ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 19, 2013 | ມີ 4 ຄຳເຫັນ ແລະ 0 trackback(s)

ມື້ກີ້ເບິ່ງຂ່າວມາ ເຂົາເຈົ້າເວົ້າເລື່ອງອຸປະຕິເຫດທາງລົດ ເພິ່ນບອກວ່າ:
ຄວາມໄວ 60km/h ແຮງຊົນເທົ່າກັບຕົກຈາກບ່ອນສູງ 14 ແມັດຫຼືຕຶກສູງ 5 ຊັ້ນ
ຄວາມໄວ 80km/h ແຮງຊົນເທົ່າກັບຕົກຈາກບ່ອນສູງ 25 ແມັດຫຼືຕຶກສູງ 8 ຊັ້ນ
ຄວາມໄວ 100km/h ແຮງຊົນເທົ່າກັບຕົກຈາກບ່ອນສູງ 39 ແມັດຫຼືຕຶກສູງ 13 ຊັ້ນ
ຄວາມໄວ 120km/h ແຮງຊົນເທົ່າກັບຕົກຈາກບ່ອນສູງ 56 ແມັດຫຼືຕຶກສູງ 19 ຊັ້ນ

ມະນຸດໃຊ້ເວລາ 0.75 ວິນາທີໃນການຢຽບເບຣກໄດ້ຢ່າງມີປະສິດທິພາບ ໄລຍະເວລາທີ່ເສຍໄປນີ້ເອີ້ນວ່າ “ໄລຍະເວລາຂອງປະຕິກິລິຍາຕອບສະໜອງ” ເຊິ່ງຈະປ່ຽນໄປຕາມບຸກຄົນ ຄວາມໄວລົດ ແລະຮ່າງກາຍ ຫຼືສະໝອງໃນຂະນະນັ້ນໆ (ເຊັ່ນ: ອ່ອນເພຍ, ເມື່ອຍ ຫຼືມຶນເມົາຈາກລິດຢາ ຫຼືເຫຼົ້າ) ເຮັດໃຫ້ປະສິດທິພາບການຕອບສະໜອງເສຍໄປ

ສູດຄຳນວນແມ່ນ ຄວາມໄວ + ປະຕິກິລິຍາຕອບສະໜອງຕ່ຳ (ເຫຼົ້າ, ເຫງົານອນ, ໂທລະສັບ) = ຊີວິດສັ້ນ :(

ສະນັ້ນ ຫຼຸດຄວາມໄວ = ຫຼຸດຄວາມສ່ຽງ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 26, 2009 | ມີ 31 ຄຳເຫັນ ແລະ 0 trackback(s)

ມື້ວານໄປຖ່າຍຮູບຢູ່ວັດຊຽງທອງ ຫຼວງພະບາງ ປາກົດວ່າ ມີຄົນນັ່ງຢູ່ຂັ້ນໄດວັດ ກໍເລີຍຄາໃຈ ຄຶດວ່າ ໄວ້ຄົນໜ້ອຍແລ້ວໄປຖ່າຍໃໝ່ອີກ.

ມາຮອດມື້ນີ້ ຫຼັງຈາກເຮັດວຽກແລ້ວໆ ຕອນປະມານ 2 ໂມງ ຄຶດວ່າຍາມນີ້ໜ້າຈະດີ ຟ້າແດດກຳລັງດີ ແສງໜ້າຈະຄັກ ກໍເລີຍກັນອອກໄປວັດຊຽງທອງອີກ. ຄັ້ງນີ້ໄປຮອດ ມີຄົນເອີ້ນໃສ່ ເປັນຊຸ້ມເຝົ້າທາງເຂົ້າວັດ ຢູ່ຟາກຂວາມື ເຂົາບອກວ່າ ໃຫ້ຊື້ປີ້ ເຊິ່ງກໍແປກໃຈ ເພາະມື້ວານ ຂພຈ ໄປຄົນດຽວ ບໍ່ໄດ້ຊື້ປີ້ຫຍັງ. ກໍຍ່າງເຂົ້າໄປຫາ ແລະຖາມວ່າ “ຄົນລາວກໍຊື້ບໍ?” ແມ່ປ້າຢູ່ຫັ້ນກໍຖາມກັບວ່າ “ແລ້ວເຈົ້າບໍ່ແມ່ນຄົນຫຼວງພະບາງບໍ?” ຂພຈ ຟັງແລ້ວກໍງົງ ອ້າວ... ເປັນຫຍັງຖາມແບບນີ້? ກໍຕອບໄປວ່າ “ຄົນຫຼວງພະບາງນີ້ລະ” ແລ້ວແມ່ປ້ານັ້ນກໍບອກວ່າ “ຄົນລາວກໍເສຍ ຄົນຕ່າງປະເທດກໍເສຍ ໃຫ້ບໍລິຈາກ ເທົ່າໃດກໍໄດ້” ກໍເລີຍບໍລິຈາກໄປ 5,000 ກີບ ແລ້ວກໍເຊັນຊື່ພ້ອມ ໂດຍບໍ່ໄດ້ປີ້ມາ.

ຫຼັງຈາກນັ້ນກໍໄປເລາະຖ່າຍຮູບ ຖ່າຍໄປກໍຄຶດເຄືອງໄປ ແມ່ປ້ານັ້ນບໍ່ໜ້າຈະເວົ້າແບບນັ້ນ ອັນທີ່ລາວຖາມວ່າ “ເຈົ້າບໍ່ແມ່ນຄົນຫຼວງພະບາງບໍ?” ເອີ ອັນແນວນັ້ນກໍຖາມເນາະ ຖ້າເສຍກໍບອກວ່າຕ້ອງເສຍທຸກຄົນ ຄົນລາວຄົນຕ່າງປະເທດກໍເສຍ ກໍວ່າໄປຍັງພໍຟັງໄດ້ ອັນນີ້ລະເວົ້າໃຫ້ກັນ “ເຈົ້າບໍແມ່ນຄົນຫຼວງພະບາງບໍ?”

ກໍພະຍາຍາມຈະບໍ່ຄຶດຫຍັງ ຖືວ່າເຂົາກໍເຮັດໜ້າທີ່ເຂົາເດ້ເນາະ ມີໜ້າທີ່ເຝົ້າເກັບເງິນກໍເກັບ ກໍຖືກແລ້ວ ເຮົາບໍ່ຄວນຈະໄປຄຶດເລັກຄຶດນ້ອຍ ເພາະເຂົາເກັບໄປບູລະນະສະຖານທີ່ ໄປເປັນຄ່ານ້ຳຄ່າໄຟ ຄ່າພັດຕາຫານ ແມ່ນຫຍັງຕ່າງໆ ກໍວ່າກັນໄປເນາະ ເພາະສະນັ້ນ ບໍ່ມີເຫດຜົນຫຍັງທີ່ຕ້ອງໄປໃຈຮ້າຍນຳຄົນເກັບເງິນ.

ບາດນີ້ພໍຕອນກັບ ຍ່າງອອກມາທາງເກົ່າ ມີຜູ່ສາວແລ່ນໆ ມາທັກ ລາວຖາມວ່າ “ອ້າຍ ຊື້ປີ້ແລ້ວບໍ?” ຂພຈ ຟັງແລ້ວກໍອ້າວວວ ແມ່ນຫຍັງຊື້ປີ້? ກໍເລີຍຕອບໄປວ່າ “ບໍລິຈາກຢູ່ຟາກພີ້ແລ້ວ” ສາວນັ້ນຟັງແລ້ວກໍຍ່າງກັບໄປ ແລ້ວຮ້ອງໃສ່ອີກຄົນນຶ່ງວ່າ “ເຂົາເຈົ້າບໍລິຈາກແລ້ວ” ຂພຈ ຟັງແລ້ວກໍແປກໃຈ ເອີ.. ຈັ່ງໃດກັນເນາະ ພວກນີ້.

ມາຮອດບ່ອນທາງອອກ ຍ່າງກາຍແມ່ປ້າທີ່ນັ່ງຂາຍປີ້ນັ້ນ ກໍບໍ່ໄດ້ສົນໃຈຫຍັງ ແຕ່ພໍດີມີຄົນຍ່າງສວນທາງມາ ເປັນແມ່ປ້າອີກຄົນ ກັບຫຼານຊາຍ (ຫຼືລູກຊາຍ) ຂອງລາວ ມາຮອດ ລາວກໍລົມນຳປ້າຄົນຂາຍປີ້ວ່າ “ເຮັດຫຍັງຢູ່?” ປ້າຄົນຂາຍປີ້ກໍຕອບວ່າ “ໂອ ນັ່ງຂາຍປີ້ຢູ່” ຈາກນັ້ນ ຄົນຂາຍປີ້ກໍເວົ້ານຳປ້າຄົນທີ່ເຂົ້າມາວັດວ່າ “ມາຫຍັງເດ້?” ປ້າຄົນເຂົ້າມາໃໝ່ກໍຕອບວ່າ “ພາຫຼານ (ຫຼືລູກບໍ່ຈັກ) ມາເບິ່ງວັດ ຕ້ອງຊື້ປີ້ບໍ່?” ແມ່ປ້າຄົນຂາຍປີ້ກໍບອກວ່າ “ບໍ່ ເຂົ້າໄປໂລດ ຄົນລາວບໍ່ເປັນຫຍັງ ບໍ່ຊື້ກໍໄດ້!!!!”

ຂພຈ ຢືນຟັງຢູ່ຫັ້ນ ໄດ້ຍິນດັ່ງນັ້ນກໍຮູ້ສຶກແປັບໆ ໃນໃຈ ... ເອີ.. ເຈິຄົນຮູ້ຈັກລະບອກວ່າ ບໍ່ເປັນຫຍັງຄົນລາວກໍໄດ້ ບາດອັນ ຂພຈ ໄປຫັ້ນ ຜັດເວົ້າວ່າ “ເຈົ້າບໍ່ແມ່ນຄົນຫຼວງພະບາງບໍ? ຄົນລາວກໍເສຍ ຄົນຕ່າງປະເທດກໍເສຍ” ... ເອີ ... ແປກດີເນາະ ຂພຈ ກໍບໍ່ຮູ້ຊິເວົ້າຫຍັງ ຂພຈ ກໍມີແຕ່ວ່າ “ເອີ... ດີເນາະ” ແລ້ວກໍຍ່າງອອກຈາກວັດມາ...

ຮູບນີ້ ແມ່ນຮູບທີ່ມື້ວານໄປຖ່າຍມາ ມັນຄາໃຈບ່ອນມີຄົນນັ່ງບ່ອນຂັ້ນໄດ ກໍເລີຍຕັ້ງໃຈວ່າຈະໄປຖ່າຍຄືນໃໝ່ ແຕ່ມື້ນີ້ໄປແລ້ວເຈິແບບນີ້ກໍບໍ່ຈັກຊິວ່າ ~_~


ວັດຊຽງທອງ

ຂຽນເມື່ອ ຂຽນເມື່ອ: ມ.ສ.. 5, 2009 | ມີ 29 ຄຳເຫັນ ແລະ 0 trackback(s)

ເປັນເລື່ອງຈິງທີ່ເກີດຂຶ້ນວັນທີ ໑ ເມສາ ໒໐໐໙ ... ມື້ນັ້ນມີຝົນຕົກນຳ ປະມານຕອນບ່າຍ ໒ ໂມງ ອອກໄປຖິ້ມຂີ້ເຫຍື້ອ ຂາກັບແວ່ຊື້ກະຕ່າໃສ່ຂີ້ເຫຍື້ອມານຳ ຜ່ານຕະຫຼາດໂພສີ ແວ່ຊື້ຮ້ານຢູ່ໜ້າຕະຫຼາດ .. ພາຍໃນຮ້ານມີປ້າຄົນຂາຍ ແລະອີກຄົນນັ່ງນຳກັນ ສົງໄສເປັນໝູ່ປ້າຄົນຂາຍ

ປ້າຄົນຂາຍ: ຊື້ຫຍັງບໍ?
ຂພຈ: ຊື້ກະຕ່າໃສ່ຂີ້ເຫຍື້ອ ຂາຍແນວໃດ?
ປ້າຄົນຂາຍ: ອັນລະ 8000 ກີບນ້ອຍ
ຂພຈ: ເອົາສອງອັນເດີ້ .. ມີແຕ່ເງິນບາດ ໄລ່ແນວໃດນໍ້ ໃບ 50 ບາດ?
ປ້າຄົນຂາຍ: ຈັກເດີ ປ້າກໍບໍ່ຮູ້ຊິໄລ່ແນວໃດ .. ມັນໄລ່ເທົ່າໃດແລ້ວລະ?

ຮອດຕອນນີ້ໝູ່ປ້າຄົນຂາຍເວົ້າຂຶ້ນວ່າ “50 ບາດໄລ່ແຕ່ 10,000 ກີບນ້ອຍ”

ຟັງເທົ່ານີ້ກໍງົງ ເອ໊ະ ພວກນີ້ມັນແມ່ຄ້າແນວໃດຫວະ ເງິນ 50 ບາດໄລ່ 10,000 ກີບ ໄລ່ບາດລະ 200 ກີບຫວະ? ຕະຫຼົກດີແທ້

ໝູ່ປ້າຄົນຂາຍເວົ້າຕໍ່ໄປວ່າ “ໃບ 50 ບາດມັນໄດ້ໜ້ອຍດຽວນ້ອຍ ໄປແຕກບ່ອນອື່ນແຮງໄດ້ໜ້ອຍ”

ແຮງຟັງແຮງຢາກຫົວ ທັງຢາກຮ້າຍນຳ ຕົວະໃຜບໍ່ຕົວະ ຕົວະຄົນເຮັດວຽກຢູ່ຮ້ານປ່ຽນເງິນ ໂອ .. ຍອມ

ປ້າຄົນຂາຍບໍ່ເວົ້າຫຍັງ ມີແຕ່ໝູ່ເພິ່ນປາກຜູ່ດຽວ ເພິ່ນກໍວ່າ “ເອົາມາ 100 ບາດ ແລ້ວທອນໃຫ້ 5,000 ກີບສາ”

ເລີຍຕອບໄປວ່າ “ໄລ່ແນວໃດເດຈຶ່ງວ່າ 100 ບາດເທົ່າກັບ 20,000 ກີບ ທຳມະດາ 24,000 ກີບພຸ້ນ”

ສຸດທ້າຍລົມໄປລົມມາ ໄລ່ 23,000 ກີບ ຊື້ 15,000 ກີບທອນມາ 8,000 ກີບ ແລ້ວຟ້າວຍ່າງອອກມາຂຶ້ນລົດ ກັບ

ຜູ່ຂຽນກ່ອນໜ້າທີ່ຈະໄປຮ້ານຂາຍເຄື່ອງຂ້າງຕົ້ນນັ້ນ ໄດ້ແວ່ໄປໃສ່ນ້ຳມັນລົດ ເຂົາໄລ່ $1 ແມ່ນ 7,000 ກີບ ປົກກະຕິແມ່ນ 8,000 ກີບ ບໍ່ຊ່າງຊິວ່າແນວໃດ ເພາະບໍ່ໄດ້ຖືເງິນກີບໄປ ມື້ນັ້ນຟ້າວຫຼາຍ ບໍ່ໃສ່ກໍບໍ່ໄດ້ ນ້ຳມັນກຳລັງໝົດ.

ໄທວຽງຈັນ ຫຼືໄທແຂວງອື່ນຫາກຈະມາຫຼວງພະບາງໃນຍາມປີໃໝ່ນີ້ ໃຫ້ລະວັງເລື່ອງໃນລັກສະນະນີ້ເດີ ທາງທີ່ດີ ໃຫ້ກຽມເງິນກີບມານຳ ເພາະທ່ານອາດຈະພົບບັນຫາຖືກແມ່ຄ້າເອົາປຽບໃນເລື່ອງ ການແລກປ່ຽນເງິນຕາແນວນີ້ລະ.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 15, 2008 | ມີ 24 ຄຳເຫັນ ແລະ 0 trackback(s)
alt
 
 


alt
 


alt 
 

 


alt


alt


alt



alt
 
 


alt
 
 


alt

 
 


alt


Shock!! Shock!!! Shock!!!! ເປັນໃຜກໍ່ຕ້ອງ Shock! (ຮຽນແບບນຳເອກມາ) ເມື່ອສາວນັກຮ້ອງລູກຊອດ ແລະ Idol ຊື່ດັງຂອງຍີ່ປຸ່ນ Leah Dizon ໄວພຽງ 22 ປີ ປະກາດຫຼັງທົວຄອນເສີດ Leah Dizon Live Tour 2008 - Communications!!! ວ່າ Dizon ແຕ່ງງານແລ້ວ ແລະຂະນະນີ້ກໍ່ຕັ້ງຄັນໄດ້ 4 ເດືອນແລ້ວ! (ໃນຂ່າວຂຽນວ່າ ປະມານ 3 ເຖິງ 5 ເດືອນ)

ໄດ້ຟັງແບບນັ້ນ ແຟນເພງກວ່າ 1000 ຄົນທີ່ຢູ່ໃນງານຄອນເສີດກໍ່ມີອັນຕ້ອງຕົກຕະລຶງ!! ໃນງານຄອນເສີດ Leah Dizon ບອກກັບແຟນເພງວ່າ “ຕອນນີ້ໄດ້ແຕ່ງງານເປັນທີ່ຮຽບຮ້ອຍແລ້ວ ແລະກຳລັງຕັ້ງຄັນ ຄອບຄົວຂອງ Dizon ແລະຕົວຂອງ Dizon ເອງມີຄວາມສຸກຫຼາຍ” ນອກຈາກນັ້ນ ສາວນັກຮ້ອງຍັງໄດ້ເປີດເຜີຍວ່າຈະບໍ່ຮັບງານອີກໄປຈັກໄລຍະໜຶ່ງ ຈົນກວ່າຈະຄອດ ແຕ່ກໍ່ສັນຍາວ່າຈະກັບມາອີກແນ່ນອນ...

ໃນຂ່າວຍັງບອກອີກວ່າ ໜຸ່ມໂຊກດີທີ່ໄດ້ເປັນສາມີຂອງ Leah Dizon ນັ້ນເປັນ Stylish ຊາວຍີ່ປຸ່ນທີ່ຮູ້ຈັກກັນເມື່ອປະມານປີກ່ອນໜ້ານີ້ ແລະເຮັດວຽກຮ່ວມກັນຈົນຄວາມສຳພັນປ່ຽນໄປເປັນດັ່ງປັດຈຸບັນນີ້... ໜຸ່ມຄົນດັ່ງກ່າວມີອາຍຸຫຼາຍກວ່າ Dizon ແຕ່ຍັງບໍ່ຮອດ 30 ເທື່ອ

ສຳລັບໃນໄລຍະຕໍ່ໜ້ານີ້ ທາງຕົວແທນຂອງນັກຮ້ອງດັງໄດ້ໃຫ້ຂໍ້ມູນວ່າ ຈະກຽມຈັດຖະແຫຼງຂ່າວຕໍ່ສື່ມວນຊົນ ເພື່ອໃຫ້ລາຍລະອຽດທີ່ແນ່ນອນອີກຄັ້ງໃນວັນທີ່ 15 ຕຸລາ
   
ແປ ແລະຮຽບຮຽງຈາກ Kapook






ຕໍ່ຈາກນີ້ໄປ ສຳລັບແຟນ ໆ Dizon (ໂດຍສະເພາະ KiKu ໃຫ້ທຳໃຈກ່ອນເລື່ອນລົງໄປເບິ່ງ...)






























alt


alt









ດີໃຈນຳເດີ້ໜຸ່ມ ร้องไห้
ເພີ່ມເຕີມ clip ຄອນເສີດທີ່ Dizon ກ່າວບອກແຟນເພງພ້ອມນ້ຳຕາ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 5, 2008 | ມີ 20 ຄຳເຫັນ ແລະ 0 trackback(s)
ການສະແດງຄຳຄິດເຫັນ

ຄົນເຢຍລະມັນ ມັກສະແດງຄຳເຫັນແບບກົງໄປກົງມາ
ຄົນຈີນ ມັກສະແດງຄຳເຫັນແບບອ້ອມ ໆ

alt









ວິຖີຊີວິດ

ຄົນເຢຍລະມັນ ຕົວຄົນດຽວ ຕົວໃຜຕົວມັນ
ຄົນຈີນ ໄປກັນໝົດນີ້ແຫລະ

alt







ຄວາມກົງຕໍ່ເວລາ

ຄົນເຢຍລະມັນ ໄປພໍດີຕາມໂມງນັດ
ຄົນຈີນ ດຽວໄປ ໆ (ແຕ່ບໍ່ຮອດຈັກເທື່ອ)

alt




ການສື່ສານ
ຄົນເຢຍລະມັນ ຮູ້ກັນສະເພາະກຸ່ມໃຜກຸ່ມລາວ
ຄົນຈີນ ຮູ້ກັນໝົດທັງບ້ານທັງເມືອງ

alt





ການສະແດງອາລົມໂກດ ບໍ່ພໍໃຈ

alt




ການເຂົ້າຄິວ

alt


ຄວາມໝັ້ນໃຈໃນຕົນເອງ

alt




ບັນຍາກາດໃນງານລ້ຽງ

ຄົນເຢຍລະມັນ ກະຈາຍ ພວກໃຜພວກມັນ
ຄົນຈີນ ມາ ໆ ມາລ້ອມວົງ

alt





ນິຍາມແຫ່ງຄວາມງາມ

ຄົນເຢຍລະມັນ ຜິວສີເຂັ້ມ ງາມເລີດ
ຄົນຈີນ ຕ້ອງຂາວ ໆ ເທົ່ານັ້ນ

alt





ການຈັດການກັບບັນຫາ
ຄົນເຢຍລະມັນ ຫັນໜ້າເຂົ້າຫາບັນຫາ
ຄົນຈີນ ຖ້າເປັນໄປໄດ້ລະຫຼີກເວັ້ນດີກວ່າ...

alt





ການຄົມມະນາຄົມ

ຄົນເຢຍລະມັນ ປ່ຽນຈາກຂັບລົດໃຫຍ່ ມາຂີ່ລົດຖີບ
ຄົນຈີນ ເຊົາຂີ່ລົດຖີບ ໄປຂັບລົດໃຫຍ່ດີກວ່າ

alt





ຍາມແກ່ເຖົ້າ

ຄົນເຢຍລະມັນ ໂດດດ່ຽວ ຢູ່ກັບສັດລ້ຽງ
ຄົນຈີນ ອົບອຸ່ນ ຢູ່ກັບລູກຫຼານ

alt





ເຈົ້ານາຍກັບລູກນ້ອງ

ຄົນເຢຍລະມັນ ເໜືອກວ່າລູກນ້ອງໜ້ອຍດຽວ
ຄົນຈີນ ເຈົ້ານາຍຕ້ອງອຳນາດລົ້ນຟ້າ

alt




ເດັກນ້ອຍກັບຜູ້ໃຫຍ່

ຄົນເຢຍລະມັນ ສະເໝີພາບ
ຄົນຈີນ ຢູ່ໃນການປົກຄອງຂອງຜູ້ໃຫຍ່ເທົ່ານັ້ນ

alt






ລະດັບຄວາມດັງຂອງສຽງເວລາຢູ່ໃນຮ້ານອາຫານ

alt






ພາບເຫຼົ່ານີ້ເປັນຜົນງານທີ່ຕີພິມໃນປື້ມ “Ost trifft West” (East Meets West) ຂຽນໂດຍ Yang Liu ແລະ Verlag Hermann Schmidt Mainz ບົ່ງບອກຄວາມແຕກຕ່າງຂອງຄົນເຢຍລະມັນ ແລະຄົນຈີນ ເຊິ່ງຖ້າຈະປຽບທຽບໂດຍລວມແລ້ວ ກໍ່ຄ້າຍ ໆ ກັບ ຄົນຢຸໂຣບ ແລະຄົນເອເຊຍ (ຍົກເວັ້ນຍີ່ປຸ່ນ ແລະສິງກະໂປ)




ຂຽນເມື່ອ ຂຽນເມື່ອ: ກ.ຍ.. 20, 2008 | ມີ 172 ຄຳເຫັນ ແລະ 0 trackback(s)

ສຳລັບວົງການເພງຂອງລາວເຮົາ ນັບສະເພາະເພງແນວໄວລຸ້ນ ຫຼືທີ່ນິຍົມເອີ້ນກັນວ່າ “ເພງສະຕິງ” ນັ້ນ ໃນຊ່ວງຫຼາຍປີທີ່ຜ່ານມາກໍ່ມີການພັດທະນາໄປຫຼາຍ ໂດຍສະເພາະແມ່ນໃນດ້ານບຸກຄະລາກອນ ທີ່ມີເພີ່ມເຂົ້າມາໃນວົງການຢູ່ຢ່າງຕໍ່ເນື່ອງ ບໍ່ວ່າຈະເປັນນັກຮ້ອງຊາຍຍິງ ທີ່ໄດ້ແຈ້ງເກີດຈາກການປະກວດໃນເວທີຕ່າງ ໆ ທີ່ມີການຈັດຂຶ້ນຢູ່ເປັນປະຈຳ ເພື່ອສົ່ງເສີມແວດວົງສິນລະປິນລາວເຮົາ ເຊິ່ງກໍ່ຖືເປັນເລື່ອງທີ່ດີຫຼາຍ ເພາະໄດ້ເປີດໂອກາດໃຫ້ກັບຫຼາຍ ໆ ຄົນໃນໄດ້ສະແດງຄວາມສາມາດຂອງຕົນອອກມາ

ຂຶ້ນຊື່ວ່າສິນລະປິນແລ້ວ ແມ່ນຕ້ອງມີຄວາມຄິດສ້າງສັນ ໃຊ້ແຮງບັນດານໃຈໃນການສ້າງສັນຜົນງານອອກມາ ບໍ່ວ່າຈະເປັນໃນສ່ວນຂອງເນື້ອຫາ ທຳນອງ ຫຼືດົນຕີຕ່າງ ໆ ບໍ່ສະເພາະນັກຮ້ອງ ຫຼືນັກດົນຕີເທົ່ານັ້ນ ຂໍກ່າວລວມໄປເຖິງໃນສ່ວນຂອງເບື້ອງຫຼັງຜົນງານເພງຕ່າງ ໆ ອີກນຳ ເຊິ່ງມັນກໍ່ເປັນທີ່ໜ້າເສົ້າສະລົດໃຈວ່າ ຍັງມີບາງຄັ້ງທີ່ຜົນງານຕ່າງ ໆ ທີ່ອອກມາສູ່ສາທາລະນະນັ້ນ ມັນຢູ່ເທິງພື້ນຖານຜົນງານຂອງຄົນອື່ນ!

ນັບຄືນຫຼັງໄປເກືອບ 7-8 ປີ, ຕອນທີ່ເພງຂອງນັກຮ້ອງຍິງຄົນໜຶ່ງອອກມາ. ຫຼາຍ ໆ ຄົນທີ່ນິຍົມຫຼິ້ນເກມຈະສັງເກດວ່າ ໜຶ່ງໃນຜົນງານເພງທີ່ລາວຮ້ອງນັ້ນ ແມ່ນມີທຳນອງ ແລະດົນຕີຈາກເພງ “Eye on me” ເຊິ່ງເປັນເພງປະກອບຂອງເກມ “Final Fantasy VIII” ທີ່ທາງຝ່າຍຜະລິດເຮັດຄືດັ່ງວ່າຈະບໍ່ມີໃຜຮູ້ວ່າເຂົາເຈົ້ານັ້ນ ໄດ້ເຮັດຜິດຈັນຍາບັນອັນຮ້າຍແຮງຂອງສິນລະປິນເສຍແລ້ວ!

ໃນຊ່ວງຫຼາຍປີຕໍ່ມາ ກໍ່ຍັງຄົງມີນັກຮ້ອງ ແລະເບື້ອງຫຼັງສິນລະປິນຫຼາຍກຸ່ມ ທີ່ສ້າງສັນຜົນງານເພງຂອງຕົນ ໂດຍການໃຊ້ທຳນອງ ແລະດົນຕີຈາກເພງຂອງຕ່າງປະເທດຢູ່ເນືອງ ໆ ບໍ່ວ່າຈະເປັນເພງ Hip-Hop ຫຼືເພງແນວອື່ນ ໆ ກໍ່ຕາມ. ຫາກຈະເວົ້າໄປແລ້ວ ວົງການເພງຂອງລາວເຮົາກໍ່ເລີ່ມມີການຕື່ນໂຕມາໃນຊ່ວງ 4-5 ປີທີ່ຜ່ານມາ ແຕ່ເປັນທີ່ໜ້າອາຍເຫລືອເກີນທີ່ບັນດາຜູ້ສ້າງສັນຜົນງານຕ່າງ ໆ ນັ້ນ ບໍ່ໄດ້ຄິດສົນໃຈໃນດ້ານການມີ “ຈັນຍາບັນ” ຂອງສິນລະປິນເທົ່າທີ່ຄວນ. ຍັງຄົງມີການ “Copy” ຮູບແບບຂອງເພງຕ່າງປະເທດມາໃຊ້ຢູ່ຕະຫຼອດ ເຊິ່ງການ “Copy” ເຫຼົ່ານັ້ນ ບໍ່ໄດ້ເປັນໄປໃນລັກສະນະເພື່ອສ້າງ “ແຮງບັນດານໃຈ” ແຕ່ເປັນການ “ລັກ” ເອົາຜົນງານມາໃຊ້ຢ່າງບໍ່ຮູ້ຮ້ອນຮູ້ໜາວ ເຮັດປານວ່າຄົນທີ່ຟັງນັ້ນ ຈະບໍ່ຮູ້ວ່າມີທີ່ມາທີ່ໄປແນວໃດ.

ຫຼ້າສຸດນີ້ ເພງ “ທຸກສິ່ງທີ່ມີ” ຂອງວົງ “ເຊວ” ກໍ່ໄດ້ສ້າງປະກົດການ “Copy” ອີກແລ້ວ ແຕ່ຄັ້ງນີ້ເປັນການ copy ເອົາ Music Video ຂອງເພງຈີນມາໃຊ້ ເພງຈີນເພງນັ້ນຊື່ເພງວ່າ “童话” ແປເປັນພາສາອັງກິດວ່າ “Fairy Tale” ຮ້ອງໂດຍ Michael Wong (ຊື່ພາສາຈີນ: 王光良).

ໃນ Music Video ດັ່ງກ່າວ ມີຫຼາຍກວ່າ 10 ຈຸດທີ່ຄືກັນກັບເພງ Fairy Tale ເຊິ່ງດ້ານລຸ່ມເປັນຮູບປະກອບປຽບທຽບລະຫວ່າງເພງ “ທຸກສິ່ງທີ່ມີ” ຂອງວົງເຊວ ແລະເພງ “Fairy Tale” ຂອງ Michael Wong.

ມາປຽບທຽບກັນແບບພາບຕໍ່ພາບ...

 

alt

ເລີ່ມຕົ້ນ ເວີຊັນລາວຈະຂຶ້ນນັກຮ້ອງກ່ອນ...



alt

ເວີຊັນຈີນຂຶ້ນຕອນຍ້າຍເປຍໂນ...

alt

ແລະພະເອກເປີດໂທລະສັບ...



alt

ມືຂອງໃຜບາງຄົນ...

alt

ເສຍເປຍໂນດັງຂຶ້ນ...

alt

ແລະແລ້ວ... ມືຂອງໃຜບາງຄົນ ອີກຄັ້ງ... ເຊິ່ງມັນໄປຄ້າຍກັບ...









alt alt

ໂອ... ປະກົດການເດຈາວູໄດ້ເລີ່ມຂຶ້ນແລ້ວ...


alt alt

ນາງເອກທັງສອງລຸກຂຶ້ນມາ...ເພື່ອທີ່ຈະ...

alt alt

ທີ່ແທ້ລຸກມາສອນພະເອກຫຼິ້ນເປຍໂນ... (ອັນທີ່ຈິງມາກວນຫຼາຍກວ່າ)




alt alt

ສະໃຈແລ້ວກໍ່ກັບໄປນອນ... ຮະຮາ...



alt alt

ມີຄວາມສຸກ...



alt alt

ຕອນນີ້ຈະຕ່າງກັນ ໃນເວີຊັນລາວຈະຕັດພາບໄປທີ່ນັກຮ້ອງ ໃນຂະນະທີ່ເວີຊັນຈີນຈະເປັນພາບພະເອກນາງເອກຍ້າຍເຄື່ອງຂອງ...



alt alt

ເດຈາວູກັບມາອີກຄັ້ງ...

alt alt

ພາບຕັດກັບມາທີ່ນັກຮ້ອງໃນເວີຊັນລາວ ແລະເວີຊັນຈີນຍັງຄົງສືບຕໍ່ຍ້າຍເຮືອນ...



alt alt

ຍ້າຍເຄື່ອງຂອງເຂົ້າບ້ານໃໝ່...



alt alt

ພາບຕັດໄປທີ່ມືຖື... ຄົນລະເຄື່ອງ ແຕ່ເລື່ອງດຽວກັນ...



alt alt

ອີກຄັ້ງໜຶ່ງກັບປະກົດການເດຈາວູ...



alt alt

ພາບກັບມາທີ່ນັກຮ້ອງ...

alt alt

ສັງເກດຕຸກນ້ຳ....



alt alt

ພະເອກນາງເອກນັ່ງເບິ່ງໜັງ... ເຊິ່ງນາງເອກເສົ້າໃຈຫຼາຍ... ເຖິງຂັ້ນຮ້ອງໄຫ້ນ້ຳຕາໄຫຼ...




alt alt

ໂອ້... ໜັງຄົນລະເລື່ອງ ຄົນລະແນວກັນເລີຍ ແຕ່ບໍ່ເປັນຫຍັງ ໜັງ Action ກໍ່ໄຫ້ໄດ້ຄືກັນ :P


alt alt

ໄຫ້ຕໍ່ໄປ ມັນເສົ້າ...


alt alt

ຂໍອິງໄຫຼ່ແດ່...



alt alt

ເບິ່ງໜ້າ ເບິ່ງໜ້າ...




alt alt

ພາບກັບມາທີ່ນັກຮ້ອງ...


alt alt

ຄວາມແຕກຕ່າງກັນອີກຈຸດໜຶ່ງຄື ໃນເວີຊັນລາວຫຼັງຈາກທີ່ເບິ່ງໜັງຈົບແລ້ວ ນາງເອກຈະລຸກຂຶ້ນ ແຕ່ໃນເວີຊັນຈີນ ນາງເອກຈະຈູບພະເອກ


alt alt

ແຕ່ຫຼັງຈາກນັ້ນ ເວີຊັນລາວ ນາງເອກຮູ້ສຶກເຈັບຫົວ... ໃນເວີຊັນຈີນ ນາງເອກເລືອດດັງໄຫຼ...

 

 

alt alt

ໄປຫາໝໍ...

alt alt

ແລ້ວມາທີ່ເວທີສະແດງເປຍໂນ...

alt alt

ຄຸ້ນ ໆ ...

alt alt

ສີໜ້າຂອງນາງເອກທັງສອງບໍ່ຄ່ອຍດີ...

alt alt

ແລ້ວກໍ່ລົ້ມລົງໄປ...

alt alt

ພະເອກເບິ່ງດ້ວຍຄວາມຕົກໃຈ...

alt alt

ຕັດພາບກັບມາທີ່ນັກຮ້ອງ...

alt alt

ຕັດພາບກັບມາທີ່ພະເອກກຳລັງອຸ້ມນາງເອກໄປໂຮງໝໍ...

alt alt

ເດຈາວູ...

alt alt

ໃນເວີຊັນຈີນ ຈະມີຕອນທີ່ເລືອດຕົກລົງມາພ້ອມ...

alt alt

ຕອນນີ້ໃນເວີຊັນລາວຈະສະລັບກັບເວີຊັນຈີນ ເພາະເວີຊັນລາວຈະຖ່າຍພາບສະເພາະມືນາງເອກ ແຕ່ເວີຊັນຈີນຖ່າຍພາບພະເອກຈັບມືນາງເອກ...

alt alt

ອີກຄັ້ງໜຶ່ງ...ເດຈາວູ...


alt alt

ພາບສະລັບກ່ອນຕອນກ່ອນຫນ້ານີ້...


alt alt

ເວີຊັນລາວ ກັບຈີນ ຕ່າງກັນອີກຄັ້ງໜຶ່ງ...


alt alt

ແລ້ວກໍ່ກັບມາຄືກັນ...

alt alt

ພະເອກໃຫ້ມືຖືກັບນາງເອກໄວ້...

alt alt

(ເຈົ້າເກັບມັນໄວ້ໃຫ້ດີເດີ້ຫຼ້າ...)


alt alt

ພາບຕັດກັບມາທີ່ນັກຮ້ອງ...

alt alt

ໂອ.. ຄວາມເໝືອນທີ່ແຕກຕ່າງ...



alt alt

ກັບມາທີ່ນັກຮ້ອງອີກຄັ້ງ...



alt alt

ຊຶ້ງ....


ຈົບ...




ເພງ Fairy Tale ສາມາດເບິ່ງໄດ້ໃນ http://www.youtube.com/watch?v=5XaeFcWPGXE ສ່ວນເພງ ທຸກສິ່ງທີ່ມີ ນັ້ນສາມາດຕິດຕາມເບິ່ງໄດ້ຈາກຊ່ອງ Lao Star Channel.

ບົດຄວາມນີ້ບໍ່ໄດ້ມີເຈດຕະນາຈະ discredit ຝ່າຍໃດຝ່າຍໜຶ່ງ ແຕ່ຕ້ອງການໃຫ້ມີຄວາມຕື່ນຕົວໃນການສ້າງສັນຜົນງານອອກມາ ແລະສຳຄັນຢ່າງຍິ່ງຄື ຄວາມເຄົາລົບໃນຜົນງານຂອງຜູ້ອື່ນ ເຊິ່ງບັນດາ creative ທັງຫຼາຍຕ້ອງສ້າງຄວາມເຂົ້າໃຈໃຫ້ດີຍິ່ງ ໆ ຂຶ້ນ...

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 5, 2008 | ມີ 14 ຄຳເຫັນ ແລະ 0 trackback(s)
ເທື່ອກ່ອນລົງຊ້ຳ ເລີຍມາລົງໃຫມ່ ແກ້ໂຕ ຮຶຮຶ



ເລື່ອງນີ້ເປັນເລື່ອງຂອງຍິງໄທຄົນຫນຶ່ງ ທີ່ເຄີຍເປັນໂສເພນີໃນສະຖານອາບອົບນວດມາກ່ອນ...






ຂ້ອຍເຮັດວຽກຢູ່ສະຖານບໍລິການ ອາບ ອົບ ນວດ ແຫ່ງໜຶ່ງໃນກຸງເທບ ປັດຈຸບັນອາຍຸ 30 ປາຍແລ້ວ ເມື່ອ 10 ກວ່າປີກ່ອນຄ່າຕົວແທ້  ໆ ໄດ້ຕໍ່ຫົວ ໆ ລະ 300 ກວ່າບາດ ເຖິງ 500 ບາດ ເຊື່ອບໍ່ ຕ້ອງອາບນ້ຳໃຫ້ແຂກ ບາງທີກໍ່ຖືກໃຫ້ເລຍຂອງຜູ້ຊາຍ ຖືກປະຕູໜ້າ ປະຕູຫລັງ ເພື່ອແລກກັບເງີນພຽງເທົ່ານີ້ແທ້  ໆ
ດ້ວຍການຄັດເລືອກຂ້ອຍ ໄດ້ເບີຕອງ ເຊິ່ງຕ້ອງຮັບແຂກຫລາຍກວ່າຄົນອື່ນ ໆ ອີກທັງຮູບຮ່າງໜ້າຕາຂະນະນັ້ນງາມບໍ່ເປັນຮອງໃຜ ເວລາຍ່າງຕາມທາງ ມີຊາຍໜຸ່ມ ຊາຍແກ່ ຜູ້ສາວ ເບິ່ງຫລຽວຫລັງ ກໍ່ບໍ່ໄດ້ແຕ່ງຕົວຫວືຫວາດອກ ແຕ່ງກາຍລຽບ ໆ ແຕ່ໜ້າເອິກຂ້ອນຂ້າງຊັນ ແລະໃຫຍ່

ໃຜຈະຄິດລ່ະວ່າເຮັດໃຫ້ຜູ້ຊາຍທັງຄົນ ຈະໄດ້ເງີນພຽງແຄ່ນັ້ນຕໍ່ຫົວ ມື້ໜຶ່ງຮັບງານບໍ່ຕ່ຳກວ່າ 5 ຄົນຂຶ້ນໄປ ເລີ່ມວຽກບ່າຍໂມງ ເລີກວຽກກໍ່ປະມານ 11 ໂມງກາງຄືນ ເດືອນຫນຶ່ງມີມື້ພັກປະມານ 4-5 ມື້ ແລ້ວແຕ່ເລກທ້າຍເຮົາລົງກົງກັບມື້ໃດຜູ້ທີ່ໃຊ້ບໍລິການ

ເວລາຮັບແຂກກໍ່ບໍ່ເລືອກໄວ ມີທັງສຸພາບ ຫຍາບຄາຍ ແລະນັກບຸນກໍ່ມີ ເຄີຍຖືກຄົນເມົາລວນລາມບໍ່ໃສ່ ຖົງຢາງ ຕົວໃຫຍ່ ບັງຄັບທຸກຢ່າງ ບໍ່ຍອມຟັງໃຜ ແຂກພວກນີ້ສ່ວນຫລາຍຈະເປັນແຂກຂອງເຈົ້າຂອງສະຖານບໍລິການ ອາບ ອົບ ນວດ ບ່ອນອື່ນ ເຮັດໃຫ້ເຮົາບໍ່ກ້າຟ້ອງ ຕ້ອງອົດທົນກົ້ມໜ້າ ເຮັດໄປດ້ວຍຄວາມຂົມຂື່ນ ບໍ່ຕ້ອງບອກແມ່ນບໍ່ ວ່າເປັນຫຍັງບໍ່ເລືອກເດິນທາງອື່ນ ກໍ່ມັນບໍ່ພໍກິນ ແລ້ວຂ້ອຍກໍເຄີຍຖືກຜູ້ຊາຍຂົ່ມຂືນໝູ່ມາແລ້ວ ບໍ່ມີໃຜຕາມຄະດີຊ່ວຍຂ້ອຍໄດ້ ເລີຍຄິດປະຊົດຕົວເອງດ້ວຍການເຮັດວຽກແບບນີ້ເລີຍ ແຕ່ກໍ່ບໍ່ໄດ້ສະບາຍດັ່ງທີ່ຄິດປານໃດ

ຕໍ່ມາມີການກວດພະຍາດເຊິ່ງມີເປັນປະຈຳຢູ່ແລ້ວ ຂ້ອຍຕິດເອດ... ຢູ່ໃນຂັ້ນເລີ່ມຕົ້ນ ຈຶ່ງຕ້ອງຢຸດວຽກ ແລະຮັບການປິ່ນປົວເລື້ອຍມາ ຕ້ອງງົດເຫລົ້າ ງົດສູບຢາ ຮ່າງກາຍເລີ່ມອ່ອນແອລົງທຸກມື້ ໄປຫາໝໍ ໄດ້ຮັບຄຳແນະນຳໃຫ້ເຂ້າໂຄງການຟຣີ ແຕ່ຕ້ອງເບິ່ງແຍງຕົວເອງທຸກເດືອນ ຕ້ອງໄປພົບໝໍໄດ້ຮັບຢາຟຣີ ໃນລະຍະປີກວ່າທີ່ຮັບຢາ ຜິວພັນເລີ່ມແຫ້ງ ມີສະເກັດ ແລະດຳຄ້ຳ ຈຶ່ງປ່ຽນຢາ ແລະຜິວພັນກໍກັບມາຢູ່ໃນສະພາບປົກກະຕິ
ແຕ່ກໍ່ມີຂໍ້ເສຍຄື ແຂນ ຂາ ກົ້ນ ຈະນ້ອຍລີບ ຕ້ອງກິນຢາວິຕາມິນຊ່ວຍ ເຊິ່ງເຮົາຕ້ອງອອກເງິນຊື້ເອງ ເດືອນລະ 1000 ກວ່າບາດ ເງິນສະສົມກໍ່ຄ່ອຍ ໆ ຫມົດລົງໄປ ຈຶ່ງຄິດຮຽນ ແລະຊອກວຽກເຮັດ ແຕ່ກໍຍັງມີແຂກບາງຄົນບໍ່ຮູ້ ແວະວຽນມາໃຊ້ບໍລິການທີ່ຫ້ອງເລື້ອຍ  ໆ ມີລາຍໄດ້ຈາກການຂາຍຕົວເດືອນລະ 2-3 ໝື່ນບາດ ກໍ່ພໍຢູ່ໄດ້

ແຕ່ແຂກພິເສດທີ່ແວະວຽນມາ ຈະທຳຕົວສະໜິດສະໜົມຫລາຍຈົນເກີນໄປບໍ່ຍອມໃສ່ຖົງຢາງ ຂ້ອຍກໍ່ບໍ່ກ້າບອກວ່າເປັນຫຍັງ ໃນເມື່ອຫ້າມບໍ່ຟັງກໍຕ້ອງຍອມໃຫ້ແຕ່ໂດຍດີ ແຕ່ຂ້ອຍມີຄວາມບໍ່ສະບາຍໃຈ ເວລາຜ່ານໄປ 3-4 ເດືອນຕ້ອງໜີຍ້າຍຫໍພັກ ເພາະຫາກພວກເຂົາຮູ້ວ່າເປັນພະຍາດ ກໍ່ອາດຈະຄິດວ່າຕິດມາກັບຂ້ອຍກໍ່ໄດ້ ຫລືພຶດຕິກຳພວກເຂົາອາດ ຈະຕິດມາຈາກບ່ອນອື່ນ ໆ ກໍ່ໄດ້ ເພາະບາງຄົນໃນລະຍະທີ່ເຮັດວຽກນວດຢູ່ນັ້ນ ພວກເຂົາເປັນເອດ ແລ້ວກໍ່ປ່ຽນບ່ອນເຮັດວຽກໄປເລື້ອຍ ໆ ຫາກແຂກຕ້ອງການບໍ່ສວມຖົງຢາງ ພວກເຂົາຈະຕາມໃຈທັນທີ ພວກເຂົາສົມນ້ຳຫນ້າທີ່ຊາຍພວກນັ້ນບໍ່ລະວັງເອງ

ຜູ້ຊາຍມັກທຸກຄົນທີ່ທ່ຽວຕ້ອງລະວັງໄວ້ ມັນເປັນເລື່ອງຈິງ ຂ້ອຍກໍເດືອດຮ້ອນຕ້ອງຍ້າຍທີ່ຢູ່ໄປເລື່ອຍ ໆ ແຂກທີ່ໃສ່ຖົງ ຂ້ອຍກໍ່ໃຫ້ທີ່ຢູ່ໃໝ່ ແລະໃຫ້ຫາແຂກຫລືໝູ່ມາເພີ່ມເຮັດໃຫ້ລາຍໄດ້ຢູ່ໃນລະດັບດີຄືເກົ່າ  ແລະໃນລະຍະຫລັງ ໆ ຄຸນນະພາບຊີວິດຂອງຂ້ອຍດີຂຶ້ນ ສຸຂະພາບດີຈົນເກືອບປົກກະຕິ ຮັບແຂກໄດ້ຫລາຍ ແລະແຂກກໍ່ໃສ່ຖົງຢາງທຸກຄົນທຸກເທື່ອ ຍົກເວັ້ນແຂກໃໝ່ ທີ່ແຂກແນະນຳມາເຊິ່ງໃຊ້ບໍລິການຂ້ອຍມາເກືອບຄຶ່ງປີແລ້ວ ນັດຂ້ອຍໄປທ່ຽວສະຖານຕາກອາກາດຊາຍທະເລທີ່ລະຢອງ ບອກວ່າຈະມີໝູ່ອີກ 3 ຄົນໄປນຳ ໃຫ້ລາຄາດີ ຂ້ອຍຈຶ່ງໄປກັບພວກເຂົາ

ພວກເຂົາຈະໃຫ້ຂ້ອຍດື່ມເຫລົ້າ ຂ້ອຍກໍ່ບໍ່ດື່ມ ເພາະບໍ່ຖືກກັບພະຍາດ ເວລາກິນຢາຕ້ອງເຂົ້າຫ້ອງນ້ຳລັກກິນ ບໍ່ໃຫ້ໃຜຮູ້ເຫັນນຳ ພວກເຂົາເມົາ ແລະຫື່ນຫລາຍ ຮ່ວມຫລັບນອນກັບຂ້ອຍນົວເນຍໄປຫມົດພ້ອມກັນ ໂດຍຊາຍ 4 ຄົນເຮັດປານວ່າກຳລັງສະແດງຫນັງເອັກຝຣັ່ງ ທີ່ສຳຄັນແມ່ນບໍ່ໃສ່ຖົງຢາງ ຂ້ອຍຈະບອກວ່າເປັນຫຍັງຢ້ານ ພວກເຂົາກໍ່ຄົງຈະບໍ່ເຊື່ອ ແລະຫາກເຊື່ອກໍ່ຕ້ອງເຮັດບໍ່ດີກັບຂ້ອຍແນ່ນອນ

ພວກຜູ້ຊາຍທັງ 4 ຄົນ ຮ່ວມຫລັບນອນກັບຂ້ອຍຕະຫລອດ 3 ມື້ ຂ້ອຍເຮັດໃຫ້ພວກເຂົາທຸກຢ່າງ ຈົນເມື່ອຍລະບົມໄປຫມົດໄດ້ຄ່າຕົວມາ
ສອງໝື່ນບາດ ສຳຫລັບຂ້ອຍນ່ະຄຸ້ມຫລາຍ ແຕ່ພວກພວກເຂົາຈະຄຸ້ມຫລືບໍ່ຂ້ອຍບໍ່ຮູ້ ແລະຄິດວ່າທຸກຄົນຕ້ອງຕິດພະຍາດຈາກຂ້ອຍແນ່ນອນ ເພາະຢ່າງນ້ອຍ ເທົ່າທີ່ຂ້ອຍຈື່ໄດ້ແມ່ນແຕ່ລະຄົນຮ່ວມເພດກັບຂ້ອຍບໍ່ຕ່ຳກວ່າຄົນລະ 6 ເທື່ອ ຈະບໍ່ມີເທື່ອໃດບໍ່ຕິດພະຍາດເລີຍກໍ່ເປັນໄປບໍ່ໄດ້ ຕອນນີ້ຕ້ອງຍ້າຍທີ່ຢູ່ອີກແລ້ວ  
ຈຶ່ງຢາກຂໍເຕືອນນັກທ່ຽວທັງຫລາຍ ເມື່ອທ່ຽວຜູ້ຍິງ ຜູ້ຍິງຫ້າມຫຍັງຕ້ອງເຊື່ອເພາະວ່າພວກເຂົາຮູ້ຕົວເອງດີ ຈົ່ງສຳນຶກວ່າ

ຜູ້ຍິງທຸກ ໆຄົນ ທີ່ເຈົ້າໄປໃຊ້ບໍລິການນັ້ນກາຫົວໄວ້ກ່ອນເລີຍວ່າ ພວກເຂົາເປັນເອດ

ບໍ່ແມ່ນເພາະພວກເຂົາບໍ່ປ້ອງກັນຕົວ ແຕ່ເປັນເພາະຜູ້ຊາຍບັງຄັບພວກເຂົາດັ່ງນັ້ນ ຈຶ່ງເປັນສ່ວນຫນຶ່ງທີ່ພວກເຂົາ ໄດ້ແກ້ແຄ້ນຜູ້ຊາຍໂດຍບໍ່ຕັ້ງໃຈວ່າຈະໃຫ້ຕິດພະຍາດໄປສູ່ ເມຍຢູ່ເຮືອນ ແລະມີລູກກໍ່ຕິດພະຍາດໄປນຳ ຊີວິດທີ່ເຄີຍເປັນ ຈະກາຍເປັນນະລົກເຊັ່ນດຽວກັບທີ່ຂ້ອຍໄດ້ຮັບ....
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 22, 2008 | ມີ 21 ຄຳເຫັນ ແລະ 0 trackback(s)
ຊາຍຄົນຫນຶ່ງ ເລີ່ມເວົ້າໄດ້ຕອນອາຍຸ 4 ປີ
ຊາຍຄົນນັ້ນ...ອ່ານໜັງສືອອກຕອນ 8 ປີ
ຊາຍຄົນນັ້ນ...ເຄີຍຖືກໄລ່ອອກຈາກໂຮງຮຽນ
ຊາຍຄົນນັ້ນ...ເຄີຍຖືກປະຕິເສດຈາກໂຮງຮຽນອາຊີວະແຫ່ງຊູຣິກ
ຊາຍຄົນນັ້ນ...ເຄີຍຖືກອາຈານລະບຸວ່າ “ສະໝອງຊ້າ ບໍ່ມັກສັງຄົມ ແລະລ່ອງລອຍຢູ່ໃນຄວາມຝັນອັນໂງ່ຈ້າຂອງຕົວເອງຕະຫລອດເວລາ”


alt
ຊາຍຄົນນັ້ນ...ຊື່ວ່າ “ອັນເບີດ ໄອສະໄຕ” ຜູ້ຖືກຂະໜານນາມວ່າເປັນບິດາແຫ່ງປະລະມະນູ



ຊາຍຄົນໜຶ່ງເຄີຍຖືກປະຕິເສດຈາກໂຮງຮຽນກຽມທະຫານເວັສພອຍ
ຊາຍຄົນນັ້ນ...ລອງສະໝັກໃຫມ່ເບິ່ງອີກຄັ້ງ
ຊາຍຄົນນັ້ນ...ຖືກປະຕິເສດອີກຄັ້ງ
ຊາຍຄົນນັ້ນ...ພະຍາຍາມເປັນຄັ້ງທີ່ສາມ
ຊາຍຄົນນັ້ນ...ໄດ້ຮັບອະນຸຍາດໃຫ້ເຂົ້າຮຽນ
ຊາຍຄົນນັ້ນ...ໄດ້ເປັນທະຫານສົມໃຈ
ຊາຍຄົນນັ້ນ...ໄດ້ເຂົ້າໄປຢູ່ໃນໜ້າປະຫວັດສາດສົງຄາມໂລກຄັ້ງທີ່ສອງໄດ້ສຳເລັດ


alt
ຊາຍຄົນນັ້ນ...ຊື່ວ່າ “ນາຍພົນ ດັກລາສ ແມັກອາເທີ” ຜູ້ພິຊິດແປຊິຟິກແຫ່ງສົງຄາມໂລກຄັ້ງທີ່ສອງ



ຊາຍກຸ່ມໜຶ່ງເປັນນັກດົນຕີ
ຊາຍກຸ່ມນັ້ນ...ເຄີຍຖືກປະຕິເສດຈາກຜູ້ບໍລິການຄົນໜຶ່ງຂອງບໍລິສັດເດກຄາເຣັກຄອດ
ຊາຍກຸ່ມນັ້ນ...ຖືກປະຕິເສດດ້ວຍເຫດຜົນວ່າ “ເຮົາບໍ່ມັກສຽງຂອງພວກເຈົ້າ ແລະກຸ່ມນັກດົນຕີທີ່ຫຼິ້ນກີຕ້າກຳລັງຈະໝົດສະໄໝແລ້ວ”


alt
ຊາຍກຸ່ມນັ້ນ...ມີຊື່ວ່າ “ເດີ ບີເທີນ” ສີ່ເຕົ່າທອງແຫ່ງຕຳນານ



ຊາຍຄົນໜຶ່ງເປັນນັກກີລາ
ຊາຍຄົນນັ້ນ...ຫຼິ້ນບາສເກັດບອນໃຫ້ກັບທີມໂຮງຮຽນມັດທະຍົມ
ຊາຍຄົນນັ້ນ...ເຄີຍຖືກຄັດອອກຈາກທີມໂຮງຮຽນ


alt
ຊາຍຄົນນັ້ນ...ຊື່ວ່າ “ໄມເຄີນ ຈໍແດນ” ໜຶ່ງໃນນັກກິລາບາສເກັດບອນທີ່ມີລາຍໄດ້ຫຼາຍທີ່ສຸດໃນໂລກ



ຊາຍຄົນໜຶ່ງເປັນນັກແຕ່ງເພງຊາວເຢຍລະມັນ
ຊາຍຄົນນັ້ນ...ສູນເສຍຄວາມສາມາດໃນການຟັງລົງເລື້ອຍ ໆ
ຊາຍຄົນນັ້ນ...ຫູໜວກໂດຍສົມບູນເມື່ອອາຍຸໄດ້ 46 ປີ
ຊາຍຄົນນັ້ນ...ໄດ້ໃຊ້ຊ່ວງເວລາບັ້ນປາຍຊີວິດປະພັນເພງທີ່ດີທີ່ສຸດອອກມາ


alt
ຊາຍຄົນນັ້ນ...ຊື່ວ່າ “ລຸດວິກ ຟານ ບີໂທເຟນ” ນັກປະພັນເພງຊື່ກ້ອງໂລກ



ຊາຍຄົນໜຶ່ງເສັງຕົກຕອນປະຖົມປີທີ່ 6
ຊານຄົນນັ້ນ...ເຄີຍມີຊີວິດທີ່ພ່າຍແພ້ມາຕະຫລອດ
ຊາຍຄົນນັ້ນ...ລ້ວນສ້າງປະໂຫຍດຄັ້ງໃຫຍ່ ໆ ເມື່ອລາວກາຍເປັນຜູ້ສູງອາຍຸແລ້ວ
ຊາຍຄົນນັ້ນ...ໄດ້ເປັນນາຍົກລັດຖະມົນຕີອັງກິດເມື່ອມີອາຍຸ 62 ປີ


alt
ຊາຍຄົນນັ້ນ...ຊື່ວ່າ “ວິນສະຕັນ ເຊີຊິວ” ອະດີດນາຍົກລັດຖະມົນຕີອັງກິດ



ຊາຍຄົນໜຶ່ງຮຽນປະລິນຍາຕີ
ຊາຍຄົນນັ້ນ...ເຄີຍຖືກຈັບໃຫ້ເປັນນັກສຶກສາລະດັບກາງເທົ່ານັ້ນ
ຊາຍຄົນນັ້ນ...ເຄີຍເສັງໄດ້ອັນດັບທີ່ 15 ຈາກນັກສຶກສາທັງຫມົດ 22 ຄົນໃນວິຊາເຄມີ


alt
ຊາຍຄົນນັ້ນ...ຊື່ວ່າ “ຫລຸຍ ປາສເຕີ”


ຊາຍຄົນໜຶ່ງເປັນນັກຮ້ອງ
ຊາຍຄົນນັ້ນ...ເຄີຍຖືກຜູ້ຈັດການຂອງແກຣນໂອເລໂອເພຼໄລ່ອອກ
ຊາຍຄົນນັ້ນ...ເຄີຍຖືກດູໝິ່ນວ່າ “ໄປບໍ່ຮອດໃສດອກ ກັບໄປເປັນຄົນຂັບລົດບັນທຸກດີກວ່າໄປ”


alt
ຊາຍຄົນນັ້ນ...ຊື່ “ເອວວິດ ເພລສລີ່”



ຍິງຄົນໜຶ່ງເປັນນາງແບບຜູ້ປ່ຽມໄປດ້ວຍຄວາມຫວັງ
ຍິງຄົນນັ້ນ...ເຮັດວຽກໃຫ້ກັບບໍລິສັດບລູໂມເດວລິ່ງເອເຈນຊີ່
ຍິງຄົນນັ້ນ...ເຄີຍຖືກຜູ້ອຳນວຍການບໍລິສັດດູໝິ່ນວ່າ “ເຈົ້າຄວນຈະໄປຮຽນດ້ານເລຂາ ຫຼືບໍ່ກໍ່ແຕ່ງງານດີກວ່າ”


alt
ຍິງຄົນນັ້ນ...ຊື່ວ່າ “ນໍມາ ຈີນ ເບເກີ” ຫຼືທີ່ຮູ້ຈັກກັນໃນຊື່ “ນາຣິລີນມອນໂຣ”



ຊາຍຄົນໜຶ່ງຫລົງໄຫລໃນວິຊາການເງິນຫລາຍ
ຊາຍຄົນນັ້ນ...ຍື່ນໃບສະໝັກກັບມະຫາວິທະຍາໄລຮາວາດອັນເລື່ອງລື
ຊາຍຄົນນັ້ນ...ຖືກປະຕິເສດໃນເວລາຕໍ່ມາ
ຊາຍຄົນນັ້ນ...ບໍ່ຍອມແພ້ ເດີນຫນ້າເຂົ້າສຶກສາທີ່ມະຫາວິທະຍາໄລທຸລະກິດໂຄລຳເບຍ
ຊາຍຄົນນັ້ນ...ສຳເລັດການສຶກສາ
ຊາຍຄົນນັ້ນ...ປະຈຸບັນມີສັບສິນລວມກວ່າ 62,000 ລ້ານໂດລ່າຈາກເງິນລົງທຶນພຽນ 100 ໂດລ່າ


alt
ຊາຍຄົນນັ້ນ...ຊື່ວ່າ “ວໍເຣນ ບັບເຟັດ” ນັກລົງທຶນອັດສະລິຍະຜູ້ໄດ້ຊື່ວ່າເປັນອະພິມະຫາເສດຖີອັນດັບໜຶ່ງຂອງໂລກໃນປະຈຸບັນ


ຊາຍຄົນໜຶ່ງຫລົງໄຫລໃນຄອມພິວເຕີຢ່າງຫລວງຫລາຍ
ຊາຍຄົນນັ້ນ...ມັກຈະໃຊ້ເວລາກັບຄອມພິວເຕີດົນ ໆ
ຊາຍຄົນນັ້ນ...ຖືກໝູ່ເວົ້າໃຫ້ວ່າ “ບ້າຄອມພິວເຕີ” ເປັນປະຈຳ
ຊາຍຄົນນັ້ນ...ເຄີຍຖືກ IBM ຄິດວ່າເປັນພຽງ “ເດັກນ້ອຍ”
ຊາຍຄົນນັ້ນ...ປະຈຸບັນເປັນຜູ້ນຳບໍລິສັດຊອບແວທີ່ຊົງອິດທິພົນຫລາຍທີ່ສຸດໃນໂລກ
ຊາຍຄົນນັ້ນ...ຊື່ວ່າ “ວິນລ່ຽມ ເຮນຣີ່ ເກດ ທີ່ສາມ” ຫຼືທີ່ຮູ້ຈັກກັນໃນຊື່ “ບິລ ເກດ” ຜູ້ກໍ່ຕັ້ງໄມໂຄຣຊອບ


alt
ມະຫາເສດຖີອັນດັບສາມຂອງໂລກຜູ້ຖືຄອງສັບສິນກວ່າ 58,000 ລ້ານໂດລ່າ






...ເຊື່ອວ່າທຸກຄົນຄົນທໍ້ຖອຍ...
...ປະສົບຄວາມລົ້ມເຫລວໃນຊີວິດ...
...ແຕ່ຄົນທີ່ລົ້ມເຫລວແທ້ ໆ...
...ຄືຄົນທີ່ລົ້ມເລີກຕ່າງຫາກ...
ຂຽນເມື່ອ ຂຽນເມື່ອ: ພ.ພ.. 26, 2008 | ມີ 8 ຄຳເຫັນ ແລະ 0 trackback(s)
ເກາະ “ຈິນໂດ” ໃນເກົາຫລີໃຕ້ເປັນສະຖານທີ່ທີ່ເກີດປະກົດການທຳມະຊາດທີ່ແປກປະຫລາດຂຶ້ນ ເຊິ່ງເອີ້ນກັນວ່າ “Mose Miracle” ປະກົດການດັ່ງກ່າວຈະເກີດຂຶ້ນ ໒ ຄັ້ງຕໍ່ປີ ໃນຊ່ວງເວລາທີ່ນ້ຳທະເລຫລຸດລົງ ຈະປະກົດໃຫ້ເຫັນທາງຍ່າງທີ່ເຊື່ອມລະຫວ່າງເກາະ “ໂມໂດ” ໄປຫາເກາະ “ຈິນໂດ” ມີຄວາມຍາວລວມແລ້ວ ໒.໘ ກິໂລແມັດ ກວ້າງ ໔໐ ແມັດ ເຊິ່ງປະກົດການນີ້ຈະເກີດຂຶ້ນເປັນເວລາປະມານ ໑ ຊົ່ວໂມງ (ຖ້າໃຜຍ່າງໄປແລ້ວຕ້ອງໄປໃຫ້ທັນ ໑ ຊົ່ວໂມງ ບໍ່ຊັ້ນກໍ່ໄດ້ລອຍນ້ຳແທນ :P)

ທຸກເທື່ອທີ່ຮອດປະກົດການນີ້ ກໍ່ຈະມີການຈັດບຸນເພື່ອສະເຫລີມສະຫລອງຂຶ້ນ ໂດຍຈະມີນັກທ່ອງທ່ຽວຈາກທົ່ວໂລກເຂົ້າມາຢ້ຽມຢາມເປັນຈຳນວນຫລາຍ ປະກົດການໂມເສດນີ້ ເລີ່ມເປັນທີ່ຮູ້ຈັກໄປທົ່ວໂລກຕັ້ງແຕ່ປີ ໑໙໗໕ ເປັນຕົ້ນມາ ເພາະວ່າມີນັກການທູດຈາກປະເທດຝຣັ່ງໄດ້ໄປພົບເຫັນ ແລະນຳກັບໄປຂຽນລົງໃນຫນັງສືພິມປະຈຳປະເທດຝຣັ່ງ

ມີຕຳນານເລົ່າຂານກັນມາໃນເກົາຫລີໃຕ້ວ່າ ກາລະຄັ້ງຫນຶ່ງດົນນານມາແລ້ວ ຊາວບ້ານໃນຫມູ່ບ້ານຈິນໂດ ຖືກເສືອຮ້າຍມາລົບກວນຕະຫລອດ ທຸກຄົນຈຶ່ງພາກັນຫນີໄປເກາະໂມໂດ ຍົກເວັ້ນຍິງຜູ້ມີອາຍຸຄົນຫນຶ່ງທີ່ບໍ່ຍອມໄປ ດ້ວຍຄວາມຢ້ານກົວ ນາງໄດ້ສວດມົນພາວະນາຕໍ່ເທບແຫ່ງທະເລ ທັນໃດນັ້ນ ທະເລກໍ່ຖືກແຍກອອກເປັນ ໒ ຝັ່ງ ເຜີຍໃຫ້ເຫັນທາງຍ່າງເຊິ່ງເປັນທາງເຊື່ອມໄປຫາເກາະອີກແຫ່ງຫນຶ່ງໄດ້ ຍິງຜູ້ມີອາຍຸຄົນນັ້ນຈຶ່ງໄດ້ກ່າວຂອບໃຈພະເຈົ້າ ແລະຫນີລອດຈາກເສືອທີ່ຫິວໂດຍໄດ້ໃນທີ່ສຸດ

The Moses Miracle ຈະເກີດຂຶ້ນໃນທຸກ ໆ ວັນທີ່ ໑໘ ເດືອນພຶດສະພາ

alt
alt
alt
alt
alt