![ຂຽນເມື່ອ](./images/icons/wrote.png)
ຂຽນເມື່ອ: ມິ.ຖ.. 8, 2012
| ມີ
11 ຄຳເຫັນ
ແລະ
0 trackback(s)
ການຝຶກສະມາທິເລີ່ມຈາກການບໍລິກຳໆຈັດອາລົມຄືຄວາມນຶກຄິດຕ່າງໆອອກໄປຈົນວ່າຈິດໃຈຈະສະຫງົບເບົາ ການຝຶກສະມາທິຕ້ອງຢູ່ບົນພື້ນຖານທີ່ບໍ່ມີອາລົມກຳຈັດອາລົມຫຼາຍເທົ່າໃດກໍ່ເປັນສະມາທິຫຼາຍເທົ່ານັ້ນ. ເພາະການຝຶກສະມາທິເປັນການລະງັບອາລົມອອກຈາກຈິດໃຈປຽບດັ່ງເຮົາເຄາະຂີ້ໝ້ຽງອອກຈາກເນື້ອເຫຼັກ. ຄວາມນຶກຄິດຄວາມເຄັ່ງຄຽດຕໍ່ການງານທຸກວັນເຮັດໃຫ້ສະໝອງຕ້ອງເຮັດວຽກຢູ່ຕະຫຼອດເວລາ ຍິ່ງຄິດຫຼາຍເທົ່າໃດກໍ່ຍິ່ງເຮັດໃຫ້ສະໝອງເຊື່ອມສະມັດທະພາບໄວຂື້ນກວ່າປົກກະຕິ ການປ່ອຍວາງ ອອກຈາກຄວາມນຶກຄິດຈິ່ງເປັນວິທີເຮັດໃຫ້ສະໝອງໄດ້ຮັບການພັກຜ່ອນ. ການຝຶກສະມາທິຈິ່ງເປັນການຢຸດພັກຜ່ອນສະໝອງໃຫ້ມີປະສິດທິພາບ ປຽບເໝືອນຄົນເດີນທາງໄກໄດ້ຢຸດພັກກໍ່ຍ່ອມເຮັດໃຫ້ເຫື່ອແຮງກັບມາ. ດັ່ງນັ້ນ, ການຝຶກສະມາທິຈິ່ງເປັນປັດໄຈໜຶ່ງ ທີ່ສຳຄັນຂອງຄົນເຮົາ ຊາວຕາເວັນຕົກສ່ວນຫຼາຍຂະເຈົ້າມັກໃຊ້ວິທີນີ້ ເພື່ອສະງັບສະຕິອາລົມເພາະມັນໄດ້ຜົນດີ ເຮັດໃຫ້ເກີດຄວາມຫວ່າງຈິດໃຈສະຫງົບ ແລະ ມີປະສິດທິພາບໃນການທຳງານໄດ້ດີ. ພວກເຮົາຊາວພຸດແທ້ໆຄວນຈະຫັນມາໃສ່ໃຈໃນເລື່ອງນີ້ ເພື່ອຈະບໍ່ໄດ້ອາຍໜ້າຊາວຕ່າງຊາດເຂົາ.
![](http://punlao.com/uploads_user/24000/23646/297437.jpg)
![](http://punlao.com/uploads_user/24000/23646/297438.jpg)
![](http://punlao.com/uploads_user/24000/23646/297439.jpg)