ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 23, 2013 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ຄຳວ່າ "Easter egg" ໝາຍເຖິງຂໍ້ຄວາມລັບ ຫຼືຄຸນສົມບັດ ຫຼືຄວາມສາມາດທີ່ຖືກເຊື່ອງໄວ້ໃນລະບົບ ບໍ່ວ່າຈະເປັນເກມ ຫຼືໂປຣແກຣມ ຫຼືເວັບໄຊຕ່າງໆ

ໃນພັນລາວກໍມີຫຼາຍຈຸດທີ່ຖືກເຊື່ອງໄວ້ ກໍເລີຍຄິດວ່າເອົາມາໂພສດີກວ່າ ເພື່ອມື້ໜ້າລືມແລ້ວຊິບໍ່ມີໃຜຄິດອອກວ່າໃຊ້ແນວໃດ (ທີ່ຈິງກໍລືມໄປແດ່ແລ້ວ)

ໃນໜ້າສົນທະນາ (ໜ້າຫຼັກຫັ້ນລະ) ຈະໃຊ້ emoticon ພິເສດໄດ້ ມີຫຼາຍອັນ ເຊັ່ນວ່າ:

http://punlao.com/emoegg.php
http://punlao.com/emoonion.php
http://punlao.com/emorabbit.php
http://punlao.com/emosoldier.php
http://punlao.com/emowanwanmini.php

ນອກຈາກນັ້ນ ກໍຍັງມີ emo ພິເສດໆ ທີ່ເປັນ easter egg ຈຳນວນນຶ່ງຕື່ມ ເຊັ່ນ: ພິມວ່າ:

!sbd
!gn
Y_Y
!lmao
!rofl
?rofl
!555
!chat
!l
!skull
!omb
!titter
!haha

ດຽວມື້ໜ້າມາໂພສຕໍ່ ວ່າມີຫຍັງຕື່ມ smiley

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 5, 2011 | ມີ 115 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ເນື່ອງຈາກວ່າ ລະບົບໃໝ່ນັ້ນ ມີການທ້ວງຕິງເຂົ້າມາຫຼາຍວ່າບໍ່ສູ້ໂຕເກົ່າ ອີກທັງມີບັນຫາຫຼາຍ ດັ່ງນັ້ນ ຈຶ່ງກັບໄປໃຊ້ໂຕເກົ່າເດີ ແຕ່ບັນຫາກໍຄື ໃຜທີ່ສະໝັກໃໝ່ ຕ້ອງສະໝັກຄືນ ເຊິ່ງຕ້ອງຂໍອະໄພມານຳຫຼາຍໆ!

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 24, 2010 | ມີ 30 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ປະກາດສັ້ນໆ ໃນງານ BarCamp 2010 ເຊິ່ງຈະຈັດຂຶ້ນເປັນຄັ້ງທຳອິດໃນປະເທດລາວ ທີ່ ອາຄານໄອທີພາກພິເສດ, ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ, ວິທະຍາເຂດໂສກປ່າຫລວງ ຖະໜົນລາວ-ໄທ, ນະຄອນຫລວງວຽງຈັນ ເວລາ 8 ໂມງເຊົ້າຫາ 7 ໂມງຄ່ຳ ທາງພັນລາວໄດ້ມີຫົວຂໍ້ທີ່ຈະຂຶ້ນເວົ້າກໍຄື “ກຳເນີດພັນລາວ” ເຊິ່ງຈະບອກເລົ່າເຖິງທີ່ໄປທີ່ມາ ເບື້ອງໜ້າເບື້ອງຫຼັງຂອງພັນລາວ.

ທ່ານໃດສົນໃຈຢ່າລືມເຂົ້າໄປຮັບຟັງກັນໄດ້.

ສຳລັບຜູ່ທີ່ຍັງບໍ່ຮູ້ວ່າ BarCamp ແມ່ນຫຍັງ:

ບາແຄ້ມ ແມ່ນງານລະດັບສາກົນເທິງພື້ນຖານແນວຄິດໃຫມ່ ແລະ ການຮ່ວມປະຊຸມທີ່ຜູ່ເຂົ້າຮ່ວມຈະເປັນຜູ່ກຳໜົດ
ຫົວຂໍ້ໃນການສົນທະນາເອງ, ເຊິ່ງຈະກ່ຽວກັບເຕັກໂນໂລຢີແບບເປີດກວ້າງ ສຳລັບບຸກຄົນທີ່ສົນໃຈ,
ອົງກອນທຸລະກິດ ແລະ ອົງກອນທີ່ບໍ່ມຸ້ງຜົນກຳໄລ.
ໂດຍແນໃສ່ບຸກຄົນທີ່ສົນໃຈທາງດ້ານຄອມພິວເຕີ, ຜູ່ຊົມໃຊ້ອິນເຕີເນັດ, ນັກເຕັກໂນໂລຢີ, ຜູ່ປະກອບການ,
ນັກຂ່າວຍຸກດິຈິຕອນ, ນັກພັດທະນາເວັບໄຊ້ ແລະ ຊາວອິນເຕີເນັດມາຮ່ວມແບ່ງປັນ ແລະ ຮຽນຮູ້ເຕັກໂນໂລຢີຕ່າງໆ
ໃນບັນຍາກາດທີ່ເປັນກັນເອງ. ຫາກທ່ານມີໂຄງການ, ຜົນງານ ຫລື ແນວຄິດເຕັກໂນໂລຢີທີ່ຫນ້າສົນໃຈ,
ນີ້ຖືເປັນໂອກາດດີທີ່ທ່ານຈະໄດ້ນຳສະເໜີມັນ. ຢ່າເກັບໄວ້ຄົນດຽວເຊີນມາພົບປະກັນໃນງານຄັ້ງນີ້
ໂດຍບໍ່ເສຍຄ່າໃຊ້ຈ່າຍໃດໆ!

 

ຂໍ້ມູນເພີ່ມເຕີມ http://barcampvientiane.org/

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 21, 2009 | ມີ 41 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ປະກາດແຈ້ງການເຖິງສະມາຊິກພັນລາວທີ່ເຄົາລົບຮັກແພງທຸກໆ ທ່ານ ທາງເວັບໄຊພັນລາວ.ຄອມ ຂໍແຈ້ງໃຫ້ຊາບວ່າ ຕໍ່ແຕ່ນີ້ເປັນຕົ້ນໄປ ຫ້າມການໂຄສະນາກ່ຽວກັບທຸລະກິດຂາຍກົງ ແລະທຸລະກິດແຊລູກໂສ້ ຫຼືທີ່ເອີ້ນວ່າ MLM (Multi-Level Marketing) ທຸກປະເພດ ຮວມເຖິງ Agel.

ຫາກພົບເຫັນສະມາຊິກທ່ານໃດທີ່ປະກາດໂຄສະນາ ປະຊາສຳພັນ ຫຼືຊັກຊວນຜູ່ອື່ນເພື່ອໄປເຮັດທຸລະກິດລັກສະນະດັ່ງກ່າວ ບໍ່ວ່າຈະຜ່ານທາງໄດອາຣີ່, ແບບສຳຫຼວດ, ກະທູ້ໃນເວັບບອດ, ວິດີໂອຄລິບ, ຮູບພາບ, ຫຼືຂໍ້ຄວາມໃນໂປຣໄຟລ໌ ຫຼືທາງໃດນຶ່ງທີ່ຜ່ານເວັບໄຊພັນລາວ ທາງເວັບໄຊຈະຍົກເລີກສະຖານະສະມາຊິກທັນທີ ໂດຍບໍ່ມີການຕັກເຕືອນຫຼືແຈ້ງໃຫ້ຮູ້ລ່ວງໜ້າ ຈຶ່ງຂໍແຈ້ງມາຍັງສະມາຊິກທຸກໆ ທ່ານໃຫ້ຮູ້ໂດຍທົ່ວເຖິງກັນ ແລະຂໍຄວາມຮ່ວມມືມານຳໃນໂອກາດນີ້ພ້ອມ.

ຂໍຂອບໃຈ,

ທີມງານພັນລາວ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 11, 2009 | ມີ 104 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ຮູ້ສຶກວ່າ ຈະດົນພໍສົມຄວນແລ້ວທີ່ບໍ່ມີຂ່າວໃໝ່ມາແຈ້ງ ແລະສຳຫລັບມື້ນີ້ເອງ ຂ້າພະເຈົ້າ ຕາງໜ້າທີມງານພັນລາວ ຈະຂໍມາແຈ້ງການກ່ຽວກັບຄວາມປ່ຽນແປງທີ່ກຳລັງຈະເກີດຂຶ້ນ ໃນອະນາຄົດອັນໃກ້ນີ້ ໂດຍສະເພາະແມ່ນກ່ຽວກັບລະບົບຕ່າງໆ ທີ່ອາດຈະຖືກຕັດທອນອອກໄປ ແລະ/ຫຼື ປ່ຽນແປງກົດກະຕິກາ ເພື່ອໃຫ້ສອດຄ່ອງກັບສະຖານະການ.

ເລື່ອງທຳອິດ ແມ່ນເລື່ອງ ເງິນພັນລາວ ເຊິ່ງມີມາດົນນານ ຕັ້ງແຕ່ຊ່ວງໄລຍະເປີດເວັບໃໝ່ໆ ເລື້ອຍມາ ຈົນມາຮອດປັດຈຸບັນ ຕອນນີ້ຕັດສິນໃຈວ່າ ຈະຍຸບລະບົບເງິນນີ້ອອກ ເພາະເປັນຜົນເສຍຫຼາຍກວ່າຜົນດີ ດັ່ງທີ່ຫຼາຍໆ ທ່ານອາດຈະພໍຮູ້ສາຍເຫດກັນແດ່ແລ້ວ. ເມື່ອບໍ່ມີລະບົບເງິນພັນລາວແລ້ວ ກໍຢ່າຟ້າວເສຍໃຈໄປສຳຫລັບໃຜທີ່ນິຍົມສະສົມຄະແນນ ທາງທີມງານໄດ້ວາງແຜນເຮັດລະບົບວໃໝ່ຂຶ້ນມາແທນທີ່ ເຊິ່ງຈະເປັນແບບໃດກໍຕິດຕາມຕອນຕໍ່ໄປ.

ເລື່ອງທີ່ສອງ ກໍແມ່ນເລື່ອງຂອງເພງ ປາກົດວ່າ ປັດຈຸບັນນີ້ ເພງໃນພັນລາວອຸດົມໄປດ້ວຍເພງທີ່ມີລິຂະສິດ ເຊັ່ນວ່າ ເພງຈາກຕ່າງປະເທດ ຫຼືແມ່ນແຕ່ເພງລາວນຳກັນເອງ ດັ່ງນັ້ນແລ້ວ ທາງທີມງານເຮົາກໍ ບໍ່ຕ້ອງການຈະມີບັນຫາກັບການລະເມີດລິຂະສິດຂອງສິລປິນ ຈຶ່ງເຫັນວ່າ ຈະຍຸບໝວດເພງອອກໄປອີກເຊັ່ນກັນ.

ເລື່ອງຕໍ່ມາ ເລື່ອງທີ່ສາມ ເລື່ອງຄລິບວິດີໂອ ອັນນີ້ກໍປາກົດວ່າ ມີແຕ່ຄລິບວິດີໂອເພງ ແລະໜັງທີ່ມີລິຂະສິດຢູ່ເປັນຈຳນວນຫຼວງຫຼາຍ ເຊິ່ງຜິດກັບກົດລະບຽບທີ່ວາງອອກໄວ້ຄັກແນ່ (ແຕ່ສົງໄສບໍ່ມີຄົນສົນໃຈປານໃດ) ເຮັດໃຫ້ການນຳໃຊ້ໝວດຄລິບວິດີໂອນັ້ນ ຜິດຈຸດປະສົງດັ້ງເດີມທີ່ມີມາ. ຄວາມເດີມນັ້ນ ໝວດຄລິບວິດີໂອແມ່ນເຮັດມາໄວ້ເພື່ອໃຫ້ສະມາຊິກພັນລາວ ສາມາດອັບໂຫຼດຄລິບທີ່ສະມາຊິກຖ່າຍໄວ້ດ້ວຍຕົນເອງ ເພື່ອແບ່ງປັນໃຫ້ສະມາຊິກຄົນອື່ນໆ ໄດ້ເບິ່ງ ແຕ່ຕອນນີ້ກາຍເປັນວ່າ ໝວດຄລິບວິດີໂອເປັນແຫຼ່ງຮວບຮວມຄລິບ MV ເພງແລະໜັງໄປແທນ ອັນນີ້ກໍເຫັນວ່າຕ້ອງແກ້ໄຂ ບໍ່ດັ່ງນັ້ນແລ້ວຈະກາຍເປັນວ່າ ຜິດຈາກຄວາມຕັ້ງໃຈເດີມໄປ ອີກທັງບໍ່ເກີດປະໂຫຍດສ້າງສັນຫຍັງຫຼາຍ. ຢ່າງໃດກໍຕາມ ຄລິບວິດີໂອທີ່ຖືກຕາມຈຸດປະສົງເດີມກໍພໍມີຢູ່ ເຊັ່ນວ່າ ຄລິບວິດີໂອຂອງຄົນໃຈດີ (http://punlao.com/khonjaidee/videos/13) ຫຼືຄລິບໜັງສັ້ນຂອງນັກສຶກສາບາງກຸ່ມເປັນຕົ້ນ.

ຢ່າງໃດກໍຕາມ ທັງສາມຂໍ້ທີ່ວ່າມານີ້ ກໍຍັງບໍ່ໄດ້ລົງມືປະຕິບັດເທື່ອ ເປັນແຈ້ງການໃຫ້ຮູ້ລ່ວງໜ້າກ່ອນ ຫາກສະມາຊິກທ່ານໃດມີຄຳເຫັນ ຕ້ອງການບອກກ່າວ ກໍສາມາດຂຽນເຂົ້າມາໄດ້.

ດ້ວຍຄວາມນັບຖື,

ທີມງານພັນລາວ

ປ.ລ. ໄລຍະນີ້ເວັບໄຊພັນລາວມີບັນຫາເລັກນ້ອຍ ບາງຄັ້ງຈະເກີດອາການຕອບສະໜອງຊ້າໆ ອັນນີ້ເປັນນຳເວັບ ບໍ່ໄດ້ເປັນນຳເນັດເດີ້ພີ່ນ້ອງ ທາງທີມງານກຳລັງດຳເນີນການແກ້ໄຂ...

ຂຽນເມື່ອ ຂຽນເມື່ອ: ກ.ລ.. 19, 2009 | ມີ 44 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ທີ່ຜ່ານມາທາງທີມງານບໍ່ໄດ້ເອົາໃຈໃສ່ໃນສ່ວນຂອງກຸ່ມເທົ່າທີ່ຄວນ ຈົນເກີດມີການສ້າງກຸ່ມຂຶ້ນມາຢ່າງບໍ່ເປັນລະບົບລະບຽບ ເຊັ່ນ ກຸ່ມທີ່ສ້າງຂຶ້ນມາຢ່າງບໍ່ມີເປົ້າໝາຍ, ກຸ່ມທີ່ບໍ່ມີການເຄື່ອນໄຫວ ແລະກຸ່ມທີ່ຢູ່ຜິດໝວດເປັນຕົ້ນ. ດັ່ງນັ້ນຈາກນີ້ໄປຈະມີກົດລະບຽບໃໝ່ຂຶ້ນມາຈັດການ:

ກົດລະບຽບໃໝ່ໃນການສ້າງກຸ່ມໃນເວັບໄຊພັນລາວ

  1. ກຸ່ມທີ່ທ່ານຈະສ້າງ ຕ້ອງເປັນກຸ່ມທີ່ມີປະໂຫຍດຕໍ່ສະມາຊິກໂດຍທົ່ວໄປ.
  2. ຫ້າມການສ້າງກຸ່ມຮ້າງຂຶ້ນມາ ຄືກຸ່ມທີ່ສ້າງຂຶ້ນມາໂດຍບໍ່ມີເປົ້າໝາຍໃດ ໆ ທີ່ຊັດເຈນ.
  3. ການສ້າງກຸ່ມ ໃຫ້ລະບຸໝວດໝູ່ໃຫ້ຖືກຕ້ອງ ເຊັ່ນຫາກທ່ານຕ້ອງການສ້າງກຸ່ມກ່ຽວກັບເພງ ກໍໃຫ້ລະບຸວ່າ ເປັນກຸ່ມກ່ຽວກັບເພງ ເປັນຕົ້ນ (ຫາກກຸ່ມຂອງທ່ານບໍ່ກົງກັບໝວດໃດ ໆ ເລີຍ ໃຫ້ເລືອອກ “ອື່ນ ໆ” ຫຼືແຈ້ງມາທາງທີມງານ ຈະພິຈາລະນາເພີ່ມໝວດໃຫ້ຕາມຄວາມເໝາະສົມ).
  4. ບໍ່ອະນຸຍາດໃຫ້ມີການໂຄສະນາສິນຄ້າ ຫຼືຂາຍເຄື່ອງໃດ ໆ ຜ່ານກຸ່ມ.
  5. ພາສາທີ່ອະນຸຍາດໃຫ້ໃຊ້ໄດ້ຄືພາສາລາວ ເປັນພາສາຫຼັກ. ນອກນັ້ນແມ່ນພາສາອັງກິດສາມາດໃຊ້ໄດ້ເປັນພາສາຮອງໃນກໍລະນີທີ່ບໍ່ສາມາດໃຊ້ພາສາລາວໄດ້ ຫຼືໃນກໍລະນີທີ່ຈຳເປັນຕ້ອງໃຊ້ພາສາອັງກິດຄວບຄູ່ໄປນຳ.
  6. ທ່ານໄດ້ອ່ານ ແລະຍອມຮັບຂໍ້ຕົກລົງຂ້າງເທິງນີ້ແລ້ວ ຫາກມີການຝ່າຝືນເກີດຂຶ້ນ ທາງທີມງານຂໍສະຫງວນສິດ ໃນການລຶບກຸ່ມນັ້ນ ອອກຈາກລະບົບທັນທີ ໂດຍບໍ່ມີການແຈ້ງລ່ວງໜ້າ.

ຫາກວ່າທ່ານໃດມີຄຳເຫັນເພີ່ມເຕີມ ຫຼືຕ້ອງການແນະນຳກ່ຽວກັບໝວດກຸ່ມທີ່ຄວນຈະມີ ກໍສາມາດຂຽນກັນເຂົ້າມາໄດ້ຜ່ານແບບຟອມຄຳເຫັນດ້ານລຸ່ມ.

ອີກເລື່ອງນຶ່ງຄື ກົດລະບຽບນີ້ຈະມີຜົນຄືນຫຼັງນຳ ໝາຍຄວາມວ່າ ກຸ່ມຕ່າງ ໆ ທີ່ມີຢູ່ແລ້ວ ຈະຕ້ອງປະຕິບັດຕາມກົດນີ້ນຳ ເຊິ່ງຈະມີການກວດສອບເປັນໄລຍະ ໆ ຈາກທີມງານ.

ເລື່ອງສຸດທ້າຍທີ່ຢາກຈະຂຽນກໍຄື ກ່ຽວກັບເນື້ອຫາຕ່າງ ໆ ໂດຍສະເພາະແມ່ນຮູບພາບ ແລະຄລິບວິດີໂອນັ້ນ ຂໍຄວາມຮ່ວມມື ຢ່ານຳຮູບພາບ ຫຼືຄລິບວິດີໂອ ຮວມເຖິງເນື້ອຫາອື່ນ ໆ ທີ່ມີລັກສະນະໂປ້ເປືອຍຈົນເກີນໄປມາລົງ ເພາະມັນຂັດກັບວັດທະນະທຳອັນດີງາມຂອງຊາດລາວເຮົາ ແລະຫາກທ່ານໃດທີ່ອ່ານແລ້ວຢາກຖາມວ່າ “ອັນຮູບຂ້ອຍລົງມັນໂປ້ບ່ອນໃດ?” ອັນນີ້ທາງທີມງານ ຂໍໃຫ້ຜູ່ຖາມ ເອົາຮູບພາບ ຫຼືຄລິບວິດີໂອດັ່ງກ່າວ ໄປໃຫ້ພໍ່ແມ່ ໃຫ້ລຸງປ້າ ຍາດຕິພີ່ນ້ອງ ມີເອື້ອຍ ຫຼືນ້ອງສາວ ຫຼືຄູບາອາຈານ ກໍເອົາໃຫ້ເພິ່ນເບິ່ງ ຖາມເຂົາເຈົ້າວ່າເໝາະສົມບໍ່? ທ່ານຈະເຂົ້າໃຈເອງ.

ຂໍຂອບໃຈ,
ທີມງານພັນລາວ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 16, 2009 | ມີ 34 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ໄລຍະຫຼັງມານີ້ ເວັບໄຊພັນລາວຮູ້ສຶກວ່າຈະມີຊ່ວງເວລາ down time ດຸເຫຼືອເກີນ ບາງມື້ກໍເກີດຂຶ້ນ 2-3 ເທື່ອ ບາງມື້ກີ້ 4-5 ເທື່ອ ບາງຄັ້ງກໍ down ພຽງ 3-4 ນາທີ ບາງຄັ້ງເປັນຊົ່ວໂມງກໍຍັງເຂົ້າບໍ່ໄດ້ ບັນຫານີ້ທາງທີມງານກໍບໍ່ໄດ້ປ່ອຍປະ ເຖິງຂະໜາດວ່ານັ່ງເຝົ້າ monitor ລະບົບເກືອບຕະຫຼອດເວລາກາງເວັນ ເມື່ອພົບວ່າມີ high load ເກີດຂຶ້ນກໍ restart ໃຫ້ ເພື່ອໃຫ້ເວັບດຳເນີນໄປຕໍ່ໄດ້ໂດຍບໍ່ຂາດຊ່ວງດົນເກີນໄປ.

ຢ່າງໃດກໍຕາມ ການແກ້ບັນຫາທີ່ຍືນຍາວຄື ການຍ້າຍໄປໃຊ້ server ທີ່ມີຄວາມສາມາດໃນການຮອງຮັບປະລິມານຜູ່ເຂົ້າຊົມເວັບທີ່ສູງຂຶ້ນ ແລະບໍລິການໃໝ່ ໆ ທີ່ຈະມີໃນອະນາຄົດອັນໃກ້... ແຕ່ນັ້ນກໍໝາຍເຖິງງົບປະມານລາຍຈ່າຍທີ່ເພີ່ມຂຶ້ນອີກນຳ. ດັ່ງທີ່ຫຼາຍ ໆ ທ່ານອາດຈະສັງເກດເຫັນວ່າ ເວັບໄຊພັນລາວບໍ່ມີໂຄສະນາໃນໜ້າເວັບເລີຍ (ຍົກເວັ້ນ banner ເວັບໄຊໃນເຄືອ ໃສ່ຢູ່ດ້ານລຸ່ມສຸດ ອັນນັ້ນເປັນເວັບໃນເຄືອ) ງົບປະມານຕ່າງ ໆ ທີ່ຖືກອັດສີດເຂົ້າໃນເວັບໄຊ ແມ່ນທຶນຮອນສ່ວນຕົວຂອງທີມງານເອງຕະຫຼອດໄລຍະເວລາ 1 ປີ 3 ເດືອນທີ່ຜ່ານມາ ຈຶ່ງເປັນເລື່ອງທີ່ຍາກລຳບາກຫຼາຍ ໃນການຂະຫຍາຍຄຸນນະພາບ ແລະຂອບເຂດການໃຫ້ບໍລິການ ຮວມເຖິງ feature ໃໝ່ ໆ ພາຍໃນເວັບໄຊ.

ອີກ 20 ມື້ນັບຈາກນີ້ ຈະເປັນການນັບຖອຍຫຼັງກ່ອນການຍ້າຍໄປ server ໃໝ່ ເຊິ່ງໃນລະຫວ່າງນີ້ ຫຼືອາດຈະເປັນຫຼັງຈາກວັນທີ 6 ກໍລະກົດ ຈະມີສອງສາມມື້ທີ່ເຂົ້າເວັບໄຊພັນລາວບໍ່ໄດ້ ດັ່ງນັ້ນຈຶ່ງແຈ້ງມາໃຫ້ຊາບກັນໂດຍທົ່ວເຖິງ.

ສຳລັບທ່ານທີ່ເຫັນໃຈ ຢາກຊ່ວຍອຸປະຖຳດ້ານງານເງິນໃຫ້ກັບພັນລາວ ກໍສາມາດເຮັດໄດ້ຫຼາຍວິທີເຊັ່ນ:

  1. ແນະນຳໃຫ້ໝູ່ຮູ້ຈັກ (ເພື່ອໃຫ້ມີຄົນຫຼິ້ນຫຼາຍຂຶ້ນ ຈະໄດ້ມີນາຍທຶນສົນໃຈມາລົງໂຄສະນາ)
  2. ຮ່ວມບໍລິຈາກທຶນສຳລັບ server
  3. ຫຼືແນະນຳ PunlaoHosting.com ໃຫ້ກັບໝູ່ຫຼືຄົນທີ່ສົນໃຈຢາກມີເວັບໄຊເປັນຂອງຕົນເອງ (PunlaoHosting.com ເປັນບໍລິການ Hosting ແລະຈົດຊື່ domain ໃນເຄືອຂອງ UMC ເຊິ່ງເປັນບໍລິສັດໃນອະນາຄົດຂອງພັນລາວ).

 

ຂໍຂອບໃຈ,
ທີມງານພັນລາວ

ຂຽນເມື່ອ ຂຽນເມື່ອ: ມ.ສ.. 2, 2009 | ມີ 30 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ປະກາດສັ້ນ ໆ ຕອນນີ້ທ່ານສາມາດອັບໂຫຼດຄລິບວິດີໂອໄດ້ເພີ່ມຈາກ ໓ ເປັນ ໕ ແລ້ວ ແລະນອກຈາກການອັບໂຫຼດເອງແລ້ວ ຍັງສາມາດດຶງມາຈາກ YouTube ໄດ້ອີກນຳ ເໝາະສຳລັບຄົນເນັດຊ້າແຕ່ຢາກແບ່ງປັນຄລິບມ່ວນ ໆ ໃຫ້ກັນເບິ່ງໄດ້ທົ່ວເຖິງ.

ສ່ວນທ່ານໃດທີ່ເປັນພົນລະເມືອງພັນລາວ໒ ແມ່ນສາມາດອັບໂຫຼດໄດ້ສູງເຖິງ ໑໒ ຄລິບເລີຍ.

ອີກເລື່ອງນຶ່ງທີ່ຈະແຈ້ງແມ່ນ ທາງເວັບໄດ້ແກ້ໄຂບັນຫາອັບໂຫຼດບໍ່ຜ່ານແລ້ວ ຖ້າໃຜຍັງມີບັນຫາຢູ່ ໃຫ້ຕິດຕໍ່ທີມງານ ຫຼືແຈ້ງໃນໄດອາຣີ່ນີ້ໄດ້ເລີຍເນີ້.

ຂຽນເມື່ອ ຂຽນເມື່ອ: ມ.ນ.. 6, 2009 | ມີ 93 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ຫຼັງຈາກທີ່ເລື່ອນ ແລະຊັກຊ້າມາຫຼາຍຮອບ ຕອນນີ້ກໍ່ເປັນທີ່ຊັດເຈນແລ້ວຕາມແບບສຳຫຼວດ http://punlao.com/au8ust/polls/1682/ ເຊິ່ງແບບເສື້ອຂອງ Diow ປະກົດວ່າ ມີສຽງໂຫວດຫຼາຍສຸດຄື 27 ສຽງ .. ດັ່ງນັ້ນຈຶ່ງຕົກລົງວ່າ ເອົາແບບຂອງດ່ຽວເປັນແບບເສື້ອພັນລາວຄັ້ງທີ່ ໒

alt

 

ສ່ວນລາຄາແມ່ນ 35,000 ກີບສຳລັບເສື້ອຢືດ ແລະ 40,000 ກີບສຳລັບເສື້ອໂປໂລ

 

ຫາກຕ້ອງການສັ່ງຈອງເສື້ອພັນລາວ ໃຫ້ໂອນເງິນໄປທີ່

  • ທະນາຄານການຄ້າຕ່າງປະເທດລາວ ສາຂາຫຼວງພະບາງ
  • ເລກທີ່ບັນຊີ 050-8-12-00-06165
  • ຊື່ບັນຊີ BOUASAVANH THONGPHENG MS

 

ສົມມຸດວ່າຈະຈອງເສື້ອຢືດ 2 ຜືນ ກໍ່ໂອນເງິນ 70,000 ກີບ ໄປທີ່ບັນຊີຂ້າງເທິງ ຫຼັງຈາກໂອນເງິນແລ້ວ ໃຫ້ແຈ້ງມາທາງຫຼັງໄມ ບອກຊື່ຜູ້ໂອນ ພ້ອມຈຳນວນເງິນທີ່ໂອນມາ ແລ້ວກໍ່ລະບຸວ່າ ...

  1. ເອົາເສື້ອຂະໜາດໃດ ມີ S, M, L, XL, XXL
  2. ສັ່ງຈອງຈັກຜືນ? (ຢ່າລືມໂອນເງິນມາໃຫ້ຄົບຕາມຈຳນວນທີ່ສັ່ງ)
  3. ເສື້ອແບບໃດ ມີສອງແບບ ຄື ໂປໂລ ແລະເສື້ອຢືດ
  4. ຊື່ຜູ່ສັ່ງຈອງ ຊື່ຫຍັງຊື່ໃນພັນລາວ ແລະຊື່ແທ້ (ເພື່ອໃນກໍລະນີຈັດສົ່ງ ຖ້າຈຳເປັນ)
  5. ວັນທີ່ ແລະເວລາທີ່ໂອນ ໂອນວັນທີ່ເທົ່າໃດ ຈັກໂມງ ໂອນມາເທົ່າໃດ
  6. ໃຫ້ສົ່ງມາທາງຫຼັງໄມເດີ້ ສົ່ງຫາ au8ust

ໝາຍເຫດ:

  1. ສຳລັບໃຜທີ່ຢູ່ຕ່າງແຂວງ (ແປວ່າບໍ່ໄດ້ຢູ່ໃນເຂດນະຄອນຫຼວງວຽງຈັນ) ແລະຕ້ອງການສັ່ງຈອງ ແມ່ນຕ້ອງໂອນເພີ່ມອີກ 10,000 ກີບເດີ້ ເຊັ່ນຄົນທີ່ຢູ່ຊຽງຂວາງ ຈຳປາສັກ ສະຫວັນນະເຂດ ແມ່ນຫຍັງແບບນີ້ ເພາະທາງທີມງານຈະສົ່ງເສື້ອໄປໃຫ້ທາງໄປສະນີ ເຊິ່ງຕ້ອງເສຍຄ່າໃຊ້ຈ່າຍເພີ່ມເຕີມ.
  2. ສ່ວນຄົນຢູ່ຕ່າງປະເທດ ຕອນນີ້ຍັງສົ່ງເສື້ອໄປໃຫ້ບໍ່ໄດ້ ເພາະສະນັ້ນ ຈຶ່ງບໍ່ສາມາດສັ່ງຈອງໄດ້ເດີ້ ຂໍສະແດງຄວາມເສຍໃຈນຳສະມາຊິກພັນລາວທີ່ອາໄສຢູ່ຕ່າງປະເທດນຳ Y_Y
  3. ຫຼັງຈາກໂອນເງິນແລ້ວ ປະມານວັນທີ່ 30 ຈະເລີ່ມສົ່ງເສື້ອໄດ້
  4. ລາຍໄດ້ (ຖ້າມີ) ຫຼັງຫັກຄ່າໃຊ້ຈ່າຍ ຈະໃຊ້ສົມທົບທຶນສຳລັບ server ເວັບໄຊພັນລາວ.ຄອມ
  5. ຢ່າລືມລະບຸຂະໜາດ ແລະແບບເສື້ອມາພ້ອມ ເຊັ່ນ ເອົາເສື້ອຢືດ ຫຼືໂປໂລ ຂະໜາດ S M ຫຼື XL ກໍ່ວ່າກັນໄປ
  6. ໃຜບໍ່ມີບັນຊີທະນາຄານກໍ່ໂອນເງິນໄດ້ເດີ້ ໃຫ້ໄປສອບຖາມນຳທະນາຄານເອົາ ເຂົາຈະແນະນຳໃຫ້

 

ໝົດກຳນົດສັ່ງຈອງເສື້ອວັນທີ່ 20 ເດືອນມີນາ ປີ 2009

ໃຜມີຂໍ້ສົງໃສໃດ ໆ ຂຽນມາໄດ້ເດີ້

ຂຽນເມື່ອ ຂຽນເມື່ອ: ມ.ນ.. 1, 2009 | ມີ 59 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ມື້ນີ້ເປັນມືຄົບຮອບ ໑ ປີພັນລາວ.ຄອມ ເຊິ່ງເປີດມາຕັ້ງແຕ່ວັນທີ່ ໑ ມີນາ ປີ ໒໐໐໘ ຈື່ໄດ້ວ່າ ໄດອາຣີ່ທຳອິດທີ່ຂຽນແມ່ນ ລອງຂຽນເບິ່ງ ຕອນນັ້ນຍັງບໍ່ຄ່ອຍມີຫຍັງ ສະມາຊິກມື້ທຳອິດເທົ່າທີ່ຈື່ໄດ້ ມີບໍ່ຮອດ ໒໐ ຄົນເທື່ອ ຈົນຕອນນີ້ ໑ ປີຜ່ານໄປ ສະມາຊິກກວ່າ ໓໙໐໐ ຄົນແລ້ວ

ກໍ່ບໍ່ຮູ້ຈະຂຽນຫຍັງຕໍ່ດີ .. ຊັ້ນກໍ່ ສຸກສັນວັນເກີດພັນລາວເນາະ ;)

ຂຽນເມື່ອ ຂຽນເມື່ອ: ມ.ກ.. 9, 2009 | ມີ 56 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ສະບາຍດີສະມາຊິກພັນລາວທຸກ ໆ ທ່ານ...

 

ຫຼາຍ ໆ ທ່ານທີ່ກຳລັງອ່ານໄດອາຣີ່ນີ້ ອາດຈະຫຼິ້ນພັນລາວມາຕັ້ງແຕ່ຕອນເປີດໃໝ່ ໆ ຫຼືອາດຈະຫາກໍ່ຫຼິ້ນ ຫາກໍ່ຮູ້ຈັກມື້ນີ້ ຫຼືມື້ວານນີ້ເອງ... ແຕ່ວ່າ ຈະຫຼິ້ນຕອນໃດກໍ່ດີ .. ອີກສອງເດືອນຕໍ່ຈາກນີ້ ກໍ່ຈະຮອດວັນເກີດຄົບຮອບ 1 ປີຂອງເວັບໄຊພັນລາວກັນແລ້ວ :)

 

ພັນລາວເປີດຕົວຂຶ້ນຢ່າງບໍ່ເປັນທາງການໃນວັນທີ່ 1 ເດືອນມີນາ ປີ 2008 .. ຜ່ານວັນເວລາຈາກວັນເປັນເດືອນ ແລະຈາກເດືອນເຂົ້າສູ່ປີໃນອະນາຄົດອັນໃກ້ .. ສະມາຊິກຕອນນີ້ມີ 3421 ຄົນ ແລະເພີ່ມຂຶ້ນໃນທຸກ ໆ ມື້ ແຕ່ລະມື້ມີຜູ້ເຂົ້າຊົມເວັບໄຊພັນລາວປະມານ 400-500 ຄົນຈາກ 97 ປະເທດທົ່ວໂລກ...

 

ແຕ່ກ່ອນຈະຄົບຮອບ 1 ປີ... ຕອນນີ້ພັນລາວກຳລັງປະສົບກັບວິກິດການດ້ານການເງິນ.. ມາເອົາໃຈຊ່ວຍໃຫ້ຜ່ານພົ້ນໄປໄດ້ນຳກັນເນາະ :D

ຂຽນເມື່ອ ຂຽນເມື່ອ: ທ.ວ.. 21, 2008 | ມີ 17 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

   ສະບາຍດີສະມາຊິກພັນລາວທຸກ ໆ ທ່ານ... ໃນຂ່າວນີ້ ຂ້າພະເຈົ້າມີເລື່ອງຈະແຈ້ງຢູ່ສອງເລື່ອງ ເລື່ອງທຳອິດກໍ່ຄື ຕອນນີ້ທາງເວັບໄຊພັນລາວໄດ້ເພີ່ມເຕີມລະບົບ “ເວັບບອດ” ເຂົ້າມາແລ້ວ .. ເຊິ່ງເວັບບອດທີ່ວ່ານີ້ ຈະເປັນໂປຣແກຣມກະດານສົນທະນາ ໃຫ້ທຸກ ໆ ທ່ານໃນພັນລາວ ສາມາດທີ່ຈະຕັ້ງກະທູ້ເພື່ອສົນທະນາກັນໃນປະເດັນ ແລະຫົວຂໍ້ຕ່າງ ໆ ໄດ້ ເຊິ່ງມັນຈະແຕກຕ່າງກັບ “ໄດອາຣີ່” ແລະ “ແບບສຳຫຼວດ” ຢູ່ພໍສົມຄວນ.

 

   ກ່ອນອື່ນຕ້ອງຂໍອະທິບາຍເພີ່ມເຕີມກ່ອນ ກ່ຽວກັບ “ໄດອາຣີ່” ແລະ “ແບບສຳຫຼວດ” ບາງຄົນອາດຈະສັງເກດວ່າ ໃນກາລບາງຄັ້ງ ບໍ່ຮູ້ວ່າຈະຂຽນເລື່ອງທີ່ຕົນເອງສົນໃຈ ແລະຢາກຖາມຄົນອື່ນໃນບ່ອນໃດດີ ລະຫວ່າງ “ໄດອາຣີ່” ແລະ “ແບບສຳຫຼວດ” ເພາະເລື່ອງທີ່ຈະຂຽນນັ້ນ ອາດຈະບໍ່ສາມາດຈັດຢູ່ໃນໝວດໃດໜຶ່ງໄດ້ເລີຍ ຈຸດນີ້ເອງທີ່ເວັບບອດເຂົ້າມາມີບົດບາດ ມາເຕີມເຕັມຊ່ອງຫວ່າງທີ່ເກີດຂຶ້ນລະຫວ່າງໄດອາຣີ່ ແລະແບບສຳຫຼວດ

 

   ຫາກທ່ານຕ້ອງການຂຽນເລື່ອງທີ່ມີເນື້ອຫາໃນລັກສະນະບົດຂຽນ, ບົດຄວາມ, ເນື້ອຄວາມ ຫຼືຮຽງຄວາມ ທ່ານອາດຈະເລືອກໃຊ້ໄດອາຣີ່ເພື່ອຂຽນໄດ້. ຫາກທ່ານຕ້ອງການສອບຖາມຄຳເຫັນຂອງຄົນສ່ວນຫຼາຍ ໂດຍມີຄຳຕອບໃຫ້ເລືອກໂຫວດ ທ່ານອາດຈະໃຊ້ແບບສຳຫຼວດເພື່ອໃຫ້ສະມາຊິກໄດ້ລົງຄະແນນກັນ ແຕ່ຫາກເປັນຫົວຂໍ້ ຫຼືປະເດັນທີ່ມີລັກສະນະທົ່ວໄປ ບໍ່ເຂົ້າກັບຢ່າງໃດຢ່າງໜຶ່ງທີ່ກ່າວມາແລ້ວ ຂໍແນະນຳ “ເວັບບອດ” ເປັນທາງອອກຂອງທ່ານ ເພື່ອສົນທະນາເລື່ອງທົ່ວ ໆ ໄປໄດ້ ເຊິ່ງເວັບບອດຈະມີກົດກະຕິການໜ້ອຍກວ່າ... ທ່ານສາມາດເບິ່ງລາຍຊື່ກະທູ້ໄດ້ຈາກ http://punlao.com/webboard/browse ແລະເບິ່ງຫ້ອງຕ່າງ ໆ ໄດ້ຈາກ http://punlao.com/webboard/index

 

   ເລື່ອງສຸດທ້າຍທີ່ຈະຂຽນກໍ່ຄື ເງິນພັນລາວຂອງທ່ານ ຫາກໃຜທີ່ມີກາຍ ໕,໐໐໐ ພັນລາວແລ້ວ ທ່ານສາມາດອັບເກຣດສະຖານະສະມາຊິກເປັນ “ພົນລະເມືອງພັນລາວ” ໄດ້ ໂດຍໄປທີ່ເມນູ ໂປຣແກຣມ -> ເງິນພັນລາວ --> ໃຊ້ຈ່າຍເງິນ ເພື່ອເບິ່ງລາຍການສິນຄ້າໃນພັນລາວ...

 

 

ຈົບຂ່າວ..

ຂຽນເມື່ອ ຂຽນເມື່ອ: ທ.ວ.. 18, 2008 | ມີ 27 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

load average: 51.83, 37.43, 27.11
load average: 74.21, 45.74, 30.57
load average: 82.59, 48.46, 31.62
load average: 104.03, 58.52, 35.72

ctrl + c
[root@server ~]# service mysqld restart;top

Shutting down MySQL.............................................................                 ................................................................................                 .......................................................    [  OK  ]
Starting MySQL.                                            [  OK  ]
load average: 14.00, 43.11, 40.50
load average: 21.79, 42.98, 40.51

load average: 28.72, 42.97, 40.57

load average: 37.15, 44.01, 40.96

load average: 27.16, 39.54, 39.63

load average: 25.67, 38.83, 39.40

load average: 31.05, 38.50, 39.26

load average: 31.53, 38.24, 39.16

load average: 34.85, 38.71, 39.30

load average: 38.07, 39.31, 39.49

load average: 41.08, 39.92, 39.69

load average: 40.67, 39.86, 39.67

load average: 39.45, 39.63, 39.60

load average: 41.53, 40.06, 39.74

load average: 42.05, 40.19, 39.78

load average: 39.20, 39.54, 39.57
load average: 38.39, 39.37, 39.51

load average: 36.44, 38.87, 39.35

load average: 36.22, 38.77, 39.31

load average: 34.52, 38.37, 39.18

load average: 33.15, 37.95, 39.03

load average: 35.39, 38.09, 39.05

load average: 53.89, 42.13, 40.35

load average: 60.72, 43.98, 40.98

load average: 63.71, 44.88, 41.28

ctrl + c

[root@server ~]# service mysqld restart; top

Shutting down MySQL.............................................................................................                                            [  OK  ]
Starting MySQL..................................           [  OK  ]
load average: 77.22, 76.67, 56.49

load average: 67.92, 74.63, 56.14
load average: 68.17, 74.57, 56.22

load average: 69.96, 74.64, 56.54

load average: 78.64, 76.20, 57.53

 

 

 

 

ບໍ່ຈົບ.. ມັນບໍ່ຈົບ...

 

ນັ່ງແປງ server ຈົນເກັບເອົາໄປຝັນໄດ້ສອງສາມຄືນແລ້ວ =_=

ຂຽນເມື່ອ ຂຽນເມື່ອ: ທ.ວ.. 7, 2008 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ມີວິດີໂອຄລິບຄັກ ໆ ໜ້າສົນໃຈ ຢ່າເກັບໄວ້ຄົນດຽວ! ທ່ານສາມາດອັບໂຫຼດຄລິບເດັດ ໆ ເລື່ອງມັນ ໆ ເລື່ອງຕະລົກເຮຮາ ເພງ ຫຼືໜັງສັ້ນ ທີ່ທ່ານຖ່າຍເອງໃຫ້ໝູ່ເພື່ອນໃນພັນລາວເບິ່ງ!

 

ວິດີໂອຄລິບ

 

ແຕ່...

 

ມີກົດກະຕິກາ ແລະຂໍ້ບັງຄັບເລັກ ໆ ນ້ອຍ ໆ ໃນການອັບໂຫຼດວິດີໂອຄລິບດັ່ງນີ້:

 

  1. ທ່ານສາມາດອັບໂຫຼດໄດ້ ໒ ວິດີໂອຄລິບເທົ່ານັ້ນ ກະລຸນາເລືອກອັບໂຫຼດສິ່ງທີ່ເປັນປະໂຫຍດ
  2. ຈຳກັດຄລິບໜຶ່ງບໍ່ໃຫ້ເກີນ ໓໐MB
  3. ຫ້າມອັບໂຫຼດຄລິບໂປ້, ເປືອຍ ຫຼືມີເນື້ອຫາຜູ້ໃຫຍ່
  4. ຫ້າມອັບໂຫຼດຄລິບທີ່ມີເນື້ອຫາຮຸນແຮງ ບໍ່ເໝາະສຳລັບຄົນທົ່ວໄປ
  5. ຫ້າມອັບໂຫຼດໜັງ/ຮູບເງົາ ທີ່ມີລິກຂະສິດ (ຍົກເວັ້ນທ່ານຈະເປັນຄົນຖ່າຍເອງ)
  6. ຫ້າມອັບໂຫຼດ Music Video ເພງທີ່ມີລິກຂະສິດ (ຍົກເວັ້ນທ່ານຈະເປັນຄົນຖ່າຍເອງ)
  7. ຫ້າມອັບໂຫຼດວິດີໂອຄຄລິບໂຄສະນາຕ່າງ ໆ

ຫາກມີການລະເມີດກົດ ແລະຂໍ້ຫ້າມຂ້າງເທິງນີ້ ທາງທີມງານຂໍສະຫງວນສິດໃນການລຶບຄລິບດັ່ງກ່າວ ອອກຈາກລະບົບ ໂດຍບໍ່ແຈ້ງໃຫ້ຮູ້ລ່ວງໜ້າ.

 

 

ສຳລັບຄຳຖາມ ຂໍ້ສົງໄສ ຫຼືບັນຫາຕ່າງ ໆ ກ່ຽວກັບການໃຊ້ງານໂປຣແກຣມວິດີໂອຄລິບ ທ່ານສາມາດສອບຖາມໄດ້ໃນໄດອາຣີ່ນີ້ເລີຍ.

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 25, 2008 | ມີ 25 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ເພື່ອບໍ່ໃຫ້ເປັນການເສຍເວລາ ເຂົ້າເລື່ອງກັນເລີຍດີກວ່າ :D ໄລຍະຫຼັງມານີ້ ປະກົດວ່າ ເກີດມີກະແສຄວາມນິຍົມໃນການຂຽນໄດອາຣີ່ ແລະຕັ້ງແບບສຳຫຼວດກັນຢ່າງອຶກກະທຶກ ຈົນເປັນເຫດໃຫ້ໄດອາຣີ່ ແລະແບບສຳຫຼວດນັ້ນ ຕົກໄປໄວໂພດ ຈົນບາງຄົນອ່ານບໍ່ທັນ ຫຼືບໍ່ມີໂອກາດໄດ້ເຫັນເລີຍວ່າມັນເຄີຍມີໄດອາຣີ່ ຫຼືແບບສຳຫຼວດໃດໜຶ່ງຖືກຕັ້ງຂຶ້ນມາ

 

ເພື່ອແກ້ບັນຫານີ້ ທາງພັນລາວຈຶ່ງໄດ້ຈັດໝວດໜຶ່ງຂຶ້ນມາໃໝ່ ເຊິ່ງໝວດດັ່ງກ່າວຈະປະກົດຂຶ້ນໃນໜ້າທຳອິດ ເອີ້ນວ່າ “ເລື່ອງເດັ່ນພັນລາວ” ຕາມຮູບດ້ານລຸ່ມ...

 

ເລື່ອງເດັ່ນພັນລາວ

 

ໃນເບື້ອງຕົ້ນນັ້ນ ເນື່ອງຈາກວ່າ ຍັງເປັນລະບົບທົດລອງຢູ່ ດັ່ງນັ້ນແລ້ວການທີ່ບົດຄວາມໃດໜຶ່ງ ຈະຖືກນຳຂຶ້ນສະແດງໃນ “ເລື່ອງເດັ່ນພັນລາວ” ແມ່ນຈະຖືກຄັດສັນໂດຍທີມງານພັນລາວເອງ ໂດຍອີງໃສ່ວ່າ ໄດອາຣີ່ ຫຼືແບບສຳຫຼວດນັ້ນ ມີເນື້ອຫາດີ ໃຫ້ຄວາມຮູ້ ຫຼືແງ່ຄຶດ ຕະຫຼອດຈົນເຖິງມີຄວາມກ່ຽວຂ້ອງກັບສັງຄົມໃນປັດຈຸບັນ ກໍ່ມີສິດໄດ້ຂຶ້ນເປັນເລື່ອງເດັ່ນພັນລາວໄດ້ເຊັ່ນກັນ

 

ສຳລັບກ້າວຕໍ່ໄປ (ແປວ່າຕອນນີ້ຍັງບໍ່ມີ) ແມ່ນ ຈະມີລະບົບໃຫ້ຄະແນນ ເຊັ່ນວ່າ ທ່ານອ່ານເລື່ອງໃນໄດອາຣີ່ໃດໜຶ່ງແລ້ວຖືກໃຈ ກໍ່ສາມາດໃຫ້ດາວໄດ້ວ່າ ເລື່ອງນີ້ໄດ້ຈັກດາວ (ເຕັມ ໕ ດາວ) ເມື່ອຄົບ ໑ ອາທິດແລ້ວ ເລື່ອງທີ່ມີຄະແນນໂຫວດສູງສຸດ ກໍ່ຈະກາຍເປັນ “ເລື່ອງເດັ່ນພັນລາວ” ຕໍ່ໄປ

 

ຫາກມີຂໍ້ສົງໄສ ຫຼືຄຳແນະນຳຕ່າງ ໆ ສາມາດສະແດງຄຳເຫັນໄດ້ດ້ານລຸ່ນ...

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 11, 2008 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ຮູ້ສຶກວ່າຈະດັບໄປເກືອບ ໒ ມື້ ພໍດີວ່າຍ້າຍຂໍ້ມູນໂດຍບໍ່ໄດ້ກະກຽມລ່ວງໜ້າ ໂຊກດີທີ່ບໍ່ມີຫຍັງເສຍຫາຍ

 

ເປັນແນວໃດແດ່ ເຂົ້າພັນລາວບໍ່ໄດ້ຕົກໃຈບໍ່?

 

 

UPDATE: ດ້ວຍຄວາມບັງເອີນ ຕອນເຊົ້າຂອງວັນທີ່ ໑໒ ໄດ້ປ່ຽນ IP ແຕ່ປ່ຽນຜິດ ກໍ່ຄືລືມໄປວ່າ IP ນັ້ນບໍ່ໄດ້ໃຊ້ໄວ້ສຳລັບເວັບອື່ນ ມັນເປັນ IP ສະຫງວນ ພໍຮອດຕອນສວາຍມາ ເວັບທີ່ເປັນເຈົ້າຂອງ IP ນັ້ນກັບມາ Online ໄດ້ກໍ່ເລີຍກາຍເປັນວ່າເຂົ້າພັນລາວແລ້ວໄປເວັບນັ້ນແທນ ຈົບຂ່າວ.

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 5, 2008 | ມີ 287 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ເນື່ອງຈາກມີຫຼາຍຄົນຖາມເຂົ້າມາກ່ຽວກັບເງິນຕາພັນລາວ ຈຶ່ງໄດ້ຖືໂອກາດນີ້ຂຽນໄດອາຣີ່ແນະນຳກ່ຽວເງິນພັນລາວຈັກໜ້ອຍໜຶ່ງ ເຊິ່ງໃນເບື້ອງຕົ້ນນີ້ ກໍ່ຍັງບໍ່ໄດ້ຕັດສິນໃຈໃນການຫາເງິນເທື່ອ ວ່າຊິໄດ້ເທົ່າໃດ

 

ກ່ອນຈະເຮັດໃຫ້ຄົນອ່ານງົງໄປກ່ອນນີ້ ຈະຂໍອະທິບາຍກ່ອນວ່າ

ເງິນຕາພັນລາວແມ່ນຫຍັງ?

ມັນແມ່ນເງິນສົມມຸດທີ່ໃຊ້ໃນເວັບໄຊພັນລາວ.ຄອມ

 

ແລ້ວມັນໃຊ້ເຮັດຫຍັງ?

ເງິນພັນລາວສາມາດໃຊ້ເພື່ອຊື້ເຄື່ອງ ໃຊ້ເພື່ອອັບເກຣດລະດັບ ຫຼືຖ້າໃຜບໍ່ຢາກມີກໍ່ໂອນໃຫ້ຄົນອື່ນກໍ່ໄດ້ ໄປທີ່ເມນູໂປຣແກຣມ -> ເງິນພັນລາວ -> ລາຍການໂອນເງິນ

 

ເຮັດແນວໃດໃຫ້ໄດ້ເງິນ?

ສຳລັບເງິນພັນລາວນີ້ຈະໄດ້ມາໂດຍການເຮັດກິດຈະກຳຕ່າງ ໆ ທົ່ວໄປໃນພັນລາວ ເຊັ່ນການຂຽນຄຳເຫັນ ການອັບໂຫຼດຮູບ ເພງ ການໂຫວດແບບສຳຫຼວດ ຫຼືການຂຽນໄດອາຣີ່ເປັນຕົ້ນ ດ້ານລຸ່ມນີ້ເປັນຕາງຕະລາກ່ຽວກັບລາຍໄດ້ຕໍ່ກິດຈະກຳ ເຊິ່ງຈະມີການປ່ຽນແປງ ເພື່ອໃຫ້ເໝາະສົມທີ່ສຸດ ດັ່ງນັ້ນ ສະມາຊິກພັນລາວທຸກຄົນຈຶ່ງສາມາດມີສ່ວນຮ່ວມ ໃນການຊ່ວຍລະບຸລາຍໄດ້ຕໍ່ກິດຈະກຳໄດ້ໃນໄດອາຣີ່ນີ້

 

 

ຕາຕະລາງລາຍໄດ້ຕໍ່ກິດຈະກິດ

PM

 

ເງິນສູງສຸດຕໍ່ມື້ໝາຍຄວາມວ່າ ເງິນທີ່ສາມາດຫາໄດ້ສູງສຸດຕໍ່ມື້ໂດຍໃຊ້ກິດຈະກຳໃດໜຶ່ງ ອັນນີ້ເພື່ອກັນການ “ປ້ຳເງິນ”

 

 

ຂຽນຄຳເຫັນເຂົ້າມາໄດ້ເດີ້ ;)

 

 

ເພີ່ມເຕີມ: ລຳດັບຂອງຖານະຊັບສົມບັດມີດັ່ງນີ້:

 

0 ~ 999 ພັນລາວ ມີຖານະເປັນ ຄົນຕາດຳ ໆ

1,000 ~ 4,999 ພັນລາວ ມີຖານະເປັນ ຊົນຊັ້ນກາງ

5,000 ~ 9,999 ພັນລາວ ມີຖານະເປັນ ຊົນຊັ້ນສູງ

10,000 ~ 19,999 ພັນລາວ ມີຖານະເປັນ ຄົນຣວຍ

20,000 ~ 29,999 ພັນລາວ ມີຖານະເປັນ ເສດຖີ

30,000 ~ 49,999 ພັນລາວ ມີຖານະເປັນ ມະຫາເສດຖີ

50,000 ~ 99,999 ພັນລາວ ມີຖານະເປັນ ອະພິມະຫາເສດຖີ

100,000 ~ 999,999 ພັນລາວ ມີຖານະເປັນ ຫົວໜ້າຂອງອະພິມະຫາເສດຖີ

1,000,000 ພັນລາວຂຶ້ນໄປ ມີຖານະເປັນ ບິດາຂອງຫົວໜ້າອະພິມະຫາເສດຖີ

 

 

ປັບປຸງຄັ້ງທີ່ ໑ ເມື່ອ ໙ ພະຈິກ ໒໕໕໑

ປັບປຸງຄັ້ງທີ່ ໒ ເມື່ອ ໒໒ ພະຈິກ ໒໕໕໑

ປັບປຸງຄັ້ງທີ່ ໓ ເມື່ອ ໗ ທັນວາ ໒໕໕໑

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 1, 2008 | ມີ 71 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ພັນລາວ

ຕອນນີ້ກຳລັງຢູ່ໃນລະຫວ່າງການອັບເກຣດໄປສູ່ “ພັນລາວ ເວີຊັນ ໒” ເຊິ່ງຢູ່ໃນຊ່ວງທົດສອບລະບົບຢູ່ ດັ່ງນັ້ນຈຶ່ງອາດມີຄວາມຜິດພາດຕ່າງ ໆ ເກີດຂຶ້ນໄດ້. ຫາກທ່ານພົບເຫັນຂໍ້ຜິດພາດໃດ ໆ ກະລຸນາແຈ້ງໃນໄດອາຣີ່ນີ້ເພື່ອທີມງານ ຈະໄດ້ນຳໄປແກ້ໄຂຕໍ່ໄປ.

ສຳລັບລາຍການທີ່ຕ້ອງແກ້ໄຂຕອນນີ້ແມ່ນ:

໑. ວັນທີ່ເດືອນປີເກີດຂອງສະມາຊິກທຸກທ່ານ ຫາຍໄປ ຂໍຄວາມຮ່ວມມືໃຫ້ໄປໃສ່ຄືນໃໝ່ໃນໜ້າ http://punlao.com/user_editprofile.php

໒. ໜ້າຕາສີສັນຂອງແຕ່ລະໂປຣໄຟລ໌ຈະມີບັນຫາ ເຊິ່ງຕໍ່ໄປຈະລຶບອອກໃຫ້ໝົດ ດັ່ງນັນ ກະລຸນາຢ່າແປກໃຈຖ້າໂປຣໄຟລ໌ທ່ານປ່ຽນໄປ

໓. ສະຖານະຈະຂຶ້ນວ່າ 38 years ago ເຊິ່ງເປັນເລື່ອງປົກກະຕິ ໃຫ້ອັບເດດອີກຄັ້ງກໍ່ຈະໃຊ້ໄດ້ຕາມເກົ່າ

ສ່ວນຕອນນີ່້ ຫຼວງພະບາງໄຟດັບ ເພາະສະນັ້ນ ເຮັດຫຍັງຫຼາຍບໍ່ໄດ້ເທື່ອ

ຈົບຂ່າວ