ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 9, 2016 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ
ມີຫມູ່ຄົນນຶ່ງເວົ້າໃຫ້ຟັງວ່າ ຜູ້ຍິງກ່ອນຈະມີຫຍັງກັບແຟນຄັ້ງແລກເຂົາເຈົ້າຈະມີຄວາມຢ້ານຢູ່ 4 ປະການນັ້ນກໍຄື: 1, ຢ້ານແມ່ຮູ້2, ຢ້ານເຈັບ3, ຢ້ານມີລູກ4, ຢ້ານຜູ້ຊາຍໄດ້ແລ້ວຖີ້ມ ປລ. ພຽງຢາກຖາມວ່າແມ່ນຄວາມຈິງຫຼືບໍ່ (ຫ້າມດ່າ) 555
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 2, 2012 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຜູ້ເປັນພໍ່ຖືຫຼຽນ 5 ບາດຢູ່ໃນກຳມື ແລ້ວຖາມລູກສາວທີ່ກຳລັງກ້າວເຂົ້າສູ່ໄວລຸ້ນວ່າ :

ພໍ່ :  ລູກຢາກຮູ້ບໍ່ວ່າມີຫຍັງຢູ່ໃນກຳມືຂອງພໍ່.

ລູກສາວ : ງຶກຫົວສະແດງຄວາມຕອບຮັບວ່າຢາກຮູ້.

ພໍ່ : ຖ້າຢາກຮູ້ຕ້ອງເອົາມືຂົ່ມພື້ນ 3 ເທື່ອແລ້ວພໍ່ຈະເອົາໃຫ້ເບີ່ງ.

ລູກສາວ : ຍ້ອນຄວາມຢາກຮູ້ຢາກເຫັນວ່າໃນມືພໍ່ມີຫຍັງລູກສາວກໍ່ເລີຍເຮັດຕາມພໍ່ບອກ.

ພໍ່ : ຍັງບໍ່ພໍເທື່ອໃຫ້ລູກສາວເອົາມືຂົ່ມພື້ນອີກຕື່ມສາກ່ອນ ຈາກ 3 ເປັນ 5 ຈາກ 5 ເປັນ 10 ແລ້ວພໍ່ຈະເອົາໃຫ້ເບີ່ງ.

ລູກສາວ : ກໍ່ໄດ້ເຮັດຕາມທີ່ພໍ່ບອກທຸກໆຢ່າງ.

ພໍ່ : ແປມືໃຫ້ລູກສາວເບີ່ງປະກົດວ່າມີເງີນ 5 ບາດຢູ່ໃນກຳມື. ຈາກນັ້ນພໍ່ກໍ່ກຳມືຄືນແລ້ວຖາມລູກອີກວ່າ: ລູກຢາກເບີ່ງອີກບໍ່? ຖ້າຢາກເບີ່ງລູກກໍ່ເອົາມືຂົ່ມພື້ນ 10 ເທື່ອ.

ລູກສາວ : ຕອບພໍ່ວ່າລູກເຫັນແລ້ວ ແລະ ກໍ່ຮູ້ແລ້ວວ່າໃນກຳມືພໍ່ມີເງີນຢູ່ 5 ບາດ.

ພໍ່ : ຊັ້ນພໍ່ຫຼຸດໃຫ້ລູກເອົາມືຂົ່ມພື້ນພຽງເທື່ອດຽວກະໄດ້.

ລູກສາວ : ບໍ່ດອກລູກເຫັນແລ້ວລູກບໍ່ຢາກເບີ່ງ.

ພໍ່ : ຊັ້ນພໍ່ໃຫ້ເບີ່ງຟຣີຊັ້ນນ່າເວົ້າເທົ່ານີ້ແລ້ວກໍ່ແປມືອອກ. ຈາກນັ້ນພໍ່ກໍ່ເລີຍບອກລູກສາວວ່າ : ນີ້ນ່າລູກ ສິ່ງໃດທີ່ຍັງເປັນຄວາມລັບ ຄົນເຮົາຍັງບໍ່ທັນໄດ້ເຫັນກໍ່ມັກຈະເຮັດທຸກສິ່ງທຸກຢ່າງ ເພື່ອໃຫ້ໄດ້ເຫັນ ແຕ່ເມື່ອຂະເຈົ້າໄດ້ເຫັນສົມປາຖະໜາແລ້ວ ຂະເຈົ້າກໍ່ມັກຈະເບື່ອ ຂະໜາດເຮົາເອົາໃຫ້ເບີ່ງຟຣີກໍ່ຍັງບໍ່ຢາກເບີ່ງ... ສິ່ງທີ່ເປັນທີ່ຮັກທີ່ຫວງແຫນຂອງລູກຜູ້ຍິງກໍ່ເໝືອນກັນ ຫາກເອົາໃຫ້ຄົນອື່ນເບີ່ງກ່ອນເວລາອັນຄວນແລ້ວ ມັນກໍ່ຈະບໍ່ມີຄ່າຫຍັງ ເຊັ່ນດຽວກັບເງີນ 5 ບາດທີ່ພໍ່ກຳໄວ້ໃນມືຫັ້ນລະ.

 ທີ່ມາ : facebook

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 3, 2012 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ບົດບັນທຶກຊີວິດຮັກຂອງນັກປະພັນ " ພຸດທະວົງ ນາມສິງ "  ນະວະນິຍາຍເລື່ອງ ” ອະດີດເກົ່າແລະຄວາມເສົ້າທີ່ຍາກຈະລືມ “. ຕໍ່ຈາກນະວະນິຍາຍເລື່ອງ " ຮັກແທ້ຕ້ອງເຂົ້າໃຈກັນ " punlao.com/Virus2011/diary/20154/

  • ມອບແດ່ບຸນຫຼອມ ແກ້ວມະນີວັນ ( ນ້ອຍ )

...ຫຼອມ ເຈົ້າໄດ້ໃຫ້ຄວາມຮັກທີ່ເຈັບແສບທີ່ສຸດແກ່ຂ້ອຍ ຈະມີຫຍັງເຫຼືອໄວ້ແດ່ ໝົດແລ້ວຄວາມຮັກແລະຄວາມຫວັງ ຍັງພໍມີເຫຼືອໄວ້ກໍ່ພຽງຮ່ອງຮອຍຂອງຮູບພາບເບື້ອງຫຼັງ ທີ່ຄອຍຫຼອກຫຼອນຢູ່ໃນດວງໃຈກັບຮອຍມົນທີນທີ່ບໍ່ມີມື້ທີ່ຈະລຶບຫາຍ ແລະຄວາມເຈັບຊ້ຳເຊິ່ງກາຍເປັນແຜຫົວໃຈ ທີ່ບໍ່ອາດປີ່ນປົວໃຫ້ຊ່ວງເຊົາໃຫ້ລືມໄດ້ຢ່າງງ່າຍໆ.

...ຂ້ອຍຍັງບໍ່ລືມວັນທີ່ເຮົາໄດ້ພົບກັນຄັ້ງແລກ ວັນນັ້ນມັນເປັນວັນແຫ່ງຄວາມຮັກ ແລະເຈົ້າເອງທີ່ພາຂ້ອຍໄປຫຼີ້ນເຮືອນຂອງເຈົ້າ ແລ້ວເຈົ້າກໍ່ໄດ້ເປີດເຜີຍຄວາມໃນໃຈໃຫ້ຂ້ອຍຮູ້... ຫຼອມເຈົ້າເປັນຍິງຄົນແລກທີ່ເຂົ້າມາໃນຊີວິດຂ້ອຍ ແລະກ້າບອກຮັກຂ້ອຍ.

...ພໍຕົກມາຄືນທີ່ສອງຂອງບຸນທາດຫຼວງ ເຈົ້າເອງເປັນຄົນບອກໃຫ້ຂ້ອຍມາແລະຂ້ອຍກໍ່ໄດ້ມາຕາມການນັດພົບ ພວກເຮົາຍ່າງຄຽງຂ້າງກັນໄປບາງເທື່ອລົມໜາວພັດມາ ຂ້ອຍຢືນຄຽງຂ້າງເຈົ້າ ຮູ້ສືກວ່າມັນອົບອຸ່ນເຂົ້າໄປຮອດຫົວໃຈ. ເຖິງແນວໃດກໍ່ຂອບໃຈເທບພະເຈົ້າທີ່ຊ່ວຍມອບຄວາມຮັກໃຫ້ແກ່ພວກເຮົາ ຂ້ອຍອະທິຖານຢູ່ໃນໃຈວ່າຈະຮັກເຈົ້າຈົນຊົ່ວຟ້າດີນສະລາຍ... ສາຍຕາພວກເຮົາປະສານກັນຕັ້ງດົນນານ  ຂ້ອຍຮູ້ສຶກອ່ອນໄຫວໄປທັ້ງຕົວ ຫົວໃຈເຕັ້ນແຮງກວ່າປົກກະຕິ...

...ແມ່ນແລ້ວ...ຫຼອມ...ຂ້ອຍຮັກເຈົ້າແລ້ວ ຮັກຈົນລົ້ນໃຈເລີຍ ຂ້ອຍກຽມພ້ອມທີ່ຈະມອບຫົວໃຈທັງໝ່ວຍໃຫ້ເຈົ້າຄົນດຽວ. ຕອນນັ້ນຫົວໃຈຂ້ອຍປ່ຽມລົ້ນໄປດ້ວຍຄວາມຮັກທີ່ບໍລິສຸດ ຄວາມຮັກແລະຄວາມຫວັງແມ່ນຂ້ອຍຢາກມອບໃຫ້ເຈົ້າ ເພາະມັນແມ່ນຄວາມຮັກຄັ້ງທຳອິດຂອງຂ້ອຍ ໃນຊີວິດທີ່ຂ້ອຍໄດ້ຕົກລົງປົງໃຈມອບໃຫ້ແກ່ເພດກົງກັນຂ້າມ... ຂ້ອຍຮູ້ດີວ່າຄວາມຮັກ ຄວາມອົບອຸ່ນທີ່ໄດ້ຮັບຈາກເຈົ້ານັ້ນ ແມ່ນບໍ່ສາມາດທີ່ຈະພັນລະນາໄດ້.

...ຄວາມຮັກແມ່ນຫຍັງ? ມີຫຼາຍຄົນໃຫ້ທັດສະນະແລະຄຳຕອບແຕກຕ່າງກັນ ແຕ່ສຳຫຼັບຂ້ອຍຄວາມຮັກແມ່ນ ຄວາມເຂົ້າອົກເຂົ້າໃຈກັນທັງສອງຝ່າຍ ແລະຈະບໍ່ມີສິ່ງໃດທີ່ຈະພັດພາກ ຮັກແທ້ໄປຈາກສອງຫົວໃຈທີ່ໝາຍໝັ້ນຕໍ່ກັນ...

...ຫຼອມເຈົ້າຍັງຈື່ບໍ່ ຕອນທີ່ເຮົາຍ່າງຄຽງຂ້າງກັນນັ້ນມັນມີຫຍັງເກີດຂື້ນ ສຳຫຼັບຂ້ອຍໆຍັງຈື່ບໍ່ມີວັນລືມ ເພາະມັນເປັນວັນທີ່ຂ້ອຍກ້າບັງອາດໄປແຍ້ງແຟນຂອງຄົນອື່ນ... ຂ້ອຍກັບເຂົາເກືອບຈະປະທະກັນ ແຕ່ພໍເຈົ້າໄປບອກເຂົາວ່າເຈົ້າຮັກຂ້ອຍ ແລະບໍ່ເຄີຍຮູ້ສຶກດີໆກັບເຂົາມາກ່ອນເຂົາກໍ່ເລີຍຍອມຖອນຕົວ. ແຕ່ມັນຄົງເປັນເວນກຳທີ່ຂ້ອຍເຮັດກັບເຂົາຫຼືຢ່າງໃດ ຟ້າຈິ່ງປັ້ນມືທີ່ສາມເຂົ້າມາແຊງ... ຂ້ອຍຮູ້ດີວ່າເຈົ້າບໍ່ໄດ້ຮັກເຂົາແຕ່ຢ່າງໃດເລີຍ ສິ່ງທີ່ເຈົ້າເຮັດໄປກໍ່ເພາະເພື່ອຕ້ອງການຕອບແທນພະຄຸນຂອງພໍ່ແມ່ ເລື່ອງນີ້ຂ້ອຍຮູ້ກ່ອນເຈົ້າບອກຂ້ອຍດ້ວຍຊ້ຳ ຂ້ອຍຈະບໍ່ໂທດພໍ່ແມ່ຂອງເຈົ້າແຕ່ຢ່າງໃດເລີຍ ສິ່ງທີ່ພວກເພີ່ນເຮັດແນວນັ້ນກໍ່ເພື່ອຕ້ອງການໃຫ້ລູກຂອງເພີ່ນມີຄວາມສຸກ ຄວາມສະບາຍ ໃຊ້ຈ່າຍເງີນຄຳຢ່າງໂກ້ເກ....

...ເມື່ອມືທີ່ສາມກ້າວເຂົ້າມາ ຄວາມຮັກຂອງເຮົາເກີດມີບັນຫາ ເພາະພໍ່ແມ່ຂອງເຈົ້າບັງຄັບໃຫ້ເຈົ້າແຕ່ງງານກັບເຂົາ ຕອນທີ່​ເຈົ້າ​ບອກ​ຂ້ອຍ​ນັ້ນ​ເຈົ້າ​ຮູ້​ບໍ່ຂ້ອຍ​ເຈັບ​ພຽງ​ໃດ ​ເຈົ້າ​ສອນ​​ໃຫ້ຂ້ອຍ​ຮູ້ຈັກ​ຄວາມຫວານ​ຊື່ນ​ຂອງ​ຄວາມ​ຮັກ ບັດ​ນີ້​ຂ້ອຍ​ໄດ້​ຊີມ​ລົດ​ຊາດ​ອັນ​ຂົມ​ຂື່ນຂອງຄວາມ​ຜິດ​ຫວັງ... ຂ້ອຍ​ຈຳ​ເປັນ​ຕ້ອງ​ໄປ​ຈາກ​ທີ່​ນັ້ນ ​ໄປ​ຢູ່ຫຼວງພະ​ບາງ​ບໍ່ພໍ​ວັນ​ກໍ່ມີ​ຄົນ​ມາ​ຊອບ​ຂ້ອຍ​ ແລະ​ບອກ​ຮັກ​ຂ້ອຍ ​ແຕ່​ຂ້ອຍ​ບໍ່​ໄດ້​ຕອບ​ຮັບເຂົາ​ແຕ່​ຢ່າງ​ໃດ​ເລີຍ ​ເພາະ​ຂ້ອຍ​ມີ​ຫົວ​ໃຈດວງດຽວ ​ແລະ​ໃຈ​ດວງ​ນີ້​ຂ້ອຍ​ກໍ່ມີ​ແຕ່​ເຈົ້າຄົນ​ດຽວ ຂ້ອຍ​ບໍ່​ຕ້ອງການຮັກ​ຄົນ​ໃດ​ອີກ​​ນອກຈາກ​ເຈົ້າ...

...ພໍ​ຂ້ອຍ​ກັບ​ມາ​ຈາກຫຼວງພະ​ບາງ ຂ້ອຍ​ກໍ່​ໄດ້​ມາຫຼີ້ນນຳ​ເຈົ້າ​ອີກ​ຄັ້ງ. ​ເຈົ້າ​ໄດ້​ເລີກ​ລົ້ມ​ການ​ແຕ່ງງານ​ມາ​ຄົບ​ກັບ​ຂ້ອຍ. ​ໃນຕອນ​ນີ້ຄວາມ​ຮັກ​ທີ່​ເຈົ້າ​ມີ​ໃຫ້​ຂ້ອຍ​ນັ້ນ ຂ້ອຍ​ຄິດ​ວ່າມັນ​ຄົງ​ເປັນຄວາມ​ຮັກ​ທີ່​ອຳ​ມະຕະ. ຂ້ອຍ​ແລະ​ເຈົ້າ​​ເດີນ​ຄຽງຂ້າງ​ກັນ​ອີກ​ຄັ້ງ ຈົນ​ເຮັດ​ໃຫ້​ຄົນ​ອື່ນ​ແທບ​ອິດສາ. ມີ​ເທື່ອໜຶ່ງ​ເຈົ້າ​ມາ​ຫາ​ຂ້ອຍ ພວກ​ເຮົານັ່ງ​ຢູ່​ເທິງ​ແປ້ນ​ມ້າ​ແຫ່ງໜຶ່ງ ຂ້ອຍ​ແລະ​ເຈົ້າ​ຟັງ​ເພງ​ນຳ​ກັນ.... ​ເຈົ້າ​ຍັງ​ຈື່​ບໍ່ລະ​ເພງ​ນັ້ນ​ແມ່ນ​ເພງ​ຫຍັງ? ​ເພງ​ນັ້ນ​ແມ່ນ​ເພງ​ຂອງ​ຕິກ​ຊີ​ໂລ ”ຮັກ​​ໄມ່ຍອມ​ປ່ຽນ​ແປງ“  ​ແລະ​ຂ້ອຍ​ຍັງ​ຫວັງ​ວ່າຄວາມ​ຮັກ​ທີ່​ເຈົ້າ​ມີ​ໃຫ້​ຂ້ອຍ​ນັ້ນ ຄົງ​ບໍ່ມີ​ວັນ​ປ່ຽນ​ແປງ. ອີກ​ບໍ່ດົນ​ຂ້ອຍ​ຄົງ​ໄດ້​ຈາກ​​ເຈົ້າ​ໄປ​ຄົນ​ລະ​ທີ່​ແລ້ວ​ລະຫຼອມ ຂ້ອຍ​​ເວົ້າກັບເຈົ້າ​ແລະ​ເຈົ້າບອກ​ຂ້ອຍ​ວ່າ​ເຈົ້າ​ຈະ​ລໍ​ຂ້ອຍ ລໍ​ຈົບກວ່າ​ຂ້ອຍ​ຈະ​ກັບ​ມາ ​ແລ້ວ​ເຈົ້າ​ຈະ​ໃຫ້​ຂ້ອຍ​ລໍ​ຈັກ​ປີ ຊາດໜ້າຂ້ອຍ​ບອກ​ເຈົ້າ​ໄປ​ຫຼີ້ນໆແບບ​ນັ້ນ ​ເຖິງ​ຊາດໜ້າຂ້ອຍ​ກໍ່ລໍ​ໄດ້​ຖ້າ​ເຈົ້າ​ຮັກ​ຂ້ອຍ... ຫຼອມຂ້ອຍ​ຮັກ​ເຈົ້າ100% ​ແຕ່​ເຈົ້າ​ບອກ​ຂ້ອຍ​ວ່າ​ເຈົ້າ​ຮັກ​ຂ້ອຍຫຼາຍກວ່າ​ນັ້ນ ຕັ້ງ500%ພຸ້ນ​ນ່າ....

...ບຸນຫຼອມ...ທີ່​ຮັກ..! ຂ້ອຍ​ຂໍ​ຂອບ​ໃຈ​ຕໍ່ຄວາມ​ຮັກ​ທີ່​ບໍລິສຸດ​ຂອງ​ເຈົ້າທີ່​ມີ​ຕໍ່ຂ້ອຍ ຂ້ອຍ​ຈະ​ຈົດ​ຈຳ​ມັນ​ໄວ້​ບໍ່ມີ​ວັນ​ລືມ... ​ເຖິງ​ວ່າ​ຂ້ອຍ​ຈະ​ຈາກ​ເຈົ້າ​ໄປ​ແລ້ວ​ກໍ່ຕາມ ​ແຕ່ຍາມ​ໃດ​ຂ້ອຍ​ກໍ່ຍັງຮັກ​ແລະ​ຄິດ​ຮອດ​ເຈົ້າ​ຢູ່​ຕະຫຼອດ​ເວລາ ຮູບ​ພາບ​ຄວາມ​ຫຼັງທີ່​ຫວານ​ຊື່ນ ຍັງ​ສະຖິດ​ຢູ່​ໃນ​ຫົວ​ໃຈ​ຂ້ອຍ​ໂດຍ​ບໍ່ມີ​ວັນ​ຈະຫຼົງລືມ​ໄດ້. ​ເມື່ອ​ເຖິງ​ເວລາ​ຈະ​ຈາ​ກກັນ ​ຂ້ອຍ​ຮູ້ສຶກ​ວ່າ​ຫົວ​ໃຈ​ມັນ​ສິສະ​ລາຍ​ອອກ​ເປັນ​ປ່ຽງໆ ຍ້ອນ​ຄວາມ​ໂດດດ໋ຽວປ່ຽວພອຍ​ແລະ​ຫງອຍ​ເຫງົາ ຢູ່​ເບື້ອງຫຼັງຂອງ​ຂ້ອຍ​ເຕີມ​ໄປ​ດ້ວຍ​ຄວາມ​ອ້າງ​ຫວ້າງ ຄວາມ​ຫງຽບ​ເຫ​ງົາ​ແລະ​ຄວາມ​ເສົ້າ​ທີ່​ພວມ​ຄອງ​ຄອຍ. ຍາມ​ໃດ​ຂ້ອຍ​ກໍ່ຄິດ​ເປັນ​ຫ່ວງຢ້ານ​ເຈົ້າ​ຈະຫຼົງລືມ ​ແລະ​ປ໋ະຖີ້ມຂ້ອຍ​ໄປ​ຫາ​ຊາຍ​ອື່ນ​ເວລາ​ຢູ່​ຫ່າງ​ໄກ​ກັນ.

...ມີ​ຮັກ​ກໍ່ຕ້ອງ​ມີ​ຈາກ​ເປັນ​ຂອງ​ທຳ​ມະ​ດາ ​ແຕ່ພວກ​ເຮົາກໍ່ບໍ່​ແມ່ນ​ວ່າ​ຈະ​ຈາກ​ກັນ​ໄປ​ໄກ​ຈົນ​ສຸດ​ຂອບ​ຟ້າ ຫົນທາງ​ແລະ​ເວລາ​ທີ່​ພວກ​ເຮົາ​ຈະ​ພົບ​ກັນ​ນັ້ນ​ມີ​ຢູ່​ສະ​ເໝີ... ພໍ​ຂ້ອຍ​ຈາກ​ເຈົ້າ​​ໄປ​ຢູ່​ເມືອງ​ທົ່ງມີ​ໄຊ​ບໍ່ນານ ຂ້ອຍ​ກໍ່​ໄດ້​ຮັບ​ຂ່າວ​ວ່າ​ເຈົ້າ​ມີ​ແຟນ​ໃໝ່​ແລ້ວ ທັງຫຼໍ່ອີກ​ດ້ວຍ ​ເມື່ອ​ຂ້ອຍ​ໄດ້​ຮັບ​ຂ່າວ​ນັ້ນ​ຄວາມ​ແຄ້ນ ບໍ່​ໄດ້​ເຮັດ​ໃຫ້​ຂ້ອຍ​ເສຍ​ໃຈ​ແມ່ນ​ແຕ່​ນ້ອຍ​ເລີຍ. ດຽວນີ້​ຂ້ອຍ​ຄອງ​ຄອຍປານ​ໃດ​ປີ​ເກົ່າ​ຈະໝົດ​ໄປ ຂ້ອຍ​ຢາກ​ໃຫ້​ທຸກ​ສິ່ງ​ງທຸກ​ຢ່າງ​ມັນໝົດ​ໄປ​ນຳ​ປີ​ເກົ່າ ​ແລະ​ໃຫ້​ມັນ​ເຫຼືອ​ໄວ້​ພຽງຄວາມ​ຫວັງ​ອັນ​ໃໝ່ ຊີວິດ​ທີ່​ປາສະຈາກ​ຮອຍ​ມົນ​ທີ​ນ...

...ບຸນຫຼອມ ບົດ​ບັນ​ທືກຂອງຂ້ອຍຄົງ​ຈະ​ສີ້​ນສຸດ​ລົງພຽງ​ເທົ່າ​ນີ້ ​ເພາະ​ເສັ້ນທາງ​ເດີນ​ຂອງ​ພວກ​ເຮົາ​ໄດ້​ຖຶກຂີດ​ເປັນ​ເສັ້ນ​ຂະໜານກັນ​​ແລ້ວ....ຂໍ​ໃຫ້​ໂຊກ​ດີ...

  •   ຄວາມ​ຮັກ​ກໍ່​ເປັນ​ກິລາ​ຊະ​ນິດໜຶ່ງ ​ເຊິ່ງ​ໃຜໆກໍ່ຕ້ອງປະສົບ​ພາວະ​ໃດ​ພາວະໜຶ່ງ ນັ້ນ​ກໍ່ຄືບໍ່​ແພ້​ກໍ່ຊະນະ ​ແຕ່​ການຜ່າ​ຍຮັກ​ມີ​ຜົນ​ກະທົບ ກະ​ເທືອ​ນ​ແລະ​ຝັງ​ໃຈຫຼາຍກວ່າ​ການ​ແພ້​ກິລາ​ຊະນິດ​ອື່ນ ບາງ​ຄົນ​ລະ​ທົມໝົ່ນໝອງ​ໄປ​ຕະຫຼອດຊີວິດ ບາງ​ຄົນ​ໃຊ້​ເວລາ​ຮັກສາ​ແຜ​ໃຈ​ເປັນ​ເວລາ​ນານ​ປີ ກິລາ​ຮັກ​ເປັນ​ການ​ລົງ​ແຂ່ງ​ສະໝາມກັບ​ຂູ່​ຕໍ່ສູ້ພຽງຕົວ​ຕໍ່ຕົວ ຄົນ​ທີ່​ກ້າຫຼີ້ນກັບ​ຄວາມ​ຮັກ​ຕ້ອງ​ກ້າ​ໄດ້​ກ້າ​ເຜີຍ​ຄວາມ​ຈິງ. ​ເຖິງ​ແມ່ນ​ວ່າ​ທຸກ​ຄົນ​ຕ້ອງການ​ໄຊຊະນະ​ແລະ​ຄວາມ​​ຫວັງ​ໃນ​ຄວາມ​ຮັກ ຄວາມ​ຮັກ​ກໍ່​ໃຫ້​ຄວາມ​ຫວັງ​ແກ່​ຄົນ​ໄດ້​ພຽງບໍ່​ເທົ່າ​ໃດ​ຄົນ ​ແຕ່​ບາງ​ຄົນ​ຊະນະ​ໃນ​ເບື້ອງ​ຕົ້ນ ​ແຕ່​ໄປ​ຜ່າ​ຍ​ແພ້​ໃນ​ບັ້ນ​ປາຍ ​ເໝືອນດັ່ງ​ຊາຍ​ທີ່​ຕ້ອງ​ຜ່າ​ຍຮັກ....​ແຮະໆໆ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 16, 2011 | ມີ 20 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ
  1. ຂີ້ຫຶງ
  2. ເອົາແຕ່ໃຈ
  3. ຂີ້ໄຫ້
  4. ຄິດຫຼາຍ
  5. ໃຈນ້ອຍ (ງອນງ່າຍ)
  6. ຈິງຈັງກັບຄວາມຮັກ
  7. ຮັກຕົວເອງ
  8. ບໍ່ມັກຄົນອື່ນດູຖູກ (ເວົ້າໃສ່)
  9. ມັກອິດສະຫຼະ
  10. ມັກສວຍມັກງາມ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 31, 2011 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ບັນທຶກຊີວິດຮັກຂອງນັກປະພັນ " ພຸດທະວົງ ນາມສິງ "     ນະວະນິຍາຍເລື່ອງ " ຮັກແທ້ຕ້ອງເຂົ້າໃຈກັນ "

...ເລື່ອງນີ້ເກີດຂື້ນຢູ່ໃນສັງຄົມມະນຸດ ທີ່ໄຝ່ຝັນຫາເງີນທອງ ຈົນລືມຄວາມດີທີ່ຄົນອື່ນມີໃຫ້ ເລື່ອງມີຢູ່ວ່າ :
...ທີ່ບ້ານນອກແຫ່ງໜຶ່ງຂອງປະເທດລາວ ມີເດັກນ້ອຍສາມຄົນແລ່ນຫຼີ້ນຢູ່ຕາມເດີ່ນບ້ານ ບຶດໜຶ່ງກໍ່ໄດ້ມີສຽງຮ້ອງມາແຕ່ໃນເຮືອນ. ນ້ອຍ...ມາຂົນເຄື່ອງຊ່ອຍແມ່ແດ່ ເຮົາສິໄດ້ຍ້າຍໄປຢູ່ວຽງຈັນແລ້ວໄດ໋. ນ້ອຍມະນີວັນ ຄືຍິງສາວທີ່ໜ້າຮັກ ມີຮູບຮ່າງອອນຊອນ ຍີ້ມງ່າຍ ມີສະເນ່ຢູ່ໃນຕົວ. ບໍ່ດົນກໍ່ມີລົດຄັນໜຶ່ງແລ່ນມາຈອດຢູ່ໜ້າບ້ານ ນັ້ນຄືພໍ່ຂອງນ້ອຍເອງ ແລະ ນ້ອຍກໍ່ໄດ້ຈາກຂ້ອຍໄປ. ຂ້ອຍແລະທອງວັນໄດ້ແຕ່ເບີ່ງນ້ອຍ ຂ້ອຍໄດ້ເບີ່ງເຫັນພາບເສົ້າໆຢູ່ໃນແວວຕາຂອງນ້ອຍ ພາບນັ້ນຄືພາບອາດິດແລະຄວາມຊົງຈຳ. ບໍ່ພໍເດືອນທອງວັນ ເຊິ່ງເປັນໝູ່ຮັກໝູ່ແພງຂອງຂ້ອຍນັ້ນ ພັດຈາກຂ້ອຍໄປໂດຍທີ່ຂ້ອຍບໍ່ຮູ້ເລີຍວ່າລາວໄປຢູ່ໃສ.ຈາກມື້ກາຍເປັນເດືອນ ຈາກເດືອນກາຍເປັນປີ ທັງສາມກໍ່ໄດ້ໃຫຍ່ກ້າໜ້າບານເປັນໝູ່ສາວກັນແລ້ວ ກໍ່ໄດ້ວົນວຽນມາພົບເຈີກັນອີກຄັ້ງ ແຕ່ຄັ້ງນີ້ມັນແຕກຕ່າງກັບຄັ້ງກ່ອນຫຼາຍ.
ພຸດທະວົງ ໄດ້ສະໝັກເຂົ້າເປັນທະຫານປ້ອງກັນຊາດ ແລະ ຖືກສົ່ງໄປປະຕິບັດໜ້າທີ່ຢູ່ວຽງຈັນ. ມີມື້ໜຶ່ງຂ້ອຍໄດ້ໄປທ່ຽວບຸນທາດຫຼວງພ້ອມດ້ວຍໝູ່ ພໍແຕ່ຂ້ອຍຍ່າງໄປຢຸດຢູ່ໜ້າຮ້ານແຫ່ງໜຶ່ງ ບັນເອີນມີຍິງສາວຄົນໜຶ່ງ ມາຈັບມືຂ້ອຍແລ້ວເວົ້າວ່າ : ມື້ນີ້ໂຕຄືບໍ່ມັກປາກຫວາ... ໄປ໋ເຮົາໄປຊອກຫາໝູ່ເຮົາເທາະ..! ເຫັນຂ້ອຍບໍ່ປາກບໍ່ຕີງ ຍິງຄົນນັ້ນກໍ່ຫຼຽວຂື້ນເບີ່ງໜ້າຂ້ອຍໂລດ. ອຸ໋ຍ..! ອ້າຍ...ຂໍໂທດເດີຂ້ອຍຫຼົງຄົນ ຂ້ອຍຄິດວ່າແມ່ນໝູ່ຂອງຂ້ອຍຊັ້ນດອກ. ພໍດີບຸນລອດຍ່າງເຂົ້າມາແລະເອີ່ຍຂື້ນວ່າ ພວກເຂົ້າຮູ້ຈັກກັນແລ້ວຫວາ. ໂອ..! ອ້າຍບຸນລອດນີ້ອ້າຍເອງຫວາ ນ້ອງຄິດວ່າແມ່ນໃຜ. ຍິງຄົນນັ້ນເບີ່ງໜ້າຂ້ອຍແລ້ວເວົ້າວ່າ ຜູ້ນີ້ແມ່ນໃຜອ້າຍບຸນລອດ. ອໍ...ນີ້ພຸດທະວົງເປັນໝູ່ຂອງຂ້ອຍເອງ ລາວມາຈາກໄຊຍະບູລີ ນີ້ສົມພອນນ້ອງສາວຂອງເຮົາ ບຸນລອດແນະນຳໃຫ້ຂ້ອຍຮູ້ຈັກ.
ສົມພອນ ນ້ອງໄປຊອກຫາໝູ່ກ່ອນເດີ ພວກອ້າຍໄປນັ່ງຖ້ານ້ອງບຶດດຽວ ແລ້ວສົມພອນກໍ່ຈາກໄປ
ພຸດທະວົງໂຕມີນ້ອງສາວງາມແນວນີ້ຄືບໍ່ແນະນຳໃຫ້ເຮົາຮູ້ຈັກ ຕັ້ງແຕ່ຕອນເຮົາໄປຫາໂຕຢູ່ເຮືອນພຸ້ນ.
ບຸນລອດ ມື້ໂຕໄປຫຼີ້ນນຳເຮົານັ້ນ ນ້ອງເຮົາໄປຫານ້າເຮົາຢູ່ທ່າແຂກພຸ້ນ ນ້ອງເຮົາຫາກໍ່ມາຫວ່າງສອງສາມມື້ນີ້ເອງ ຖາມເຮດຫຍັງ?.ໂຕສົນໃຈນ້ອງເຮົາຫວາ...ພໍດີສົມພອນຍ່າງເຂົ້າມາ ພ້ອມດ້ວຍໝູ່ອີກຄົນໜຶ່ງ ໜ້າຕາຄຸ້ນໆເໝືອນເຄີຍເຫັນທີ່ໃດມາກ່ອນ ຂ້ອຍນຶກຢູ່ໃນໃຈ. ພໍດີສົມພອນເອີ່ຍຂື້ນ ນີ້ຄືນ້ອຍ..ທີ່ມາຈາກໄຊຍະບູລີເໝືອນກັບເຈົ້າ. ມາຈາກໄຊຍະບູລີຫວາ ຂ້ອຍຢ້ຳຄືນຄວາມເກົ່າ ແລ້ວເຈົ້າຢູ່ບ້ານໃດນ້ອຍ. ຂ້ອຍເຄີຍຢູ່ບ້ານຜາປູນມາກ່ອນ (ນ້ອຍຕອບ) ຄອບຄົວຂ້ອຍໄດ້ຍ້າຍມາຢູ່ວຽງຈັນ ຕັ້ງແຕ່ຕອນຂ້ອຍຍັງນ້ອຍພຸ້ນ. ອໍ...! ທີ່ແທ້ກໍ່ໄທບ້ານດຽວກັນ. ຄັນຊັ້ນເຈົ້າຊື່ຫຍັງ? ນ້ອຍຖາມ. ຂ້ອຍຊື່ພຸດທະວົງ. ອ້າຍພຸດທະວົງຫວາ ຂ້ອຍຄິດວ່າແມ່ນໃຜ ທີ່ແທ້ກໍ່ໄທບ້ານດຽວກັນຕັ້ງແຕ່ຕອນເຮົາເປັນເດັກນ້ອຍ. ເອີ..ຊັ້ນອ້າຍທອງວັນບໍ່ມາຫວາ. ທອງວັນ...ເອີ...ຄືວ່າລາວຍ້າຍໄປຈາກໄຊຍະບູລີແລ້ວເດ. ລາວຍ້າຍໄປໃສ? ຂ້ອຍກະບໍ່ຮູ້ຄືກັນວ່າລາວຍ້າຍໄປໃສ ແລ້ວອ້າຍມາເຮັດຫຍັງຢູ່ວຽງພີ້ ຂ້ອຍບໍ່ທັນໄດ້ຕອບຊ້ຳ ພໍດີຄຳເກົ້າວັນນະວິໄລຍ່າງເຂົ້າມາ.
ຄຳເກົ້າວັນນະວິໄລ ອ໋າວ...ໝູ່ ! ເຮົາພັດໄປຊອກຫາພວກໂຕຢູ່ທາດຫຼວງພຸ້ນ. ທີ່ແທ້ກໍ່ມານັ່ງຢູ່ນຳສາວເສີຍ ປ໋ະເຮົາໃຫ້ເຮົາຊອກຫາພວກໂຕຜູ້ດຽວ ພວກໂຕຫາຄວາມສຸກໃສ່ໂຕເອງຢູ່ກັບສອງສາວຈົນລືມເຮົາຊັ້ນຫວາ.
ບຸນລອດ ອະແຮມ..! ໂຕເຂົ້າໃຈຜິດແລ້ວ ນີ້ແມ່ນນ້ອງສາວຂອງເຮົາເອງ
ຄຳເກົ້າວັນນະວິໄລ ເຮົາຂໍໂທດ ເຮົາຄິດວ່າ...! ເອີ...ເຮົາຮູ້ແລ້ວ ບຸນລອດເວົ້າຕັດຄວາມ ເຮັດໃຫ້ຄຳເກົ້າໜ້າແດງ ເພາະຄວາມອາຍ.
ພຸດທະວົງ ບໍ່ເປັນຫຍັງ? ເອົ໋າຍົກຈອກດື່ມ ເພື່ອມິດຕະພາບແລະບໍ່ໃຫ້ເຂີນອາຍ. ເຮັດໃຫ້ຄຳເກົ້າອາຍຫຼາຍກ່ວາເກົ່າອີກ. ນີ້ນັ່ງແປ໋ະເຮົານີ້ແມ່ນນ້ອຍ ແລະ ຢູ່ແປ໋ະບຸນລອດນັ້ນແມ່ນນ້ອງສາວຂອງລາວ. ຂ້ອຍແນະນຳ.
ຄຳເກົ້າວັນນະວິໄລ ຍີນດີທີ່ໄດ້ຮູ້ຈັກ. ເຊັ່ນກັນສອງສາວຕອບ.
ບຸນລອດ ຍ່າງອອກໄປສັ່ງເບຍ ປ່ອຍໃຫ້ຂ້ອຍແລະຄຳເກົ້າໄດ້ມີໂອກາດໃກ້ສິດກັບສອງສາວຫຼາຍຂື້ນ.
ພຸດທະວົງ ນ້ອຍເຈົ້າຢູ່ວຽງພີ້ໃໝ່ໆເປັນແນວໃດ?
ນ້ອຍມະນີວັນ ຕອນມາພີ້ໃໝ່ໆຂ້ອຍບໍ່ຮູ້ສິໄປທາງໃດ ດີແຕ່ໄດ້ຮູ້ຈັກກັບສົມພອນ ລາວເປັນໄທວຽງຈັນ ລາວໄດ້ພາຂ້ອຍໄປທ່ຽວຊົມທຸກບ່ອນ ເຮັດໃຫ້ຂ້ອຍໄດ້ຄຸ້ນເຄີຍກັບວຽງຈັນຫຼາຍຂຶ້ນ. ຂ້ອຍຟັງນ້ອຍເວົ້າມາຮອດນີ້ ຂ້ອຍໄດ້ເຫັນຄຳເກົ້າແລະສົມພອນຊົບຕາກັນຢູ່ ແຕ່ກະພໍດີບຸນລອດເຂົ້າມາ ພ້ອມທັງຢື່ນເບຍໃຫ້ຂ້ອຍ.
ຄຳເກົ້າວັນນະວິໄລ ຖາມສົມພອນ ນ້ອງມີແຟນແລ້ວຫວາ ຖ້າຍັງບໍ່ມີອ້າຍຈະຊອກໃຫ້...ເອົາໜ້າຕາແບບອ້າຍນີ້ບໍ່.?
ພຸດທະວົງ ເຮີຍ..! ພວກໂຕຈີບກັນຢູ່ຕໍ່ໜ້າຕໍ່ຕາ ບໍ່ອາຍເຮົາແດ່ບໍ !
ຄຳເກົ້າວັນນະວິໄລ ເວົ້າກັບສົມພອນ ເຮົາຍ້າຍໄປນັ່ງຢູ່ໂຕະອື່ນຄືສິດີເນາະ ຢູ່ນີ້ມີຄົນອິດສາ ແລ້ວຄຳເກົ້າແລະສົມພອນກໍ່ໄດ້ຍ້າຍໄປນັ່ງຢູ່ໂຕະອື່ນ. ບຶດໜຶ່ງບຸນລອດກໍ່ອອກຈາກໂຕະທີ່ຂ້ອຍນັ່ງຢູ່ນັ້ນໄປຢູ່ຂ້າງນອກພຸ້ນຖ້າ ປ່ອຍໃຫ້ຂ້ອຍແລະນ້ອຍໄດ້ມີໂອກາດເປີດເຜີຍຄາມໃນໃຈຂອງກັນແລະກັນ. ດົນເຕີບບຸນລອດກໍ່ຍ່າງເຂົ້າມາ ແລ້ວກໍ່ຊວນຂ້ອຍແລະຄຳເກົ້າກັບຫໍພັກ.
....ຫຼັງຈາກຄືນນັ້ນມາ ຄຳເກົ້າກໍ່ໄດ້ເປັນຫາສົມພອນເກືອບທຸກວັນ ຈົນເຮັດໃຫ້ທັງສອງສະນິດສະໝົນກັນຫຼາຍຂື້ນ ແລະ ສຸດທ້າຍທັງສອງກໍ່ໄດ້ກາຍເປັນແຟນກັນນັບແຕ່ມື້ນັ້ນມາ. ສ່ວນຂ້ອຍກໍ່ໄດ້ໄປຫຼີ້ນເຮືອນຂອງນ້ອຍ ໂດຍສະເພາະວັນໃດພັກລັດສະການ ຂ້ອຍພາໝູ່ຂອງຂ້ອຍໄປຊ່ອຍວຽກຄອບຄົວຂອງນ້ອຍ ຈົນເຮັດໃຫ້ພໍ່ແມ່ຂອງນ້ອຍເສາະລູກສາວໃສ່ ແລະເອີ້ນຂ້ອຍເປັນລູກເຜີຍໄວ້ກ່ອນໂລດ ໂດຍທີ່ຂ້ອຍກັບນ້ອຍບໍ່ທັນມີຫຍັງກັນເລີຍ.
....ມີມື້ໜຶ່ງຂ້ອຍໄດ້ໄປນັ່ງກີນເບຍຢູ່ຮ້ານອາຫານນ້ອຍແຫ່ງໜຶ່ງ ບັງເອີນມີມືຂອງໃຜຜູ້ໜຶ່ງມາຈັບບ່າຂ້ອຍ ແລ້ວເວົ້າຂື້ນວ່າ : ເຮີຍ..! ໜ້າຕາຂອງໂຕຄຸ້ນໆໂຕມາແຕ່ໃສ? ເຮົາມາແຕ່ໄຊຍະບູລີ ແລ້ວໂຕສີເຮັດຫຍັງ? ມາແຕ່ໄຊຍະບູລີຫວາ ໂຕຮູ້ຈັກພຸດທະວົງບໍ່? ກໍ່ເຮົານີ້ເດພຸດທະວົງ ແລ້ວໂຕແມ່ນໃຜ? ອ໋າວ..ໝູ່ ! ເຮົາແມ່ນທອງວັນ ໂຕຈື່ເຮົາບໍ່ໄດ້ບໍ. ບໍ່ເປັນຫຍັງກີນໂລດມື້ນີ້ເຮົາຈະລ້ຽງໂຕເອງ ເຮົາຫາກໍ່ມາຈາກ U.S.A ມື້ວານນີ້.ແລ້ວໂຕເຈີນ້ອຍແລ້ວຫວາ ທອງວັນຖາມ. ເຮົາເຈີນ້ອຍຕັ້ງແຕ່ຕອນເຮົາມາຢູ່ພີ້ໃໝ່ໆພຸ້ນແລ້ວເຮົາຈະພາໄປ.
...ຫຼັງຈາກມື້ທີ່ຂ້ອຍໄດ້ພາທອງວັນໄປເຮືອນນ້ອຍນັ້ນ ໄດ້ເຮັດໃຫ້ຄວາມຮັກຂອງຂ້ອຍກັບນ້ອຍນັ້ນຝຶດເຄືອງ ແລະ ຈົບລົງຍ້ອນອຳນາດເງີນຕຣາ. ມີເທື່ອໜຶ່ງພໍ່ແມ່ນຂອງນ້ອຍຢາກໃຫ້ນ້ອຍ ແຕ່ງງານກັບທອງວັນທີ່ເປັນຫົວໜ້າບໍລິສັດຢູ່ອາເມລິກາ. ນ້ອຍໄດ້ແຕ່ຮ້ອງໄຫ້ແລະກໍ່ມີມື້ໜຶ່ງນ້ອຍຮ້ອງໄຫ້ມາຫາຂ້ອຍ ຂ້ອຍຕົກໃຈຟ້າວຖາມນ້ອຍ ນ້ອຍເຈົ້າມີເລື່ອງຫຍັງເກີດຂື້ນບໍ. ພໍ່ແມ່ຂອງຂ້ອຍຢາກໃຫ້ຂ້ອຍແຕ່ງງານກັບຄົນທີ່ຂ້ອຍບໍ່ມັກ ພວກເພີ່ນບໍ່ຮູ້ດ໋ອກວ່າລູກຂອງເພີ່ນຈະເຈັບປວດສ່ຳໃດ. ເມື່ອຂ້ອຍໄດ້ຍີນຄຳວ່າ ” ແຕ່ງງານ ” ພໍປານເຂົາຍົກເອົາພູຜາທັງໜ່ວຍ ມາທັບເຕັງເອີກຂອງຂ້ອຍເອົາໂລດ ຂ້ອຍສັບສົນທີ່ສຸດໃນຕອນນີ້ແລະນ້ອຍໄດ້ເວົ້ານຳຂ້ອຍອີກວ່າ : ເຈົ້າພາຂ້ອຍໜີໄປໄດ້ບໍ່ ? ໜີໄປໃສຂ້ອຍຖາມຄືນ.ໄປໃສກໍ່ໄດ້ໄກເທົ່າໃດແຮງດີ ແລ້ວພວກເຮົາໄປຕັ້ງຕົ້ນຊີວິດໃໝ່ດ້ວຍກັນ ຂ້ອຍເຮັດແບບນີ້ບໍ່ໄດ້ດ໋ອກ ຈະໜີໄປໃສກໍ່ໜີບໍ່ມົ້ມກົດໝາຍຢູ່ດີ. ຊັ້ນເຈົ້າເຊົາຮັກຂ້ອຍແລ້ວຫວາ ເຈົ້າລືມຄຳສາບານທີ່ໃຫ້ໄວ້ຕໍ່ກັນຊັ້ນບໍ ຂ້ອຍຜິດຫວັງໃນໂຕຂອງເຈົ້າຫຼາຍ ເສຍທີທີ່ຂ້ອຍຮັກເຈົ້າ ແລະ ໄວ້ໃຈເຈົ້າມາໂດຍຕະຫຼອດ ຂ້ອຍຈະຖືວ່າ ຂ້ອຍຮັກຜິດຄົນ. ນ້ອຍເວົ້າສຸດແລ້ວກະແລ່ນໜີໄປ. ຕອນນີ້ຂ້ອຍບໍ່ຊ່າງເລືອກໄດ້ ຄົນໜຶ່ງຄືແຟນ ອີກຄົນຄືເພື່ອນ ຈະເລືອກໃຜດີ ຖ້າຂ້ອຍເລືອກຄົນໜຶ່ງ ອີກຄົນອາດຈະເສຍໃຈ. ໃນຄືນນັ້ນຂ້ອຍນອນບໍ່ຫຼັບ ເພາະມື້ອື່ນຈະເປັນ ງານໝັ້ນຂອງແຟນ.
....ພໍແຕ່ແສງອາທິດສອດສ່ອງມາ ຂ້ອຍເຫັນນົກຄູ່ໜຶ່ງບີນເວີ່ນຢູ່ເວຫາ ຖ້າຂ້ອຍມີປີກຂ້ອຍຄົງຈະບີນໜີໄປແລ້ວ ແຕ່ກະເປັນພຽງຄວາມຄິດທີ່ໄຮ້ສາລະ. ບໍ່ພໍຄາວ ຂ້ອຍກໍ່ໄດ້ຍີນສົມພອນເອີ້ນ ອ້າຍພຸດທະວົງ ເອົ໋ານີ້ຈ.ໝນ້ອຍ. ຂ້ອຍຮັບເອົາກໍ່ເປີດອ່ານ ເນື້ອໃນຈ.ໝຂຽນໄວ້ວ່າ “ລາກ່ອນອ້າຍ...ຖ້າຫາກມີຊາດໜ້າຂໍໃຫ້ເຮົາໄດ້ພົບກັນໃໝ່ ແລະ ຂໍຢ່າໄດ້ມີເວນກຳເໝືອນດັ່ງຊາດນີ້ເລີຍ ຊາດນີ້ເຮົາຮັກກັນບໍ່ໄດ້ ເອົາໄວ້ຊາດໜ້າຈິ່ງຮັກກັນໃໝ່ ສຳຫຼັບຊາດນີ້...ລາກ່ອນ...ໂຊກດີ...ຂໍໂທດດ້ວຍ...”. ຂ້ອຍອ່ານຈ.ໝຈົບແລ້ວເໝືອນກັບຄົນທີ່ບໍ່ມີວີນຍານ ຮ່າງກາຍອ່ອນເພຍ ຂ້ອຍບໍ່ຮູ້ວ່າຄວາມເຂັ້ມແຂງທາງກາຍແລະໃຈຂອງຂ້ອຍນັ້ນມັນຫາຍໄປໃສໝົດ ຖ້າຂ້ອຍຢ້ອນຄືນເວລາໄດ້ ຂ້ອຍຄົງຈະຢ້ອນຄືນໄປວັນເກົ່າ ວັນທີ່ບໍ່ມີເຂົາ ວັນທີ່ເຮົາໄດ້ເດີນຄຽງຂ້າງກັນ ແຕ່ແລ້ວມັນກະເປັນຄວາມເພີ້ຝັນລົມໆແລ້ງໆ ຂ້ອຍເຮັດບໍ່ໄດ້ດອກ ຂ້ອຍຕັດສີນໃຈສູ້ກັບອຸປະສັກ ແຕ່ບໍ່ມີແຮງຈະສູ້ແລະຕ້ານທານກັບມັນໄດ້. ສຸດທ້າຍ...ຂ້ອຍຕັດສີນໃຈໜີຈາກທີ່ນັ້ນ ໂດຍທີ່ບໍ່ມີຄົນໃດຮູ້ເລີຍ ວ່າຂ້ອຍໄປຢູໃສ ແຫ່ງຫົນໃດ...(ແຕ່ຜູ້ຂຽນຮູ້ວ່າໜີໄປຢູ່ຫຼວງພະບາງ ຮ່າໆໆ ມີແຕ່ໝັ້ນກັນຊື່ໆຖືວ່າຍັງບໍ່ທັນຈົບ ຍັງມີຕອນຕໍ່ໄປອີກ ວ່າທັງສອງຄົນລະຫວ່າງນ້ອຍກັບພຸດທະວົງຈະສົມຫວັງກັນຫຼືບໍ່ ຕິດຕາມອ່ານຕອນຕໍ່ໄປ ຮາໆ).

ໝາຍເຫດ : ອັນນີ້ຕ້ອງຂໍໂທດນຳທ່ານຜູ້ອ່ານເດີ ທີ່ ຂ.ພ.ຈ ໂພດລົງສອງເທື່ອ. ອັນທີ່ຢູ່ເວບບອດນັ້ນແມ່ນເປັນຄຳຖາມ. ແຕ່ອັນທີ່ຢູ່ໃນໄດຣນີ້ເປັນສະເພາະແຕ່ໃຫ້ອ່ານເພື່ອຄວາມເພີດເພີນເທົ່ານັ້ນ ຫຼື ທ່ານສິສະແດງຄວາມຄິດເຫັນນຳນະວະນິຍາຍຂອງ ຂ.ພ.ຈ ກະໄດ້ເດີຍີນດີ ມີຫຍັງຍັງບໍ່ຄັກບໍ່ແນ່ແລະເປັນຕາປັບປຸງບ່ອນໃດ  ກ.ລ.ນ ບອກ ຂ.ພ.ຈ ນຳແດ່ ເພື່ອວ່າ ຂ.ພ.ຈ ຈະໄດ້ນຳເອົາບົດຮຽນທີ່ຖອດຖອນໄດ້ ໄປນຳໃຊ້ເຂົ້າໃນການແຕ່ງນະວະນິຍາຍຂອງ ຂ.ພ.ຈ ໃນຄັ້ງຕໍ່ໄປ ...ຂໍຂອບໃຈ...

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 4, 2011 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

    ມີພະຍາເມືອງໜຶ່ງ ຊື່ຂອງເພີ່ນແມ່ນ ນາມສິງນີ້ລະຖ້າຈື່ບໍ່ຜິດ ໄດ້ປ່າວເອີ້ນໄຜ່ຟ້າລາຊະດອນ ທັງຍີງແລະຊາຍມາລວມກັນທີ່ເດີ່ນພະລາດສະວັງຫຼວງ ເພື່ອຈະພິສູດຄຳວ່າ" ຄວາມຮັກເຮັດໃຫ້ຄົນຕາບອດແທ້ບໍ່? " . ວິທີພິສູດຂອງເພີ່ນກະແມ່ນເພີ່ນໄດ້ໃຫ້ທະຫານຂຸດຂຸມ ແລ້ວເອົາໄມ້ໄຜ່ລຳໜຶ່ງຢາວປະມານ10 mມາວາງໄວ້ເຄີ່ງກາງຂຸມ ແລ້ວບອກໃຫ້ລາຊະດອນຂອງເພີ່ນໄຕ່ ແຕ່ຍ້ອນຄຳວ່າຄວາມຮັກເຮັດໃຫ້ຄົນຕາບອດນີ້ລະ ຈິ່ງເຮັດໃຫ້ຄົນສ່ວນຫຼາຍບໍ່ກ້າມືນຕາ ຍ້ອນເກງກົວຕໍ່ອຳນາດຂອງເພີ່ນ ດັ່ງນັ້ນຈິ່ງເຮັດໃຫ້ຄົນສ່ວນຫຼາຍຕົກລົງຂຸມນັ້ນເກືອບໝົດ ຈົນຍັງເຫຼືອແຕ່ຜູ້ສຸດທ້າຍ ພະຍາກໍ່ບອກໃຫ້ຜູ້ສຸດທ້າຍນັ້ນໄຕ່ ຜູ້ສຸດທ້າຍລາວກະໄຕ່ໄປທັງຢ້ານຕົກຂຸມລາວກະແອບລັກມືນຕາເບີ່ງ ແລ້ວກໍ່ໄຕ່ໄປຈົນສຸດໄມ້ ເມື່ອພະຍາເຫັນດັ່ງນັ້ນກໍ່ແປກໃຈແລະຖາມວ່າ ເປັນຫຍັງທ່ານຈິ່ງໄຕ່ໄປຈົນສຸດໄດ້ຍ້ອນຫຍັງ? ຍ້ອນວ່າຂະນ້ອຍແອບມືນຕາເບີ່ງຂະນ້ອຍ.  ພະຍາເລີຍອຸທານອອກມາວ່າ" ໂອເປັນແນວນີ້ເອງ "  ຮາໆຈົບມ່ວນບໍ່? ອິອິອິ

   ນິທານເລື່ອງນີ້ສອນໃຫ້ເຮົາຮູ້ວ່າ ຖ້າຄິດຈະຮັກໃຜຈັກຄົນເຮົາກໍ່ຄວນມືນຫູມືນຕາ ພິຈາລະນາເບີ່ງແດ່ ຖ້າບໍ່ມີການມືນຫູມືນຕາເບີ່ງ ມັນກະຕົກຂຸມຄືຄົນສ່ວນຫຼາຍຕົກຫັ້ນລະທ່ານເອີຍ..! ມີເທົ່ານີ້ແຫຼະ ຄວາມໝາຍຂອງຄຳວ່າຄວາມຮັກເຮັດໃຫ້ຄົນຕາບອດ ແລ້ວທ່ານເດຄິດແນວໃດກັບເລື່ອງນີ້ .