ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 8, 2012 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 
ເຖິງ­ໝູ່­ພວກ­ພີ່ນ້ອງ............................­ເຊື້ອ­ຊາດ­ຕະ­­ກູນ­ລາວ 
ຢ່າ­­ໃຫ້­ຂາວ­ເປັນ­ດໍາ............................ມົວມອງ­ຄອງ­ຫ້ຽນ 
ພາ­ກັນ­ພຽນ­ຮັກ­ສາ­­ໄວ້.........................ຮີດ­ຄອງ­ອັນ­ລ້ໍາ­ຄ່າ 
ປີ­­ໃໝ່ມາຮອດ­­ແລ້ວ............................ປະ­­ສົງ­ສ້າງ­­ແຕ່ງ­ບຸນ 
ເພື່ອ­­ໃຫ້­ຕົນ­ຫລຸດ­ພົ້ນ..........................ຄວາມ­ທຸກ­­ໃນ­ມະ­­­­ໂນ 
ຄວາມ­­ໂມ­­ໂຫ­­ໂທ­­ໂສ............................­­ໂລບ­ຫລົງ­ປົງ­­ໄວ້ 
ເອົາ­­ໃຈ­­ໃສ່­ຄົນ­­ໃກ້...............................ຜູ້ມີ­ຄຸນ­ອັນ­ປະ­­­ເສີດ 
ເຊັ່ນ­ປູ່­ຕາ­ຍ່າ­ເຖົ້າ...............................ຜອງ­ເຖົ້າ­ພໍ່­­ແມ່­ຕົນ 
ອີກ­ນຶ່ງ ສອນ­ໝູ່­ເດັກ­ໜຸ່ມ­ນ້ອຍ................ຜູ້­ເກີດ­­ໃໝ່­­ໃຫຍ່­ລຸນ 
ໃຫ້­ເຫັນ­ຄຸນ­ເຫັນ­ຄອງ...........................ອັນ­ຄ່ອງ­ຄື­ລາວ­­ແທ້ 
ບໍ່­ສີ­­ແດ­ງ­ສີ­­ແຫຼ້..................................­­ແປງ­ຜົມ­ເປັນ­ຊາດ­ອື່ນ 
ບໍ່­­ແປງ­ຜືນ­­ແຜ່ນ­ຜ້າ.............................­­ໃຫ້­ເຫັນ­ກົ້ນ­ບາດ­ນຸ່ງ­ຮົມ 
ຢ່າ­­ໄດ້­ຫຼົງ­ນໍາ­ກົ້ນ................................ດາຣາ­­ໄກ­­ໃຈ­­ແຕກ 
ນຸ່ງ­ກະ­­­­ໂປ່ງ­­ແຫກ­ທ້າຍ..........................ພາ­ກັນ­ຍ້ອງ­ວ່າງາມ 
ມັນ­ເສຍ­ນາມ­ເສຍ­ເນື້ອ..........................ສະ­­ກຸນ­ລາວ­ມູນ­­ແມ່ ­ເຮົາ­­ແລ້ວ 
ຮັກ­ສາ­­ແນວວາດ­­ໄວ້............................­ເພື່ອ­ຫຼານ­ຫຼ້າ­ສືບ­­ໄປ ນັ້ນ­ທ້ອນ.

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 8, 2012 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

 ນາງເອີຍ! 
ຢາກເວົ້າ­ລົມ­ກັບເຈົ້າ ..........ຈົນ­ໃຈເຮົາ ບໍ່ກ້າເອີ່ຍ 
ຢາກ­ສະ­ເຫລີຍບອກ­ໃຫ້­ຮູ້ .........ວ່າ­ໃຈ­ອ້າຍ­ນີ້­ຄິດ­ນໍາ 
ຄິດ­ອ່ໍາຫລ່ໍາ­ນໍາ­ໃບ­ຫນ້າ ..........ຍາມ­ຍິ້ມມາເກີນ­ວ່າ­ຄ່ອງ 
ໄດ້­ແຕ່­ພຽງ­ລັກ­ຈ້ອງ ຍາມ­ນ້ອງກາຍ­ຜ່ານ­ຫນ້າ ທາງ­ຄວາມ­ກ້າ­ອ້າຍ­ບໍ່ມີ 

ໄດ້­ລັກ­ແນມເຈົ້າ­ແບບ­ນີ້ ..........ບໍ່­ຫານເອີ່ຍ­ຄວາມ­ໃນ­ໃຈ 
ກາຍ­ຫນ້າ­ກັນ­ພຽງ­ທາຍ­ທັກ .........ສະ­ບາຍ­ດີ ທໍ່ນັ້ນ 
ລັບ­ຫລັງ­ກັນ­ຄິດເຫັນ­ຫນ້າ ..........ຈິນ­ຕະ­ນາການ­ຄວາມ­ມຸ່ງມາດ 
ບາດ­ໄດ້­ຢູ່­ໃກ້ໆ­ຂ້າງ ..............ພັດ­ທາງ­ອ້າຍ­ປາກ­ບໍເປັນ ພະ­ນ໋າ 

ຫົວ­ໃຈ­ມັນ­ສຸດ­ຕື່ນເຕັ້ນ ..........ຍາມເຫັນເຈົ້າ­ຄົນ­ດີ 
ຄວາມ­ກ້າຫານ­ທີ່ເຄີຍ­ມີ ..........ສະ­ຫລາຍ­ຫນີ­ໄປຫມົດ­ກ້ຽງ 
ໄດ້­ແຕ່­ພຽງ­ລັກ­ລີ້ ..............ລັກ­ແນມ­ນໍາເຈົ້າ­ຫ່າງໆ­ 
ໃຈປາ­ຊິວ­ທຸກໆ­ຄັ້ງ ..........ຍາມນາງ­ຍິ້ມ­ສົ່ງມາ 

ອ້າຍ­ຂໍ­ໂທດເດີ້ນ້ອງ­ຫລ້າ .........ຫາກ­ວ່າ­ລົບກວນ­ຫລາຍ 
ຫາກ­ສາຍ­ຕາ­ໄປ­ລົບກວນ .........­ໂປດອະ­­ໄພ­ແນ່ເດີ້ເຈົ້າ 
ຊ່ວຍ­ຄົນເຫງົາ­ຄົນ­ນີ້ ................­ໄດ້ມີກໍາ­ລັງ­ໃຈ­ສູ້­ຕໍ່ 
ໄວ້ມື້­ໃດ­ໃຈ­ກ້າ­ພໍ ຊິ­ຂໍບອກ­ຮັກເຈົ້າ­ຕໍ່­ຫນ້າ ພ້ອມ­ຕາ­ຈ້ອງ­ນ້ອງ­ບໍ່ວາງ ­ແທ້ນ໋າ (ຄັ້ນ­ຄົນ­ອື່ນ­ບໍ່­ຈີບກ­ອ່ນ ອິໆ­ໆ­ໆ­) ເອົາເຂົາມາເຫັນມ່ວນດີ ກະເລີຍເອົາມາໃຫ້ມິດທັງຫຼາຍສາຍອ່ອຍລາຍສາຍພັນລາວອ່ານ ຮາາາາາາາາາາາາາາາາາາາາາ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 17, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ໂຊກຊະຕາ                                         ຟ້າເປັນຜູ້ລິຄິດ

ສ່ວນຊີວິດຂອງຜູ້ຂ້າ                          ໃຜຢ່າແຫຍມ

ໂຊກຊາຕາໄດ້ພຽງແຕ່                       ເປັນຜູ້ຜູ້ແນມ

ບໍໄດ້ຂີດແຕ້ມ             ຊີວິດຂ້າ              ຫນ້າຫົວເອີຍ

 

ຄົນຈະງາມ             ງາມນ້ຳໃຈ               ບໍແມ່ນໃບຫນ້າ

ຄົນຈະດີ                ດີທີ່ກິລິຍາ                ບໍແມ່ນປາກຫວານ

ຄົນຈະແກ່            ແກ່ຄວາມຮູ້               ບໍແມ່ນເກີດດົນນານ

ຄົນຈະລວຍ            ລວຍສິນທານ            ບໍແມ່ນບ້ານໃຫຍ່ຫຼູຫຼາ

 

ຂອບໃຈຄຳຕຳນິຕິຊົມຈາກທຸກທ່ານ

ຂຽນເມື່ອ ຂຽນເມື່ອ: ພ.ພ.. 28, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ເຂົາມີສ່ວນ................... ຊົ່ວແນ່ ......................... ຊ່າງຫົວເຂົາ

ຈົ່ງເລືອກເອົາ ............ ສ່ວນດີ ........................... ເຂົາມີຢູ່

ເປັນປະໂຫຍດ ............. ຕໍ່ໂລກ ................ ຢ່າງໜ້າດູ

ສ່ວນທີ່ຊົ່ວ................... ຢ່າໄປຮູ້ .................... ຂອງເຂົາເລີຍ

ຈະຫາຄົນ ................. ມິດີ............................ ໂດຍຢ່າງດຽວ

ຢ່າມົວທຽ່ວ ............... ຄົ້ນຫາ......................ສະຫາຍເອີ້ຍ

ເໝືອນທຽ່ວຫາ ............ ໜວດເຕົາ................ ຕາຍເປົ່າເລີຍ

ຝຶກໃຫ້ເຄືຍ .................. ເບີ່ງແຕ່ດີ ...................... ມີຄຸນຈິ່ງ