ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 30, 2012 | ມີ 9 ຄຳເຫັນ ແລະ 0 trackback(s)

 ... ຄົນເຮົາບໍ່ວ່າຈະຢູ່ທີ່ໃດ ສັງຄົມໃດກໍ່ຕາມ ຍ່ອມມີການກະທົບກະແທກກັນເປັນທຳມະດາ ແລະຜົນຂອງການກະທົບກະແທກກັນ ຍ່ອມເຮັດໃຫ້ຄູ່ກໍລະນີເກີດຄວາມບໍ່ພໍໃຈ ໂກດແຄ້ນ ແລະກາຍມາເປັນສັດຕູກັນໃນທີ່ສຸດ ຫາກເປັນເຊັ່ນນີ້ທັງສອງຝ່າຍຍ່ອມເກີດການອາຄາດ ພະຍາບາດກັນແນ່ນອນ ແຕ່ຫາກທັງສອງຝ່າຍຮູ້ຈັກ " ຂໍໂທດ ແລະໃຫ້ອະໄພ " ຄວາມໂກດແຄ້ນເຫຼົ່ານີ້ຍ່ອມໝົດໄປ

.... ຄຳວ່າ " ຂໍໂທດແລະໃຫ້ອະໄພ " ເປັນສິ່ງທີ່ເຮັດຍາກ ເພາະມັນຕ້ອງມາຈາກການໃຫ້ອະໄພແບບບໍ່ມີເງື່ອນໄຂ ຫຼື ຂໍ້ແມ້ໃດໆ ບາງຄົນອາດຈະບອກວ່າຫາກຂໍໂທດແລະໃຫ້ອະໄພ ຈະເປັນການເສຍສັກສີ ຫຼື ກາຍເປັນຜູ້ແພ້

... ແຕ່ທີ່ຈິງແລ້ວມັນບໍ່ແມ່ນແນວນັ້ນ ຖ້າເຮົາຮູ້ຈັກໃຫ້ອະໄພແລະຂໍໂທດ ເຮົາຈະເປັນຜູ້ຊະນະຕ່າງຫາກ ຊະນະໃນທີ່ນີ້ກໍ່ຄືຊະນະຕົວເອງ ແລະເປັນຜູ້ກ້າຫານ ທີ່ເຮົາຍອມຮັບຄວາມຜິດນັ້ນໄດ້ ແລ້ວກໍ່ຍອມຂໍໂທດໃນສິ່ງທີ່ເຮົາເຮັດລົງໄປ.

.... ການກ່າວຄືຂໍໂທດບໍ່ແມ່ນສິ່ງທີ່ໜ້າລະອາຍ ເພາະການສະແດງຄວາມກ້າຫານຮັບຜິດຊອບ ຍອມຮັບຄວາມຜິດພາດຂອງຕົນ ກົງກັນຂ້າມຫາກເຮັດຜິດແລ້ວບໍ່ຍອມຮັບຄວາມຈິງ ເພື່ອຫວັງປິດບັງບໍ່ໃຫ້ໃຜຮູ້ ມັນເປັນພຶດຕິກຳທີ່ໜ້າລະອາຍ... ດັ່ງນັ້ນຈິ່ງຈຳເປັນຕ້ອງຂໍໂທດທຸກຄັ້ງ ເມື່ອຕົນເອງໄດ້ທຳຜິດ.

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 20, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

ໃຜສາມາດຕອບຄຳຖາມນີ້ໄດ້ ຕອບມາເລີຍ ຫະຫະ

+++++++++++++++++++++++++++++++

ບູດໃນຕອນເຊົ້າ ............. ແມ່ນຫຍັງ?

ເນົ່າໃນຕອນເພນ............ ແມ່ນຫຍັງ?

ເຢັນໃນຕອນຄ່ຳ.............. ແມ່ນຫຍັງ?

+++++++++++++++++++++++++

ສະອາດໃນຕອນເຊົ້າ......... ແມ່ນຫຍັງ?

ຂາວໃນຕອນເພນ............. ແມ່ນຫຍັງ?

ເຍືອກເຍັນໃນຕອນຄ່ຳ....... ແມ່ນຫຍັງ?

+++++++++++++++++++++++++

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 18, 2012 | ມີ 11 ຄຳເຫັນ ແລະ 0 trackback(s)

 ກ່ອນພຣະເຈົ້າ ຈະສົ່ງສິ່ງທີ່ມີຊີວິດລົງມາເກີດເປັນໝາຢູ່ຮ່ວມກັບມະນຸດ ເພີ່ນໄດ້ສົ່ງທ້າວສຸນັກເຊິ່ງເປັນໂຕແທນຂອງພວກໝາ ມາສຳຫລວດການໃຊ້ຊີວິດຂອງມະນຸດກ່ອນ ເປັນເວລາສາມປີເຕັມໆ ພໍໄດ້ເວລາສາມປີຈິ່ງຖາມ ທ້າວໝາ
ພຣະເຈົ້າ: ເຈົ້າຢາກມີຮ່າງກາຍໃຫຍ່ ຫລື ນ້ອຍ
ທ້າວສຸນັກ: ໂຕນ້ອຍໆ ພໍແລ່ນເຂົ້າ ແລ່ນອອກເຮືອນຄົວສະດວກກໍ່ພໍແລ້ວ 
ພຣະເຈົ້າ: ມີ 4 ຂາ ຫລື 2 ຂາ
ທ້າວສຸນັກ: ຖ້າສອງຂາ ສອງມື ເຂົາຊິໃຊ້ໃຫ້ເຮັດວຽກຢູ່ຫ້ອງການແທ່ນຊັ້ນຕິ ຂໍບໍ່ມີມືດີກວ່າ 
ພຣະເຈົ້າ: ຄັນຊັ້ນເຮົາຈະໃຫ້ເຈົ້າ ເວົ້າໄດ້ຄືມະນຸດເດີ້
ທ້າວສຸນັກ: ໂອ້ຍ ຂໍນຳຂະນ້ອຍ ຢ່າໃຫ້ເວົ້າໄດ້ຄືມະນຸດເລີຍ 
ພຣະເຈົ້າ: ແປກໃຈ ເປັນຫຍັງ ການປາກເວົ້າສື່ສານໄດ້ ຄືສຸດຍອດຂອງສິ່ງທີ່ມີຊີວິດແລ້ວ ເຫດໃດເຈົ້າຈິ່ງປະຕິເສດ
ທ້າວສຸນັກ: ມັນກະດີຢູ່ດ້ອກ ແຕ່ການປາກເວົ້າໄດ້ມັນບໍ່ດີສຳລັບການເປັນຜົວເມຍກັນ 
ພຣະເຈົ້າ: ມັນບໍ່ດີແບບໃດ
ທ້າວສຸນັກ: ຕາມການສຳຫລວດໂລກມະນຸດຂພຈພົບວ່າ ການເປັນຜົວເມຍກັນມັນຄືຈັງຊິ້ຂະນ້ອຍ
ປີທຳອິດ ຜົວເວົ້າເມຍຟັງ 
ປີທີ່ສອງ ຜົວຟັງເມຍເປັນຜູ່ເວົ້າ 
ປີທີ່ສາມ ທັງຜົວທັງເມຍຍາດກັນເວົ້າ ຊາວບ້ານເປັນຜູ່ຟັງ ໂອຍຫນ້າອາຍ ຄືຂະນ້ອຍນີ້ມັກມີຫລາຍເມຍ ບໍ່ຢາກໄດ້ຍີນສຽງດ່າ ຂໍເວົ້າໄດ້ຄຳດ່ຽວດັງໆ ກໍ່ພໍແລ້ວ 
ພຣະເຈົ້າ: OK ຄັນຊັ້ນເລືອກເອົາຄຳສອງຄຳ ຕາມໃຈເຖີດ...ສະນັ້ນແຫລະຫມາຈື່ງເວົ້າໄດ້ແຕ່ຄຳດຽວ ຫງົງ...ຫງົງ

 

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 27, 2012 | ມີ 10 ຄຳເຫັນ ແລະ 0 trackback(s)

ການຕິດອີນເຕີເນັດ ເປັນຈຸດອ່ອນຂອງດັກ ແລະ ໄວລຸ້ນທີ່ມີປັນຫາພາວະດ້ານອາລົມ ຈາກການສຳຫຼວດຄັ້ງໃໝ່ຂອງປະເທດໄຕ້ຫວັນ  ມີຄວາມປະພຶດຫຼືແນວໂນ້ມ ທີ່ຈະຕິດອີນເຕີເນັດເພີ່ມຂື້ນຮ້ອຍລະ 10.8 ຫຼື 2.293 ລາຍ. ນັກວິໄຈຂອງໄຕ້ຫວັນໄດ້ຕິດຕາມ ຜົນຂອງການວິໄຈນີ້ມາເປັນໄລຍະເວລາ 2 ປີພົບວ່າ ເດັກທີ່ມີສະມາທິສັ້ນ ແລະ ຂີ້ດື້  ສາມາດຕິດອີນເຕີເນັດໄດ້ ງ່າຍກວ່າເດັກທີ່ມັກໃຊ້ພະລັງງານແລ່ນຫຼີ້ນ ລວມເຖິງພວກທີ່ບໍ່ມີຄວາມນິຍົມອອນລາຍ ໃນເດັກຜູ້ຍິງໂດຍສະເພາະເດັກທີ່ຂີ້ອາຍ ຫຼື ຢ້ານກົວສັງຄົມ ຈະເຮັດໃຫ້ຕິດອີນເຕີເນັດງ່າຍຂື້ນ. ເຖິງແນວໃດກໍ່ຕາມເດັກຜູ້ຊາຍຈະມີຄວາມສ່ຽງສູງກວ່າເດັກຜູ້ຍິງ ຖ້າຫາກເດັກນ້ອຍໃຊ້ອີນເຕີເນັດຫຼາຍກວ່າ 20 ຊົວໂມງ/ອາທິດ. ແຖວອາຊີມີຄວາມກັງວົນໃນເລື່ອງນີ້ ຫຼາຍກວ່າສະຫະລັດອາເມລິກາ  ໂລກອີນເຕີເນັດກາຍເປັນປັດໄຈທີ່ຂາດບໍ່ໄດ້ ໃນຊີວິດປະຈຳວັນຂອງຄົນເຮົາໄປແລ້ວ  ສັງຄົມເຮົາຄວນມີການແກ້ໄຂບັນຫານີ້ ຢ່າງເອົາຈິງເອົາຈັງ ດີກວ່າທີ່ຈະປ່ອຍໃຫ້ອີນເຕີເນັດກາຍມາເປັນຄູຜູ້ສອນເດັກນ້ອຍແທນ.

ຂຽນເມື່ອ ຂຽນເມື່ອ: ພ.ພ.. 27, 2012 | ມີ 4 ຄຳເຫັນ ແລະ 0 trackback(s)

ການປຸງຊີວິດກໍ່ຄືການປຸງອາລົມຂອງຕົວເອງ ເພື່ອປັບຕົວໃຫ້ເຂົ້າກັບຄົນອື່ນ ຄົນເຮົາມັນມີຫຼາຍຣົດຊາດຫຼາຍອາລົມ ເໝືອນກັບການປຸງແຕ່ງອາຫານ ຈະມີພຽງຣົດຊາດດຽວແມ່ນເປັນໄປບໍ່ໄດ້ ຄົນທີ່ມີອາລົມດຽວເຂົ້າເອີ້ນວ່າ " ຄົນທີ່ບໍ່ຮູ້ຈັກປຸງຊີວິດ " ລອງຄິດເບີ່ງຖ້າຫາກເຮົາເອົາຣົດທັງໝົດມາລວມກັນເພື່ອປຸງເປັນອາຫານ ຄື ເອົາຣົດສົ້ມ ຣົດຫວານ ຣົດມັນ ຣົດເຜັດ ຣົດເຄັມມາລວມຕົວກັນ ເຮົາກໍ່ຈະໄດ້ອາຫານທີ່ແຊບຊ້ອຍສາມາດບໍລິໂພກໄດ້..ໜ້າຈັບໃຈ. ຄົນເຮົາກໍ່ເໝືອນກັນຕ້ອງຮູ້ຈັກປຸງອາລົມຫຼາຍໆສະຖານະການ ຈິ່ງສາມາດເຮັດໃຫ້ຄົນອື່ນສາມາດບໍລິໂພກ ຄື ຢູ່ຮ່ວມກັນກັບຫຼາຍໆຄົນໄດ້.

ຂຽນເມື່ອ ຂຽນເມື່ອ: ພ.ພ.. 26, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

ຂົງເບັ້ງຜູ້ທີ່ສະຫຼາດສາມາດຢັ່ງຮູ້ຟ້າດີນໄດ້ເດີນທາງຜ່ານໝູ່ບ້ານແຫ່ງໜຶ່ງ ບັງເອີນໄດ້ເຫັນເດັກນ້ອຍກຸ່ມໜຶ່ງແລ່ນຫຼີ້ນຂວາງທາງຢູ່ ລາວຈິ່ງຮ້ອງຕະໂກນໄປໃສ່ເດັກນ້ອຍວ່າ : ເຮີຍ..! ພວກເດັກນ້ອຍທັງຫຼາຍຈົ່ງຫຼີກທາງໄປດຽວນີ້. ໜຶ່ງໃນຈຳນວນເດັກນ້ອຍໃນກຸ່ມນັ້ນໄດ້ຢືນຄ້ຳແອວຫຼຽວໄປເບີ່ງຂົງເບັ້ງແລ້ວເວົ້າຂື້ນວ່າ : ພວກຂ້ອຍກຳລັງສ້າງກຳແພງເມືອງ ແລະ ກໍ່ບໍ່ເຄີຍເຫັນກຳແພງເມືອງແຫ່ງໃດຫຼີກລົດມ້າໄດ້ ມີແຕ່ລົດມ້າເທົ່ານັ້ນທີ່ຈຳຕ້ອງໄດ້ຫຼີກກຳແພງເມືອງ. ຂົງເບັ້ງໄດ້ຍີນແນວນັ້ນກັບຕະລຶງເຖິງຄວາມສະຫຼາດຂອງເດັກນ້ອຍຄົນນັ້ນ ລາວຈິ່ງລົງຈາກລົດມ້າແລ້ວເຂົ້າໄປຫາເດັກນ້ອຍ ແລ້ວເວົ້າວ່າ : ເຈົ້ານີ້ຊ່າງສະຫຼາດເຫຼືອເກີນ ໄປບໍ່ໄປຢູ່ກັບລຸງໆຈະພາເຈົ້າປາບໂລກນີ້ໃຫ້ຮາບເປັນໜ້າກອງເລີຍ. "

" ເປັນໄປບໍ່ໄດ້ " ເດັກນ້ອຍຕອບ

" ເປັນຫຍັງຈິ່ງເປັນໄປບໍ່ໄດ້ " ຂົງເບັ້ງຖາມຄືນ

ຖ້າໂລກນີ້ຮາບເປັນໜ້າກອງນ້ຳຈະຖ້ວມໂລກ ຄົນແລະສັດຈະໄປຢູ່ໃສ ?

ອືມ...ຂົງເບັ້ງຄາງຄ່ອຍໆ ເພາະບໍ່ຮູ້ວ່າຈະຕໍ່ຄຳເວົ້າກັບແນວໃດ.

ເດັກນ້ອຍເຫັນວ່າຂົງເບັ້ງມິດໄປຈິ່ງໄດ້ເອີ່ຍປາກຖາມໄປວ່າ : ຢູ່ເທິງຟ້າມີດາວຈັກດວງ ? ຢູ່ທະເລມີປາຈັກໂຕ ? ຂົງເບັ້ງຕອບບໍ່ໄດ້ເລີຍເອີ່ຍໄປວ່າ ຖາມເຮັດຫຍັງສິ່ງທີ່ຢູ່ໄກຕົວເຮົາໃຜສິຕອບໄດ້ ຄືບໍ່ຖາມສິ່ງທີ່ຢູ່ໃກ້ຕົວເຮົານີ້ດີກວ່າ.  

" ຖ້າຈັ່ງຊັ້ນຂົນຄິ້ວທ່ານມີຈັກເສັ້ນ " ເດັກນ້ອຍຖາມ.

" ອືມ " ເປັນຄຳຖາມອີກຄຳຖາມໜຶ່ງທີ່ເຮັດໃຫ້ຂົງເບັ້ງຕອບບໍ່ໄດ້ ໃຜສິໄປຄິດວ່າສິເຈີກັບຄຳຖາມແບບນີ້. ຂົງເບັ້ງຜູ້ທີ່ອ້າງຕົວເອງວ່າສະຫຼາດສາມາດຢັ່ງຮູ້ຟ້າດີນ ມາບັດນີ້ຈົນມູມໃຫ້ກັບເດັກນ້ອຍຢ່າງບໍ່ຄາດຝັນ ນີ້ລະໜ່າເພີ່ນວ່າເໜືອຟ້າຍັງມີຟ້າ ເຫຼັກກ້າເຈີຫີນຊາ.

ຫາກທ່ານໄດ້ເບີ່ງ, ໄດ້ອ່ານສາລະຄະດີສາມກົກ ທ່ານຈະຮູ້ວ່າຂົງເບັ້ງແມ່ນໃຜ ມີຄວາມເກັ່ງກ້າສາມາດແນວໃດ ເພາະຢູ່ໃນບົດຄວາມນີ້ຂພຈໄດ້ເວົ້າເຖິງຂົງເບັ້ງ ຜູ້ທີ່ຊາວໂລກຮັບຮູ້ວ່າສະຫຼາດ ຍັງມາພາດທ່າໃຫ້ເດັກນ້ອຍໆໆໄດ້ຢ່າງບໍ່ຄິດບໍ່ຝັນ.

ຂຽນເມື່ອ ຂຽນເມື່ອ: ພ.ພ.. 9, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

ວິທີຂຽນບົດເລື່ອງ, ບົດປະພັນ ມີຢູ່ 5 ຂັ້ນຕອນຄື :

  1. ມີຄວາມຕື່ນເຕັ້ນຕໍ່ເລື່ອງທີ່ຈະຂຽນ.
  2. ເກັບກຳຂໍ້ມູນທີ່ຈະເອົາມາຂຽນ.
  3. ສ້າງໂຄງເລື່ອງທີ່ຈະເອົາມາຂຽນ ເປັນຂັ້ນຕອນທີ່ສຳຄັນ.
  4. ລົງມືຂຽນ.
  5. ຮຽບຮຽງ, ດັບແກ້ ແລະ ດັດແປງຄືນ.

ຫາກທ່ານໃດສົນໃຈໃນການຂຽນບົດເລື່ອງ ຫຼື ບົດປະພັນ ກໍ່ລອງໆເອົາໄປສຶກສາ ແລະ ຈັດເປັນຂັ້ນຕອນ ແລ້ວຂຽນລອງເບີ່ງເດີ້ ແຮະໆໆ ບາງທີໄດ້ເປັນນັກປະພັນທີ່ດີກໍ່ເປັນໄດ້ ໄຜສິຮູ້ ຂພຈ ກໍ່ຫັດແຕ່ງເລື່ອງຄືກັນ ລອງໆເຂົ້າໄປອ່ານເບີ່ງເດີ້  punlao.com/Virus2011/diary/20154/    punlao.com/Virus2011/diary/21140/   

ຂຽນເມື່ອ ຂຽນເມື່ອ: ກ.ພ.. 8, 2012 | ມີ 15 ຄຳເຫັນ ແລະ 0 trackback(s)

ໄດຣອາຣີສະບັບນີ້ຂຽນຂື້ນມາເພື່ອຕ້ອນຮັບ ວັນວາເລັນທາຍທີ່​ໃກ້​ຈະ​ມາ​ຮອດ​ໃນມໍ່ໆນີ້ ເພື່ອເປັນການເຕືອນສະຕິຂອງທຸກຄົນ. ວັນທີ່ເສຍຫຼາຍຂອງຜູ້ຊາຍ ແລະວັນອັນຕະລາຍຂອງຜູ້ຍິງນີ້ ມີຢູ່4ວັນດ້ວຍກັນ ຂພຈຈະບໍ່ຂໍອະທິບາຍເພາະຄຳຕອບສ່ວນຫຼາຍຢູ່ໃນໃຈຂອງພວກທ່ານໝົດແລ້ວ... ວັນແບບນີ້ຂພຈຄິດວ່າ ມັນຄົງຈະມີຫຼາຍວັນກວ່ານີ້ ແຕ່ຂພຈຂໍນຳເອົາມາສະຫຼຸບຫຍໍ້ໆໃນວັນສຳຄັນໆດັ່ງນີ້ :

  1. ວັນຄົບຮອດວັນເກີດ
  2. ວັນສົງການ
  3. ວັນວາເຣັນໄທນ໌
  4. ວັນລອຍກະທົງ

ເມັ້ນໃຫ້​ແດ່​ເດີ້ວ່າ ​ເປັນ​ຫຍັງ​ທັງ4ວັນ​ນີ້ຈິ່ງ​ເອີ້ນ​ວ່າ ວັນທີ່ເສຍຫາຍຂອງຜູ້ຊາຍແລະວັນອັນຕະລາຍຂອງຜູ້ຍິງ ? ກ.ລ.ນ ຊ່ອຍ​ໃຫ້​ຂໍ​ຄິດ​ເຫັນ​ແດ່? ... ຂອບ​ໃຈ ...

 
ຂຽນເມື່ອ ຂຽນເມື່ອ: ມ.ກ.. 24, 2012 | ມີ 7 ຄຳເຫັນ ແລະ 0 trackback(s)
  1. ຫຼັກທັມ...
  2. ຫຼັກກັມ...
  3. ຫຼັກເກນ...
  4. ຫຼັກການ...
  5. ຫຼັກຖານ...
ຂຽນເມື່ອ ຂຽນເມື່ອ: ມ.ກ.. 18, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

ນັກວິທະຍາສາດສ້າງຍຸງຂື້ນມາ ເພື່ອຂ້າຍຸງທີ່ມີເຊື້ອມາເລເລຍ

ຖືວ່າເປັນເລື່ອງທີ່ຮືຮາແລະເປັນເລື່ອງທີ່ໜ້າສົນໃຈທີ່ສຸດ ສຳຫຼັບການທົດລອງໃໝ່ຂອງນັກວິທະຍາສາດ ທີ່ໄດ້ສ້າງຍຸງຊະນິດໃໝ່ຂື້ນມາ ເພື່ອໄປກຳຈັດຍຸງທີ່ມີເຊື້ອມາເລເລຍ  ໂດຍທີ່ຍຸງຊະນິດໃໝ່ນີ້ຈະຖືກປູກຢີນຊະນິດພິເສດລົງໄປ ແລະເຮັດໃຫ້ມັນເຫັນແລະສາມາດຮູ້ໄດ້ວ່າຍຸງໂຕໃດມີເຊື້ອມາເລເລຍ ແລະມັນຈະເຂົ້າໄປໄລ່ກັດັນທີ. ເຖິງແນວໃດກໍ່ຕາມນັກວິທະຍາສາດເວົ້າວ່າ : ມັນຍັງຢູ່ໃນຂັ້ນຕອນຂອງການພັດທະນາ ແລະສາມາດປ່ອຍອອກສູ່ສະພາບແວດລ້ອມ ຢ່າງເປັນທາງການປະມານ10ປີຂ້າງໜ້າ.

ຈາກວາລະສານມະຫາຊົນ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 14, 2012 | ມີ 10 ຄຳເຫັນ ແລະ 0 trackback(s)

 ການທົດລອງທີ່ຜິດພາດເຮັດໃຫ້ເກີດລູກແຝດເກືອບໝົດເມືອງ

Joseft Megele ນັກວິທະຍາສາດສະໄໝການປົກຄອງຂອງຮິດເລີ ໄດ້ທຳການທົດລອງກ່ຽວກັບສາຍພັນໃໝ່ຂອງມວນມະນຸດ ໂດຍຈະສ້າງໃຫ້ຄົນທີ່ຢູ່ພາຍໃຕ້ການປົກຄອງຂອງຮິດເລີສະໄໝນັ້ນໃຫ້ກາຍເປັນຊາວເຢຍລະມັນ. ແຕ່ໂຄງການນີ່ຖືກຍົກເລີກພາຍຫຼັງກອງທັບຂອງຮິດເລີຖືກປະລາໄຊ ໃຫ້ແກ່ກອງທັບແດງໂຊຫວຽດ ແຕ່ຜົນພວງຈາກການເສຍຫາຍຂອງການຜິດພາດທາງການທົດລອງໃນຄັ້ງນັ້ນ ເຮັດໃຫ້ຜູ້ຍິງຖືພາ (ຈຳນວນ1ໃນ5) ໃນເມືອງນ້ອຍແຫ່ງໜຶ່ງຂອງປະເທດເບຼຊີນ ລ້ວນແຕ່ໄດ້ລູກແຝດແລະມີຮູບຮ່າງລັກສະນະເປັນຊາວເອີລົບ (ເຢຍລະມັນ) ທັງໝົດ. ດັ່ງນັ້ນໃນປີ1960 ລາວຈິ່ງໄດ້ກັບໄປທີ່ເອມາລິກາລາຕີນອີກຄັ້ງໜຶ່ງ ເພື່ອແຈກຢາຍຢາປີ່ນປົວໃຫ້ແກ່ຜູ້ຍິງ ນັບວ່າເປັນຄວາມຜິດພາດທີ່ໜ່າອັບອາຍທີ່ສຸດໃນການທົດລອງທາງວິທະຍາສາດຂອງລາວ.

ຈາກວາລະສານມະຫາຊົນ 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 14, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

 ສ້າງໃຍໄໝມາຈາກແບ້

ຫຼາຍຄົນອາດຈະບໍ່ເຊື່ອວ່າແບ້ຈະສາມາດຜະລິດໃຍໄໝໄດ້ ຈາກການທົດລອງນີ້້ທ່ານຕ້ອງຮູ້ສຶກຕະລຶງແນ່ນອນເຖິງຄວາມກ້າວໜ້າ ຂອງນັກວິທະຍາສາດໃນຍຸກປະຈຸບັນ ໂດຍການຮ່ວມມືລະຫວ່າງ Nexia Biootechnoloies ຮ່ວມມືກັບ Soldier Bidogical Chemical Command ( SBCCOM ) ໂດຍການນຳໃຊ້ຢີນມາຈາກແມງມູມເອົາມາໃສ່ ໃນແມ່ແບ້ທີ່ກຳລັງຈະເກີດລູກ. ເມື່ອລູກອອກມາທຸກຢ່າງ ແມ່ນຍັງເປັນແບ້ທັງຮູບຮ່າງລັກສະນະແລະພຶດຕິກຳ ແຕ່ໃນເວລາທີ່ແບ້ສາມາດໃຫ້ນົມໄດ້ ແບ້ຈະມີສານພິເສດທີ່ສາມາດນຳມາສະກັດອອກມາເປັນໃຍໄໝໄດ້.

ຈາກວາລະສານມະຫາຊົນ

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 3, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

ເຮົາອາດຈະເຄີຍເຫັນນັກກິລາເຕະບານ ເວລາໄດ້ຮັບບາດເຈັບໃນຊ່ວງການແຂ່ງຂັນ ຍັງສາມາດແຂ່ງຂັນໄດ້ຈົນຈົບເກມ ຫຼືວ່າທະຫານທີ່ໄດ້ຮັບລາດເຈັບໃນສະໝາມຍັງສາມາດຕໍ່ສູ້ໄດ້ອີກ ເຂົາເຈົ້າບໍ່ມີຄວາມເຈັບປວດບໍ ? ຄຳຖາມນີ້ມີຄຳຕອບຈາກນັກວິທະຍາສາດໄດ້ມີການພິສູດແລ້ວວ່າ ເມື່ອມະນຸດປະເຊີນສະຖານະການທີ່ຕຶງຄຽດ ສະໝອງຈະເລັ່ງສານຊະນິດໜຶ່ງອອກມາຢັບຢັ້ງຄວາມເຈັບປວດເອົາໄວ້ ເຮັດໃຫ້ມະນຸດຕໍ່ສູ້ກັບຄວາມເຈັບປວດໄດ້.(ສານຊະນິດນັ້ນຊື່ວ່າແນວໃດນັ້ນອັນນີ້ຂພຈບໍ່ຮູ້ນຳເດີ ແຮ່ໆຮູ້ແຕ່ວ່າແມ່ນສານຊະນິດໜຶ່ງເທົ່ານັ້ນ ອິອິ).

ຂໍ້ມູນສ່ວນໜຶ່ງຂອງວາລະສານມະຫາຊົນ.

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 3, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

ຕະຫຼອດຊີວິດຂອງຄົນເຮົາຕ້ອງມີການກະພິບຕາທຸກໆ 6 ວິນາທີ ແລະ ກ້າມເນື້ອຈະເຄື່ອນໄຫວປະມານ 10.000 ຄັ້ງຕໍ່ວັນ ຖ້າທຽບກັບການເຮັດວຽກຂອງກ້າມເນື້ອຂາແລ້ວ ຈະເທົ່າກັບການແລ່ນໃນໄລຍະທາງ 80 ກມ ຕໍ່ວັນ.

ຂໍ້ມູນສ່ວນໜຶ່ງຂອງວາລະສານມະຫາຊົນ.

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 3, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

ເປັນຫຍັງເວລາເຮົາເຂີນອາຍໜ້າເຮົາຈິ່ງແດງຂື້ນຢ່າງຜິດປົກກະຕິ ໂດຍສະເພາະໃນບໍລິເວນແກ້ມແລະລຳຄໍ ເປັນແບບນີ້ກໍ່ເພາະວ່າໃນຂະນະທີ່ເຮົາເຂີນອາຍນັ້ນ ເຊລປະສາດຈະຖືກກະຕຸ້ນໃຫ້ປ່ອຍສານເຄມີທີ່ມີພະລັງສູງຊື່ວ່າ ເປັບໄຕດ໌ (Peptide)ອອກມາ ເຮັດໃຫ້ບໍລິເວນໜ້າແລະລຳຄໍຕື່ງອອກ ໜ້າຂອງຄົນເຮົາຈິ່ງແດງຂື້ນຜິດປົກກະຕິ.

ຂໍ້ມູນສ່ວນໜຶ່ງຂອງວາລະສານມະຫາຊົນ.

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 2, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

ຄວາມໝາຍຂອງຄຳວ່າ Hello ມີໃຜຍັງບໍ່ທັນຮູ້

H = How are you ?

E = Everything alright ?

L = Like to hear from you ?

L = Love to see you soon !

O = Obviousle, I miss you !

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 1, 2011 | ມີ 11 ຄຳເຫັນ ແລະ 0 trackback(s)

ທ່ານຮູ້ບໍ່ວ່າໃນເວລາເຮົາຕົກໃຈເປັນຫຍັງໜ້າເຮົາຈິ່ງຊີດ ອັນນີ້ເນື່ອງມາຈາກເລືອດຢູ່ບໍລິເວນແກ້ມຈະໄຫຼຢ້ອນກັບໄປຢ່າງໄວວາເພື່ອເຮັດໜ້າທີ່ສຸກເສີນຄື ໃຫ້ສານອາຫານແລະອົກຊີແຊນແກ່ກ້າມຊີ້ນສ່ວນອື່ນໆ ເນື່ອງຈາກວ່າຮ່າງກາຍບໍ່ໄດ້ຕຽມພ້ອມຢູ່ຕະຫຼອດເວລາ ວ່າຈະຕ້ອງປະເຊີນກັບຄວາມຕົກໃຈ ສະນັ້ນເມື່ອເລືອດໄຫຼອອກໄປຈາກແກ້ມຂອງເຮົາຈິ່ງເປັນເຫດເຮັດໃຫ້ເຮົາໜ້າຊີດ.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 31, 2011 | ມີ 14 ຄຳເຫັນ ແລະ 0 trackback(s)

ທ່ານຜູ້ອ່ານຮູ້ບໍ່ວ່າ ຕອນເຮົາອາຍຸຫາກະໄດ້4-5ເດືອນນັ້ນ ເວລາໄຫ້ຈະບໍ່ມີນ້ຳຕາ ເຖິງຈະຮ້ອງໄຫ້ສຽງດັງປານໃດກໍ່ຕາມ ທີ່ເປັນແບບນີ້ກໍ່ເພາະວ່າຕ່ອມນ້ຳຕາຂອງຄົນເຮົາຈະພັດທະນາຂື້ນ  ຫຼັງຈາກທີ່ເກີດມາໄດ້4-5ເດືອນນັ້ນເອງ.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 31, 2011 | ມີ 14 ຄຳເຫັນ ແລະ 0 trackback(s)

ທ່ານເຊື່ອຫຼືບໍ່ວ່າ ວີນຍານຂອງຄົນເຮົາກະມີນ້ຳໝັກຄືກັນ ນັກວິທະຍາສາດທົດລອງຊັ່ງນ້ຳໜັກຂອງດວງວີນຍານ ໂດຍຊັ່ງນ້ຳໜັກຂອງຄົນໃນຂະນະທີ່ຍັງມີຊີວິດຢູ່ ປຽບທຽບກັບນ້ຳໜັກຫຼັງຈາກການເສຍຊີວິດທັນທີພົບວ່າ ນ້ຳໜັກຫຼຸດລົງ 21 ກະລາມ. ດັ່ງນັ້ນຈິ່ງມີການສະຫຼຸບວ່າ ດວງວີນຍານຂອງຄົນເຮົາ ຄືສິມີນ້ຳໜັກປະມານ 21 ກະລາມ.

ທ່ານເດຄິດວ່າແນວໃດ.

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 3, 2011 | ມີ 12 ຄຳເຫັນ ແລະ 0 trackback(s)

   ອາຈານສອນກິລາຊາວຍີ່ປຸ່ນໄວສະລາຄົນໜຶ່ງ ຊວນລູກສິດໝຸ່ມຊາວອາເມລິກາ ທີ່ຍ່າງຕາມຫຼັງໄປຕາມຫາດຊາຍຕອນແລງໆ ຊ່ວງໜຶ່ງຂອງການສົນທະນາ ອາຈານໃຊ້ໄມ້ຄ້ອນເທົ້າຂີດເສັ້ນສອງເສັ້ນຂະໜານກັນ ລົງໃນພື້ນທີ່ໆມີຊາຍຂາວລະອຽດ ເສັ້ນໜຶ່ງຍາວປະມານ 3ຟຸດ ອີກເສັ້ນໜຶ່ງຍາວປະມານ 5ຟຸດ. 

ອາຈານບອກລູກສິດ  >>> ເຈົ້າລອງເຮັດໃຫ້ເສັ້ນທີ່ຍາວ 3ຟຸດ ຍາວກວ່າເສັ້ນທີ່ຍາວ 5ຟຸດໃຫ້ອາຈານເບີ່ງດູ.! ສຽງຂອງອາຈານເປັກລັກສະນະທ້າທາຍ. ລູກສິດຊາວອາເມລິກາຢຸດຄິດເພື່ອພິຈາລະນາເສັ້ນທັງສອງຢູ່ບຶດໜຶ່ງກໍ່ຍີ້ມອອກມາ ເໝືອນກັບຄົ້ນພົບຄຳຕອບຢູ່ໃນໃຈ ເຂົາຕັ້ງໃຈໃຊ້ຕີນເບື້ອງໜຶ່ງລຶບຮອຍເສັ້ນທີ່ມີຄວາມຍາວ 5ຟຸດນັ້ນ ໃຫ້ສັ້ນເຂົ້າຈົນເຫຼືອໜ່ອຍດຽວ ດ້ວຍວິທີນີ້ເສັ້ນທີ່ຍາວ 3ຟຸດ ຈິ່ງໂດດເດັ່ນຂື້ນມາແທນ ເມື່ອລຶບແລ້ວລາວກໍ່ເງີຍໜ້າຂື້ນມາສົບຕາກັບອາຈານ ຄ້າຍໆກັບຂໍຄຳເຫັນ.
ລູກສິດ  >>> ແບບນີ້ໃຊ້ໄດ້ບໍ່ອາຈານ..?. ຜູ້ເປັນອາຈານໃຊ້ໄມ້ຄ້ອນເທົ້າເຄາະຫົວລາວບາດໜຶ່ງແລ້ວບອກວ່າ " ໃຊ້ວິທີນີ້ຊີວິດຂອງເຈົ້າກໍ່ຈະລົ້ມເຫຼວຕະຫຼອດໄປຮູ້ບໍ່? ຄົນທີ່ຈະຍົກຕົວໃຫ້ສູງໂດຍການທຳຮ້າຍຄູ່ແຂ່ງຂັນນັ້ນບໍ່ຄ່ອຍສະຫຼາດເລີຍ ທາງທີ່ດີຈົ່ງຍົກຕົວເອງຂື້ນແຕ່ຢ່າຫຼຸດຄົນອື່ນລົງ ". ວ່າແລ້ວອາຈານກໍ່ຂີດເສັ້ນທັງສອງຄືນໃໝ່ ແລ້ວສາທິດໃຫ້ເບີ່ງ ໂດຍການທີ່ປ່ອຍເສັ້ນທີ່ຍາວ 5ຟຸດ ໄວ້ຄຶເກົ່າ ແຕ່ຂີດເສັ້ນທີ່ຍາວ 3ຟຸດໃຫ້ຍາວຂື້ນເປັນ 10ຟຸດ ຄະນະທີ່ຝ່າຍລູກສິດຍັງງົງຢູ່   ຄູ່ແຂ່ງຂອງເຈົ້າບໍ່ແມ່ນສັດຕູແຕ່ຄືອາຈານຂອງເຈົ້າ ແລະ ເຂົາຄືຄົນສຳຄັນ ທີ່ຈະເຮັດໃຫ້ເຈົ້າກ້າວໜ້າຕໍ່ໄປຢ່າງສະຫງ່າງາມແລະມີກຽດສັກສີ ລອງຄິດເບີ່ງຖ້າບໍ່ມີຄູ່ແຂ່ງເຈົ້າຈະຮູ້ໄດ້ຢ່າງໃດ ວ່າຕົວເອງມີສັກກະຍະພາບໃນການເຮັດວຽກໄດ້ດີຂະໜາດໃດ? ບໍ່ມີອັນຂີ້ຮ້າຍແລ້ວເຈົ້າຈະຮູ້ໄດ້ແນວໃດວ່າຄວາມສວຍງາມເປັນແນວໃດ? ຄູ່ແຂ່ງຂັນຂອງເຮົາຍິ່ງເກັ່ງຍິ່ງສະຫຼາດເທົ່າໃດ ກໍ່ຈະເຮັດໃຫ້ເຮົາກ້າວໜ້າຕໍ່ໄປໃຫ້ສູງຍິ່ງຂື້ນ ນັກສູ້ທີ່ດີນັ້ນເຂົາຢືນຢັນຢູ່ໃນສັງວຽນໄດ້ ເພາະມີຄູ່ຕໍ່ສູ້ທີ່ເຂັ້ມແຂງ ຄູ່ຕໍ່ສູ້ທີ່ອ່ອນແອເຮັດໃຫ້ເຮົາຊະນະໄດ້ ແຕ່ໄຊຊະນະນັ້ນກໍ່ບໍ່ຍືນຍົງຄົງກະພັນ ຄົນທີ່ຈະພະຍາຍາມທີ່ຈະເລື່ອນໂຕເອງຂື້ນ ໂດຍການຂ້າລູກນ້ອງຟ້ອງເຈົ້ານາຍແລະຂາຍໝູ່ເພື່ອນນັ້ນ ເຖິງຈະເຮັດໄດ້ສຳເລັດ ແຕ່ນັ້ນກໍ່ເປັນພຽງຄວາມສຳເລັດທີ່ປາສະຈາກກຽດຕິຄຸນ ທີ່ບໍ່ອາດອ້າງອີງໄດ້ເຕັມເມັດເຕັມໜ່ວຍ ການທີ່ເລື່ອນໂຕເອງຂື້ນ ໂດຍໃຊ້ວິທີບໍ່ຊອບທຳກັບການເລື່ອນໂຕເອງຂື້ນ ໂດຍປ່ອຍໃຫ້ຄົນອື່ນ ໄດ້ກ້າວເດີນໄປຕາມວິທີທາງຂອງເຂົາຢ່າງມີເສລີພາບນັ້ນ ຈະມີຜົນໄດ້ຮັບແຕກຕ່າງກັນຢ່າງເຫັນໄດ້ຊັດເຈນ. ການເລື່ອນໂຕເອງຂື້ນພ້ອມກັບການຫຼຸດຄົນອື່ນລົງ ເຮົາອາດຊະນະແຕ່ກໍ່ມີສັດຕູເປັນຂອງແຖມໂດຍຄິດບໍ່ເຖິງ ສ່ວນການເລື່ອນໂຕເອງຂື້ນແຕ່ບໍ່ຫຼຸດຄົນອື່ນລົງນັ້ນ ເຮົາອາດເປັນຜູ້ຊະນະພ້ອມກັບມີເພື່ອນທີ່ແທ້ຈິງເພີ່ມຂື້ນຢ່າງມາກມາຍກ່າຍກອງ  ວິທີໃດດີເລືອກເອົາໄປນຳໃຊ້ໃນຊີວິດຈິງໄດ້.
ເລື່ອງນີ້ ຂພຈ ໄດ້ອ່ານແລ້ວຮູ້ສຶກວ່າມັນກີນໃຈດີເລີຍເສຍສະຫຼະເວລາມາຂຽນ ເພື່ອໃຫ້ເພື່ອນໆພັນລາວໄດ້ອ່ານກັນ ຄິດວ່າຄືສິນຳເອົາຄວາມຮູ້ມາໃຫ້ທ່ານບໍ່ຫຼາຍກໍ່ໜ່ອຍ .ຄັດຈາກປື້ມວາລະສານປີ 2007 .