ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 15, 2009 | ມີ 27 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ
ອີ່ຫຍັງມັນຊິຂະໜາດນັ້ນ….ຂ່າວບໍ່ໃຫຍ່ແຕ່ກະພໍເປັນເລື່ອງທີ່ຄວນຮູ້ໄວ້ດີກວ່າ.
ເກີດຂໍ້ສົງໃສມາຕັ້ງດົນວ່າ…ເປັນເວລາຫຼາຍປີແລ້ວ,ຍ້ອນຫຍັງອາເມລິກາບໍ່ມີການຜູກສຳພັນທະໄມຕີນຳລາວ(ຊຳ)
ເຫັນແຕ່ມັກໄປພົບປະປະເທດອອ້ມຂ້າງ(ຍົກເວັ້ນລາວ)…ຫຼຶເປັນຍ້ອນເຮົາບໍ່ມີສິ່ງທີ່ດຶງດູດໃຈ?
ແຕ່ຍັງຈື່ໃດວ່າ…ຄັ້ງທີ່ອາເມລິກາຫາສຽງຕົວແທນພັກໄປຊິງຕຳແໜ່ງປະທານະທິບໍດີ
ລະຫ່ວາງໂອບາມາກັບເຮລາລີ(ຂ້ອຍເຊຍເຮລາລີ) ແຕ່ສຸດທ້າຍໂອບາມາກະໄດ້ເປັນຕົວແທນພັກຈາກສຽງໂຫວດທີ່ຫຼາຍກວ່າ.
ບັ້ງເອີນ:ໄດ້ຂ່າວທາງFMອົດສະຕາລີມື້ເຊົ້ານີ້….
(ໃຈຈັບຄວາມໄດ້ໜ້ອຍດຽວເພາະວ່າບໍ່ໄດ້ອັງກິດ ອິອິ) ເລີຍໄປອ່ານທາງເວັບວ່າອາເມລິກາກ່ຽວກັບລາວແລະກຳປູເຈຍ.
ຄຳຕອບທີ່ຫາກະເຂົ້າໃຈ..ອໍ…ທີ່ແທ້ເປັນຍ້ອນວ່າ ລາວເປັນພວກກຸ່ມຄອມມູນິດລັດທິມາກ-ເລນິນ(ແຕ່ກີ້),
ເລີຍເຮັດໃຫ້ສາຍພົວພັນກັບອາເມລິກາບໍ່ໄດ້ຫຼາຍປານໃດເປັນເວລາຫຼາຍປີແລ້ວ.
ຄວາມສຳພັນລະຫວ່າງອາເມລິກາກັບລາວມີຄວາມລະຫອງລະແຫງກັນກ່ຽວກັບເລື່ອງທະຫານອາເມລິກາທີ່ສູນຫາຍໄປຕັ້ງແຕ່ຄັ້ງສົງຄາມອິນດູຈີນ,
ສ່ວນສຳພັນກັບກຳປະຈູຂຸ່ນມົວເນື່ອງຈາກການຄໍຣັບຊັນໃນປະເທດນັ້ນ,ລວມທັງການດຳເນີນການເອົາອາຊະຍາກອນຂະເໝນແດງໄປລົງໂທດ.
ອາເມລິກາໄດ້ປັບຄວາມສຳພັນການຄ້າກັບລາວໃນປີ2004ແລະ2007ກໍ່ໄດ້ຍົກເລີກເງື່ອນໄຂໃນການຊ່ວຍເຫຼືອແກ່ກຳປູເຈ້ຍ….
ແຕ່12/06/2009...ປະທານາທິບໍດີ ບາລັກ ໂອບາມາໄດ້ນຳເອົາລາວແລະກຳປູເຈ້ຍອອກຈາກບັນຊີດຳ
ດ້ວຍເຫດຜົນທີ່ວ່າ2ປະເທດນີ້ບໍ່ໄດ້ຢືດຖືແນວທາງອຸດົມການຄອມມູນິດອີກຕໍ່ໄປ.
ການຍົກເລີກອອກຈາກບັນຊີດຳດັ່ງກ່າວເຮັດໃຫ້2ປະເທດທີ່ຍັງຍາກຈົນທີ່ສຸດໃນໂລກໄດ້ຮັບປະໂຫຍດທາງທຸລະກິດຈາກອາເມລິກາ.
ອາເມລິກາໄດ້ພະຍາຍາມປັບຄວາມສຳພັນກັບ2ປະເທດຊະມາຊິກປະຊາຄົມອາຊີຕະເວັນອອກສ່ຽງໃຕ້,
ແຕ່ການຕັດສີນໃຈກ່ຽວກັບລາວແມ່ນໄດ້ຮັບການວິພາກວິຈານຈາກປະຊາຄົມຊາວມົ້ງໃນອາເມລິກາ(ວ່າຊັນ)....ເຂື່ອງໃຈຕໍ່ການຕັດສິນໃຈຂອງຜູ້ນຳອາເມລິກາ
 
ເຊິ່ງຈະເຫຼືອພຽງ ຄີວບາ,ອິຣານ,ພະມາ,ເກົາຫຼີເໜືອ,ຊູດານກັບຊີເຣຍ ທີ່ຍັງຢູ່ໃນບັນຊີດຳ(Black List)
-----ຂ່າວທັງໝົດຄັດມາຈາກເນັດບາງຕອນທີ່ຄິດວ່າສຳຄັນ---
                                                             
ອ່ານມາຮອດນີ້ເລີຍເຂົ້າໃຈແຈ້ງວ່າ....ອໍແນວນີ້ເອງ,ສາຍພົວພັນຫາກະຊິມາດີກະຕອນປະທານາທິບໍດີຄົນລ່າສຸດນີ້ເອງ.
(ອ່ານຂ່າວແລ້ວວວວວ ຮູ້ສຶກເລືອດຮັກລາວສູບຊີດເຂົ້າເສັ້ນເລືອດແນວໃດບຸ 555 ຮູ້ສຶກພູມໃຈທີ່ເປັນຄົນລາວ,
ທີ່ຄັ້ງໜຶ່ງເຄີຍຊະນະຕ່າງປະເທດມະຫາອຳນາດຂອງໂລກ)
 
 
Delicious Digg Fark Twitter