແນວນາມມະທຳ (abstract expressionism).

ຜົນງານຂອງ ວາຊີລີ ຄັນດິນສະກີ (ຈາກ Glyphs.com)

ວາຊີລີ ວາຊີເລຍວິດ ຄັນດິນສະກີ (ພາສາເຢຍລະມັນ: Васи́лий Васи́льевич Канди́нский; ພາສາອັງກິດ: Wassily Kandinsky) ເກີດເມື່ອວັນທີ 4 ທັນວາ 1866 ໃນນະຄອນໂມສໂກ ມີພໍ່ຊາວໄຊບີເຣຍ ເປັນພໍ່ຄ້ານ້ຳຊາ ແລະແມ່ຊາວໂມສໂກ. ພໍ່ແລະແມ່ຂອງວາຊີລີ ຄັນດິນສະກີ ໄດ້ຢ່າຮ້າງກັນເມື່ອຕອນລາວຍັງນ້ອຍ ແລະຕໍ່ມາລາວກໍໄດ້ເຂົ້າຮຽນເປຍໂນ ແລະເຊວໂລໃນເມືອງໂອເດສຊາ (ປັດຈຸບັນແມ່ນຢູ່ໃນປະເທດຢູເຄຣນ) ແລະຍັງໄດ້ຮຽນກ່ຽວກັບຈິດຕະກຳມາຕັ້ງແຕ່ອາຍຸຍັງນ້ອຍ. ເມື່ອລາວໄດ້ໄປສຶກສາທີ່ມະຫາວິທະຍາໄລໂມສໂກໃນປີ 1886 ລາວໄດ້ເຂົ້າຮຽນໃນຂະນະເສດຖະສາດແລະກົດໝາຍ ເຊິ່ງເນັ້ນການສຶກສາສັງຄົມວິທະຍາ ແລະຊາດພັນວັນນາ ຮວມເຖິງກົດໝາຍຂອງກະເສດຕະກອນໃນແຄວ້ນໂວລອກດາ.

ເມື່ອອາຍຸໄດ້ 29 ປີ ຄັນດິນສະກີໄດ້ເຫັນສິນລະປະການແຕ້ມຮູບໃນລັດທິປະທັບໃຈ (Impressionisim) ຂອງຈິດຕະກອນຊາວຝຣັ່ງເປັນເທື່ອທຳອິດ ລາວຮູ້ສຶກມັກສິນລະປະນັ້ນຫຼາຍ ຫຼັງຈາກນັ້ນກໍເຮັດໃຫ້ລາວບໍ່ຢາກເຮັດວຽກຂອງມະຫາວິທະຍາໄລ ແລ້ວລາອອກຈາກການເປັນອາກຈານຂອງມະຫາວິທະຍາໄລເພື່ອມາເປັນຈິດຕະກອນແຕ້ມຮູບ ຈົນອາຍຸໄດ້ 31 ປີຈຶ່ງເດີນທາງໄປເມືອງມິວນິກ ປະເທດເຢຍລະມັນ ເພື່ອສຶກສາເທັກນິກການແຕ້ມຮູບກັບ ອັນທອນ ອັດເບ (Anton Azbe) ແລະ ຟຣັນ ຊອນ ຊະຕຸກ (Franz von Stuck) ໃນໄລຍະເວລານັ້ນລາວກຳລັງຫຼົງໄຫຼໃນສິນລະປະແນວ "ອາດນູໂວ" ເຊິ່ງເປັນງານສິນລະປະທີ່ໃຊ້ລາຍເສັ້ນເປັນດອກໄມ້ ເຮັດໃຫ້ລາວໄດ້ສຶກສາອາດນູໂວມາພໍປະມານ

ອ່ານຕໍ່ໄດ້ຈາກ Wikipedia.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 27, 2014 | ມີ 3 ຄຳເຫັນ ແລະ 0 trackback(s)

ນິກິ ເດິ ແຊງຟານເລິ

ນິກິ ເດິ ແຊງຟານເລິ (Niki de Saint Phalle) ຫຼືຊື່ເຕັມແມ່ນ Catherine-Marie-Agnès Fal de Saint Phalle ເປັນນັກປັ້ນ, ນັກແຕ້ມຮູບ ແລະນັກສ້າງຮູບເງົາຊາວຝຣັ່ງ ເກີດເມື່ອວັນທີ 29 ຕຸລາ 1930 ມໍລະນະພາບວັນທີ 21 ພຶດສະພາ 2002.

ລາວເກີດໃນຄອບຄົວທີ່ມີຖານະ ມີທຳນຽມການດຳລົງຊີວິດທີ່ເປັນແບບແຜນ ພໍ່ຂອງນາງເປັນພະນັກງານທະນາຄານເຊິ່ງຕໍ່ມາປະສົບຄວາມລົ້ມເຫລວໃນຮຸ້ນ ເຮັດໃຫ້ຄອບຄົວປະສົບບັນຫາແລະທີ່ສຸດຕ້ອງຍ້າຍໄປຢູ່ອາເມລິກາໃນປີ 1933.

ເມື່ອຍ້າຍໄປອາເມລິກາແລ້ວ ນິກິ ກໍເຂົ້າຮຽນຢູ່ໃນໂຮງຮຽນ Brearly ໃນນິວຢອກ ແຕ່ບໍ່ດົນກໍຖືກໄລ່ອອກຈາກໂຮງຮຽນເພາະໄປແຕ້ມຮູບໃສ່ຮູບປັ້ນທີ່ເປັນສັນຍາລັກຂອງໂຮງຮຽນ. ພໍ່ຂອງນິກິຈຶ່ງສົ່ງໄປຮຽນໂຮງຮຽນປະຈຳ Oldfields ໃນເມືອງແມຣີແລນຈົນຈົບການສຶກສາໃນປີ 1947.

ດ້ວຍຄວາມທີ່ນິກິເປັນຄົນງາມ ໃນຊ່ວງໄວຮຸ່ນຈຶ່ງຖືກຊັກຊວນໄປເປັນນາງແບບຕັ້ງແຕ່ຕອນອາຍຸໄດ້ 16 ປີ ຈົນຕໍ່ມາໄດ້ຖ່າຍປົກວາລະສານ Life ສະບັບວັນທີ 26 ກັນຍາ 1949 ແລະໃນເດືອນພະຈິກ 1952 ກໍໄດ້ປາກົດໂຕໃນປົກວາລະສານ Vogue ສະບັບພາສາຝຣັ່ງ ແລະກາຍເປັນນາງແບບທີ່ມີຊື່ສຽງຫຼາຍໃນເວລານັ້ນ.

ໃນດ້ານຊີວິດສ່ວນໂຕແມ່ນວຸ້ນວາຍຫຼາຍ ລາວເປັນກະບົດໃນຄອບຄົວມາຕັ້ງແຕ່ນ້ອຍ ພະຍາຍາມປະຕິເສດຊີວິດຄວາມເປັນຢູ່ແລະທຳນຽມແບບຜູ່ດີຂອງຄອບຄົວມາໂດຍຕະຫຼອດ ແຕ່ກໍໜີບໍ່ພົ້ນໄປໃສ. ເມື່ອອາຍຸໄດ້ 18 ປີ ລາວຈຶ່ງຕັດສິນໃຈໜີໄປນຳໝູ່ທີ່ຮູ້ຈັກກັນມາແຕ່ນ້ອຍຊື່ Harry Mathews ແລະໃຊ້ຊີວິດຮ່ວມກັນຢູ່ Massachusetts.

ໃນລະຫວ່າງທີ່ສາມີຂອງນິກິຮຽນດົນຕີຢູ່ Harvard ລາວກໍແຕ້ມຮູບແລະພະຍາຍາມສ້າງຜົນງານສິນລະປະແປກໆ ເຊິ່ງຊີວິດຄູ່ໃນໄລຍະຕົ້ນກໍເປັນໄປໄດ້ດ້ວຍດີຕາມທີ່ລາວຕ້ອງການ ແຕ່ເມື່ອລູກສາວຄົນທຳອິດຊື່ Laura ເກີດ ນິກິກໍຈຳເປັນຕ້ອງຢູ່ເຮືອນແລະເປັນແມ່ບ້ານ ແລະຢຸດການແຕ້ມຮູບໄປ.

ລາວພົບວ່າເຖິງແມ່ນຈະພະຍາຍາມໜີຈາກຄອບຄົວທີ່ມີກົດເກນແລະລະບຽບແບບແຜນ ແຕ່ເມື່ອມີຄອບຄົວເອງແລ້ວ ຊີວິດກໍຕ້ອງກັບໄປເປັນແບບເກົ່າຄືກັບຕອນຢູ່ນຳພໍ່ແມ່ ເຮັດໃຫ້ລາວຄິດຫຼາຍຈົນປ່ວຍ. ໝໍແນະນຳໃຫ້ລາວຊອກສິ່ງໃໝ່ໆ ເຮັດ ນິກິຈຶ່ງໃຊ້ເວລາໃນການແຕ້ມຮູບອີກເທື່ອນຶ່ງ.

ໃນປີ 1952 ນິກິ ແລະສາມີໄດ້ຍ້າຍໄປຢູ່ Paris ປະເທດຝຣັ່ງ ເຮັດໃຫ້ລາວໄດ້ຮຽນໃນການສະແດງ ແລະທ່ຽວຊົມພິພິດຕະພັນ ຮວມເຖິງວິຫານຫຼາຍແຫ່ງທັງໃນປະເທດຝຣັ່ງ ແລະປະເທດໃກ້ຄຽງ. ນິກິມີຄວາມນິຍົມແລະຊົມເຊີຍໃນຜົນງານຂອງ Gaudi ຫຼາຍ ໂດຍສະເພາະສວນທີ່ Gaudi ເປັນຜູ່ອອກແບບສ້າງຊື່ວ່າ Parc Guell ລາວຈຶ່ງເລີ່ມມີຄວາມຄິດຢາກສ້າງສວນແບບນັ້ນນຳ.

ຮອດຕົ້ນປີ 1960 ນິກິໄດ້ຢ່າຮ້າງໂດຍໃຫ້ສາມີເປັນຜູ່ເບິ່ງແຍງລູກແທນ ແລະຕົນກໍກັບມາເປັນໂສດອີກຄັ້ງ ແລ້ວໃຊ້ຊີວິດໃນສັງຄົມຊັ້ນສູງຂອງຊາວເມືອງ Paris ຈົຮອດປາຍປີດຽວກັນ ລາວຈຶ່ງຍ້າຍໄປຢູ່ກັບ Jean Tinguely ເຊິ່ງເປັນສິນລະປິນຊາວຝຣັ່ງທີ່ຮູ້ຈັກກັນມາຕັ້ງແຕ່ປີ 1954.

ໃນຊ່ວງເວລາ 10 ຫຼັງຈາກນັ້ນເປັນເວລາທີ່ນິກິແຕ້ມຮູບຈຳນວນຫຼາຍ ແລະພະຍາຍາມສ້າງຜົນງານໃນແບບຂອງຕົນເອງ ເຊິ່ງຜົນງານທີ່ເປັນທີ່ຜູ້ຮູ້ຈັກກັນຫຼາຍແມ່ນຊື່ຊຸດ “ຍິງ” ທີ່ລາວແຕ້ມແລ້ວເອົາປືນຍິງເຂົ້າໄປທີ່ຮູບແຕ້ມ ເຊິ່ງຖືເປັນການສ້າງຮູບແຕ້ມແບບໃໝ່ໆຂຶ້ນມາ.

ນອກຈາກນັ້ນແລ້ວ, ຜົນງານຂອງນິກິຍັງມີຫຼາກຫຼາຍອັນ ບໍ່ວ່າຈະເປັນການສ້າງຮູບປັ້ນຜູ່ຍິງຂະໜາດໃຫຍ່ທີ່ສາມາດຍ່າງເຂົ້າໄປພາຍໃນໄດ້ ແລະຍັງມີການອອກແບບເຮືອນ, ເສື້ອຜ້ານັກສະແດງ ແລະຮູບເງົາຕ່າງໆ ຈົນຕໍ່ມາຈຶ່ງມີເງິນເກັບແລະເອົາໄປສ້າງສວນໃນ Tuscany ເຊິ່ງຢູ່ຫ່າງຈາກນະຄອນ Rome ປະມານ 100 ກິໂລແມັດ ແລະແນ່ນອນວ່າສວນດັ່ງກ່າວໄດ້ຮັບອິດທິພົນມາຈາກສວນຂອງ Parc Guell ແລະຕັ້ງຊື່ມັນວ່າ Giardino dei Tarocchi.

ສວນດັ່ງກ່າວປະກອບດ້ວຍຮູບປັ້ນທີ່ເຮັດມາຈາກສັນຍາລັກໄພ້ Tarot ໃຊ້ເວລາສ້າງເກືອບ 20 ປີ ແລະສ້າງແລ້ວສົມບູນໃນປີ 1998.

ບັ້ນປາຍຂອງຊີວິດນິກິ ລາວຍ້າຍໄປຢູ່ອາເມລິກາໃນປີ 1994 ແລະຍັງຄົງເຮັດວຽກກ່ຽວກັບສິດລະປະຫຼາຍຢ່າງ ຈົນເສຍຊີວິດລົງໃນວັນທີ 21 ພຶດສະພາ 2002 ຮວມອາຍຸໄດ້ 71 ປີ.

- ແປແລະຮຽບຮຽງຈາກ ມະຕິຊົນ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 27, 2014 | ມີ 6 ຄຳເຫັນ ແລະ 0 trackback(s)

ວັນ ຮາໂລວີນ ແມ່ນວັນສະເຫຼີມສະຫຼອງໃນທຸກຄືນວັນທີ 31 ຕຸລາຂອງແຕ່ລະປີ ໂດຍນິຍົມຈັດກັນປະເທດແຖບຕາເວັນຕົກເປັນສ່ວນໃຫຍ່. ບ້ານເຮືອນຈະມີການປະດັບປະດາແສງໄຟ ແລະໃຊ້ໝາກຟັກເປັນໂຄມໄຟ ເອີ້ນວ່າ ແຈັກ ໂອ ແລນເທີນ ຫຼື jack-o’-lantern ເຊິ່ງເດັກນ້ອຍຈະພາກັນແຕ່ງໂຕເປັນພູດຜີແບບຕ່າງໆ ເພື່ອອອກໄປສະຫຼອງກັນ.

ວັນຮາໂລວີນນີ້ ມີຕົ້ນກຳເນີດມຈາກຊົນເຜົ່ານຶ່ງໃນໄອຣ໌ແລນ (Ireland) ຊື່ວ່າ ຊາວ ເຄລຕ໌ (Celt) ເຂົາເຈົ້າຖືວ່າເປັນມື້ສິ້ນສຸດຂອງລະດູຮ້ອນ ແລະຕໍ່ມາແມ່ນວັນທີ 1 ພະຈິກຈະເປັນມື້ຂຶ້ນປີໃໝ່ ດັ່ງນັ້ນໃນວັນທີ 31 ຕຸລານີ້ເອງເປັນມື້ທີ່ຊາວເຄລຕ໌ເຊື່ອກັນວ່າ ໂລກຂອງຄົນທີ່ຕາຍໄປແລ້ວ ແລະຄົນທີ່ຍັງມີຊີວິດຢູ່ຈະຖືກເຊື່ອມໂຍງເຂົ້າຫາກັນ ເຮັດໃຫ້ວິນຍານຂອງຜູ່ທີ່ເສຍຊີວິດໃນປີທີ່ຜ່ານມານັ້ນຈະຊອກຫາຮ່າງຂອງຄົນທີ່ຍັງບໍ່ທັນຕາຍເທື່ອເພື່ອສິງສູ່ ເຮັດໃຫ້ກັບມາມີຊີວິດໄດ້ອີກເທື່ອນຶ່ງ. ໃນຝັ່ງຂອງຄົນທີ່ຍັງບໍ່ທັນຕາຍກໍເລີຍຕ້ອງຫາວິທີບໍ່ໃຫ້ວິນຍານບໍ່ມາສິງຮ່າງຕົນເອງ ເຂົາເຈົ້າກໍເລີຍປິດໄຟທຸກດອກໃນເຮືອນ ເຮັດໃຫ້ອາກາດເຢັນ ແລະບໍ່ເປັນທີ່ຕ້ອງການມາຢູ່ອາໄສຂອງພູດຜີ. ນອກຈາກນີ້, ຍັງພະຍາຍາມແຕ່ງໂຕໃຫ້ແປກປະຫຼາດປອມໂຕເປັນຜີຮ້າຍ ແລ້ວກໍສົ່ງສຽງດັງອຶກກະທຶກເພື່ອໃຫ້ຜີໂຕຈິງຕົກໃຈຫາຍສາບສູນໄປ…

ບາງຕຳນານກໍເລົ່າຮອດເລື່ອງຂະໜາດວ່າມີການຈູດຄົນທີ່ຄິດວ່າຖືກຜີຮ້າຍເຂົ້າສິງ ເປັນການຂູ່ຜີອີກທາງນຶ່ງນຳ ແຕ່ກໍເປັນເຫດການທີ່ເກີດຂຶ້ນກ່ອນສະໄໝຄຣິດສະຕະການດົນນານມາແລ້ວ ເພາະໃນຍຸກນັ້ນຄວາມເຊື່ອເລື່ອງຜີສາງຍັງຄົງຝັງຮາກເລິກໃນຈິດໃຈຂອງມະນຸດຢູ່. ຕໍ່ມາໃນ ຄ.ສ. 1 ຊາວໂຣມັນໄດ້ຮັບປະເພນີຮາໂລວີນມາຈາກຊາວເຄລຕ໌ ແຕ່ໄດ້ຕັດການຈູດຮ່າງຄົນທີ່ຖືກຜີສິງອອກ ປ່ຽນເປັນການຈູດຫຸ່ນແທນ. ເມື່ອເວລາຜ່ານເລີຍລ່ວງໄປ ຄວາມເຊື່ອເລື່ອງຜີຈະສິງສູ່ຮ່າງຂອງມະນຸດກໍເລີ່ມຫາຍໄປນຳການເວລາ ຮາໂລວີນຈຶ່ງກາຍເປັນພຽງພິທີການແຕ່ງໂຕເປັນຜີ, ແມ່ມົດ ຫຼືສັດປະຫຼາດຕາມແຕ່ຈະຄິດສ້າງສັນຈິນຕະນາການກັນເທົ່ານັ້ນ.

ຈົນຮອດປີ 1840 ຮາໂລວີນກໍເດີນທາງໄປຮອດອາເມລິກາ ໂດຍຊາວໄອຣິຊທີ່ອົບພະຍົບເຂົ້າໄປອາເມລິກາໃນເວລານັ້ນເອງ ສຳລັບປະເພນີ Trick or treat ທີ່ແປວ່າຫຼອກຫຼືລ້ຽງນັ້ນ ເລີ່ມຕົ້ນຂຶ້ນໃນສັດຕະວັດທີ 19 ໂດຍຊາວຢູໂຣບ ເຊິ່ງຖືວ່າວັນທີ 2 ພະຈິກ ແມ່ນເປັນວັນ All Souls ເຂົາເຈົ້າຈະຍ່າງໄປອີກບ້ານນຶ່ງເພື່ອຂໍເຂົ້າໜົມສຳລັບວິນຍານ ຫຼືທີ່ເອີ້ນວ່າ soul cake ເພາະເຊື່ອກັນວ່າ ຍິ່ງໃຫ້ເຂົ້າໜົມຫຼາຍເທົ່າໃດ ວິນຍານຂອງພີ່ນ້ອງຜູ່ບໍລິຈາກກໍຈະໄດ້ຮັບບຸນ ເຮັດໃຫ້ມີໂອກາດຂຶ້ນສະຫວັນຫຼາຍຂຶ້ນ.

ສ່ວນຂອງຕຳນານໝາກຟັກນັ້ນ ເປັນຕຳນານພື້ນເມືອງຂອງຊາວໄອຣິຊທີ່ກ່າວເຖິງທ້າວແຈັກຂີ້ໜຽວ ລາວເປັນນັກຫຼິ້ນກົນຂີ້ເມົາ. ມີມື້ນຶ່ງແຈັກຕົວະໃຫ້ຜີສາດຂຶ້ນໄປເທິງຕົ້ນໄມ້ ແລ້ວຂຽນໝາຍໄຂວ່ໄວ້ຢູ່ທີ່ໂຄນກົກໄມ້ເຮັດໃຫ້ຜີສາດລົງມາບໍ່ໄດ້ ຈາກນັ້ນກໍໄດ້ເຮັດຂໍ້ຕົກລົງນຳຜີສາດວ່າ ຫ້າມເອົາສິ່ງບໍ່ດີມາຫຼອກລາວອີກ ແລ້ວກໍປ່ອຍໃຫ້ຜີສາດລົງມາຈາກຕົ້ນໄມ້. ເມື່ອແຈັກຕາຍລົງ ລາວກໍປະຕິເສດທີ່ຈະຂຶ້ນສະຫວັນ ແຕ່ກໍບໍ່ຍອມລົງນະຮົກ ຜີສາດກໍເລີຍມອບເອົາຖ່ານທີ່ກຳລັງແດງໃຫ້ກັບລາວ ເອົາໄວ້ປັດເປົ່າຄວາມໜາວເຢັນໃນຄືນອັນມືດມິດ ແລະແຈັກກໍໄດ້ນຳເອົາຖ່ານນີ້ໄປໃສ່ໃນຫົວຜັກກາດຊະນິດນຶ່ງໂດຍເຈາະໃຫ້ເປັນໂພງທາງໃນກ່ອນ ເພື່ອໃຫ້ໄຟລຸກໄໝ້ໄດ້ດົນກວ່າເກົ່າ. ຊາວໄອຣິຊຈຶ່ງແກະສະລັກຫົວຜັກກາດດັ່ງກ່າວ ແລະໃສ່ໄຟໃນດ້ານໃນອັນເປັນອີກສັນຍາລັກຂອງວັນຮາໂລວີນເພື່ອລະນຶກເຖິງການຢຸດຢັ້ງຄວາມຊົ່ວ ແລະພິທີທາງສາດສະໜາເພື່ອເຮັດບຸນມື້ຂຶ້ນປີໃໝ່. ແຕ່ເມື່ອມີການສະຫຼອງຮາໂລວີນໃນສະຫະລັດອາເມລິກາ ຊາວອາເມລິກັນພົບວ່າໝາກຟັກນັ້ນຊອກງ່າຍກວ່າຫົວຜັກກາດ ກໍເລີຍປ່ຽນມາໃຊ້ໝາກຟັກແທນ.

ປະເພນີ Trick or treat ໃນອາເມລິກາຄືການຫຼິ້ນຢ່າງນຶ່ງທີ່ເດັກນ້ອຍເຝົ້າຄອງຄອຍຖ້າ. ໂດຍໃນວັນຮາໂລວີນຕາມບ້ານເຮືອນຈະມີການຕົກແຕ່ງດ້ວຍໂຄມໄຟໝາກຟັກ ແລະຕຸກກະຕາຫຸ່ນຟາງທີ່ເປນັສ່ວນນຶ່ງຂອງເທດສະການປະເພນີເກັບກ່ຽວໃນຊ່ວງເວລາດຽວກັນນັ້ນ. ແຕ່ລະເຮືອນຈະກຽມເຂົ້າໜົມຫວານເຮັດເປັນຮູບເມັດເຂົ້າສາລີສີຂາວເຫຼືອສົ້ມໃນເມັດດຽວກັນ ເອີ້ນວ່າ Corn Candy ແລະເຂົ້າໜົມອື່ນໆກຽມໄວ້ຖ້າ. ສ່ວນເດັກນ້ອຍໃນລະແວງເຮືອນກໍຈະແຕ່ງໂຕແຟນຊີເປັນພູດຜີປີສາດເຄາະຕາມປະຕູເຮືອນ ໂດຍເນັ້ນເຮືອນທີ່ມີໂຄມໄຟຟັກທອງປະດັບເນື່ອງຈາກມີຄວາມໝາຍວ່າຕ້ອນຮັບເຂົາເຈົ້ານັ້ນເອງ ພ້ອມກັບຖາມວ່າ “Trick or treat?” ເຈົ້າຂອງເຮືອນມີສິດຕອບວ່າ treat ໂດຍການຍອມມອບເຂົ້າໜົມຫວານໃຫ້ເດັກນ້ອຍເຫຼົ່ານັ້ນຄືກັບວ່າຢ້ານເຂົາເຈົ້າ ຫຼືຖ້າເລືອກຕອບ trick ເພື່ອທ້າທາຍໃຫ້ພູດຜີເຫຼົ່ານັ້ນອາລະວາດກໍອາດຈະເປັນຫຍັງກໍໄດ້ ຕັ້ງແຕ່ການແລບລິ້ນຫຼອກຫຼອນ ໄປຈົນທຳລາຍເຄື່ອງຂອງເລັກໆນ້ອຍໆ ແລ້ວອາດຈະຈົບລົງດ້ວຍການ treat ເດັກນ້ອຍໃນທີ່ສຸດ.

ທີ່ມາ - Wiki

ຂຽນເມື່ອ ຂຽນເມື່ອ: ທ.ວ.. 12, 2008 | ມີ 29 ຄຳເຫັນ ແລະ 0 trackback(s)

ການຈູບຢ່າງຮຸນແຮງ ອາດນຳໄປສູ່ອາການຫູໜວກໄດ້ ໂດຍເລື່ອງນີ້ໄດ້ເກີດຂຶ້ນແລ້ວກັບສາວຊາວຈີນທີ່ມົນທົນກວາງຕຸງ

 

ສຳນັກຂ່າວຂອງຈີນລາຍງານວ່າ ສາວໄວຊາວປີປາຍ ເຂົ້າຮັບການຮັກສາໃນໂຮງໝໍແຫ່ງໜຶ່ງດ້ວຍອາການຫູຊ້າຍໜວກ ຫຼັງຈາກຈູບກັບແຟນຢ່າງຮຸນແຮງ...

 

ໜັງສືພິມ China Daily ໄດ້ອ້າງຄຳເວົ້າຂອງແພດທີ່ເຊິ່ງເບິ່ງແຍງຜູ້ປ່ວຍລາຍນີ້ວ່າ ການຈູບນັ້ນຫຼຸດຄວາມດັນໃນປາກ ເຊິ່ງສ້າງຄວາມເສຍຫາຍໃຫ້ແກ່ເຍື່ອແກ້ວຫູ ໂດຍໜັງສືພິມສະບັບດັ່ງກ່າວໄດ້ເຕືອນວ່າ ເຖິງແມ່ນວ່າການຈູບໂດຍທົ່ວໄປຈະປອດໄພ ແຕ່ແພດກໍ່ໄດ້ແນະນຳໃຫ້ໃຊ້ຄວາມລະມັດລະວັງ ແລະໜັງສືພິມອີກສະບັບຄື Shanghai Daily ກໍ່ໄດ້ເຕືອນໄວ້ໃນລັກສະນະດຽວກັນວ່າ ການຈູບຢ່າງຮຸນແຮງເຮັດໃຫ້ຄວາມດັນລະຫວ່າງຫູຊັ້ນໃນທັງສອງເບື້ອງນັ້ນບໍ່ສົມດຸນ ແລະນຳພາໄປສູ່ຄວາມເສຍຫາຍຕໍ່ເຍື່ອແກ້ວຫູໄດ້

 

ນາຍໝໍຄາດວ່າຍິງຄົນດັ່ງກ່າວຈະກັບມາໄດ້ຍິນເປັນປົກກະຕິພາຍໃນສອງເດືອນ...

 

ທີ່ມາ - Jusci.net

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 18, 2008 | ມີ 20 ຄຳເຫັນ ແລະ 0 trackback(s)
ເຄີຍເປັນບໍ່ບາງເທື່ອທີ່ລືມນັ້ນລືມນີ້ ອັນງ່າຍ ໆ ກໍ່ຍັງລືມ ຫຼືແບບຄິດຫຍັງບໍ່ອອກ ຊິເຮັດວຽກຫຍັງກໍ່ບໍ່ມີໄອເດຍດີ ໆ ເດັດ ໆ ມາສ້າງສັນຜົນງານເລີຍ ເອ... ຫຼືວ່າສະໝອງມັນຕັນແລ້ວບໍ່ນິ???

ຍັງ ຍັງບໍ່ຟ້າວສະຫຼຸບເທື່ອ ມື້ນີ້ເຮົາມາສຶກສາເຄັດລັບວິທີການເຮັດໃຫ້ສະໝອງຟິດກັນກ່ອນ

ແຕ່ກ່ອນອື່ນ ຮູ້ບໍ່ວ່າ ພຶດຕິກຳຊ້ຳ ໆ ທີ່ເຮັດເປັນປະຈຳທຸກ ໆ ມື້ນັ້ນ ມີສ່ວນເຮັດໃຫ້ສະໝອງຝໍ່ໄດ້ ໃນໂລກທີ່ເຮົາຄສາມາດາດເດົາໄດ້ລ່ວງໜ້າເກືອບທຸກຢ່າງ ກິດຈະວັດສ່ວນໃຫຍ່ເປັນພຶດຕິກຳທີ່ເຮົາເຮັດໄປ ໂດຍໃຊ້ພະລັງງານຈາກສະໝອງໜ້ອຍຫຼາຍ ນັ້ນເປັນສາຍເຫດໃຫ້ສະໝອງບໍ່ຄ່ອຍໄດ້ມີການເຊື່ອມໂຍງ ລະຫວ່າງເຊວປະສາດໃນສະໝອງ ສະໝອງຈຶ່ງບໍ່ຄ່ອຍໄດ້ອອກກຳລັງ

ຖ້າເຮົາຂີ່ລົດໄປເຮັດວຽກ ຫຼືໄປຮຽນໂດຍໃຊ້ເສັ້ນທາງເກົ່າທຸກມື້ ສະໝອງຂອງເຮົາກໍ່ຈະໃຊ້ປະສາດສ່ວນເກົ່າທຸກມື້ເຊັ່ນກັນ ການໃຊ້ປະສາດສະເພາະສ່ວນນັ້ນ ໆ ເປັນປະຈຳເຮັດໃຫ້ເຊວສ່ວນນັ້ນແຂງແຮງ ແຕ່ຂະນະດຽວກັນປະສາດສ່ວນອື່ນ ໆ ກັບອ່ອນແອເພາະຖືກລະເລີຍ ຜົນດີກໍ່ຄື ເຮົາຈະເລີ່ມຊຳນານກັບເສັ້ນທາງຈາກ ຈຸດ ກ. ໄປ ຈຸດ ຂ. ແຕ່ຜົນເສຍຄື ສຸກຂະພາບສະໝອງ ເພາະສະໝອງພາດໂອກາດທີ່ຈະໄດ້ຮັບການກະຕຸ້ນດ້ວຍທັດນີຍະພາບໃໝ່ ໆ ກິ່ນໃໝ່ ໆ ຫຼືສຽງໃໝ່ ໆ ເຊິ່ງເປັນຄວາມແປກ ແລະຫລາກຫລາຍທີ່ຈະຊ່ວຍໃຫ້ເຊວປະສາດຫຼາຍ ໆ ສ່ວນໄດ້ມີກິດຈະກຳອອກກຳລັງ

ຖ້າສະໝອງໄດ້ຮັບສິ່ງໃໝ່ ເຊວປະສາດຂອງສະໝອງສ່ວນຊັ້ນນອກຫລາຍສ່ວນຈະມີກິດຈະກຳຫລາຍຂຶ້ນ ແລະຫລາກຫລາຍຂຶ້ນ ແລະຍັງເກີດການເຊື່ອມໂຍງເຊວປະສາດສະໝອງສ່ວນຕ່າງ ໆ ໃນຮູບແບບໃໝ່ ສົ່ງຜົນໃຫ້ມີການຫຼັ່ງສານ ນິວໂລໂຊຟິນສ໌ ຫຼືອາຫານສະຫມອງຫລາຍຂຶ້ນ ເຊວສະຫມອງຈຶ່ງແຂງແຮງຂຶ້ນ

5 ວິທີຟິດສະໝອງໃນຕອນເຊົ້າ

1. ຫຼັບຕາອາບນ້ຳ ເປີດກັອກນ້ຳ ປັບຄວາມແຮງດັນ ຫຼືອຸນຫະພູມຂອງນ້ຳໂດຍໃຊ້ປະສາດສຳຜັດແລະຄວາມຮູ້ສຶກ (ຢ່າລືມເຝິກແອບວິທີປັບອຸນຫະພູມໃຫ້ແມ່ນກ່ອນລົງມື ເພື່ອປ້ອງກັນນ້ຳຮ້ອນລວກຄີງ) ຫຼັບຕາໃຊ້ມືສຳຜັດຫາອຸປະກອນອາບນ້ຳ ຈາກນັ້ນຈຶ່ງລ້າງໜ້າ ອາບນ້ຳຫຼືແຖໜວດ

2. ສະລັບເບື້ອງ ຮຽນໃຊ້ມືຂ້າງທີ່ເຈົ້າບໍ່ລຶ້ງນັ້ນຖູແຂ້ວ ບິດຝາຫຼອດຢາຖູແຂ້ວ ແລະທາຢາຖູແຂ້ວໄມ້ຖູແຂ້ວ ອາດຈະໃຊ້ວິທີນີ້ກັບກິດຈະກຳຍາມເຊົ້າອື່ນ ໆ... ການເຝິກລັກສະນະນີ້ເປັນການກະຕຸ້ນສະຫມອງສ່ວນທີ່ບໍ່ຄ່ອຍໄດ້ໃຊ້ງານ ໃຫ້ເລີ່ມສັ່ງການເພື່ອປະຕິບັດກິດຈະກຳຕ່າງ ໆ ທີ່ສະຫມອງຊີກນີ້ບໍ່ຄ່ອຍມີສ່ວນຮ່ວມ ມີການວິໄຈພົບວ່າ ການເຝິກເຊັ່ນນີ້ສົ່ງຜົນໃຫ້ວົງຈອນ ແລະເຄືອຂ່າຍສະໝອງໃນສ່ວນເຍື່ອຫຸ້ມ ສະຫມອງຄອລ໌ແທກຊ໌ທີ່ເຮັດຫນ້າທີ່ຄວບຄຸມ ແລະຮັບສົ່ງຄຳສັ່ງຈາກມື ມີການຂະຫຍາຍຕົວຢ່າງຫລາຍແລະໃນອັດຕາທີ່ວ່ອງໄວ ຫຼືອາດລອງເຮັດສິ່ງຕ່າງ ໆ ດ້ວຍມືຂ້າງດຽວ ກໍ່ໄດ້ເຊັ່ນກັນ

3. ຢູ່ໃນໂລກທີ່ບໍ່ມີສຽງ ປິດຫູດ້ວຍການໃສ່ຫູຟັງຂະນະກິນເຂົ້າກັບຄອບຄົວເພື່ອສຳຜັດໂລກງຽບ... ຄົນ ໃກ້ຕົວຂອງເຮົາອາດຈະເຄີຍຈົ່ມວ່າ ເຮົາຟັງສິ່ງທີ່ພວກເຂົາເວົ້າພຽງເຄິ່ງດຽວ ເຊິ່ງເປັນເລື່ອງທີ່ມັກເກີດຂຶ້ນຕອນຫຍຸ້ງຢູ່ ລອງເຝິກຕົວເອງດ້ວຍວິທີນີ້ຈະເຮັດໃຫ້ເຮົາ ສາມາດບັງຄັບຕົວເອງໃຫ້ໃຊ້ຕົວຊ່ວຍອື່ນໃນການເຮັດກິດຈະກຳ ເຊັ່ນ ຮູ້ວ່າໂທລະສັບທີ່ສຽບສາຍສາກໄວ້ນັ້ນ ມັນເຕັມແລ້ວເປັນຕົ້ນ

4. ມື້ເຊົ້າທຳມະດາທີ່ບໍ່ທຳມະດາ ລອງເລືອກກິດຈະກຳຕໍ່ໄປນີ້ໜຶ່ງ ຫຼືສອງຂໍ້ ແຕ່ບໍ່ຄວນເຮັດໝົດທຸກຂໍ້ໃນເຊົ້າມື້ດຽວກັນ
ສະຫລັບລຳດັບກິດຈະວັດລະຕອນເຊົ້າ ເຊັ່ນ:
  • ຖ້າເຄີຍແຕ່ງຕົວກ່ອນກິນເຂົ້າ ລອງປ່ຽນມາກິນເຂົ້າກ່ອນແຕ່ງຕົວເບິ່ງ
  • ຖ້າເຄີຍກິນກາແຟກັບເຂົ້າຈີ່ທຸກເຊົ້າ ລອງເປັນພວກອາຫານເຊົ້າແບບລາວ ໆ
  • ປ່ຽນສຽງໂມງປຸກ ປ່ຽນລາຍການວິທະຍຸ ຫຼືໂທລະທັດໄປເປັນລາຍການທີ່ເຮົາບໍ່ເຄີຍຟັງ ລາຍການເດັກເປັນຕົວຢ່າງທີ່ດີໃນການກະຕຸ້ນສະໝອງ ໃຫ້ສົນໃຈໃນເລື່ອງທີ່ເຄີຍເບິ່ງຂ້າມ
  • ປ່ຽນເສັ້ນທາງທີ່ຈະເດິນທາງໄປເຮັດວຽກ
ຈາກການສຶກສາຮູບຖ່າຍຂອງສະໝອງພົບວ່າ ກິດຈະກຳໃໝ່ ໆ ຈະກະຕຸ້ນເຊວປະສາດທີ່ກິນພື້ນທີ່ສະໝອງຊັ້ນນອກໃນບໍລິເວນກວ້າງ ວິທີຕື່ມກິດຈະກຳໃໝ່ນີ້ຈະໃຫ້ຜົນຫຼຸດລົງ ເມື່ອກິດຈະກຳນັ້ນກາຍເປັນສິ່ງທີ່ເຮັດເປັນກິດຈະວັດ ຫຼືເປັນອັດໂນມັດ ເນື່ອງຈາກສະໝອງຕ້ອງໃຊ້ພະລັງໃນການເຮັດສິ່ງໃໝ່ ໆ ຫຼາຍກວ່າຕອນເຮັດກິດຈະກຳທີ່ເຮັດຈົນລຶ້ງແລ້ວ

5. Sex ສຸດຍອດກິດຈະກຳອອກກຳລັງສະຫມອງ ຄວາມຕື່ນເຕັ້ນລະທຶກໃຈຈາກກິດຈະກຳແປກໃໝ່ ເປັນຫົວໃຈຫຼັກຂອງການເລົ້າອາລົມຮັກ ໂດຍສະເພາະໃນຄູ່ສົມລົດທີ່ແຕ່ງງານມາດົນ ເພາະຊ່ວຍໃຫ້ຄູ່ຮັກພົບກັບຄວາມທ້າທາຍ ແລະຕື່ນເຕັ້ນຈາກປະສົບການທາງເພດແບບໃໝ່ ໃຊ້ຈິນຕະນາການ ແລະດຶງອາລົມຄວາມຮູ້ສຶກທຸກສ່ວນອອກມາປັບໃຊ້ ເຊັ່ນ ໃສ່ຊຸດນອນຜ້າໄໝທີ່ໃຫ້ຄວາມຮູ້ສຶກສຳຜັດທີ່ໝື່ນ ໂຮຍກີບກຸຫລາບເທິງຕຽງ ນວດສຳຜັດກັນແລະກັນດ້ວຍນ້ຳມັນຫອມລະເຫີຍ ຫຼືສ້າງບັນຢາກາດດ້ວຍສຽງເພງໂຣແມນຕິກ sex ທີ່ດີນັບເປັນການອອກກຳລັງ ສະຫມອງທີ່ດີ ຟັງເບິ່ງອາດເປັນການສັນເສີນຍ້ອງຍໍກິດຈະກຳເທິງຕຽງ ແຕ່ໃນຄວາມເປັນຈິງແລ້ວບໍ່ໄດ້ເປັນການກ່າວເກີນຈິງເລີຍ ເຫດຜົນກໍ່ເພາະໃນກິດຈະກຳຮ່ວມຮັກມີການໃຊ້ປະສາດສຳຜັດທຸກຢ່າງ ທີ່ກໍ່ໃຫ້ເກີດການກະຕຸ້ນ ໃນວົງຈົນສະໝອງທຸກສ່ວນລວມທັງວົງຈອນທີ່ຮັບຮູ້ເລື່ອງອາລົມ


ເຄັດລັບດີ ໆ ອີກຫຼາຍກ່ຽວກັບການບໍລິຫານສະໝອງ ຕິດຕາມລາຍລະອຽດໄດ້ຈາກຫນັງສື ສະໝອງຟິດ ຄວາມຄິດປິ໊ງ
ໜັງສືແປຈາກເລື່ອງ Keep Your Brain Alive ໂດຍ Lawrence C.Katz, Ph.D & Manning Rubin



ແປ ແລະຮຽບຮຽງຈາກໄທຣີດເດີຄລັບ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 14, 2008 | ມີ 3 ຄຳເຫັນ ແລະ 0 trackback(s)
            ວັນອອກພັນສາ ເປັນວັນທີ່ພຸດທະບໍລິສັດທັງຊາວວັດແລະຊາວບ້ານ ໄດ້ພ້ອມໃຈກັນກະທຳບຸນກຸສົນຕ່າງ ໆ ຕາມຄະຕິປະເພນີທີ່ເຄີຍຍຶດຖືປະພຶດປະຕິບັດສືບ ໆ ກັນມາແຕ່ບູຮານນະການ ເຊັ່ນມີການຕັກບາດ ເປັນຕົ້ນ “ວັນອອກພັນສາ” ມີສາເຫດເນື່ອງມາຈາກ “ວັນເຂົ້າພັນສາ” ທີ່ມີມາແລ້ວເມື່ອວັນແຮມ ໑ ຄ່ຳເດືອນ ໘ ອັນເປັນວັນທີ່ພະພິກສຸທັງຫລາຍອະທິຖານໃຈເຂົ້າຢູ່ພັນສາຄົບໄຕມາດ ຄື ໓ ເດືອນ ຕາມພະພຸດທະບັນຍັດ ໂດຍບໍ່ໄປຄ້າງແຮມຄ້າງຄືນນອກສະຖານທີ່ທີ່ທ່ານຕັ້ງໃຈຢູ່ໄວ້ ເມື່ອມີວັນເຂົ້າພັນສາກໍຈຳເປັນຕ້ອງມີວັນອອກພັນສາ ເຊິ່ງວັນອອກພັນສານັ້ນກົງກັບວັນຂຶ້ນ ໑໕ ຄ່ຳເດືອນ ໑໑ (ເພັງເດືອນ ໑໑) ຂອງທຸກປີ ວັນອອກພັນສາ ເປັນວັນສຸດທ້າຍແຫ່ງການຈຳພັນສາຂອງພະພິກສຸສົງ ໝາຍເຖິງພະພິກສຸສົງໄດ້ຈຳພັນສາຄົບກຳນົດໄຕມາດ ຕາມພະພຸທົດບັດແລ້ວ ທ່ານມີສິດທີ່ຈະຈາລຶກໄປພັກຄ້າງຄືນບ່ອນອື່ນໄດ້ ບໍ່ຜິດພະພຸທົດບັນຍັດ ແລະຍັງໄດ້ຮັບອານິສົງ ຄື:
໑. ໄປໃສບໍ່ຕ້ອງບອກລາ
໒. ບໍ່ຕ້ອງຖືຜ້າໄຕຄົບຊຸດ
໓. ວັດຖຸທານທີ່ເກິດຂື້ນແກ່ທ່ານມີສິດຮັບໄດ້
໔. ມີໂອກາດໄດ້ອະນຸໂມຖະນາກະຖິນ ແລະໄດ້ຮັບອານິສົງຄືໄດ້ຮັບການຂະຫຍາຍເວລາຂອງອານິສົງນັ້ນອອກໄປອີກ ໔ ເດືອນ

            ອີກປະການໜຶ່ງ ມີຊື່ເອີ້ນວັນອອກພັນສາອີກຢ່າງໜຶ່ງວ່າ "ວັນປະວາຣະນາ ຫລື ວັນມະຫາປະວາຣະນາ" ມີຄວາມຫມາຍວ່າພະພິກສຸທັງຫລາຍທັງພະຜູ້ໃຫຍ່ ແລະພະຜູ້ນ້ອຍຕ່າງເປີດໂອກາດອະນຸຍາດແກ່ກັນແລະກັນ ໃຫ້ວ່າກ່າວຕັກເຕືອນກັນໄດ້ ມີຄຳກ່າວປະວາຣະນາເປັນພາສາລີ ວ່າ "ສັງຄຳພັນເຕ ປະວາເຣມິ ທິດເຖນະ ວາ ສຸເຕນະ ວາປະຣິສັງກາຍະ ວາ ວະທັນຕຸ ມັງ ອາຍັດສະສະມັນໂຕ ອະນຸກັດປັງ ອຸປາທາຍະ ປັດສັນໂຕ ປະຕິກະຣິດສາມິ"

            ແປວ່າ ຂ້າແຕ່ພະສົງຜູ້ຈະເລີນ ຂ້າພະເຈົ້າຂໍປະວາຣະນາຕໍ່ສົງ ດ້ວຍໄດ້ເຫັນຫລືໄດ້ຟັງກໍຕາມ ຂໍທ່ານທັງຫລາຍໂປດອະນຸເຄາະ ວ່າກ່າວຕັກເຕືອນຂ້າພະເຈົ້າດ້ວຍ ເມື່ອຂ້າພະເຈົ້າເບິ່ງເຫັນແລ້ວ ຈະປະພຶດຕົວໃໝ່ໃຫ້ດີ

            ການທີ່ພະທ່ານກ່າວປະວາຣະນາ (ຍອມໃຫ້ວ່າກ່າວຕັກເຕືອນ) ກັນໄວ້ ໃນເມື່ອຕ່າງອງຕ່າງຕ້ອງຈາກກັນໄປອົງລະທິດລະທາງ ທ່ານຢ້ານວ່າອາດມີຂໍ້ປະພຶດ ປະຕິບັດທີ່ບໍ່ດີບໍ່ງາມເກີດຂຶ້ນ ໂດຍຕົວທ່ານເອງຮູ້ເທົ່າບໍ່ເຖິງການ ຫລືເບິ່ງບໍ່ເຫັນດັ່ງຝຸ່ນເຂົ້າຕາຕົວເອງ ແມ່ນວ່າຝຸ່ນຜົງຈະຢູ່ຊິດຕິດກັບແກ່ນຕາ ເຮົາກໍບໍ່ສາມາດເບິ່ງເຫັນຝຸ່ນຜົງນັ້ນໄດ້ ຈຳເປັນຕ້ອງໄຫວ້ວານຂໍຮ້ອງຜູ້ອື່ນໃຫ້ມາຊ່ວຍເບິ່ງ ຫລືຕ້ອງໃຊ້ແວ່ນແຍງສ່ອງເບິ່ງ ເພາະສະນັ້ນ ພະທ່ານຈຶ່ງໃຊ້ວິທີການກ່າວປະວາຣະນາຕັດໄວ້ ເພື່ອໃຫ້ພະສົງຮູບອື່ນໄດ້ເຫັນຫລືແມ່ນແຕ່ ໄດ້ຍິນໄດ້ຟັງ ເລື່ອງດີບໍ່ດີບໍ່ງາມຫຍັງກໍຕາມໃຫ້ກ່າວແນະນຳຕັກເຕືອນໄດ້ ໂດຍບໍ່ຕ້ອງເກງໃຈກັນ ທັງຜູ້ໃຫຍ່ແລະຜູ້ນ້ອຍດ້ວຍເຈດນາດີຕໍ່ກັນ ຄື ພະຜູ້ໃຫຍ່ກໍກ່າວຕັກເຕືອນພະຜູ້ນ້ອຍໄດ້ ແລະພະຜູ້ມີອາວຸໂສນ້ອຍກໍ່ສາມາດກ່າວ ຊີ້ແນະເຖິງຂໍ້ບໍ່ດີຂອງພະຜູ້ໃຫຍ່ໄດ້ເຊັ່ນກັນ ໂດຍທີ່ພະຜູ້ໃຫຍ່ຄືຜູ້ມີອາວຸໂສທ່ານ ກໍ່ບໍ່ໄດ້ສຳຄັນຕົນຜິດຄິດວ່າທ່ານເຮັດຫຍັງແລ້ວ ຖືກໄປຫມົດທຸກຢ່າງ

            ການກ່າວປະວາຣະນາ ເທົ່າກັບເປັນການຊ່ວຍລະມັດລະວັງຂໍ້ປະພຶດປະຕິບັດທີ່ບໍ່ດີຂອງພະຮູບໜຶ່ງ ເຊິ່ງເປັນຈຸດນ້ອຍ ໆ ນີ້ທີ່ຈະລຸກາມກໍ່ຄວາມເສື່ອມເສຍໄປເຖິງພະໝູ່ຫລາຍ ແລະລຸກລາມໄປເຖິງພະພຸດທະສາດສະໜາອັນເປັນຈຸດສູນໃຫຍ່ໄດ້ ທ່ານຈຶ່ງໃຊ້ວິທີປ້ອງກັນໄວ້ກ່ອນ ດີກວ່າການແກ້ໄຂໃນພາຍຫລັງ

            ຕົວຢ່າງ ວັນອອກພັນສາ ຫລືວັນມະຫາປະວາຣະນາທີ່ພະພິກສຸທັງຫລາຍກະທຳເຊັ່ນນີ້ ເປັນເຄື່ອງມືຊີ້ໃຫ້ເຫັນວິທີການສັງວອນ ຄື ຕາມລະວັງ ບໍ່ປະມາດ ບໍ່ຍອມໃຫ້ຄວາມຮ້າຍແຮງເກີດຂຶ້ນໄດ້ ເປັນການກັນໄວ້ດີກວ່າແກ້ພາຍຫຼັງ ບໍ່ວ່າຈະຢູ່ໃນບຸນເຂົ້າພັນສາຫລືອອກພັນສາ ພະທ່ານຈະປະພຶດດີ ປະຕິບັດມັກຕາມລະບອບຂອງພະທຳວິໄນຢູ່ຕະຫລອດເວລາ


ແປ ແລະຮຽບຮຽງຈາກ http://www.dhammajak.net/budday/pansa2.php
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 19, 2008 | ມີ 11 ຄຳເຫັນ ແລະ 0 trackback(s)


alt
ຖ້າຈະປຽບທຽບໂລກກັບ Pluto, Mercury, Mars ແລະ Venus ແລ້ວ ໂລກເຮົາກໍ່ມີຂະໜາດທີ່ໃຫຍ່ທີ່ສຸດ... ຊ່າງເປັນເລື່ອງທີ່ຫນ້າພູມໃຈ ແຕ່ວ່າ...











alt
ເມື່ອປຽບທຽບກັບ Neptune, Uranus, Saturn ແລະ Jupiter ແລ້ວ ໂລກເຮົາມັນກໍ່ເປັນພຽງນ້ອງຫລ້າ...











alt
ເຖິງວ່າ Jupiter ຈະໃຫຍ່ປານໃດ ແຕ່ຫາກປຽບທຽບກັບດວງອາທິດແລ້ວ ມັນກໍ່ເປັນພຽງລູກເມຍນ້ອຍຄົນທີ່ 36...













alt
ເຖິງວ່າດວງອາທິດຈະໃຫຍ່ພຽງໃດ ແຕ່ຫາກປຽບທຽບກັບ Arturus ນັ້ນ ດວງອາທິດກໍ່ຍັງຄົງເປັນພຽງລູກຂອງເມຍນ້ອຍລຳດັບທີ່ 104... ສ່ວນໂລກນັ້ນ ຍັງເປັນວຸ້ນໃນທ້ອງພໍ່ຢູ່...
 Shocked











alt
Arturus ອາດຈະໃຫຍ່ແທ້ ແຕ່ເມື່ອພົບກັບ Antares ແລ້ວ... ມັນກໍ່ຍັງຫ່າງຊັ້ນກັນຫລາຍສິບຫລາຍຮ້ອຍເທົ່າ...














alt





ຂຽນເມື່ອ ຂຽນເມື່ອ: ກ.ຍ.. 11, 2008 | ມີ 2 ຄຳເຫັນ ແລະ 0 trackback(s)
嘘は盗みの始まり
Uso wa nusumi no hajimari
“ມຸສາ” ຄືຈຸດເລີ່ມຕົ້ນຂອງການລັກຊັບ

ຊີວິດຄົນເຮົາມັກຈະມີເລື່ອງທີ່ກົງກັນຂ້າມກັນ ຫຼືຂັດແຍ່ງກັນສະເໝີ ຢ່າງເຊັ່ນໃນສຸພາສິດທີ່ຈະນຳສະເໜີດັ່ງຕໍ່ໄປນີ້
ສຸພາສິດນັ້ນສອນວ່າ ການຂີ້ຕົວະ ຫຼື “ມຸສາ” ນັ້ນ ເປັນຈຸດເລີ່ມຕົ້ນຂອງການຂີ້ລັກ ເຊິ່ງບໍ່ສົມຄວນເຮັດເລີຍ

嘘は盗みの始まり (Uso wa nusumi no hajimari)

嘘        uso        ແປວ່າ ຂີ້ຕົວະ
盗み        nusumi        ແປວ່າ ຂີ້ລັກ
始まり        hajimari        ແປວ່າ ເລີ່ມຕົ້ນ



ໂອ... ດຽວນີ້ພັນລາວມີຫ້ອງຮຽນພາສາຍີ່ປຸ່ນນຳ ໕໕໕+



- ແປ ແລະຮຽບຮຽງມາຈາກ j-doramanga
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 14, 2008 | ມີ 5 ຄຳເຫັນ ແລະ 0 trackback(s)
ມີນັກໂທດຢູ່ 10 ຄົນ ກຳລັງຈະຖືກປະຫານ ຜູ້ຄຸມຜູ້ໃຈດີໄດ້ເປີດໂອກາດໃຫ້ນັກໂທດມີສິດລອດຊີວິດໄດ້ ໂດຍໃຫ້ນັກໂທດເຂົ້າແຖວ ແລ້ວໃສ່ໝວກຄົນລະໜ່ວຍ (ມີສີດຳກັບສີຂາວ) ນັກໂທດຈະເຫັນວ່າຄົນທາງໜ້າ (ທຸກຄົນ) ໃສ່ໝວກສີຫຍັງ ແຕ່ຈະບໍ່ເຫັນສີໝວກຂອງຕົວເອງແລະບໍ່ເຫັນສີໝວດຂອງຄົນທາງຫລັງ ຜູ້ຄຸມຈະຄ່ອຍ  ໆ ຖາມນັກໂທດເທື່ອລະຄົນ ຈາກຄົນທາງຫລັງສຸດຂຶ້ນມາເລື້ອຍ ໆ ວ່ານັກໂທດຄົນນັ້ນໃສ່ສີຫຍັງ ຖ້າພວກເຂົາຕອບຖືກກໍ່ຈະບໍ່ຕາຍ

ໂຊກຍັງເຂົ້າຂ້າງນັກໂທດກຸ່ມນີ້ ເພາະນັກໂທດຄົນໜຶ່ງລັກໄປໄດ້ຍິນກະຕິການີ້ ເຮັດໃຫ້ມີໂອກາດໄດ້ປຶກສາກັນກ່ອນ ວ່າຈະເຮັດແນວໃດດີໃຫ້ມີຄົນລອດຕາຍຫລາຍທີ່ສຸດ

ໃຫ້ພວກເຮົາມາຊ່ວຍພວກເຂົາຄິດແຜນການ! (ຄຳໃບ້ແມ່ນ: ແຜນການທີ່ດີຈະເຮັດໃຫ້ມີຄົນລອດ 9 ຄົນ)
ຂຽນເມື່ອ ຂຽນເມື່ອ: ກ.ລ.. 22, 2008 | ມີ 20 ຄຳເຫັນ ແລະ 0 trackback(s)
ນັ່ງຕັ່ງໃຫ້ສະບາຍ ແລ້ວຍົກຕີນຂວາຂຶ້ນໃຫ້ລອຍຈາກພື້ນ

ຈາກນັ້ນໃຫ້ຫມຸນຕີນຂວາເປັນວົງກົມ ຫມຸນໄປຂວາຕາມເຂັມໂມງ

ລະຫວ່າງນັ້ນກໍ່ໃຊ້ມືຂວາແຕ້ມເລກ 6 ກາງອາກາດ

ທັນໃດນັ້ນ... ຕີນຂວາກໍ່ຈະເລີ່ມຫມຸນໄປທາງຊ້າຍ ໂດຍທີ່ບໍ່ໄດ້ເຮັດຫຍັງເລີຍ



ບື໋ຍຍຍຍຍຍຍຍຍ~
ຂຽນເມື່ອ ຂຽນເມື່ອ: ກ.ລ.. 11, 2008 | ມີ 4 ຄຳເຫັນ ແລະ 0 trackback(s)
Red Cliff

ປະເທດຈີນໃນປີ ຄ.ສ. ໒໐໘ ໃນສະໄຫມການປົກຄອງຂອງຣາຊວົງຫັ່ນ ອັນມີພະເຈົ້າຫ້ຽນເຕ້ເປັນພະຈັກກະພັດ ແຜ່ນດິນຈີນຖືກແບ່ງອອກເປັນຫລາຍກົກຫລາຍເຫລົ່າ ຂຸນເສິກແລະອຸປະຣາຊຜູ້ມີຄວາມມຸ່ງໝັ້ນ “ໂຈໂສ” ໃຊ້ຈັກກະພັດເປັນເຄື່ອງມືໃນການປະກາດສົງຄາມກັບດິນແດນຈົກກົກທາງທິດຕາເວັນຕົກ ທີ່ເຊິ່ງປົກຄອງໂດຍ “ເລົ່າປີ່” ເປົ້າຫມາຍຂອງໂຈໂສຄື ກຳຈັດທຸກກົກໃຫ້ຫມົດສິ້ນໄປ ເພື່ອຮວມປະເທດຈີນໃຫ້ເປັນປຶກແຜ່ນ ແລະຕັ້ງຕົນເປັນຈັກກະພັດເສຍເອງ

ເລົ່າປີ່ ສົ່ງ “ຂົງເບ້ງ” ທີ່ປຶກສາຂອງຕົນໄປດິນແດນແຫ່ງງໍ່ກົກທາງໃຕ້ ໃນຖານະທູນສັນຖະວະໄມຕີ ເພື່ອໂນ້ມໃຫ້ “ຊຸນກວນ” ຜູ້ນຳງໍ່ກົກເຂົ້າຮ່ວມເປັນພັນທະມິດສູ້ສົງຄາມກັບໂຈໂສ ໃນທີ່ນັ້ນ ຂົງເບ້ງໄດ້ພົບກັນ “ຈິວຢີ່” ທີ່ປຶກສາແຫ່ງງໍ່ກົກ ແລະກາຍເປັນມິດກັນທ່າມກາງໄຟສົງຄາມທີ່ກຳລັງຮ້ອນຂຶ້ນເລື້ອຍ ໆ

ຝ່າຍໂຈໂສເມື່ອໄດ້ຮູ້ວ່າສອງກົກຮວມກັນເປັນພັນທະມິດແລ້ວ ກໍ່ເກີດຄວາມໂກດແຄ້ນ ສັ່ງຮວບຮວມກຳລັງພົນກວ່າ ໘໐໐,໐໐໐ ພ້ອມເຮືອອີກ ໒,໐໐໐ ກວ່າລຳລົງໃຕ້ ຫວັງຂ້ານົກສອງໂຕໂດຍໃຊ້ຫິນກ້ອນດຽວ ກອງທັບໂຈໂສຕັ້ງຖານທີ່ໝັ້ນຢູ່ໃນປ່າອີກາ ຮິມຝັ່ງແມ່ນ້ຳແຢງຊີ ໂດຍທີ່ອີກຝັ່ງຫນຶ່ງຂອງແມ່ນ້ຳຄືຜາແດງ ອັນເປັນຖານທີ່ໝັ້ນຂອງຝ່າຍສັມພັນທະມິດ

ດ້ວຍສະບຽງອາຫານທີ່ຂາດແຄນ ແລະກອງທັບຈຳນວນມະຫາສານຂອງໂຈໂສ ຝ່າຍສຳພັນທະມິດຈຶ່ງຕົກຢູ່ໃນທີ່ນັ່ງລຳບາກ ຈິວຢີ່ ແລະຂົງເບ້ງ ຈຶງຕ້ອງຮ່ວມກັນໃຊ້ປະຕິພານໃນການປ່ຽນກະດານເສິກ ສົງຄາມຄັ້ງນີ້ເຕັມໄປດ້ວຍການຕໍ່ສູ້ທັງດ້ານກຳລັງ ແລະສະໝອງ ທັງໃນນ້ຳ ແລະເທິງບົກ ຈຶ່ງກາຍເປັນສົງຄາມທີ່ມີຊື່ສຽງທີ່ສຸດໃນປະຫວັດສາດຈີນ ທີ່ເຊິ່ງເຮືອສອງພັນລຳຖືກເຜົາວອດວາຍ ແລະເປັນເຫດໃຫ້ປະຫວັດສາດຈີນປ່ຽນແປງໄປຕະຫລອດການ ສົງຄາມດັ່ງກ່າວນັ້ນມີຂື່ວ່າ “ເສິກຜາແດງ” ນັ້ນເອງ

(ເລື່ອງຫຍໍ້ຈາກ SiamZone)

alt

ບໍ່ຮູ້ວ່າ ITECC ຈະເອົາມາສາຍມື້ໃດ ໃຜມີຂໍ້ມູນຂຽນບອກໄດ້ເດີ້

ດ້ານລຸ່ມເປັນໂຄສະນາຫນັງ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 19, 2008 | ມີ 10 ຄຳເຫັນ ແລະ 0 trackback(s)

ເດຈາວູ ເປັນພາສາຝຣັ່ງ ຂຽນຕາມແບບວ່າ Déjà vu ແປວ່າ ເຄີຍໄດ້ພົບເຫັນມາແລ້ວ ຄຳວ່າເດຈາວູໄດ້ບັນທຶກຂຶ້ນມາຈາກນັກຈິດຕະວິທະຍາ ຊາວຝຣັ່ງ ຊື່ Emile Boirac (1851-1917) ໃນຫນັງສື L'Avenir des sciences psychiques (ແປວ່າ ອະນາຄົດຂອງວິທະຍາສາດຈິດຕະວິທະຍາ)

ອາການເດຈາວູຄືຄວາມຮູ້ສຶກວ່າ ເຫດການນັ້ນເຄີຍພົບມາແລ້ວ ທັງທີ່ຄວາມຈິງຫາກໍ່ເຄີຍພົບເປັນຄັ້ງທຳອິດ ໂດຍເຮົາອາດຈະຄິດໄປວ່າຕົວເອງເພີ້ຝັນໄປ

ມະນຸດໃນບາງຄັ້ງມີຄວາມຮູ້ສຶກວ່າ ຕົນເອງເຄີຍປະສົບເຫດການແບບນີ້ມາແລ້ວ ແຕ່ຈື່ບໍ່ໄດ້ວ່າໃນຝັນ ຫຼືໃນອະດີດ ເຊັ່ນ ໄປທ່ຽວຕ່າງແຂວງທີ່ບໍ່ເຄີຍໄປມາກ່ອນ ຍ່າງໄປຢືນຢູ່ລະບຽງແລ້ວຮູ້ສຶກຕົນເອງຄຸ້ນເຄີຍກັບລະບຽຍນີ້ ມຸມນີ້ ແລະການຢືນແບບນີ້

ບາງຄົນຮູ້ສຶກວ່າຕົນເອງນັ່ງລົດໂດຍສານກັບຈາກຕ່າງແຂວງຕອນເດິກ ລະຫວ່າງທາງເຫັນອຸປະຕິເຫດຂ້າງທາງ ແລ້ວກໍ່ຜ່ານໄປ ຈັກຫນ່ອຍກໍ່ເຫັນອີກ ເຫັນຢູ່ເລື້ອຍ ທີ່ສຳຄັນ ເປັນລົດຄັນເກົ່າ ຄົນເກົ່າ ບາງທີກຳລັງປິ່ນຫນ້າມາເບິ່ງນຳອີກ ໂດຍທີ່ບໍ່ແມ່ນຝັນແນ່ນອນ ພໍຮູ້ເມື່ອຄີງລົດກໍ່ຍອດ ປະກົດວ່າມີອຸປະຕິເຫດເກີດຂຶ້ນຄືກັບທີ່ເຄີຍເຫັນ

ເດຈາວູບໍ່ຄືຝັນ ມັນສາມາດເກີດຂຶ້ນໄດ້ແມ່ນແຕ່ໃນຍາມເຮົາຕື່ນຢູ່ກໍ່ຕາມ

ເດຈາວູເປັນປະສົບການທາງຈິດ ທີ່ເກີດຂຶ້ນໄດ້ກັບທຸກຄົນ ແລະທຸກເວລາ ອາດຈະເປັນອະດີດຊາດ ອາດຈະເປັນໂລກຄູ່ຂະຫນານ ອາດຈະເປັນພະລັງຈິດ ຫຼືອາດຈະເປັນພຽງພາບລວງຕາທາງສະຫມອງ...


ທິດສະດີທີ່ ໑ “ອະດີດຊາດ”

ສິ່ງໃດກໍ່ຕາມທີ່ເຄີຍເກີດໄປແລ້ວໃນອະດີດ ຈະຍ້ອນກັບມາເກີດຊ້ຳອີກ ເຮົາຈະຜ່ານປະສົບການຫລວງຫລາຍ ແລະບາງສິ່ງອາດຈະຫລົງເລືອນໃນຄວາມຊົງຈຳ ແລ້ວຍ້ອນກັບມາເກີດອີກ ເຮັດໃຫ້ຮູ້ສຶກວ່າເຄີຍເຫນັມາກ່ອນ

ເດຈາວູ ເປັນປະສົບການທາງຈິດວິນຍານ ທາງສັບວິທະຍາສາດເອີ້ນວ່າ ເດຈາວູ ມັນເກີດຈາກຂະນະທີ່ນອນຫລັບ ຈະມີການຫລັບຢູ່ຫລາຍຂັ້ນ (ປະມານ ໕ ຂັ້ນ) ຖ້າເຫັນອະນາຄົດທີ່ເຄີຍເຮັດ ກໍ່ຈະຢູ່ປະມານຊັ້ນທີ່ ໓ ຍິ່ງຊັ້ນຫລາຍຂຶ້ນ ຄວາມສຳພັນລະຫວ່າງຮ່າງກາຍ ແລະວິນຍານຈະຍິ່ງຫ່າງໄກກັນອອກໄປ ຖ້າຫລັບເລິກຮອດຂັ້ນທີ່ ໕ ກ່ອນຫລັບຈະຮູ້ສຶກຊາຕາມຮ່າງກາຍ ເຄື່ອນໄຫວບໍ່ໄດ້ ເວົ້າບໍ່ໄດ້ (ລັກສະນະທີ່ຄົນທົ່ວໄປເອີ້ນວ່າ ຖືກຜີອຳ) ຖ້ານອນຫລັບໃນສະພາບນີ້ ອັດຕາການເຊື່ອມໂຍງກັບຮ່າງກາຍຈະຫລຸດລົງຕ່ຳ ຈົນເຫລືອ ໐ ແລ້ວວິນຍານກໍ່ຫລຸດອອກຈາກຮ່າງກາຍ...


ທິດສະດີທີ່ ໒ “ພະລັງຈິດ”

ບາງຄົນກໍ່ວ່າ ເດຈາວູ ເປັນຮູບແບບຂອງພະລັງຈິດຢ່າງຫນຶ່ງ ບາງກໍ່ວ່າເປັນ “ທິພຈັກຂຸຢານ” (ມີຄວາມຮູ້ຄ້າຍຕາທິບ) ເຊິ່ງໄດ້ມາຈາກການຈະເລີນ “ສມຖກັມຖານ” (ສະ-ມະ-ຖະ-ກຳ-ມະ-ຖານ) ໃນຫມວດຂອງ ກະສິນ ໓ ກອງຄື ເຕໂຊກະສິນ (ກະສິນໄຟ), ໂອທາກະສິນ (ກະສິນສີຂາວ), ແລະ ອາໂລກະສິນ (ກະສິນແສງສະຫວ່າງ) ຈາກທັງຫມົດ ໑໐ ກອງ

ເຮົາທຸກຄົນມີພະລັງຈິດ ພຽງແຕ່ຈະອ່ອນຈະເຂັ້ມແຕກຕ່າງກັນ ເພາະເຮົາບໍ່ໄດ້ເຝິກ ຈຶ່ງເກັບກົດມັນໄວ້ພາຍໃນ ຈົນບາງມື້ເລີກງາມຍາມດີ ມັນອາດຈະລົ້ນອອກມາ ເຊິ່ງຕາມຕຳລານັ້ນທ່ານວ່າຖ້າໄດ້ເຝິກຝົນດີແລ້ວ ຈະສາມາດຄວບຄຸມໄດ້

ມີນັກພະຍາກອນຫລາຍຄົນ ພະຍາກອນໄດ້ຈາກການເພັ່ງ ວ່າກັນວ່າມີຄົນຜູ້ຫນຶ່ງທີ່ມີເດຈາວູແຮງກ້າຫລາຍ ຫາກໃຜມາປຽບບໍ່ໄດ້ ຄົນຜູ້ນັ້ນມີຊື່ວ່າ “ນອດສະຕາດາມຸດ”

 

ທິດສະດີທີ່ ໓ “ຈັກກະວານຄູ່ຂະໜານ”

ຈະຂໍອະທິບາຍກ່ຽວກັບ ໂລກຄູ່ຂະໜານ ຫຼືຈັກກະວານຄູ່ຂະໜານເພື່ອໃຫ້ເກີດຄວາມເຂົ້າໃຈກ່ອນ ມັນຫມາຍເຖິງຈັກກະວານທີ່ດຳເນີນໄປພ້ອມກັບຈັກກະວານທີ່ເຮົາກຳລັງຢູ່ນີ້ ທິດສະດີນີ້ນັກຟີສິກລິເລີ່ມຄິດຂຶ້ນມາ ມີເຫດການທີ່ເຮົາລັງເລຢູ່ ໒ ທາງ ແຕ່ເຮົາກໍ່ຕັດສິນໃຈໄປທາງຫນຶ່ງ ແລ້ວຄິດບໍ່ວ່າ ຖ້າເວລານັ້ນ ເຮົາຕັດສິນໃຈໄປອີກທາງຫນຶ່ງ ຈະເກີດຫຍັງຂຶ້ນ?

ໃນໂລກນີ້ທີ່ເຮົາມີຕົວຕົນຢູ່ໃນຂະນະນີ້ ຂະນະດຽວກັນກໍ່ມີເຮົາອີກຄົນຫນຶ່ງ ແລະມີໂລກຄູ່ຂະໜານອີກຫລວງຫລາຍນັບບໍ່ຖ້ວນ... ເຊັ່ນໃນຂະນະນີ້ເຮົາໄດ້ຕັດສິນໃຈບາງສິ່ງ ເຊິ່ງນຳເຮົາໄປສູ່ຄວາມສຳເລັດ ຂະນະທີ່ອີກຄົນຂອງເຮົາໃນໂລກຄູ່ຂະໜານໄດ້ຕັດສິນໃຈໄປອີກທາງເຮັດໃຫ້ຊີວິດຕົນເອງ ແລະຜູ້ອື່ນເສຍຫາຍກໍ່ເປັນໄດ້ ອີກຕົວຢ່າງຄືບາງຄັ້ງເຮົາອາດຈະຢາກຂ້າຕົວຕາຍ ແຕ່ກໍ່ຢັ້ງຄິດໄວ້ໄດ້ ແຕ່ເຮົາອີກຄົນຫນຶ່ງໃນໂລກຄູ່ຂະໜານໄດ້ຂ້າຕົວຕາຍສຳເລັດແມ່ນຫຍັງປະມານນີ້

ຕົວຢ່າງບັນຫາທາງທິດສະດີມິຕິເວລາ ສົມມຸດວ່າເຮົາເດີນທາງຍ້ອນເວລາໄດ້ ມື້ວານນີ້ເຮົາເບິ່ງຫຸ້ນໂຕຫນຶ່ງຢູ່ ມື້ນີ້ຫຸ້ນໂຕນັ້ນລົ້ມ ເຮົາປະສົບກັບພາວະລົ້ມລະລາຍ ເຮົາຈຶ່ງເດີນທາງຍ້ອນເວລາກັບໄປເຕືອນຕົວເຮົາເອງໃນອະດີດ ແລະຍົກເລີກຫຸ້ນຕົວນັ້ນ ຖ້າເປັນແບບນັ້ນ ມື້ນີ້ຕົວເຮົາກໍ່ຈະບໍ່ລົ້ມລະລາຍ ໃນເມື່ອເຮົາບໍ່ໄດ້ລົ້ມລະລາຍ ເຮົາກໍ່ບໍ່ໄດ້ຍ້ອນເວລາໄປເຕືອນຕົວເອງໃນອະດີດ ແລ້ວຕົວເຮົາໃນອະດີດກໍ່ບໍ່ຮູ້ວ່າ ຫຸ້ນຕົວນັ້ນຈະລົ້ມ ແລ້ວຕົກລົງມື້ນີ້ເຮົາຈະລົ້ມລະລາຍຫຼືບໍ່?

ທິດສະດີກ່ຽວກັບໂລກຄູ່ຂະໜານຈຶ່ງຖືກຄິດຂຶ້ນມາເພື່ອອະທິບາຍ ປະກົດການຄວາມຜັນຜວນຂອງມິຕິເວລາເຫລົ່ານີ້ ທຸກ ໆ ເຫດການທີ່ເຮົາມີ ໒ ຕົວເລືອກ ຈະເກີກໂລກຄູ່ຂະໜານ ໒ ໂລກ ແລະຈາກ ໒ ໂລກ ຖ້າເຮົາພົບເຫດການອື່ນທີ່ຕ້ອງຕັດສິນໃຈ ໒ ທາງ ແຕ່ລະໂລກ ຈະເກີດໂລກຄູ່ຂະໜານອີກ ໒ ໂລກ ໂລກຄູ່ຂະໜານຈຶ່ງມີການແຕກແຍກຍ່ອຍອອກໄປຈົນນັບບໍ່ຖ້ວນ

ຈາກຕົວຢ່າງເລື່ອງຫຸ້ນ ທິດສະດີໄດ້ອະທິບາຍວ່າ ເຮົາບໍ່ອາດປ່ຽນແປງອະດີດຂອງຕົວເອງໄດ້ ເມື່ອເຮົາເດີນທາງໄປບອກຕົວເອງໃຫ້ເຊົາຫຼິ້ນຫຸ້ນໂຕນັ້ນ ເຮົາໃນອະດີດກໍ່ຈະຕັດສິນໃຈບໍ່ເອົາຫຸ້ນໂຕນັ້ນ ກໍ່ຈະສົ່ງຜົນໃຫ້ເກີດອະນາຄົດທີ່ມື້ນີ້ເຮົາບໍ່ລົ້ມລະລາຍ ແຕ່ກໍ່ເປັນຄົນລະອະນາຄົດກັບມື້ນີ້ຂອງເຮົາ ກໍ່ຄືເກີດເປັນ ໒ ໂລກຂຶ້ນມາອີກ ເຮົາກັບມາໃນປະຈຸບັນ ເຮົາກໍ່ລົ້ມລະລາຍຄືເກົ່າ ແຕ່ຕົວເຮົາເອງໃນອີກໂລກຫນຶ່ງຈະບໍ່ລົ້ມລະລາຍເພາະເຮົາໄປບອກເຕືອນວ່າຢ່າຫຼິ້ນຫຸ້ນໂຕນັ້ນ

ມີຄົນຜູກທິດສະດີເດຈາວູ ເຂົ້າກັບທິດສະດີໂລກຄູ່ຂະໜານ ໂດຍກ່າວວ່າ ການທີ່ເຮົາຮູ້ສຶກ ຫຼືເຫັນພາບທີ່ຄ້າຍກັບວ່າເຄີຍເຮັດມາກ່ອນ ນັ້ນລະ ເຮົາເຄີຍເຫັນແທ້ ແຕ່ເປັນເຮົາອິກຄົນຫນຶ່ງໃນໂລກຄູ່ຂະໜານຕ່າງຫາກທີ່ໄດ້ເຮັດ ຕົວເຮົາໃນທຸກ ໆ ໂລກຄູ່ຂະໜານຈະຖືກເຊື່ອມຕໍ່ກັນໂດຍສາຍສຳພັນບາງຢ່າງ ອາດຈະເປັນເພາະມີຄື່ນສະຫມອງທີ່ຄືກັນ (ເພາະວ່າເປັນຄົນດຽວກັນ) ໃນບາງຈັງຫວະທີ່ເຫມະາສົມ ກະແສປະສາດຈູນກັນໄດ້ ເຮົາກໍ່ອາດຈະໄດ້ຮັບຮູ້ເຖິງກະແສຄວາມຄິດຈາກຕົວເຮົາເອງໃນອີກໂລກຫນຶ່ງ


ທິດສະດີສຸດທ້າຍ “ຄິດໄປເອງ”

ຕາມແນວຄິດຂອງຫລັກວິທະຍາສາດອະທິບາຍໄວ້ວ່າ ເກີດຈາກສະຫມອງແປງຂໍ້ມູນຜິດພາດ ເວົ້າງ່າຍ ໆ ກໍ່ຄື ເຮົາບໍ່ໄດ້ໄປເຫັນມາແຕ່ໃສດອກ ແຕ່ເຮົາຫັ້ນຄິດໄປເອງວ່າໄປເຫັນມາ

ທາງການແພດເອີ້ນກັນວ່າ ການໄຫລຂອງຄື່ນກະແສໄຟຟ້າໃນສະຫມອງເກີດການຜິດປົກກະຕິ ເຮັດໃຫ້ການກະທຳທີ່ກຳລັງເຮັດຢູ່ໃນຂະນະນັ້ນ ຄ້າຍ ໆ ວ່າເຄີຍເກີດມາກ່ອນຫນ້ານີ້ແລ້ວ ແຕ່ບໍ່ສາມາດລະບຸເວລາໄດ້

ສະຫມອງຄົນເຮົາກໍ່ຄືກັບເຄື່ອງຈັກ ຍ່ອມມີຄວາມຜິດພາດເກີດຂຶ້ນໄດ້ ບາງຄົນອະທິບາຍວ່າ ເດຈາວູ ເກີດເມື່ອສະຫມອງຮັບພາບມາຈາກປະສາດຕາ ກໍ່ນຳມາແປຄວາມຫມາຍ ສະຫມອງມີ ໒ ຂ້າງ ຕາມີ ໒ ຂ້າງ ປະສາດຕາຊ້າຍເຊື່ອມກັບສະຫມອງເບື້ອງຂວາ ປະສາດຕາຂວາເຊື່ອມກັບສະຫມອງເບື້ອງຊ້າຍ ສະນັ້ນສະຫມອງທັງສອງຕ້ອງເຮັດວຽກປະສານກັນແລະກັນຕະຫລອດ

ເມື່ອເກີດສະຫມອງຂ້າງຫນຶ່ງເກີດສົ່ງຂໍ້ມູນມາຊ້າໄປຫນ້ອຍດຽວ ກໍ່ເຮັດໃຫ້ສະຫມອງແປຄວາມຫມາຍຂອງພາບນັ້ນວ່າ ເປັນພາບຈາກຄວາມຊົງຈຳ ບໍ່ແມ່ນພາບຈາກເຫດການປັດຈຸບັນ ເຮັດໃຫ້ຮູ້ສຶກວ່າເຄີຍເຫັນພາບນັ້ນມາກ່ອນ

ມີຫລັກຖານວ່າ ໂດຍສ່ວນຫລາຍ ຄົນທີ່ເປັນລົມບ້າຫມູ ຫຼືມີປະຫວັດຄົນໃນຄອບຄົວເປັນ ຈະມີໂອກາດເກີດເດຈາວູຫລາຍກວ່າ ແລະຈະຍິ່ງຫລາຍຶຂຶ້ນກ່ອນຈະມີອາການບ້າຫມູ

ບົດຄວາມຈາກວິກິພີເດຍລາວ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 16, 2008 | ມີ 7 ຄຳເຫັນ ແລະ 0 trackback(s)
altນຳເອົາເຂົ້າຫນົມອົມ Mentos ລົດ Mint ຫຼືຫມາກໄມ້ລວມ ລົງໄປໃນ Diet coke ແບບເປັນຕຸກ ຈະພົບວ່າໃນເວລາບໍ່ເກີນອຶດໃຈ ນ້ຳໃນໂຄກກໍ່ຈະສ້າງປະຕິກິລິຍາເປັນຟອງນ້ຳ ແລະທະລັກຂຶ້ນສູງຫລາຍສິບແມັດໄດ້

ເບິ່ງວີດິໂອສາທິດດ້ານລຸ່ມ





ລອງໄປຊື້ໂຄກ + mentos ມາເຮັດເບິ່ງເດີ້ ຢ່າລືມຖ່າຍວີດິໂອມາລົງພ້ອມ :P
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 13, 2008 | ມີ 4 ຄຳເຫັນ ແລະ 0 trackback(s)

ຕາມຄວາມເຊື່ອບູຮານເຮົາແບ່ງຄວາມຫ້ຽນອອກເປັນ 4 ປະເພດຕາມການເກີດ

ປະເພດທຳອິດ ສັງເສທະຊະຫ້ຽນ (ສັງ-ເສ-ທະ-ຊະ-ຫ້ຽນ)

ຄືຫ້ຽນທີ່ບັງເກີດຂຶ້ນທ່າມກາງສະພາບແວດລ້ອມທີ່ແອອັດແລະຖ້ວມນອງໄປດ້ວຍແມ່ນ້ຳເນົ່າເສຍເຊັ່ນ ແຫລ່ງຊຸມຊົນແອອັດ ເປັນຕົ້ນ ຫ້ຽນເຫລົ່ານີ້ເອີ້ນເປັນພາສາຊາວບ້ານວ່າ ຫ້ຽນສະລຳ

ປະເພດທີ 2 ອັນທະຊະຫ້ຽນ (ອັນ-ທະ-ຊະ-ຫ້ຽນ)
ຄືຫ້ຽນທີ່ບັງເກີດຂຶ້ນໂດຍເກີດຈາກຄວາມຫມົກຫມຸ້ນຢູ່ແຕ່ເລື້ອງຂອງອັນທະຫລືກ່ຽວກັບອັນທະໃນທຸກໆ ກໍລະນີ ຫລືອີກໃນຫນຶ່ງຄືຫ້ຽນທີ່ນິຍົມເລື້ອງກ້ອງໃສ້ບືເປັນອາຈິນ ພາສາຊາວບ້ານເອີ້ນວ່າ ຫ້ຽນສະຖຸນ

ປະເພດທີ 3 ຊະລາພຸຊະຫ້ຽນ (ຊະ-ລາ-ພຸ-ຊະ-ຫ້ຽນ)
ຄືຫ້ຽນທີ່ບັງເກີດຂຶ້ນໃນຄັນຖືພາ ຫລືເອີ້ນອີກຢ່າງຫນຶ່ງວ່າ ຫ້ຽນໂດຍກຳເນີດ

ປະເພດສຸດທ້າຍ ໂອປະປາຕິຫ້ຽນ (ໂອ-ປະ-ປາ-ຕິ-ຫ້ຽນ)
ຄືຫ້ຽນທີ່ບັງເກີດຂຶ້ນມາແລ້ວເປັນໂຕເປັນຕົນໃນສະພາບທີ່ໃຫຍ່ເຕັມໄວ ໂດຍບໍ່ຜ່ານກະບວນການທາງຄວາມຄິດ ຫລືວິວັດທະນາການໃນການໄຕ່ຕອງໃດໆ ຫ້ຽນເຫລົ່ານີ້ເອີ້ນວ່າ ຫ້ຽນແຕກ

ແລຫາກຫ້ຽນຕົນໃດທີ່ບັງເກີດຂຶ້ນແລມີຄົບທັງ 4ປະການຢູ່ໃນຕົນດຽວ ຫ້ຽນນັ້ນຈະຖືກແຕ່ງໃຫ້ເປັນ ຫ້ຽນເທບ ຫລື ຫ້ຽນKing ອັນເປັນຄຳເອີ້ນທີ່ຍົກຍ້ອງອົງຫ້ຽນເທວະບຸດ  ເທບຜູ້ໃຫ້ກຳເນີດແລະຄຸ້ມຄອງບັນດາຫ້ຽນ

ຈາກຄຳພີຫ້ຽນເວດ ແລະຄຳພີທາງນິກາຍຕັນຕະ ໄດ້ມີການກ່າວເຖິງຫ້ຽນເທວະບຸດວ່າ ຖຶກຳເນີດຈາກສິ່ງໃດບໍ່ມີການບັນທຶກຢ່າງແນ່ຊັດ ເປັນເທວະບຸດທີ່ມີຮູບຮ່າງແປກພິດສະດານຢ່າງຍິ່ງ ເຊິ່ງຄຳພີຫ້ຽນເວດ ໄດ້ກ່າວໄວ້ວ່າ ເປັນເທບແຕ່ບໍ່ແມ່ນເທບ ເປັນອາສູນແຕ່ບໍ່ແມ່ນອາສູນ ແລບໍ່ແມ່ນທັງພວກແທດແລທານົບໃດໆ ທັງສິ້ນ ມີຮູບກາຍຕັ້ງຊື່ ພຸງໃຫຍ່ ຮູບຮ່າງເຕ້ຍ ຫນັງຫົວມີພຽງເສັ້ນຜົມບາງໆ ຢູ່ດ້ານເທິງ ຮອບດ້ານມີແຕ່ຫນັງຫົວສີຂາວອົມຂຽວດຸດດັ່ງຫາກໍຕັດຜົມມາໃຫມ່ໆ ສະຫລອງພູສາທ່ອນເທິງສີ່ແຂນສັ້ນສີຂາວບໍລິສຸດຂັດກະດຸມຫ້າເມັດ ທ່ອນລຸ່ມສິກົມມະທາດຂາສັ້ນ ຕີນເສື້ອຢູ່ເຫນືອຫົວໂສ້ງ ໃສ່ເກີບຜ້າໃບຢຽບສົ້ນນາມວ່າເກີບຕັ້ງນ້ຳ ຖົງຕີນສີຂາວທີ່ມ້ວນລົງມາກອງຢູ່ຂໍ້ຕີນແລະຍານຈົນຫຍໍ້ ໃບຫນ້າໃສ່ແວ່ນຕາຫນາໆ ຍາມອ້າປາກຈະເຫັນຝູງຫມາຂີ້ເຮື້ອນດຸຮ້າຍຢູ່ຂ້າງໃນ ຝູງຫນຶ່ງສົ່ງສຽງຮ້ອງເຫົ່າຫອນອອກມາຢ່າງໂຫຍຫວນເປັນໄລຍະ ພະຫັດຂວາຊົງພະແສງຄີບອດນາມວ່າຊູ ບາງຕຳລາກ່າວວ່າພະແສງຄີບອດນີ້ມີນາມວ່າ ລໍຈິເທັດ ພະຫັດຊ້າຍຊົງກະເປົາສີດຳຫນ່ວຍໃຫຍ່ພາຍໃນບັນຈຸຕຳລາໂຄຈິນ ຈົນກະເປົານີ້ພອງບວມ ຊົງຕັ່ງອີ້ສີແດງເປັນພາຫະນະ ມີວິມານຊື່ວາຮ້ານເນັດ ຍາມຫວ່າງມັກກໍ່ເຫດສະແດງອິດທິພົນລົງໄປສິງຢູ່ຮ່າງຂອງມະນຸດຈົນເກີດເປັນເລື້ອງລາວຕ່າງໆ ນາໆ ອັນວ່າບັນທຶກໃນຄຳພີກໍ່ຈົບພຽງເທົ່ານີ້ແລ



ບົດຄວາມຄັດລອກມາຈາກ LaoZaa ກະທູ້ ຕາມຄວາມເຊື່ອບູຮານເຮົາແບ່ງຄວາມຫ້ຽນອອກເປັນ 4 ປະເພດຕາມການເກີດ