ຂຽນເມື່ອ: ຕ.ລ.. 31, 2011
| ມີ
15 ຄຳເຫັນ
ແລະ
0 trackback(s)
ບັນທຶກຊີວິດຮັກຂອງນັກປະພັນ " ພຸດທະວົງ ນາມສິງ " ນະວະນິຍາຍເລື່ອງ " ຮັກແທ້ຕ້ອງເຂົ້າໃຈກັນ "
...ເລື່ອງນີ້ເກີດຂື້ນຢູ່ໃນສັງຄົມມະນຸດ ທີ່ໄຝ່ຝັນຫາເງີນທອງ ຈົນລືມຄວາມດີທີ່ຄົນອື່ນມີໃຫ້ ເລື່ອງມີຢູ່ວ່າ :
...ທີ່ບ້ານນອກແຫ່ງໜຶ່ງຂອງປະເທດລາວ ມີເດັກນ້ອຍສາມຄົນແລ່ນຫຼີ້ນຢູ່ຕາມເດີ່ນບ້ານ ບຶດໜຶ່ງກໍ່ໄດ້ມີສຽງຮ້ອງມາແຕ່ໃນເຮືອນ. ນ້ອຍ...ມາຂົນເຄື່ອງຊ່ອຍແມ່ແດ່ ເຮົາສິໄດ້ຍ້າຍໄປຢູ່ວຽງຈັນແລ້ວໄດ໋. ນ້ອຍມະນີວັນ ຄືຍິງສາວທີ່ໜ້າຮັກ ມີຮູບຮ່າງອອນຊອນ ຍີ້ມງ່າຍ ມີສະເນ່ຢູ່ໃນຕົວ. ບໍ່ດົນກໍ່ມີລົດຄັນໜຶ່ງແລ່ນມາຈອດຢູ່ໜ້າບ້ານ ນັ້ນຄືພໍ່ຂອງນ້ອຍເອງ ແລະ ນ້ອຍກໍ່ໄດ້ຈາກຂ້ອຍໄປ. ຂ້ອຍແລະທອງວັນໄດ້ແຕ່ເບີ່ງນ້ອຍ ຂ້ອຍໄດ້ເບີ່ງເຫັນພາບເສົ້າໆຢູ່ໃນແວວຕາຂອງນ້ອຍ ພາບນັ້ນຄືພາບອາດິດແລະຄວາມຊົງຈຳ. ບໍ່ພໍເດືອນທອງວັນ ເຊິ່ງເປັນໝູ່ຮັກໝູ່ແພງຂອງຂ້ອຍນັ້ນ ພັດຈາກຂ້ອຍໄປໂດຍທີ່ຂ້ອຍບໍ່ຮູ້ເລີຍວ່າລາວໄປຢູ່ໃສ.ຈາກມື້ກາຍເປັນເດືອນ ຈາກເດືອນກາຍເປັນປີ ທັງສາມກໍ່ໄດ້ໃຫຍ່ກ້າໜ້າບານເປັນໝູ່ສາວກັນແລ້ວ ກໍ່ໄດ້ວົນວຽນມາພົບເຈີກັນອີກຄັ້ງ ແຕ່ຄັ້ງນີ້ມັນແຕກຕ່າງກັບຄັ້ງກ່ອນຫຼາຍ.
ພຸດທະວົງ ໄດ້ສະໝັກເຂົ້າເປັນທະຫານປ້ອງກັນຊາດ ແລະ ຖືກສົ່ງໄປປະຕິບັດໜ້າທີ່ຢູ່ວຽງຈັນ. ມີມື້ໜຶ່ງຂ້ອຍໄດ້ໄປທ່ຽວບຸນທາດຫຼວງພ້ອມດ້ວຍໝູ່ ພໍແຕ່ຂ້ອຍຍ່າງໄປຢຸດຢູ່ໜ້າຮ້ານແຫ່ງໜຶ່ງ ບັນເອີນມີຍິງສາວຄົນໜຶ່ງ ມາຈັບມືຂ້ອຍແລ້ວເວົ້າວ່າ : ມື້ນີ້ໂຕຄືບໍ່ມັກປາກຫວາ... ໄປ໋ເຮົາໄປຊອກຫາໝູ່ເຮົາເທາະ..! ເຫັນຂ້ອຍບໍ່ປາກບໍ່ຕີງ ຍິງຄົນນັ້ນກໍ່ຫຼຽວຂື້ນເບີ່ງໜ້າຂ້ອຍໂລດ. ອຸ໋ຍ..! ອ້າຍ...ຂໍໂທດເດີຂ້ອຍຫຼົງຄົນ ຂ້ອຍຄິດວ່າແມ່ນໝູ່ຂອງຂ້ອຍຊັ້ນດອກ. ພໍດີບຸນລອດຍ່າງເຂົ້າມາແລະເອີ່ຍຂື້ນວ່າ ພວກເຂົ້າຮູ້ຈັກກັນແລ້ວຫວາ. ໂອ..! ອ້າຍບຸນລອດນີ້ອ້າຍເອງຫວາ ນ້ອງຄິດວ່າແມ່ນໃຜ. ຍິງຄົນນັ້ນເບີ່ງໜ້າຂ້ອຍແລ້ວເວົ້າວ່າ ຜູ້ນີ້ແມ່ນໃຜອ້າຍບຸນລອດ. ອໍ...ນີ້ພຸດທະວົງເປັນໝູ່ຂອງຂ້ອຍເອງ ລາວມາຈາກໄຊຍະບູລີ ນີ້ສົມພອນນ້ອງສາວຂອງເຮົາ ບຸນລອດແນະນຳໃຫ້ຂ້ອຍຮູ້ຈັກ.
ສົມພອນ ນ້ອງໄປຊອກຫາໝູ່ກ່ອນເດີ ພວກອ້າຍໄປນັ່ງຖ້ານ້ອງບຶດດຽວ ແລ້ວສົມພອນກໍ່ຈາກໄປ
ພຸດທະວົງໂຕມີນ້ອງສາວງາມແນວນີ້ຄືບໍ່ແນະນຳໃຫ້ເຮົາຮູ້ຈັກ ຕັ້ງແຕ່ຕອນເຮົາໄປຫາໂຕຢູ່ເຮືອນພຸ້ນ.
ບຸນລອດ ມື້ໂຕໄປຫຼີ້ນນຳເຮົານັ້ນ ນ້ອງເຮົາໄປຫານ້າເຮົາຢູ່ທ່າແຂກພຸ້ນ ນ້ອງເຮົາຫາກໍ່ມາຫວ່າງສອງສາມມື້ນີ້ເອງ ຖາມເຮດຫຍັງ?.ໂຕສົນໃຈນ້ອງເຮົາຫວາ...ພໍດີສົມພອນຍ່າງເຂົ້າມາ ພ້ອມດ້ວຍໝູ່ອີກຄົນໜຶ່ງ ໜ້າຕາຄຸ້ນໆເໝືອນເຄີຍເຫັນທີ່ໃດມາກ່ອນ ຂ້ອຍນຶກຢູ່ໃນໃຈ. ພໍດີສົມພອນເອີ່ຍຂື້ນ ນີ້ຄືນ້ອຍ..ທີ່ມາຈາກໄຊຍະບູລີເໝືອນກັບເຈົ້າ. ມາຈາກໄຊຍະບູລີຫວາ ຂ້ອຍຢ້ຳຄືນຄວາມເກົ່າ ແລ້ວເຈົ້າຢູ່ບ້ານໃດນ້ອຍ. ຂ້ອຍເຄີຍຢູ່ບ້ານຜາປູນມາກ່ອນ (ນ້ອຍຕອບ) ຄອບຄົວຂ້ອຍໄດ້ຍ້າຍມາຢູ່ວຽງຈັນ ຕັ້ງແຕ່ຕອນຂ້ອຍຍັງນ້ອຍພຸ້ນ. ອໍ...! ທີ່ແທ້ກໍ່ໄທບ້ານດຽວກັນ. ຄັນຊັ້ນເຈົ້າຊື່ຫຍັງ? ນ້ອຍຖາມ. ຂ້ອຍຊື່ພຸດທະວົງ. ອ້າຍພຸດທະວົງຫວາ ຂ້ອຍຄິດວ່າແມ່ນໃຜ ທີ່ແທ້ກໍ່ໄທບ້ານດຽວກັນຕັ້ງແຕ່ຕອນເຮົາເປັນເດັກນ້ອຍ. ເອີ..ຊັ້ນອ້າຍທອງວັນບໍ່ມາຫວາ. ທອງວັນ...ເອີ...ຄືວ່າລາວຍ້າຍໄປຈາກໄຊຍະບູລີແລ້ວເດ. ລາວຍ້າຍໄປໃສ? ຂ້ອຍກະບໍ່ຮູ້ຄືກັນວ່າລາວຍ້າຍໄປໃສ ແລ້ວອ້າຍມາເຮັດຫຍັງຢູ່ວຽງພີ້ ຂ້ອຍບໍ່ທັນໄດ້ຕອບຊ້ຳ ພໍດີຄຳເກົ້າວັນນະວິໄລຍ່າງເຂົ້າມາ.
ຄຳເກົ້າວັນນະວິໄລ ອ໋າວ...ໝູ່ ! ເຮົາພັດໄປຊອກຫາພວກໂຕຢູ່ທາດຫຼວງພຸ້ນ. ທີ່ແທ້ກໍ່ມານັ່ງຢູ່ນຳສາວເສີຍ ປ໋ະເຮົາໃຫ້ເຮົາຊອກຫາພວກໂຕຜູ້ດຽວ ພວກໂຕຫາຄວາມສຸກໃສ່ໂຕເອງຢູ່ກັບສອງສາວຈົນລືມເຮົາຊັ້ນຫວາ.
ບຸນລອດ ອະແຮມ..! ໂຕເຂົ້າໃຈຜິດແລ້ວ ນີ້ແມ່ນນ້ອງສາວຂອງເຮົາເອງ
ຄຳເກົ້າວັນນະວິໄລ ເຮົາຂໍໂທດ ເຮົາຄິດວ່າ...! ເອີ...ເຮົາຮູ້ແລ້ວ ບຸນລອດເວົ້າຕັດຄວາມ ເຮັດໃຫ້ຄຳເກົ້າໜ້າແດງ ເພາະຄວາມອາຍ.
ພຸດທະວົງ ບໍ່ເປັນຫຍັງ? ເອົ໋າຍົກຈອກດື່ມ ເພື່ອມິດຕະພາບແລະບໍ່ໃຫ້ເຂີນອາຍ. ເຮັດໃຫ້ຄຳເກົ້າອາຍຫຼາຍກ່ວາເກົ່າອີກ. ນີ້ນັ່ງແປ໋ະເຮົານີ້ແມ່ນນ້ອຍ ແລະ ຢູ່ແປ໋ະບຸນລອດນັ້ນແມ່ນນ້ອງສາວຂອງລາວ. ຂ້ອຍແນະນຳ.
ຄຳເກົ້າວັນນະວິໄລ ຍີນດີທີ່ໄດ້ຮູ້ຈັກ. ເຊັ່ນກັນສອງສາວຕອບ.
ບຸນລອດ ຍ່າງອອກໄປສັ່ງເບຍ ປ່ອຍໃຫ້ຂ້ອຍແລະຄຳເກົ້າໄດ້ມີໂອກາດໃກ້ສິດກັບສອງສາວຫຼາຍຂື້ນ.
ພຸດທະວົງ ນ້ອຍເຈົ້າຢູ່ວຽງພີ້ໃໝ່ໆເປັນແນວໃດ?
ນ້ອຍມະນີວັນ ຕອນມາພີ້ໃໝ່ໆຂ້ອຍບໍ່ຮູ້ສິໄປທາງໃດ ດີແຕ່ໄດ້ຮູ້ຈັກກັບສົມພອນ ລາວເປັນໄທວຽງຈັນ ລາວໄດ້ພາຂ້ອຍໄປທ່ຽວຊົມທຸກບ່ອນ ເຮັດໃຫ້ຂ້ອຍໄດ້ຄຸ້ນເຄີຍກັບວຽງຈັນຫຼາຍຂຶ້ນ. ຂ້ອຍຟັງນ້ອຍເວົ້າມາຮອດນີ້ ຂ້ອຍໄດ້ເຫັນຄຳເກົ້າແລະສົມພອນຊົບຕາກັນຢູ່ ແຕ່ກະພໍດີບຸນລອດເຂົ້າມາ ພ້ອມທັງຢື່ນເບຍໃຫ້ຂ້ອຍ.
ຄຳເກົ້າວັນນະວິໄລ ຖາມສົມພອນ ນ້ອງມີແຟນແລ້ວຫວາ ຖ້າຍັງບໍ່ມີອ້າຍຈະຊອກໃຫ້...ເອົາໜ້າຕາແບບອ້າຍນີ້ບໍ່.?
ພຸດທະວົງ ເຮີຍ..! ພວກໂຕຈີບກັນຢູ່ຕໍ່ໜ້າຕໍ່ຕາ ບໍ່ອາຍເຮົາແດ່ບໍ !
ຄຳເກົ້າວັນນະວິໄລ ເວົ້າກັບສົມພອນ ເຮົາຍ້າຍໄປນັ່ງຢູ່ໂຕະອື່ນຄືສິດີເນາະ ຢູ່ນີ້ມີຄົນອິດສາ ແລ້ວຄຳເກົ້າແລະສົມພອນກໍ່ໄດ້ຍ້າຍໄປນັ່ງຢູ່ໂຕະອື່ນ. ບຶດໜຶ່ງບຸນລອດກໍ່ອອກຈາກໂຕະທີ່ຂ້ອຍນັ່ງຢູ່ນັ້ນໄປຢູ່ຂ້າງນອກພຸ້ນຖ້າ ປ່ອຍໃຫ້ຂ້ອຍແລະນ້ອຍໄດ້ມີໂອກາດເປີດເຜີຍຄາມໃນໃຈຂອງກັນແລະກັນ. ດົນເຕີບບຸນລອດກໍ່ຍ່າງເຂົ້າມາ ແລ້ວກໍ່ຊວນຂ້ອຍແລະຄຳເກົ້າກັບຫໍພັກ.
....ຫຼັງຈາກຄືນນັ້ນມາ ຄຳເກົ້າກໍ່ໄດ້ເປັນຫາສົມພອນເກືອບທຸກວັນ ຈົນເຮັດໃຫ້ທັງສອງສະນິດສະໝົນກັນຫຼາຍຂື້ນ ແລະ ສຸດທ້າຍທັງສອງກໍ່ໄດ້ກາຍເປັນແຟນກັນນັບແຕ່ມື້ນັ້ນມາ. ສ່ວນຂ້ອຍກໍ່ໄດ້ໄປຫຼີ້ນເຮືອນຂອງນ້ອຍ ໂດຍສະເພາະວັນໃດພັກລັດສະການ ຂ້ອຍພາໝູ່ຂອງຂ້ອຍໄປຊ່ອຍວຽກຄອບຄົວຂອງນ້ອຍ ຈົນເຮັດໃຫ້ພໍ່ແມ່ຂອງນ້ອຍເສາະລູກສາວໃສ່ ແລະເອີ້ນຂ້ອຍເປັນລູກເຜີຍໄວ້ກ່ອນໂລດ ໂດຍທີ່ຂ້ອຍກັບນ້ອຍບໍ່ທັນມີຫຍັງກັນເລີຍ.
....ມີມື້ໜຶ່ງຂ້ອຍໄດ້ໄປນັ່ງກີນເບຍຢູ່ຮ້ານອາຫານນ້ອຍແຫ່ງໜຶ່ງ ບັງເອີນມີມືຂອງໃຜຜູ້ໜຶ່ງມາຈັບບ່າຂ້ອຍ ແລ້ວເວົ້າຂື້ນວ່າ : ເຮີຍ..! ໜ້າຕາຂອງໂຕຄຸ້ນໆໂຕມາແຕ່ໃສ? ເຮົາມາແຕ່ໄຊຍະບູລີ ແລ້ວໂຕສີເຮັດຫຍັງ? ມາແຕ່ໄຊຍະບູລີຫວາ ໂຕຮູ້ຈັກພຸດທະວົງບໍ່? ກໍ່ເຮົານີ້ເດພຸດທະວົງ ແລ້ວໂຕແມ່ນໃຜ? ອ໋າວ..ໝູ່ ! ເຮົາແມ່ນທອງວັນ ໂຕຈື່ເຮົາບໍ່ໄດ້ບໍ. ບໍ່ເປັນຫຍັງກີນໂລດມື້ນີ້ເຮົາຈະລ້ຽງໂຕເອງ ເຮົາຫາກໍ່ມາຈາກ U.S.A ມື້ວານນີ້.ແລ້ວໂຕເຈີນ້ອຍແລ້ວຫວາ ທອງວັນຖາມ. ເຮົາເຈີນ້ອຍຕັ້ງແຕ່ຕອນເຮົາມາຢູ່ພີ້ໃໝ່ໆພຸ້ນແລ້ວເຮົາຈະພາໄປ.
...ຫຼັງຈາກມື້ທີ່ຂ້ອຍໄດ້ພາທອງວັນໄປເຮືອນນ້ອຍນັ້ນ ໄດ້ເຮັດໃຫ້ຄວາມຮັກຂອງຂ້ອຍກັບນ້ອຍນັ້ນຝຶດເຄືອງ ແລະ ຈົບລົງຍ້ອນອຳນາດເງີນຕຣາ. ມີເທື່ອໜຶ່ງພໍ່ແມ່ນຂອງນ້ອຍຢາກໃຫ້ນ້ອຍ ແຕ່ງງານກັບທອງວັນທີ່ເປັນຫົວໜ້າບໍລິສັດຢູ່ອາເມລິກາ. ນ້ອຍໄດ້ແຕ່ຮ້ອງໄຫ້ແລະກໍ່ມີມື້ໜຶ່ງນ້ອຍຮ້ອງໄຫ້ມາຫາຂ້ອຍ ຂ້ອຍຕົກໃຈຟ້າວຖາມນ້ອຍ ນ້ອຍເຈົ້າມີເລື່ອງຫຍັງເກີດຂື້ນບໍ. ພໍ່ແມ່ຂອງຂ້ອຍຢາກໃຫ້ຂ້ອຍແຕ່ງງານກັບຄົນທີ່ຂ້ອຍບໍ່ມັກ ພວກເພີ່ນບໍ່ຮູ້ດ໋ອກວ່າລູກຂອງເພີ່ນຈະເຈັບປວດສ່ຳໃດ. ເມື່ອຂ້ອຍໄດ້ຍີນຄຳວ່າ ” ແຕ່ງງານ ” ພໍປານເຂົາຍົກເອົາພູຜາທັງໜ່ວຍ ມາທັບເຕັງເອີກຂອງຂ້ອຍເອົາໂລດ ຂ້ອຍສັບສົນທີ່ສຸດໃນຕອນນີ້ແລະນ້ອຍໄດ້ເວົ້ານຳຂ້ອຍອີກວ່າ : ເຈົ້າພາຂ້ອຍໜີໄປໄດ້ບໍ່ ? ໜີໄປໃສຂ້ອຍຖາມຄືນ.ໄປໃສກໍ່ໄດ້ໄກເທົ່າໃດແຮງດີ ແລ້ວພວກເຮົາໄປຕັ້ງຕົ້ນຊີວິດໃໝ່ດ້ວຍກັນ ຂ້ອຍເຮັດແບບນີ້ບໍ່ໄດ້ດ໋ອກ ຈະໜີໄປໃສກໍ່ໜີບໍ່ມົ້ມກົດໝາຍຢູ່ດີ. ຊັ້ນເຈົ້າເຊົາຮັກຂ້ອຍແລ້ວຫວາ ເຈົ້າລືມຄຳສາບານທີ່ໃຫ້ໄວ້ຕໍ່ກັນຊັ້ນບໍ ຂ້ອຍຜິດຫວັງໃນໂຕຂອງເຈົ້າຫຼາຍ ເສຍທີທີ່ຂ້ອຍຮັກເຈົ້າ ແລະ ໄວ້ໃຈເຈົ້າມາໂດຍຕະຫຼອດ ຂ້ອຍຈະຖືວ່າ ຂ້ອຍຮັກຜິດຄົນ. ນ້ອຍເວົ້າສຸດແລ້ວກະແລ່ນໜີໄປ. ຕອນນີ້ຂ້ອຍບໍ່ຊ່າງເລືອກໄດ້ ຄົນໜຶ່ງຄືແຟນ ອີກຄົນຄືເພື່ອນ ຈະເລືອກໃຜດີ ຖ້າຂ້ອຍເລືອກຄົນໜຶ່ງ ອີກຄົນອາດຈະເສຍໃຈ. ໃນຄືນນັ້ນຂ້ອຍນອນບໍ່ຫຼັບ ເພາະມື້ອື່ນຈະເປັນ ງານໝັ້ນຂອງແຟນ.
....ພໍແຕ່ແສງອາທິດສອດສ່ອງມາ ຂ້ອຍເຫັນນົກຄູ່ໜຶ່ງບີນເວີ່ນຢູ່ເວຫາ ຖ້າຂ້ອຍມີປີກຂ້ອຍຄົງຈະບີນໜີໄປແລ້ວ ແຕ່ກະເປັນພຽງຄວາມຄິດທີ່ໄຮ້ສາລະ. ບໍ່ພໍຄາວ ຂ້ອຍກໍ່ໄດ້ຍີນສົມພອນເອີ້ນ ອ້າຍພຸດທະວົງ ເອົ໋ານີ້ຈ.ໝນ້ອຍ. ຂ້ອຍຮັບເອົາກໍ່ເປີດອ່ານ ເນື້ອໃນຈ.ໝຂຽນໄວ້ວ່າ “ລາກ່ອນອ້າຍ...ຖ້າຫາກມີຊາດໜ້າຂໍໃຫ້ເຮົາໄດ້ພົບກັນໃໝ່ ແລະ ຂໍຢ່າໄດ້ມີເວນກຳເໝືອນດັ່ງຊາດນີ້ເລີຍ ຊາດນີ້ເຮົາຮັກກັນບໍ່ໄດ້ ເອົາໄວ້ຊາດໜ້າຈິ່ງຮັກກັນໃໝ່ ສຳຫຼັບຊາດນີ້...ລາກ່ອນ...ໂຊກດີ...ຂໍໂທດດ້ວຍ...”. ຂ້ອຍອ່ານຈ.ໝຈົບແລ້ວເໝືອນກັບຄົນທີ່ບໍ່ມີວີນຍານ ຮ່າງກາຍອ່ອນເພຍ ຂ້ອຍບໍ່ຮູ້ວ່າຄວາມເຂັ້ມແຂງທາງກາຍແລະໃຈຂອງຂ້ອຍນັ້ນມັນຫາຍໄປໃສໝົດ ຖ້າຂ້ອຍຢ້ອນຄືນເວລາໄດ້ ຂ້ອຍຄົງຈະຢ້ອນຄືນໄປວັນເກົ່າ ວັນທີ່ບໍ່ມີເຂົາ ວັນທີ່ເຮົາໄດ້ເດີນຄຽງຂ້າງກັນ ແຕ່ແລ້ວມັນກະເປັນຄວາມເພີ້ຝັນລົມໆແລ້ງໆ ຂ້ອຍເຮັດບໍ່ໄດ້ດອກ ຂ້ອຍຕັດສີນໃຈສູ້ກັບອຸປະສັກ ແຕ່ບໍ່ມີແຮງຈະສູ້ແລະຕ້ານທານກັບມັນໄດ້. ສຸດທ້າຍ...ຂ້ອຍຕັດສີນໃຈໜີຈາກທີ່ນັ້ນ ໂດຍທີ່ບໍ່ມີຄົນໃດຮູ້ເລີຍ ວ່າຂ້ອຍໄປຢູໃສ ແຫ່ງຫົນໃດ...(ແຕ່ຜູ້ຂຽນຮູ້ວ່າໜີໄປຢູ່ຫຼວງພະບາງ ຮ່າໆໆ ມີແຕ່ໝັ້ນກັນຊື່ໆຖືວ່າຍັງບໍ່ທັນຈົບ ຍັງມີຕອນຕໍ່ໄປອີກ ວ່າທັງສອງຄົນລະຫວ່າງນ້ອຍກັບພຸດທະວົງຈະສົມຫວັງກັນຫຼືບໍ່ ຕິດຕາມອ່ານຕອນຕໍ່ໄປ ຮາໆ).
ໝາຍເຫດ : ອັນນີ້ຕ້ອງຂໍໂທດນຳທ່ານຜູ້ອ່ານເດີ ທີ່ ຂ.ພ.ຈ ໂພດລົງສອງເທື່ອ. ອັນທີ່ຢູ່ເວບບອດນັ້ນແມ່ນເປັນຄຳຖາມ. ແຕ່ອັນທີ່ຢູ່ໃນໄດຣນີ້ເປັນສະເພາະແຕ່ໃຫ້ອ່ານເພື່ອຄວາມເພີດເພີນເທົ່ານັ້ນ ຫຼື ທ່ານສິສະແດງຄວາມຄິດເຫັນນຳນະວະນິຍາຍຂອງ ຂ.ພ.ຈ ກະໄດ້ເດີຍີນດີ ມີຫຍັງຍັງບໍ່ຄັກບໍ່ແນ່ແລະເປັນຕາປັບປຸງບ່ອນໃດ ກ.ລ.ນ ບອກ ຂ.ພ.ຈ ນຳແດ່ ເພື່ອວ່າ ຂ.ພ.ຈ ຈະໄດ້ນຳເອົາບົດຮຽນທີ່ຖອດຖອນໄດ້ ໄປນຳໃຊ້ເຂົ້າໃນການແຕ່ງນະວະນິຍາຍຂອງ ຂ.ພ.ຈ ໃນຄັ້ງຕໍ່ໄປ ...ຂໍຂອບໃຈ...