ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 4, 2009 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ເລຂາ : ນາຍໆ ມີຄົນຢາກລົມນຳທາງໂທລະສັບ

ນາຍ : ໃຜລະ ??

ເລຂາ : ລາວບອກວ່າຊື່ ຄວາມຮັກ

ນາຍ : ອືມ... ບອກລາວວ່າຂ້ອຍຄາວຽກຢູ່

          ເວລາຜ່ານໄປ

ເລຂາ : ນາຍໆ ຄວາມຮັກຍັງຖືສາຍຖ້າຢູ່ໃດ !!

ນາຍ : ເອີໆ ບອກວ່າຂ້ອຍບໍ່ສະດວກທີ່ຈະຮັບ

          ເວລາຜ່ານໄປອີກ

ເລຂາ : ນາຍໆໆ

ນາຍ : ແມ່ນຫຍັງ ຄວາມຮັກອີກແລ້ວເບາະ ??!

      ບອກວ່າຂ້ອຍຄາຢູ່ ດ໋ຽວຂ້ອຍຊິໂທກັບ...

ເລຂາ : ບໍ່ແມ່ນ ມີຄົນຊິລົມເລື່ອງວຽກນຳ !!

      ໃນມື້ທີ່ຫົວໃຈວ່າງໆ

ຕື໊ດໆ ຕື໊ດໆ (ສຽງຂໍ້ຄວາມແບບ classic ຂອງມືຖື Nokia : you have 1 new message in your mailbox

Please call…. Goodbye from ຄວາມຮັກ

ນາຍ : ໂທຫາ ຄວາມຮັກໃຫ້ຂ້ອຍແນ່

ເລຂາ : ໄດ້ໆ

ຕູ໊ດໆ ຕູ໊ດໆ.....

ຄວາມຮັກທີ່ທ່ານໂທຫາ ບໍ່ສາມາດຕິດຕໍ່ໄດ້ໃນຂະນະນີ້

ກະລຸນາຝາກຂໍ້ຄວາມ ແລະ ເບີໂທກັບ

ເລຂາ : ຕິດຕໍ່ບໍ່ໄດ້ເລີຍ ນາຍ ຊິໃຫ້ຝາກຂໍ້ຄວາມໄວ້ບໍ່ ??

ນາຍ : ຢ່າແຫລະ ໄວ້ເທື່ອໜ້າ

ເມື່ອຄວາມເຫງົາເຂົ້າມາຍຶດສີ່ຫ້ອງຫົວໃຈ ແລ້ວ ເວລາກໍ່ຜ່ານໄປ

                  ຜ່ານໄປ.......

ຄວາມຮັກທີ່ທ່ານໂທຫາບໍ່ສາມາດ ຕິດຕໍ່ໄດ້ໃນຂະນະນີ້ ກະລຸນາຝາກຂໍ້ຄວາມ ແລະ ເບີໂທກັບ

ນາຍ : ສະບາຍດີ ຄວາມຮັກ ເອີ່....

ແບບວ່າ ຂ້ອຍເຫັນເຈົ້າມິດໄປເລີຍ ບໍ່ຮູ້ວ່າສະບາຍດີບໍ່

ກ່ອນໜ້ານີ້ຂ້ອຍຫຍຸ້ງກັບວຽກຕະຫລອດເລີຍ ຂໍໂທດເດີ

ບໍ່ຮູ້ວ່າ ຊິຊ້າໄປບໍ່ທີ່ຈະບອກວ່າ ຕອນນີ້ຂ້ອຍພ້ອມທີ່ຈະມີຄວາມຮັກແລ້ວ

ຖ້າໄດ້ຮັບຂໍ້ຄວາມແລ້ວ ຕິດຕໍ່ກັບແນ່ເດີ ບາຍຍຍຍຍຍຍ

     ແລ້ວກໍ່ຖ້າໄປເລື້ອຍໆ ເລື້ອຍໆ...... ຈົນຮອດມື້ໜຶ່ງ

ເລຂາ : ນາຍໆ ຄວາມຮັກໂທມາອີກແລ້ວ ໃຫ້ປະຕິເສດໄປເລີຍບໍ່ ??

ນາຍ : ຢ່າໃດ!! ໂອນສາຍເຂົ້າມາເລີຍ

      ສະບາຍດີຄວາມຮັກ ເຈົ້າໄປໃສມາ ຂໍໂທດເດີທີ່ຂ້ອຍບໍ່ມີເວລາໃສ່ໃຈ

ບໍ່ເຄີຍສົນໃຈ ຂ້ອຍບໍ່ຄິດເລີຍວ່າເຈົ້າຈະເປັນສິ່ງສຳຄັນສຳລັບຊີວິດຂ້ອຍປານນີ້

ຂ້ອຍເສຍໃຈ ຂໍໂທດ!!!

ຄວາມຮັກ : ຂ້ອຍບໍ່ໄດ້ຄຽດໃຫ້ເຈົ້າດອກ ບໍ່ວ່າແນວໃດ ຄວາມຮັກຄືຂ້ອຍກໍ່ມີໜ້າທີ່

ໃຫ້ຄວາມຮັກສະເໝີ ເມື່ອໃດກໍ່ຕາມທີ່ເຈົ້າເປີດໃຈຕ້ອນຮັບເອົາ

ເມື່ອນັ້ນ ເຈົ້າຈະໄດ້ເປັນເຈົ້າຂອງຄວາມຮັກ

ແຕ່ທີ່ຜ່ານມາຂ້ອຍບໍ່ໄດ້ຕິດຕໍ່ກັບ ຍ້ອນວ່າ

ຂ້ອຍບໍ່ໄດ້ຈ່າຍຄ່າໂທລະສັບ !!!!

 

ເງິນ ມີຄ່າສະເໝີ ຕໍ່ໃຫ້ເປັນກັບຄວາມຮັກກໍ່ຕາມ

ແຕ່ຢ່າໃຫ້ເຖິງກັບວ່າ ຄວາມຮັກ ຊື້ໄດ້ດ້ວຍເງິນ

 

 

ທີ່ມາ FWD MAIL

 

 

Delicious Digg Fark Twitter