ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 24, 2013 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ເລື່ອງມັນມີຢູ່ວ່າ ກາລະຄັ້ງນຶ່ງດົນນານມາແລ້ວ ມີຊາຍຄົນນຶ່ງຊື່ວ່າ ທ້າວຄຳ ຊາຍຜູ່ເຊິ່ງບໍ່ປາຖະໜາສິ່ງໃດຫຼາຍໄປກວ່າຄວາມລ່ຳລວຍ ດັ່ງນັ້ນ ທຸກມື້ລາວຈຶ່ງເຂົ້າໄປທີ່ໂບດ ແລະອະຖິຖານຂໍພອນຕໍ່ພະເຈົ້າໃຫ້ລາວຖືກເລກຮາງວັນທີ 1 ຈັກເທື່ອແດ່ທ້ອນ ເຫດການກໍດຳເນີນໄປແບບນັ້ນເລື້ອຍໆ ຈາກມື້ ເປັນອາທິດ ຈາກອາທິດ ເປັນເດືອນ ຈາກເດືອນ ເປັນປີ

ແຕ່ທ້າວຄຳກໍບໍ່ເຄີຍຖືກເລກຮາງວັນທີ 1 ສົມໃຈໝາຍປອງຈັກເທື່ອ! ໃນທີ່ສຸດ ທ້າວຄຳກໍສິ້ນສຸດຄວາມອົດທົນ ລາວຈຶ່ງເຂົ້າໄປໃນໂບດ ແລ້ວເວົ້າກັບພະເຈົ້າດ້ວຍຄວາມນ້ອຍໃຈວ່າ “ພະອົງເຮັດໃຫ້ຂ້ານ້ອຍຜິດຫວັງຢ່າງທີ່ສຸດ” ທັນໃດນັ້ນ ຄວາມງຽບໃນໂບດກໍຫາຍໄປທັນທີ ເພາະພະເຈົ້າຕອບກັບມາດ້ວຍສຽງອັນດັງສະໜັ່ນຫວັ່ນໄຫວວ່າ…

“ທ້າວຄຳ!!! ເຈົ້າຕ້ອງຊ່ວຍເຮົາອີກແຮງ!!! ຢ່າງໜ້ອຍກໍຊື້ເລກຈັກໃບກ່ອນສາ!!!”

ລອງຄິດກັນເບິ່ງວ່າ ຂໍ້ຄິດໃນເລື່ອງນີ້ແມ່ນຫຍັງ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 13, 2011 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ກ່ອນໜ້ານີ້ກໍຂຽນ ພາບບັນຍາກາດງານ IT Festa 2011 ມື້ທີນຶ່ງ ໄປແລ້ວເນາະ ມື້ນີ້ກໍແມ່ນພາບຈາກມື້ທີສອງ ເຊິ່ງກໍບໍ່ມີຫຍັງຫຼາຍ ຖ່າຍແຕ່ຄົນກັນເອງ ເພາະວ່າຖ່າຍຄົນບໍ່ຮູ້ຈັກ ເຂົາບໍ່ຄ່ອຍມັກໃຫ້ຖ່າຍປານໃດ =)

ມາເບິ່ງຮູບກັນເລີຍ

ຫຼັງເສື້ອທ່ານປະທານອຸໄທຯ

ປະທານອຸໄທກຳລັງພິມໃບປິວລຸ້ນຮັບ iPod shuffle

ເພິ່ນກຳລັງເວົ້າເລື່ອງ 3D Graphics ພື້ນຖານ.

ໃຊ້ຂາກ້ອງໃຫ້ເປັນປະໂຫຍດ!

ຫຼ້າກໍມາເນາະ ພ້ອມໂຊວາລະສານ e-Corner ສະບັບໃໝ່ຫຼ້າສຸດ (ແຕ່ບໍ່ຮູ້ວ່າຊື້ບໍ່)

ຕອນນີ້ ທີມງານ e-Corner ກຳລັງເວົ້າເລື່ອງວາລະສານຂອງຕົນເອງ.

ໂຄສະນາຂອງ XY Mobile ເຊິ່ງໃນອະນາຄົດອັນໃກ້ ເພິ່ນກໍຈະມີ Tablet ແລະມືຖື ທີ່ເປັນ brand ຂອງ XY Mobile ເອງເນາະ.

ຫ້ອງນີ້ກຳລັງເວົ້າເລື່ອງການເປັນໄອທີຢູ່ຍີ່ປຸ່ນ.

ອ້າຍບັນດາໄຊອງພວກເຮົາ.

ທ່ານວິລະພົນກຳລັງເວົ້າເລື່ອງພາສາລາວ.


ເຂົາກຳລັງເຮັດ workshop ຫຍັງຈັກຢ່າງ.

ຄູບາກໍມາອີກເຊັ່ນເຄີຍເນາະ.


ຈັດໄປເນາະ ລາຍເຊັນໃຜຕໍ່ໃຜ.

ອັນນີ້ມີຄົນຝາກໃຫ້ຖ່າຍ.


ຕຶກນີ້ມາຫຼາຍເທື່ອແລ້ວເນາະປີນີ້.

ອານັນກຳລັງຂຽນລຸ້ນໂຊກ iPod Shuffle ຢູ່.


ໄປໃຫ້ສຸດຂອບຟ້າາາາາາາາາາາາາາາາາາາາາາາາາາາາາາ ~



ປະທັບໃຈຫຼາຍ ໂດຍສະເພາະ ສາວທ່າແຂກ XY Mobile ວ່າຊັ້ນເດີ້...

ແລ້ວກໍພາກັນເກັບໂຕະຕັ່ງມ້ຽນຫຼັງເລີກງານ ເຊິ່ງພາບຂອງພວກເຮົາໃນງານນີ້ກໍຈົບລົງພຽງເທົ່ານີ້ເນາະ ສະບາຍດີ =)
ຂຽນເມື່ອ ຂຽນເມື່ອ: ມ.ນ.. 11, 2011 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ກໍ ດັ່ງທີ່ຮູ້ໆ ກັນເນາະ ວ່າງານ IT Festa ຈັດຂຶ້ນແມ່ນວັນທີ 11 ຫາ 12 ເດືອນມີນາປີ 2011 ຕາມທີ່ໄດ້ມີປະກາດໄປຕາມສື່ຕ່າງໆ ບໍ່ວ່າຈະເປັນໜັງສືພິມ ແລະໂຄສະນາຕາມສະຖານທີ່ຕ່າງໆ ເຊິ່ງຫາກໃຜຍັງບໍ່ຮູ້ຈັກກໍສາມາດອ່ານລາຍລະອຽດໄດ້ເພີ່ມເຕີມໃນ http://itsd.edu.la/IT_Festa/

ສຳລັບຮູບໃນ set ນີ້ກໍແມ່ນມາຈາກໃນມື້ງານ ມື້ວັນທີ 11 ເຊິ່ງເປັນມື້ທຳອິດຂອງງານເນາະ ຈະເປັນແນວໃດກໍມາເບິ່ງກັນເລີຍ


ຫ້ອງເປີດງານ ໂດຍມີອ້າຍແກ້ວ ແລະຄົນສຳຄັນອີກຄົນກ່າວເປີດງານ



ອ້າຍແກ້ວ (ຄົນຂວາ)






ອານັນໃນຫ້ອງ Robot



ຫ້ອງສະແດງຫຸ່ນຍົນ


ຫ້ອງວາລະສານ e-Corner ຂອງພວກເຮົາເນາະ ໂດຍມີແອກັບໂອ້ດໃນພາບ


receptionists ຂອງງານ (ໂອ້ ເຂົ້າໜົມຂ້ອຍ -.-')



ມຸມຄຸ້ນໆ =)






ມີບ່ອນໃຫ້ສ້າງສັນຜົນງານນຳ ຫະຫະ


ໂຍ ກັບ ອ້າຍນູ່




ສາວງາມຂອງງານ


ບັນດາຜູ່ສົນໃຈວາລະສານ e-Corner ເນາະອັນນີ້ =P



Tablet ຂອງບໍລິສັດ XY Mobile ທີ່ກຳລັງຈະອອກວາງຈຳໜ່າຍໃນອະນາຄົດ


ມືຖື Suntec ທີ່ພິມແລະອ່ານລາວໄດ້ ເມື່ອຫຼາຍປີກ່ອນ.


ປ້າຍຂອງທີມຫຸ່ນຍົນເຮົາ.


ອ່າ ຈັດໄປ



ດ້ານຂວາມື ຈະເຫັນວ່າ ມີວາງສະແດງລາຍການ e-Corner Weekly News ນຳເນາະ ຫະຫະ


ຄູບາກໍສົນໃຈ e-Corner Magazine ເຊັ່ນກັນ










ລະດັບຜູ່ບໍລິຫານຂອງ XY Mobile.


ຜູ່ສາວອີກແລ້ວເດີ້ <3



ອ່າ ເນາະ ແລ້ວວາລະສານ e-Corner ສະບັບທີ 3 ກໍໄດ້ເດີນທາງມາຮອດແລ້ວ (ຂວາສຸດ ພື້ນຫຼັງສີຟ້າ)


ຮູບນີ້ຖ່າຍໂດຍບໍ່ຕັ້ງໃຈ ຫະຫະ


Statues of Laozaa and friends.


ຈົບເນາະ ສຳລັບມື້ທຳອິດຂອງງານ IT Festa 2011
ຂໍຂອບໃຈທຸກໆ ຄົນທີ່ເຮັດໃຫ້ງານນີ້ເກີດ!




ອ່າ ກໍຈົບພຽງເທົ່ານີ້ເນາະ ສຳລັບມື້ທຳອິດ

 

http://tamsang.com/index.php?topic=222

ຂຽນເມື່ອ ຂຽນເມື່ອ: ກ.ພ.. 17, 2011 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ


ໄປຮອດບ່ອນຈອດລົດ ກໍຊອກຈັດແຈງຈອດ ແລ້ວກໍລົງມາຖ່າຍຮູບຕົ້ນໄມ້ແຖວນັ້ນໄວ້


ເຂົ້າໄປໃກ້ໆ ທາງເຂົ້າ ກໍເຫັນພະນັກງານ Tigo ຂາຍຫຍັງຈັກຢ່າງ ຖ້າບໍ່ແມ່ນປີ້ ກໍແມ່ນບັດທິໂກຫັ້ນຕິລະ


ຄົນກໍໄປພໍປະມານ


ແລ້ວກໍມີຮ້ານນັ້ນນີ້ມາເປີດຂາຍທົ່ວໄປ ຕຳຫຼວດກໍມາຊື້ນຳ


ໂອ ບ່ອນນີ້ເນາະ ບ່ອນຄົນມັກໄປຖ່າຍຮູບ ຫະຫະ


ທາງພວກນີ້ຈະບໍ່ໃຫ້ຜ່ານໝົດ


ຕ້ອງໄປຂຶ້ນທາງເທິງ


ແຖວນີ້ກໍຂາຍປີ້ເຊັ່ນກັນ


ລົດກະແລ່ມກໍເຕັມໄປໝົດ


ຊື້ປີ້ເຂົ້າງານກ່ອນໄປແລ້ວ ປີ້ລະ 10,000 ກີບ


ເຢ້...!! ຊິໄດ້ເບິ່ງແລ້ວ


ປາກົດວ່າ ໄປຊ້າເກືອບ 30 ນາທີ ເຂົາເຕະຈົນຊິຮອດເຄິ່ງ ຊມ ລະ ຫະຫະ


ຕອນນີ້ຍັງ 0-0 ຢູ່ ລາວຕ້ອງເຕະໃຫ້ໄດ້ 2-0 ຫຼື 3-1 ຈຶ່ງຊິໄດ້ຜ່ານເຂົ້າຮອບ


ທຳອິດເຫັນໄກໆ ຄຶດວ່າຜູ່ຍິງຊັ້ນດອກ -_-'


ມີນັກຮຽນໄປຫຼາຍຢູ່


ທຸງຊາດລາວກໍປິວສະບັດໄປ (ໃນຍາມທີ່ຄົນຖືມີແຮງ)


ໄປກັນເປັນຄູ່ກໍມີຫຼາຍ


ຫຼືໄປດ່ຽວກໍມີ


ຍ້າຍໄປນັ່ງແຖວເທິງໆ ຂອງສະໜາມ


ອີກມຸມນຶ່ງ


ລອງທວາຍກັນວ່າມັນແມ່ນຫຍັງ


ອ້າວ ເມົາແຕ່ຖ່າຍຮູບ ເຂົາເຕະແລ້ວໆ ຊ້ຳ ສະຫຼຸບແມ່ນ 1-1 ສະເໝີກັນ ຖືວ່າລາວຕົກຮອບຊ້ຳ ຄະແນນບໍ່ຮອດ


ແລ້ວກໍພາກັນກັບບ້ານ


ລາກ່ອນ ມື້ໜ້າມາໃໝ່ ~ ສະບາຍດີ.

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 12, 2010 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຮິບໂປເຄຣຕີສ : Hippocrates
 



ເກີດ        460 ປີກ່ອນ ຄ.ສ. ທີ່ເກາະໂຄສ (Cose) ປະເທດກຣີຊ (Greece)
ເສຍຊີວິດ 347 ປີກ່ອນ ຄ.ສ. ທີ່ເກາະໂຄສ (Cose) ປະເທດກຣີຊ (Greece)
ຜົນງານ   - ບຸກເບີກວິຊາການແພດແຜນປັດຈຸບັນ ແລະໄດ້ຮັບການຍ້ອງຍໍໃຫ້ເປັນ ບິດາແຫ່ງວິຊາການແພດ (Father of the Medicine)

        ການຮັກສາພະຍາດດ້ວຍວິທີການທີ່ທັນສະໄໝ ໄດ້ມີການພັດທະນາຢ່າຈິງຈັງເມື່ອປະມານ 200 ກວ່າປີມານີ້ເອງ ແຕ່ການເລີ່ມຕົ້ນຂອງວິຊາການດ້ານນີ້ມີມາດົນນານກວ່າ 2,000 ປີແລ້ວ ຈາກຄວາມຄຶດລິເລີ່ມຂອງແພດຊາວກຣີກຜູ່ທີ່ມີນາມວ່າ ຮິບໂປເຄຣຕີສ ຜູ່ເຊິ່ງເປັນບິດາແຫ່ງວິຊາການແພດແຜນປັດຈຸບັນ.

         ຮິບໂປເຄຣຕີສເປັນນາຍແພດຄົນທຳອິດຂອງໂລກທີ່ທຳການຮັກສາຜູ່ປ່ວຍດ້ວຍວິທີການສະໄໝໃໝ່ ຄື ການວິນິໄສເຖິງສາຍເຫດທີ່ພາໃຫ້ເກີດພະຍາດກ່ອນ ແລ້ວຈຶ່ງທຳການຮັກສາ ເຊິ່ງເປັນວິທີທີ່ໃຊ້ກັນມາຈົນຮອດປັດຈຸບັນນີ້ ໂດຍກ່ອນໜ້າທີ່ຮິບໂປເຄຣຕີສຈະບຸກເບີກວິທີການຮັກສາແບບນີ້ ຜູ່ຄົນສ່ວນໃຫຍ່ໃນສະໄໝນັ້ນຈະເຂົ້າໃຈວ່າ ເທບພະເຈົ້າເຮັດໃຫ້ເກີດຄວາມເຈັບປ່ວຍ ເພາະສະນັ້ນວິທີການຮັກສາອາການເຈັບປ່ວຍກໍຄື ການອ້ອນວອນ ຂໍຮ້ອງໃຫ້ເທບພະເຈົ້າ ໃຫ້ຕົນເຊົາຈາກ ອາການເຈັບປ່ວຍເຫລົ່ານີ້ ເຊິ່ງຜູ່ປ່ວຍໃນສະໄໝນັ້ນສ່ວນໃຫຍ່ບໍ່ໄດ້ເປັນແພດ ແຕ່ເປັນນັກບວດທີ່ເຊື່ອໃນເທບພະເຈົ້າ.

        ຮິບໂປເຄຣຕີສໄດ້ຮັບການສຶກສາຈາກຄູຜູ່ນຶ່ງກ່ຽວກັບວິຊາ ປັດຊະຍາ ຄະນິດສາດແລະການແພດ ໂດຍທີ່ຮິບໂປເຄຣຕີສຕ້ອງການຈະປ່ຽນແນວ ຄວາມຄຶດຂອງຄົນໃນສະໄໝນັ້ນທີ່ເຊື່ອກັນວ່າ ອາການເຈັບປ່ວຍເກີດຈາກການດົນບັນດານຂອງເທບພະເຈົ້າ ໂດຍລາວໄດ້ອະທິບາຍວ່າ ອັນທີ່ຈິງແລ້ວນັ້ນ ອາການເຈັບປ່ວຍເກີດຂຶ້ນຈາກຫຼາຍສາຍເຫດ ເປັນຕົ້ນວ່າ ຄວາມຜິດປົກກະຕິ ຫຼືຄວາມບົກພ່ອງຂອງຮ່າງກາຍ ອາຫານ ອາກາດ ແລະເຊື້ອພະຍາດຕ່າງໆ ເປັນຕົ້ນ ເພາະສະນັ້ນວິທີການຮັກສາ ກໍຄວນຈະຕ້ອງວິນິໄສສາຍເຫດຂອງພະຍາດກ່ອນ ວ່າເກີດຈາກສາຍເຫດໃດ ແລ້ວຈຶ່ງຫາວິທີການຮັກສາຕໍ່ໄປ ຮິບໂປເຄຣຕີສໃຊ້ເວລາໃນການສຶກສາວິທີການຮັກສາຜູ່ປ່ວຍຕະຫຼອດຊີວິດຂອງລາວ ເພາະຜູ່ປ່ວຍແຕ່ລະຄົນກໍແຕກຕ່າງກັນໄປທັງອາການຂອງພະຍາດ ແລະວິທີການຮັກສາ ລາວຈະເບິ່ງແຍງຜູ່ປ່ວຍຢ່າງໃກ້ຊິດ ແລະຈົດບັນທຶກກ່ຽວກັບຜູ່ປ່ວຍຢ່າງລະອຽດທຸກຂັ້ນຕອນ ແມ່ນແຕ່ຢາທີ່ໃຊ້ຮັກສາ ກໍເປັນຢາທີ່ບໍ່ແຮງ ແລະໃຊ້ສະເພາະທີ່ຈຳເປັນເທົ່ານັ້ນ ເພາະລາວເຊື່ອວ່າ ທຳມະຊາດຂອງຄົນນັ້ນສາມາດຮັກສາໂຕເອງໄດ້ ໂດຍຜູ່ປ່ວຍທຸກໆ ຄົນຕ້ອງໄດ້ຮັບການເບິ່ງແຍງເອົາໃຈໃສ່ເປັນພິເສດ ທັງເລື່ອງອາາກາດ ຜູ່ປ່ວຍຄວນຢູ່ໃນທີ່ ທີ່ມີອາກາດບໍລິສຸດ ອາຫານກໍຄວນໄດ້ຮັບຢ່າງເໝາະສົມ ຄືອາຫານທີ່ອ່ອນ ເຊັ່ນເຂົ້າຕົ້ມ ຫຼືແກງຂຸ້ນ ເປັນຕົ້ນ ເພາະຫ່າງກາຍຂອງຜູ່ປ່ວຍຢູ່ໃນພາວະອ່ອນແອ ແມ່ນແຕ່ເລື່ອງຄວາມສະອາດ ກໍເປັນສິ່ງສຳຄັນ ທັງຄວາມາະອາດຂອງຫ່າງກາຍ ແລະຂອງໃຊ້ຂອງຜູ່ປ່ວຍເອງ ເຊັ່ນ ເສື້ອຜ້າ ເຄື່ອງນອນ ເປັນຕົ້ນ ແລະອຸປະກອນການແພດຍິ່ງຕ້ອງຮັກສາຄວາມາະອາດເປັນພິເສດ ບໍ່ພຽງແຕ່ຜູ່ປ່ວຍທີ່ເປັນພະຍາດເທົ່ານັ້ນ ຮິບໂປເຄຣຕີສຍັງຮັກສາຜູ່ທີ່ໄດ້ຮັບອຸປະຕິເຫດຈົນກະດູກຫັກ ຫຼືເປັນບາດແຜໃຫຍ່ ລາວກໍສາມາດປິ່ນປົວໃຫ້ໄດ້ ຮິບໂປເຄຣຕີສຮຽນຮູ້ວິທີການຮັກສາບາດແຜໃຫ້ສະອາດ ໂດຍໃຊ້ນ້ຳມັນດິນມາທາທີ່ບາດແຜ ເຊິ່ງສາມາດປ້ອງກັນບາດແຜບໍ່ໃຫ້ລຸກລາມໄດ້ເປັຢ່າງດີ.

        ການຮັກສາພະຍາດເປັນວິທີການນຶ່ງທີ່ເຮັດໃຫ້ຄົນພົ້ນຈາກຄວາມທຸກທໍລະມານ ແຕ່ວິທີປ້ອງກັນບໍ່ໃຫ້ເກີດພະຍາດນັ້ນ ເປັນສິ່ງທີ່ດີກວ່າ ແລະຮິບໂປເຄຣຕີສ ກໍໃຫ້ຄວາມສຳຄັນເລື່ອງການຮັກສາສຸຂະພາບນີ້ນຳເຊັ່ນກັນ ເຂົາຄຶດວ່າຄົນທີ່ມີສຸຂະພາບແຂງແຮງກໍຈະບໍ່ລົ້ມປ່ວຍໄດ້ງ່າຍໆ ແລະວິທີການຮັກສາສຸຂະພາບໃຫ້ແຂງແຮງຢູ່ສະເໝີ ກໍຄືການອອກກຳລັງກາຍ ການພັກຜ່ອນໃຫ້ພຽງພໍຕໍ່ຄວາມຕ້ອງການພັກຜ່ອນໃຫ້ພຽງພໍຕໍ່ຄວາມຕ້ອງການຂອງຮ່າງກາຍ ແລະການເຮັດຈິດໃຈໃຫ້ຜ່ອງໃສກໍເປັນສິ່ງສຳຄັນເຊັ່ນກັນ

         ຮິບໂປເຄຣຕີສໄດ້ຕັ້ງໂຮງຮຽນສອນວິຊາແພດຂຶ້ນທີ່ເກາະໂຄສ ແລະຂຽນຕຳລາແພດໄວ້ຈຳນວຫຼາຍທີ່ກ່ຽວກັບການຮັກສາພະຍາດດ້ວຍວິທີການ ຕ່າງໆ ໂດຍວິທີການໃຊ້ຢາ ແລະວິທີການຮັກສາບາດແຜ ກະດູກຫັກ ແລະວິທີການຜ່າຕັດ ເຖິງແມ່ນວ່າວິທີການຮັກສາສຸຂະພາບໃຫ້ແຂງແຮງລາວກໍໄດ້ຂຽນຂຶ້ນ ເຊິ່ງສ່ວນໃຫຍ່ ເປັນສິ່ງທີ່ໄດ້ບັນທຶກຈາກຜູ່ປ່ວຍທີ່ລາວໄດ້ເຮັດການຮັກສາ ດັ່ງນັ້ນຕຳລາແພດຂອງຮິບໂປເຄຣຕີສຈຶ່ງເປັນຕຳລາທີ່ໜ້າເຊື່ອຖື ເພາະຂຽນຈາກຄວາມຈິງ

         ຮິບໂປເຄຣຕີສຖືວ່າເປັນຜູ່ໃຫ້ກຳເນີດວິຊາການແພດແຜນປັດຈຸບັນ ວິທີຮັກສາຂອງລາວນັ້ນຈະມີລະບຽບແຜນການທີ່ໜ້າເຊື່ອຖື ເຊິ່ງໃນປັດຈຸບັນ ຜູ່ທີ່ຈົບວິຊາແພດກໍຍັງຕ້ອງກ່າວຄຳປະຕິຍານ (Hippocratic Oath) ຕາມທີ່ຮິບໂປເຄຣຕີສເຄີຍກ່າວໄວ້ຕໍ່ໜ້າເທບພະເຈົ້າແອສເຄລປິອຸສ (Asclepius) ເຊິ່ງເປັນ ເທບພະເຈົ້າແຫ່ງການແພດຂອງກຣີກ ແລະສ່ວນນຶ່ງຂອງຄຳປະຕິຍານນີ້ ໄດ້ຖືກນຳມາເປັນຂໍ້ບັງຄັບ ຫຼື ຈັນຍາບັນຂອງແພດອີກນຳ ດັ່ງຈະຍົກໂຕຢ່າງມາສ່ວນນຶ່ງ:

“ຈັນຍາ ແລະຂໍ້ກຳນົດທີ່ຂ້າພະເຈົ້າຍຶດຖືແລະປະກາດໄວ້ນີ້ ເປັນໄປເພື່ອປະໂຫຍດສຸກຂອງຜູ່ປ່ວຍ ໃນຄວາມເບິ່ງແຍງ ເຊິ່ງຂ້າພະເຈົ້າຈະໃຊ້ພະລະກຳລັງຂອງຂ້າພະເຈົ້າ ຊ່ວຍເຫຼືອຜູ່ປ່ວຍຈົນສຸດຄວາມສາມາດ ຂ້າພະເຈົ້າຈະບໍ່ໃຊ້ ຄວາມຮູ້ຂອງຂ້າພະເຈົ້າໃຫ້ເປັນອັນຕະລາຍຕໍ່ຜູ່ອື່ນ ຫຼືຮັກສາຜູ່ອື່ນດ້ວຍວິທີການທີ່ຜິດ ຂ້າພະເຈົ້າຈະບໍ່ສັ່ງຈ່າຍຢາທີ່ເຮັດໃຫ້ຕ້ອງເສຍຊີວິດເປັນອັນຂາດ ຂ້າພະເຈົ້າຈະໄປຢາມບ້ານເຮືອນ ເພື່ອປະໂຫຍດສຸກຂອງຜູ່ປ່ວຍເທົ່ານັ້ນ ໂດຍງົດເວ້ນຈາກການຄົດໂກງແລະປະສົງຮ້າຍ”

ແປ ແລະຮຽບຮຽງຈາກ http://siweb.dss.go.th/Scientist/scientist/Hippocrates.html

ຂຽນເມື່ອ ຂຽນເມື່ອ: ມ.ສ.. 17, 2010 | ມີ 38 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ແລະແລ້ວມື້ວານນີ້ ວັນທີ 16 ເມສາ 2553 ກໍຄົບ 3 ມື້ແລ້ວສຳລັບປະເພນີບຸນປີໃໝ່ລາວເຮົາ ກໍໄດ້ປະມວນພາບມາໃຫ້ພີ່ນ້ອງຊາວລາວໄດ້ເບິ່ງໄດ້ຊົມກັນອີກເຊັ່ນເຄີຍ O.o

Day 3

ຮູບໜ້ອຍກວ່າເກົ່າເດີ້ ພໍດີມື້ສຸດທ້າຍ ບໍ່ຄ່ອຍມີຫຍັງ ຊ້ຳໆ ກັນ

ເບິ່ງຮູບວັນທີ 14 ແລະ 15 ໄດ້ຈາກ http://punlao.com/au8ust/diary/11703/ ແລະ http://punlao.com/au8ust/diary/11709/

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 15, 2010 | ມີ 41 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຕໍ່ຈາກ Day 1 http://punlao.com/au8ust/diary/11703/

ວັນທີ 15 ມື້ແຫ່ນາງສັງຂານ ກໍເລີ່ມກັນປະມານ 1 ໂມງເຄິ່ງ ແຕ່ວ່າກໍມີການຫຼິ້ນນ້ຳກັນແຕ່ເຊົ້າແລ້ວ ຈົນຮອດຄ່ຳ 8 ໂມງເຄິ່ງກໍຍັງຫຼິ້ນກັນຢູ່ (ແຕ່ບໍ່ໄດ້ຖ່າຍຮູບ ເມື່ອຍກ່ອນ -.-')

 

Day 2

 

ຮູບໃຫຍ່ເບິ່ງໄດ້ໃນ http://www.flickr.com/photos/au8ust/sets/72157623863337478/

ຂຽນເມື່ອ ຂຽນເມື່ອ: ມ.ສ.. 15, 2010 | ມີ 34 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຮູບຍາວແດ່ຈັກໜ່ອຍເດີ້ ບາງຮູບຈັດຮຽງບໍ່ດີ ຕັດທາງຂ້າງອອກໂດຍບໍ່ໄດ້ຕັ້ງໃຈ ຕ້ອງຂໍອະໄພນຳ O.o'

ກິດຈະກຳໃນມື້ທຳອິດກໍມີການເລາະລາດຕອນເຊົ້າ ຕໍ່ດ້ວຍລົງດອນຕອນບ່າຍ ແລ້ວຈາກນັ້ນກໍຫຼິ້ນນ້ຳມ່ວນຊື່ນຮອດແລງ

 

ປະມວນພາບ ບຸນປີໃໝ່ລາວ ທີ່ຫຼວງພະບາງ ວັນທີ 14

 

ຮູບໃຫຍ່ເບິ່ງໄດ້ໃນ http://www.flickr.com/photos/au8ust/sets/72157623735811677/

ຕໍ່ Day 2: http://punlao.com/au8ust/diary/11709/

ຂຽນເມື່ອ ຂຽນເມື່ອ: ມ.ສ.. 8, 2010 | ມີ 26 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ພໍດີມື້ຄືນມີຄົນສົ່ງຫຍັງແປກໆ ໃຫ້ເບິ່ງ ກໍບໍ່ທັນສັງເກດຫຍັງຫຼາຍ ເຂົາວ່າແມ່ນ laobuddy.net ກໍເລີຍໄປເບິ່ງປາກົດວ່າ ...

ຄຸ້ນໆ ເນາະ ຄືໆ ເຄີຍອ່ານຢູ່ໃສມາກ່ອນ... (ຕິ໊ກຕັອກ ຕິ໊ກຕັອກ ຄຶດອອກບໍ່?)

ສະເຫຼີຍເລີຍດີກວ່າ ທີ່ເຫັນທາງເທິງນັ້ນ ແມ່ນກັອບປີ້ມາຈາກໜ້າທຳອິດພັນລາວນັ້ນເອງ

ເທົ່ານັ້ນຍັງດ້ານບໍ່ພໍ ເພິ່ນຍັງເຮັດໄດ້ດີກວ່ານັ້ນອີກ!! ໂດຍການໄປປ່າວປະກາດຕາມເວັບຕ່າງໆ ຮວມເຖິງ au8ust.org ແລະ laoblogger.com ໂດຍມີຂໍ້ຄວາມເຊີນຊວນໃຫ້ເຂົ້າເວັບ LaoBuddy.net !!! (ລາວຊ່າງກ້າພິລຶກ O.o)

ທາງເທິງແມ່ນໂຄສະນາເພິ່ນໃນ au8ust.org

ແລ້ວກໍ LaoBlogger.com

ຍັງ ຍັງບໍ່ພໍ ເທົ່ານີ້ຍັງນ້ອຍໄປ ດຽວຊິບໍ່ມີຄົນເຂົ້າເວັບ ດັ່ງນັ້ນຕ້ອງໄປເວັບດັງໆ ຢ່າງ Samakomlao ນຳ

ເໜືອຄຳບັນຍາຍ ~_~

ແຕ່ກີ້ ກ່ອນມີ LaoBuddy.net ປະມານປີກ່ອນ ຫຼືປີກາຍ ມັນມີເວັບ LaoBuddy.com ນຳ ອັນນັ້ນແຮງຄັກ ກັອບເອົາຮູບສະມາຊິກໃນພັນລາວໄປໄວ້ໜ້າເວັບໂຕເອງ ຈົນຕ້ອງແຈ້ງໄປໃຫ້ເອົາອອກ ແລ້ວກໍຜິດຖຽງກັນ ລົມກັນໄປລົມກັນມາ ເພິ່ນສົ່ງມາບອກວ່າ ເພິ່ນອ່ານພາສາລາວບໍ່ອອກ ໃຫ້ສົ່ງເປັນພາສາອັງກິດໄປ (ເຈົ້າຂອງເວັບ LaoBuddy.com ແມ່ນຄົນລາວຢູ່ຕ່າງປະເທດ) ກໍເລີຍກາຍເປັນວ່າ ບໍ່ຕ້ອງລົມກັນຊ້ຳ ເພາະວ່າເພິ່ນລືມວິທີອ່ານພາສາລາວ!!!

ຂຽນເມື່ອ ຂຽນເມື່ອ: ທ.ວ.. 21, 2009 | ມີ 20 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ເນື່ອງຈາກວ່າຮູບມັນຫຼາຍຍຍຍຍຍຍຍຍຍຍຍຍຍຍຍຍຍຍຍຍຍຍຍຍຍຍຍຍຍຍຍ ດັ່ງນັ້ນ ໃຜທີ່ບໍ່ສະດວກກໍໄປເບິ່ງໃນອັລບັ້ມໄດ້ເດີ້ ໃນ http://punlao.com/au8ust/albums/15335 ສ່ວນວິດີໂອ ເບິ່ງໄດ້ຈາກ http://punlao.com/au8ust/videos/4827

 

 

 

ເລີ່ມເຂົ້າງານເລີຍ ກໍຄຶກຄື້ນພໍສົມຄວນ

ມີການຂາຍເຄື່ອງຕາມປົກກະຕິ

ທາງໃນເລີ່ມເຫັນຄົນລະ

ໂອ ເຕັມເລີຍບາດນີ້ -*-

ບັນດາໜຸ່ມນ້ອຍໜຸ່ມໃຫຍ່ກໍພາກັນມາຈອບເບິ່ງສາວກັນເປັນທິວແຖວ

ທ້ອງຟ້າປອດໂປ່ງ ສະຖານທີ່ຈັດໃນບ່ອນມີຮົ່ມເງົາຈາກຕົ້ນໄມ້ໃຫຍ່ ເຮັດໃຫ້ບໍ່ຮ້ອນຈົນເກີນໄປ

ເດັກນ້ອຍກໍຫຼາຍ ຢອກຫຼິ້ນກັນທົ່ວໄປ

ບ່າວມົ້ງກໍພາກັນອອກມາແຕ່ງຫຼໍ່

ເອົ້າ ຍິ້ມມມມມມມມມມມມມມມມມມມມມມ

ແມ່ກໍພາລູກຫຼານມານຳ

ແມ່ນເຂົາເຈົ້າເຮັດຫຍັງກັນ?

ໂອ.... ເຮັດອັນນີ້

ເບິ່ງລາວຄືຊິເມື່ອຍ - -'

ອ່າ...

ໂອ...

ຂໍຖ່າຍຈັກບາດເດີ້ ອິອິ ... (ເບິ່ງແລ້ວຄ້າຍໝ່ຳ ດາລາຕະຫຼົກໄທວ່າບໍ່)

ເດັກນ້ອຍກໍພາກັນປີນຂຶ້ນໄປຕົ້ນໄມ້ ເພື່ອເບິ່ງຈາກມຸມສູງ... ວ່າແລ້ວກໍລືມໜ້າຈະຂຶ້ນໄປນຳ 555

ໄດ້ມາບໍ່ຊ່າງປອກ -_-'

ຕຳໝາກຫຸ່ງກໍມີຂາຍ

ມີຊຸ້ມສຳລັບຖ່າຍຮູບນຳ

ອູວວວວວວ

ເພິ່ນວ່າ ບໍ່ແຊບສົ່ງເງິນຄືນໃດຫັ້ນ!

ໃນທີ່ສຸດລາວກໍປອກໝາກກ້ຽງໄດ້ :P

ຮຶ? ເຈົ້າມັກລູກສາວຂ້ອຍຫວະ?

ບໍ່ຮູ້ວ່າຫຼົງມາແຕ່ທາງໃດ ຮູ້ແຕ່ວ່າ ຂາວວວວວວວວວວວວວວວວວວວວວວວວວວ

ຝຣັ່ງຖາມ: ເຈົ້າເວົ້າພາສາອັງກິດເປັນບໍ່? ອິອິ ເສີມເອົາເດີ

ອ່າ.. ແລ້ວກໍພາກັນກັບບ້ານ ຄົນຫຼາຍເຕີບ

ກັບຮອດບ້ານແລ້ວ ຂໍຖ່າຍແດ່ຈັກຮູບ ຖ່າຍສວນທາງກັບຕາເວັນ -*-

 

 

 

ຈົບດີກວ່າ ຂໍຂອບໃຈ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 9, 2009 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ເຈົ້າແຂວງບອກ: ບໍ່ຕ້ອງຢ້ານຫວ້ານເຊກອງ

ດຣ. ຄຳພັນ ພົມມະທັດ

ໂດຍ: ອະນຸລັກ ຄຳມະລາວົງ
ຈາກ: ວາລະສານອັບເດດ

ດຣ. ຄຳພັນ ພົມມະທັດ ເຈົ້າແຂວງເຊກອງ ໄດ້ເປີດຫົວເລື່ອງການສັນທະນາກັບວາລະສານອັບເດດ ດ້ວຍເລື່ອງ “ການໃສ່ຫວ້ານ”. ດຣ. ຄຳພັນ ຮູ້ດີວ່າ ຄົນລາວທີ່ບໍ່ເຄີຍໄປທາງແຂວງພາກໃຕ້ ລ້ວນແຕ່ໄດ້ຍິນການຊ່າລືວ່າມັກເວົ້າເສີມເຕີມແຕ່ງ ເພື່ອເຮັດໃຫ້ຕົນມີເລື່ອງໜ້າສົນໃຈມາເລົ່າໃຫ້ຜູ່ອື່ນຟັງ ແລະຜູ່ໄດ້ຍິນກໍເລົ່າຕໍ່ໆ ກັນໄປ.

ດຣ. ຄຳພັນ ຢືນຢັນຕໍ່ວາລະສານອັບເດດວ່າ: “ມັນເປັນພຽງຄວາມເຊື່ອເທົ່ານັ້ນ” ເພາະເພິ່ນເອງ ຜູ່ເຊິ່ງເກີດ ແລະເຕີບໃຫຍ່ຢູ່ແຂວງສາລະວັນ ແລະເປັນເຈົ້າແຂວງເຊກອງມາຕັ້ງແຕ່ປີ 2005 ຍັງບໍ່ທັນເຫັນຊາວຕ່າງຖິ່ນຄົນໃດຖືກຫວ້ານຂອງຄົນສາລະວັນ ແລະເຊກອງ.

ດຣ. ຄຳພັນ ຜູ່ທີ່ໄດ້ປະລິນຍາເອກທາງດ້ານທິດສະດີ-ການເມືອງ ຈາກປະເທດຫວຽດນາມ ໂດຍສ່ວນຕົວແລ້ວເພິ່ນບໍ່ເຊື່ອໃນເລື່ອງວິຊາອາຄົມ ແລະການໃສ່ຂອງລອງຫວ້ານ. ເພິ່ນໄດ້ຍົກຕົວຢ່າງຕອນທີ່ເພິ່ນຍ້າຍໄປປົກຄອງແຂວງເຊກອງທຳອິດ ເຊິ່ງກໍມີຄົນເຕືອນໃຫ້ລະວັງ ແລະເວລາຍ້າຍໄປໃໝ່ໆ ກໍຮູ້ສຶກບໍ່ສະບາຍ ແຕ່ກໍໄດ້ໄປປິ່ນປົວໃນໂຮງໝໍ ແລະການປິ່ນປົວຈາກໂຮງໝໍກໍຊ່ວຍໃຫ້ເຊົາຈາກອາການປ່ວຍໄດ້.

“ແນ່ນອນ ຖ້າເຮົາໄປພົບໝໍໄສຍະສາດ ເຮົາກໍຈະຖືກໝໍສັ່ງໃຫ້ໄປປິ່ນປົວໃນທາງໄສຍະສາດ” ດຣ. ຄຳພັນ ກ່າວ.

“ມີໃຜແດ່ທີ່ໄປພົບໝໍຜີແລ້ວ ໝໍຜີປະຕິເສດວ່າບໍ່ໄດ້ເປັນຍ້ອນຜີ,” ດຣ. ຄຳພັນ ກ່າວປຽບທຽບ ເຊິ່ງມີຄວາມໝາຍວ່າ ເມື່ອຄົນປ່ວຍໄປພົບໝໍໃສ່ຂອງ ໝໍກໍຈະບອກວ່າ “ຖືກຂອງ” ຄວາມຈິງແລ້ວຄວາມເຊື່ອໃນດ້ານການໃສ່ຂອງລອງຫວ້ານ ເປັນຄວາມເຊື່ອຂອງຄົນທ້ອງຖິ່ນເອງ. ໝາຍຄວາມວ່າ ຄົນໃນທ້ອງຖິ່ນມີຄວາມເຊື່ອໃນດ້ານຜີສາງນາງຮ້າຍ ແລະເຊື່ອໃນເລື່ອງວິຊາອາຄົມ. ຈາກຄວາມເຊື່ອທີ່ມີມາຈາກສ່ວນເລິກທາງຈິດສຳນຶກ ຈຶ່ງເຮັດໃຫ້ເຂົາເຈົ້າເລົ່າເລື່ອງບາງເລື່ອງເປັນຄືຄວາມຈິງ.

ດຣ. ຄຳພັນ ຍົກບັນຫາງົມງວາຍຂຶ້ນມາເວົ້າເປີດຫົວເລື່ອງສົນທະນາ ກໍເພື່ອໃຫ້ວາລະສານອັບເດດຮັບຮູ້ວ່າ ແຂວງເຊກອງຖືກຈັດລຳດັບເປັນນຶື່ງໃນບັນດາແຂວງດ້ອຍພັດທະນາຂອງປະເທດ ກໍເພາະວ່າຄົນສ່ວຍໃຫຍ່ພາຍໃນແຂວງ ຍັງມີການເຊື່ອຖືງົມງວາຍ. ເຂົາເຈົ້າເຊື່ອໃນເທວະດາຟ້າແຖນທີ່ເປັນຜູ່ລິຂິດຊີວິດຂອງເຂົາເຈົ້າ, ເຂົາເຈົ້າບໍ່ຮູ້ວ່າໂລກໄດ້ພັດທະນາໄປຮອດໃສແລ້ວ ເພາະເຂົາເຈົ້າຍັງບໍ່ທັນມີໂທລະທັດ, ວິທະຍຸ ແລະບໍ່ມີໄຟຟ້າໃຊ້ເທື່ອ, ຊີວິດຂອງເຂົາເຈົ້າຍັງຂຶ້ນກັບທຳມະຊາດ. ບ້ານກັນດອນເຊິ່ງຖືກຈັດເປັນນຶ່ງໃນບ້ານວັດທະນະທຳຂອງແຂວງ ທີ່ມີໄຟຟ້າ ແລະມີນັກທ່ອງທ່ຽວເຂົ້າໄປຢ້ຽມຊົມເປັນປະຈຳ ແຕ່ປະຊາຊົນໃນບ້ານສ່ວນໃຫຍ່ ກໍຍັງນັບຖືເລື່ອງງົມງວາຍໃນລະດັບບໍ່ທຳມະດາ. ໃນເວລາທີ່ວາລະສານອັບເດດໄປຢ້ຽມຢາມບ້ານນີ້ ຍັງເຫັນມີຫຼັກໄມ້ໄຜ່ ໓ ຫຼັກທີ່ເຮັດຍອຍຢ່ອນລົງມາຈາກປາຍເກືອບຈຸດິນປັກຢູ່ໜ້າເຮືອນ ໓ ຫຼັງ. ຊາວບ້ານບອກວ່າ ນັ້ນແມ່ນຫຼັກ “ກິນຄວາຍ” ເຊິ່ງຖ້າເຮືອນຫຼັງໃດມີຫຼັກແບບນີ້ ສະແດງວ່າ ໃນເຮືອນຫຼັງນັ້ນຕ້ອງມີຄົນເຈັບປ່ວຍ ແລະຕ້ອງມີການກິນຄວາຍເກີດຂຶ້ນ. ແທນທີ່ເຮືອນທີ່ມີຄົນລົ້ມປ່ວຍຈະໄດ້ຮັບການຊ່ວຍເຫຼືອ ແຕ່ກົງກັນຂ້າມຊ້ຳພັດໄດ້ຮັບການຊ້ຳເຕີມດ້ວຍການຈຳຕ້ອງຂ້າຄວາຍໃຫ້ຊາວບ້ານກິນ.

ເບິ່ງຈາກວິຖີການດຳລົງຊີວິດຂອງບ້ານກັນດອນແລ້ວ ກໍຍັງອົດວາດພາບບໍ່ໄດ້ວ່າ ບ້ານທີ່ຍັງບໍ່ທັນມີໄຟຟ້າແລະບໍ່ມີເສັ້ນທາງເຂົ້າຫາຈະເປັນແບບໃດ ເພາະວ່າບ້ານກັນດອນເອງທີ່ເປັນບ້ານແບບຢ່າງທາງວັດທະນະທຳ ກໍຍັງມີເດັກນ້ອຍອາຍຸ 3-4 ປີ ສູບຢາບັ້ງໄມ້ໄຜ່ຂະໜາດໃຫຍ່ເຊິ່ງມີຄວາມສູງກວ່າລຳຕົວຂອງເຂົາເຈົ້າ. ນ້ຳຂີ້ສີກ ຍັງໄຫຼລົ້ນໄປສູ່ກາງບ້ານທີ່ເຕັມໄປດ້ວຍໝູທີ່ບໍ່ມີການຂັງໃສ່ຄອກ. ສະນັ້ນມັນຈຶ່ງບໍ່ເປັນເລື່ອງແປກເລີຍທີ່ຊາງບ້ານຕ້ອງມັກເຈັບປ່ວຍ ແລະເວລາເຈັບປ່ວຍຂຶ້ນມາ ກໍຕ້ອງໄປເພິ່ງໝໍຜີ ຫຼືໄສຍະສາດອື່ນໆ ເພາະຕາໜ່າງສາທາລະນະສຸກຍັງໄປບໍ່ເຖິງຊຸມຊົນພວກນີ້ດີປານໃດ.

ດຣ. ຄຳພັນ ເລົ່າໃຫ້ຟັງວ່າ ການຈະເອົາການສຶກສາ, ສາທາລະນະສຸກ, ນ້ຳສະອາດ ແລະເອົາເສັ້ນທາງໄປໃຫ້ຊຸມຊົນເຜົ່າຕ່າງໆ ກ່ອນອື່ນໝົດ ຕ້ອງຈັດສັນບ້ານໃຫ້ເຂົ້າກັນເປັນບ້ານໃຫຍ່ສາກ່ອນ ເພາະຍັງມີບ້ານທີ່ມີພຽງ 4-5 ຫຼັງຄາເຮືອນຢ່າງຫຼວງຫຼາຍຢັ່ງຢາຍຢູ່ທົ່ວແຂວງ. ການປຸກສ້າງສຸກສາລາ ແລະໂຮງຮຽນ ກໍຕ້ອງມີການປະກອບຄູ ແລະຜູ່ມີຄວາມຮູ້ດ້ານການປິ່ນປົວໃຫ້ພ້ອມ. ຖ້າບ້ານນ້ອຍຫຼາຍ ມັນກໍບໍ່ກຸ້ມຄ່າສຳລັບການສ້າງໂຮງຮຽນ, ສຸກສາລາ ຫຼືສ້າງເສັ້ນທາງໃຫ້. ການຈັດສັນປະຊາຊົນໃຫ້ໄປເຕົ້າໂຮມກັນຢູ່ບ້ານໃໝ່ນັ້ນ ມັນກໍບໍ່ແມ່ນເລື່ອງງ່າຍ ເພາະວ່າບາງຄົນກໍບໍ່ຢາກຍົກຍ້າຍໜີຈາກຖິ່ນຖານເດີມ. ຜ່ານມາ ໃນເວລາຍົກຍ້າຍບ້ານ ທາງແຂວງກໍໄດ້ປະກອບສັງກະສີໃຫ້ຄອບຄົວລະ 30 ແຜ່ນ ແລະເຂົ້າສານຈຳນວນນຶ່ງ.

ຈາກການຮັບຮູ້ສະພາບຂອງແຂວງ ເບິ່ງຄືວ່າ ແຂວງເຊກອງຍັງຢູ່ໃນຄວາມມືດມົນທີ່ຈະກ້າວທຽມທັນແຂວງອື່ນໆ, ແຕ່ດ້ວຍວິໄສທັດ ຂອງລັດຖະບານ ກໍຄືອຳນາດການປົກຄອງແຂວງ ທ່ານເຈົ້າແຂວງເຊື່ອວ່າ ແຂວງເຊກອງຈະໄດ້ຮັບການພັດທະນາຢ່າງກ້າວກະໂດດ. [...]

ຂໍຂອບໃຈບົດຄວາມຈາກ ວາລະສານອັບເດດ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 6, 2009 | ມີ 17 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ພາບບັນຍາກາດການແຫ່ເຮືອໄຟ ທີ່ຫຼວງພະບາງ .. ເລີ່ມກັນເລີຍເນາະ

 

alt

alt

ອັນນີ້ງາມດີ ເປັນຮູບຊົງດອກບົວ

alt

alt

alt

ເຮືອລຳນີ້ປູກຕົ້ນໄມ້ທາງໃນພ້ອມ ຊ່ວຍໂລກຮ້ອນໄດ້ບໍ່ນິ

alt

alt

ມີພະຍານາກມານຳ

alt

ເພິ່ນຄົງຈະເມື່ອຍພໍສົມຄວນ

alt

alt

alt

ຈັດໄປ..

alt

ພົ່ນໄຟ

alt

alt

ຫຼັງຈາກເຮືອໄປຈົນໝົດແລ້ວກໍມີລົດຕຳຫຼວດຕາມມາຕິດໆ

alt

ພ້ອມດ້ວຍລົດດັບເພີງ

alt

ຫຼັງຈາກນັ້ນປະມານ ຊມ ນຶ່ງ ກໍພາກັນຍ່າງໄປລອຍກະທົງ..

alt

ຕໍ່ທູບທຽນໃຫ້ຮຽບຮ້ອຍ

alt

alt

 

ຈົບດີກວ່າ -*-

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 6, 2009 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ມື້ອື່ນຈະມີຊ່ວງເວລານຶ່ງທີ່ໂຕເລກຮຽງຕິດຕໍ່ກັນ ນັ້ນຄືເວລາ 12 ໂມງ 34 ນາທີ 56 ວິນາທີ ວັນທີ 7 ເດືອນ 8 ປີ 2009

ເມື່ອຂຽນຫຍໍ້ຕິດຕໍ່ກັນແລ້ວກໍຈະໄດ້ໂຕເລ 12:34:56 7/8/9

ນອກຈາກເລກຊຸດນີ້ແລ້ວກໍຍັງມີ

00:00:01 02/03/04
00:00:12 03/04/05
00:01:23 04/05/06
00:12:34 05/06/07
01:23:45 06/07/08

ນຳ ເຊິ່ງມັນຜ່ານໄປແລ້ວ

ຈົບ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 29, 2009 | ມີ 25 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ເຂົ້າໃຈວ່າເປັນ fwd mail ທີ່ສົ່ງຕໍ່ ໆ ກັນມາ ອາດຈະເປັນເລື່ອງຈິງ ຫຼືຫຼອກລວງ ຄວນໃຊ້ວິຈາລະນະຍານໃນການຮັບສົ່ງ


alt

alt

alt

alt

alt

alt

 

ຈົບ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 17, 2009 | ມີ 19 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ວ່າກັນວ່າ ນັບເປັນເວລາຫຼາຍພັນປີມາແລ້ວທີ່ມະນຸດໃນໂລກນີ້ໄດ້ຄົ້ນພົບວ່າ ຜູ່ຍິງຈະມີຮ່າງກາຍທີ່ເປັນແມ່ມົດແອບແຝງຢູ່ ມ່ມົດຮ້າຍຈະປາກົດກາຍເມື່ອມີ trigger ເກີດຂຶ້ນ
ລັກສະນະຂອງແມ່ມົດຈະແຕກຕ່າງກັນໄປແລ້ວແຕ່ບຸນພາວາສນາຂອງຜູ່ພົບເຫັນ ມີເລື່ອງເລົ່າອັນຍາວນານສືບທອດກັນມາຕັ້ງແຕ່ ສະໄໝທວດຂອງທວດຂອງທວດຂອງນະໂປລຽນທີ່ 9

ກາລຄັ້ງນັ້ນ ມີນັກອັດສະວິນນັກຮົບນາມວ່າ HITMII (ສົມມຸດຊະເນາະ) ອັດສະວິນ HITMII ຖືກຈັບຂໍ້ຫາກໍ່ການຄຶດຄົບກັບພໍ່ຄົວໃນຫ້ອງອາຫານເພື່ອເອົາສູດອາຫານອຳມະຕະພັນປີໄປຄົວຢູ່ບ້ານ ແຕ່ຖືກຈັບໄດ້ກ່ອນ ພະລາຊາເກີດຄວາມໂກດກິ້ວອັນຍິ່ງໃຫຍ່ເກີນກວ່າໃຜ ໆ ຈະຫ້າມໄດ້ ຈຶ່ງໄດ້ສັ່ງຕັດຫົວຂອງອັດສະວິນ HITMII ຖິ້ມ ພ້ອມສຽບປະຈານບໍ່ໃຫ້ມັນຜູ່ໃດໄດ້ນຳເອົາເປັນແບບຢ່າງ ແຕ່ດຽວກ່ອນ...! ດ້ວຍທົດສະພິດລາດຊະທຳທີ່ພະລາຊາຊົງມີຢູ່ ຈຶ່ງໄດ້ໃຫ້ໂອກາດອັດສະວິດຄົນນັ້ນວ່າ ຫາກທ່ານສາມາດຕອບຄຳຖາມອັນແສນຍາກຂໍ້ນຶ່ງຂອງເຮົາໄດ້ ເຮົາຈະໄວ້ຊີວິດທ່ານ

ອັດສະວິນ HITMII ມີເວລາ 1 ປີໃນການຊອກຫາຄຳຕອບວ່າ “ສິ່ງທີ່ຜູ່ຍິງຕ້ອງການແທ້ ໆ ມັນແມ່ນຫຍັງ?”

ບັນຫາດັ່ງກ່າວເປັນເລື່ອງທີ່ຍາກແສນຍາກ ແມ່ນແຕ່ນັກປາດເກຈິອາຈານທັງຫຼາຍກໍຍັງບໍ່ສາມາດຕອບໄດ້ ອັດສະວິນ HITMII ເດີນທາງກັບໄປດິນແດນບ້ານເກີດເຊິ່ງຢູ່ຕ່າງນະຄອນ ເສາະສະແຫວງຫາຄຳຕອບໃຫ້ພະລາຊາ ລາວໄດ້ສອບຖາມຄຳຕອບຈາກທຸກຄົນທີ່ພົບພໍ້ ແຕ່ຊ່າງໜ້າເສົ້າສະລົດໃຈ ບໍ່ມີໃຜເລີຍທີ່ຈະຕອບບັນຫານີ້ໄດ້ ແຕ່ໃນຄວາມມືດກໍຍັງມີແສງສະຫວ່າງນ້ອຍ ໆ ສ່ອງແສງລອດອອກມາຈາກປ່ອງຢ້ຽມອັນຢູ່ແສນໄກ

ຊາວເມືອງຕ່າງແນະນຳໃຫ້ອັດສະວິນ HITMII ໄປປຶກສາກັບແມ່ມົດເຖົ້າ ເຊິ່ງໜ້າຈະເປັນພຽງຄົນຜູ່ດຽວທີ່ຮູ້ຄຳຕອບ ..ຫາກວ່າ ອຸປະສັກຍັງລໍຄອຍອັດສະວິນຢູ່ເບື້ອງໜ້າ [ຕັດໄປໂຄສະນາ]

ແລ້ວວັນຄົບຮອບນຶ່ງປີທີ່ພະລາຊາກຳນົດກໍມາຮອດ ອັດສະວິນ HITMII ບໍ່ມີທາງເລືອກອື່ນໃດອີກແລ້ວ ຈຶ່ງຈຳໃຈເດີນທາງໄປຍັງບ້ານຂອງແມ່ມົດເຖົ້າເຊິ່ງຕັ້ງຢູ່ຍອດດອຍຕຸງ ແມ່ມົດຕົກລົງຈະໃຫ້ຄຳຕອບແກ່ອັດສະວິນໜຸ່ມ ແຕ່ອັດສະວິນໜຸ່ມຕ້ອງຍອມຮັບເງື່ອນໄຂຂໍ້ແລກປ່ຽນກ່ອນ

ແມ່ມົດເຖົ້າຕ້ອງການແຕ່ງດອງກັບ TamLaozaa ອັດສະວິນຜູ່ຊົງກຽດສູງສຸດຂອງເຫຼົ່າອັດສະວິນໂຕະກົມ ແລະເປັນໝູ່ສະນິດຂອງອັດສະວິນ HITMII. ເມື່ອອັດສະວິນ HITMII ໄດ້ຍິນຂໍ້ຕົກລົງແລ້ວເຖິງຂັ້ນຂົນລຸກຕັ້ງແຕ່ປາຍເລັບຈົນຮອດປາຍເສັ້ນຜົມທຸກເສັ້ນ ຕັ້ງຂຶ້ນພ້ອມກັນດຸດດັ່ງວ່າສຽງເພງຊາດດັງຂຶ້ນ

ອັດສະວິນ HITMII ພະຍາຍາມຕົບໜ້າຕົວເອງເພື່ອໃຫ້ຕື່ນຈາກຝັນອັນໂຫດຮ້າຍນີ້ ແຕ່ອະນິດຈາ ພະຍາຍາມພຽງໃດກໍບໍ່ໄດ້ຜົນ ນີ້ຄືຄວາມຈິງ! ພາບເບື້ອງໜ້າຂອງລາວຄືນາງແມ່ມົດເຖົ້າທີ່ຫຼັງກົ່ງ ໂຕເໝັນປານໂຖສ້ວມ ມີຟັງເຫຼືອງທີ່ເຫຼືອພຽງເຫຼັ້ມດຽວ ແລະມັກເຮັດສຽງອັດໜ້າລັງກຽດຂອງຊາວບ້ານທຸກໝູ່ເຫຼົ່າ ຝ່າຍອັດສະວິນ TamLaozaa ເມື່ອໄດ້ຮັບຮູ້ຂ່າວຂອງສະຫາຍຮັກຕົນ ຈຶ່ງເລັ່ງເດີນທາງໄປຫານາງແມ່ມົດເຖົ້າແລະຮັບຂໍ້ສະເໜີ ເພື່ອໃຫ້ຊີວິດອັດສະວິດສະຫາຍຮັງນັ້ນດຳລົງຢູ່ຕໍ່ໄປ...

ອັດສະວິນ HITMII ຊາບຊຶ້ງໃຈໃນຕົວຂອງສະຫາຍຮັກ TamLaozaa ຍິ່ງນັກ ຕົກລົງມອບເຄື່ອງເກມ Zii ໃຫ້ເປັນທີ່ລະນຶກ ສະໄໝນັ້ນບໍລິສັດ Mintenda ຜະລິດມາຈຳນວນຈຳກັດ ຈຶ່ງເປັນ item ຫາຍາກຢ່າງນຶ່ງ...

ຫຼັງຈາກນັ້ນ ແມ່ມົດເຖົ້າກໍໄດ້ໃຫ້ຄຳຕອບແກ່ອັດສະວິດ HITMII ວ່າແທ້ຈິງແລ້ວ ສິ່ງທີ່ຜູ່ຍິງຕ້ອງການຄືຫຍັງ?

ສິ່ງທີ່ຜູ່ຍິງຕ້ອງການແທ້ຈິງແລ້ວ ຄືການໄດ້ເປັນໂຕຂອງໂຕເອງ .. ທຸກຄົນຮູ້ໄດ້ທັນທີວ່າ ນາງແມ່ມົດໄດ້ກ່າວອຳມະຕະວາຈາອັນຍິ່ງໃຫຍ່ອອກມາ ແລະອັດສະວິນ HITMII ກໍຕ້ອງລອດພົ້ນຈາກການປະຫານຢ່າງແນ່ນອນ ແລະກໍເປັນເຊັ່ນນັ້ນແທ້ ໆ ! ແຕ່ວ່າ!!! ການແຕ່ງດອກຂອງອັດສະວິນ TamLaozaa ແລະນາງແມ່ມົດເຖົ້າ ກຳລັງຈະເລີ່ມຂຶ້ນ

ສຽງນິນທາໜາຫູປະທຸຂຶ້ນທຸກຫຍ່ອມຫຍ້າ ສຽງເລົ່າລືກ່ຽວກັບອັດສະວິນແຫ່ງໂຕະກົມ ກຳລັງຈະແຕ່ງດອງກັບນາງແມ່ມົດເຖົ້າແຫ່ງຍອດດອຍຕຸງ ເປັນທີ່ສົນໃຈຂອງຊາວເມືອງຕ່າງ ໆ ເປັນຢ່າງຫຼວງຫຼາຍ

ໃນມື້ງານແຕ່ງດອງນັ້ນ ອັດສະວິນ TamLaozaa ປະພຶດຕົນຢ່າງສຸພາບ ອ່ອນນ້ອມ ສະຫງ່າຜ່າເຜີຍ ກົງກັນຂ້າມກັບນາງແມ່ມົດເຖົ້າທີ່ປະພຶດໂຕຊົ່ວສຸດລິດສຸດເດດ ທັງກິນມູມມາມດ້ວຍສອງມື ທັງຕົດ ທັງເອື້ອມ ທັງເຂ່ຍຂີ້ດັງ ເຮັດໃຫ້ທຸກຄົນອຶດອັດໃຈເປັນທີ່ສຸດ!

ແລະແລ້ວເວລາທີ່ລໍຄອຍ (ໃຜລໍຫວະ) ກໍມາຮອດ .. ຍາມຄ່ຳຄືນຂອງການສົ່ງໂຕເຈົ້າສາວ...

ຫົວອັດສະວິນໂຕະກົມ TamLaozaa ໄດ້ປອບໃຈຕົນກ່ອນຍອມຮັບຄວາມຈິງ ຍ່າງເຂົ້າໄປທີ່ຫ້ອງຫໍ ເພື່ອປະເຊີນໜ້າກັບຄ່ຳຄືນສຸດສະຫຍອງ ບໍ່ໜ້າເຊື່ອສາຍຕາຕົນເອງ! ປາກົດມີສາວ sexy ຫຸ່ນແອບແບ້ວທີ່ສຸດທີ່ເຄີຍພົບມາໃນຊີວິດນອນລໍຖ້າຢູ່ເບື້ອງໜ້າ .. ແຕ່ເອະ ດຽວກ່ອນ ຫຸ່ນແອບແບ້ວ ມັນເປັນແນວໃດຫວະ ງົງ -*-

ສີໜ້າງຸນງົງອັນສຸດຊຶ້ງຂອງອັດສະວິນໂຕະກົມ ໄດ້ບີບຄັ້ນໃຫ້ສາວງາມເປີດເຜີຍຄວາມຈິງອອກມາ ...ເພາະອັດສະວິນ TamLaozaa ຊ່າງແສນດີກັບຂ້ອບ (ໃນຍາມເປັນແມ່ມົດ) ດັງນັ້ນເຄິ່ງນຶ່ງຂອງມື້ ໆ ນຶ່ງ ກາຍຂອງນາງຈະກາຍເປັນສາວງາມ ແຕ່ອີກເຄິ່ງມື້ຈະເປັນແມ່ມົດເຖົ້າອັບປະລັກ ສາວງາມຖາມອັດສະວິນວ່າ ທ່ານຢາກໃຫ້ເຮົາເປັນແບບໃດໃນເວລາກາງເວັນ ແລະເປັນແບບໃດໃນເວລາກາງຄືນ?

ຊ່າງເປັນຄຳຖາມທີ່ໂຫດຮ້າຍສຳລັບຫົວໜ້າອັດສະວິນໂຕະກົມ! ນີ້ຖ້າຖາມວ່າເບີ rota ຂຶ້ນຕົ້ນດ້ວຍເລກຫຍັງຍັງຊິງ່າຍກວ່າອີກ! ອັດສະວິນ TamLaozaa ເລີ່ມເຮັດຄິ້ວກົ່ງຫາກັນ ຄຶດທົບທວນວ່າຈະເລືອກຢ່າງໃດດີ ເລືອກຍິງໂສມງາມເພື່ອອວດໝູ່ເພື່ອນໃນຍາມກາງເວັນ ແລ້ວທົນທຸກກັບນາງແມ່ມົດເຖົ້າແຂ້ວເຫຼືອງເໝັນປານໂຖສ້ວມໃນຍາມກາງຄືນ ນີ້ມັນກຸ້ມແລ້ວບໍ່!? ບ໊ະ!! ຫຼືຈະຍອມໃຫ້ໝູ່ຄຸູ່ເຢີ້ຍວ່າໄດ້ແມ່ມົດເຖົ້າເປັນເມຍ ແລ້ວກາງຄືນໄດ້ຢູ່ກັບສາວງາມເລີດໃນປັດຕະພີດອຍຕຸງດີ!?

ຄຳຖາມນີ້ ຂໍໃຫ້ຜູ່ຊາຍທຸກຄົນຄຶດໃຫ້ດີກ່ອນຕອບ

 

 

 

ເມື່ອທ່ານໄດ້ຄຳຕອບຂອງທ່ານແລ້ວ ໃຫ້ຄ່ອຍ ໆ ເລື່ອນລົງໄປອ່ານຕໍ່...

 

 

 

 

 

ອັດສະວິນ TamLaozaa ຕອບວ່າ “ເຮົາຂໍມອບໃຫ້ເຈົ້າເປັນຜ່ຕັດສິນໃຈເລືອກເອງ” ເມື່ອໄດ້ຍິນດັ່ງນັ້ນ ສາວງາມຈຶ່ງປະກາດກ້ອງຂຶ້ນວ່າ ຂ້ອຍຈະງາມຕະຫຼອດເວລາ ເພາະອັດສະວິນ TamLaozaa ໄດ້ໃຫ້ຄວາມເຄົາລົບ ແລະໃຫ້ຄວາມເປັນໂຕຂອງໂຕເອງແກ່ລາວແລ້ວ

ນິທານເລື່ອງນີ້ສອນໃຫ້ຮູ້ວ່າ:

໑. ຜູ່ຍິງບໍ່ວ່າຊິງາມ ຫຼືຊິຂີ້ລ້າຍຊ່ຳໃດກໍຕາມ ເລິກ ໆ ໃນໃຈຂອງພວກເຂົາທາງໃນນັ້ນຄື ..ແມ່ມົດ

໒. ຜູ່ຍິງຈະກາຍຮ່າງເປັນແມ່ມົດ ຫຼືເປັນສາວງາມຕອນໃດ ກໍຂຶ້ນກັບຄວາມປະພຶດຂອງຜູ່ຊາຍເອງ

 

 

 

ນິທານເລື່ອງນີ້ເກັບມາຈາກເວັບອື່ນ ແປລາວ ໃສ່ subtitle ແລະພາກສຽງໂດຍ ນິນ ລີອືມ

ຂຽນເມື່ອ ຂຽນເມື່ອ: ມ.ສ.. 13, 2009 | ມີ 30 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ມື້ວານໄປອ່ານມາໃນເວັບບອດອື່ນ ຂໍເອົາມາລົງຈັກບາດ..

 

ເລື່ອງມີຢູ່ວ່າ ບໍລິສັດແຫ່ງນຶ່ງຕ້ອງການພະນັກງານບັນຊີ ຈຶ່ງໄດ້ຕິດປະກາດຮັບສະໝັກ ປາກົດມີຜູ່ຊາຍສອງຄົນມາສະໝັກວຽກ .. ທາງຜູ່ຈັດການຈຶ່ງເອີ້ນໄປສຳພາດເທື່ອລະຄົນ

 

ຊາຍຄົນທີ່ນຶ່ງ ຊື່ ທ້າວ ທຽມຫຼົງ (ນາມສົມມຸດ) .. ຫຼັງຈາກແນະນຳຕົວ ແລະສຳພາດກັນໄປໄດ້ປະມານນຶ່ງແລ້ວ ຜູ່ຈັດການຈຶ່ງເອີ່ຍຂຶ້ນວ່າ:

ຜູ່ຈັດການ: ທຽມຫຼົງ 1+1 ເປັນທໍ່ໃດ?

ທຽມຫຼົງນັ່ງຄຶດຢູ່ອຶດໃຈນຶ່ງຈຶ່ງຕອບໄປວ່າ 1+1 = 2

ຜູ່ຈັດການຟັງແລ້ວຈຶ່ງບອກວ່າ ໃຫ້ໄປຖ້າຟັງຜົນສຳພາດ ທາງບໍລິສັດຈະຕິດຕໍ່ໄປໃນພາຍຫຼັງ

 

ຊາຍຄົນທີ່ສອງ ຊື່ທ້າວ ດາວເຟືອງ (ນາມສົມມຸດ) .. ຫຼັງຈາກການແນະນຳຕົວ ແລະສຳພາດເບື້ອງຕົ້ນໄປແລ້ວ ຜູ່ຈັດການກໍເອີ່ຍຂຶ້ນແບບເກົ່າວ່າ

ຜູ່ຈັດການ: ດາວເຟືອງ 1+1 ເປັນທໍ່ໃດ?

ດາວເຟືອງນັ່ງຄຶດຢູ່ດົນເຖິງ 6 ນາທີ ແຕ່ກໍຍັງບໍ່ຕອບ ຈົນຜູ່ຈັດການຖາມວ່າ ເຈົ້າຈະຕອບໄດ້ຫຼືຍັງ...?

ດາວເຟືອງບໍ່ເວົ້າຫຍັງ ລາວລຸກຂຶ້ນ ຍ່າງໄປປິດປະຕູຫ້ອງໄວ້ ແລ້ວຍ່າງກັບມາກະຊິບຂ້າງ ໆ ຫູຂອງຜູ່ຈັດການວ່າ...

“ແລ້ວຜູ່ຈັດການຢາກໃຫ້ເປັນທໍ່ໃດລະ?”

 

ທ່ານຄຶດວ່າ ຜູ່ຈັດການຄົນນັ້ນຈະເລືອກໃຜ?

 

ຂຽນເມື່ອ ຂຽນເມື່ອ: ມ.ສ.. 9, 2009 | ມີ 39 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ເກມນີ້ຈະຍາກກວ່າທີ່ຜ່ານມາເລັກນ້ອຍເຖິງປານການ ເປົ້າໝາຍແມ່ນ ຕ້ອງຊ່ວຍເຫຼືອຄອບຄົວນີ້ເຊິ່ງມີຫ້າຄົນ ຂ້າມໄປອີກຝາກນຶ່ງໃຫ້ໄດ້ ໂດຍມີໄມ້ເປັນທາງສຳລັບຂ້າມ

ກະຕິການແມ່ນ:

  1. ມັນເປັນເວລາກາງຄືນ
  2. ມີຕະກຽງພຽງອັນດຽວ
  3. ຕະກຽງນັ້ນກຸ້ມໄດ້ພຽງ 30 ວິນາທີ
  4. ການຂ້າມແຕ່ລະຄັ້ງ ຕ້ອງນຳຕະກຽງໄປນຳ
  5. ຂ້າມໄດ້ສູງສຸດເທື່ອລະ 2 ຄົນ
  6. ແຕ່ລະຄົນຍ່າງຊ້າຍ່າງໄວບໍ່ເທົ່າກັນ ຮຽງຕາມ 1ວິ, 3ວິ, 6ວິ, 8ວິ ແລະ 12 ວິນາທີ
  7. ຫາກວ່າເອົາຜູ່ຍ່າງຊ້າກັບຜູ່ຍ່າງໄວໄປນຳກັນ ເວລາຈະໄລ່ຕາມຜູ່ຍ່າງຊ້າ

ເລີ່ມກັນເລີຍ!

ຂຽນເມື່ອ ຂຽນເມື່ອ: ມ.ສ.. 8, 2009 | ມີ 33 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ເກມນີ້ຫຼິ້ນງ່າຍກວ່າເກມກ່ອນໜ້ານີ້ (ເກມທົດສອບ IQ : ຊ່ວຍພະຂ້າມເຮືອໄປອີກຝັ່ງ ) ໂດຍວິທີການຫຼິ້ນແມ່ນ ຕ້ອງພາແກະ ກະຫຼ່ຳປີ ແລະໝາປ່າ ຂ້າມໄປອີກຝັ່ງນຶ່ງໃຫ້ໄດ້ ຫາກວ່າປ່ອຍໃຫ້ແກະຢູ່ກັບກະຫຼ່ຳປີແລ້ວ ແກະຈະກິນກະຫຼ່ຳປີໝົດ ຖ້າຫາກວ່າປ່ອຍໃຫ້ໝາປ່າຢູ່ກັບແກະແລ້ວ ໝາປ່າກໍຈະກິນແກະ. ໃນການພາຂ້າມໄປອີກຝັ່ງນັ້ນ ຈະສາມາດເອົາໄປໄດ້ພຽງເທື່ອລະຢ່າງ.

ຂຽນເມື່ອ ຂຽນເມື່ອ: ມ.ສ.. 6, 2009 | ມີ 52 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

ລອງຫຼິ້ນກັນເບິ່ງເດີ້ວ່າຊິຜ່ານບໍ່

ຊ່ວຍພະທັງສາມໃຫ້ໄປຮອດອີກຝັ່ງນຶ່ງ ໂດຍມີກະຕິກາແມ່ນ ຖ້າຫາກຝັ່ງໃດຝັ່ງນຶ່ງມີພວກກິນຄົນຢູ່ຫຼາຍກວ່າພະ ມັນຈະກິນພະ 

 

..

ຕາມນັ້ນ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 26, 2008 | ມີ 62 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

alt

alt

 

 

ຮ່ວມຄົ້ນຫານາງສາວຂວັນໃຈປະຊາຊົນປີ ໒໐໐໘
ໂດຍຜ່ານເຄືອຂ່າຍ ທິໂກ
ພິມລະຫັດນາງສາວທີ່ທ່ານມັກແລ້ວສົ່ງໄປທີ່ເບີ ໗໐໗໐
ລຸ້ນຮັບລາງວັນເງິນສົດ ໗,໕໐໐,໐໐໐ ກີບ ໒ ລາງວັນ
ແລະມູນຄ່າໂທ ໓໐໐,໐໐໐ ກີບ ໑໐ ລາງວັນ

ຮ່ວມໃຫ້ຄະແນນໄດ້ແຕ່ງວັນນີ້ຈົນເຖິງວັນທີ່ ໒໐/໑໒/໒໐໐໘ ຜ່ານເຄືອຂ່າຍທິໂກເທົ່ານັ້ນ, ຄ່າບໍລິການ ໕໐໐ ກີບ/ຄັ້ງ
ຕິດຕາມຊົມການຖ່າຍທອດສົດພ້ອມກັນ ໒໔ ປະເທດທົ່ວໂລກຜ່ານທາງລາວສະຕາແຊນແນວ ເລີ່ມ ໑໙ ໂມງ ໓໐ ນາທີເປັນຕົ້ນໄປ
ລາຍລະອຽດເພີ່ມເຕີມໂທ: ໐໒໐ ໗໗໑໘໘໖໖, ໐໒໑ ໒໔໓໕໓໖ - ໓໗

 

 

 

ຮູບພາບແລະຂໍ້ມູນຈາກ Tigolao.com

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 25, 2008 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ບ່າຍສອງໂມງຂອງວັນທີ່ ໒໔ ພະຈິກ...

ສຽງໂທລະສັບຂອງພັນລະຍາຂ້າພະເຈົ້າດັງຂຶ້ນ ພັນລະຍາຂອງຂ້າພະເຈົ້າໄປຮັບສາຍ

ພັນລະຍາ: ຮັນໂຫຼ...

ປາຍສາຍ: ເຈົ້າ ສະບາຍດີ ອັນນີ້ແມ່ນໂທມາຈາກລາວໂທລະຄົມ ເບີຂອງທ່ານຈະໝົດອາຍຸການໃຊ້ບໍລິການພາຍໃນວັນທີ່ ... ກະລຸນາຕື່ມມູນຄ່າໂທກ່ອນທີ່ຈະຖືກລະງັບການໃຊ້ງານ (ເວົ້າຕິດກັນປານລະບົບຕອບຮັບອັດຕະໂນມັດແບບທີ່ໂທໄປເບີ ໑໒໑)

 

ພັນລະຍາ: ເຈົ້າ... ແລ້ວຊິຕື່ມເງິນເດີ້

ປາຍສາຍ: ເຈົ້າ ແລ້ວທ່ານຮູ້ຫຼືຍັງບໍ່ວ່າລາວໂທລະຄົມມີໂປຣໂມຊັ່ນແຈກລົດຟຣີ ແລະຂອງລາງວັນອື່ນ ໆ ອີກຫຼາຍຢ່າງ

 

ພັນລະຍາ: ຍັງບໍ່ຮູ້ເທື່ອ ມີຫຍັງບໍ?

ປາຍສາຍ: ລາວໂທລະຄົມມີໂປຣໂມຊັ່ນແຈກລົດ Fino ແຈກ ບລາ ໆ ໆ ໆ ໆ ໆ ໆ

 

ພັນລະຍາ: ໂອ... ເຈົ້າ ຂອບໃຈ

ປາຍສາຍ: ເຈົ້າ ຂອບໃຈທີ່ໃຊ້ບໍລິການ

 

...

 

 

 

ເຊົ້າວັນທີ່ ໒໕ ພະຈິກ ເວລາ ໘ ໂມງ...

ສຽງໂທລະສັບຂອງຂ້າພະເຈົ້າດັງຂຶ້ນ...

 

au8ust: ຮັນໂຫຼ...

ປາຍສາຍ: ເຈົ້າ ສະບາຍດີ ອັນນີ້ແມ່ນ ... ໂທມາຈາກລາວໂທລະຄົມ ອ້າຍແມ່ນເຂົ້າຂອງເບີ 5080xxx ບໍ?

au8ust: ເຈົ້າ, ແມ່ນແລ້ວ

ປາຍສາຍ: ອ້າຍເປັນເຈົ້າຂອງເບີບໍ?

au8ust: ...ເຈົ້າ, ແມ່ນແລ້ວ

ປາຍສາຍ: ຂໍແຈ້ງໃຫ້ຊາບວ່າ ເລກໝາຍຂອງອ້າຍຈະໝົດອາຍຸການໃຊ້ງານພາຍໃນມື້ນີ້ ກະລຸນາຕື່ມມູນຄ່າໂທ ບໍ່ດັ່ງນັ້ນຈະບໍ່ສາມາດໂທອອກໄດ້

au8ust: ເຈົ້າ ແລ້ວຊິໄປຕື່ມເງິນ...

ປາຍສາຍ: ອ້າຍຮູ້ແລ້ວບໍວ່າລາວໂທລະຄົມມີໂປຣໂມຊັ່ນແຈກລົດຟຣີ

au8ust: ອ່າ... ຮູ້ແລ້ວ

ປາຍສາຍ: ອ້າຍຮູ້ແລ້ວບໍ?

au8ust: ....

au8ust: ເຈົ້າ, ຮູ້ແລ້ວ ມື້ວານໂທມາບອກແລ້ວ...

ປາຍສາຍ: ມີຄົນຈາກລາວໂທລະຄົມໂທມາບອກບໍ?

au8ust: ເຈົ້າແມ່ນແລ້ວ ບອກມື້ວານນີ້ ໃຫ້ໄປຕື່ມເງິນ ແລ້ວກໍ່ຖາມວ່າຮູ້ຫຼືຍັງວ່າມີໂປຣຯ ແຈກລົດ

ປາຍສາຍ: ໂອ... (ສົງໄສຊິງົງ)

au8ust: (ເຮົາກໍ່ງົງ)

ປາຍສາຍ: ເຈົ້າ ໆ ຂອບໃຈຫຼາຍ ໆ ອ້າຍ ທີ່ໃຊ້ບໍລິການລາວໂທລະຄົມ

au8ust: ເຈົ້າ ໆ ໆ

 

ວາງສາຍ... ກຣຶບ....

 

au8ust: ລືມບອກລາວວ່າ ມື້ວານໂທເຂົ້າເບີເມຍຊັ້ນດອກ (-_-)a

 

 

ງົງ

 

 

ດຽວນີ້ລາວໂທລະຄົມຄືມາໝັ່ນແທ້ ເດືອນແລ້ວກໍ່ໂທມາບອກໃຫ້ຕື່ມເງິນ ເດືອນນີ້ກໍ່ໂທມາອີກ ໂທທັງເບີເມຍ ທັງເບີຜົວ ຖ້າຝ່າຍເຕັກນິກເພິ່ນໝັ່ນໂທມາຖາມວ່າ “ເນັດມື້ນີ້ໄວບໍ່” ຫຼືຝ່າຍການຕະຫຼາດໂທຖາມວ່າ “ລາຄາອິນເຕີເນັດຮັບໄດ້ບໍ່” ແບບນີ້ຄືຊິມີປະໂຫຍດຫຼາຍ ໕໕໕+

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 18, 2008 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

alt 

 

alt

 

alt

 

 

alt

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 17, 2008 | ມີ 20 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ເລື່ອງມັນມີຢູ່ວ່າ ວັນພຸດທີ່ ໑໒ ເດືອນນີ້ເອງ ໃນເວລາແລງ ຂ້າພະເຈົ້າກະກຽມເພື່ອທີ່ຈະໄປເປີດຮ້ານ ກໍ່ໄດ້ພາພະນັກງານຂອງຮ້ານໄປນຳຄົນໜຶ່ງ ເພື່ອທີ່ຈະໄປສົ່ງຂ້າພະເຈົ້າແລ້ວເອົາລົດກັບມາ ໂດຍທີ່ຂ້າພະເຈົ້າເປັນຄົນຂັບໃນຂາໄປ...

 

ແລະດ້ວຍປະມາດ ດ້ວຍເຫັນວ່າ ໄລຍະທາງລະທີ່ຈະໄປນັ້ນ ເປັນໄລຍະທາງສັ້ນ ໆ ບໍ່ຮອດ ໑ ກິໂລແມັດ ຈຶ່ງໄດ້ລະເລີຍບໍ່ໃສ່ໝວກກັນກະທົບທັງຄົນຂັບ ແລະຄົນຊ້ອນທ້າຍ ເມື່ອໄປຮອດໄດ້ເຄິ່ງທາງປະກົດໄດ້ຍິນສຽງອັນອັດສະຈັນໃຈ ທີ່ບໍ່ເຄີຍຄຶດຝັນມາກ່ອນວ່າຈະໄດ້ຍິນ ແລະປະສົບກັບຕົນເອງ... ນັ້ນຄື...!!! ສຽງເປົ່າໝາກຫວີດ..!!!

 

 

ປີ໊ດດດດດດດ!!!!

 

 

ໂອ!! ອະນິດຈາ... ຄວາມຊວຍອັນປະເສີດໄດ້ບັງເກີດຂຶ້ນກັບຂ້າໃນບັດນີ້ພະເຈົ້າແລ້ວ!!! ແຕ່ບໍ່ເປັນຫຍັງ ຂ້າພະເຈົ້າຕ້ອງພະຍາຍາມເຮັດໃຈຮົ່ມ ໆ ໄວ້ ພ້ອມທັງຄຶດຮອດບຸນກຸສົນຄຸນງາມຄວາມດີທີ່ສັ່ງສົມມາຕັ້ງແຕ່ອະດີດຊາດ ຈົນຮອດປັດຈຸບັນຊາດ ແລ້ວກໍ່ຈອດລົດ ຍ່າງລົງໄປຫາຕຳຫຼວດຈາລະຈອນ...ທີ່ຮັກແລະເຄົາລົບ...

 

ຕຳຫຼວດຈາລະຈອນຄົນທີ່ເປົ່າຂ້າພະເຈົ້າໄດ້ເອີ່ຍປາກຂຶ້ນວ່າ ໃຫ້ໄປຫາຫົວໜ້າ ເຊິ່ງຫົວໜ້າກໍ່ຢູ່ຫ່າງອອກໄປອີກປະມານ ໖-໗ ແມັດ. ໄປຮອດ ຫົວໜ້າລາວກໍ່ຖາມວ່າ ຂໍເບິ່ງໃບທະບຽນລົດ ແລະໃບຂັບຂີ່ແດ່. ຂ້າພະເຈົ້າກໍ່ເລີຍຍ່າງກັບໄປລົດ, ໄປເອົາປື້ມຫົວສີເຫຼືອງໃຫ້ຫົວໜ້າຕຳຫຼວດເພິ່ນ; ເພິ່ນກໍ່ຖາມຫາໃບຂັບຂີ່ຕໍ່ ແລ້ວກໍ່ຖາມໃບທະບຽນ .. ຕອນນັ້ນງົງ ຄຶດວ່າປື້ມຫົວສີເຫຼືອງແມ່ນໃບທະບຽນລົດ. ເພິ່ນບອກບໍ່ແມ່ນ ອືມ.. ບໍ່ແມ່ນກໍ່ບໍ່ແມ່ນ ຕໍ່ຈາກນັ້ນກໍ່ເລີຍຖາມເພິ່ນວ່າ ອ້າວ.. ເປັນຫຍັງລົດຄັນອື່ນມື້ກີ້ກາຍໄປ ເຂົາບໍ່ໃສ່ໝວກຄືບໍ່ເປົ່າ (ຖາມກວນxີນ) ເພິ່ນກໍ່ບໍ່ໄດ້ຖືຊາຫຍັງນຳເດັກນ້ອຍ ກໍ່ຕອບວ່າ ຕຳຫຼວດພວກເຮົາມີນ້ອຍ ຈະໃຫ້ເປົ່າລົດຈົນໝົດຫຼວງພະບາງກໍ່ເຮັດບໍ່ໄດ້ ... ໂອ .. ແມ່ນຄວາມເພິ່ນ..

 

ສະຫຼູບແລ້ວກໍ່ຈັດການເຊັ່ນຊື່ຮັບສາລະພາບວ່າໄດ້ລະເມີດກົດລະບຽບຈາລະຈອນ ແລ້ວກໍ່ກຽມໄປເອົາໃບຂັບຂີ່ຄືນໃນວັນຈັນ ເຊິ່ງກໍ່ແມ່ນມື້ນີ້ພໍດີ

 

ດຽວອອກໄປເອົາກ່ອນ Y_Y

 

 

 

 

 

 

 

 

 

 

 

 

 

 

ໃບຮັບສາລະພາບການລະເມີດກົດລະບຽບການສັນຈອນ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 11, 2008 | ມີ 18 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ເປີດເທີມໃໝ່:

alt

 

ອາທິດທີ່ ໑:
alt

 

ອາທິດທີ່ ໒:
alt

 

ກ່ອນເສັງກາງເທີມ:
alt

 

ລະຫວ່າງເສັງກາງເທີມ:
alt

 

ຫຼັງຈາກເສັງກາງເທີມຜ່ານໄປ:
alt

 

ກ່ອນໜ້າເສັງປະຈຳເທີມ:
alt

 

ຫຼັງຈາກໄດ້ຮູ້ຕາຕະລາງສອບເສັງ:
alt

 

໗ ມື້ກ່ອນໜ້າສອບເສັງ:
alt

 

໖ ມື້ກ່ອນໜ້າສອບເສັງ:
alt

 

໕ ມື້ກ່ອນໜ້າສອບເສັງ:
alt

 

໔ ມື້ກ່ອນໜ້າສອບເສັງ:
alt

 

໓ ມື້ກ່ອນໜ້າສອບເສັງ:
alt

 

໒ ມື້ກ່ອນໜ້າສອບເສັງ:
alt

 

໑ ມື້ກ່ອນໜ້າສອບເສັງ:
alt

 

໑ ຄືນກ່ອນໜ້າສອບເສັງ:
alt

 

໑ ຊົ່ວໂມງກ່ອນໜ້າສອບເສັງ:
alt

 

ລະຫວ່າງສອບເສັງ:
alt

 

ຫຼັງຈາກຍ່າງອອກຫ້ອງສັງ:
alt

 

ຫຼັງຈາກເສັງປະຈຳເທີມແລ້ວ ໆ, ລະຫວ່າງພັກແລ້ງ:
alt

 

 

ທີ່ມາ - Forward mail

ຂຽນເມື່ອ ຂຽນເມື່ອ: ກ.ລ.. 11, 2008 | ມີ 44 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ
ຂໍເຊີນສະມາຊິກພັນລາວທຸກ ໆ ທ່ານມາຊ່ວຍກັນອອກແບບເສື້ອພັນລາວ ວ່າຢາກໄດ້ແບບໃດກັນ ຕອນນີ້ທາງ Diow ເພິ່ນໄດ້ອອກແບບຫນ້າ ແລະຫລັງເສື້ອມາແລ້ວ


alt

ສຳຫລັບທາງຫນ້າ

ແລະ


alt

ສຳຫລັບທາງດ້ານຫລັງ

ແບບອື່ນ ໆ ທີ່ບໍ່ໄດ້ເລືອກແມ່ນເບິ່ງໄດ້ໃນ http://punlao.com/au8ust/albums/521

ບາດນີ້ເຫລືອທາງຂ້າງ ຢູ່ແຂນເສື້ອ ຄິດວ່າແຂນເສື້ອເບື້ອຂວາ ຊິພິມຊື່ສະມາຊິກ ສ່ວນທາງຊ້າຍປ່ອຍວ່າງໄວ້

ຢາກໃຫ້ຊາວພັນລາວຮ່ວມກັນໂຫວດເບິ່ງວ່າຄິດເຫັນກັນ ແນວໃດ?

ໂຫວດໄດ້ໃນ http://punlao.com/au8ust/polls/17/ <<--- ຄລິກເລີຍ!!
ຂຽນເມື່ອ ຂຽນເມື່ອ: ພ.ພ.. 31, 2008 | ມີ 19 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ
ເບິ່ງແລ້ວສະແດງຄຳເຫັນແດ່ ;)


alt alt alt
alt alt alt alt alt



ຂຽນເມື່ອ ຂຽນເມື່ອ: ພ.ພ.. 24, 2008 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ
alt

ທີ່ສະໜາມບິນນານາຊາດລະດັບໂລກ ມີນັກທຸລະກິດຍິງແຕ່ງຕົວດີ ຈຳເປັນຕ້ອງລໍເວລາເຖິງ 3 ຊົ່ວໂມງ ໃນການປ່ຽນຍົນເພື່ອໄປຈຸດໝາຍປາຍທາງ ນາງຈຶ່ງຕັດສິນໃຈຍ່າງໄປຊື້ຫນັງສື 1 ເຫຼັ້ມ ແລະເຂົ້າຫນົມ 1 ຫໍ່ ແລະກຽມຊອກບ່ອນນັ່ງເພື່ອອ່ານແລະກິນໃນຂະນະທີ່ຖ້າຍົນຢູ່

ນາງຊອກຫາບ່ອນນັ່ງໄດ້ 1 ບ່ອນ ເມື່ອນັ່ງລົງກໍ່ກຽມຫນັງສືແລະເຂົ້າຫນົມ ເພື່ອອ່ານແລະກິນໄປລະຫວ່າງຖ້າ ນາງສັງເກດເຫັນວ່າຂ້າງ ໆ ນາງມີຊາຍໜຸ່ມເຊິ່ງນັ່ງຫຍຽດກາຍຢ່າງບໍ່ສົນໃຈໃຜ ວ່າຈະມີໃຜນັ່ງຢູ່ຂ້າງ ໆ

ຂະນະທີ່ນາງອ່ານຫນັງສື ຊາຍໜຸ່ມກໍເອົາມືຈົກເອົາເຂົ້າຫນົມອອກຈາກຖົງ ເຊິ່ງວາງຢູ່ລະຫວ່າງຄົນທັງສອງ ແລ້ວກິນມັນ ນາງເບິ່ງດ້ວຍຄວາມໂມໂຫ ແຕ່ບໍ່ຕ້ອງການເຮັດເລື່ອງວຸ້ນວາຍ ນາງຈຶ່ງເຮັດເປັນບໍ່ສົນໃຈ ນາງເລີ່ມຮູ້ສຶກເບື່ອທີ່ຈະກິນເຂົ້າຫນົມແລະເຝົ້າເບິ່ງໂມງ
ໃນຂະນະທີ່ຊາຍໜຸ່ມຊຶ່ງເປັນໂຈນຂີ້ລັກຢ່າງຫນ້າດ້ານ ກຳລັງກິນມັນໃຫ້ໝົດໄປເທື່ອລະນ້ອຍ ນາງເລີ່ມໂມໂຫຫລາຍຂຶ້ນແລະຄິດໃນໃຈວ່າ "ຖ້າຂ້ອຍບໍ່ແມ່ນຜູ້ດີມີການສຶກສາແລ້ວ.... ຂ້ອຍຈະຊົກໜ້າບັກອັນນີ້ໃຫ້ແຫລກໄປເລີຍ" ທຸກເທື່ອທີ່ນາງຈົກເຂົ້າຫນົມຂຶ້ນມາກິນ 1 ອັນ ຊາຍໜຸ່ມກໍຈົກມັນກິນ 1 ອັນຄືກັນ ທັງສອງ ສົ່ງສາຍຕາເບິ່ງກັນ ເມື່ອເຂົ້າຫນົມເຫລືອພຽງອັນສຸດທ້າຍ ນາງຢຸດແລະຢາກຮູ້ວ່າຊາຍໜຸ່ມຈະເຮັດແນວໃດ??? ຊາຍໜຸ່ມຄ່ອຍ ໆ ຈົກເຂົ້າຫນົມອອກມາຈາກຫໍ່ ເຊິ່ງເປັນອັນສຸດທ້າຍແລ້ວ ແລ້ວລາວກໍ່ຫັກອອກເປັນ 2 ປ່ຽງ ສົ່ງໃຫ້ນາງເຄິ່ງຫນຶ່ງແລະກິນເອງເຄິ່ງຫນຶ່ງ ນາງຮັບຈາກຊາຍໜຸ່ມຢ່າງວ່ອງໄວແລະຄິດໃນໃຈວ່າ “ຊ່າງເປັນຄົນຂາດມາລະຍາດສຸດ ໆ ຊ່າງຂາດການສຶກສາ ບໍ່ມີແມ່ນແຕ່ເວົ້າຂອບໃຈຈັກຄຳ”
ນາງລຸກຂຶ້ນແລ້ວຈັບເອົາເຄື່ອງຂອງທັງຫມົດຂອງຕົນເອງ ແລ້ວກົງໄປປະຕູຂຶ້ນຍົນ ບໍ່ຫລຽວຫລັງກັບມາເບິ່ງຫົວຂີ້ລັກຫນ້າດ້ານຜູ້ບໍ່ມີມາລະຍາດເຊິ່ງຍັງນັ່ງຢູ່ບ່ອນເກົ່າ ພາຍຫລັງຈາກຂຶ້ນເຄື່ອງແລະນັ່ງປະຈຳທີ່ຢ່າງສະບາຍແລ້ວ ນາງກໍເອົາຫນັງສືທີ່ອ່ານຄ້າງໄວ້ຢູ່ຂຶ້ນມາອີກເທື່ອຫນຶ່ງ ໃນຂະນະທີ່ຈັບຫນັງສືຈາກກະເປົ໋າ ກໍພົບວ່າມີຂະໜົມ 1 ຫໍ່
ນາງຕົກໃຈຫລາຍ ຖ້າເຂົ້າຫນົມຂອງຂ້ອຍຍັງຢູ່ບ່ອນນີ້ ກໍແປວ່າ..... ເຂົ້າຫນົມຫໍ່ນັ້ນເປັນຂອງຊາຍໜຸ່ມທີ່ແບ່ງໃຫ້ນາງກິນ ນາງລຸກຂຶ້ນທັນທີ ແລ້ວແລ່ນອອກຈາກຍົນໄປຫາບ່ອນນັ່ງຂອງຊາຍໜຸ່ມ ແຕ່ຄົງເຫລືອແຕ່ບ່ອນນັ່ງທີ່ວ່າງເປົ່າ ມັນຊ້າໄປແລ້ວແລ້ວທີ່ຈະໄດ້ຂໍໂທດຊາຍໜຸ່ມ ລະຫວ່າງຍ່າງກັບຂຶ້ນຍົນ
ນາງຮູ້ສຶກເຈັບປວດຫົວໃຈ ນາງນັ້ນເອງທີ່ຂາດມາມະຍາດ ເປັນຄົນຂີ້ລັກທີ່ຂາດການສຶກສາຕົວຈິງ..........

ມີຈັກເທື່ອໃນຊີວິດຂອງຄົນເຮົາ ທີ່ຄົ້ນພົບໃນພາຍຫລັງວ່າ “ສິ່ງທີ່ເກິດຂື້ນນັ້ນມັນບໍ່ແມ່ນເລື່ອງຈິງ ມັນເປັນການເຂົ້າໃຈຜິດ ມີຈັກເທື່ອໃນຊີວິດທີ່ເຮົາຂາດຄວາມໄວ້ວາງໃຈຜູ້ອື່ນ ແລະເຮັດໃຫ້ເຮົາຕັດສິນຜູ້ອື່ນຈາກຄວາມຄິດຈອງຫອງຂອງເຮົາເອງ ເຊິ່ງຫ່າງໄກຈາກຄວາມເປັນຈິງຫລວງຫລາຍ
..........ນີ້ແຫລະທີ່ເຮັດໃຫ້ເຮົາ ຕ້ອງຄິດຊ້ຳແລ້ວຊ້ຳອີກກ່ອນຕັດສິນຜູ້ອື່ນ ຫລາຍ  ໆ ສິ່ງບໍ່ໄດ້ເປັນຢ່າງທີ່ເຫັນ ຄວນເບິ່ງຜູ້ອື່ນໃນດ້ານດີ ແລ້ວຫມັ່ນສົງໄສຕົວເອງວ່າ
"ເຮົາເບິ່ງໂລກໃນດ້ານດີພໍແລ້ວຫລືຍັງ? ເຮົາເຄີຍແບ່ງປັນຫຍັງແກ່ຄົນອື່ນນຳຫລືບໍ່?”


ເລື່ອງຈາກ Fwd mail
ພາບຈາກ ອິນເຕີເນັດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 28, 2008 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ
ໄວ ໆ ນີ້ກຳລັງຄິດວ່າຈະເພິ່ມລະບົບກະດານສົນທະນາ ຫຼືທີ່ເຂົາເອີ້ນວ່າ Forum ຫຼື Webboard ໃສ່ໃນພັນລາວ ແຕ່ກຳລັງຄິດວ່າ ຈະເຮັດແບບໃດດີຈຶ່ງຈະເຫມາະສົມ? ສະມາຊິກພັນລາວທັງຫລາຍ ຄິດເຫັນແນວໃດ? ຢາກໃຫ້ເພີ່ມຫມວດຫມູ່ໃດແດ່?

ອີກເລື່ອງຫນຶ່ງຄືລະບົບ Top Friend​ ສັນຍາວ່າ ອີກບໍ່ດົນໄດ້ໃຊ້ແນ່ນອນເດີ້ :D        
ຂຽນເມື່ອ ຂຽນເມື່ອ: ມ.ນ.. 23, 2008 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ
ສະບາຍດີສະມາຊິກພັນລາວທຸກ ໆ ທ່ານ (^o^)//
ມື້ນີ້ຢາກຈະຂຽນກ່ຽວກັບຄວາມຄືບຫນ້າໃນ ເວັບໄຊຕ໌ Punlao.com ໃຫ້ສະມາຊິກໄດ້ພໍຮູ້ແນວທາງ ແລະຄວາມເຄື່ອນໄຫວກັນແດ່ຈັກຫນ່ອຍ

ຫລັງຈາກອັບເກຣດລະບົບໄປເທື່ອກ່ອນ ກໍ່ມີການແກ້ໄຂປັບປຸງສ່ວນຕ່າງ ໆ ຂຶ້ນມາຢ່າງມິດ ໆ ເປັນການປັບປຸງພາຍໃນທີ່ອາດຈະຍັງບໍ່ເຫັນຄວາມປ່ຽນແປງຫຍັງຫລາຍ ຂໍຂຽນລາຍລະອຽດເປັນຫົວຂໍ້ໄປດັ່ງນີ້

1. ຕອນນີ້ Punlao.com​ ໄດ້ປີດລະບົບຄວາມຄິດເຫັນສຳຫລັບຄົນທີ່ບໍ່ໄດ້ເປັນສະມາຊິກແລ້ວ ນັ້ນຫມາຍຄວາມວ່າ ບຸກຄົນທີ່ບໍ່ໄດ້ລັອກອິນເຂົ້າລະບົບ ຈະບໍ່ສາມາດຂຽນຄຳເຫັນໄດ້ ອັນນີ້ເປັນສຽງຈາກສະມາຊິກຮຽກຮ້ອງມາວ່າບາງທີບໍ່ຢາກໃຫ້ ຄົນທີ່ບໍ່ແມ່ນສະມາຊິກນັ້ນຂຽນຄຳເຫັນໃນໂປຣໄຟລ໌ຕົນເອງໄດ້ ເຊິ່ງກໍ່ຈັດໃຫ້ຮຽບຮ້ອຍແລ້ວເດີ້ :D



alt
2. ລະບົບ Rating ຫຼືໃຫ້ຄະແນນໂປຣໄຟລ໌ ແຕ່ກ່ອນມັນຈະເປັນດາວໃຫຍ່ ໆ ຕອນນີ້ປ່ຽນແບບແລ້ວ ເປັນດາວນ້ອຍ ໆ ແທນ ແຕ່ກໍ່ໃຊ້ໄດ້ຄືກັນ ແລະສາມາດໃຊ້ໄດ້ທັງໃນສ່ວນຂອງໂປຣໄຟລ໌ ແລະອັລບັ້ມພາບໄດ້ພ້ອມ



alt
3. Custom CSS ມີໃຫ້ເລືອກແລ້ວ! ເນື່ອງຈາກວ່າ ບາງຄົນກໍ່ບໍ່ຮູ້ວິທີປັບແຕ່ງ ບາງຄົນກໍ່ບໍ່ຮູ້ຊ້ຳວ່າປັບໄດ້ ເລີຍວ່າ ຕອນນີ້ມີ Custom CSS​ ໃຫ້ເລືອກໃຊ້ໄດ້ເລີຍ ພຽງຄລິກໃສ່ແບບທີ່ຕ້ອງການ ເຊິ່ງສ່ວນນີ້ປັບໄດ້ໃນເມນູ ແກ້ໄຂ > ຕັ້ງຄ່າໂປຣໄຟລ

4. Chat ຕອນນີ້ຫ້ອງສົນທະນາພ້ອມໃຊ້ກວ່າເກົ່າ (ຄິດວ່າແນວນັ້ນ) ແຕ່ກ່ອນມັນມີບັນຫາພິມເທື່ອດຽວອອກຫລາຍເທື່ອ ຕອນນີ້ແກ້ໄຂຮຽບຮ້ອຍແລ້ວ


ຫລັກ ໆ ກໍ່ມີເທົ່ານີ້ລະ :D ແຕ່ວ່າໄວ ໆ ນີ້ (ບໍ່ເກີນປີຫນ້າ :P) Punlao.com ຈະມີການປັບປ່ຽນໂສມຫນ້າໃຫມ່ ຮັບຮອງວ່າຕ້ອງຖືກໃຈແນ່ນອນ ສຳຫລັບຕອນນີ້ ແນະນຳວ່າ ໃຫ້ຊອກຫມູ່ມາຫຼິ້ນຫລາຍ ໆ ເດີ້


ແລະສຸດທ້າຍ ຫາກມີຄຳຖາມໃດເພີ່ມເຕີມ ກໍ່ສາມາດຂຽນຄຳເຫັນໃນນີ້ໄດ້ເລີຍ ທີມງານພັນລາວ (ມີິຄົນດຽວ LOL) ຈະຮີບນຳໄປປັບປຸງແກ້ໄຂແບບດ່ວນ ໆ ເລີຍ alt
ຂຽນເມື່ອ ຂຽນເມື່ອ: ມ.ນ.. 6, 2008 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ
ກໍ່ຕາມທີ່ໄດ້ປະກາດໄປແລ້ວວ່າ ໄດ້ມີການອັບເກຣດລະບົບ ໂດຍສ່ວນໃຫຍ່ຈະເປັນການແກ້ໄຂລະບົບຄວາມປອດໄພໃຫ້ດີຍິ່ງຂຶ້ນ ແລະມີສ່ວນໃຫມ່ທີ່ເພີ່ມເຂົ້າມາຄື
  1. ລະບົບສົນທະນາ
  2. ລະບົບ Rating (ຍັງບໍ່ສົມບູນ)
  3. ລະບົບ URL ແບບໃຫມ່
ລະບົບສົນທະນາສາມາດເຂົ້າໃຊ້ງານໄດ້ໃນຫົວຂໍ້ Chat ໃນເມນູທາງເທິງ ສ່ວນລະບົບ Rating ຍັງບໍ່ມີຮູບເທື່ອ (ອາດຈະໃຊ້ເປັນຮູບດາວ 5 ດາວໃຫ້ສະມາຊິກເລືອກໄດ້ວ່າ ໃຫ້ຄະແນນຈັກດາວເປັນຕົ້ນ)

ສ່ວນລະບົບ URL ແບບໃຫມ່ທີ່ວ່ານັ້ນກໍ່ຄື URL ຂອງເວບຈະຈື່ງ່າຍຂຶ້ນ ເຊັ່ນ ແຕ່ກ່ອນເຂົ້າ profile ຂອງ au8ust ແມ່ນ URL ຄື http://punlao.com/profile.php?user=au8ust ແຕ່ຕອນນີ້ປ່ຽນເປັນສັ້ນລົງຄື http://punlao.com/au8ust/ ແລະຍັງມີ URL ອື່ນ ໆ ທີ່ສັ້ນລົງອີກ

ຫຍໍ້ຫນ້າສຸດທ້າຍທີ່ຈະກ່າວເຖິງ ຈະເປັນເລື່ອງຂອງຄວາມຜິດພາດໃນລະບົບ ເນື່ອງຈາກສັງເກດວ່າ ມັນມີບາງຫນ້າທີ່ເກີດ Error ຂຶ້ນມາ ຕອນນີ້ພະຍາຍາມໄລ່ແກ້ໃຫ້ແລ້ວຢູ່ ຫາກວ່າພົບຫນ້າໃດເພີ່ມເຕີມສາມາດຂຽນຄຳເຫັນເຂົ້າມາໄດ້ເດີ້ :D
ຂຽນເມື່ອ ຂຽນເມື່ອ: ມ.ນ.. 5, 2008 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ
ກໍ່ຄືວ່າ ຕອນນີ້ພັນລາວຂອງພວກເຮົາ ມີ Profile Fields ຍັງບໍ່ຫລາຍປານໃດ ຈຶ່ງຢາກຖາມສະມາຊິກວ່າ ຢາກໃຫ້ເພີ່ມ Profile Field ໃດຕື່ມ? ເຊັ່ນວ່າ: ຫນັງທີ່ມັກ, ດາລາໃນດວງໃຈ, ຄວາມໃຝ່ຝັນ, ເປົ້າຫມາຍຂອງຊີວິດ ຯລຯ ແມ່ນຫຍັງປະມານນີ້

ລອງຂຽນກັນເຂົ້າມາເດີ້ alt
ຂຽນເມື່ອ ຂຽນເມື່ອ: ມ.ນ.. 5, 2008 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ
alt



ພໍດີຂຽນໃຫ້ຮ້ານ ເລີຍເອົາມາໂຊ 555 alt
ຂຽນເມື່ອ ຂຽນເມື່ອ: ມ.ນ.. 4, 2008 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ
ມື້ຄືນວານນີ້ ນອນຝັນແປກ ຝັນວ່າໄດ້ໄປວັດ ແລ້ວຈັກວ່າເປັນແນວໃດ ວ່າໃຫ້ໄປຮັບສີລ ກໍ່ໄປຮັບສີລ ໄປກັນສອງຄົນ ແຕ່ວ່າມີພະຮູບອື່ນ ໆ ແລ້ວກໍ່ມີຄຣາວາສນຳ ພໍເພິ່ນບອກວ່າໃຫ້ຮັບສີລ ກໍ່ກົ້ມລົງກາບນຳຫມູ່ ຫມູ່ກໍ່ງົງ ໆ ວ່າເອ໊ະ ເຮັດແນວໃດ ຕອນນັ້ນມີຄວາມຮູ້ສຶກວ່າ ເຮົາກຳລັງຮັບສີລ 5 ຢູ່

ຄ້າຍ ໆ ວ່າ ຈະເປັນເທບສັງວອນໃຫ້ຫມັ່ນປະຕິບັດໃນຂໍ້ສີລໃຫ້ຫລາຍຂຶ້ນ ເພາະຫລາຍ ໆ ນີ້ເລີ່ມລືມແລ້ວ :(


ປ.ລ. ພໍດີມື້ຄືນເຫັນທ່ານພະນົມສິນຂຽນເລື່ອງ ຄວາມຝັນເວລານອນຫລັບມີຈັກແບບ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 1, 2008 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ
ມື້ນີ້ຕິດຕັ້ງລະບົບແລ້ວ ໆ ໄວ້ຊິມາແກ້ຕໍ່ alt