ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 27, 2010 | ມີ 27 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ປະກາດເຖິງບັນດາທ່ານສາມີ ທີ່ມີສີພັນລະຍາທັງຫຼາຍ ແລະ ບັນດາທ່ານ

ຊາຍທຸກໆທ່ານກະດີເນາະລອງສຶກສາເບິ່ງເດີ

 

ຮັກເມຍຕ້ອງອົດທົນ                        ຕ້ອງເປັນຄົນເຄົາລົບເມຍ

ຮັກເມຍຕ້ອງສົ່ງເສຍ                            ຢ່າໃຫ້ເມຍຕ້ອງສົງໄສ

ຮັກເມຍຕ້ອງຮັກດຽວ                           ຢ່າທ່ຽວໄປຮັກໃຜ

ຮັກເມຍຕ້ອງທຳໃຈ                             ເຖິງແນວໃດເຂົາກໍ່ເມຍ

ຮັກເມຍຢ່າຂີ້ເຫຼົ້າ                           ຖ້າເມຍເຫງົາເຮົາຈະເສຍ

ຮັກເມຍຢ່າອ່ອນເພຍ                           ຄົນຮັກເມຍຕ້ອງແຂງແຮງ

ຮັກເມຍຢ່າຮຸນແຮງ                             ຄ່ອຍໆແຊງຢ່າຂັບໄວ

ຮັກເມຍຕ້ອງຍອມເມຍ                     ເພາະວ່າເມຍບໍ່ຍອມໃຜ

ຮັກເມຍຕ້ອງເຂົ້າໃຈ                            ບໍ່ມີໃຜໃຫຍ່ກວ່າເມຍ

ຮັກເມຍຢ່າຖຽງເມຍ                            ຄຳເວົ້າເມຍໃຫຍ່ກວ່າໃຜ

ຊາດໜ້າມີສັນໃດ                               ຈົ່ງຈຳໄວ້ຢ່າມີເມຍ

 

   ( ອິອິອິ ເວົ້າຫຼິ້ນເດີ ເຖິງແນວໃດກະຢ່າຊູ່ຟ້າວຫຼາບ-ຟ້າວຈື່ກັນເທື່ອເດີ )

                           ໄດ້ຂໍ້ມູນມາຈາກໜັງສືພິມວຽງຈັນໃໝ່ເດີ

   

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 25, 2010 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ເພື່ອນໆລະມີຄວາມເຫັນກັນແນວໃດ, ວ່າມາເບິ່ງ?

►ແມງວັນວ່າ:

" ວຽງຈັນຄວນອາບເອ້              ແສນສິ່ງສົກກະປົກງາມໃດ໋

ທຸກຢ່າງຄວນມີຄົບ                   ຊະຊາຍຊຸມເປື້ອນ

ດິນຄວນອຸດົມດ້ວຍ                  ຂອງຄາວແນວເນົ່າ

ພ້ອມພໍ່າກອງຂີ້ເຫຍື້ອ               ຄວນໃຫ້ຫຼາກຫຼາຍ "

►ຍຸງລາຍວ່າ: 

" ຄວນໃຫ້ມີບວກນໍ້າ                ຕາມເດີ່ນຮຽງເຮືອນ

ຂອງເສດຊຸ່ມປ໋ອງໂປະ             ຕົ່ງຝົນຂັງນໍ້າ

ແຄມທາງຄວນມີຫຍ້າ               ຍາວສູງແສນແຫ່ງ

ໃນເຮືອນອຸແອ່ງນໍ້າ                 ຂັງໄວ້ຊູ່ວັນ "

► ໜູວ່າ:

" ຕາມເຮືອນຊານກໍ່ໃຫ້             ຈັດແຈ່ງຄືກັນ

ເຮັດໃຫ້ມັນລຸງລັງ                   ຢັ່ງຢາຍຂອງໃຊ້

ເຄື່ອງຂອງເຮືອນເຮົາໃຫ້           ກອງກັນຂີນໄຂວ່ 

ໃນແຈກັນຮົກເຮື້ອ                  ໂຮມໄວ້ແປດປົນ "

► ແມງມູມວ່າ:

" ບໍ່ຕ້ອງປັດກວດພື້ນ               ຝາຝໍ່າເພດານ

ປ່ອຍໃຫ້ມັນມົວໝອງ                ດ່າງດາວດຳເປື້ອນ

ຈຶ່ງບໍ່ເປືອງເງິນຊື້                    ສີທາ-ຟອຍກວດ

ງາມເພາະຝອຍຝຸ່ນເອ້              ໄຍຫຍຸ້ງຍາບຍອຍ "

► ຄົນເອີ່ຍ!......

" ຄວາມຄິດເຈົ້າ                     ມີດັ່ງໃດເດ່?

ເຫັນສົມຄວນຄືເຂົາ                  ບໍ່ນໍແນວນັ້ນ?

ຄັນບໍ່ເຫັນດີດ້ວຍ                     ຄືເຂົາກອຍກ່າວ

ເຊີນຄົນລຸກຂຶ້ນເວົ້າ                  ໃນທີ່ປະຊຸມ ເບິ່ງດູ! "