![ຂຽນເມື່ອ](./images/icons/wrote.png)
ຂຽນເມື່ອ: ມ.ສ.. 12, 2012
| ມີ
5 ຄຳເຫັນ
ແລະ
0 trackback(s)
ໃນຊີວິດການດຳລົງຊີວິດຂອງຄົນ ເຮົາມັກຈະພົບກັບບັນຫາຢ່າງໜີບໍ່ພົ້ນ ແຕ່ເຮົາສາມາດປ່ຽນບັນຫາໃຫ້ເປັນໂອກາດໄດ້ ໂດຍໃຫ້ຄິດວ່າທີ່ໃດມີບັນຫາທີ່ນັ້ນມີໂອກາດ. ໂອກາດຈະປະກົດຕົວຂື້ນຄັ້ງທຳອິດໃນຮູບແບບຂອງບັນຫາ ທີ່ໃດມີບັນຫາທີ່ນັ້ນຍ່ອມມີໂອກາດສະເໜີ. ຖ້າເຮົາບໍ່ມັກບັນຫາຫຼືໜີບັນຫາ ເຮົາກໍ່ບໍ່ສາມາດພົບກັບໂອກາດ ເພາະໂອກາດແມ່ນວິທີການແກ້ໄຂບັນຫານັ້ນເອງ. ເພື່ອນໆຢ່າໄດ້ມີຄວາມທໍ້ແທ້ຕໍ່ກັບບັນຫາເລີຍ ທຸກຄົນລ້ວນແລ້ວແຕ່ພົບເຈີກັບບັນຫານຳກັນທັງສີ້ນ ບໍ່ວ່າເຮົາຈະຢູ່ໃສ ແຫ່ງຫົນໃດບັນຫາກໍ່ຈະຕາມເຮົາໄປຢູ່ທຸກຫົນແຫ່ງ ພຽງແຕ່ເຮົາຕ້ອງສະຫຼາດສາມາດປັບປ່ຽນບັນຫາໃຫ້ເກີດປະໂຫຍດຕໍ່ເຮົາກໍ່ເທົ່ານັ້ນເອງ.