ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 15, 2011 | ມີ 20 ຄຳເຫັນ ແລະ 0 trackback(s)

                                             ຄົນໝວດເລືອດO

+ ດ້ານນິໄສໃຈຄໍ

           ຄົນໝວດເລືອດO ເປັນຄົນທີ່ມີຈິດໃຈດີງາມ, ເອື້ອເຝື້ອເຜື່ອແຜ່, ໃຈກວ້າງ, ມີນໍ້າໃຈຕໍ່

ຜູ້ອື່ນມີຄວາມໂອບເອື້ອອາລີ ແລະ ທີ່ສຳຄັນ: ຄົນໝວດເລືອດO ສາມາດໃຫ້ເລືອດແກ່ຄົນທີ່ມີ

ໝວດເລືອດ A, AB, B & O ໄດ້, ແຕ່ບໍ່ສາມາດຮັບໝວດເລືອດໃດໄດ້ ນອກຈາກໝວດເລືອດ

O ດ້ວຍກັນ.

- ເຫັນບໍ່ຫັ້ນວ່າ: ຄົນໝວດເລືອດO ມີນໍ້າໃຈຂະໜາດໃດ? ເປັນຜູ້ໃຫ້ຢ່າງດຽວເລີຍ!

+ ດ້ານການງານ 

           ຄົນໝວດເລືອດO ເປັນຄົນທີ່ມີຄວາມມູ່ງໝັ້ນ, ແນ່ວແນ່ ແລະ ຕັ້ງໃຈທຳງານ ຖ້າຫາກ

ເຂົາໄດ້ຍິບຈັບງານຊິ້ນໃດແລ້ວ ເບິ່ງຄືວ່າ: ຄວາມສຳເລັດມັກຈະລໍເຂົາຢູສະເໝີ.

   - ນີ້ແມ່ນດ້ານການງານຂອງຄົນໝວດເລືອດO.

+ ດ້ານການເງິນ

           ຄົນໝວດເລືອດO ເປັນຄົນທີ່ຫາເງິນໄດ້ເກັ່ງ ແຕ່ກໍ່ຈ່າຍເກັ່ງພໍໆກັນ.

- ແລ້ວເມື່ອໃດຈະລວຍລະແບບນີ້!

+ ດ້ານຄວາມຮັກ

           ຄົນໝວດເລືອດO ເບິ່ງໆແລ້ວມັກຈະເປັນຄົນທີ່ຕົກຫຼຸມຮັກໃຜໄດ້ງ່າຍໆ ຈົນໃນບາງຄັ້ງ

ອາດເບິ່ງໄດ້ວ່າ: ເປັນຄົນທີ່ເຈົ້າຊູ້ໃນສາຍຕາຂອງຄົນອື່ນ! ແຕ່ຈິງໆແລ້ວ ຖ້າຄົນໝວດເລືອດ

O ໄດ້ຮັກໃຜແລ້ວກໍ່ຈະຮັກຈິງ ແລະ ມີພຽງຄົນດຽວທີ່ຢູ່ໃນໃຈ;  ຄົນໝວດເລືອດO ເປັນຄົນທີ່ບູຊາ

ໃນຄວາມຮັກ! ເມື່ອມີຮັກແລ້ວ ເຂົາກໍ່ພ້ອມທີ່ຈະເສຍໃຈສະເໝີ ຖ້າຄວາມຮັກຫາກບໍ່ສົມຫວັງ.

- ນີ້ແມ່ນຄວາມຮັກຂອງຄົນໝວດເລືອດO.

ຂໍ້ເສຍ

           ຄົນໝວດເລືອດO ເປັນຄົນຮັກ ທີ່ຂີ້ລະແວງ-ຫຶງຫວງເປັນທີ່ສຸດ, ໃນຫົວຄິດຂອງເຂົາ

ມັກຈະເຕັມໄປດ້ວຍຄວາມຄິດລ້ານແປດ, ເຂົາມັກຈະຈິນຈະນາການໄປຕ່າງໆນາໆ ເຊິ່ງໃນບາງ

ຄັ້ງເຂົາກໍ່ຄິດໄປເອງຝ່າຍດຽວ.

- ບໍ່ຄ່ອຍຈະຖືກປານໃດໃນຂໍ້ນີ້!

ເວລາອົກຫັກ

           ຈິງໆແລ້ວຄົນໝວດເລືອດO ເປັນຄົນທີ່ຮັກໃຜຮັກຈິງ, ເຂົາມັກຈະຈິງຈັງຕໍ່ຄວາມຮັກສະ

ເໝີ! ເວລາຮັກໃຜແລ້ວກໍ່ຈະທຸ້ມໃຫ້ໝົດຫົວໃຈ, ແຕ່ພໍອົກຫັກກັບເປັນຄົນລະເລື່ອງ! ເຂົາຈະບໍ່ຍອມ

ຮ້ອງໄຫ້ຟູມຟາຍ ເຖິງແມ່ນວ່າ: ຈະເຈັບປວດພຽງໃດກໍ່ຕາມ! ຄົນໝວດເລືອດນີ້ ຈະຕັດໃຈແລ້ວ

ເດີນຈາກໄປເຮັດຄືກັບວ່າ: ບໍ່ມີຫຍັງເກີດຂຶ້ນ.

- ກໍ່ຕົງດີ ^ _ ^

+ ດ້ານອາລົມ

            ເວລາທີ່ຄົນໝວດເລືອO ໄດ້ໂມໂຫແລ້ວ......ກໍ່ຄອຍເບິ່ງລິດເຂົາເທາະ! ເຂົາມັກຈະມີອາ

ລົມທີ່ຮຸນແຮງ, ຮ້າຍກາດ ຍາກທີ່ໃຜຈະທຽບເທົ່າ ແລະ ຕ້ານທານໄດ້ ເຊິ່ງກົງກັນຂ້າມກັບຕອນທີ່

ອາລົມດີໄປຢ່າງສິ້ນເຊິງ!! ຖ້າຫາກເຂົາໄດ້ໂມໂຫແລ້ວ.......ຢ່າໄປຂວາງເຂົາລະກັນ! ຮັບຮອງວ່າ:

ຢຸດຢັ້ງເຂົາບໍ່ໄດ້,  ແຕ່ໃຫ້ຄ່ອຍຫາສາເຫດທີ່ເຮັດໃຫ້ເຂົາໂມໂຫໃຫ້ເຂົາຟັງ, ຖ້າຫາກເຂົາຫາກຮູ້ເຫດ

ຜົນທີ່ເຮັດໃຫ້ເຂົາໂມໂຫແລ້ວ! ເຂົາກໍ່ຈະຄ່ອຍລົດຄວາມໂມໂຫລົງເອງ( ການອະທິບາຍດ້ວຍເຫດ

ຜົນ ເປັນຈຸດສຳຄັນຂອງຄົນໝວດເລືອດນີ້! ).

- ຕົງດີເນາະ! ^ + ^

         ແລະຄົນໝວດເລືອດO ຄົນນັ້ນກໍ່ຄື: ຂ້ອຍເອງ......... ^ + ^ ອິອິອິ

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 10, 2010 | ມີ 9 ຄຳເຫັນ ແລະ 0 trackback(s)

ສະເພາະເອື້ອຍນ້ອງຍິງເທົ່ານັ້ນ

           ລອງຕອບຄຳຖາມເຫຼົ່ານີ້ເບິ່ງ( ຫ້າມແອບເບິ່ງຄຳຕອບກ່ອນເດັດຂາດ

" ດຽວຈະບໍ່ແມ້ນ " )

1. ເຈົ້າມາທີ່ທະເລ ແລະ ກຳລັງນອນຢູ່ໃຕ້ຄັນຮົ່ມກັນແດດ, ນອກເໜືອຈາກຄັນ

ຮົ່ມກັນແດດຂອງເຈົ້າແລ້ວ ເຈົ້າຄິດວ່າ: ຄັນຮົ່ມກັນແດດກາງຢູ່ຊາຍຫາດມີຈັກອັນ

2. ນອນຢູ່ບຶດ1ກໍ່ມີປູໄຕ່ຂຶ້ນມາ ເຈົ້າຄິດວ່າ: ມີປູຈັກຕົວທີ່ໄຕ່ຂຶ້ນມາ

3. ຕອນນີ້ເຈົ້າກຳລັງຫຼັບຕາຢູ່ຫ້ອງທີ່ມືືດ ເມື່ອເຈົ້າລືມຕາຂຶ້ນມາ ເຈົ້າຈະເຫັນທຽນຈັກເຫຼັ້ມ

4. ເຈົ້າລອງເຮັດໜ້າຂະນະທີ່ເຈົ້າກຳລັງກິນປາເຄັມລອງເບິ່ງ

5. ລອງທຽບຜູ້ຊາຍທີ່ຢູ່ໃກ້ເຈົ້າກັບລະດູການເບິ່ງ ລະຫວ່າງ: ລະດູໃບໄມ້ປົ່ງ, ລະດູຮ້ອນ,

ລະດູໃບໄມ້ຫຼົ່ນ ແລະ ລະດູໜາວ

|

|

|

|

|

|

|

|

|

       ສະເຫຼີຍ

1. ຈຳນວນຄັນຮົ່ມຄື: ຈຳນວນຜູ້ຊາຍທີ່ເຈົ້າມັກຢູ່ໃນຕອນນີ້

2. ຈຳນວນປູຄືື: ຈຳນວນຜູ້ຊາຍທີ່ມາມັກເຈົ້າຢູ່ໃນຕອນນີ້

3. ທຽນທີ່ເຫັນຄື: ຈຳນວນຄົນທີ່ມາຮັກເຈົ້າ

4. ນັ້ນຄື: ສີໜ້າຕອນທີ່ເຈົ້າກຳລັງຈູບຄັ້ງແລກ

5. ທຽບຜູ້ຊາຍທີ່ຢູ່ໃກ້ເຈົ້າ ກັບ ລະດູການ:

- ລະດູໃບໄມ້ປົ່ງຄື: ຜູ້ຊາຍທີ່ເປັນຮັກແລກ

- ລະດູຮ້ອນຄື: ຄົນທີ່ຢາກອອກເດດນຳ ແມ່ນວ່າຄັ້ງດຽວກະຍັງດີ

- ລະດູໃບໄມ້ຫຼົ່ນຄື: ຄົນທີ່ຮັກເຈົ້າຕະຫຼອດການ

-ລະດູໜາວຄື: ຄົນທີ່ຢາກແຕ່ງງານກັບເຈົ້າ

 ( ເປັນແນວໃດລະເພື່ອນໆ ກະແມ້ນຢູ່ຫວາ? )

ໄດ້ຂໍ້ມູນມາຈາກ http/horoscope.kapook.com/view 18228.html