
ຂຽນເມື່ອ: ມ.ກ.. 20, 2011
| ມີ
0 ຄຳເຫັນ
ແລະ
0 trackback(s)
ຍຳໄຂ່ຈືນ

ເຄື່ອງປຸງ
ໄຂ່ຈືນກອບ 5 ໜ່ວຍ
ຫອມໃຫຍ່ຊອຍ 1/2 ຖ້ວຍ
ໝາກເປັດນ້ອຍ 10 ໜ່ວຍ
ນ້ຳໝາກນາວ 2 ບ່ວງ
ນ້ຳປາ 2 ບ່ວງ
ນ້ຳຕານ 2 ບ່ວງ
ແຄລັອດຊອຍເປັນເສັ້ນນ້ອຍໆ 1/2 ຖ້ວຍ
ໃບເຊີນາລີ່ຊອຍເປັນທ່ອນ 2 ຕົ້ນ
ວິທີເຮັດ
1. ໄຂ່ຈືນກອບຕັດເປັນຕ່ອນພໍດີຄຳ
2. ກຽມນ້ຳຍຳ ໝາກເຜັດທຸບພໍແຕກ ປະສົມນ້ຳປາ ນ້ຳຕານ ນ້ຳໝາກນາວ
3. ເອົາຂອງທຸກຢ່າງປະສົມລວມ ຄົນໃຫ້ເຂົ້າກັນໃຫ້ເຂົ້າກັນ ຊິມລົດຊາດ ເພິ່ມເຕິມໄດ້ຕາມມັກ
4. ເວລາຈັດເສີບ ຮອງດ້ວຍຜັກກາດຫອມ ຫລືຮັບປະທານກັບເຂົ້າຈ້າວກໍແຊບດີ