
ຂຽນເມື່ອ: ມ.ກ.. 18, 2012
| ມີ
6 ຄຳເຫັນ
ແລະ
0 trackback(s)
ນັກວິທະຍາສາດສ້າງຍຸງຂື້ນມາ ເພື່ອຂ້າຍຸງທີ່ມີເຊື້ອມາເລເລຍ
ຖືວ່າເປັນເລື່ອງທີ່ຮືຮາແລະເປັນເລື່ອງທີ່ໜ້າສົນໃຈທີ່ສຸດ ສຳຫຼັບການທົດລອງໃໝ່ຂອງນັກວິທະຍາສາດ ທີ່ໄດ້ສ້າງຍຸງຊະນິດໃໝ່ຂື້ນມາ ເພື່ອໄປກຳຈັດຍຸງທີ່ມີເຊື້ອມາເລເລຍ ໂດຍທີ່ຍຸງຊະນິດໃໝ່ນີ້ຈະຖືກປູກຢີນຊະນິດພິເສດລົງໄປ ແລະເຮັດໃຫ້ມັນເຫັນແລະສາມາດຮູ້ໄດ້ວ່າຍຸງໂຕໃດມີເຊື້ອມາເລເລຍ ແລະມັນຈະເຂົ້າໄປໄລ່ກັດັນທີ. ເຖິງແນວໃດກໍ່ຕາມນັກວິທະຍາສາດເວົ້າວ່າ : ມັນຍັງຢູ່ໃນຂັ້ນຕອນຂອງການພັດທະນາ ແລະສາມາດປ່ອຍອອກສູ່ສະພາບແວດລ້ອມ ຢ່າງເປັນທາງການປະມານ10ປີຂ້າງໜ້າ.
ຈາກວາລະສານມະຫາຊົນ