ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 22, 2010 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

►ຮູ້ຈັກຕົນ ແລະ ທີ່ຕັ້ງ                      ຖານະຂອງຕົນເດີທ່ານ

ເປັນຄົນກຶກກອງຄັກ                         ຮອບໂຮມໃຫ້ເຫັນກ້ຽງ

ຈະຄິດຫຍັງ ຫຼື ຈະເວົ້າ                      ຈະທຳຫຍັງໃຫ້ໃສສ່ອງ

ສອດຄ່ອງທັງຖືກຕ້ອງ                       ເໝາະສົມໃນໜ້າທີ່ແລ້ວ ຕົນເຈົ້າຈຶ່ງກະທຳ!

►ການບໍ່ຄິດໃຄ່ຮູ້                            ເຫັນເລື່ອງຂອງຕົນ

ຕີລາຄາຕົນຜິດ                               ເກັ່ງກາຍເກີນພົ້ນ

ເຂົ້າກະທໍຍໍກົ້ນ                                ຕົນຍໍມັນບໍ່ແມ່ນ

ຕົນເປັນແລນບອກຄົນອື່ນວ່າ: ແຂ້          ກະແຕນ້ອຍອະເຫີ່ຍຫົວ ແລ້ວນໍ!

 

                                                 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 22, 2010 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

" ຢາກໃຫ້ເພື່ອນໆທຸກຄົນ ຢ່າເຮັດໃຫ້ແມ່ຂອງຕົນເອງເສຍໃຈ, ຮັກແມ່ຕ້ອງເຮັດໃຫ້ແມ່

ຂອງເຮົາມີຄວາມສຸກ ຈົ່ງຢ່າເຮັດໃຫ້ແມ່ເປັນທຸກຍ້ອນເຮົາ "

ຫົວອົກແມ່ແສນແສບຮ້ອນ                    ນອນນັ່ງບໍ່ເປັນສຸກ

ອຸກອັ່ງໃນຫົວໃຈ                                 ຂື່ນຂົມຄາແຄ້ນ

ແໜ້ນອົກທວງທົງສະບັ້ນ                        ຄືນວັນແສນໂສກ

ໂລກຫົວໃຈຕັນຕີບແໜ້ນ                        ນໍ້າຕາຍ້ອຍຍ່າວໄຫຼ

ພໍເມື່ອຮູ້ຂ່າວໄດ້                               ວ່າລູກອ່ອນໄປຕິດຢາ

ຮ່າງກາຍາໂຊຜອມ                              ລ່າເຫຼືອງໂຕລ້າ

ບໍ່ມາເຮືອນໄປຫາຫຼິ້ນ                            ກິນສຸລາເສບຢາຕໍ່

ສູບຢາມ້າ-ກິນຢາມ້າຍັງບໍ່ພໍ                     ຍັງເດີນເລິກໄປສູ່ມື້

                                                                ເປັນໜ້າເວດທະນາ ແທ້ນໍ!

ເມື່ອກ່ອນລູກແມ່ຕຸ້ຍ                         ສຸຂະພາບແຂງແຮງດີ

ພ້ອມພໍ່າທັງສີສັນ                                ສະຫງ່າງາມນິຍົມຍ້ອງ

ໃຈປອງດອງສັນສ້າງ                           ເຮືອນຊານກັບພໍ່ແມ່

ສາມັກຄີອ້າຍ-ເອື້ອຍ-ນ້ອງ                     ເຮືອນຢ້າວຊຸ່ມເຢັນ

ບັດນີ້ລູກເລາະຫຼິ້ນ                          ນຳໝູ່ກິນສຸລາ

ຮອດບໍ່ກັບມາເຮືອນ                            ຮ່ວມນຳຄອບຄົວຊໍ້າ

ແມ່ແລ່ນນຳຫາຄຳແກ້ວ                        ບຸດຕາລູກແມ່ ແພງເອີຍ!

ລູກພັດແວເຊື່ອງໜ້າ                           ບໍ່ມາເວົ້າຕໍ່ແມ່ຄິງ

ຈິດແມ່ຄິດກ່ອມກິ້ງ                          ຄະນິງແຕ່ບຸດຕາ

ກັບຄືນມາສາແພງຂວັນ                        ພໍ່-ແມ່ຄອຍທາງບ້ານ

ການກິນຢູ່ໃນເຮືອນຢ້າວ                       ແມ່ບໍ່ເຄີຍປະປ່ອຍ

ແມ່ລ້ຽງເຈົ້າແຕ່ນ້ອຍ                           ຈົນເຈົ້າໃຫຍ່ມາ

ບໍ່ໄດ້ປະໃຫ້ລູກແກ້ວ                        ອຶດຢາກແນວໃດ

ທຸກຫຼືມີບໍ່ເຄີຍໄລ                                ຫ່າງເຫີນບຸດແກ້ວ

ແນວບໍ່ດີໃຫ້ເຊົາທ້ອນ                          ແມ່ຂໍວອນໃຫ້ກັບຕ່າວ

ແມ່ຮຽກເອີ້ນລູກຈົ່ງຟ້າວ                       ໃຫ້ມາທ້ອນລູກແມ່ເອີຍ!                                         

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 10, 2010 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກະວີ

ລອງອ່ານກັນເບິ່ງເດີເພື່ອນໆ, ເປັນຈັ່ງໃດກະຊ່ວຍກັນວິພາກວິຈານແດ່ເດີ

* ພໍ່-​ແມ່​ຮັບ​ຂ່າວ​ຂໍ້                ຈາກ​ຄົນ​ອື່ນ​ຊີມ​ຊັບ ກັນນັ້ນ

ຄວາມ​ລັບ​ລົມ​ຂົມ​ໃນ               ​ເລື່ອງ​ຈິ¤​ບໍ່​ທັນ​ຮູ້

ພໍ່-​ແມ່ຟັງ​¹øຊ້າຍ                  ຫູ​ຂວາ”ກຸນ​ແຈ​”ໃສ່

ຄັນ​ຊິ​ໄຂ​ຂ່າວ​ໃຫ້                  ບໍ່​ທັນ​ແຈ້ງ​ແຈບ​ກະ​ໃຈ

* ພໍ່-​ແມ່ພຽງ​ແຕ່​ໄດ້               ຮັບ​ຮູ້​ຂ່າວ​ພໍ​ພາງໆ

ວ່າ​ອີ່​ນາງ​ຂອງ​ເຮົາ                ລູກຄິງຂວັນ​ຂ້ອຍ

ຈາກ​ຕູບ​ຕອງ​ເຮືອນ​ນ້ອຍ            ໜີດອຍ​ໄກ​ຖິ່ນ

​ໄດ້​ຍິນ​ເຂົາ​ກ່າວ​ເວົ້າ               ວ່າ​ຕົນ​ເຈົ້າ​ຕ່າງ​ແຕ່ຫຼັງ

* ບໍ່​ຄື​ຄາວ​​ເມື່ອ​ຄັ້ງ                ຢູ່​ດອມ​ແມ່​ມານ​ດາ

ລົມ​ຫາກ​ມາ​ລອຍ​ພັດ               ຝາກ​ເຖິງ​ຫູ​ພີ້

ດຽວນີ້​ເປັນ”ດາວ”​ເຕັ້ນ              ໂຊ”​ຂາ”​ຄື​ເຂົາ​ຊ່າ ຊັ້ນ​ບໍ?

ພໍ່-​ແມ່ຮູ້​ຂ່າວ​ຂໍ້                   ກໍ່​ເລີຍ​ມ້ອຍ​ເມື່ອຍ​ໃຈ

* ສິ້ນໝີ່-​ໄໝມອບ​ໃຫ້              ລູກ​ນຸ່ງ​ທົງ​ຖື

​ໃຫ້​ຄ່ອງ​ຄື​ນຳ​ເຂົາ                  ໜຸ່ມສາວ-ຊາວບ້ານ

ຍາມ​ເບິ່ງ​ຕະການໜ້າ               ງາມ​ເຂົາ​ຜູ້ຫຼຽວລໍ່າ

ຖືກ​ກັບ​ວັດທະນະທຳ                ຂອງ​ຍິງ​ລາວ​ແຕ່​ເຄົ້າ​

                              ບໍ່​ທັນ​ເສົ້າ​ເກົ່າ​ສະ​ໄໝ

* ລູກ​ພັດ​ໄປ​ແຫກ​ຂ້າງ              ເປັນ​ຈ່າງ​ປ່າງ​ເສຍ​ສູນ ​ແມ່ນ​ບໍ?

ຍັງ​ບໍ່​ທັນ​ພຽງພໍ                    ແຫກ​ຕື່ມ​ເຕີມ​ທາງ​ກົ້ນ

ມັນ​ຜິດ​ຄອງ​ຄົນ​ເຖົ້າ                 ຍາມ​ນາງ​ຍ້າຍ​ຍ່າງ

​ເບິ່ງ​ທ່າ​ທາງຄື​ດັ່ງ​ຟ້າ​ແມບ-​ເຫຼື້ອມ        ຍາມ​ຍ້າຍ​ຍົກ​ຂາ

​* ​ເບິ່ງ​ຈັງຫວະ​ວາດ​ຟ້ອນ             ບໍ່​ເຕື້ອງ​ຕໍ່​ຄອນ​ສະຫວັນ

ສາລະ​ວັນ-ລຳວົງ                  ວ່າບໍ່​ເຄີຍ​ຮຽນຮູ້

​ໄປ​ຮຽນດູ-ຮຽນ​ເຕັ້ນ                 ກໍ່​ເລີຍ​ເປັນຈັງ​ຫວະ​ໃໝ່

ຈັງຫວະ​ໄກ່​ລວກ​ນ້ຳຮ້ອນນ            ຕາຄ້າງເລືອກ​ກລົນ

* ອັນ​ນີ້ຄົນ​ກ່າວ​ເວົ້າ                 ມັນ​ແມ່ນ​ຄວາມ​ຈິງ ອີ່ຫຼີບໍ່?

ຖ້າ​ບໍ່​ເປັນຄວາມ​ຈິງ​ຢ່າ​ເອົາ​ຜີ​ມາ​ສິງ​       ຢູ່​ຈອມ​ໃຈ​ເຈົ້າ

ຢູ່​ໃນ​ຄົນ​ເຮົາ​ນີ້                     ມີ​ຕາ-ມີ​ປາກ

ຕາ​ເຫັນ-ປາກ​ໄຂ​ຂ່າວ​ຂໍ້               ໃນ​ເລື້ອງ​ເລື່ອງ​ເພິ່ນ​ເຫັນ

* ຄັນ​ບໍ່​ເປັນ​ດັ່ງ​ເວົ້າ                 ຍົກ​ໂທດ​ໂທສາ

ຢ່າ​ຖື​ຊາ​ຫາ​ສຽງ                    ຜູ້​ເພິ່ນ​ປອງ​ຜິ​ເວົ້າ

ກັບ​ມາ​ເຮືອນ​ເຮົາ​ທ້ອນ               ນອນ​ຢາມ​ພໍ່-​ແມ່

​ເຂົ້າ​ສຸກ​ເຫຼືອງ​ແກ່​ແລ້ວ               ຫອມ​ກຸ້ມ​ກ່ອມ​ໃສ່​ດັງ ​ແລ້ວ​ເດ!