ຂຽນເມື່ອ: ກ.ພ.. 6, 2011
| ມີ
2 ຄຳເຫັນ
ແລະ
0 trackback(s)
ວິທີນັ່ງສະມາທິ(ຫຍໍ້)
ການໄປສົມໂພດພຣະມີການນິຍົມກັນຢ່າງແຜ່ຫຼາຍ ແລະເປັນຍອດປາຖນາຂອງຍາດໂຍມລາວທຸກ ຄົນ ເພາະຖືວ່າເປັນການທໍາບຸນທີ່ບັນດານຜົນສໍາເລັດຫຼາຍປະການ (ຕາມຄວາມເຊື່ອສັດທາຂອງແຕ່ລະ ຄົນ) ບາງທ່ານກໍມີຄວາມປາຖນາໄວ້ໃນໃຈວ່າໃນຊີວິຕໜຶ່ງ ຄວນຈະຫາໂອກາດໄປຮ່ວມງານສົມໂພດໃຫ້ ໄດ້ ບາງຄົນກໍຕັ້ງໃຈວ່າ ຄວນຈະຫາໂອກາດໄປຮ່ວມງານສົມໂພດ 9 ຄັ້ງ, ບາງທ່ານຄວນຈະໃຫ້ໄດ້ເຖິງ 11 ຄັ້ງ, ມີບາງຄົນມີຄວາມຕັ້ງໃຈໝັ້ນ 1 ຕ້ອງໄປຮ່ວມສົມໂພດໃຫ້ ໄດ້ເຖິງ 9 ວັດ ຫຼື 11 ວັດ ແລະມີຫຼາຍຄົນກໍປະຕິບັດໄດ້ດັ່ງນັ້ນຫຼ ວງຫຼາຍ ສົມຕາມມະໂນເຈຕະນາຂອງ
ການໄປຮ່ວມສົມໂພດພຣະພຸດທະຮູບນັ້ນ ນອກຈາກໃຫ້ທານ ຄືໄດ້ຖວາຍປັຈຈັຍດ້ວຍລັກສະນະ ຕ່າງໆແລ້ວ, ຍັງໄດ້ຮັກສາສີນ 5 ຫຼືສີລ 8 ຕະຫຼອດຄືນ ແລະໄດ້ຟັງທັມມະເທສນາ ແລະໄຫວ້ອີກ ທີ່ສໍາ ຄັນກໍຄືການນັ່ງສະມາທິນັ້ນເອງ.
ການນັ່ງສະມາທິນັ້ນ ນັ່ງແບບໃດຈຶ່ງຖືກຕ້ອງ, ໃຫ້ເຂົ້າໃຈງ່າຍໆ ດັ່ງນີ້ ຄື:
- ຜູ້ຊາຍ: ນັ່ງຂັດຖະໝາດ(ຂັດສະມາທິ) ເອົາຂາຂວາເຕັງຂາຊ້າຍ ແລ້ວເອົາມີຂວາມເຕັງມືຊ້າຍ ໃຫ້ຫົວໂປ້ມືຈຸກັນ, ທໍາຕົວໃຫ້ກົງ ຕັ້ງຫົວໃຫ້ຊື່ສໍາພັນກັບກະດູກສັນຫຼັງບໍ່ໃຫ້ກະດູກສັນຫຼັງງໍ ຫຼືບ້ຽວ ຈະບໍ່ໄດ້ເຈັບຫຼັງງ່າຍ.
- ສໍາລັບຜູ້ຍິງໃຫ້ເຮັດຄືຜູ້ຊາຍ ແຕ່ມີບາງທ່ານບໍ່ກ້ານັ່ງຂັດຖະໝາດ, ກໍໃຫ້ນັ່ງຂັດຖະໝອບກໍໄດ້ ແຕ່ໃຫ້ເຮັດເໝືອນຜູ້ຊາຍທຸກຢ່າງ.
- ການກໍານົດລົມຫາຍໃຈ: ຫາຍໃຈເຂົ້າວ່າ “ພຸດ” ຫາຍໃຈອອກວ່າ “ໂທ” ຫລື ຫາຍໃຈເຂົ້າວ່າ “ຍຸບໜໍ” ຫາຍໃຈອອກວ່າ “ພອງໜໍ” ຕາມລົມເຂົ້າ ແລະຕາມລົມອອກສະໝໍ່າສະເໝີ ຫົວລົມຢູ່ທີ່ປາຍດັງ, ທ້າຍລົມຢູ່ທີ່ທ້ອງນ້ອຍຫຼືສາຍບື , ລົມເຂົ້າຍາວກໍໃຫ້ຮູ້ວ່າຍາວ ສະໝໍ່ສະເໝີ ບໍ່ໃຫ້ບັງຄັບລົມຫາຍໃຈ ໃຫ້ປ່ອຍຕາມຄວາມເປັນຈິງ ເຮັດໄປເລື້ອຍໆ ແຕ່ໃຫ້ຮູ້ການ ເຄື່ອນໄຫວຂອງຮ່າງກາຍຂອງເຮົາທຸກໄລຍະ ຄືໃຫ້ກໍານົດຮູ້ ວ່າມີຫຍັງເກີດຂຶ້ນ ຖ້າມັນເກີດຂຶ້ນ ກໍ ໃຫ້ກໍານົດຮູ້ສາ ຢ່າຝືນ ຢ່າຕິດ ແຕ່ຈົ່ງຕາມກໍານົດຮູ້ວ່າສິ່ງທີ່ເກີດນັ້ນ ບໍ່ນານມັນກໍຈະປ່ຽນແປງໄປ ເປັນຢ່າງອື່ນ ບໍ່ຄົງທົນ.
- ຮູບ, ສຽງ, ກິ່ນ, ຣົສ, ໂຜສຖັພພະ, ທັມມາຣົມ ທີ່ເກີດຂຶ້ນ, ມັນຈະກະທົບກັບອິນຊີທັງ 6 ພາຍໃນອັນຄື ຕາ, ຫູ, ດັງ, ລິ້ນ ກາຍ ແລະໃຈ ໃຫ້ກໍານົດຮູ້ ແລະຕັດຖິ້ມສາ ທໍາຈົນໃຈສະຫງົບ ຫລືສິ່ງນີ້ບໍ່ເກີດຂຶ້ນ ຮຽກວ່າ “ເປັນສະມາທິ” ຫລື “ໄດ້ສະມາທິ”.
- ຈົ່ງເຂົ້າໃຈວ່າ: ການນັ່ງສະມາທິ ຄືການສະຫງົບໃຈ ກໍາຈັດອາສາວະທີ່ມັນມາພົວພັນກັບໃຈລົງໄດ້ ຈົນເກີດຊານ ຍານ ແລະປັນຍາຕາມລໍາດັບ ແລ້ວດັບສັພພະອັນຕະຣາຍລົງ ກໍເກີດ ປິຕິ ກະເສີມ ແລະສຸຂ ໃນອິຣິຍາບົດຕ່າງໆ.
ເປົ້າໝາຍຂອງການສົມໂພດພຣະ
- ເປົ້າໝາຍຂອງການສົມໂພດພຣະ ກໍຄື
1. ເປັນການທໍາບຸນຊະນິດໜຶ່ງ,
2. ເຮັດໃຫ້ພຣະສັກສິດ ເປັນທີ່ຂາບໄຫວ້ສັກກາຣະບູຊາຂອງຄົນ ແລະເທວະດາທັງໝົດທັງປວງ, 3. ເປັນການທໍາສະມາທິອົບຮົມ ຈິດໃຫ້ຢູ່ໃນຄວາມສະຫງົບຄາຍຈາກກິເລສ(ໂລບ, ໂກດ, ຫຼົງ).
- ສະນັ້ນອານິສົງຂອງການສົມໂພດພຣະຈຶ່ງ ມີຫຼາຍຄື:
1. ໄດ້ບຸນ ປາຖະໜາເອົາມະນຸດສົມບັດ, ສະຫວັນສົມບັດ ແລະພະນິພພານສົມບັດ.
2. ກໍາຈັດບາບເຄາະທັງໃນອະດີດ ແລະປັດຈຸບັນໄດ້.
3. ລ້າງບາບ ແລະສະເດາະເຄາະອັນໃຫຍ່ຫຼວງລົງ.
4. ຮັກສາ ຫຼືບົວພະຍາດບາງຊະນິດໄດ້(ຫາກທໍາສະມາທິໄດ້, ເນັ້ນໜັກຕ້ອງທໍາສະມາທິໄດ້).
5. ກໍາຈັດຄວາມງົມງາຍ ແລະຫຼົງໃນລາບ ຍົດ ກຽດ ແລະຊື່ສຽງລົງໄດ້, ແລ້ວໃຫ້ມີລາບ ຍົດ ກຽດ ແລະຊື່ສຽງມາປະດັບຊີວິຕ.
6. ປົກປ້ອງ ແລະສົ່ງເສີມພຣະພຸດທະສາສນາໃຫ້ໝັ້ນຄົງຕາບເທົ້າຫ້າພັນພຣະວັດສາ.
7. ແລະອື່ນໆ.