ຂຽນເມື່ອ: ມ.ກ.. 18, 2011
| ມີ
2 ຄຳເຫັນ
ແລະ
0 trackback(s)
ຮອບວຽນຂອງເວລາໃນປີໜຶ່ງຊ່າງໄດ້ສອນອີ່ຫຍັງຫຼາຍຢ່າງແກ່ຄົນເຮົາ. ແຕ່ກໍຂຶ້ນກັບວ່າແຕ່ລະຄົນຈະຢຸດນິ້ງເພື່ອຮັບເອົາບົດຮຽນຈາກເຫດການຂອງທຳມະຊາດທີ່ຜ່ານເຂົ້າມາຫຼືບໍ່. ປີນີ້ຄືກັນກັບປີກາຍ ແລະຄືກັບປີທີ່ຜ່ານໆ ມາ ທີ່ມີທັງລະດູຮ້ອນ(ລະດູຝົນ) ລະດູແລ້ງ(ລະດູໜາວ) ແລະກໍຄົງຈະຜ່ານໄປຄືກັນກັບປີທີ່ຜ່ານມາ. ເຊັ່ນດຽວກັນກັບຊີວິດຂອງຄົນເຮົາທີ່ປຽບເໝືອນລົງເຮືອລຳໜຶ່ງແລ້ວພາຍໄປຫາຈຸດໝາຍປາທາງ ຍ່ອມໄດ້ຜ່ານຄື້ນ, ຟອງ, ພະຍຸ, ເກາະດອນ, ແກ້ງ, ແກ່ວ, ຂອນໄມ້, ໂງ່ນຫິນ ຫຼືຕາດເຫວທີ່ສູງຊັນ ແຕ່ໃນຂະນະດຽວກັນນາວາຊີວິດລຳດັ່ງກ່າວນີ້ກໍອາດຈະພົບພໍ້ກັບວັງນ້ຳທີ່ໃສເຢັນ, ມີຮູບທິວທັດທຳມະຊາດອັນສວຍງາມໃຫ້ຊົມ ແລະມີປູປາເປັນອາຫານລ້ຽງຊີບ.
ຫຼາຍຄົນທີ່ໂຊກດີ ໄດ້ເກີດໃນສະກຸນອັນສູງສັກ ພຽບພ້ອມໄປດ້ວຍວັດຖຸສິ່ງຂອງແລະເງິນຄຳກຽດຍົດສັກສີ. ເມື່ອເຂົາເຈົ້າໄດ້ເຕີບໃຫຍ່ຢູ່ໃນສະພາບແວດລ້ອມທີ່ແສນສະດວກສະບາຍຄືດັ່ງກ່າວ ຈຶ່ງເຮັດໃຫ້ບໍ່ມີໂອກາດໄດ້ຮັບຮູ້ເຖິງຄວາມເມື່ອຍຍາກຂອງການອອກແຮງງານ, ບໍ່ສາມາດຮັບຮູ້ເຖິງລົດຊາດຂອງຄວາມທຸກຍາກຂາດເຂີນ... ຄືດັ່ງຄຳເວົ້າຂ້າງເທິງວ່າ “ບໍ່ຜ່ານລະດູທີ່ເໜັບໜາວ ຈະບໍ່ເຫັນຄຸນຄ່າຂອງຄວາມອົບອຸ່ນ”.
ບາງຄົນເມື່ອມີເງື່ອນໄຂດີ ໄດ້ຢູ່ສະດວກສະບາຍແລ້ວກໍເພີດເພີນຈະເລີນໃຈຫຼົງໃຫຼໄປກັບສິ່ງແວດລ້ອມຈົນຫຼົງທາງ ເຮັດໃຫ້ບັ້ນປາຍຂອງຊີວິດຕົກຕ່ຳ ເຖິງຕອນນັ້ນເຂົາຈຶ່ງໄດ້ຮູ້ວ່າລົດຊາດຂອງຊີວິດທີ່ລຳບາກເປັນແນວໃດ. ເຊັ່ນກັນກັບຄົນທີ່ກຳລັງຕົກລະກຳລຳບາກ, ຫຼັງສູ້ຟ້າໜ້າສູ້ດິນ, ຂຸດດິນສິນໄມ້, ກົ່ນກົກເລົາເກົາກົກຫຍ້າ ເພື່ອຫາລ້ຽງປາກລ້ຽງທ້ອງ ຫຼືເພື່ອຄວາມຈະເລີນກ້າວໜ້າຂອງຊີວິດ ເມື່ອປະສົບຜົນສຳເລັດເຂົາເຈົ້າຈະຮູ້ສຶກວ່າມີຄວາມສຸກທີ່ແທ້ຈິງ ເພາະໄດ້ຜ່ານຄວາມທຸກມາຢ່າງຫຼວງຫຼາຍແລ້ວ.
ດີແລ້ວທີ່ທຳມະຊາດໄດ້ສ້າງລະດູໜາວມາເພື່ອໃຫ້ມວນມະນຸດໄດ້ຮັບຮູ້ເຖິງຄຸນຄ່າຂອງລະດູແຫ່ງຄວາມອົບອຸ່ນ ເພາະເມື່ອບໍ່ມີຄວາມເໜັບໜາວແລ້ວບໍ່ຮູ້ວ່າຈະເອົາອັນໃດມາປຽບທຽບວ່າຄວາມເໜັບໜາວຄືຫຍັງ. ບັນດາອຸປະສັກທີ່ຂວາງທາງ ເປັນດັ່ງເຄື່ອງອຸປະກອນທີ່ໃຫ້ເຮົາເຝິກຊ້ອມເພື່ອໃຫ້ມີທັກສະໃນການດຳເນີນຊີວິດຕໍ່ໄປ. ຄົນເຮົາຖ້າບໍ່ລົ້ມຈະຮູ້ໄດ້ຈັ່ງໃດວ່າການລຸກມັນເປັນຈັ່ງໃດ ລົ້ມຫຼາຍໆຄັ້ງຈະບໍ່ແມ່ນຈະເຮັດໃຫ້ມີຄວາມຊຳນານໃນວິທີລຸກທີ່ວ່ອງໄວເທົ່ານັ້ນ ຫາກຍັງສອນໃຫ້ຮູ້ແມ່ນແຕ່ວິທີລົ້ມເພື່ອບໍ່ໃຫ້ເຈັບ.