ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 11, 2012 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

            ມີຫລາຍຄັ້ງທີ່ໃຜຫລາຍໆຄົນມັກເອົາອາດີດມາປົນກັບປະຈຸບັນ ເມື່ອໃດທີ່ຄິດຂື້ນມາ ໄດ້ ອາດຈະພາໃຫ້ເຮົາ ຍີ້ມຫົວຫລື ຮ້ອງໄຫ້ ກະເປັນໄດ້. ຖ້າຫາກວ່າທ່ານຄົບກັບຄົນຮັກແລ້ວ ບໍ່ໄດ້ດັງທີ່ຄາດໄວ້ ແລ້ວຫລາຍຄົນກໍ່ມັກຈະເອົາຄວາມຮັກຄັ້ງເກົ່າມາປຽບທຽບກັບຮັກຄັ້ງໃຫມ່

           ກໍແມ່ນຢູ່ວ່າທຸກເຫດການຜ່ານມາສຳລັບຄົນຮັກມັນແມ່ນພາບແຫ່ງຄວາມຊົງຈຳທີ່ດີທີ່ສຸດກໍວ່າໄດ້ ສິ່ງທີ່ຄົນສອງຄົນເຄີຍເຮັດຮ່ວມກັນ ເຄີຍສ້າງມາດ້ວຍກັນຈິ່ງບ່ອແປກດອກທີ່ເຮົາຈະຫວນຄິດເຫັນ ຫລື ບາງຄົນມັກຈະເອົາຄົນຮັກຂອງຕົນໄປປຽບທຽບກັບແຟນເກົ່າຢູ່ສະເໝີ ບໍວ່າຈະເປັນການບັນລະຍາຍເຖິງຮູບຮ່າງຫນ້າຕາ ການກະທຳ ສິ່ງທີ່ເຮັດນຳກັນ ການດູແລເທັກແຄກັນ ແລ້ວກະເອົາມາປຽບທຽບໃສ່ໃນປະຈຸບັນ

        ແຕ່ !!!!! ມີສິ່ງຫນື່ງໃນປະຈຸບັນນີ້ ແລະຕ່ອນນີ້ໃນຊ່ວງເວລາ ເຫຼົ່ານີ້ມັນໄດ້ຜ່ານພົ້ນໄປແລ້ວເຖິງມັນຈະບໍ່ສາມາດເຮັດໃຫເຮົາຍີ້ມໄດ້ທຸກເທື່ອທີ່ຜິດຖຽງກັບຄົນຮັກ ແຕ່ມັນຄືຈະບໍມີມືມາຈັບໃຫ້ອຸ່ນ ຫລື ວ່າຮ້ອນ ເຢັນ ຫນາວໄດ້ຄືເກົ່າອີກ ບໍມີຮອຍຍີ້ມທີ່ປອບໃຈ ບໍ່ມີຄຳເວົ້າທີ່ຫ່ວງໃຍ ທີ່ຈະມາສ້າງກຳລັງໃຈໃນຍາມທີ່ເຮົາຫມົດຫວັງ ເພາະຫຍັງ ຮູ້ ບໍ່ ?

ເພາະວ່າມັນເປັນພຽງອາດີດ ເປັນສິ່ງທີ່ຜ່ານໄປແລ້ວເພາະສະນັ້ນ ບໍຄວນທີ່ຈະໄປຢືດຕິດຢູ່ກັບບ່ອນເກົ່າ ແລະສິ່ງເດີມໆທີ່ຈະບໍມີວັນທີ່ຈະໄດ້ມັນກັບຄືນມາ ແລ້ວເຮົາມາຫັນເບິງຄົນທີ່ເຊົາພ້ອມຈະຢູ່ຄຽງຂ້າງເຮົາໄປຕະຫລອດ ຮ່ວມສຸກຮ່ວມທຸກ ເອົາໃຈໃສ່ ດູແລ ຍາມ ເຈັບເປັນ ທັງຫມົດນິ ເປັນສິ່ງທີ່ສຳພັດໄດ້ ເປັນຮັກປະຈຸບັນທີ່ຈັບຕ້ອງໄດ້ ເຖິງວ່າຮ່າງກາຍຈະຢູ່ໄກກັນພຽງໃດ ເຖິງຢ່າງໃດ ກໍຢ່າເຮັດໃຫ້ເຊົາຮູ້ສືກວ່າ ເຂົາບໍແມ່ນຄົນສຳຄັນ ບໍແມ່ນຄົນໃນອຸດົມການ ບໍແມ່ນຄົນທີ່ເຈົ້າພ້ອມຈະໃຊ້  ຊີວິດ ຮ່ວມໄປຈົນເຖົ້າຈົນແກ່ ຈົນເຮັດໃຫ້ເຂົາຮູ້ສຶກອ້າງວ້າງ ແຕ່ຖ້າມື້ໃດທີ່ເຂົາໄດ້ກ້າວຂາອອກໄປຈາກຊີວິດທ່ານ ຄົນທີ່ກິນແຫນ່ງແລະຮູ້ສຶກເສຍໃຈໄປຕະຫລອດຊີວິດ ກະຄືຈະແມ່ນໂຕຂອງທ່ານນັ້ນເອງ. ສະນັ້ນ ເວລາທີ່ທ່ານມີຄົນ ທີ່ດີ ພ້ອມ ເຂົ້າມາໃນຊີວິດທ່ານແລ້ວ ກໍ່ ຈົ່ງ ຢ່າ ປ່ອຍໃຫ້ເຂົາ ຈາກ ທ່ານໄປຢ່າງງ່າຍດາຍ ............

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 17, 2010 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຄວາມຮັກຄ່ອຍໆ ກໍ່ຕົວຂື້ຢ່າງຊ້າໆ.............. ຄວາມຫຼົງເກີດຂື້ນຢ່າງໄວວາ
ຄວາມຮັກອົດທົນຕໍ່ກັນແລະກັນສະເໝີ.......ຄວາມຫຼົງກະທຳໄປຕາມອາລົມ
ຄວາມຮັກເຮັດແຕ່ສິງດີໆໃຫ້ກັນ ........ຄວາມຫຼົງເຮັດແຕ່ສິງທີ່ດີໃຫ້ໂຕເອງ
ຄວາມຮັກບໍຄິເລື່ອງໂຕເອງຝ່າຍດຽວ........ຄວາມຫຼົງຄິດເຖິງແຕ່ໂຕເອງຮຽກຮ້ອງແຕ່ສິງທີ່ໂຕເອງຕ້ອງການ
ຄວາມຮັກປົກປ້ອງກັນແລະກັນ.............ຄວາມຫຼົງປົກປ້ອງແຕ່ຕົນເອງບໍສົນໃຈວ່າໃຜຈະເຈັບ
ຄວາມຮັກ ຊື່ສັດ ໄວ້ໃຈເຊີ່ງກັນແລະກັນ...........ຄວາມຫຼົງ ຫຼອກລວງ ວາດລະແວງ ຈັບຜິດ ມັກສົງໃສ
ຄວາມຮັກຜິດພາດກໍ່ໃຫ້ອະໄພ..............ຄວາມຫຼົງ ແຄ້ນນິຕ້ອງຊຳລະ
ຄວາມຮັກ ອົດທົນຜ່ານຜ່ານຳກັນ ............ຄວາມຫຼົງ ຖອຍໜີຍາມລຳບາກ
ຄວາມຮັກ ເປັນອຳມະຕະ ...............ຄວາມຫຼົງ ບໍໝັ້ນຄົງພຽງໄລຍະເວລາໃດໜື່ງ
ຄວາມຮັກ ບໍອິດສາ ບໍອວດອົງ ບໍຫຍາບຄາຍ............ຄວາມຫຼົງ ບໍໃຫ້ກຽດ ເປັນຮອງບໍໄດ້
ຄວາມຮັກ ມີຄວາມຫວັງສະເໝີ .................ຄວາມຫຼົງ ຖ້າພາດແລ້ວໝົດໂອກາດແກ້ໂຕ
ຄວາມຮັກ ມັກຊ່ວຍສົ່ງເສີມ ............. ຄວາມຫຼົງ ມີແຕ່ຕ້ອງການຢູ່ຮ່ວມກັນ
ຄວາມຮັກຈະຕ່ຳນິ ກໍ່ສ້າງເຊິງກັນແລະກັນ .........ຄວາມຫຼົງບໍມີການເຕືອນສະຕິ ບໍຢາກຂັດໃຈ

:e70: [size=15pt]ຫຼົງ ມັກ ຮັກ [/size]ແຕກຕ່າງກັນ ແຕ່ 3 ຢ່າງລ້ວນແຕ່ເປັນພື້ນຖານຂອງຄຳ ຄຳດຽວກໍ່ຄືຮັກ ການທີ່ເຮົາຈະຮັກໃຜຈັກຄົນ
ມັກຈະເລີ່ມຈາກຄວາມຫຼົງ ເວລາເຮົາຫຼົງໃຜຈັກຄົນ ເຮົາກໍ່ຕ້ອງການຢາກຢູ່ໃກ້ຊິດທີ່ສຸດ ອັນໃດກໍ່ງາມໄປໝົດ ແຕ່ຖ້າເຮົາຜ່ານອາການນິມາໄດ້ ກໍ່ຈະກ່ານເປັນມັກ
ຮັກ ກັບ ຫຼົງ ແຕກຕ່າງກັນ ເພື່ອນໆ ລອງຖາມຕົນເອງເບິງ ແລະກະສັງເກດຄົນໃກ້ໂຕເບິງວ່າ ເຂົາເຈົາເຫຼົ່ານັ້ນ ຢູ່ໃນ ອາການ ຮັກ ຫຼືວ່າ ຫຼົງ:e70:

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 12, 2010 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຢ້ານການຜູກມັດ: ຍ້ອນຄວາມບໍເປັນຜູ້ໃຫຍ່ພຽງພໍ ແຕ່ບາງເທື່ອມັນກໍ່ຊີ້ໃຫ້ເຫັນເຖິງບັນຫາທາງຈິດໃຈທີ່ເລິກກວ່ານັ້ນ

ແກ້ແຄ້ນ: ຫຼາຍຄັ້ງກໍ່ແມ່ນການລົງໂທດອີກຝ່າຍໜື່ງທີ່ໄປນອກໃຈກ່ອນ

ຢາກເລີກ: ບ່າງຄົນເບິງການທີ່ບໍຊື່ສັດແມ່ນຫົນທາງໜີອອກຈາຄວາມສຳພັນທີ່ມີຢູ່ແຕ່ຫຼາຍເທື່ອພວກເຂົາກໍ່ບໍໄດ້ສຶບຕໍ

ຄວາມສຳພັນໃໝ່ກັບຄົນໃໝ່ຊ້ຳເຮັດໄປຍ້ອນຍາກເລີກກັບຄົນເກົ່າຊື່ໆ

ຄວາມເບື່ອ ແລະບໍມີຄວາມສຸກ: ຖ້າມີຄວາມຄິດຫຼືຄວາມມັກທີ່ແຕກຕ່າງກັນຫຼາຍ ກໍ່ຈະເຮັດໃຫ້ເກີດຄວາມບໍເຂົ້າໃຈກັນ

ກໍ່ໃຫ້ເກີດຄວາມເບືອໜ່າຍ ຢູ່ໄປແຕ່ລະມື້ກໍ່ບໍມີຄວາມສຸກ ຜູ້ຊາຍຈະຫັນໄປຫາຜູ້ຍີງທີ່ມີຄວາມມັກຄ້າຍກັບເຂົາເຈົ້າ

ອຳນາດ: ບາງຄັ້ງຄົນທີ່ບໍຊື່ສັດຈະຄິດວ່າຕົນເອງມີສິດທິຈະເຮັດອັນໃດກໍ່ໄດ້ເມື່ອໃດທີ່ໂຕເອງຕ້ອງການພວກຜູ້ຊາຍເຫຼົານີ້

ຈະເບິງຄືວ່າບໍສົນໃຈໃນຜົນທີ່ຈະນຳມາຈາກການກະທຳຂອງເຂົາເຈົ້າບໍວ່າຄົນຮັກຈະເຈັບປວດປານໃດກໍ່ຕາມ

ຄວາມບໍ່ໝັ້ນຄົງ: ບາງຄົນມີຄວາມເຄົາລົບໂຕເອງຕຳ ແລະຕ້ອງການການຍອມຮັບຢ່າງຫຼວງຫຼາຍ ເພື່ອຈະໄດ້ຮູ້ສຶກວ່າໂຕເອງມີສະເໜ່

ພວກນີ້ສາມາດຖືກຊັກຈູງອອກຈາກຄວາມຊື່ສັດໄດ້ຢ່າງງ່າຍດາຍ

ສາວໆຮູ້ໄວ້ເດິນີ້ແມ່ນເຫດຜົນຫຼືວ່າຂໍ້ແກ້ໂຕຂອງພວກຜູ້ຊາຍທີ່ມັກນອກໃຈສາວໆນັ້ນເອງ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 4, 2010 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ບາງຄົນຄົບກັບສາວໄປລ້າໆ ແຕ່ບໍຕ້ອງການເປັນແຟນເປັນຈິງເປັນຈັງ ກໍ່ເລີຍຢາກຮູ້ເປັນຍ້ອນຫຍັງ?

ເຫດຜົນໜື່ງທີ່ເຂົາບໍຢາກຄົບຈິງຈັ່ງ ອາດເປັນຍ້ອນເຂົາບໍຢາກປ່ຽນແປງຄວາມເປັນຕົວຂອງຕົວເອງ

ເພື່ອຄົນອື່ນຫຼາຍເກີນໄປ ພຽງເພື່ອຈະໄດ້ໃຈຍິງສາວຄົນນັ້ນ. ເຂົາຈະບໍໄດ້ເຮັດຫຍັງແບບເກົາອີກແລ້ວ

ເຂົາຈະເປັນຜູ້ຊາຍທີ່ສົມບູນແບບສຸດຍອດໃນໂລກ. ແຕ່ໃນຄວາມເປັນຈິງນັ້ນບໍມີໃຜສົມບູນແບບໝົດທຸກຢ່າງດອກໃນໂລກນິ

ຖ້າຢາກມີຮັກກໍ່ຕ້ອງເອົາຮັກໄປແລກ, ຢາກໃຫ້ຕົນເອງເກັງກໍ່ຕ້ອງອົດທົນສູ້. ຢາກໃຫ້ຄົນອື່ນຮັກກໍ່ຕ້ອງອົດທົນສ້າງຄວາມດີ

ການບໍປ່ຽນແປງຫຍັງເລີຍແຕ່ຢາກໃຫ້ມີຄົນຮັກຟັງເບິງແລ້ວງ່າຍດາຍເກີນໄປ ຜູ້ຊາຍແບບນິແມ່ນເປັນຄົນເຫັນແກ່ຕົວ

ເຂົາມັກຈະເບິ່ງວ່າຕົນເອງເປັນໃຫຍ່. ລອງຄິດເບິງວ່າຕ່ອນນີ້ ຕົນເອງຕ້ອງການຫຍັງ. ແລະເຮັດຕາມຄວາມຕ້ອງການຂອງຕົນເອງ.

ຄົນແບບນີ້ຢູ່ຮ່ວມໝູ່ລຳບາກແທ້ເນີ!

ຂຽນເມື່ອ ຂຽນເມື່ອ: ກ.ລ.. 27, 2010 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

*** ຖາມໂຕເອງກ່ອນວ່າຕ້ອງການຫຍັງ ..........

*** ຖາມໂຕເອງເບິ່ງວ່າຕ້ອງການຄວາມຈິງໃຈຫວງໃຍຢ່າງແທ້ຈິງບໍ ..........

*** ຖາມໂຕເອງກ່ອນວ່າມັກເປັນຕົວເລືອກໃຫ້ຄົນອື່ນເລືອກບໍ ..........

*** ຖາມໂຕເອງກ່ອນວ່າມັກຄວາມຫຼອກລວງບໍ ..........

*** ຖາມຕົວເອງກ່ອນວ່າຄວາມເສຍໃຈມັນເປັນແນວໃດ ..........

*** ຖາມໂຕເອງກ່ອນວ່າ ..................... ຖາມໂຕເອງໂລດເດິຍາກຖາມຫຍັງກະຖາມ ອິອິອິ

********* ຄຳຕອບຂອງເຈົ້າກະບໍແຕກຕ່າງຈາກຄົນອື່ນດອກ **********

ເພື່ອນມິດແຫ້ງເພາະນ້ຳໃຈເຮົາບໍມີ ເພື່ອນມິດໜີເພາະນ້ຳໃຈເຮົາໝົດ ....................... ວ່າຕໍ່ໃັຫ້ແດ່

ຂອບໃຈ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 30, 2010 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຢູ່ໃນສັງຄົມໜື່ງໆ ແມ່ນເຕັມໄປດ້ວຍຜູ້ຄົນທີ່ຫຼາກຫຼາຍແລະກະແຕກຕ່າງກັນ

ແຕ່ເຮັດຈັງໃດຈັງຊິຮູ້ໄດ້ວ່າ ຄົນເຫຼົ່ານັ້ນເປັນຄົນຈັ່ງໃດ

ຕົວຕົນທີ່ແທ້ຈິງ ແນວຄວາມຄິດ ທັດສະນະຄະຕິ

ເພາະວ່າ ມັນຍາກຫຼາຍ ທີ່ຈະຮຽນຮູ້ ແລະເຂົ້າໃຈ ຄົນໆ ໜື່ງ

ແຕ່ຖ້າຫາກວ່າ ເຮົາຈິງໃຈ ເປີດເຜີຍ ບໍໃສ່ໜ້າກາກເຂົ້າຫາກັນ ສັງຄົມ ເຮົາ ຄືຈະ ມີຄວາມສະຫງົບ ແລະ ກະເປັນລະບຽບກວ່ານີ້

ບໍຈຳເປັນຕ້ອງເສແສ້ງ  ແກ້ງເຮັດແກ້ງທຳ ເພື່ອໃຫ້ຕົນເອງ ດູດີ ໃນສາຍຕາຂອງຄົນອື່ນ

ຄົນເຮົາບໍສາມາດ ຮັບຮູ້ແລະເຂົ້າໃຈ ໃຜຜູ້ໃດຜູ້ໜື່ງໄດ້ ພາຍໃນຊວ່ງເວລາອັນສັ້ນໆ

ແລະຮູບລັກພາຍນອກ ກໍ່ບໍສາມາດບອກຕົວຕົນທີ່ແທ້ຈິງຂອງກັນແລະກັນໄດ້

ບ່າງສິງບ່າງຢ່າງທີ່ເຮົາເຫັນຢູ່ ມັນອາດຈະບໍແມ່ນ ຄວາມຈິງກໍ່ເປັນໄດ້!!!!!!!!!!!

 

ມື້ໜ້າຊິຈົມໃຫ້ຟັງໃໝ່

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 25, 2010 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ກັບມາຈົມທຸກຈົມຍາກ ຕາມປະສາ ຄົນເງີນເດືອນຕຳໆ ແຕ່ລະມື້ແຕ່ລະເວັນ ເຮັດວຽກ ໄປ ທັງຫອບທັງເມືອຍ

ແຕ່ເຮັດຈັງໃດກະຄືວ່າບໍດີ ຫາຈອບຫາວ່າກັນ ໄປຈັງຊັ້ນ ແຫຼະ ມະນຸດ ນິ ຍາກທີ່ ຈະເຂົ້າໃຈແທ້ໆ ນໍ ວ່າ ບໍ?

ຄັນເຮົາເຮັດ ລື່ນໜ້າ ລື່ນຕາ ແດ່ກະວ່າໃຫ້ ວ່າ ຜູ້ນ້ອຍ ຂົ່ມຜູ້ໃຫຍ່ ມາທີຫຼັງຍາກດັງກວ່າ

ຄັນເຮົາຜິດ ພັດຊ້ຳເຕີມ ເປັນແບບນັ້ນ ໄປ ຊະ

ບາງຄັ້ງ ກະຄິດ ວ່າ ອັນຄົນເດີນດິນ ມັນປະສະຈາກການ ນິນທາ ວ່າຮ້າຍ ຈາກ ຄົນອື່ນ ບໍໄດ້ ດອກ ແບບນີ້ພໍເປັນກຳລັງໃຈ ແນ່

ເຮົາກະເປັນຄົນທຳມະດາ ນໍ ມີ ເລືອດ ເນື້ອ ມີກິເດດ ຮັກ ໂລບ ໂກດ ຫຼົງ ຄືກັນ ວ່າໄປເວົ້າມາ ມັນ ກະອົດ ບໍໄດ້ ຄວັນອອກ ຫູ ຄື ກັນ

ແຕ່ ວ່າ ກະຕ້ອງ ອົດ

ຄົນທີ່ ບໍເຄີຍ ເຮັດຜິດພາດຈັກເທື່ອໃນໂລກນີ້ ກະມີ ບໍ? ຢາກຮູ້ເດ!

ບາງຄັ້ງ ກະຮູ້ສຶກວ່າ ຕົນເອງນີ້ ຖືກມອງຂ້າມ ໄປຊັ້ນ ລະ

ພະຍາຍາມໄຂວ່ຄ້ວາ ຫາໂອກາດ ມາ  ຕະຫຼອດ ແຕ່ ກະມັກ ຈະຜິດ ໃຈ ເພິນ ຜູ້ໃຫຍ່

ບໍເຂົ້າໃຈວ່າ ເປັນຫຍັງ?

ຄັນ ເຫດຜົນຂອງເດັກນ້ອຍ ດີກວ່າ ຂອງ ຜູ້ໃຫຍ່ ນິ ຈະ ຟັງ ເດັກນ້ອຍ ບໍ? ລໍຖ້າຄຳຕອບ ມາດົນ ແຕ່ກະບໍເຄີຍໄດ້

ມີຄຳໜື່ງເວົ້າວ່າ : ກົດຂໍ້ 1 ຜູ້ໃຫຍ່ ເຮັດຫຍັງບໍຜິດ ຈັກເທື່ອ . ກົດຂໍ້ທີ 2 ຖ້າຜູ້ໃຫຍ່ ເຮັດຜິດ ໃຫ້ ກັບໄປເບິງກົດຂໍ້ທີ 1 ອັນນີ້ ຄືຈະແມ່ນຄວາມຈິງ . ວ່າ ບໍ?

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 25, 2010 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຂ້ອຍກໍບໍຕ່າງຫຍັງຈາກຄົນອື່ນ ເຮັດວຽກດ້ວຍການ ຊວ່ຍເສີມຄວາມຮູ້ໃຫ້ແກ່ ຄົນອື່ນ ບໍເຂົ້າໃຈຕົວເອງວ່າ ມັກ ແລະ ກະຫຼົງໄຫຼ ມ່ວນຊື່ນ ກັບ ສິງທີ່ຕົວເອງປະຕິບັດຢູ່ນີ້ແຕ່ຕ່ອນໃດ

ມາຮູ້ໂຕ ກະຜ່ານໄປ ຕັ້ງວ່າ 2 ປີ ລະ. ໃນແຕ່ລະມື້ ເລີມຊ່ວຍ ຄົນຕັ້ງແຕ່ 8 ໂມງເຊົ້າ ຈົນຮອດ 8 ໂມງແລງ ບໍມີເວລາ ຮອດ ຊິເຮັດແນວອື່ນ ຈິກິນເຂົ້າ ກະທັງຍາກ

ແຕ່ ຂ້ອຍຄິດວ່າຂ້ອຍໂຊກດີ ທີ່ມີ ຄົນໃຫ້ກຳລັງໃຈ ກະຄືບັນດາ ຄົນທີ່ຂ້ອຍຊ່ວຍໃຫ້ຄວາມຮູ້ໃຫ້ຂະເຈົ້າທຸກໆມື້ ນະແຫຼະ

ຄືຈະແມ່ນຄວາມຈິງ ນໍ ທີ່ວ່າ ອ້າຍຮູ້ສອງ ນ້ອງຮູ້ ໜື່ງ ເພາະຕ່າງຄົນຕ່າງແບ່ງປັນ ແຕ່ສິງທີ່ດີໆ ໃຫ້ ກັນ ແລະກັນ ສະເໝີ

ແຕ່ ໃນເມື່ອມີຄົນ ຮັກ ມັນກະຕ້ອງມີຄົນຊັງເປັນທຳມະດາ ແມ່ນບໍ(ຈິບໍເວົ້າເຖິງສະນໍ)

ມື້ໜ້າຈິ ມາຈົມໃຫ້ຟັງ ອີກ

ອ່ານຈົບແລ້ວຊ່ວຍເມັ້ນໃຫ້ແດ່ ເດີ

ຂອບໃຈ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 20, 2010 | ມີ 25 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ໝູ່ຂອງໝູ່ ແລະກະຂອງໝູ່ ມີແຟນໂດຍບັງເອີນ ຄົບກັນບໍພໍເທົາໃດ ພັດຈັບໄດ້ວ່າຖືກຕົວະ ຄັກຂະໜາດ

ແຟນຕົວະວ່າເລີກກັນກັບແຟນເກົ່າແລ້ວ ແຕ່ທີ່ຈິງຍັງຄົບກັນຢູ່ ສຸດທ້າຍຂະເຈົ້າກະຜິກກັນ

ແຟນໝູ່ເປັນຄົນເຈົ້າຄາລົມຫຼາຍ ຕົວະເລື້ອຍມາ ບາດຈັບໄດ້ ກະຄື ເອີຍຄຳດຽວວ່າ ຂໍໂທດ

ແບບວ່າບໍໄດ້ຕັ້ງໃຈເຮັດໃຫ້ເສຍໃຈ ອັນເສຍໃຈນີບໍປານໃດ ດູຕົນແຟນເກົາເພິນ

ແລະກະຮູ້ສຶກຜິດທີ່ຄົບ ກັບເຂົາ ສົງສານແຟນເຂົາ ຖ້າຄົບຕໍ່ໄປນີ້ແຮ່ງຈະເຈັບ ຫຼາຍ

ຕັດໃຈດີບໍ ຫຼືວ່າແນວໃດດີ?

ບໍໄດ້ຕັ້ງໃຈຍາດແຟນໃຜເດີທີ່ຄົນນະເພາະບໍຮູ້ ແລະກະຮູ້ສຶກຜິດ ແທ໊ໆ ຂໍອະໄພນຳ ແຮະແຮະແຮະ (ຝາກບອກ)

ມື້ໜ້າຊິມາຈົມໃຫ້ຟັງ

 

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 18, 2010 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ດີແຕ່ປາກວ່າວອນ ສອນຄົນອື່ນ

ມີດາດຊູນເຫຼືອຮັບນັບ ນັບບໍໄຫວ

ຝຶກຕົນເອງສອນຕົນເອງແດ່ ເປັນຈັງໃດ

ສອນເຂົາໄດ້ ເຮົາເຮັດໄດ້ ນັ້ນລະດີ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 14, 2010 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຢ່າຫຍຸ້ງກັບຄົນບ້າ ຢ່າເບິ່ງໜ້າຄົນເມົາ

ຢ່າເວົ້ານຳຄົນບ້າ ຢ່າສົນທະນານຳຄົນເມົາ

ໃຜມີປາກ     ຢາກເວົ້າ            ກະເວົ້າໄປ

ເລື່ອງໃດໆ        ກໍ່ຊ່າງ         ຢ່າຟັງຂານ

ເຮົາຢ່າຕໍ່        ກໍ່ໃຫ້ເກີດ        ເລື່ອງລາວສານ

ຄວາມລຳຄານ          ກໍ່ຈະຫາຍ         ສະບາຍໃຈ