![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ພ.ຈ.. 27, 2010
| ມີ
6 ຄຳເຫັນ
ແລະ
0 trackback(s)
<!--[if !mso]>v\:* {behavior:url(#default#VML);}o\:* {behavior:url(#default#VML);}w\:* {behavior:url(#default#VML);}.shape {behavior:url(#default#VML);}<![endif]--><!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0cm 5.4pt 0cm 5.4pt;mso-para-margin-top:0cm;mso-para-margin-right:0cm;mso-para-margin-bottom:10.0pt;mso-para-margin-left:0cm;line-height:115%;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-fareast-font-family:"Times New Roman";mso-fareast-theme-font:minor-fareast;mso-hansi-font-family:Calibri;mso-hansi-theme-font:minor-latin;mso-bidi-font-family:"Cordia New";mso-bidi-theme-font:minor-bidi;}<![endif]--><!--[if gte mso 9]><![endif]--><!--[if gte mso 9]><![endif]--> ພົນລະເມືອງລາວ ສ່ວນໃຫຍ່ເຊື່ອຖືພຸດທະສາສະໜາ ຊິ່ງເປັນສາສະໜາ ດັ້ງເດີມ, ມີຜູ້ເຊື່ອຖືທັງໝົດກວມເອົາ 66,8% ຂອງພົນລະເມືອງ. ສາ ສະໜາເຢຊູຄຣິດ ມີຜູ້ເຊື່ອຖືປະມານ 1,5%. ສ່ວນສາສະໜາອິດສະລາມ ແລະ ບາຮາຍ ມີຜູ້ເຊື່ອຖືໜ້ອຍກວ່າ 1%. ນອກຈາກເຊື່ອຖື ສາສະໜາ ແລ້ວຍັງມີຜູ້ເຊື່ອຖືບັນພະບູລຸດ (ເຊື່ອຖືຜີ) ທີ່ເປັນຄວາມເຊື່ອອັນເກົ່າແກ່ ຂອງ ຄົນລາວມາແຕ່ບູຮານ ແລະ ເຊື່ອຖືອື່ນໆ ປະມານ 30,9% (ສະຖິຕິສຳຫຼວດພົນລະເມືອງ ປີ 2005). ສິດທິທາງດ້ານສາສະໜາ ຫຼື ຄວາມເຊື່ອປະຊາຊົນລາວ ບັນດາເຜົ່າມີສິດເສລີພາບ ໃນການເຊື່ອຖື ຫຼື ບໍ່ເຊື່ອຖືສາສະໜາ, ເຊິ່ງສິດດັ່ງກ່າວໄດ້. ສະແດງອອກ ແລະ ຄ້ຳປະກັນ ໂດຍລັດຖະທຳມະນູນ ມາດຕາ9 ແລະ ມາດຕາ43. ນອກຈາກນີ້, ຍັງມີບັນດາບັນຍັດ,ລະບຽບ -
ກົດໝາຍ. ໂດຍສະເພາະ ແມ່ນດຳລັດຂອງນາຍຍົກລັດຖະມົນຕີ ເລກທີ 92/ນຍ ວ່າດ້ວຍການຄຸ້ມຄອງ ແລະ ປົກປ້ອງການ ເຄື່ອນໄຫວສາສະໜາ ຢູ່ ສປປ ລາວ ເຊິ່ງເປັນການປົກປ້ອງ ແລະ ຄຸ້ມຄອງການເຄື່ອນໄຫວ ທີ່ຖືກຕ້ອງຕາມກົດໝາຍ ຂອງ ບັນດາອົງການສາສະໜາ ແລະ ສາສະນິກະຊົນຂອງສາສະໜາຕ່າງໆ ໃນ ສປປ ລາວ. ສິດເສລີພາບໃນການເຊື່ອຖືສາສະໜາ ນອກຈາກຈະລະບຸໄວ້ໃນລັດຖະທຳມະນູນ, ດຳລັດແລະ ລະບຽບກົດໝາຍແລ້ວ ລັດຖະບານ ສປປ ລາວ ຍັງມີນະໂຍບາຍ 4 ຂໍ້ໃຫຍ່ ຕໍ່ສາສະໜາ:
-ເຄົາລົບສິດເສລີພາບໃນການເຊື່ອຖື ຫຼື ບໍ່ເຊື່ອຖືສາສະໜາ ຂອງພົນລະເມືອງລາວ, ບໍ່ອະນຸຍາດໃຫ້ມີການຊື້ຈ້າງຈອບອອຍ ຫຼື ບີບບັງຄັບໃດໆ ໃຫ້ພົນລະເມືອງເຊື່ອຖືສາສະໜາໃດໜື່ງ ຫຼື ໃຫ້ປະຊາຊົນປະລະການເຊື່ອຖືສາສໜາ. -ເຄົາລົບ ແລະ ປົກປ້ອງການເຄື່ອນໄຫວສາສະໜາຖືກຕ້ອງຕາມກົດໝາຍ,ປຸກລະດົມສົ່ງເສີມພະສົງ - ສາມະເນນ ແລະ ການ ບວດ ຂອງສາສະໜາຕ່າງໆ ໃຫ້ເຂົ້າຮ່ວມໃນການເຄື່ອນໄຫວ ທີ່ເປັນປະໂຫຍດແກ່ປະເທດຊາດ ແລະ ປະຊາຊົນ, ຫ້າມທຸກ ການກະທຳທີ່ເປັນການແບ່ງແຍກສາສະໜາ ແລະ ແບ່ງແຍກປະຊາຊົນ. - ສາສະນິກະຊົນ ແລະ ສາສະໜາຕ່າງໆ ມີສິດ ແລະ ພັນທະຂອງພົນລະເມືອງເທົ່າທຽມກັນ, ສາມັກຄີກັນເຮັດ ໜ້າທີ່ປົກປັກ ຮັກກສາ ແລະ ສ້າງສາພັດທະນາປະເທດຊາດ.
- ເອົາໃຈໃສ່ສົ່ງຄວາມຮູ້ທາງດ້ານວິທະຍາສາດ ທໍາມະຊາດ ແລະ ສັງຄົມ ໃຫ້ແກ່ປະຊາຊົນເຜົ່າຕ່າງໆ, ຂົນຂວາຍ ແລະ ຊັກ ຊວນໃຫ້ເຂົາເຈົ້າຄ່ອຍໆ ປະລະຮີດຄອງອັນຫຼ້າຫຼັງ ທີ່ສົ່ງຜົນສະທ້ອນບໍ່ດີເຖິງຄວາມສາມັກຄີ, ການຜະລິດ ແລະ ການດຳລົງ ຊີວິດຂອງເຜົ່າຕ່າງໆ ກໍ່ຄືຂອງຊາດ, ສ້າງຄວາມສີວິໄລທາງດ້ານຈິດໃຈເທື່ອລະກ້າວ. ຍ້ອນການປະຕິບັດສິດສະເໝີພາບ ແລະ ສິດເສລີພາບ ໃນການເຊື່ອຖື ຫຼື ບໍ່ເຊື່ອຖືສາສະໜາໄດ້ດີ, ໃນປັດຈຸບັນຢູ່ ສປປ ລາວ ມີ 4 ສາສະໜາຄື:1) ພຸດທະສາສະໜາ 2)ສາສະໜາເຢຊູຄຣິດ ປະກອບມີ 2 ນິກາຍຄື:1. ກາໂທລິກ 2. ໂປຣແຕັດສະຕັງປະກອບມີ 2ນິກາຍຍ່ອຍຄື: ຄຣິສຕະຈັກ ຂ່າວປະເສີດຄຣິສຕະຈັກຄະນະວັນເສົາ 3) ສາສະໜາບາຮາຍ 4) ສາສະໜາອິດສະລາມ.
ໃນປະຈຸບັນເຫັນໄດ້ວ່າ ມີຜູ້ເຊື່ອຖືສາສະໜາຕ່າງໆ ເພີ່ມຂື້ນ, ເຊິ່ງສະແດງອອກໃນສະຖິຕິຕົວເລກທີ່ ເກັບກຳໄວ້ໄດ້ໃນປີ 2008 ມີດັ່ງນີ້:ສາສະໜາພຸດ ມີຜູ້ເຊື່ອຖືປະມານ 66,8% ຂອງພົນລະເມືອງທັງໝົດ, ມີພະສົງສາມະເນນທັງໝົດ ຈຳນວນ 20,608 ອົງ, ມີວັດຈຳນວນ 4,860 ວັດ, ມີພໍ່ຂາວ-ແມ່ຂາວ ທັງໝົດຈຳນວນ 465 ຕົນ. ນອກຈາກນັ້ນ ຍັງມີພຸດທະສາສະໜານິກາຍ ມະຫາຍານຜູ້ເຊື່ອຖືສ່ວນຫຼາຍແມ່ນພີ່ນ້ອງຊາວຫວຽດນາມ ແລະ ຊາວຈີນທີ່ດຳລົງຊີວິດ ແລະ ທຳມາຫາກິນຢູ່ ສປປລາວ, ພຸດ ທະສາສະໜາກາຍມະຫາຍານ ມີວັດທັງໝົດທົ່ວປະເທດຈຳນວນ 8 ວັດ. ນອກຈາກການເຊື່ອຖືພຸດທະສາສະໜາ ແລະ ສາສະ ໜາອື່ນໆ ແລ້ວປະຊາຊົນລາວບັນດາເຜົ່າ ຍັງເຊື່ອຖືບັນພະບູລຸດ(ເຊື່ອຖືຜີ) ປະມານ 30,9%.ສາສະໜາເຢຊູຄຣິດ: ນິກາຍກາ ໂທລິກ ມີຜູ້ເຊື່ອຖືທັງໝົດ 43,721 ຄົນ, ຍິງ 20,289 ຄົນ, ມີນັກບວດ (ຄຸນພໍ່-ຄຸນແມ່) 293ອົງ, ຍິງ 9 ຄົນ, ມີໂບດ 91 ແຫ່ງ, ມີບ່ອນນະມັດສະການ 77 ແຫ່ງ. ນິກາຍຄະນະວັນເສົາ ມີຜູ້ເຊື່ອຖືທັງໝົດ 1,694 ຄົນ, ຍິງ852 ຄົນ,ມີຄູສອນສາສະ ໜາ 17 ຄົນ, ຍິງ 1 ຄົນ,ມີໂບດ 3 ແຫ່ງ ແລະ ບ່ອນນະມັດສະການ 4 ແຫ່ງ. ສາສະໜາ ບາຮາຍ ມີຜູ້ເຊື່ອຖືທັງໝົດ 2,449 ຄົນ,ຍິງ 1,477 ຄົນ,ມີຄູສອນສາສະໜາ 48 ຄົນ,ຍິງ 17 ຄົນ,ມີຫໍທຳມະສະ ພາ 5 ແຫ່ງ.ສາສະໜາອິດສະລາມ ມີ ຜູ້ເຊື່ອຖືທັງໝົດ 400 ຄົນ, ຍິງ 300 ຄົນ, ມີຄູສອນສາສະໜາ 12 ຄົນ, ຍິງ 0 ຄົນ, ມີສຸເຫຼົາ 2 ແຫ່ງ
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ພ.ຈ.. 27, 2010
| ມີ
8 ຄຳເຫັນ
ແລະ
0 trackback(s)
<!--[if !mso]>v\:* {behavior:url(#default#VML);}o\:* {behavior:url(#default#VML);}w\:* {behavior:url(#default#VML);}.shape {behavior:url(#default#VML);}<![endif]--><!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0cm 5.4pt 0cm 5.4pt;mso-para-margin-top:0cm;mso-para-margin-right:0cm;mso-para-margin-bottom:10.0pt;mso-para-margin-left:0cm;line-height:115%;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-fareast-font-family:"Times New Roman";mso-fareast-theme-font:minor-fareast;mso-hansi-font-family:Calibri;mso-hansi-theme-font:minor-latin;mso-bidi-font-family:"Cordia New";mso-bidi-theme-font:minor-bidi;}<![endif]--> ![http://www.sansouk.com/Editor/assets/98116-attachment.jpg](file:///C:/Users/COMPAQ~1/AppData/Local/Temp/msohtmlclip1/01/clip_image001.jpg)
1. “ນ້ອງຢາກເຮັດ.... (ອັນໃດອັນໜຶ່ງ)... ບໍ” ປະໂຫຍກ ຄຳຖາມເຊີນຊວນເຮັດນັ້ນ ເຮັດນີ້ແບບນີ້ ບໍ່ແມ່ນພຽງການສະແດງຄວາມສຸພາບເທົ່ານັ້ນ ແຕ່ຍັງສະແດງໃຫ້ເຫັນວ່າໜຸ່ມໆ ພ້ອມຈະເອົາອົກເອົາໃຈຍິງສາວຂອງພວກເຂົາພຽງໃດ ແລະການໃຫ້ກຽດແມ່ຍິງເປັນຝ່າຍເລືອກວ່າຢາກເຮັດຫຍັງນີ້ແຫລະຄືສິ່ງທີ່ຍິງສາວ ຕ້ອງການຫລາຍເຖິງຫລາຍທີ່ສຸດ 2. “ອ້າຍໄດ້ຄົ້ນພົບອີ່ຫຍັງໆ ໃນຕົວນ້ອງທີ່ເຮັດໃຫ້ອ້າຍມັກນ້ອງຫລາຍຂຶ້ນທຸກມື້ໆ” ບໍ່ວ່າຜູ້ສາວແບບໃດ ເຊີ້ໆ ຫວານໆ ສົ້ມໆ ຫ້າວໆ ກໍລະລາຍໄດ້ຍ້ອນປະໂຫຍກແບບນີ້ ຄິດເບິ່ງຕີວ່ານາງຈະປື້ມອົກປຶ້ມໃຈສ່ຳໃດ ຖ້າໄດ້ຍິນຊາຍໜຸ່ມສາລະພາບອອກມາກົງໆ ວ່າໃນຕົວນາງມີຫຍັງດີໆ ຊ່ອນຢູ່ຫລວງຫລາຍເຖິງຂັ້ນເຮັດໃຫ້ຜູ້ຊາຍຕົກຂຸມຮັກນາງໄດ້ຫລາຍຂຶ້ນທຸກມື້ ທີ່ສຳຄັນຖ້າຜູ້ຊາຍຮູ້ສຶກແບບນີ້ແທ້ໆ ກໍແປວ່າຄວາມສຳພັນຂອງທ່ານຈະແໜ້ນແຟ້ນບໍ່ຈືດຈາງງ່າຍໆ 3. “ອ້າຍບໍ່ເຄີຍພົບໃຜຄືນ້ອງເລີຍ” ຜູ້ສາວຮ້ອຍທັງຮ້ອຍຕ້ອງການຄຳຊົມ ແລະຍິ່ງຖ້າເປັນຄຳຊົມທີ່ສະແດງວ່າຕົວເອງເປັນຄົນພິເສດ ແລະບໍ່ຄືຍິງຄົນໃດໆ ໃນໂລກທີ່ເຂົາຄົນນັ້ນເຄີຍພົບມາ ຮັບຮອງປື້ມທຸກຄົນ ແຕ່ໜຸ່ມໆ ຢ່າລືມວ່າປະໂຫຍກນີ້ຕ້ອງຈົບຢູ່ນີ້ເທົ່ານັ້ນ ຢ່າໄດ້ເຜີຕໍ່ໄປວ່າ “ບໍ່ຄືແຟນເກົ່າຂອງອ້າຍ ທີ່... ” ເພາະຈາກເລິກຈະກາຍເປັນເລື່ອງທັນທີ ເພາະແມ່ຍິງກຽດຊັງເລື່ອງຖືກປຽບທຽບກັນເອງທີ່ສຸດ. 4. “ເລົ່າໃຫ້ຟັງຈັກໜ້ອຍຕີ ມື້ນີ້ເປັນຈັ່ງໃດ” ແມ່ນເລີຍ ຜູ້ສາວມັກລົມ ແລະມີຄວາມສາມາດພິເສດໃນການເລົ່າເລື່ອງໄດ້ເປັນສາກໆ ເພາະສະນັ້ນ ສິ່ງທີ່ດີທີ່ສຸດສຳລັບແມ່ຍິງກໍຄື... ເປີດໂອກາດໃຫ້ເຂົາເຈົ້າໄດ້ເລົ່າ ເລົ່າ ແລະເລົ່າ 5. “ອ້າຍຮັກນ້ອງໃນທຸກອະລິຍາບົດທີ່ນ້ອງເປັນ” ຫາກໜຸ່ມຄົນໃດຄົ້ນພົບກິລິຍາທ່າທີແບບໃດ ກໍຕາມທີ່ເຮັດໃຫ້ນາງເບິ່ງໜ້າຮັກ ເບິ່ງເຊັກຊີ່ເປັນພິເສດໃນສາຍຕາ ກໍຢ່າລີລໍທີ່ຈະເປີດເຜີຍໃຫ້ຜູ້ສາວຂອງເຮົາໄດ້ຮັບຮູ້ ອາດຈະຍົກຕົວຢ່າງໄປນຳເພື່ອໃຫ້ເຫັນພາບ (ແຕ່ຕ້ອງຮູ້ສຶກຈັ່ງຊັ້ນແທ້ໆ) ເຊັ່ນ “ອ້າຍມັກທ່າຕອນທີ່ນ້ອງຍົກກາເຟຂຶ້ນຈິບ” “ອ້າຍມັກທ່າທາງຂອງນ້ອງຕອນມັດຜົມ” ຫລື “ອ້າຍມັກຕອນເຈົ້າຫົວຈົນຫຼັບຕາ” ແລະອື່ນໆ ເພື່ອຢືນຢັນໃຫ້ຍິງສາວສະບາຍໃຈວ່າຊາຍໜຸ່ມຂອງນາງຍອມຮັບໃນແບບທີ່ນາງເປັນ 6. “ນ້ອງຈະກະລຸນາຊ່ວຍອ້າຍແດ່ໄດ້ບໍ” ໂດຍ ທຳມະຊາດ ແມ່ຍິງເປັນເພດໃຈດີມັກໃຫ້ຄວາມຊ່ວຍເຫລືອ ເພາະນາງມີສັນຊາດຕະຍານຄວາມເປັນແມ່ຢູ່ໃນຕົວ ດັ່ງນັ້ນ ການທີ່ຜູ້ຊາຍມາຂໍຄວາມຊ່ວຍເຫລືອຈາກນາງ ບໍ່ໄດ້ໝາຍເຖິງຄວາມອ່ອນແອ ແຕ່ມັນສະແດງໃຫ້ເຫັນວ່າພວກເຂົາຍອມຮັບໃຫ້ນາງເຂົ້າໄປເປັນສ່ວນຫນຶ່ງຂອງຊີວິດ ເພາະສະນັ້ນ ຍິງສາວຈະມີຄວາມສຸກທີ່ສຸດເລີຍ ຖ້າຍອມໃຫ້ນາງໄດ້ເຮັດຫຍັງເພື່ອຊາຍໜຸ່ມທີ່ນາງຮັກນຳແດ່... ອ໊ະໆ ແຕ່ຍົກເວັ້ນເລື່ອງຂໍຢືມເງິນເດີ!!!
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ພ.ຈ.. 27, 2010
| ມີ
4 ຄຳເຫັນ
ແລະ
0 trackback(s)
<!--[if !mso]>v\:* {behavior:url(#default#VML);}o\:* {behavior:url(#default#VML);}w\:* {behavior:url(#default#VML);}.shape {behavior:url(#default#VML);}<![endif]--><!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0cm 5.4pt 0cm 5.4pt;mso-para-margin-top:0cm;mso-para-margin-right:0cm;mso-para-margin-bottom:10.0pt;mso-para-margin-left:0cm;line-height:115%;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-fareast-font-family:"Times New Roman";mso-fareast-theme-font:minor-fareast;mso-hansi-font-family:Calibri;mso-hansi-theme-font:minor-latin;mso-bidi-font-family:"Cordia New";mso-bidi-theme-font:minor-bidi;}<![endif]-->
![http://www.sansouk.com/Editor/assets/DLLM_plmpsvk09_g.jpg](file:///C:/Users/COMPAQ~1/AppData/Local/Temp/msohtmlclip1/01/clip_image001.jpg)
ສະໄໝລາຊະກາ ນຂອງເຈົ້າສຸລິຍະວົງສາ, ປີ ພສ 2183 (ຄສ 1631) ເຈົ້າສຸລິຍະວົງສາ ໄດ້ຂຶ້ນຄອງລາດ, ໃນໄລຍະ 57 ປີ ຂອງການປົກຄອງ ອາ ນາຈັກລ້ານຊ້າງ ແມ່ນມີຄວາມສະຫງົບຮົ່ມເຢັນ, ຄວາມຂັດແຍ່ງພາຍໃນຖືກຊຳລະສະສາງ, ອິດທິກຳລັງພາຍນອກມີຄວາມເກງຂາມ ບໍ່ກ້າເຂົ້າມາ ລ່ວງລ້ຳ ແລະ ແຊກແຊງ, ປະຊາຊົນໄດ້ຮັບການແບ່ງດິນ ເພື່ອທຳມາຫາກິນຢ່າງເປັນທຳ ແລະ ຫ້າວຫັນໃນການຜະລິດ, ເຂົ້າ, ປາອຸດົມສົມບູນ.
+ ເຈົ້າສຸລິຍະວົງສາທຳມິກະລາດ ໄດ້ສັ່ງໃຫ້ເສນາອາມາດຜູ້ໃຫຍ່ພ້ອມນັກປາດອາຈານແກ້ໄຂປ່ຽນແປງ ແລະ ສ້າງກົດໝາຍເພື່ອເປັນຫລັກ ໃນການ ປົກຄອງບ້ານເມືອງໃຫ້ມີລະບຽບແບບແຜນ, ບ່າວໄພ່ລາຊະດອນໄດ້ຮັບຄວາມເປັນທຳ ຜູ້ລ່ວງລະເມີດກໍ່ຖືກລົງໂທດໂດຍບໍ່ເລືອກໜ້ານັບທັງລູກຊາຍ ຂອງເພິ່ນເອງ ກໍ່ຖືກສັ່ງປະຫານຊີວິດ ຖານໂທດຂົ່ມຂືນເມຍທະຫານອົງຄະລັກຂອງເພິ່ນ. ໄດ້ເອົາໃຈໃສ່ສ້າງວັດວາອາຮາມ, ສົ່ງເສີມການສຶກສາ ຂະ ຫຍາຍໂຮງຮຽນ (ເວລານັ້ນແມ່ນໂຮງຮຽນວັດ) ສ້າງນັກປາດບັນດິດ, ປະດິດຄິດແຕ່ງວັນນະຄະດີ, ນິທານພື້ນເມືອງ, ສ້າງຮີດ 12 ຄອງ 14, ແປເທບ ນິຍາຍຈາກພາສາອິນເດຍມາເປັນພາສາລາວ. + ໄດ້ອອກກົດໝາຍວ່າດ້ວຍທີ່ດິນ ຊຶ່ງໄດ້ກຳນົດແຈ້ງວ່າ : ດິນທີ່ມອບໃຫ້ເຖິງ 3 ປີ ແລ້ວ ຫາກບໍ່ມີການນຳໃຊ້ແມ່ນໃຫ້ຜູ້ອື່ນສາມາດ ມາເອົາໄປນຳ ໃຊ້ໄດ້ ໂດຍເຈົ້າຂອງເກົ່າບໍ່ມີສິດທວງຖາມເອົາຄືນອີກ. ດ້ວຍເຫດນັ້ນຈິ່ງເຮັດໃຫ້ປະຊາຊົນມີຄວາມເຊື່ອໝັ້ນ ແລະ ດຸໝັ່ນໃນການຜະລິດ, ປູກຄັ່ງ, ປູກ ຍານເປັນສິນຄ້າ. + ໄດ້ຜູກມິດໄມຕີກັບປະເທດໃກ້ຄຽງ, ຕິດຕໍ່ຄ້າຂາຍກັບຕ່າງປະເທດ, ວຽງຈັນເວລານັ້ນໄດ້ກາຍເປັນສູນກາງການຄ້າ ຄັ່ງ ແລະ ຍານ ຈົນມີພໍ່ຄ້າ ຊາວ ໂຮນລັງ ຊື່ ວັນວຸດສະຕົບ ເຊິ່ງເປັນຊາວຕາເວັນຕົກຄະນະທຳອິດທີ່ເຂົ້າມາວຽງຈັນໃນປີ 1641 ເພື່ອຊື້ຄັ່ງ ແລະ ຍານ. ໃນປີ 1642 -1647 ມີຄະນະ ຂອງ ຄຸນພໍ່ ເລີເລຍ ແລະ ມາລີນີ ເຊິ່ງເປັນຊາວອີຕາລີ ໄດ້ເຂົ້າມາເຖິງວຽງຈັນ, ພວກເພິ່ນໄດ້ຍ້ອງຍໍວ່າເມືອງວຽງຈັນງົດງາມ, ຫໍປະສາດລາຊະວັງ ສະ ຫງ່າ ກວ້າງຂວາງ, ປະຊາຊົນລາວເປັນຄົນ ດີບໍ່ເອົາປຽບເອົາລັດກັນ, ຮັກແພງຄົນຕ່າງປະເທດ, ເປັນຄົນຊື່ສັດ ເກັບຂອງ ຕົກເຮ່ຍ ໄດ້ກໍ່ຄືນເຈົ້າຂອງ ໂດຍ ບໍ່ຮຽກຮ້ອງຄ່າຮັກສາແຕ່ຢ່າງໃດ. ພວກເພີ່ນຍັງເວົ້າວ່າ ບໍ່ເຫັນຄົນລາວຜິດຖຽງກັນ ຄົນລາວມີກົດໝາຍພື້ນເມືອງດີ ແລະ ປະຕິບັດເຄັ່ງຄັດ ຜູ້ໃດທີ່ກະ ທຳຜິດຜູ້ໃດໝິ່ນປະໝາດຄົນອື່ນກໍ່ລ້ວນແຕ່ຖືກປັບໃໝ. ສັງລວມແລ້ວຕະຫລອດໄລຍະ 57 ປີ ທີ່ເຈົ້າສຸລະຍິວົງສາຂຶ້ນຄອງລາດ ອານາຈັກລ້ານຊ້າງຢູ່ໃນຄວາມສະຫງົບປາສະຈາກເສິກທາງເໜືອ ເສືອທາງ ໃຕ້, ປະຊາຊົນມີຄວາມຮົ່ມເຢັນ, ການສຶກສາ ໄດ້ຮັບການພັດທະນາ, ນັກປາດບັນດິດ, ຄຳພີດີກາ ນິທານພື້ນເມືອງ ເທບນິຍາຍ, ຮີດຄອງປະເພນີ ອັນ ດີງາມ ທີ່ສືບທອດມາເຖິງປະຈຸບັນກໍ່ເກີດຂຶ້ນໃນສະໄໝເຈົ້າສຸລິຍະວົງສາ ຄອງເມືອງ; ເຮັດໃຫ້ຊາດລາວມີມູນເຊື້ອອັນຈົບງາມທາງດ້ານຮີດຄອງ ວັດທະ ນະທຳ, ເປັນໄລຍະ ຮຸ່ງເຮືອງເຫລືອງເຫລື້ອມດ້ານວັດທະນະທຳທີ່ໂດດເດັ່ນທີ່ສຸດ.
ເຈົ້າ ສຸລິຍະວົງສາ ໄດ້ສິ້ນພະຊົນໃນປີ 1695 ພາຍຫລັງຄອງເມືອງມາໄດ້ 57 ປີ ລວມ ອາຍຸໄດ້ 82 ປີ. ພາຍຫລັງເຈົ້າສຸລິຍະວົງສາສິ້ນພະຊົນ, ອາ ນາຈັກລ້ານຊ້າງໄດ້ຕົກເຂົ້າສູ່ວິກິດການອັນຮ້າຍແຮງອີກເທື່ອໜຶ່ງ ເຊິ່ງສາຍເຫດແມ່ນຍ້ອນ ຜູ້ຂຶ້ນປົກຄອງເມືອງບໍ່ແມ່ນເຊື້ອກະສັດ, ພຽງແຕ່ໄລຍະ 36 ປີ (1698 - 1734) ມີການອະພິເສກສາມັນຊົນຂຶ້ນເປັນເຈົ້າຊີວິດເຖິງ 4 ອົງ ໝາຍຄວາມວ່າ 9 ປີໃດ ປ່ຽນຖ່າຍເຈົ້າຊີວິດເທື່ອໜຶ່ງ ເຊິ່ງຜິດກັບກົດ ມົນ ທຽນຂອງສັກດີນາ ສຳລັບການປົກຄອງໃນສະໄໝບູຮານເພາະວ່າຕາມກົດມົນທຽນຂອງສັກດີນາ ນັ້ນແມ່ນປະຕິບັດ ຕາມລະບອບລາຊະທາຍາດ (ພໍ່ ຕາຍລູກຂຶ້ນແທນ) ແຕ່ອານາຈັກລ້ານຊ້າງມີໄລຍະໜຶ່ງຂາດຜູ້ສືບແທນເຮັດໃຫ້ ພວກຂຸນນາງທີ່ບໍ່ແມ່ນເຊື້ອກະສັດ ຈິ່ງຍາດກັນຂຶ້ນເປັນເຈົ້າແຜ່ນດິນ. ສະນັ້ນຈິ່ງເກີດການໂຄ່ນລົ້ມກັນ ຫລື ກໍ່ການກະບົດ ຫລື ແຍກຕົວເປັນອິດສະຫລະ ອັນເປັນເຫດໃຫ້ອານາຈັກລ້າງ ຊ້າງ ຖືກແບ່ງອອກເປັນສາມ ອາ ນາຈັກ ຄື : ອານາຈັກລ້ານຊ້າງວຽງຈັນ, ອານາຈັກຫລວງພະບາງ ແລະ ອານາຈັກຈຳປາສັກ.
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ພ.ຈ.. 27, 2010
| ມີ
3 ຄຳເຫັນ
ແລະ
0 trackback(s)
<!--[if !mso]>v\:* {behavior:url(#default#VML);}o\:* {behavior:url(#default#VML);}w\:* {behavior:url(#default#VML);}.shape {behavior:url(#default#VML);}<![endif]--><!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0cm 5.4pt 0cm 5.4pt;mso-para-margin-top:0cm;mso-para-margin-right:0cm;mso-para-margin-bottom:10.0pt;mso-para-margin-left:0cm;line-height:115%;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-fareast-font-family:"Times New Roman";mso-fareast-theme-font:minor-fareast;mso-hansi-font-family:Calibri;mso-hansi-theme-font:minor-latin;mso-bidi-font-family:"Cordia New";mso-bidi-theme-font:minor-bidi;}<![endif]--> ![http://www.sansouk.com/Editor/assets/2010_11_08_13542.jpg](file:///C:/Users/COMPAQ~1/AppData/Local/Temp/msohtmlclip1/01/clip_image001.jpg)
ພາຍຫຼັງທີ່ເຈົ້າອະນຸໄດ້ນຳພາທັບລາວໄປຍຶດເມືອງຄອນລາດໄດ້ ແລະສັ່ງໃຫ້ຊາວຄົວກະກຽມພາຫະນະແລະເຄື່ອງຂອງເພື່ອກັບຄືນວຽງຈັນເປັນທີ່ຮຽບຮ້ອຍ, ພໍເຖິງເວລາອັນເໝາະສົມແລ້ວ ເຈົ້າອະນຸກໍໄດ້ສັ່ງໃຫ້ຄົນຮັບໃຊ້ໄປຈັດຊາວຄົວອອກເດິນທາງ. ແຕ່ ຊາວຄົວທີ່ໄດ້ຮັບການເປົ່າຫູຈາກຄົນຂອງພະຍາພົມພັກດີກໍຕົວະວ່າ ຍັງໄປບໍ່ໄດ້ເພາະລໍ້ກວຽນເປ່ເພ ແລະສະບຽງອາຫານກໍຍັງບໍ່ມີ. ເຈົ້າອະນຸລໍຖ້າຈົນເຖິງເວລາທີ່ຄິດວ່າຄົບຄັ່ນທຸກປະການແລ້ວ ຈຶ່ງສັ່ງໃຫ້ຄົນຮັບໃຊ້ໄປຈັດຊາວຄົວອອກເດິນທາງເປັນເທື່ອທີສອງ, ເທື່ອນີ້ຊາວຄົວໄດ້ໂວຍວາຍຂຶ້ນ ແລະຫາເລື່ອງໃສ່ທະຫານລາວ ພ້ອມກັນນັ້ນກໍໄດ້ພາກັນຫຸ້ມເຂົ້າບຸກໂຈມຕີທະຫານລາວ. ສະພາບການທົ່ວເມືອງຄອນລາດໄດ້ເກີດສົນລະວົນວຸ່ນວາຍ ຊາວຄົວທີ່ເປັນຄົນໄທບ່ອນໃດກໍລຸກຂຶ້ນຕ້ານທະຫານລາວ. ເມື່ອເປັນຈັ່ງຊັ້ນເຈົ້າອະນຸຈຶ່ງບອກກັບທະຫານລາວວ່າບໍ່ຄວນສູ້ກັບພວກຊາວຄົວ ໃຫ້ພາກັນຍົກຍ້າຍທັບໄປຕັ້ງຢູ່ໜອງບົວລຳພູກ່ອນ. ພາຍຫຼັງທີ່ຊາວຄົວລຸກຂຶ້ນຕ້ານກັບທະຫານລາວ ເຮັດໃຫ້ສະພາບການບ້ານເມືອງມີຄວາມວຸ່ນວາຍ, ພະຍາພົມພັກດີຈຶ່ງໄດ້ລົງໄປລາຍງານບາງກອກ ແລະກຽມທັບຕ່າວໂຈມຕີທັບລາວທີ່ຄ້າຍໜອງບົວລຳພູ. ພະຍາພົມພັກດີພ້ອມດ້ວຍ ພະຍາຊຽງສາ, ພະລາຊະສຸລິນ ແລະພະຍານະລິນ ໄດ້ນຳກຳລັງສາມພັນກວ່າຄົນ ເພື່ອໄປບຸກຄ້າຍໜອງບົວລຳພູຂອງທະຫານລາວ. ກອງທະຫານພະຍາພົມພັກດີໄປຕາມທາງ ພົບຊາວຄົວລາວທີ່ໜີອອກຈາກຄ້າຍມູນເດັ້ງ ພວກເຂົາກໍຟັນຂ້າເປັນຈຳນວນຫຼວງຫຼາຍ. ເມື່ອພະຍາພົມພັກດີໄປເຖິງຄ້າຍໜອງບົວລຳພູແລ້ວ, ພວກເຂົາກໍເອົາກຳລັງອ້ອມໄວ້ເຖິງ 7 ຊັ້ນ. ພາຍໃນຄ້າຍແມ່ນມີຊາວຄົວທັງລາວແລະຍວນເຕັມຢູ່, ແຕ່ໄທກໍໃຊ້ກຳລັງບຸກເຂົ້າທຸກດ້ານ. ທະຫານລາວ ແລະຊາວຄົວວຽງຈັນສູ້ບໍ່ໄຫວ ຈຶ່ງນຳກຳລັງຖອຍຈາກໜອງບົວລຳພູ ແລະຄ້າຍໜອງບົວລຳພູຖືກກອງທັບໄທຍຶດເອົາໄດ້ ພວກເຂົາກໍກວາດເອົາຊາວຄົວລາວກັບຄືນເມືອໝົດ. ເວລາຜ່ານໄປ, ເຈົ້າອະນຸເຫັນວ່າເສິກສົງຄາມນີ້ຮຸນແຮງ, ຊາວຄົວໄດ້ລຸກຂຶ້ນທົ່ວທຸກບ່ອນ. ພະອົງຈຶ່ງກັບຄືນວຽງຈັນ ແລ້ວສັ່ງກຳລັງ ແລະເຮືອແພ ເພື່ອບັນທຸກເອົາເຄື່ອງຂອງແລະຄອບຄົວໄປເພິ່ງເຈົ້າພູຊູນແຫ່ງຫວຽດນາມ ພ້ອມທັງສັ່ງໃຫ້ປະຊາຊົນຍົກຍ້າຍໜີ. ຊາວວຽງຈັນຈຳນວນໜຶ່ງແມ່ນໜີຂຶ້ນເມືອຢູ່ເມືອງພວນ, ປະຊາຊົນເມືອງນະຄອນພະນົມຍົກຍ້າຍໜີລົງໄປທາງໃຕ້. ໃນໄລຍະນີ້ ນັບແຕ່ວຽງຈັນລົງໄປຮອດນະຄອນພະນົມແມ່ນເປັນບ້ານຮ້າງເມືອງເປົ່າເພາະປະຊາຊົນໜີເສິກໝົດ. ສ່ວນກຳລັງຂອງເຈົ້າວັງໜ້າແມ່ນຍັງຢູ່ສຸວັນນະພູມເພື່ອສືບຕໍ່ຕີໄທຕໍ່ໄປ ເພາະບໍ່ຮູ້ວ່າເຈົ້າອະນຸໜີຈາກວຽງຈັນໄປແລ້ວ, ແຕ່ທັບຂອງເຈົ້າວັງໜ້າກໍສູ້ການລຸກຂຶ້ນຂອງຊາວຄົວບໍ່ໄດ້ຈຶ່ງຖອຍທັບໄປເມືອງນະຄອນພະນົມ ພໍໄປຮອດກໍເຫັນແຕ່ເມືອງຮ້າງ. ຍ້ອນເຫຼັກຫຼາຍກວ່າຖ່ານ ທະຫານໄທຫຼາຍກວ່າທະຫານລາວ ຈຶ່ງເຮັດໃຫ້ກອງທັບຂອງເຈົ້າອະນຸສູ້ບໍ່ໄຫວ, ນັບມື້ທັບໄທຍຶດດິນແດນໄດ້ ຈຶ່ງເຮັດໃຫ້ເຈົ້າອະນຸຈຳເປັນຕ້ອງໄດ້ອົບພະຍົບໄປເພິ່ງເຈົ້າພູຊູນ ແຫ່ງເມືອງແກວ ເພື່ອຈັດຕັ້ງກອງກຳລັງແລະຮ່ວມກັບແກວກັບຄືນຍຶດເອົາເມືອງລາວຄືນ. ຈາກເມືອງກອງແກ້ວ ເຈົ້າອະນຸໄດ້ເຂົ້າສູ່ເມືອງພູຊູນແຫ່ງປະເທດແກວ. ພໍໄປເຖິງກໍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກສາມອົງກວານ (ກວານແມ່ນພະຍາ ຫຼືຂຸນນາງ) ພ້ອມກັນນັ້ນ ກໍໄດ້ຈັດເຄື່ອງບັນນາການມາຖວາຍພະອົງ. ເຈົ້າຟ້າໃຫຍ່ຫໍຄຳ (ເຈົ້າຊີວິດແກວ) ຊົມຊື່ນ ແລ້ວຈຶ່ງຈັດເອົາໝູ່ແກວມາກໍ່ສ້າງຫໍໂຮງ ເປັນບ່ອນພັກເຊົາໃຫ້ແກ່ເຈົ້າອະນຸ ພ້ອມທັງໂພຊະນາຫານມາລ້ຽງດູ ແລະຈັດແຈງກຳລັງແກວມາເຝົ້າທຸກເຊົ້າຄ່ຳວັນຄືນ. ຄັດຈາກ: ພື້ນວຽງ ສະໄໝເຈົ້າອະນຸ, ຄະນະຄົ້ນຄວ້າ ພາກວິຊາພາສາລາວ-ວັນນະຄະດີ, ຄະນະອັກສອນສາດ, ມະຫາວິທະຍາໄລແຫ່ງຊາດ, 2004:29-33.
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ພ.ຈ.. 27, 2010
| ມີ
3 ຄຳເຫັນ
ແລະ
0 trackback(s)
ความจำเป็นที่ทำให้เกิดการใช้งานระบบฐานข้อมูล หลังจากที่มนุษย์เริ่ม รู้จักใช้คอมพิวเตอร์เพื่อการประมวลผลแล้วก็เริ่มมีการพัฒนาภาษาโปรแกรม สำหรับใช้ในการประมวลผลข้อมูล เช่น ภาษาฟอร์แทรน (FORTRAN) โคบอล (COBOL) พีแอลวัน (PL/I) เบสิก (BASIC) ปาสคาล (Pascal) และเริ่มพัฒนาแนวความคิดในการจัดเก็บข้อมูลเป็นแฟ้มข้อมูลประเภทต่างๆ แฟ้มข้อมูลมีข้อจำกัดในการใช้งานหลายประการ ในระบบฐนข้อมูลก็เนื่องมาจากเหตุผลดังนี้ 1.การประมวลผลกับระบบแฟ้มข้อมูลยุ่งยาก 2. แฟ้มข้อมูลไม่มีความเป็นอิสระของข้อมูล 3. แฟ้มข้อมูลมีความซ้ำซ้อนมาก 4. แฟ้มข้อมูลมีความถูกต้องของข้อมูลน้อย 5. แฟ้มข้อมูลมีความปลอดภัยน้อย 6. ไม่มีการควบคุมจากศูนย์กลาง ความหมาย ฐานข้อมูล ฐาน ข้อมูล (database) หมายถึง กลุ่มของข้อมูลที่ถูกเก็บรวบรวมไว้ โดยมีความสัมพันธ์ซึ่งกันและกัน โดยไม่ได้บังคับว่าข้อมูลทั้งหมดนี้จะต้องเก็บไว้ในแฟ้มข้อมูลเดียวกันหรือ แยกเก็บหลาย ๆ แฟ้มข้อมูล ความสำคัญของระบบฐานข้อมูล การจัดข้อมูลให้ เป็นระบบฐานข้อมูลทำให้ข้อมูลมีส่วนดีกว่าการเก็บข้อมูลในรูปของแฟ้มข้อมูล เพราะการจัดเก็บข้อมูลในระบบฐานข้อมูล จะมีส่วนที่สำคัญกว่าการจัดเก็บข้อมูลในรูปของแฟ้มข้อมูลดังนี้
1 ลดการเก็บข้อมูลที่ซ้ำซ้อน 2.รักษาความถูกต้องของข้อมูล 3.การป้องกันและรักษาความปลอดภัยให้กับข้อมูลทำได้อย่างสะดวก 4.สามารถใช้ข้อมูลร่วมกันได้ 5.มีความเป็นอิสระของข้อมูล 6.สามารถขยายงานได้ง่าย 7.ทำให้ข้อมูลบูรณะกลับสู่สภาพปกติได้เร็วและมีมาตรฐาน ประโยชน์ของระบบจัดการฐานข้อมูล ฐาน ข้อมูลจะช่วยสร้างระบบการจัดเก็บข้อมูลขององค์กรให้เป็นระเบียบ แยกแยกข้อมูลตามประเภท ทำให้ข้อมูลประเภทเดียวกันจัดเก็บอยู่ด้วยกัน สามารถค้นหาและเรียกใช้ได้ง่าย ไม่ว่าจะนำมาพิมพ์รายงาน นำมาคำนวณ หรือนำมาวิเคราะห์ ซึ่งทั้งนี้ขึ้นอยู่กับการใช้ประโยชน์ขององค์กรหรือหน่วยงานนั้น ๆ จากประโยชน์ของระบบฐานข้อมูลด้วยคอมพิวเตอร์ข้างต้น อาจกล่าวได้ระบบฐานข้อมูลมีข้อดีมากกว่าการเก็บข้อมูลในระบบแฟ้มข้อมูล ดังนี้ 1. หลีกเลี่ยงความขัดแย้งของข้อมูลได้ 2. สามารถใช้ข้อมูลร่วมกัน 3. สามารถลดความซ้ำซ้อนของข้อมูล 4. การรักษาความถูกต้องเชื่อถือได้ของข้อมูล 5. สามารถกำหนดความเป็นมาตรฐานเดียวกันได้ 6. สามารถกำหนดระบบรักษาความปลอดภัยให้กับข้อมูลได้ 7. ความเป็นอิสระของข้อมูล ส่วนประกอบของตารางข้อมูลในฐานข้อมูล โดย ทั่วไปแล้วตารางข้อมูลที่ใช้งานกันจะประกอบด้วย แถว (Row) และคอลัมน์(Column) ต่าง ๆ แต่ถ้ามองกันในรูปแบบของฐานข้อมูลแล้ว เราจะเรียกรายละเอียดในแถวว่า เรคอร์ด (Record) และเรียกรายละเอียดในแนวคอลัมน์ว่า ฟิลด์ (Field) ในฐานข้อมูล 1 ระบบ อาจประกอบด้วยตารางข้อมูลมากกว่า 1 ตาราง ฐานข้อมูลที่มีตารางข้อมูลมากกว่า 1 ตาราง และมีตารางตั้งแต่ 1 คู่ขึ้นไปที่มีความสัมพันธ์กันด้วยฟิลด์ใดฟิลด์หนึ่ง เราเรียกฐานข้อมูลประเภทนี้ว่า “ฐานข้อมูลเชิงสัมพันธ์” หรือ Relational Database โครงสร้างของฐานข้อมูลประกอบด้วย 1. Character คือ ตัวอักขระแต่ละตัว / ตัวเลข / เครื่องหมาย 2. Field คือ เขตข้อมูล / ชุดข้อมูลที่ใช้แทนความหมายของสื่อโครงสร้าง เช่น ชื่อของบุคคล ชื่อของวัสดุสิ่งของ 3. Record คือ ระเบียน หรือรายการข้อมูล เช่น ระเบียนของพนักงานแต่ละคน 4. Table /File คือ ตาราง หรือแฟ้มข้อมูล ประกอบขึ้นด้วยระเบียนต่างๆ เช่น ตารางข้อมูลของบุคคล ตารางข้อมูลของวัสดุสิ่งของ 5. Database คือ ฐานข้อมูล ประกอบด้วยตาราง และแฟ้มข้อมูลต่างๆ ที่เกี่ยวข้องหรือมีความสัมพันธ์กัน โครงสร้างของฐานข้อมูล โครงสร้างของฐานข้อมูลประกอบด้วย 1. Character คือ ตัวอักขระแต่ละตัว / ตัวเลข / เครื่องหมาย 2. Field คือ เขตข้อมูล / ชุดข้อมูลที่ใช้แทนความหมายของสื่อโครงสร้าง เช่น ชื่อของบุคคล ชื่อของวัสดุสิ่งของ 3. Record คือ ระเบียน หรือรายการข้อมูล เช่น ระเบียนของพนักงานแต่ละคน 4. Table /File คือ ตาราง หรือแฟ้มข้อมูล ประกอบขึ้นด้วยระเบียนต่างๆ เช่น ตารางข้อมูลของบุคคล ตารางข้อมูลของวัสดุสิ่งของ 5. Database คือ ฐานข้อมูล ประกอบด้วยตาราง และแฟ้มข้อมูลต่างๆ ที่เกี่ยวข้องหรือมีความสัมพันธ์กัน ชนิดของข้อมูลของเขตข้อมูลในตารางข้อมูล (โปรแกรม Microsoft Access) ชนิดของข้อมูล (Data Type) แบ่งเป็นและมีความหมายดังนี้ 1. Text เป็นข้อมูลชนิดตัวอักษร ขนาดความกว้าง 255 ตัว ปกติโปรแกรมกำหนด(Default)ไว้ 50 ตัว ใช้กำหนดให้ฟิลด์สำหรับเก็บข้อมูลเป็นอักขระ ได้แก่ ตัวอักษร ตัวเลข ช่องว่าง เครื่องหมายวรรคตอนหรือสัญลักษณ์อื่นๆ 2. Memo ข้อมูลแบบข้อความใช้บันทึกรายละเอียดปลีกย่อยที่ไม่อาจกำหนดได้อย่างแน่นอน สามารถบันทึกข้อมูลได้ถึง 64,000 ตัว 3. Number ใช้กำหนดให้ฟิลด์ที่เก็บข้อมูลเป็นตัวเลขที่คำนวณได้ เช่น ราคาสินค้า หรือจำนวนสิ่งของโดยฟิลด์ที่กำหนดด้วยชนิดของข้อมูลชนิดนี้จะรับ เฉพาะตัวเลขหรือจุดทศนิยมเท่านั้น ตัวเลขแบ่งออกเป็นตัวเลขต่างๆชนิด ซึ่งมีขนาดข้อมูลแตกต่างกัน ได้แก่ Byte Integer Long integer Single และ Double 4. Data / Time ใช้กำหนดให้ฟิลด์ที่ต้องการเก็บข้อมูลประเภทวันที่ เวลา 5. Currency ตัวเลขทางการเงิน ใช้กำหนดกับข้อมูลเกี่ยวกับสกุลเงินตราของประเทศต่างๆ 6. AutoNumber ตัวเลขที่ใช้ในการนับระเบียน เป็นข้อมูลตัวเลขเรียงลำดับที่โปรแกรมกำหนดให้เองและจะเป็นตัวเลขที่ไม่ซ้ำ กัน ซึ่งถ้าผู้ใช้เลือกทำเป็น Primary Key จะมีรูปกุญแจนำหน้าชื่อฟิลด์ 7. Yes/No เก็บค่าข้อมูลทางตรรกศาสตร์มี 2 ค่า ใช้กำหนดให้ฟิลด์ที่ต้องการเก็บ ข้อมูล โดยใช้ตัวอักษรตัวเดียวที่แสดงค่าความจริงเป็นใช่ (Yes, True) หรือไม่ใช่ (No, False) ซึ่งฟิลด์ที่กำหนดด้วยชนิดของข้อมูลนี้จะรับค่า Y หรือ y (Yes), N หรือ n (N), T หรือ t (True) และ F หรือ f (false) โดยความยาวฟิลด์นี้กำหนดไว้เพียง 1 ตัวอักษรเท่านั้น 8. OLE Object ใช้กำหนดให้กับฟิลด์ที่เก็บข้อมูลเป็นรูปกราฟิก 9. Hyperlink ชนิดข้อมูลสำหรับเก็บที่อยู่ของไฟล์ หรือเว็บไซท์ที่อยู่ในอินเทอร์เน็ต องค์ประกอบของระบบฐานข้อมูล ระบบ ฐานข้อมูลโดยส่วนใหญ่แล้ว เป็นระบบที่มีการนำเอาคอมพิวเตอร์มาช่วยในกระบวนการจัดเก็บข้อมูล ค้นหาข้อมูล ประมวลผลข้อมูล เพื่อให้ได้สารสนเทศที่ต้องการแล้วนำไปใช้ในการปฏิบัติงานและบริหารงานของ ผู้บริหาร โดยอาศัยโปรแกรมเข้ามาช่วยจัดการข้อมูล จากกระบวนการดังกล่าวนี้ จากกระบวนการดังกล่าวนี้ระบบฐานข้อมูลจึงมีองค์ประกอบ 5 ประเภท คือ 1. ฮาร์ดแวร์(Hardware) 2. โปรแกรม ( Program หรือ Software) ซึ่งมีหน้าที่ควบคุมดูแลการสร้างฐานข้อมูล การเรียกใช้ข้อมูล และ การจัดทำรายงาน เรียกว่า โปรแกรมระบบจัดการฐานข้อมูล (Database Management System : DBMS) 3. ข้อมูล (Data) โปรดอ่านบทที่ 1 เรื่อง ."ข้อมูล" 4. บุคลากร (Peopleware) คือ ผู้ใช้งาน (User) พนักงานปฏิบัติการ (Operator) นักวิเคราะห์และออกแบบระบบ (System Analyst) ผู้เขียนโปรแรมประยุกต์ใช้งาน (Programmer) และผู้บริหารฐานข้อมูล (Database Administrator : DBA) 5. ขั้นตอนการปฏิบัติงาน (Procedure) เป็นขั้นตอนและวิธีการต่าง ๆ ในการปฏิบัติงาน เพื่อการทำงานที่ถูกต้องและเป็นไปตามขั้นตอนที่ได้กำหนดไว้ จึงควรทำเอกสารที่ระบุขั้นตอนการทำงานของหน้าที่ต่าง ๆ ในระบบฐานข้อมูล ทั้งขั้นตอนปกติ และขั้นตอนในสภาวะที่ระบบเกิดปัญหา (Failure)
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ພ.ຈ.. 27, 2010
| ມີ
3 ຄຳເຫັນ
ແລະ
0 trackback(s)
<!--[if !mso]>v\:* {behavior:url(#default#VML);}o\:* {behavior:url(#default#VML);}w\:* {behavior:url(#default#VML);}.shape {behavior:url(#default#VML);}<![endif]--><!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0cm 5.4pt 0cm 5.4pt;mso-para-margin-top:0cm;mso-para-margin-right:0cm;mso-para-margin-bottom:10.0pt;mso-para-margin-left:0cm;line-height:115%;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-fareast-font-family:"Times New Roman";mso-fareast-theme-font:minor-fareast;mso-hansi-font-family:Calibri;mso-hansi-theme-font:minor-latin;mso-bidi-font-family:"Cordia New";mso-bidi-theme-font:minor-bidi;}<![endif]--> ![http://1.bp.blogspot.com/_JDqvmV8U5_0/SHo4HbRvyTI/AAAAAAAAAgQ/y-MKE_I_byQ/s320/lao+old+map.jpg](file:///C:/Users/COMPAQ~1/AppData/Local/Temp/msohtmlclip1/01/clip_image001.jpg) ຊົນຊາດລາວມາຈາກໃສ ? ເລື່ອງແຫຼ່ງກຳເນີດຂອງຊົນຊາດລາວນັ້ນ ເປັນທີ່ໜ້າສົນໃນ ແລະຄວນແກ່ການສືກສຳລັບນັກມະນຸດວິທະຍາ ແລະນັກປະວັດສາດເປັນ່າງຍິ່ງ ການສຶກສາເລື່ອງນີ້ນັກປະຫວັດສາດຂອງລາວບໍ່ວ່າຈະເປັນອູ່ຄຳ ພົມ ວົງສາ, ເຈົ້າຄຳໝັ້ນ ວົງກົດຣັດຕະນະ ແລະມະຫາສີລາ ວິຣະວົງກໍກ່າວເຖິງ, ນອກຈາກນັ້ນນັກປະຫວັດສາດ ຂອງໄທຍ໌ຫຼາຍທ່ານທັງອະດີດປັດຈຸບັນກໍໄດ້ກ່າວເຖິງ ທີ່ມາຂອງຊົນຊາດໄທ ຫຼືໄທລາວໃນລັກສະນະເໝືອນກັນ ນີ້ ຕະຫຼອດທັງນັກປະວັດສາດຕ່າງປະເທດ ກໍຄືຫຼັກການນີ້ສຶກສາທີ່ມາຂອງຊົນຊາດລາວ ແລະໄທຍ໌ໄວ້ໃນທຳ ນອງດຽວ ຈຶ່ງນັບວ່າເປັນບັນທັດຖານຂອງການຄົ້ນຄວ້າເຣື່ອງນີ້ເປັນຢ່າງຍິ່ງ ຫຼັກຖານທີ່ຈະກ່າວຕໍ່ໄປນີ້ ແມ່ ອິງ ຕາມຫຼັກຖານທາງບູຮານຄະດີ ເຊິ່ງສຶກສາກັນມາເຫິງສົມຄວນ ຈົນເຮັດໃຫ້ເກີດມີທິດສະດີວ່າດ້ວຍແຫ່ງ ກຳເນີດຂອງຄົນລາວມີກັນຢູ່ສອງທິດສະດີ ຄືທິດສະດີເກົ່າ ແລະທິດສະດີໃໝ່. ທິດສະດີເກົ່າ: ນັກມະນຸດວິທະຍາ ແລະນັກປະວັດສາດ ແລະມະນຸດວິທະຍາສັນນິດຖານວ່າຊົນຊາດລາວ ແຕ່ເດີມມີ ພູມລຳເນົາຢູ່ທາງຕເວັນອອກສ່ຽງໃຕ້ ແລະພາກໃຕ້ຂອງຈີນ ແຖບມົນທົນກວາງຕຸງຂອງຈີນປັດຈຸບັນນີ້ Dr. William Dodd ຄຸນພໍ່ສອນສາສນາ ໄດ້ສະເໜີຂໍ້ຄິດເຫັນດັ່ງກ່າວໄວ້ໃນໜັງສື "The Thai Face Elder Brother of the Chinese" ເຊິ່ງກົງກັບນັກປະວັດສາດຊາວເຍັຍຣະມັນຊື່ Wolfram Eberhard ທີ່ໄດ້ອາໄສຫຼັກ Cultural Anthropology ທີ່ວ່າຊົນຊາດ ໄທມີແຫ່ງກຳເນີດຢູ່ທາງຕາເວັນອອກຂອງມົນທົນ Shang ຢູ່ໃນບໍຣິເວນມົນທົນກວາງຕຸ້ງ ແລະມີນັກປະວັດສາດຂອງໄທຍ໌ ເຊັ່ຍ ຂຸນວິຈິຕຣ໌ວາທະກາຣ ກ່າວວ່າ “ຊົນຊາດໄທຍ໌ນັ້ນ ແຕ່ເດີມມີຫຼັກແຫຼ່ງຢູ່ແຖບບໍຣິເວນພູເຂົາອັລໄຕ (Altai) ມີບາງທ່ານສັນນິດານວ່າ ເພາະມີຄຳລົງທ້າຍວ່າ Tai ເຊິ່ງທີ່ຈິງນັນ ຄຳວ່າອັລ ໄຕ (Altai) ເປັນພາສາມົງໂກລີ ແປວ່າ “ຄຳ” ພູເຂົາອັລໄຕ ຈຶ່ງຊື່ວ່າ “ພູເຂົາຄຳ” ບໍ່ແມ່ນຄຳວ່າ “ອັລ” ລວມກັບ “ໄຕ” ຢ່າທີ່ເຂົ້າໃຈກັນ. ຕໍ່ມາເມື່ອ ໑໐໒໘ ປີກ່ອນຄຣິດຕະສັງກຣາດ ຫຼື ໔໘໕ ກ່ອນພຸເດທະສັງກຣາດ ຣາຊະວົງໂຈວ໌ ເຊິ່ງເປັນຈີນແທ້ໄດ້ໂຈມຕີຣາຊະວົງສາງສຳເຣັດ ຊົນຊາດໄທລາວຈຶ່ງໄດ້ ອົບພະຍົບລົງມາຕາມລຳນ້ຳແຢງຊີກຽງ ໄປຍັງມົນທົນເສສວນ ແລະຢູນານ ໂດນມີເມືອງ ສຳຄັນຈາຣືກໄວ້ໃນຈົດໝາຍເຫດຂອງຈີນ ຄື ເມືອງເສິນຕູ ແລະຄຸນມິງ ໃນສັດຕະວັດທີ ໑໓ ຊົນຊາດໄທລາວ ຈຶ່ງໄດ້ແຍກອອກໄປຢ່າງກະຈັດກະຈາຍໄປໃນທີ່ຕ່າງໆ ໃນແຄ້ວນຢູ່ ນານຂອງປະເທດຈີນປັດຈຸບັນ. ສຳລັບເຣື່ອງແນວຄິດອົບພະຍົບລົງຈາກເສສວນ ຈົນເຖິງຢູນານນັ້ນໄດ້ເປັນທີ່ ຍອມຮັບຂອງ ດຣ. ຂະຈອນ ສຸຂພານິດ ນັກປະຫວັດສາດໄທຍ໌ ເຊິ່ງໄດ້ໃຊ້ເວລາສຶກສາ ແຫຼ່ງກຳເນີດຂອງຊົນຊາດໄທຍ໌ຫຼາຍປີ ທ່ານໄດ້ຂຽນໄວ້ໃນໜັງສືຊື່ “ຖິ່ນກຳເນີດ ແລະ ແນວການອົບພະຍົບ ຂອງເຜົ່າໄທຍ໌” ນອກຈາກນັ້ນ ທ່ານເຣື່ອງເດດ ບັນເຂື່ອນຂິດ ກໍໄດ້ຂຽນໜັງສື “ພາສາຖິ່ນຕະກູນໄທຍ໌” ກໍເຊັ່ນດຽວກັບນັກປະວັດສາດລາວ ເຊິ່ງ ທ່ານອູ່ຄຳ ພົມວົງສາ, ກໍເວົ້າເຖິງການກຳເນີດ ແລະການອົບພະຍົບຂອງຊົນຊາດ ອ້າຍລາວໃນໜັງສື ຂອງທ່ານ ໃນນັ້ນທ່ານມະຫາສີລາ ວິຣະວົງ ແລະເຈົ້າຄຳໝັ້ນ ວົງກົດຣັດຕະນະ ກໍໄດ້ມີຄວາມເຫັນເປັນເອກະສັນກັນໃນເຣື່ອງນີ້ ເຊິ່ງຖືວ່າກົງກັບ ຄວາມຂອງພຣະຍາອະນຸມານຣາຊະທົນ ຕະຫຼອດທັງນັກປະຫວັດສາດຮ່ວມສະໄໝກັບ ທ່ານຂອງໄທຍ໌ ໄດ້ມີຄວາມເຫັນເປັນໄປໃນທາງດຽວກັນ ແມ່ນແຕ່ທ່ານ Wolfram Eberhard ກໍມີຄວາມເຫັນເປັນໄປໃນທາງດຽວກັນ ນອກຈາກນັ້ນ ຍັງໄດ້ສະໜັບສະນູນການ ອົບຂອງຄົນອ້າຍລາວ(ໄຕລາວ) ໄດ້ຕັ້ງອານາຈັກໃນມົນທົນກວາງຕຸ້ງອີກ. ຈາກສະຕະວັດ ທີ ໑໓-໑໕ ຊົນຊາດອ້າຍລາວ ສາມາດລວມຕົວກັນເປັນອານາຈັກ ຮຽກ ວ່າອານາຈັກນ່ານເຈົ້າ ເຊິ່ງແປວ່າ “ເຈົ້າທິດໃຕ້” ເຊິ່ງກໍໄດ້ສູນສິ້ນຊື່ລົງເມືອ່ປີ ຄ.ສ ໑໒໕໓ ເພາະ ຈັກກະພັດຈີນອົງແຮກໃນຣາຊະວົງຫຍວນ ຄືພຣະເຈົາກຸບໄລຂ່ານ ຜູ້ນຳຊາດມົງໂກລລີໄດ້ຍົກ ທັບມາຕີນ່ານເຈົ້າແຕກໄປ ຊົນຊາດອ້າຍລາວ ຊົນຊາດໄທຍຈຶ່ງຕ້ອງອົບພະຍົບລົງມາໃນດິນ ແດນສຸວັນນະພູມ ເຊິ່ງຕໍ່ມາໄດ້ສ້າງຕັ້ງອານາຈັກລາວຈົກ(ລາວຈັກກຣາດ) ມີເມືອງຊຽງແສນ ເປັນເມືອງສຳຄັນ, ໄຕລາວ ທີ່ທີ່ຮຽກຕົນເອງວ່າ “ລາວຈັກກະຣາຊ” ນີ້, ລົງໃນແຖບແມ່ນຳ້ຂອງ ໄດ້ຕໍ່ສູ້ກັບຊົນຊາດເດີມຄື ຂອມດຳ ເຊິ່ງໄດ້ແມ່ອິດທິພົນເໜືອຊົນຊາດ ລະວ້າ(ລວະ) ກ່ອນໜ້າ ນີ້ ຈຶ່ງເອົາຊະນະເຈົາຂອງຖິ່ນເດີມ ຄືຂອມແລະລະວ້າ ແລ້ວຂະຫຍາຍອຳນາດຂອງຕົນກວ້າງ ຂວາງອອກໄປຮອດແມ່ນຳ້ປິງ-ຍົມນ່ານ ຊົນຊາດໄທລາວຈົກກໍຕັ້ງອານາຈັກຂອງຕົນທີ່ແຄວ້ນ ຫາຣິພຸນໄຊ ເຊິ່ງມີຂອມແລະລະວ້າເປັນເຈົ້າຂອງເດີມສຳເຣັດ ພາຍລຸນມາຈຶ່ງໄດ້ຕັ້ງອານາຈັກ ລ້ານນາໃນໄລຍະຫຼັງ, ໄທລາວອີກພວກໜຶ່ງໄດ້ເຂົາຢຶດອພຳນາດຂອງຂອມທີ່ແຄວ້ນສຸໂຂໄທ ສະຖາປານາຕົນເປັນຣັດໄທ(ບໍ່ແມ່ນໄທຍ)ຈະແຈ້ງ, ອານາຈັກສຸໂຂໄທໄດ້ຕົກຢູ່ໃນອຳນາດຂອງ ຂອມລົບບູຣີ ເຊິ່ງເຊື່ອວ່າ ເຈົ້າຂອງດິນແດນລົບບູຣີນັ້ນແມ່ນອານາຈັກຂອງອ້າຍລາວພວກໜຶ່ງ ທີ່ອົບພະຍົບລົງມາກ່ອນໄທລາວ ແຕ່ຢູ່ພາຍໃຕ້ອຳນາດຂອງຂອມທີ່ຂະຫຍາຍອິດທິພົນຂຶ້ນມາ ເມື່ອຂອມຄ່ອຍໆເຊື່ອອຳນາດລົງໄທລາວກໍລວມຕົວກັນມີພະລັງເຂັ້ມແຂງ ກໍປະກາດຕົວເປັນ ອິດສະຫຼພ ມີເມືອງສຸໂຂໄທເປັນຣາຊະທານີ, ພວກໜຶ່ງກໍປະກາດຕົນເປັນອານາຈັກລາວຈັກ ຣາດລ້ານນາ ມີຊຽງໃໝ່ເປັນຣາຊະທານີ ເຊິ່ງມີລາວຈັກກະຣາດເຜົ່າຍວນ ກຳອຳນາດ ແລະ ມືໄຕລາວເຜົ່າອື່ນ ເປັນເມືອງບໍຣິວານ ສ່ວນເມືອງລົບບູຣີກໍກາຍເປັນເມືອງຮອງ ທີ່ໄຮ້ອຳນາດ ລົງ, ສ່ວນລາວອີກພວກໜຶ່ງໄດ້ລົງໄປຕາມແມ່ນ້ຳເຈົ້າພຣະຍາ ຕັ້ງບ້ານເຮືອນຂອງຕົນໃນດິນ ແດນຂອງສາມເທດ ຫຼືສຍາມເທດ ເຊິ່ງມີອຳນາດເຂັ້ມແຂງຢູ່ແຄວ້ນອາໂຍທະຍາ, ຊາວສຍາມ ນັ້ນສັນນິຖານວ່າ ເປັນຊົນເຜົ່າໜຶ່ງຂອງຂອມ ແຕ່ມີອຳນາດຕັ້ງຣັດຂອງຕົນໄດ້ ເມື່ອຄົນໄທລາວ ເຂົ້າໄປຕັ້ງບ້ານເຮືອນຢູ່ໃນອານາເຂດຂອງສຍາມ ເຣືອງເດດບັນເຂື່ອນຂິດ ໃຫ້ທັດສະນະວ່າ “ລາວໄດ້ອົບພະຍົບລົງມາຢູ່ໃນດິນແດນຂອມສຍາມ ກໍໄດ້ກືນຊາດສຍາມ ທາງວັດທະນະທຳ, ສາຍເລືອດ ແລະພາສາ…” ເຮັດໃຫ້ຊົນຊາດສຍາມໄດ້ຮັບວັດທະນະທັມໄທລາວຫຼາຍຂຶ້ນ ການ ທີ່ລາວສາມາດກືນຊາດສຍາມດ້ວຍວັດທະນະທຳ, ພາສາ ແລະສາຍເລືອດໄດ້ນັ້ນ ທາງໜຶ່ງ ສັນນິຖານວ່າ “ຄົນລາວມີຈຳນວນຫຼວງຫຼາຍກວ່າສຍາມ ເຊິ່ງໃນຂະນະນັ້ນສຍາມເອງ ກໍທຳ ສົງຄາມ ແລະເປັນຄູ່ອາຣິກັບຂອມຢູ່, ສຍາມຕ້ອງການກຳລັງພົນ ທີ່ຈະຕໍ່ສູ້ກັບຂອມ ສຍາມຈຶ່ງ ທຳຕົວເປັນມິດກັບຄົນໄທລາວຄັນການເວລາລ່ວງໄປ ລາວກໍໄດ້ເຂົ້າໄປມີບັດບາດໃນອຳນາດຣັດ ຂອງສຍາມ ແລ້ວກໍໄດ້ແຕ່ງງານກັບຄົນສຍາມຫຼາຍຂຶ້ນ ແລ້ວກໍເຜີຍແຜ່ພາສາ ແລະວັດທະນະ ທຳຂອງຕົນເໜືອສຍາມ ເຮັດໃຫ້ສຍາມດຳຣົງວັດທະນະທຳຂອງໄທຍລາວຢ່າງແຍກບໍ່ອອກ. ຈຶ່ງເຮັດໃຫ້ສຍາມບໍ່ໄດ້ລັງກຽດພວກລາວ ທີ່ອົບພະຍົບລົງໄປຢູ່ ໃນດິນແດນຂອງຕົນ. ສ່ວນລາວອີກພວກໜຶ່ງລົງມາທາງນ້ຳຂອງຕອນກາງ ແລະຕອນໃຕ້ໄດ້ຕໍ່ສູ້ກັບຊົນຊາດ ຂອມເຜົ່າຊວາ ໄດ້ໄຊຊະນະແລ້ວກໍສ້າງຕັ້ງອານາຈັກຂອງຕົນທີ່ຊຽງດົງ ແລ້ວປ່ຽນຊື່ເມືອງຊຽງ ດົງເປັນຊຽງທອງ ຮຽກວ່າອານາຈັກລ້ານຊ້າງ, ສ່ວນອີກພກວໜຶ່ງລົງໄປຂັບໄລ່ຂອມອອກຈາກ ອານາຈັກຊາຍຟອງເຊິ່ງເປັນສູນກາງ ຂອງຂອມໃນລ້ອງແມ່ນຳ້ຂອງແລ້ວສ້າງອານາຈັກຂອງ ຕົນຂຶ້ນຊື່ວ່າ “ອານາຈັກຈັນທະບູຣີ” ແລ້ວລາວຈຳນວນໜຶ່ງກໍລົງໄປທາງໃຕ້ ໂດຍຢູ່ຮ່ວມກັບຊົນ ຊາດຂອງພວກໜຶ່ງໃນອານາຈັກສີໂຄຕະປຸຣະ ຈົນໃນທີ່ສຸດຂອງໃນອານາຈັກສີໂຄຕະປຸຣະກໍ ເສື່ອມອຳນາດລົງ ລາວຈຶ່ງເຂົ້າມີອຳນາດບົດບາດໃນເມືອງສີໂຄຕະປຸຣະ. George Caedes ຊາວຝຣັ່ງເສດ ໄດ້ສະໜັບສະໜູນທິດສະດີນີ້ ສະຫຼຸບວ່າ “ຊົນຊາດໄທ ອົບພະຍົບລົງໃຕ້ ໂດຍອາໄສແມ່ນຳ້ເປັນຫຼັກ ເປັນການົບພະຍົບຢ່າງຄ່ອນເປັນຄ່ອຍໄປ ເມື່ອອານາຈັກ ນ່ານເຈົ້າຖືກພວກມົງໂກລີຮຸກຮນານ ຄົນໄທຈຳນວນຫຼວງຫຼາຍອາໄສແມ່ນຳ້ສອງສາຍ ຄືລຳນ້ຳຂອງ ແລ້ວມາຕັ້ງຫຼັກແຫຼ່ງທີ່ອານາຈັກລ້ານຊ້າງ (ຫຼວງພຣະບາງ ແລະວຽງຈັນ) ແລະລ້ານນາ(ຊຽງແສນ, ຊຽງໃໝ່) ແລະສຸໂຂໄທ ສ່ວນທີ່ອົບພະຍົບໄປຕາລຳນ້ຳສາຣະວິນນັ້ນ ໄດ້ຕັ້ງຫຼັກແຫຼງເຖິງແຄວ້ນອັດສັມ ຂອງອິນເດັຍ ແລະຣັດສານຂອງພະມ້າກໍມີ” ຫາກຖືເອົາຕາມຄວາມເປັນຈິງນີ ກໍເຮັດໃຫ້ຫຼັກຖານທາງ ວັນນະຄະດີລາວປະເພດຕຳນານພົ້ນເດັ່ນຂຶ້ນ ໃນຖານະທາງປະວັດສາດປະເພດຕຳນານ ໒ ເລື່ອງ ຄື ໜັງສືອຸຣັງຄະນິທານ ແລະໜັງສືຂຸນບູຣົມ ແລະເຮັດໃຫ້ວັດທະນະທຳຂອງບັນດາຊົນຊາດ ທີ່ຖືແຖນ ແລະນາກຄືພວກດຽວກັຍ ເຊັ່ນລາວລ້ານຊ້າງ ແລະລາວລ້ານນາ ອາດລວມເຖິງສຸໂຂໄທດ້ວຍ ນັບຖື ນາກແລະແຖນຄືຊົນຊາດດຽວກັນ, ທິດສະດີນີອາດຊິກ່ຽວຂ້ອງກັບຄ້ອງບັ້ງ ທີ່ບໍ່ຄຳເຊໂປນ ແລະເຄື່ອງ ແລະເຄື່ອງເງິນຄຳ ທີ່ບ້ານໜອງເຮືອທອງ ທີ່ລາວເຮົາຄົ້ນພົບໃນປີ ໒໐໐໘ ນີ້ດ້ວຍ. ທິດສະດີໃໝ່.(ໂຜດຕິດຕາມຕໍ່ໄປ)(ຢາກໃຫ້ພີ່ນ້ອງມີຄວາມເຫັນ ແລະແກ້ໄຂຊ່ວຍໃນການຂຽນ ແລະເນື້ອໃນຕລອດທັງຫຼັກຖານອື່ນທີ່ອາດມີນຳ້ໜັກກວ່າ)ອ້າງອິງ http://ulfasso.com/upload/actu/pdf/2085_qz8tamwkykAVVq5TSpGX.pdf?PHPSESSID=d9c1ef77b2ae76652c069c823005cfbc |
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ພ.ຈ.. 26, 2010
| ມີ
1 ຄຳເຫັນ
ແລະ
0 trackback(s)
<!--[if !mso]>v\:* {behavior:url(#default#VML);}o\:* {behavior:url(#default#VML);}w\:* {behavior:url(#default#VML);}.shape {behavior:url(#default#VML);}<![endif]--><!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0cm 5.4pt 0cm 5.4pt;mso-para-margin-top:0cm;mso-para-margin-right:0cm;mso-para-margin-bottom:10.0pt;mso-para-margin-left:0cm;line-height:115%;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-fareast-font-family:"Times New Roman";mso-fareast-theme-font:minor-fareast;mso-hansi-font-family:Calibri;mso-hansi-theme-font:minor-latin;mso-bidi-font-family:"Cordia New";mso-bidi-theme-font:minor-bidi;}<![endif]-->
![http://www.sansouk.com/Editor/assets/1635584.jpg](file:///C:/Users/COMPAQ~1/AppData/Local/Temp/msohtmlclip1/01/clip_image001.jpg)
ຫົວພັນ: ຕັ້ງຢູ່ທາງທິດຕະເວັນອອກສຽງເໜືອຂອງຊຽງຂວາງ ປະຫວັດສາດຂອງສອງແຂວງນີ້ມີຄວາມຄ້າຍຄືກັນ ໃນອະດີດຫົວພັນເຄີຍຕົກເປັນເຂດປົດປ່ອຍ, ປະຈຸບັນມີປະຊາກອນປະມານ 300,000 ຄົນ ພູມິປະເທດເປັນພູເຂົາສະຫລັບຊັບຊ້ອນ ພື້ນທີ່ສ່ວນໃຫຍ່ເປັນປ່າໄມ້ ອາກາດຂ້ອນຂ້າງໜາວ ປະກອບດ້ວຍຊົນເຜົ່າກຸ່ມນ້ອຍກວ່າ 20 ເຜົ່າ ໄດ້ແກ່ ໄຕຂາວ ໄຕແດງ ໄຕດຳ ໄຕເໜືອ ໄຕນ້ອຍ ມົ້ງ ຂະໝຸ ສ່ວນໃຫຍ່ໃຊ້ພາສາຕະກູນໄຕ-ລາວ. ແຫລ່ງທ່ອງທ່ຽວ • ເມືອງຊຳເໜືອ ເປັນ ເມືອງຫລວງຂອງແຂວງຫົວພັນ ມີຊາຍແດນຕິດກັບຫວຽດນາມ ຕັ້ງຢູ່ທ່າມກາງຫຸບພວກເຂົາອັນຂຽວອຸ່ມທຸ່ມທີ່ມີຄວາມສູງ 1, 200 ແມັດ ເປັນເມືອງທີ່ມີວິວທິວທັດທີ່ສວຍງາມ ຕະຫລາດໃນເມືອງຍາມເຊົ້າຈະມີປະຊາຊົນເຜົ່າຕ່າງໆ ອອກມາຈັບຈ່າຍຊື້-ຂາຍກັນ ບ່ອນນີ້ເປັນຕະຫລາດໃຫຍ່ທີ່ສຸດໃນເຂດພາກເໜືອ ມີສິນຄ້າໃຫ້ເລືອກຫລາກຫລາຍ ທັງອາຫານສົດ ອາຫານແຫ້ງ ຂອງຈາກຈີນ ຫວຽດນາມແລະໄທ ແລະແຜ່ນແພ ຊຶ່ງເປັນສິນຄ້າທີ່ຂຶ້ນຊື່ຂອງລາວ ທີ່ສົ່ງໄປຂາຍຍັງຫລວງພະບາງແລະວຽງຈັນ ມີລວດລາຍທີ່ປະານີດ ສວຍງາມ
![http://www.sansouk.com/Editor/assets/600498.jpg](file:///C:/Users/COMPAQ~1/AppData/Local/Temp/msohtmlclip1/01/clip_image002.jpg)
![http://www.sansouk.com/Editor/assets/awb_image2110255204030.jpg](file:///C:/Users/COMPAQ~1/AppData/Local/Temp/msohtmlclip1/01/clip_image003.jpg)
![http://www.sansouk.com/Editor/assets/4309200298_f14f0e1170.jpg](file:///C:/Users/COMPAQ~1/AppData/Local/Temp/msohtmlclip1/01/clip_image004.jpg)
![http://www.sansouk.com/Editor/assets/3802631521_2a57da628b.jpg](file:///C:/Users/COMPAQ~1/AppData/Local/Temp/msohtmlclip1/01/clip_image005.jpg)
![http://www.sansouk.com/Editor/assets/3802744177_cd0a617e52.jpg](file:///C:/Users/COMPAQ~1/AppData/Local/Temp/msohtmlclip1/01/clip_image006.jpg)
![http://www.sansouk.com/Editor/assets/3802657427_8bdbe691db.jpg](file:///C:/Users/COMPAQ~1/AppData/Local/Temp/msohtmlclip1/01/clip_image007.jpg)
![http://www.sansouk.com/Editor/assets/3802737937_1d6e2bda06.jpg](file:///C:/Users/COMPAQ~1/AppData/Local/Temp/msohtmlclip1/01/clip_image008.jpg)
• ວັດໂພໄຊນາລາມ ຖັດ ຈາກຕະຫລາດກາງເມືອງມາປະມານ 2 ກິໂລແມັດ ຈະເຖິງວັດໂພໄຊນາລາມ ນັບເປັນສະຖານທີ່ສຳຄັນທາງສາດສະຫນາພຽງແຫ່ງດຽວຂອງເມືອງ ສ້າງເມື່ອປີ ພ. ສ. 1989 ສ່ວນທາງທິດຕາເວັນຕົກສຽງເໜືອຂອງຕົວເມືອງ ເປັນທີ່ຕັ້ງອະນຸສາວະລີເສລີພາບ ສ້າງຂຶ້ນມາເພື່ອສະຫລອງເອກກະລາດໃນປີ 1989 ເປັນຮູບດາວແດງ ຕັ້ງຢູ່ເທິງພູເຂົາ ເປັນຈຸດທີ່ສາມາດຊົມວິວທິວທັດຂອງເມືອງຊຳເໜືອໄດ້ດ້ວຍ.
![http://www.sansouk.com/Editor/assets/3802399955_6b605751a1.jpg](file:///C:/Users/COMPAQ~1/AppData/Local/Temp/msohtmlclip1/01/clip_image010.jpg)
![http://www.sansouk.com/Editor/assets/3803208386_63f92d7088.jpg](file:///C:/Users/COMPAQ~1/AppData/Local/Temp/msohtmlclip1/01/clip_image011.jpg)
![http://www.sansouk.com/Editor/assets/3803486686_2a27e4f99e.jpg](file:///C:/Users/COMPAQ~1/AppData/Local/Temp/msohtmlclip1/01/clip_image012.jpg)
![http://www.sansouk.com/Editor/assets/3803404576_dfa334b910.jpg](file:///C:/Users/COMPAQ~1/AppData/Local/Temp/msohtmlclip1/01/clip_image013.jpg)
![http://www.sansouk.com/Editor/assets/4308446049_cc46d6eb18.jpg](file:///C:/Users/COMPAQ~1/AppData/Local/Temp/msohtmlclip1/01/clip_image014.jpg)
![http://www.sansouk.com/Editor/assets/4309185264_96ec401503.jpg](file:///C:/Users/COMPAQ~1/AppData/Local/Temp/msohtmlclip1/01/clip_image015.jpg)
![http://www.sansouk.com/Editor/assets/4309195676_1dce7424bc.jpg](file:///C:/Users/COMPAQ~1/AppData/Local/Temp/msohtmlclip1/01/clip_image016.jpg)
• ເມືອງວຽງໄຊ ອະດີດສູນບັນຊາການໃຫຍ່ຂອງກຸ່ມຜູ້ນຳການປະຕິວັດລາວ ຫມູ່ບ້ານຊົນພື້ນເມືອງຫລາກວັດທະນະທຳ ແລະແຫລ່ງຕ່ຳແຜ່ນອັນດັບ 1 ຂອງລາວຄືຊຳເໜືອ ໂດຍສະເພາະທີ່ມາຈາກເມືອງຊອນແລະສົບຮາວຖືວ່າຄຸນນະພາບດີທີ່ສຸດ.
• ແຫຼ່ງທ່ອງທ່ຽວທຳມະຊາດ ແຂວງຫົວພັນໄດ້ຊື່ວ່າເປັນແຂວງທີ່ອຸດົມສົມບູນດ້ວຍແຫ່ຼງທ່ອງທ່ຽວທຳມະຊາດເປັນຕົ້ນແມ່ນບັນດາຖ້ຳ ແລະນ້ຳຕົກຕາດ. ຖ້ຳປະຫວັດສາດໄດ້ແກ່ ຖ້ຳຜູ້ນຳຕ່າງໆ ເຊັ່ນ ຖ້ຳປະທານໄກສອນ ພົມວິຫານ, ຖ້ຳສະເດັດສຸພານຸວົງ, ຖ້ຳທ່ານຄຳໄຕ ສີພັນດອນ, ຖ້ຳທ່ານໜູຮັກ ພູມສະຫວັນ... ຍ້ອນເມືອງນີ້ອຸດົມໄປດ້ວຍຖ້ຳທີ່ໃຫຍ່ແລະກວ້າງຂວາງຈຶ່ງເປັນເງື່ອນໄຂສະດວກໃນການດຳເນີນການປະຕິວັດລາວ. ![http://www.sansouk.com/Editor/assets/13.jpg](file:///C:/Users/COMPAQ~1/AppData/Local/Temp/msohtmlclip1/01/clip_image017.jpg)
![http://www.sansouk.com/Editor/assets/3802162419_37de268bf9.jpg](file:///C:/Users/COMPAQ~1/AppData/Local/Temp/msohtmlclip1/01/clip_image018.jpg)
![http://www.sansouk.com/Editor/assets/3802242713_b4db1dc710.jpg](file:///C:/Users/COMPAQ~1/AppData/Local/Temp/msohtmlclip1/01/clip_image019.jpg)
![http://www.sansouk.com/Editor/assets/3802874602_3b01d96f0f.jpg](file:///C:/Users/COMPAQ~1/AppData/Local/Temp/msohtmlclip1/01/clip_image020.jpg)
![http://www.sansouk.com/Editor/assets/3802998850_17febb1c52.jpg](file:///C:/Users/COMPAQ~1/AppData/Local/Temp/msohtmlclip1/01/clip_image021.jpg)
![http://www.sansouk.com/Editor/assets/3803147246_5d796e631b.jpg](file:///C:/Users/COMPAQ~1/AppData/Local/Temp/msohtmlclip1/01/clip_image022.jpg)
![http://www.sansouk.com/Editor/assets/3802076781_9d24e9b222.jpg](file:///C:/Users/COMPAQ~1/AppData/Local/Temp/msohtmlclip1/01/clip_image023.jpg)
![http://www.sansouk.com/Editor/assets/3802106987_b985c4d9ca.jpg](file:///C:/Users/COMPAQ~1/AppData/Local/Temp/msohtmlclip1/01/clip_image024.jpg)
![http://www.sansouk.com/Editor/assets/3803365730_2195562a31.jpg](file:///C:/Users/COMPAQ~1/AppData/Local/Temp/msohtmlclip1/01/clip_image025.jpg)
![http://www.sansouk.com/Editor/assets/3802883832_8648edcc75.jpg](file:///C:/Users/COMPAQ~1/AppData/Local/Temp/msohtmlclip1/01/clip_image026.jpg)
![http://www.sansouk.com/Editor/assets/DSC_6117.jpg](file:///C:/Users/COMPAQ~1/AppData/Local/Temp/msohtmlclip1/01/clip_image027.jpg)
![http://www.sansouk.com/Editor/assets/Inside_the_army_cave.jpg](file:///C:/Users/COMPAQ~1/AppData/Local/Temp/msohtmlclip1/01/clip_image028.jpg)
![http://www.sansouk.com/Editor/assets/3803365730_2195562a31.jpg](file:///C:/Users/COMPAQ~1/AppData/Local/Temp/msohtmlclip1/01/clip_image025.jpg)
![http://www.sansouk.com/Editor/assets/3803338178_3a647c848d.jpg](file:///C:/Users/COMPAQ~1/AppData/Local/Temp/msohtmlclip1/01/clip_image029.jpg)
• ທີ່ພັກ-ຮ້ານອາຫານ ເມື່ອກ່ອນທີ່ພັກສ່ວນໃຫຍ່ດັດແປງຈາກເຮືອນພັກຂອງຊາວບ້ານຈະເປັນໃນ ຮູບແບບຂອງເຮືອນພັກ ແຕ່ມາຮອດປັດຈຸບັນນີ້ໄດ້ມີໂຮງແຮມເກີດຂຶ້ນຫຼາຍແລ້ວ. • ຂອງຕ້ອນ ເນື່ອງຊາວແຂວງຫົວພັນເປັນຄົນທີ່ດຸໝັ່ນຂະຫຍັນພຽນ ມັກໃນການປູກຝັງລ້ຽງສັດ ດັ່ງນັ້ນ ຈຶ່ງເຮັດໃຫ້ເວລາທີ່ແຂກໄປໄທມາຈຶ່ງມີຂອງຕ້ອນຂອງຝາກເຕັມມື. ອາຫານການກິນທີ່ເປັນຂອງຕ້ອນຂອງຝາກທີ່ຂຶ້ນຊື່ຂອງແຂວງຫົວພັນໄດ້ແກ່ ໝາກໝັ້ນ, ໝາກຈອງ, ໝາກຄາຍ, ໝາກແຫ້ວ, ໜໍ່ຂົມ, ໜໍ່ຈ້າ, ໜັງແຊ່ເພ້ຍ, ແຈ່ວປາບ້ຳ, ຫົວຜັກບົ່ວຜັກທຽມ... ![http://www.sansouk.com/Editor/assets/510px-Laos_Houaphan_svg.png](file:///C:/Users/COMPAQ~1/AppData/Local/Temp/msohtmlclip1/01/clip_image031.gif)
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ພ.ຈ.. 23, 2010
| ມີ
6 ຄຳເຫັນ
ແລະ
0 trackback(s)
![](./images/icons/category.gif) ໜວດໝູ່:
ກາບກອນ
<!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0cm 5.4pt 0cm 5.4pt;mso-para-margin-top:0cm;mso-para-margin-right:0cm;mso-para-margin-bottom:10.0pt;mso-para-margin-left:0cm;line-height:115%;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-fareast-font-family:"Times New Roman";mso-fareast-theme-font:minor-fareast;mso-hansi-font-family:Calibri;mso-hansi-theme-font:minor-latin;mso-bidi-font-family:"Cordia New";mso-bidi-theme-font:minor-bidi;}<![endif]--> ນ້ຳໃຈຄົນວຽງຈັນ ນັບແຕ່ມື້ກໍ່ສ້າງ ຮັກບໍ່ຫ່າງແຮມໄກ..ວຽງຈັນເອີຍ ວຽງຈັນຄືດວງໃຈ ເຜົ່າພົງພັນເຊື້ອ ຄວາມຮັກເຝືອແຝງໄວ້ ແສນດວງໃຈຖວາຍຕໍ່ ພັນດວງໃຈຮ່ວມສ້າງກໍ່ ບໍ່ໃຫ້ວຽງໂສກເສົ້າເຫງົາຫງ່ວງປ່ວງລະທົມ ຊາວວຽງກົ້ມໜ້າສູ້ ປ້ອງເຂດແດນດິນ ຖີ່ນວຽງທອງທານີ ບໍ່ໃຫ້ສີສູນເສົ້າ ສ້າງແຜ່ນດິນວຽງເຮົາໃຫ້ ໃສງາມສົມຊ່າ ເຜົ່າພົງລາວໃຕ້ລຸ່ມຟ້າ ມາໂຮມເຕົ້າບໍ່ເກົ່າສີ..ແທ້ແລ້ວ ແຕ່ອະດີດເຖືງມື້ນີ້ ວຽງສືບຕໍ່ສາຍແສງ ເປັນແວ່ນແຍງມະໂນທຳ ຜາບອະທຳໃຫ້ສູນສີ້ນ ໃຫ້ຖີ່ນວຽງເຮົານີ້ ມີສີໃສສະຫງ່າ ໃຫ້ປວງຊົນໃຕ້ລຸ່ມຟ້າ ມີໃບໜ້າຊື່ນບານ ຫລາຍຮ້ອຍປີຜ່ານຂ້າມ ວຽງສະຫງ່າຣາສີ ບາງໄລຍະມີໄພຣີ ກໍ່ກວນວາຍວຸ້ນ ຈູດເຜົາວຽງຈົນວ່າມູ້ນ ເຫລືອພຽງເຖົ້າຖ່ານ ລູກຫລານວຽງລຸກຂື້ນສູ້ ປະສົງກູ້ຊາດມາ ສ້າງວຽງຈັນໃຫ້ແຈ່ມຟ້າ ເມຄາເມກໃຫ້ເຫີຍຫາຍ ສາຍໂສມແສງວຽງທອງ ຮຸ່ງເຮືອງນະພາກວ້າງ ໃຫ້ຄົນລາວປາງນີ້ ມີໃຈຊ່ອຍຊື່ນ ໝື່ນປີບໍ່ໂສກເສົ້າ ບໍ່ເຫງົາຫງ່ວງຕ່າງຫລັງ...ເຈົ້າເອີຍ (ຂຽນ ໂດຍ ລູກຊາຍເມືອງຄຳ)
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ພ.ຈ.. 23, 2010
| ມີ
2 ຄຳເຫັນ
ແລະ
0 trackback(s)
<!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0cm 5.4pt 0cm 5.4pt;mso-para-margin-top:0cm;mso-para-margin-right:0cm;mso-para-margin-bottom:10.0pt;mso-para-margin-left:0cm;line-height:115%;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-fareast-font-family:"Times New Roman";mso-fareast-theme-font:minor-fareast;mso-hansi-font-family:Calibri;mso-hansi-theme-font:minor-latin;mso-bidi-font-family:"Cordia New";mso-bidi-theme-font:minor-bidi;}<![endif]--> 1.ລອງໄປເບິ່ງຕາເວັນຕົກດິນຢ່າງຕັ້ງໃຈຢ່າງນ້ອຍປີລະຫນື່ງຄັ້ງ. 2.ຢ່າດູຖູກຄົນອື່ນ. 3.ເວົ້າຄຳວ່າ*ຂອບໃຈ*ໃຫ້ຫລາຍໆ. 4.ຊີວິດຢູ່ພາຍໃຕ້ຈຸດມຸ່ງຫມາຍຂອງຕົນເອງ. 5.ປະຕິບັດນຳຄົນອື່ນຄືກັບຄົນອື່ນປະຕິບັດນຳຕົນເອງ. 6.ບໍລິຈາກເລືອດ. 7.ຄົບຫາເພື່ອນໃຫມ່ເເລະລຳລຶກເຖິງເພື່ອນເກົ່າສະເຫມີ. 8.ຮູ້ຈັກເກັບຄວາມລັບ. 9.ຍອມຮັບຄວາມຜິດພາດຂອງຕົນ. 10.ຈົງສະເເດງຄວາມກ້າຫານເຖິງວ່າຈະບໍ່ໃດ້ເປັນຄົນກ້າຫານ. 11.ຢ່າເປັນຄົນຂີ້ລັກ. 12.ອ່ານຫນັງສືທຳມະຢ່າງຈິງຈັງຢ່າງນ້ອຍປີລະຫນື່ງຄັ້ງ. 13.ຮຽນຮູ້ທີ່ຈະຟັງ. 14.ຢ່າຫມົດຄວາມຫວັງກັບຊີວິດ. 15.ຢ່າສວດມົນເພື່ອຂໍສິ່ງໃດ. 16.ຮູ້ຈັກເກັບອາລົມເມື່ອໂມໂຫ. 17.ມີບຸກຄະລິກທີ່ດີເມື່ອຢ່າງເຂົ້າຫ້ອງເຮັດວຽກ. 18.ຍອມເສຍສິ່ງນ້ອຍໆເພື່ອຫວັງໃນສິ່ງທີ່ດີກ່ວາ. 19.ຢ່າຄົບຫາກັບບຸກຄົນທີ່ບໍ່ເຄີຍສູນເສຍໃດໆເລີຍ. 20.ຢ່ານິນທາຫລັບຫລັງ. 21.ເມື່ອຜະເຊີນຫນ້າກັບງານຫນັກ ຈົ່ງປະຕິບັດກັບມັນຄືກັບວ່າເປັນໄປບໍ່ໃດ້ທີ່ມັນຈະຫລົ້ມເຫລວ. 22.ຢ່າຄຶດວ່າຊີວິດນີ້ຈະຍຸດຕິທຳສະເຫມີໄປ. 23.ຢ່າປະເມີນອຳນາດຂອງການໃຫ້ອະໄພຕໍ່າເກີນໄປ. 24.ເລື່ອງຂອງມື້ນີ້ກໍ່ຕ້ອງເຮັດໃຫ້ເເລ້ວໃນມື້ນີ້. 25.ບໍ່ຕ້ອງຍ້ານທີ່ຈະກ່ວາຄຳວ່າ*ຂໍໂທດ*. 26.ບໍ່ຕ້ອງຍ້ານທີ່ຈະກ່ວາຄໍາວ່າເຮາ*ບໍ່ຮູ້*. 27.ຂຽນເລື່ອງທີ່ເຮົາຢາກຮູ້ກ່ອນຕາຍ 25 ຂໍ້ ເເລະນຳມັນຕິດຕົວໄປຕະຫລອດ. 28.ໂທລະສັບຫາ ພໍ່ເເມ່ ເເດ່ ບໍ່ເເມ່ນໂທຫາເເຕ່ຜູ້ສາວ....55555+++ |
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ພ.ຈ.. 23, 2010
| ມີ
2 ຄຳເຫັນ
ແລະ
0 trackback(s)
<!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0cm 5.4pt 0cm 5.4pt;mso-para-margin-top:0cm;mso-para-margin-right:0cm;mso-para-margin-bottom:10.0pt;mso-para-margin-left:0cm;line-height:115%;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-fareast-font-family:"Times New Roman";mso-fareast-theme-font:minor-fareast;mso-hansi-font-family:Calibri;mso-hansi-theme-font:minor-latin;mso-bidi-font-family:"Cordia New";mso-bidi-theme-font:minor-bidi;}<![endif]-->
ແມ່ນ້ຳຂອງສາຍນີ້ ໃນພາສາລາວຮຽງວ່າ “ແມ່ນ້ຳຂອງ” ແຕ່ໄທຍຮຽກວ່າ “ແມ່ນ້ຳໂຂງ” ຕາມການສືບຄົ້ນ ສ່ວນໃຫຍ່ຈະມີຄວາມເຫັນເປັນເອກພາບກັນກ່ຽວກັບຄຳວ່າ “ນ້ຳຂອງ” ແມ່ຖືກຕ້ອງຕາມສຽງພາສາລາວເດີມ. ຕາມການຄົ້ນຄວ້າ ປາກົດເຫັນວ່ານ້ຳຂອງເປັນພາສາບູຮານລາວແທ້, ເນື່ອງຈາກພົບຫຼັກຖານທາງພາສາມາຫຼາຍແຫ່ງ ຫຼາຍທີ່ ຄື: 1. ຫຼັກຖານທາງພາສາຂອງກຸ່ມຊົນຕະກູນໄຕລາວຢູ່ນອກປະເທດ: - ຄົນລ້ານນາບູຮານ ກວາມເອົາບໍຣິເວນພາກເໜືອຂອງໄທຍ໌ໄດ້ບັນທຶກໃນໜັງສືບູຮານ ເປັນອັກສອນທັມຍວນ ຫຼືລ້ານນາ ໃນເຣື່ອງພຣະເຈົ້າລຽບໂລກ ວ່າແມ່ນ້ຳສາຍນີ້ວ່າ “ຂະນະນະທີ” ໃນໜັງສືສະບັບດຽວທີ່ເປັນສ່ວນຂອງສຳນວນ ພາສາທ້ອງຖິ່ນວ່າແມ່ນ້ຳຂອງ, ໄດ້ໄປສຶກສາປະຕິບັດງານທາງພາກເໜືອຂອງໄທຍ ກໍເຫັນຊາວທ້ອງຖິ່ນວ່າ ແມ່ນ້ຳ ຂອງເຊັ່ນກັນບໍ່ໄດ້ຮຽກແມ່ນ້ຳໂຂງເລີຍ. - ຄົນພະມ້າແຖວທ່າຂີ້ເຫຼັກ ເຊື້ອສາຍລາວ ຫຼືຕະກູນໄຕຕ່າງໆ ຮຽກແມ່ນ້ຳສາຍນີ້ວ່າ “ແມ່ນ້ຳຂອງ” ສະໄໝໄປທ່ຽວ ທ່າຂີ້ເຫຼັກແລະຊຽງຕຸງ ເວົ້າພສາລາວລື້. - ຄົນຈັງຫວັດເລີຍ ແລະເພັດຊະບູນ ຮຽກແມ່ນ້ຳສາຍນີ້ວ່າແມ່ນ້ຳຂອງ, ປີ 1998 ໄປຢາມໝູ່ຢູ່ອຳເພີນະຄອນໄທຍ ຖາມເຂົາວ່າ ພວກພີ່ນ້ອງຮຽກແມ່ນ້ຳຂອງວ່າແມ່ນ້ຳຫຍັງ ເຂົາຕອບວ່າ “ແຕ່ກີ້ຮຽກວ່າແມ່ນ້ຳຂອງ” ຄົນສະໄໝເກົ່າ ຮຽກແມ່ນ້ຳຂອງທັງນັ້ນ, ກໍໄດ້ໂລມກັບຜູ້ເຖົ້າອາຍຸ 50-80 ປີ 10 ຄົນປາກົດວ່າເວົ້າເປັນສຽງດຽວກັນວ່າ “ແມ່ນ້ຳ ຂອງ” ແຕ່ປີ 2001-2005 ໄດ້ໄປອຳເພີດ່ານຊ້າຍ ປີລະຄັ້ງສອງຄັ້ງ ປາກົດວ່າ ຊາວອຳເພີດ່ານຊ້າງທຸກຄົນ ຮຽກແມ່ນ້ຳຂອງ ເວັ້ນເສັຍແຕ່ເຂົາເວົ້າພາສາໄທຍຈຶ່ງອອກແມ່ນ້ຳໂຂງຕາມໄທຍ໌ ເດັກນ້ອຍຣຸ້ນໃໝ່ຮຽກແມ່ນ້ຳໂຂງໝົດ. - ປີ 2000 ໄປແຖວສີຊຽງໃໝ່ ໄດ້ມີໂກກາດລົມກັບຄົນເຖົ້າຄົນໜຶ່ງ ເປັນເວລາ 1 ວັນ ເຂົາຈະເວົ້າປະຫວັດສາດ ແລະພື້ນວຽງຈັນເກ່ງທີ່ສຸດ ແລະແມ້ນຢຳທີ່ສຸດເຂົາກໍຮຽກວ່ານ້ຳຂອງເຊັ່ນກັນ. - ປີ 1993 ໄປນະຄອນພະນົມຊາວນະຄອນພະນົມຣຸ້ນເກົ່າ ຈະຮຽກແມ່ນ້ຳສາຍນີ້ວ່າ “ນ້ຳຂອງ”. - ສ່ວນມຸກດາຫານຍັງບໍ່ທັນໄປ ແຕ່ທາງເມືອງອຸບົນ, ວາຣິນຊຳລາບ, ພິມູນ, ສີຣິນທອນ, ເຂັມມະຣາຊ ຈະຮຽກແມ່ນ້ຳ ຂອງທັງນັ້ນ. - ສ່ວນທາງຮ້ອຍເອັດມະຫາສາຣະຄາມ ເຂົ້າໄປໃນ ສ່ວນໃຫຍ່ຈະຮຽກວ່າແມ່ນ້ຳໂຂງ ສົງໄສວ່າເຂົາຢູ່ໄກແມ່ນ້ຳຂອງ ຄວາມຜູກພັນກັບແມ່ນ້ຳຂອງ ບໍ່ຄ່ອຍຈະມີ, ເມື່ອຍິນໄທຍເວົ້າກໍເວົ້າວ່ານ້ຳຂອງນຳເຂົາ ກໍອາດເປັນໄດ້. - ຄົນຊຽງຮຸ່ງຮຽກ “ແມ່ນ້ຳລ້ານຊ້າງ” ຕາມພາສາຈີນ ບາງຄັ້ງກໍຮຽກວ່າ “ແມ່ນ້ຳຂອງ” ໂດຍສະເພາະຄົນທີ່ຕັ້ງບ້ານເຮືອນ ຢູ່ແຄມນ້ຳສາຍນີ້ (ພາສາຈີນວ່າ LANJIAN ແປເປັນພາສາລາວວ່າ ລ້ານຊ້າງ). - ຄົນຂະເໝນແຖວ ຊາຍແດນດ້ານພະວິຫານ ໃກ້ໆກັບບ້ານເກີດ ຜູ້ຂຽນ (ເມືອງມະໂນໄພເດີມ ແຖວທ່າແກ່, ທ່ານເປື້ອຍ, ທ່າກະສັງ ເລີຍເຂົ້າໄປຮອດໃນຈະຮຽກແມ່ນ້ຳຂອງຄືກັບລາວ), ເມືອງຊຽງແຕງຜູ້ຂຽນເຄີຍ ໄຊື້ຄວາຍຢູ່ແຖວ ນັ້ນປະມານປີ 1985, ເມື່ອປີ 2001-2004 ກໍເຄີຍໄປທ່ຽວແຖວນັ້ນ ຈົນຮອດກະແຈະ, ເມືອງທາຣາບໍຣິວັດ ຄົນເຫຼົ່າ ນີ້ລ້ວນແຕ່ເວົ້າພາສາລາວ ພວກເຂົາກໍຈະຮຽກແມ່ນ້ຳສາຍນີ້ວ່າ “ແມ່ນ້ຳຂອງ”. 2. ຊື່ແມ່ນ້ຳຂອງໃນພາສາຕ່າງປະເທດ. - ພາສາຈີນ “ລ້ານຊ້າງ ຫລືລ້ານຈຽງ (ໂຕ ຊ ເປັນ ໂຕ ຈ ລານຈຽງ LANJIAN). ເຮົາອາດວິເຄາະໄປໄດ້ອີກວ່າ ຊື່ອານາຈັກລ້ານຊ້າງ ເດີມມີຄວາມໝາຍວ່າ “ມີຊ້າງລ້ານໂຕ ຫຼືອານາຈັກທີ່ເຕັມໄປດ້ວຍຊ້າງ” ແຕ່ຫາກເຮົາວິເຄາະ ຕາມສຳນຽງຂອງຈີນ ເຮົາອາດວິເຄາະວ່າ “ລ້ານຊຽງ” ອານາຈັກທີ່ມີເມືອງຂຶ້ນ ລ້ານເມືອງ ກໍຫາກເປັນໄປໄດ້. - ພາສາຫວຽດນາມ ຮຽກວ່າ “ທາງໃຕ້ຮຽກວ່າ ແມ່ກົງ” ແຕ່ພາສາຫວຽດນາມແທ້ໆນັ້ນ ຮຽກອີກຢ່າງໜຶ່ງ ໃຜຮູ້ກະ ກະຣຸນາບອກມາແນ່ ຈະເປັນພຣະຄຸນຍິ່ງ ແຕ່ວ່າຜູ້ຂຽນເອງ ຈະໄປຫວຽດນາມໃຕ້ ວັນທີ 15 ພຶດສະພາ 2007 ນີ້, ນັ່ງຣົດຈາກເຊກອງໄປ ໃນຣາຄາ 145.000 ກີບ ຮອດໄຊງ່ອນ ສືບໄດ້ເຣື່ອງແລ້ວ ຈະນຳມາເລົ່າຕໍ່. - ພາສາຂະເໝນ ຮຽກວ່າ “ຕົນເລສາດ, ຖາມຄົນຂະເໝນວ່າ “ແມ່ນ້ຳຂອງ” ຄົງໝາຍເຖິງແມ່ນ້ຳແຫ່ງຊາດ ເຄີຍຂີ່ເຮືອຈາກຊຽງແຕງ ໄປຮອດກຳປົງຈາມ 5 ຄັ້ງ ແຕ່ໄປຮອດພະນົມເປັນ 1 ຄັ້ງ ເມື່ອປີ 2004 ແມ່ນ້ຳບ່ອນນີ້ກວ້າງໃຫຍ່ຫລາຍ ຈະແບ່ງອອກເປັນແມ່ນ້ຳ 4 ສາຍ(ຕາມພາສາຂະເໝນຮຽກວ່າ ຈຕຸຣະມຸຂ ຄືແມ່ນ້ຳ 4 ໜ້າ)ແມ່ນ້ຳ ຂອງຕໍ່ໄປຮອດຫຽວດນາມ ຂະເໝນຮຽກວ່າ ຕົນເລກຣອມ, ແມ່ນ້ຳປາສັກ(ອອກສຽງຕົນເລປາສັກ) ເຂົ້າໄປທະເລສາບຮຽກ “ຕົນເລເວັຍສະ” ເລີຍໄປຮອດທະເລສາບແລ້ວ ອອກສຽງ “ຕົນເລສະ” ສ່ວນສາຍແມ່ຂອງຂຶ້ນມາທາງຊຽງແຕງ ຫຼືທາງຄອນພຣະເພງຂອງລາວເຮົາ ຍັງຄົງຮຽກວ່າຕົນເລສະເໝືອນເດີມ, ບາງຄົນບອກວ່າສະໄໝບູຮານ ຮຽກວ່າຕົນເລຊຽງແຕງ ຫຼືຕົນຊຕຶງແຕຣງ ບາງຄັ້ງກໍຮຽກວ່າ “ຕົນເລລຽວ” ຖ້າແປເປັນພາສາລາວຮຽກ “ທະເລລາວ”, ສຳລັບແມ່ນ້ຳເຊກອງນັ້ນ ທາງຄົນຊຽງແຕງ-ຄົນແສນປາງ ເອງກໍຮຽກວ່ານ້ຳເຊກອງ ແຕ່ຄົນຂະເໝນຮຽກວ່າ “ຕົນເລແມ່ກົງ”. - ໃນພາສາອັງກິດ, ເນື່ອງຄົນອັງກິດເອງ ບໍ່ໄດ້ຕິດພັນກັບແມ່ນ້ຳສາຍນີ້ ຄົງອິງຕາມພາສາຖິ່ນ ທີ່ຮຽກແມ່ນ້ຳສາຍນີ້ ວ່າ “ແມ່ຂອງ” ເມື່ອທຽບເປັນພາສາອັງກິດແລ້ວຈຶ່ງຂຽນວ່າ MEA-KHONG ຫລື MEANM-KHONG ການອ່ານຄົງອອກສຽງວ່າແມ່ຂອງ ຫຼືບາງຄົນຂຽນວ່າ MAEKONG ກໍຄົງອ່ານວ່າ ແມ່ຂອງເຊັ່ນກັນ ແຕ່ເມື່ອງບາງຄົນອາດອອກສຽງວ່າ ແມ່ໂຂງ ຫຼືແມ່ກົງ ສຳລັບການອອກສຽງວ່າແມ່ກົງ ຄົງຈະບໍ່ຖືກ ເພາະວ່າມີແມ່ນ້ຳສາຍໜຶ່ງ ທີ່ມາຈາກເຊກອງ ອັດຕະປື ລົງໃສ່ຊຽງ ແຕງ ບ່ອນບ້ານຫາງໂຄນັ້ນ ມີການຂຽນເປັນພາສາອັງກິດວ່າ NAMSEKONG ຫຼື NAMSEAKONG ຕາມການສັນນິຖານການຂຽນຊື່ແມ່ນ້ຳຂອງ ຄົງຈະສະກົດດ້ວຍ KH ຫຼາຍກວ່າ K ຊື່ໆ, ພາສາຝຣັ່ງກໍຂຽນວ່າ MEANAM KHONG ແຕ່ຕ້ອງໃສ່ກຸບທີ່ໂຕ O. - ໃນເມື່ອເຮົາຮູ້ທີ່ມາແບບນີ້ ເຮົາຈຶ່ງມາປຽບທຽບ ແລະວິເຄາະເບິ່ງພາສາໄທຍ໌ ໃນບູຮານອາດຊິຮຽກແມ່ນ້ຳຂອງເໝືອນລາວ, ແຕ່ຄົນໄທຍ໌ເອງ ບໍ່ຄ່ອຍຈະມີຄວາມຜູກພັນ ແລະຕິດພັນກັບແມ່ນ້ຳຂອງມາແຕ່ສະໄໝບູຮານ ເພາະມີຫຼັກຖານ ໜຶ່ງວ່າ “ລາວອົບພະຍົບລົງມາທາງແມ່ນ້ຳຂອງ ແລະແມ່ນ້ຳປິງ ຍົມ ນ່ານ, ສ່ວນໄທອົບພະຍົບລົງໄປທາງແມ່ນ້ຳເຈົ້າພະຍາ” ແລະຫຼັກຖານໜຶ່ງຂອງກອນມະຫາແກ້ວຂຽນບົດທ່ອງຂຶ້ນໃຈ ໃນແບບຮຽນສະໄໝເກົ່າວ່າ “ປະເທດຂ້ອຍຊັ້ນຊື່ເມືອງລາວ ລວງກວ້າງຍາວ ສຸດຕາເຫຼືອອ່ານ ນຳຂອງຜ່ານໄຫລຜ່າທາງກາງ ມີຫົນທາງຖນົນສະອາດ ປະເທດຊາດ ລາວໃຫຍ່ໄພ ສານ ເຮົາລູກຫຼານເກີດມາພາຍຊ້ອຍ ຄວນຊູຊ່ອຍສ້າງບ້ານເມືອງລາວ ໃຫ້ຢືດຍາວຕໍ່ໄປພາຍໜ້າ ຢ່າໃຫ້ຫຼ້າເຂົາແທ້ ໝູ່ລາວ (ສຳລັບກອນບົດນີ້ ຜູ້ຂຽນໄດ້ຈື່ມາຕັ້ງແຕ່ເດັກນ້ອຍ ອາດມີການຜິດພາດບາງປະການ ຫາກໃຜຈື່ໄດ້ ຫຼືເຫັນວ່າມີ ຜິດບ່ອນໃດ ກະຣຸນາແກ້ໄຂໃຫ້ແນ່), ເມື່ອເປັນເຊັ່ນນັ້ນ ຄົງສັນນິຖານວ່າ ຄຳວ່າ “ແມ່ນ້ຳໂຂງ” ໃນພາສາໄທຍນັ້ນ ອາດແມ່ເປັນສຳນຽງໃໝ່ ທີ່ໄທຍກຳນົດເອົາຕາມ ສຳນຽງຂອງພາສາຝຣັ່ງ-ອັງ ກິດ ເພາະຄຳວ່າ KHONG ໃນພາສາຝຣັ່ງ-ອັງກິດນັ້ນ ຈະອ່ານອອກສຽງເປັນໄດ້ທັງ “ຂອງ” ແລະ “ຄົງ” ຫຼື “ໂຂງ” ອັນນີ້ສາມາດພິສູດໄດ້ຈາກຊື່ ມະຫາວິທະຍາໄລດົງໂດກ(ມະຫາວິທະຍາໄລແຫ່ງຊາດ) ໄທຍ໌ຄວນຊິອ່ານວ່າ ດົງໂດກເໝືອນລາວ ແຕ່ໄທຍ໌ພັດອອກສຽງວ່າ “ດອງດອກ” ເຊິ່ງເຮັດໃຫ້ສຳນຽງຂອງພາສາລາວປ່ຽນໄປ ໃນພາສາ ໄທຍ໌, ຄວາມຈິງແລ້ວຄຳວ່າ “ດົງ” ໃນພາສາໄທຍ໌ກໍມີ ເຊັ່ນ “ດົງພະຍາໄຟ, ດົງພະຍາເຢັນ” ດັ່ງນີ້, ແທນທີ່ທີ່ລາວ ຈະຮຽກຕາມສຳນຽງລາວ ທີ່ໃຊ້ອັກສອນລາວເປັນເຄື່ອງວັດ ສົງໄສວ່າໄທຍ໌ອ່ານຕາມສຳນຽງຂອງພາສາຝຣັ່ງ (Dong-Dok) ຖ້າເປັນເຊັ່ນນັ້ນ ຄຳວ່າ ແມ່ນ້ຳໂຂງ ໃນພາສາໄທຍ໌ນັ້ນ ໄທຍ໌ຄົງຈະອິງຕາມສຳນຽງພາສາຝຣັ່ງ-ອັງ ກິດ ຖ້າເປັນເຊັ່ນນັ້ນ ຄຳວ່າ “ແມ່ນ້ຳຂອງ” ຕ້ອງຊື່ເດີມ ຂອງແມ່ນ້ຳສາຍນີ້. - ກໍໄດ້ເອົາແຕ່ຜູ້ຊິອ່ານ; ເພາະວ່າໃນເມືອງລາວນີ້ ມີເມືອງໜຶ່ງຢູ່ແຂວງສາຣະວັນວ່າ “ເມືອງຄົງເຊໂດນ” ກໍຂຽນວ່າ “MEUANG KHONGSEADONE” ກໍໃຊ້ “KHONG”. 3. ຊື່ແມ່ນ້ຳຂອງໃນວັນນະຄະດີ. - ວັນນະຄະດີ ຕຳນານອຸຣັງຄະນິທານ ຫຼືອຸຣັງຄະທາດ ຮຽກວ່າ “ຂະນະນະທີ” ແລະແມ່ນ້ຳຂອງ. - ວັນນະຄະດີ ຕຳນານຂຸນບູຣົມ ປາກົດເຫັນຊື່ ແມ່ນ້ຳຂອງ ວ່າ "ຂະນະນະທີ” ແລະແມ່ນ້ຳຂອງເຊັ່ນກັນ. - ວັນນະຄະດີ ພະລັກພະລາມ ກໍປາກົດເຫັນ “ຂະນະນະທີ ແລະແມ່ນ້ຳຂອງ” ເຊັ່ນກັນ. - ວັນນະຄະດີລາວອື່ນໆ ກໍປາກົດເຫັນເຊັ່ນນັ້ນ. ເມື່ອມາເບິ່ງ “ຂະນະ” ເປັນພາສາປາລີ ເມື່ອມາເບິ່ງດ້ານພາສາລາວ ທີ່ປາກົດໃນວັນນະຄະດີ ກໍຮຽກວ່າແມ່ນ້ຳຂອງ ກໍສາມາດພິສູດໄດ້ວ່າ “ແມ່ນ້ຳຂອງເປັນຊື່ແທ້ຂອງ” ແມ່ນ້ຳສາຍນີ້ 4. ຊື່ແມ່ນ້ຳຂອງໃນວັນນະຄະດີໄທຍ໌ ບໍ່ປາກົດເຫັນຊື່ແມ່ນ້ຳສາຍນີ້ ອັນນີ້ສະແດງໃຫ້ເຫັນວ່າ ໄທສຍາມບູຮານ ບໍ່ມີສິດທິໃນແມ່ນ້ຳສາຍນີ້. 5. ປະມານປີ 1870-1900 ກໍຣະນີປັກປັນເຂດແດນສຍາມ-ຝຣັ່ງໄດ້ມີຄວາມສຳຄັນຕໍ່ສຍາມ ໃນພາກພື້ນຫົວເມືອງລາວ ທາງອີສານ ຈຶ່ງເຮັດໃຫ້ສຍາມຮູ້ຈັກແມ່ນ້ຳຂອງ ອາດເປັນໄຣຍະນີ້ເອງ ທີ່ສຍາມບັນຍັດຊື່ “ແມ່ນ້ຳໂຂງ” ໃນພາສາໄທຍ໌ສຍາມ. 6. ຄຳວ່າດອນໂຂງ, ໃນພາສາລາວນັ້ນ ໃນໜັງສືບູຮານນັ້ນ ມີຊື່ໜຶ່ງອີກຕ່າງຫາກ ແຕ່ຕໍ່ມາຈຶ່ງປ່ຽນມາເປັນດອນໂຂງ, ຕາມການສັນນິຖານຂອງນັກຄິດລາວຫລາຍຄົນກ່າວເຖິງທີ່ມາຂອງຄຳວ່າ ດອນໂຂງນັ້ນ ບໍ່ໄດ້ກ່ຽວກັບແມ່ນ້ຳຂອງເລີຍ ເຖິງວ່າດອນໂຂງນັ້ນ ຈະຕັ້ງຢູ່ໃນລຳແມ່ນ້ຳຂອງຕອນໃຕ້ກໍຕາມ. - ທີ່ນີ້ ດອນໂຂງມີທີ່ມາດັ່ງນີ້ ຄື: (1). ໃນໜັງສືພຣະລັກພຣະຣາມ ແມ່ນມີຊື່ຕ່າງຫາກນິມິຕ ແມ່ນເກີດຈາກນິມິດຂອງພຣະລັກນັ້ນເອງ (2). ຄຳວ່າ “ດອນໂຂງ” ນັ້ນບາງທ່ານວ່າ ມາຈາກຄຳວ່າ “ຊ້າງໂຂງໜຶ່ງ” ຄືຊ້າງໂຕໜຶ່ງ, ມີນິທານພື້ນເມືອງວ່າ “ສະໄໝແຕ່ກີ້ ທີ່ດອນໂຂງມີຊ້າງໂຂງໜຶ່ງມາຕາຍໄຫຼມາເປີະຫົວດອນທີ່ນັ້ນ, ເມື່ອຊາວຄົວວຽງ ຂອງສົມເດັດພຣະ ຄຣູຂີ້ຫອມ ປມານ ຄ.ສ 1580-1641 ໄປເຫັນກໍເອົາຣືກນີຕັ້ງຊື່ດອນ, ຫຼັກຖານຊາວຄົວວຽງ ໄປຂຶ້ນທີ່ບ້ານເມືອງແສນ ຈຶ່ງເຮັດໃຫ້ຊາວເມືອງແສນເວົ້າສຳນຽງວຽງຈັນຮອດບັດນີ້ ແລະຂະຫຍາຍຕົວໄປຮອດຂະເໝົາ, ດອນໂລງ ນາດີ (ເວົ້າສຳສຽງຄ້າຍວຽງຈັນ-ທ່າແຂກ) ດ້ວຍເຫດນີ້ດອນໂຂງຈຶ່ງມີຊືປາກົດມາຮອດບັດນີ້. - ສ່ວນຄຳວ່າສີພັນດອນນັ້ນ ເປັນຊື່ຂອງການລຳ ຂອງຊາວເມືອງໂຂງ, ບາງທ່ານຄຳວ່າສີພັນດອນ ມາຈາກມີດອນຮອດ 4.000 ດອນ(ຄວາມຈິງດອນໃນເຂດເມືອງໂຂງ ແລະເມືອງມຸນລວມກັນບໍ່ເຖິງ 1.000 ດອນ, ຜຂ ເກີດທີ່ດອນໜຶ່ງໃນເມືອງໂຂງ ຢັ້ງຢືນໄດ້) - ແຕ່ຜູ້ເຖົ້າບາງຄົນເວົ້າວ່າ ຄຳວ່າສີພັນດອນນັ້ນມີທີ່ມາຈາກທີ່ຝຣັ່ງ ໄດ້ເຂົ້າມາລາວຕາມລຳແມ່ນ້ຳຂອງ ໄດ້ນັບດອນມາຈາກປາກແມ່ນ້ຳຂອງ ເມື່ອມາຮອດດອນໂຂງນີ້ກໍໄດ້ 4000 ດອນພໍດີ ຈຶ່ງໃຫ້ຄົນຮຽກວ່າສີ່ພັນດອນ ຕໍ່ມາຜ້ຽນມາເປັນ ສີພັນດອນໃນໄລຍະຕໍ່ມາ. - ສ່ວນຊື່ເປັນທາງການຂອງລາວນັ້ນ ເມືອງໂຂງມີຊື່ວ່າ “ສຣີທັນດອນ" ອັນໄດ້ມາຈາກ ຊື່ຊ້າງສາມຫົວ ອັນເປັນສັດຊົງຂອງພຣະຍາອິນທາທິຣາຊ ເນື່ອງຈາກດອນໂຂງມີຊື່ກ່ຽວພັນກັບຊ້າງ ຈຶ່ງຕັ້ງແຂວງນີ້ ຊື່ວ່າແຂວງສຣີທັນດອນ ປະມານປີ 1962 ພ້ອມກັບແຂວງວາປີຄຳທອງ ແລະແຂວງຫົວຂອງ. - ສິ່ງທີ່ເຂົ້າໃຈັຂອງຜູ້ຂຽນເອງນັ້ນ ຄິດວ່າດອນໂຂງໃນສະໄໝບູຮານຄົງຊື່ວ່າ “ດອນຊ້າງ” ອັນນີ້(ເປັນຄຳສັນນິຖານເດີກຳລັງຫາຫຼັກຖານຢູ່) ເພາະວ່າຢູ່ໃນເມືອງໂຂງມີ 2 ດອນຊື່ວ່າ “ດອນຊ້າງ” ດອນໜຶ່ງຢູ່ຫາງດອນລົປະດີ ຮຽກ ວ່າດອນຊ້າງ, ແລະອີກດອນໜຶ່ງວ່າ “ດອນຊ້າງນ້ອຍ” ໃກ້ກັບດອນລຽງ ແຕ່ບໍ່ປາກົດເຫັນຄຳວ່າ “ດອນຊ້າງໃຫຍ່ເລີຍ” ແລະອີກດອນໜຶ່ງຢູ່ເຂດຊຽງແຕງ ໃກ້ກັບສາມໂບກ(ຂະເໝນຮຽກວ່າ “ສຽມໂບກ” ເຊັ່ນດຽວກັນແສນປາງ ຂະເໝນຮຽນສຽມປາງ) ມີດອນໜຶ່ງຊື່ວ່າ “ດອນຊ້າງ” ໃຫຍ່ແທ້ໆແຕ່ບໍ່ມີຄົນຢູ່ໜາແໜ້ນ ຜູ້ຂຽນເຄີຍເຫັນແຕ່ບໍ່ເຄີຍຂຶ້ນໄປ ຖາມຄົນລາວຊຽງແຕງບອກວ່າ “ດອນຊ້າງ” ແຕ່ພາສາຂະເໝນຮຽກວ່າ “ເກຣາະດຳເດີຍ” ອັນນີ້ສະແດງໃຫ້ເຫັນວ່າດອນໂຂງນີ້ ຄົງຈະມີຊື່ວ່າດອນຊ້າງ ເພາະຄຳວ່າ “ໂຂງ” ມີຄວາມໝາຍໃກ້ຄຽງກັບຊ້າງ ດັ່ງທີ່ກ່າວແລ້ວ ຈັ່ງໃດກໍຕາມຫາກທ່ານໃດມີຄວາມເຫັນເປັນຕ່າງ ຫຼືເພີ່ມຕື່ມໄດ້ຍິນດີນ້ອມຮັບ ຂໍ້ຄິດເຫັນນັ້ນຖ້າມີເງືອນໄຂທີ່ຈະປະກອບບົດຄວາມນີ້ໄດ້ ຜຂ ຈະຖືເອົາເປັນຫຼັກຖານເພື່ອເຮັດບົດຂຽນນີ້ດີຍິ່ງຂຶ້ນ.
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ພ.ຈ.. 23, 2010
| ມີ
1 ຄຳເຫັນ
ແລະ
0 trackback(s)
<!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0cm 5.4pt 0cm 5.4pt;mso-para-margin-top:0cm;mso-para-margin-right:0cm;mso-para-margin-bottom:10.0pt;mso-para-margin-left:0cm;line-height:115%;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-fareast-font-family:"Times New Roman";mso-fareast-theme-font:minor-fareast;mso-hansi-font-family:Calibri;mso-hansi-theme-font:minor-latin;mso-bidi-font-family:"Cordia New";mso-bidi-theme-font:minor-bidi;}<![endif]-->
ຄວາມຮັກຫລືຄວາມຝັນທີ່ກຳລັງລ່ອງລອຍໄປສູ່ນະພາອັນກ້ວາງໄກ ໄປຊອກຫາຈຸດຈອດຂອງຫົວໃຈ ບໍ່ຮູ້ວ່າເມືອ່ໃດຊິໄດ້ພົບຊິໄດ້ເຫັນ ຈະຊ້າຫລືໄວ ຫລືອາດຊິບໍ່ໄດ້ພົບເລີຍ ທຸກໆຄຳຖາມມີຄຳຕອບ ແຕ່ຄຳຕອບນັ້ນຢູ່ທີ່ຍິງຄົນນັ້ນ “ສາວຫລັກ7”
ຮັກຂອງເຮົາຄັ້ງນີ້.................ອາດພຽງແຕ່ຄວາມຝັນ ຍ້ອນວ່າພົມແດນກັນ..............ຂີດຂະໜານຕັນໄວ້ ກຳແພງດິນ ບໍ່ໃຫ້ເຮົາສິດໃກ້...ກຳແພງໄວພັດແລ່ນສອດ ແຕ່ຫົວໃຈ ມັນຫາກລອດຜ່ານໄດ້..ໄປຫານ້ອງບໍ່ວ່າງວັນ
ເຖິງວ່າດິນຟ້າກັ້ນ.................ຕັນປ່ອງທາງເດີນ ກໍ່ຕາມຖ້ອນ ໃຈເຫາະເຫີນເວຫາ...............ຜ່ານນະພາໄປຫານ້ອງ ເຖິງຈະນອນໃນຫ້ອງ..............ຄົນລະແດນແຄວ້ນຕ່າງ ຫົວໃຈຊາຍຂໍຢູ່ຂ້າງ...............ບໍ່ວາງນ້ອງໃຫ້ປ່ຽວດາຍ ດອກນາ
ຖ້ານ້ອງຄຶດຮອດອ້າຍ.............ໃຫ້ຫລຽວເບິ່ງເດືອນດາວ ສາຍຕາສອງຄົນເຮົາ..............ຊິພົບກັນຢູ່ບົນຟ້າ ຢ້ານນະພາທາງນັ້ນ................ຊິເຫັນດາວດວງດຽວກັນ..ກັບອ້າຍບໍຫລືບໍ່ ສາຍຕາເຮົາອາດຊິພໍ້..............ກັນແທ້ຫາກແມ່ນບຸນ
ເຖິງວ່ານ້ອງຢູ່ພຸ້ນ..................ແຕ່ໃຈພີ່ຫວນຫາ ແທ້ໃດ ອ້າຍເມີ່ມອງນະພາໃສ.............ຂອບຟ້າໄກທາງນັ້ນ ໃນຄ່ຳຄືນຈັນແສງຈ້າ..............ລົມໂຊຍມາພັດຜ່ານ ນັ່ງກອດເຂົ່າຢູ່ປາຍຊານ....ເບິ່ງເມກໄຫລເລື່ອນຟ້າ..ຢາກເຫັນໜ້າຜູ້ຢູ່ໄກ ແທ້ເດ
ຄວາມຮັກນ້ອງ ແລະ ອ້າຍ......ບໍ່ໝາຍຫ່າງໄລລາ ຈິ່ງຝາກກອນກະວີມາ..............ເພື່ອອ່ານເຫັນສານອ້າຍ ຝາກອອນລາຍລົງກ້ຳ..............ອິນລາວໃຫ້ນ້ອງອ່ານ.. ໃຫ້ຮູ້ວ່າຄົນຢູ່ບ້ານ....ຄິດຮອດນ້ອງທຸກຄ່ຳເຊົ້າ...ຢາກມີເຈົ້າຢູ່ຄຽງ ພີ່ເດ
ຮັກ ແລະ ຄິດເຖິງສະເໝີ ໜຸ່ມໃຕ້
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ພ.ຈ.. 23, 2010
| ມີ
6 ຄຳເຫັນ
ແລະ
0 trackback(s)
<!--[if !mso]>v\:* {behavior:url(#default#VML);}o\:* {behavior:url(#default#VML);}w\:* {behavior:url(#default#VML);}.shape {behavior:url(#default#VML);}<![endif]--><!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0cm 5.4pt 0cm 5.4pt;mso-para-margin-top:0cm;mso-para-margin-right:0cm;mso-para-margin-bottom:10.0pt;mso-para-margin-left:0cm;line-height:115%;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-fareast-font-family:"Times New Roman";mso-fareast-theme-font:minor-fareast;mso-hansi-font-family:Calibri;mso-hansi-theme-font:minor-latin;mso-bidi-font-family:"Cordia New";mso-bidi-theme-font:minor-bidi;}<![endif]-->
![http://www.dhammathai.org/chadoknt/pic/nt153.gif](file:///C:/Users/COMPAQ~1/AppData/Local/Temp/msohtmlclip1/01/clip_image001.gif)
------ໃນສະມັຍນຶ່ງ ພຣະພຸທທະເຈົ້າ ປະທັບຢູ່ວັດເວລຸວັນ ເມືອງຣາຊຄຣຶຫ໌ ທຣົງປຼາຣົພກັບ ພຣະເທວະທັຕ ຜູ້ສະແດງທ່າທາງຢ່າງພຣະອົງຄ໌ ໄດ້ຕຣັສອະດີຕນິທານມາເລົ່າໃຫ້ຟັງ.. ----ກາລຄັ້ງນຶ່ງນານມາແລ້ວ ພຣະໂພທິສັຕວ໌ເກີດເປັນຣາຊສີຫ໌ ອາສັຍຢູ່ໃນຖ້ຳທອງ ໃນປ່າຫິມະພານຕ໌ ມື້ນຶ່ງ ອອກຈາກຖ້ຳທອງ ໄປຫາອາຫາຣ ໄດ້ຄວາຍໃຫຍ່ ໂຕນຶ່ງ ກິນເນື້ອແລ້ວ ໄປກິນນ້ຳທີ່ສຼະນ້ຳແຫ່ງນຶ່ງ ໃນຂະນະທີ່ຢ່າງຄືນຖ້ຳ ໄດ້ພົບສຸນັຂ ຈິ້ງຈອກໂຕນຶ່ງ ໃນຣະຫວ່າງທາງ ສຸນັຂຈິ້ງຈອກຈຶ່ງຂໍອາສາ ເປັນຜູ້ຮັບໃຊ້ ຣາຊສີຫ໌ດ້ວຍຄວາມຢ້ານຕາຍ ຕັ້ງແຕ່ນັ້ນເປັນຕົ້ນມາ ສຸນັຂຈິ້ງຈອກກໍໄດ້ກິນເນື້ອ ຂອງເຫງື່ອນ ຣາຊສີຫ໌ຢ່າງອິ່ມຫນຳສຳຣານຍ໌ ມັນມີຫນ້າທີ່ຂຶ້ນຍອດເຂົາ ໄປເບິ່ງສັຕວ໌ທີ່ຈະເປັນອາຫາຣ ແລ້ວກັບລົງມາບອກພຣະຍາຣາຊສີຫ໌ວ່າ “ ຂ້າພະເຈົ້າ ຢາກກິນເນື້ອແບບນັ້ນ ນາຍທ່ານ ຈົງແຜດສຽງເຖີດ “ ພຣະຍາຣາຊສີຫ໌ກໍຈະໄປຈັບສັຕວ໌ໂຕນັ້ນ ມາເປັນອາຫາຣ ບໍ່ວ່າຈະເປັນສັຕວ໌ຊະນິດໃດ ເຊັ່ນ ເສືອ ຊ້າງ ກະທິງແດງ ------ພໍເວລາຜ່ານໄປຫຼາຍປີ ສຸນັຂຈິ້ງຈອກພະຫຍອງ ໄດ້ໃຈເກີດຄວາມຄຶດວ່າ “ ແມ້ໂຕເຮົາ ກໍເປັນສັຕວ໌ ມີ ໔ ຕີນຄືກັນ ເຫຕຸໃດ ຈະໃຫ້ຜູ້ອື່ນລ້ຽງຢູ່ທຸກມື້ລະ ນັບແຕ່ນີ້ເປັນຕົ້ນໄປ ເຮົາຈະຂ້າຊ້າງເປັນອາຫາຣກິນເອງ ແມ້ແຕ່ຣາຊສີຫ໌ ກໍເພາະອາສັຍເຮົາບອກວ່າ ເຊີນຍ໌ທ່ານແຜດສຽງເຖີດ ເທົ່ານັ້ນ ກໍຈຶ່ງຂ້າສັຕວ໌ຕ່າງໆໄດ້ ຕໍ່ແຕ່ນີ້ ເຮົາຈະໃຫ້ຣາຊສີຫ໌ເວົ້າກັບເຮົາຄືກັນ “ ໄດ້ເຂົ້າໄປຫາຣາຊສີຫ໌ແລ້ວບອກເຣື່ອງນັ້ນ ------ແມ້ຖືກພຣະຍາຣາຊສີຫ໌ເວົ້າເຍາະເຍີ້ຍວ່າ “ ເປັນໄປບໍ່ໄດ້ “ ກໍຕາມ ແຕ່ສຸນັຂຈິ້ງຈອກ ກໍຄົງຈູ້ຈີ້ຢູ່ຈັ່ງຊັ້ນ ພຣະຣາຊສີຫ໌ເມື່ອບໍ່ອາຈຫ້າມມັນໄດ້ ກໍຮັບຄຳ ໃຫ້ສຸນັຂຈິ້ງຈອກນອນໃນທີ່ນອນຂອງຕົນ ແລ້ວໄປຈອບເບິ່ງຊ້າງຕົກມັນທີ່ເທິ່ງພູເຂົາ ພົບແລ້ວ ກໍກັບເຂົ້າມາບອກສຸນັຂຈິ້ງຈອກວ່າ “ ຈິ້ງຈອກເອີ້ຍ ເຊີນຍ໌ແຜດສຽງເຖີດ “ ------ສຸນັຂຈິ້ງຈອກ ອອກຈາກຖ້ຳທອງ ຊັ່ນຂົນ ເບິ່ງທິສທັ້ງ ໔ ຫອນຂຶ້ນສາມເທື່ອ ແລ່ນໂດດເຂົ້າກັດຊ້າງ ຫວັງທີ່ກ້ານຄໍຊ້າງ ກັບພຼາດໄປຕົກທີ່ໃກ້ຕີນຊ້າງ ຊ້າງຈຶ່ງຍົກຕີນຂວາຂຶ້ນ ໄປຢຽບຫົວຈິ້ງຈອກ ຈົນຫົວກະໂຫລກແຕກໝຸ່ນລະອຽດ ແລ້ວເອົາຕີນຄຶງຮ່າງຂອງມັນ ເຮັດເປັນກອງໄວ້ແລ້ວ ຫງ່ຽວຮາດໃສ່ ຮ້ອງກັມປະນາທເຂົ້າປ່າໄປ ພະຍາຣາຊສີຫ໌ເຫັນຈັ່ນຊັ້ນແລ້ວ ຈຶ່ງກ່າວຄາຖານີ້ວ່າ ----“ ມັນສະໝອງຂອງເຈົ້າໂຫຼ້ນອອກມາ ກະໝ່ອມຂອງເຈົ້າກໍຖືກທຳລາຍ ດູກຂ້າງຂອງເຈົ້າ ກໍຫັກໝົດແລ້ວ ມື້ນີ້ ເຈົ້າເບິ່ງຣຸ່ງໂຣຈນ໌ເຫລືອເກີນ “
ນິທານເຣື່ອງນີ້ສອນໃຫ້ຮູ້ວ່າ: ຢ່າຄຶດເຮັດຫຍັງ ເກີນກຳລັງຄວາມສາມາຖຂອງຕົນເອງ
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ຕ.ລ.. 10, 2010
| ມີ
7 ຄຳເຫັນ
ແລະ
0 trackback(s)
![](./images/icons/category.gif) ໜວດໝູ່:
ຄວາມຮັກ
ຄວາມຮັກເກີດຂື້ນມາໃນຫຼາຍໆຮູບແບບເຊັນ: ຮັກພໍ່,ຮັກແມ່,ຮັກອ້າຍເອື້ອຍນ້ອງ,ປ້າລຸງອາວອາ,ວົງສາຄະນາຍາດ.ຮັກຜົວ,ຮັກເມຍ,ຮັກຜູ້ບາວ,ຮັກຜູ້ສາວ ແຕ່ໜວດໃຫ່ຍໆມີຈັກປະເພດ ຄືປະເພດໃດແດ່ ?
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ຕ.ລ.. 9, 2010
| ມີ
2 ຄຳເຫັນ
ແລະ
0 trackback(s)
![](./images/icons/category.gif) ໜວດໝູ່:
ອື່ນ ໆ
[size=15pt][color=blue]ອິດທິບາດ[/color][/size] [color=brown]ສັນທະ : [size=12pt]ຄວາມພໍໃຈ ໝາຍເຖິງພໍໃຈໃນວຽກຕົນກະທຳຢູ່ ເຖິງວ່າວຽກງານຈະລຳບາກກໍ່່ບໍ່່ທໍ້ຖອຍ ເພື່ອໃຫ້ສຳເລັດໃນສິ່ງທີ່ຕົນປາດຖະໜາ ຄືວຽກທື່ຕົນເອງມັກແລະພໍໃຈ.[/size] ວິຮິຍະ : ຄວາມພາກພຽນພະຍາຍາມ ໝາຍເຖິງດຸໝັ່ນຂະຫຍັນ ໃຊ້ຄວາມພາກພຽນພະຍາຍາມ ອູດສະຫະເປັນໂຕຕັ້ງ ໃນວຽກງານທີເຮົາມັກໃຫ້ສຳເລັດ ຈິດຕະ : ຄວາມເອົາໃຈຈົດຈໍ່ ໝາຍເຖິງ ການເອົາໃຈໃສ່ໃນສິ່ງນັ້ນ ບໍ່່ວ່າຈະກະທຳການໃດໃດ ກໍ່ເອົາໃຈຄິດຕໍ່່ວຽກທີ່ກຳລັງເຮັດຢູ່ຕະຫຼອດເວລາ ເພື່ອບໍ່ໃຫ້ຫຼົງລືມ ວິມັງສາ:[/color]ໄຕ່ຕອງພິຈາລະນາເຫດຜົນ ໝາຍເຖິງ ໝັ່ຄົ້ນຄິດພິຈາລະນາ ປະເມີນຜົນໃນສິ່ງນັ້ນ ຄື ວຽກງານທີ່ກຳລັງກະທຳຢູ່ນັ້ນ ວ່າ ມີຈຸດດີ ຈຸດອ່ອນ ຂໍ້ຄົງຄ້າງ ບ່ອນໃດຄວນປັບປຸງແກ້ໄຂ ໃຫ້ເທດເໝາະ ແລະຫາກົນລະຍົດວິທີການ ທີ່ຈະເຮັດໃຫ້ວຽກງານນັ້ນ ສຳເລັດຕາມເປົ້າ ໝາຍໃດ້.
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ຕ.ລ.. 5, 2010
| ມີ
9 ຄຳເຫັນ
ແລະ
0 trackback(s)
ລາຍໃດ້ປະຊາຊາດ(National Income=NI) ໝາຍເຖິງ ມູນຄ່າລວມຂອງສິນຄ້າແລະບໍລິການຂັ້ນສຸດທ້າຍທີ່ປະຊາຊາດຜະລິດໃດ້ໃນ ໑ ປີ ໂດຍຫັກຄ່າໃຊ້ຈ່າຍໃນການໃຊ້ທືນ ແລະພາສີທາງອ້ອມ(Indirect tax) ການວັດແທກລາຍໃດ້ປະຊາຊາດໃນ ໗ ຂັ້ນ ໑. ຜະລິດຕະພັນພາຍໃນປະເທດເບື້ອງຕົ້ນ:(Gross Domestic Products) GDP ໝາຍເຖິງ ມູນຄ່າລວມຂອງຜະລິດຕະພັນຂັ້ນສຸດທ້າຍທີ່ຜະລິດຂື້ນໃນອານາເຂດຂອງປະເທດນັ້ນໆ ໃນໄລຍະເວລາ ໑ ປີ ໂດຍລວມມູນຄ່າຂອງສິນຄ້າແລະບໍລິການ ທີ່ຊາວຕ່າງຊາດຜະລິດຂື້ນໃນປະເທດເຂົ້າໄປອີກ. ໒. ຜະລິດຕະພັນປະຊາຊາດເບື້ອງຕົ້ນ :(Gross National Products) GNP ໝາຍເຖິງ ມູນຄ່າລວມຂອງສິນຄ້າແລະບໍລິການຂັ້ນສຸດທ້າຍທີ່ປະຊາຊາດຜະລິດຂື້ນ(ໂດຍພົນລະເມືອງຂອງປະເທດເທົ່ນັ້ນ) ໃນໄລຍະ ໑ ປີ ໓. ຜະລິດຕະພັນປະຊາຊາດສຸດທິ :Net National Products) NNP ໝາຍເຖິງ ມູນຄ່າລວມຂອງສິນຄ້າ ແລະ ບໍລິການຂັ້ນສຸດທ້າຍເຊິ່ງຄິດຕາມລາຄາຕະຫຼາດ ທີ່ປະຊາຊາດຜະລິດໃດ້ໃນໄລຍະ ໑ ປີ ໂດຍຫັກຄ່າເສື່ອມລາຄາ ຂອງຊັບພະຍາກອນອອກແລ້ວ. ໔. ລາຍໃດ້ປະຊາຊາດ:(National Income) NI (ດັ່ງສະເໜິແລ້ວໃນເບື້ອງຕົ້ນ) ໕. ລາຍໃດ້ສ່ວນບຸກຄົນ:(Personal Income) PI ໝາຍເຖິງ ລາຍໃດ້ຕໍ່ບຸກຄົນທັງໝົດໃນປະເທດກ່ອນຫັກພາສີ ໂດຍລວມທັງລາຍໃດ້ທີ່ເປັນຜົນຕອບແທນ ຂອງປັດໄຈການຜະລິດ ໃດ້ແກ່ :ຄ່າຈ້າງ ຄ່າເຊົ່າ,ດອກເບ້ຍ ແລະ ກຳໄລ. ໖. ລາຍໃດ້ສ່ວນບຸກຄົນສຸດທິ :(Disposable Income) DI ໝາຍເຖິງ ລາຍໃດ້ສ່ວນບຸກຄົນສາມາດນຳໄປໃຊ້ຊື້ສິນຄ້າແລະບໍລິການຕົວຈິງ ເຊິ່ງເປັນລາຍໃດ້ທີ່ຫັກຄ່າພາສີສ່ວນບຸກຄົນປະເພດຕ່າງໆອອກໝົດແລ້ວ. ໗. ລາຍໃດ້ສະເລຍຕໍ່ຄົນ:(Per capital Income) ໝາຍເຖິງ ລາຍໃດ້ສະເລຍຂອງບຸກຄົນໃນປະເທດ ວິທີຫາລາຍໃດ້ສະເລຍຕໍ່ບຸກຄົນ ຫາໃດ້ ໂດຍເອົາລາຍໃດ້ປະຊາຊາດ ຫານດ້ວຍປະຊາກອນທັງໝົດ . ດັ່ງນັ້ນການຄຳນວນລາຍໄດ້ປະຊາຊາດຈື່ງເຮັດໃດ້ ໓ ວິທີ ຄື: ໑. ການຄຳນວນຈາກຜົນຜະລິດ.(Product Approach) ໒. ການຄຳນວນຈາກລາຍໃດ້. (Income Approach) ໓. ການຄຳນວນຈາກລາຍຈ່າຍ. (Expenditure Approach)
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ຕ.ລ.. 5, 2010
| ມີ
7 ຄຳເຫັນ
ແລະ
0 trackback(s)
ວຽກງານວັດທະນະທຳ ແມ່ນວຽກງານໜຶ່ງທີ່ກ້ວາງຂວາງ ແລະ ກວມເອົາທຸກຂົງເຂດວຽກງານ ໃນຄວາມໝາຍກ້ວາງຂວາງວຽກງານດ້ານວັດທະນະທຳບໍ່ພຽງແຕ່ເຈາະຈົງ ສີລະປະການສະແດງ ,ການເຄື່ອນໄຫວບັນເທີງ ,ວຽກງານວັນນະກຳ,ວັນນະຄະດີ,ພິພິທະພັນວັດຖຸບູຮານ ,ຫໍສະໝຸດພິມຈຳໝາຍ ແລະອື່ນໆ ເທົ່ານັ້ນ ແຕ່ມັນມີຄວາມສຳນຶກລວມກ່ຽວກັບວັດທະນະທຳ ເຊີ່ງແມ່ນຄຸນຄ່າລວມຍອດຜະລິດຕະພັນວັດຖຸ ແລະ ຈິດໃຈທີ່ມະນຸດເປັນຜູ້ສ້າງຂຶ້ນໃນຂະບວນວິວັດປະຫັວດສາດອັນຍາວນານ ເຫດນັ້ນວັດທະນະທຳຈຶ່ງມີບົດບາດໃນການສ້າງສັນ ຫໍ່ຫຼອມຈິດໃຈຂອງຄົນ ຈິ່ງເກີດມີຄວາມເຊື່ອໝັ້ນແລະອຸດົມການ. ພັກເຮົາໃດ້ຢືນຢັ້ງວ່າ: ວັດທະນະທຳເປັນພືນຖານແຫ່ງການຄົງຕົວ ແລະຂະຫຍາຍຕົວຂອງຊາດ ,ເປັນກຳລັງດັນໃຫ້ສັງຄົມມີການພັດທະນາ ແລະເປັນຈຸດມຸງໝາຍໃນການພັດທະນາສັງຄົມ ກອງປະຊຸມປະຈຳປີ ໑໙໙໓ ທ່ານ ຄຳໄຕ ສີພັນດອນ ປະທານພັກ ປະທານປະເທດ ໃດ້ເນັ້ນວ່າ '' ພັກເຮົາຍາມໃດກໍ່ຖືວ່າວັດທະນະທຳເປັນສະໝາມຮົບໜຶ່ງ ໃນພາລະກິດຂອງຕົນ ແລະພະນັກງານ ວັດທະນະທຳ ,ນັກສີລະປິນທັງໝົດແມ່ນນັກຮົບປະຕິວັດ ,ຖືວັດທະນະທຳເປັນກຳລັງ ແລະເປັນທັງເປົ້າໝາຍແຫ່ງການພັດທະນາເສດຖະກິດສັງຄົມຂອງປະເທດຊາດ... ມະຕິກອງປະຊຸມຄັ້ງທີ ໗ ຢືນຢັນວ່າ: ຈຸດໝາຍການພັດທະນາວັດທະນະທຳ ແລະສ້າງຄວາມສີວິໄລທາງດ້ານຈິດໃຈ ແມ່ນເຮັດໃຫ້ຄົນໃນສັງຄົມມີໂລກະທັດ ມີຊີວະທັດອັນກ້າວໜ້າແລະສົດໃສ ແລະມີຄ່ານິຍົມຖືກຕ້ອງ. ບົນພື້ນຖານແນວທາງວັດທະນະທຳຂອງພັກ ແລະອີງໃສ່ສະພາວະຄວາມເປັນຈິງ ,ເງື່ອນໄຂ ,ຄວາມສາມາດ ແລະສິ່ງແວດລ້ອມພາຍໃນ ແລະສາກົນນັ້ນ ເຄື່ອນໄຫວປະຕິບັດງານດ້ານວັດທະນະທຳ ໃດ້ມີຄຸນປະໂຫຍດໃຫ່ຍຫຼວງ,ປະກອບສ່ວນເຂົ້າໃນການສຶກສາອົບຮົມການເມືອງແນວຄິດຂອງຄົນລາວເປັນຕົ້ນແມ່ນການເຄື່ອນໄຫວ ສີລະປະ,ວັນນະຄະດີອື້່ນໆ... ປະກອບສ່ວນສຶກສາອົບຮົມນຳ້ໃຈຮັກຊາດ ,ຮັກລະບອບໃໝ່,ນຳ້ໃຈສາມັກຄີໃນວົງຄະນາຍາດແຫ່ງຊາດແລະຄວາມຫ້າວຫັນຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ ປະກອບສ່ວນໃນການອົບຮົມແນວຄິດ,ສາມັກຄີ,ການປ້ອງກັນຄວາມສະຫງົບ ຈັນຍາທຳ ,ກໍ່ຄືການດຳເນີນໂຄງການສ້າງຄອບຄົວບ້ານວັດທະນະທຳຢູ່ຂັ້ນຮາກຖານ. ການອະນຸລັກຮີດຄອງປະເພນີ ແລະເຮັດບຸນປະເພນີທີ່ດີງາມເຊີ່ງມີບົດບາດໃນການສຶກສາອົບຮົມ ,ອະນຸລັກຮັກສາຊີວິດວັດທະນະທຳ ທີ່ດີງາມຂອງຊາດແລະອະຣິຍະທຳທາງດ້ານຈິດໃຈ. ການສຳຫຼວດຄົ້ນຄ້ວາວັດຖຸບູຮານ ປູສະນິຍະຖານ,ຮ່ອງຮອຍປະຫວັດສາດທີ່ມີຄຸນຄ່າສູງເປັນມໍລະດົກວັດທະນະທຳແຫ່ງຊາດ ເພື່ອໃຫ້ໃດ້ເຫັນຂໍ້ມູນປະຫັວດສາດ,ຄວາມດຸໝັ່ນການອອກແຮງງານ ແລະມູນເຊື້ອຄວາມສາມັກຄີຕໍ່ສູ້ຢ່າງພິລະອາດຫານ ຂອງປູ່ຢາຕາຢາຍຂອງຊາດລາວເຮົາ. ການຄົ້ນຄ້ວາຂຽນເປັນປື້ມ ແລະ ພິມຈຳໜ່າຍກ່ຽວກັບວັດທະນະທຳລາວ ,ພາສາລາວ,ບົດປະພັນວັດທະນະທຳຕ່າງໆ ເປັນການປະກອບສ່ວນອະນຸລັກຮັກສາ ແລະເສີມຂະຫຍາຍການປະດິດແຕ່ງ ,ສຶກສາອົບຮົມຄົນລາວ ,ເອກອ້າງໃນຄວາມເປັນຊາດທີ່ມີພາສາ ແລະ ວັດທະນະທຳເຫິງນານ. ເຖິງວ່າການເຄື່ອນໄຫວວັດທະນະທຳທີ່ຜ່ານມາມີຄວາມສຳຄັນ ມີປະໂຫຍດໃນການສຶກສາອົບຮົມແນວຄິດຂອງຄົນໃນສັງຄົມໃຫ້ກາຍເປັນພົນລະເມືອງດີ ມີອະຣິຍະທຳທາງດ້ານຈິດໃຈສູງຂື້ນແລ້ວກໍ່ ຕາມ ຖ້າປຽບໃສ່ຄວາມຮຽກຮ້ອງຕ້ອງການຂອງວັດທະນະທຳໃນປັດຈຸບັນແລ້ວ ເຫັນວ່າມີຫຼາຍບັນຫາທີ່ຕ້ອງໃດ້ເອົາໃຈໃສ່ເປັນຕົ້ນແມ່ນ: - ມະຫາພາບບໍ່ທັນມີຍຸດທະສາດກ່ຽວກັບກ່ານອະນຸລັກຮັກສາ ສົ່ເສີມແລະພັດທະນາວັດທະນະທຳຂອງຊາດ . - ການຄຸ້ມຄອງແກ້ໄຂບັນຫາຍັງພໍໃຜພໍລາວ ບໍ່ທັນມີການປະສານງານໜັກແໜ້ນແລະເດັຂາດ. - ຄວາມຮັບຮູ້ກ່ຽວກັບການສ້າງຄອບຄົວແລະບ້ານວັດທະນະທຳບໍ່ທັນເລິກເຊິ່ງ ຈິ່ງເຮັດໃຫ້ການຈັດຕັ້ງປະຕິບັດຂອງຄະນະພັກ,ອຳນາດການປົກຄອງ ແລະທຸກພາກສ່ວນໃນສັງຄົມບໍ່ເກີດໝາກຜົນ ເຣັດໃຫ້ບ້ານວັດທະນະທຳຂະຫຍາຍຕົວບໍ່ຫຼາຍ. - ວັດຖຸບູຮານ,ປູສະນິຍະຖານ ສະຖານທີ່ປະຫວັດສາດ ຍັງບໍ່ທັນຖືກຄົ້ນຄວ້າ,ຂົດຄົ້ນສຳຫຼວດໃດ້ໝົດ,ແລະຈຳນວນທີ່ຄົ້ນພົບແລ້ວກໍ່ບໍ່ໄດ້ຮັບການປະຕິສັງຂອນເທົ່າທີ່ຄວນ ບວກໃສສະຕິເປັນເຈົ້າໃນການ ປົກປັກຮັກສາ ເຮັດໃຫ້ວັດຖຸບູຮານຈຳນວນໜຶ່ງຖືກລັກລອບໄປເປັນຕົ້ນແມ່ນ: ຄ້ອງແລະພຣະພຸດທະຮູບທີ່ມີຄຸນຄ່າຂອງຊາດ. ທັງໝົດທີ່ກ່າວມານັ້ນ ແມ່ນສືບເນື່ອງມາຈາກຫຼາຍສາເຫດ ເຊີ່ງໃນນັ້ນບັນຫາສິ່ງເວດລອ້ມກົນໄກເສດຖະກິດ ກໍ່ແມ່ນສາເຫດໜື່ງທີ່ພາໃຫ້ເກີດມີການຊັ່ງຊາປຽບທຽບໃນຖັນແຖວຂອງພະນັກງານ ວັດທະນະທຳກັບພະນັກງານໃນຂົງເຂເອື່ນ (ຄັດຫຍໍ້ຈາກປື້ມ ລາວສຶກສາ )
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ກ.ຍ.. 24, 2010
| ມີ
12 ຄຳເຫັນ
ແລະ
0 trackback(s)
![](./images/icons/category.gif) ໜວດໝູ່:
ກາບກອນ
ເປັນມະນຸດເປັນໃດ້ເພາະໃຈສູງ ເໝືອນນົກຍູງມີດີທີ່ແວວຂົນ ຖ້າໃຈຕ່ຳເປັນໃດ້ພຽງແຕ່ຄົນ ຍ່ອມເສຍທີທີ່ຕົນໃດ້ເກີດມາ ໃຈສະອາດໃຈສະຫວ່າງໃຈສະຫງົບ ຖ້າມີຄົບຄວນຮຽກມະນຸສຍ໌ສາ ເພາະເຮັດຖືກເວົ້າຖືກທຸກເວລາ ຄືນຫັນສາຄືນວັນສຸກສັນຈິງ ໃຈສົກກະປົກມືດມົວແລະໝອງເສົ້າ ໃຜມີເຂົ້າຄວນຮຽກວ່າຜີສິງ ເພາະເວົ້າຜິດເຮັດຜິດຈິດຄະນິງ ແຕ່ໃນສິ່ງນຳຕົວກົວອະບາຍ ຄິດເບິ່ງເຖີດຖ້າໃຜບໍ່ຢາກຕົກ ຈົ່ງຮີບຍົກໃຈຕົນຮີບຂົນຂວາຍ ໃຫ້ໃຈສູງເສຍໃດ້ກ່ອນຕົວຕາຍ ກໍ່ສົມໝາຍທີ່ເກີດມາຢ່າງສົມບູນ.
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ກ.ຍ.. 24, 2010
| ມີ
5 ຄຳເຫັນ
ແລະ
0 trackback(s)
![](./images/icons/category.gif) ໜວດໝູ່:
ກາບກອນ
ມັກຜົນສະໄໝໃໝ່ມີໃຜຮູ້ ໃດ້ພິສູດປະຕິບັດແລ້ວຫຼືບໍ່ ພຽງແຕ່ຈຳແລ້ວສອນປາກບອນໄປ ສະໃໝໃດກິນນ້ຳຕານບໍ່ຫວານເອີຍ ຄົນໂງ່ດອກບອກມັກຜົນພົ້ນສະໃໝ ບໍ່ສົນໃຈທຳຈິງດັ່ງຄຳສອນ ຮູ້ພຽງຈຳຮູ້ຈັກແລະໄຫ້ວວອນ ພະອົງສອນວ່າທັມມະບໍ່ລະກາລ ຜູ້ຮູ້ຄຸນນັກປຣາຊຍ໌ ບໍ່ປະຫຼາດຕໍ່ສິ່ງໃດ ໂດເດອວດຕາວັນ ຕໍນັ້ນກໍຄືຕໍັ ກ່ອນເກີດ ບໍໍ່ຮູ້ວ່າມາຈາກໃສ ເມື່ອຕາຍ ບໍ່ຮູ້ວ່າຈັກໄປບ່ອນໃດ ເມື່ອມີຊີວິດຢູ່ ເຮົາຄວນເຮັດຫຍັງ ຜູ້ມີປັນຍາຍ່ອມທຳຈິດທີ່ດິ້ນລົນຕະຫຼອດໄປ ໃຫ້ສະຫງົບ ຄົນເກັ່ງມີມາກ ຄົນຫາຍາກຄືຄົນດີ ບໍ່່ຖືກໃຈ ແຕ່ຕ້ອງໃຫ້ຖືກຕ້ອງ ຝົນຍ່ອມຮົ່ວເຮືອນທີ່ມຸງບໍ່່ດີສັນໃດ ຣາຄະຍອ່ມຮົ່ວທີ່ຈິດໃຈບໍ່ໃດ້ອົບຮົມສັນນັ້ນ.
|
|
|