![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ກ.ພ.. 7, 2011
| ມີ
0 ຄຳເຫັນ
ແລະ
0 trackback(s)
![Divider](http://www.vientianemai.net/images/post_divider.jpg) ບົນເສັ້ນທາງວຽງຈັນ-ຊຽງຂວາງ ທີ່ຜ່ານສາມແຍກພູຄູນ ໂດຍແລ່ນມາຕາມເສັ້ນທາງສູງຊັນຄົດລ້ຽວ ຜ່ານບັນດາບ້ານທີ່ຂຶ້ນກັບແຂວງຫຼວງພະບາງ ແລະ ແຂວງຊຽງຂວາງ ເຊັ່ນ: ບ້ານພູວຽງນ້ອຍ ພູວຽງໃຫຍ່ ພູສູງ ກີ່ວພູ ແລະ ບ້ານຕ່າງໆ ຊຶ່ງຕັ້ງງອຍຢູ່ແຄມພູ ໃນທີ່ສຸດ ພວກເຮົາກໍແລ່ນລົດລົງຄ້ອຍ ຫຼຸດລະດັບຄວາມສູງລົງ ມຸ່ງໜ້າສູ່ບ້ານ ຕ່າງໆຂອງເມືອງພູກູດ ແຂວງຊຽງຂວາງ ເມື່ອຜ່ານບ້ານເມືອງສຸ້ຍ ບ້ານຈອມສີ ແລະ ບ້ານອີກຈຳນວນໜຶ່ງ ແລ້ວກໍລ້ຽວຂວາ ແລະ ແລ່ນໄປອີກໄລຍະໜຶ່ງ ກໍສາມາດເຂົ້າ ເຖິງຖ້ຳພະ ຊຶ່ງຕັ້ງຢູ່ບໍລິເວນບ້ານຊຽງງາ ເມືອງພູກູດ ໄກຈາກເທດສະບານແຂວງ ໂພນສະຫວັນ 49 ກິໂລແມັດ. ຖ້ຳພະແຫ່ງນີ້ ໄດ້ຖືກການຈັດຕັ້ງກ່ຽວຂ້ອງຂອງແຂວງ ຈັດຕັ້ງໃຫ້ເປັນແຫຼ່ງທ່ອງທ່ຽວທີ່ສຳຄັນຂອງແຂວງ ໂດຍມີການປັບປຸງ ຈັດສັນການບໍລິການຕ່າງໆ ຄົບຖ້ວນ ນັບແຕ່ ປະຕູເຂົ້າ-ອອກ ບ່ອນຂາຍປີ້ ຮ້ານກິນດື່ມ ຫ້ອງນ້ຳ ມີໄຟຟ້າເຍືອງທາງໃນຖ້ຳ ຊຶ່ງນັບວ່າເປັນຄວາມເອົາໃຈໃສ່ດີສົມຄວນ. ຖ້ຳພະດັ່ງກ່າວ ຕາມການເລົ່າຂານ ວ່າເປັນຖ້ຳສັກສິດ ຖືກຄົ້ນພົບມາຫຼາຍເຊັ່ນຄົນ ມີພະພຸດທະຮູບໃຫຍ່ 2 ອົງ ປະດິດສະຖານໄວ້ອົງລະຫ້ອງ ອ້ອມລ້ອມດ້ວຍພະອົງ ນ້ອຍ ຈຳນວນຫຼາຍ ແລະ ໃນຖ້ຳກໍມີຫ້ອງຕ່າງໆ ບາງຫ້ອງກໍເຂົ້າເຖິງ ບາງຫ້ອງຜູ້ສົນໃຈລອດໄປເບິ່ງກໍໄດ້ ຕາມການເລົ່າຍັງໃຫ້ຮູ້ວ່າ ຖ້ຳແຫ່ງນີ້ ໃນສະໄໝສົງຄາມ ໄດ້ມີ ປະຊາຊົນເຂົ້າມາອາໄສຢູ່ ເພື່ອຫຼົບຫຼີກການປອງຮ້າຍຂອງໂຈນອາກາດ ແລະ ອາດເປັນໂຮງໝໍນ້ອຍອີກແຫ່ງໜຶ່ງກໍໄດ້ ເພາະປະກົດວ່າ ມີຕຽງນອນຄົນເຈັບເຫຼືອຢູ່ໃນ ຫ້ອງອີກດ້ວຍ ຕາມການສັງເກດໂດຍທົ່ວໄປ ເຫັນວ່າມີຜູ້ຄົນມາຊົມ ແລະ ສັກກາລະບູຊາບໍ່ຂາດ ເພື່ອເປັນສີລິມຸງຄຸນແກ່ຊີວິດ ດັ່ງຈະເຫັນໄດ້ຈາກຮ່ອງຮອຍການບູຊາ ດອກໄມ້ ທູບທຽນ ການສ່ຽງຊີ ເປັນຕົ້ນ. ເວົ້າລວມແລ້ວ ໂດຍອີງຕາມການຈັດສັນ ການຕົບແຕ່ງອັນພໍດ້າມພໍດີນັ້ນ ບວກກັບຄວາມສະອາດ ຈຶ່ງເຫັນສົມຄວນວ່າຖ້ຳແຫ່ງນີ້ ມີຄວາມເໝາະສົມແກ່ການໄປທ່ຽວ ເຖິງ ຈະອ່າວໄກ ແຕ່ກໍບໍ່ມີບັນຫາ ເພາະນອກຈາກຊົມສິ່ງເປັນມຸງຄຸນແລ້ວ ຍັງຈະໄດ້ຊົມທີວທັດສວຍງາມ ສູບດົມອາກາດສົດໆ ຊຶມຊັບກັບອາຍເຢັນຂອງຖ້ຳ ແລະ ຢູ່ກ້ອງຮົ່ມ ເງົາຕົ້ນໄມ້ໃຫຍ່ ໃນທ່າມກາງແວດລ້ອມຂອງພູເຂົາລຳເນົາໄພ ທີ່ໃຫ້ຄວາມຜ່ອນຄາຍທາງດ້ານຮ່າງກາຍ ແລະ ຈິດໃຈ. ໂດຍ: ດອກຊ້ອນ ດອນໄຂງ
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ກ.ພ.. 7, 2011
| ມີ
0 ຄຳເຫັນ
ແລະ
0 trackback(s)
![Divider](http://www.vientianemai.net/images/post_divider.jpg) ເວລາຖືກເຊີນໄປຮ່ວມງານລ້ຽງຕ່າງໆ ມັນກໍບໍ່ແມ່ນເລື່ອງແປກ ທີ່ຕ້ອງມານັ່ງຄິດໃຫ້ມັນເຈັບສະໝອງແມ່ນບໍ ? ແຕ່ບາງທີສິ່ງເລັກໆນ້ອຍໆ ທີ່ຄິດວ່າງ່າຍໆໃນເບື້ອງຕົ້ນນັ້ນ ມັນກໍພາໃຫ້ເຮົາບໍ່ສະບາຍໃຈ ໂດຍສະເພາະ ໃນຍາມທີ່ຕ້ອງຢູ່ທ່າມກາງ ກັບຫຼາຍໆຄົນດ້ວຍຄວາມລຳບາກ ຈົນມີຄຳຢອກຫຼິ້ນໃນພາສາຂອງຄົນຮູ້ໃຈວ່າ: ກິນເຂົ້າກັບນາຍ ຟ້ອນລຳວົງກັບເມຍ ຈັ່ງແມ່ນມັນເພຍຫົວໃຈ... ຄືຈັ່ງວ່າ ! ມັນບໍ່ເປັນທຳມະຊາດ ຫຼື ຂາດສີສັນ ແລະ ຫຼົດຊາດຈັ່ງໃດຈັ່ງໜຶ່ງ ຈັ່ງຊັ້ນລະ ! ເພື່ອບໍ່ໃຫ້ທ່ານຮູ້ສຶກອຶດອັດ ຈົນ ຕ້ອງກິນເຂົ້າບໍ່ແຊບ ຫຼື ກິນບໍ່ອີ່ມ ຈົນຕ້ອງກັບມາຈ້ຳແຈ່ວປາແດກຢູ່ເຮືອນນັ້ນ ຂໍຍົກເອົາບາງບັນຫາມາແລກປ່ຽນດັ່ງນີ້: - ເມື່ອຖືກເຊີນ ຄວນມາກົງເວລາ ເພື່ອຈະໄດ້ທຳຄວາມຮູ້ຈັກ ສະພາບຂອງງານໄດ້ຢ່າງລະອຽດ. - ບໍ່ຄວນລຸກອອກໄປຫັ້ນມາໜີ້ ໂດຍບໍ່ຈຳເປັນ ລະວັງການໄອ ຈາມ ຫາວ ແລະ ເບະສົບທີ່ບໍ່ຕັ້ງໃຈ. -ບໍ່ຄວນອ່ານໜັງສື ຫຼື ຈົດໝາຍ ຍົກເວັ້ນລາຍການອາຫານ ແລະ ກິດຈະກຳທີ່ເຈົ້າພາບຢາຍໄວ້. -ບໍ່ຄວນກາງສອກ ເດ່ແຂນ ຄືກັບຕີມວຍ ອັນເປັນການກີດຂວາງຄົນ ທີ່ນັ່ງຢູ່ທາງຂ້າງ. - ເວລາຍົກນ້ຳ ເບຍ ຫຼື ຍໍເຫຼົ້າດື່ມ ບໍ່ຄວນຍົກສູງຈົນໄດ້ແຫງນຄໍໃສ່. - ບໍ່ຄວນໃຊ້ມືກ້ຳຊ້າຍຈັບຈອກ ຖ້ວຍ ຫຼື ເຄື່ອງໃຊ້ທີ່ເພິ່ນຈັດວາງໄວ້ ໃຫ້ສຳລັບຄົນແຮງກ້ຳຂວາ. - ເວລາຕັກອາຫານ ຄວນລະວັງ ບໍ່ໃຫ້ເຮ່ຍ ຫຼື ຕົກໂຢດຊະຊາຍ ເຊິ່ງພາໃຫ້ບໍ່ງາມຕາ. - ຖ້າບັງເອີນເຮົາເຮັດສິ່ງໃດສິ່ງໜຶ່ງຜິດ ກໍຈົ່ງວາງທ່າເສີຍເປັນທຳມະຊາດ ຢ່າແກ້ຕົວ. - ບໍ່ຈັບບາຍ ຫຼິ້ນບ່ວງ ອົມສ້ອມ ແລະ ແພເຊັດປາກ ບໍ່ຄວນຍື່ນມືຢິບເອົາເຄື່ອງໃຊ້ຂອງຄົນອື່ນ. - ຕ້ອງໃຈໃຫຍ່ ຊ່ວຍເຫຼືອຜູ້ທີ່ຢູ່ທາງຂ້າງ ໂດຍສະເພາະແມ່ຍິງ ໃນການບໍລິການເຂົ້າປາອາຫານ. - ບໍ່ຄວນຕັກຈົນລົ້ນ ກິນຄຳໃຫຍ່ ບໍ່ຫຍ້ຳອາຫານໃຫ້ມີສຽງດັງ ແລະ ອາຫານທີ່ຕັກມາ ຄວນກິນໃຫ້ໝົດ. - ບໍ່ໃຊ້ມີດສຽບຕັກອາຫານໃສ່ປາກ ບໍ່ຍົກບ່ວງ ຫຼື ສ້ອມສູງເກີນໄປ ບໍ່ເວົ້າລົມເມື່ອອາຫານຢູ່ປາກ. - ບໍ່ຄາກຖົ່ມກ້າງ ກະດູກ ເມັດ ແກ່ນ ອອກຈາກປາກ ຄວນໃຊ້ຜ້າ ຫຼື ເຈ້ຍອະນາໄມຮອງຮັບ. - ບໍ່ເອົາຜ້າເຊັດປາກ ເໜັບໃສ່ບ່ອນໃດບ່ອນໜຶ່ງ ແຕ່ຄວນພືອອກ ພາດໄວ້ກົກຄາ ໜັາຕັກ ຫຼື ໜ້າໂຕະ. - ຢ່າພັບ ຫຼື ມ້ຽນຜ້າເຊັດມື ຄວນປະຕາມທຳມະຊາດ ຄືກັບຜ້າທີ່ເປື້ອນແລ້ວ. ອາຫານທຸກປະເພດ ຖ້າເຮົາບໍ່ທັນເຄີຍສັນ ກໍຢ່າຟ້າວກິນ ຄວນສັງເກດຄົນຢູ່ທາງຂ້າງ ແລ້ວຈຶ່ງຄ່ອຍຮັບປະທານຊ້າໆ ບໍ່ຟ້າວບໍ່ຝັ່ງ ສຳລັບເມຍທີ່ຍິ້ມຢູ່ທາງຂ້າງນັ້ນ ໃຫ້ຄິດ ສາວ່າ ເປັນຄົນຮັກໃໝ່ ທີ່ເຮົາຫາກໍຮູ້ຈັກ ແລະ ຢາກຟ້ອນນຳຈົນໃຈຈະຂາດ ຖ້າເຮັດໄດ້ຊ່ຳນີ້ແລ້ວ ຍັງບໍ່ມີຄວາມສຸກ ກໍບໍ່ຄວນມີຄວາມຮັກ... ໂດຍ: ສາຍດາຣາ
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ກ.ພ.. 7, 2011
| ມີ
0 ຄຳເຫັນ
ແລະ
0 trackback(s)
ຕະຫລາດຊື້-ຂາຍ ນັກເຕະຮອບສອງໃນເດືອນມັງກອນທີ່ຜ່ານມາປິດໄປແລ້ວ ຄາວນີ້ຄຶກຄັກບໍ່ໜ້ອຍ ໂດຍສະເພາະໃນພຣີເມຍລີກ ບັນດານາຍໜ້ານັກເຕະ ແລະ ສະໂມສອນຕ່າງໆ ວິ່ງເຕັ້ນກັນຈົນເຖິງວິນາທີສຸດທ້າຍຂອງຕະ ຫລາດ. ທີ່ຮືຮາທີ່ສຸດໃນການຍ້າຍທິມຄັ້ງນີ້ ຄົງໜີບໍ່ພົ້ນ ເຟນານໂດ ຕໍເຣສ ກອງໜ້າຊາວແອັດສະປາຍຂອງລີເວີພູນ ທີ່ບໍ່ຄ່ອຍມີຄວາມສຸກໃນຖິ່ນແອນຟິວປານໃດ ສຸດທ້າຍກໍໄດ້ຍ້າຍໄປຢູ່ເຊວຊີສົມໃຈຢາກ. ຄ່າຕົວມະຫາສານ 50 ລ້ານປອນ ເປັນສະຖິຕິຄ່າຕົວການຍ້າຍທິມທີ່ແພງທີ່ສຸດໃນບັນດານັກເຕະພຣີເມຍລີກ. ເປັນອັນດັບ 4 ຂອງໂລກ ຮອງຈາກຄຣິສເຕຍໂນ່ ໂຣນັນໂດ ຂອງຣິວ ມາດຣິດ ທີ່ມີຄ່າຕົວ 80 ລ້ານປອນ ຊະລາຕັນ ອິບຣາໂມວິຊ ຕອນຍ້າຍຈາກອິນເຕີ ມິລານ ໄປບາເຊໂລນ່າ 56,5 ລ້ານປອນ, ກາກ້າ ຈາກເອຊີ ມິລານ ໄປຣິວ ມາດຣິດ 56 ລ້ານປອນ. ນອກຈາກນີ້ ເຊວຊີຍັງໄດ້ດາວິດ ລູອິຊ ກອງຫລັງຈາກເບນຟີກາເພີ່ມອີກຄົນ. ດ້ານລີເວິພູນ ເຖິງແມ່ນຈະເສຍຕໍເຣສໄປ ກໍຍັງໄດ້ 2 ດາວດັງມາເສີມທິມ ຊະນິດທີ່ວ່າສົມນ້ຳສົມເນື້ອ ໄດ້ທັງ ຫລຸຍ ຊົວເຣສ ດາວຍິງອຸຣຸກວັຍ ຈາກອາແຈັກ ຄ່າຕົວ 22,8 ລ້ານປອນ ແລະ ແອນດີ ຄາໂຣ ສູນໜ້າຕົວເກັ່ງຈາກ ນິວຄາສເຊິນ 35 ລ້ານປອນ. ຂະນະທີ່ທັອດແນມ ຮອສເປີ ພະຍາຍາມດຶງ 2 ນັກເຕະດັງຂອງແອດເລຕິໂກ ມາດຣິດ ຢ່າງດິເອໂກ ຟໍລັນ ແລະ ເຊີຈິໂອ ອະເກວໂຣ່ ສຸດທ້າຍກໍພາດຫວັງ ນອກຈາກນີ້ຍັງພະຍາຍາມຈະຊື້ຊາລີ ອະດຳ ຫົວໜ້າທິມແບລກພູນອີກຄົນ ແຕ່ກໍພາດໃນວິນາທີສຸດທ້າຍ. ຝັ່ງແອັດສະປາຍ ປີນີ້ຈະບໍ່ຄ່ອຍຄຶກຄັກປານໃດ. ຂະນະທີ່ກັນໂຊ ຊີຣີເອ ອີຕາລີເອຊີ ມິລານ ໄດ້ນັກເຕະມາເສີມທິມຫລາຍກວ່າທິມອື່ນ ໄດ້ທັງມາກ ຟານ ບອມເມວ ຈາກບາເຢິນ ມິວນິກ ແລະ ຈາມເປົາໂລ ປາຊຊີນີ ກອງໜ້າຈາກຊາມໂດເຣຍ ແລະ ໄດ້ນິໂກລ່າ ເລກຣັອດ ຕາກລີ ກອງຫລັງຈາກຢູເວນຕຸສ. ຂະນະທີ່ຢູເວນຕຸສ ດຶງອະເລສຊານໂດຣ ມາຕຣີ ໂດຍຢືມຈາກກາຢາຣີ່. ຫລັງຈາກນີ້ໄປ ເປັນໄລຍະເວລາຂອງການພິສູດຜົນງານການຊື້-ຂາຍໃນຮອບນີ້ !
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ກ.ພ.. 7, 2011
| ມີ
0 ຄຳເຫັນ
ແລະ
0 trackback(s)
![Divider](http://www.vientianemai.net/images/post_divider.jpg) ຄາໂລ ອັນເຊລັອດຕິ ຜູ້ຈັດການໃຫຍ່ທິມເຊວຊີ ກົ້ມໜ້າຮັບສະພາບໃນນັດທີ່ເສຍໄຊໃຫ້ລີເວີພູນ 0-1 ເມື່ອຄືນວັນອາທິດທີ 6 ກຸມພາຜ່ານມາ ຊີ້ແຈງວ່າແນວຮັບລີເວີພູນໜຽວແໜ້ນ ສົ່ງຜົນໃຫ້ລູກທິມຂອງເຂົາບໍ່ມີປັນຍາຫາຊ່ອງທາງເຂົ້າໄປຍິງປະຕູ ໄດ້ເລີຍ. ຄາໂລ ອັນເຊລັອດຕິ ຜູ້ຈັດການທິມຈອມປະສົບການຂອງເຊວຊີ ສະໂມສອນຊັ້ນແນວໜ້າແຫ່ງເສິກພຣີເມຍລີກ ອັງກິດ ອອກມາເປີດເຜີຍວ່າ ລູກທິມຂອງເຂົາສ້າງຜົນງານໄດ້ບໍ່ດີ ໃນເກມເສຍໃຫ້ລີເວີພູນ ທີ່ສະໜາມສະແຕມຟອດ ບຣິດ 0-1 ເມື່ອຄືນວັນອາທິດຜ່ານມາ ພ້ອມກົ້ມໜ້າຍອມຮັບກັບຄວາມປະລາໄຊໃນນັດນີ້. “ ລີເວີພູນ ” ໄດ້ປະຕູໄຊຈາກຝີຕີນຂອງ ຣາອູນ ເມຍຣາເລສ ກອງກາງຕົວເກັ່ງ ສົ່ງຜົນໃຫ້ຄວ້າ 3 ຄະແນນກັບບ້ານໄດ້ສຳເລັດ ສ່ວນຄວາມປະລາໄຊຂອງເຊວຊີ ສົ່ງຜົນໃຫ້ພວກເຂົາຍັງຄົງຕາມຫລັງແມນເຊສເຕີ ຢູໄນເຕັດ ທິມອັນດັບ 1 ຂອງຕາຕຕະລາງເຖິງ 10 ຄະແນນ. ຄາໂລ ອັນເຊລັອດຕິ ກ່າວເຖິງຈັງຫວະທີ່ເຊວຊີພາດໄດ້ຈຸດໂທດ 2 ຄັ້ງວ່າ “ ຂ້ອຍຄິດວ່າຈັງຫວະ ສະກັດໃສ່ (ບຣານິສລາຟ) ອິວາໂນວິຊ ມັນຕ້ອງເປັນຈຸດໂທດ ແຕ່ເຮົາຕ້ອງຍອມຮັບວ່າເຮົາຫລິ້ນໄດ້ບໍ່ດີຈິງໆ ເຮົາຕ້ອງຕັດສິນຜົນງານຂອງກຳມະການ ແລະ ຂອງເຮົາດ້ວຍ ເຮົາຫລິ້ນໄດ້ບໍ່ດີພໍທີ່ຈະຄວ້າໄຊຊະນະໃນເກມນີ້ ພວກເຂົາຫລິ້ນເກມຮັບໄດ້ດີຫລາຍ ແລະ ເຮົາບໍ່ສາມາດຫາພື້ນທີ່ເພື່ອເປີດເກມບຸກເລີຍ ”. ສຳລັບປະຕູທີ່ເສຍໄປ ເປັນຈັງຫວະນິ້ງກັນລະຫວ່າງ ປີເຕີ ເຊັກ ຜູ້ຮັກສາປະຕູ ກັບ ອິວາໂນວິຊ ໂດຍ ອັນເຊລັອດຕິໃຫ້ຄວາມເຫັນວ່າ “ ມັນເປັນຄວາມຜິດພາດຈາກທັງສອງຄົນ ບໍ່ມີປະຕິກິລິຍາທີ່ດີໃນຈັງຫວະການ ໂດ່ງບານທາງແຄມເສັ້ນ ຂ້ອຍຄິດວ່າຜົນສະເໝີເໝາະສົມທີ່ສຸດ ແຕ່ເຮົາຕ້ອງເຂົ້າໃຈວ່າ ການຫລິ້ນເພື່ອໃຫ້ໄດ້ໄຊຊະນະ ເຮົາຕ້ອງສ້າງຜົນງານໃຫ້ດີກວ່ານີ້ ”. ຄັດຈາກເວັບໄຊ www.siamsport.co.th
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ກ.ພ.. 7, 2011
| ມີ
0 ຄຳເຫັນ
ແລະ
0 trackback(s)
![Divider](http://www.vientianemai.net/images/post_divider.jpg) ໂຈເຊ່ ມູຣິນໂຢ່ ຜູ້ຈັດການທິມ ຣິວ ມາດຣິດ ຫວັງດຶງ ສະຕີເວ່ນ ເຈີຣາດ ຫົວໜ້າທິມລີເວີພູນ ໄປເຂົ້າຖິ່ນຊານຕິອາໂກ ເບີນາເບວໃນລະດູການນີ້ ຫລັງຕາມໃຫ້ຄວາມສົນໃຈມາດົນນານແລ້ວ ຄາດວ່າພ້ອມຍື່ນເງິນ ຈຳນວນ 25 ລ້ານປອນ ໃຫ້ລີເວີພູນພິຈາລະນາ. ຣິວ ມາດຣິດ ທິມຍິ່ງໃຫຍ່ແຫ່ງເສິກລາ ລີກາ ແອັດສະປາຍ ພ້ອມທີ່ຈະຍື່ນຂໍ້ສະເໜີ 25 ລ້ານປອນ ຄວ້າຕົວ ສະຕີເວ່ນ ເຈີຣາດ ກອງກາງຫົວໜ້າທິມລີເວີພູນ ມາຮ່ວມທິມໃນລະດູການໜ້າ ຕາມລາຍງານຈາກ “ ເດິະ ພີເພິລ ” ໜັງສືພິມລາຍວັນເຫລັ້ມດັງແຫ່ງເກາະອັງກິດ ເມື່ອວັນອາທິດທີ 6 ກຸມພາທີ່ຜ່ານມາ. ໂຈເຊ່ ມູຣິນໂຢ່ ຜູ້ຈັດການທິມຊາວປອກຕຸຍການຂອງຣິວ ມາດຣິດ ປະທັບໃຈ ແລະ ຊື່ນຊົມຟອມການ ຫລິ້ນຂອງເຈີຣາດເປັນການສ່ວນຕົວຢູ່ແລ້ວ ແລະ ເຄີຍພະຍາຍາມຈະຄວ້າຕົວມາຮ່ວມທິມໂດຍຕະຫລອດ ບໍ່ວ່າຈະສະໄໝທີ່ຄຸມເຊວຊີ ຫລື ອິນເຕີ ມິລານ ແຕ່ບໍ່ປະສົບຄວາມສຳເລັດ. ຈາກສະຖານະການຂອງ ລີເວີພູນ ທີ່ສໍ່ແວວບໍ່ໄດ້ໄປຫລິ້ນ ຢູຟ່າ ແຊັມປຽນ ລີກ ເປັນປີທີສອງຕິດຕໍ່ກັນໃນລະດູການໜ້າ ລວມທັງຫາກໍປ່ອຍເຟີນານໂດ ຕໍເຣສ ຫົວຫອກທິມຊາດແອັດສະປາຍໄປໃຫ້ເຊວຊີ ດ້ວຍຄ່າຕົວເປັນສະຖິຕິສູງສຸດຂອງເກາະອັງກິດ 50 ລ້ານປອນ ເມື່ອເດືອນມັງກອນທີ່ຜ່ານມາ ເຮັດໃຫ້ມູຣິນໂຢ່ ຫວັງໃຊ້ໂອກາດນີ້ຍື່ນຂໍ້ສະເໜີ 25 ລ້ານປອນ ຄວ້າຕົວມາຮ່ວມຖິ່ນ ຊານຕິເອໂກ ເບນາເບວຕໍ່ໄປ. ຄັດຈາກເວັບໄຊ www.siamsport.co.th
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ກ.ພ.. 7, 2011
| ມີ
0 ຄຳເຫັນ
ແລະ
0 trackback(s)
ສະໂມສອນແມນເຊສເຕີ ຢູໄນເຕັດ, ແມນເຊສເຕີ ຊີຕີ ແລະ ລີເວີພູນ ກຽມເປີດເສິກໄລ່ລ່າແອຊລີ ຢັງ ມາເສີມທິມໃນໄລຍະພັກຮ້ອນນີ້ ຫລັງທັງ 3 ທິມຕ່າງລົ້ມເຫລວໃນການຄວ້າຕົວດາວເຕະ ແອສຕັນ ວິນລາ ໃນໄລຍະ 6 ເດືອນຜ່ານມາ ຄາດວ່າອະດີດນັກເຕະວັດຟອດ ໜ້າຈະມີຄ່າຕົວໃນການຍ້າຍທິມປະມານ 12,5 ລ້ານປອນ. ສຳລັບແມນຯຊີຕີ ໄດ້ພະຍາຍາມຄວ້າດາວເຕະໄວ 25 ປີ ມາເສີມທັບໃນໄລຍະເວລາ 48 ຊົ່ວຖໂມງ ກ່ອນເສັ້ນຕາຍຕະຫລາດຊື້-ຂາຍເດືອນມັງກອນທີ່ຜ່ານມາ ແຕ່ກໍບໍ່ປະສົບຄວາມສຳເລັດ ຂະນະທີ່ແມນຯຢູໄນເຕັດ ຫວັງໃຊ້ສາຍສຳພັນສ່ວນຕົວທີ່ມີຢູ່ກັບນາຍໜ້າຄົນຫລ້າສຸດຂອງນັກ ເຕະ ໃນການຄວ້າຕົວກອງກາງທິມ ຊາດອັງກິດ ເຂົ້າມາສູ່ຖິ່ນໂອແທຣບຟອດ ເພື່ອມາເປັນຕົວແທນໄລຍະຍາວຂອງ ໄຣອັນ ກິກ ຕໍ່ໄປ. ທັງນີ້ ອະດີດນັກເຕະຂອງວັດຟອດ ຊຶ່ງເປັນນັກເຕະຄ່າເມື່ອຍສູງສຸດຂອງແອສຕັນ ວິນລາ ດ້ວຍຈຳນວນ 65.000 ປອນຕໍ່ສັບປະດາ ພາຍໃຕ້ສັນຍາທີ່ເຫລືອຢູ່ອີກ 18 ເດືອນ ຄາດວ່າຈະມີຄ່າຕົວໃນການຍ້າຍທິມປະມານ 12,5 ລ້ານປອນດ້ວຍກັນ. ຄັດຈາກເວັບໄຊ www.soccersuck.com
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ກ.ພ.. 7, 2011
| ມີ
0 ຄຳເຫັນ
ແລະ
0 trackback(s)
ການກັບມາແບບສຸດຊ໊ອກຂອງນິວຄາສເຊິນ ຢູໄນເຕັດ ທີ່ໄລ່ຍິງອາເຊນອນ 4 ປະຕູລວດ ຈົນໄດ້ຜົນສະເໝີ 4-4 ໃນທ້າຍທີ່ສຸດກາຍມາເປັນເລື່ອງ ເມື່ອຕຳຫລວດສາກົນ ກຳລັງຈະເຂົ້າມາກວດສອບເລື່ອງນີ້. France State TV ໄດ້ລາຍງານວ່າຕຳຫລວດສາກົນໄດ້ເບິ່ງເຫັນເລື່ອງຜິດປົກກະຕິ ຈາກລາຄາການຮັບແທງຂອງບ່ອນການພະນັນ ໂດຍການສືບສວນຄັ້ງນີ້ຈະພຸ່ງໄປທີ່ຟິວ ດາວ ຜູ້ຕັດສິນໃນເກມດັ່ງກ່າວ ແລະ ໂທມັສ ໂຣຊິກກີ ກອງກາງຂອງອາເຊນອນ. ຟິວ ດາວ ແຈກໃບແດງໃຫ້ກັບອາບູ ດິຢາບີ້ ແລະ ເປົ່າ 2 ຈຸດໂທດໃຫ້ກັບທາງນິວຄາສເຊິນ ສ່ວນໂຣຊິກກີນັ້ນ ກໍເປັນຄົນເຮັດຜິດກະຕິກາ ຈົນເຮັດໃຫ້ອາເຊນອນຕ້ອງເສຍຈຸດໂທດດ້ວຍ. ຄາດວ່າທາງອາເຊນອນ ຈະອອກຖະແຫລງການເຖິງຂ່າວນີ້ໃນວັນອັງຄານທີ 8 ກຸມພານີ້. ຄັດຈາກເວັບໄຊ www.soccersuck.com
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ກ.ພ.. 7, 2011
| ມີ
0 ຄຳເຫັນ
ແລະ
0 trackback(s)
ທ່ານ ຣາມ່ອນ ກັນເດຣ່ອນ ອະດີດຫົວໜ້າໃຫຍ່ ຣິວ ມາດຣິດ ຕັ້ງໜ້າວິຈານການບໍລິຫານງານຂອງ ທ່ານ ຟລໍເຣນຕິໂນ ເປເຣຊ ປະທານຄົນປັດຈຸບັນ ນຳແຕ່ບັນຫາຫລວງຫລາຍເຂົ້າມາໃນຖິ່ນຊານຕິອາໂກ ເບນາເບວ ຊີ້ແຈງວ່າສະຖານະການພາຍໃນທິມຣິວ ມາດຣິດ ສຸກງອມເຕັມແກ່ ພ້ອມລະເບີດຂຶ້ນມາທຸກເວລາ ຊ້ຳບໍ່ພໍ ຍັງສາບແຊ່ງໂຈເຊ່ ມູຣິນໂຢ່ ຖືກຈ້າງມາເປັນໂຄ໊ຊ ບໍ່ແມ່ນເອົາແຕ່ຈົ່ມກຳມະການເໝືອນທີ່ເປັນຢູ່. ຣາມ່ອນ ກັນເດຣ່ອນ ອະດີດປະທານສະໂມສອນ ຣິວ ມາດຣິດ ຍອດທິມແອັດສະປາຍ ອອກມາວິຈານການບໍລິຫານງານພາຍໃນຂອງສະໂມສອນໃນປັດຈຸບັນ ໂດຍລະບຸວ່າ ສະຖານະການຕ່າງໆເໝືອນກັບຖັງບັນຈຸລະບີດທີ່ກຳລັງລໍຖ້າວັນລະເບີດ ຕູມຕາມອອກມາ ຈາກລາຍງານເມື່ອວັນພຸດທີ 2 ກຸມພາທີ່ຜ່ານມາ. ຄວາມສຳພັນຕຶງຄຽດລະຫວ່າງທ່ານ ຮໍເກ ວັນດາໂນ່ ຜູ້ອຳນວຍການທົ່ວໄປ ແລະ ໂຈເຊ່ ມູຣິນໂຢ່ ຜູ້ຈັດການທິມຊາວປອກຕຸຍການ ນຳໄປສູ່ກະແສຂ່າວອື້ສາວຫລວງຫລາຍໃນໄລຍະຫລັງ ຊຶ່ງອາດເປັນສາເຫດທີ່ເຮັດໃຫ້ອະດີດນາຍໃຫຍ່ ອິນເຕີ ມິລານ ຕັດສິນໃຈອຳລາຖິ່ນ ຊານຕິອາໂກ ເບີນາເບວ ໃນໄລຍະພັກຮ້ອນນີ້. ຣາມ່ອນ ກັນເດຣ່ອນ ທີ່ເຄີຍນັ່ງຕຳແໜ່ງປະທານໃຫຍ່ ຣິວ ມາດຣິດ ລະຫວ່າງປີ 2006-2009 ກ່າວວ່າ “ ຣິວ ມາດຣິດ ” ເບິ່ງເໝືອນຖັງບັນຈຸໝື້ທີ່ພ້ອມລະເບີດອອກມາ ສະຖານະການເຂົ້າຂັ້ນຈະລາຈົນ ແລະ ມີການປະເຊີນໜ້າທີ່ບໍ່ຈຳເປັນຫລວງຫລາຍ ນະໂຍບາຍຂອງປະທານຄົນປັດຈຸບັນ (ຟລໍເຣນຕິໂນ່ ເປເຣຊ) ພິສູດໃຫ້ເຫັນວ່າ ເຂົາສະຫລາດ ສະຫງ່າງາມ ແລະ ເຈົ້າຊູ້ກວ່າໃຜໃນການນຳບັນຫາຕ່າງໆເຂົ້າມາ ”. “ ຟລໍເຣນຕິໂນ່ ບໍ່ໄດ້ຊ່ວຍຂ້ອຍເລີຍລະຫວ່າງເຮັດວຽກ ເຂົາວາງແຜນແຍ່ງຕຳແໜ່ງຂອງຂ້ອຍມາຕະຫລອດ ຕອນນີ້ເຂົາຈະຮູ້ວ່າ ມັນເປັນເລື່ອງຍາກລຳບາກທີ່ຈະສະແດງໃຫ້ເຫັນວ່າເຂົາກຳລັງເຮັດ ຫຍັງຢູ່ ເຂົາຈ່າຍເງິນໄປ 400 ລ້ານເອີໂຣ ຊຶ່ງແນ່ນອນວ່າບໍ່ແມ່ນເງິນຂອງເຂົາເອງ ” ຕໍ່ກໍລະນີອະນາຄົດຂອງໂຈເຊ່ ມູຣິນໂຢ່ ທ່ານກັນເດຣ່ອນ ກ່າວວ່າ “ ມູຣິນໂຢ່ ມາທີ່ນີ້ເພື່ອຄວ້າແຊັມ ” ບໍ່ແມ່ນການຈົ່ມວ່າຜູ້ຕັດສິນທີ່ເຮັດໜ້າທີ່ບໍ່ດີ ນັ້ນບໍ່ແມ່ນບົດບາດຂອງໂຄ໊ຊ ”. ສຸດທ້າຍມືບໍລິຫານເລືອດແອັດສະປາຍ ກ່າວຍົກຍ້ອງ ບາເຊໂລນາ ຄູ່ຕໍ່ກອນສຳຄັນທີ່ໃກ້ຈະຄວ້າແຊັມ 3 ສະໄໝຊ້ອນເຕັມທີວ່າ “ ຂ້ອຍຈົດຈຳບໍ່ໄດ້ວ່າເຄີຍເຫັນທິມທີ່ສົມບູນແບບຂະໜາດນີ້ ບາເຊໂລນາ ເປັນຕົວ ຢ່າງສຳລັບໂຄງສ້າງນີ້ນັບຕັ້ງແຕ່ການມາຂອງ ໂຢຮັນ ຄຣັບ ”.
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ກ.ພ.. 7, 2011
| ມີ
0 ຄຳເຫັນ
ແລະ
0 trackback(s)
![Divider](http://www.vientianemai.net/images/post_divider.jpg) ມື້ກ່ອນ ແນວລາວ ມີໂອກາດນັ່ງລົມກັບໝູ່ຄູ່ ເພື່ອນຝູງເກົ່າຫຼາຍຄົນ ໃນຫົວຂໍ້ ພັນທະຂອງພໍ່ແມ່ຕໍ່ລູກ ເຊິ່ງມີຫຼາຍຄຳເຫັນທີ່ແຕກຕ່າງກັນ ແຕ່ແລ້ວກໍມາລົງເອີ່ຍກັນ ຢູ່ບ່ອນ ວ່າ: ຄວນສ້າງໃຫ້ເຂົາໄດ້ມີຄວາມຮູ້ ໄດ້ຮ່ຳຮຽນ ຕ່ຳສຸດກໍແມ່ນຂັ້ນ ປະລິນຍາຕີ ໃນສາຂາວິຊາໃດໜຶ່ງ ຕາມເງື່ອນໄຂຂອງແຕ່ລະຄອບຄົວ. ການປຸກເຮືອນໃຫ້ລູກ ຊື້ລົດຍົນ ຕັ້ງບໍລິສັດ ເພື່ອສ້າງພື້ນຖານຮອງຮັບທຸລະກິດ ຫຼື ຊີວິດການເປັນຢູ່ຂອງລູກຫຼານ ໃນພາຍພາກໜ້ານັ້ນ ກໍເຫັນວ່າໜ້າຍົກຍ້ອງ ສຳລັບຜູ້ມີ ຖານະຮັ່ງມີນໍ ? ແຕ່ຫຼາຍຫາງສຽງກໍວ່າ ຢາກໃຫ້ມີເພດານແດ່ ! ເພາະວ່າຕ້ອງໃຫ້ເຂົາຮູ້ສ້າງຕົວດ້ວຍເຂົາເອງ ບໍ່ຊັ້ນເຂົາກໍຈະມີແຕ່ແບມືໃສ່ພໍ່ແມ່ຕະຫຼອດ ບໍ່ເປັນເຈົ້າຕົນ ເອງ. ຄຳເຫັນກ່າວຕື່ມວ່າ: ຫາກໃນສັງຄົມໜຶ່ງ ມີແຕ່ເຫັນແຕ່ລູກເຕົ້າ ສ່ວນຕົວ ຄອບຄົວແລ້ວ ຄົນຮັ່ງມີ ຄົນມີຖານະໃນສັງຄົມ ຈະມີຂໍ້ສະດວກຫຼາຍຢ່າງ ໃນການສ້າງເງື່ອນໄຂ ແລະ ທຶນຮອນແກ່ລູກ-ຫຼານຂອງຕົນ ຫຼືວ່າ ວົງສາຄະນາຍາດຂອງຕົນ ຮັ່ງມີແຕ່ລູກ-ຫຼານ ວົງສາຄະນາຍາດຂອງຕົນກໍດີ ແຕ່ຢ່າງລືມວ່າໃນສັງຄົມນີ້ ມີຜູ້ຄົນຮ່ວມຢູ່ນຳກັນ ຄັນແມ່ນໄລຍະຫ່າງລະຫວ່າງ ຂົ້ວຮັ່ງ ແລະ ຂົ້ວທຸກ ຫຍັບອອກໄກກັນຫຼາຍທໍ່ໃດ ປະກົດການຫຍໍ້ທໍ້ກໍເປັນເງົາຕາມຕົວ ສັງຄົມກໍບໍ່ສະຫງົບ ແລ້ວຮັ່ງມີກໍບໍ່ສາມາດດຳລົງຊີ ວິດຢ່າງມີຄວາມສຸກໄດ້. ສະນັ້ນ ການທີ່ຄອບຄົວຮັ່ງຜູ້ດຽວ ດຳລົງຊີວິດລື່ນຄົນອື່ນ ມີຖານະໃນສັງຄົມລື່ນຄົນອື່ນ ກໍຫາກດີ ຄັນແມ່ນລາຍຮັບນັ້ນ ໄດ້ມາດ້ວຍຄວາມຊື່ສັດ ແຕ່ໃນສັງຄົມລາວພວກ ເຮົາ ສັງຄົມທີ່ພວກເຮົາພ້ອມກັນສ້າງ ເພື່ອກ້າວສູ່ຈຸດໝາຍສັງຄົມນິຄົມ ຕາມທິດນຳຂອງພັກເຮົານັ້ນ ພັດແມ່ນການກໍ່ສ້າງສັງຄົມ ໃຫ້ມີຄວາມສະຫງົບ ຍຸຕິທຳ ແລະ ພ້ອມ ກັນຮັ່ງມີ ຈາກຈຸດນີ້ ພວກເຮົາລອງມາສົມທຽບເບິ່ງວ່າ ມັນເໝາະສົມຫຼືບໍ່ ?. ລູກໃຜ ໃຜກໍຮັກ ? ຫຼານໃຜ ໃຜກໍຮັກ ອັນນີ້ແມ່ນກົດເກນຂອງສັງຄົມມະນຸດ ແຕ່ເມື່ອມີຖານະໃນສັງຄົມ ມີເງື່ອນໄຂທາງການເງິນແລ້ວ ຈະຕາມໃຈພວກເຂົາໝົດທຸກຢ່າງ ກໍບໍ່ຄວນ... ຕ້ອງໃຫ້ພວກເຂົາ ສາມາດຢືນຢູ່ດ້ວຍລຳແຄ່ງຂອງເຂົາເອງ ແລະ ຄວນຄິດເຖິງສັງຄົມສ່ວນໃຫຍ່... ຄິດເຖິງພີ່ນ້ອງຮ່ວມຊາດ ທີ່ຍັງທຸກຍາກຂາດເຂີນ ຢູ່ເຂດ ຫ່າງໄກສອກຫຼີກ... ຄວນບິແບ່ງຊັບສິນ ຊ່ວຍເຫຼືອຜູ້ທຸກຍາກຂາດເຂີນນໍ ?. ແນວລາວກໍເຫັນດີນຳຄວາມເຫັນພວກເພິ່ນ ແຕ່ໃນນາມສ່ວນຕົວ ຢາກຮຽກຮ້ອງເຖິງບັນດາທ່ານ ຄອບຄົວທີ່ມີເງື່ອນໄຂສູງແດ່ ລອງບໍລິຈາກດ້ວຍຮູບການໃດໜຶ່ງ ? ເຊັ່ນວ່າ ງານແຕ່ງດອງລູກຫຼານ ມອບເງິນຊອງໃຫ້ແກ່ມູນນິທິໃດໜຶ່ງ ເພື່ອຊ່ວຍເຫຼືອຄົນທຸກຍາກ ຫຼື ວ່າໄປຊ່ວຍດ້ວຍຄອບຄົວຂອງຕົນເອງ ເປັນຕົ້ນ ການຂຸດນ້ຳບໍ່ ກໍ່ສ້າງ ສະລາ ຄິດວ່າຄົງຈະເປັນບຸນກຸສົນອັນຍິ່ງໃຫຍ່.
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ກ.ພ.. 7, 2011
| ມີ
0 ຄຳເຫັນ
ແລະ
0 trackback(s)
![Divider](http://www.vientianemai.net/images/post_divider.jpg) ຄົນເຮົານີ້ ຕ້ອງດຳລົງຊີວິດໄປຕາມກົດເກນ ຫຼື ເອີ້ນວ່າ ວົງວຽນຊີວິດ ເຊິ່ງມີ: ເກີດ ແກ່ ເຈັບ ຕາຍ ໂດຍບໍ່ມີໃຜສາມາດຫຼີກອອກຈາກກົດເກນນີ້ໄດ້ ສະນັ້ນ ກ່ອນຈະລາ ຈາກໂລກນີ້ໄປ ກໍຄວນສ້າງຄວາມດີ ເພາະວ່າມີແຕ່ຄວາມດີທໍ່ນັ້ນ ທີ່ຍັງເຫຼືອຢູ່ໃຫ້ລູກຫຼານ ໄດ້ຊື່ນຊົມຍິນດີ. ຄົນດີ ຫຼື ວ່າຄົນຜູ້ມີຄຸນສົມບັດ ແລະ ສິນທຳປະຕິວັດນັ້ນ ແມ່ນຢູ່ບ່ອນວ່າ ເຂົາໄປຢູ່ບ່ອນໃດ ກໍສາມາດປັບຕົວເຂົ້າສະພາບບ່ອນນັ້ນ ແລ້ວດັດແກ້ສິ່ງທີ່ບໍ່ດີຂອງບ່ອນນັ້ນ ໃຫ້ເປັນສິ່ງທີ່ດີ ຄັນແມ່ນຜູ້ໄດ້ຮຽນທິດສະດີແລ້ວ ຈະກຳໄດ້ ເພາະວ່າຕາມປັດຊະຍາແລ້ວ ຄົນເຮົາເກີດມາ ແມ່ນມີໜ້າທີ່ອອກແຮງງານ ຜະລິດຜົນ ເພື່ອລ້ຽງຕົນເອງ ຢາກ ອອກແຮງງານຜະລິດຜົນໃຫ້ໄດ້ຫຼາຍ ແລະ ດີນັ້ນ ຄົນເຮົາບໍ່ພຽງແຕ່ຮູ້ທຳມະຊາດ ແຕ່ຕ້ອງຮູ້ກົດເກນຂອງທຳມະຊາດ ຮູ້ດັດແກ້ທຳມະຊາດ ໃຫ້ໄປໃນທາງທີ່ເປັນປະ ໂຫຍດແກ່ສັງຄົມ ແກ່ຄົນໃນສັງຄົມ ເພາະຄົນໃນສັງຄົມ ກໍແມ່ນທຳມະຊາດອັນໜຶ່ງ ຕົວເຮົາເອງກໍແມ່ນທຳມະຊາດອັນໜຶ່ງຄືກັນ ຢາກດັດແກ້ຄົນໃຫ້ເປັນຄົນຮູ້ຜູ້ດີ ກໍຕ້ອງຮູ້ ຈຸດດີ ແລະ ຈຸດອ່ອນຂອງຄົນເຫຼົ່ານັ້ນ ສິ່ງຈະລົບລ້າງຈຸດອ່ອນ ແລະ ເສີມຂະຫຍາຍຈຸດດີຢູ່ໃນຄົນ ມັນແມ່ນຫົວສະໝອງ ແລະ ແນວຄິດ. ອັນນັ້ນ ແມ່ນຍົກໃຫ້ເຫັນເຖິງການສ້າງຕົນໃຫ້ເປັນຄົນດີນໍ? ບາດນີ້ ລອງມາສົມທຽບເບິ່ງວ່າ ໃນສັງຄົມເຮົາດຽວນີ້ ຂະບວນການກໍ່ສ້າງຕົນເອງ ໃຫ້ກາຍເປັນຄົນດີ ກໍມີ ຫຼາຍແທ້ໆ... ການຕໍ່ສູ້ລະຫວ່າງຫົວສະໝອງ ແລະ ແນວຄິດຂອງຄົນໃນສັງຄົມ ກໍນັບມື້ດຸເດືອດ ເປັນຕົ້ນແມ່ນ ສຽງຮຽກຮ້ອງຂອງໝາກຫົວໃຈສ່ວນຕົວ ແລະ ພາລະກິດ ສ່ວນລວມຂອງສັງຄົມ ແລະ ປະເທດຊາດ... ຜູ້ມີຖານະ ມີບົດບາດໃນສັງຄົມ ຈະຖືກຕຳໜິວິຈານ ແລະ ກ່າວຂວັນທັນທີ ຫາກມີພຶດຕິກຳທີ່ປະຕິບັດຕົນ ສ່ວນຕົວເກີນໄປ ສະໜອງຄວາມຮຽກຮ້ອງຂອງໝາກຫົວໃຈ ເກີນໄປ. ເຊັ່ນດຽວກັບພຶດຕິກຳ ສວຍໃຊ້ກາລະໂອກາດ ສ້າງຮັ່ງຄູນມີໃຫ້ແກ່ຕົນເອງ ແລະ ຄອບຄົວ ແບບບໍ່ຖືກຕ້ອງ ບໍ່ເໝາະສົມກັບວຽກງານ ແລະ ລາຍຮັບຂອງຕົນເອງ ມີເຮືອນ ຫຼາຍຫຼັງ ມີລົດຫຼາຍຄັນ ມີເມຍຫຼາຍຄົນ ທັງໆທີ່ລາຍຮັບຂອງຕົນ ກໍບໍ່ຫຼວງຫຼາຍປານໃດ ? ອາໄສການສວຍໂອກາດທຸກໆເງື່ອນໄຂ ສ້າງຄວາມຮັ່ງມີຂຶ້ນ ໂດຍບໍ່ຄຳນຶງເຖິງ ຜົນເສຍຫາຍຂອງປະເທດຊາດບ້ານເມືອງ ແລະ ຢາດນ້ຳຕາຂອງຜູ້ທຸກຍາກລຳບາກ... ພຶດຕິກຳເຫຼົ່ານີ້ ຄວນຖືກແກ້ໄຂ ແລະ ຕີຖອຍໃຫ້ໝົດຈາກສັງຄົມລາວເຮົາໄປ ຢ່າງໝົດສິ້ນ !. ຄົນລາວເປັນຄົນອ່ອນນ້ອມ ຫາຢູ່ຫາກິນຕາມເງື່ອນໄຂ ແລະ ຊື່ສັດ ບໍ່ມັກສໍ້ໂກງ ລັກໂລບເອົາຂອງເພິ່ນມາເປັນຂອງໂຕ ບໍ່ມັກໃຊ້ອຳນາດບາດໃຫຍ່ ຂົ່ມຂູ່ຄົນອື່ນ ! ຫາກ ໃຜມີພຶດຕິກຳບໍ່ສອດຄ່ອງກັບແນວຄິດຂອງຄົນລາວ ສ່ວນໃຫຍ່ແລ້ວ ກໍຄວນແຍງແວ່ນເບິ່ງຕົນເອງຄືນໃໝ່ ແລະ ຟ້າວດັດແປງແກ້ໄຂ ເພາະເວລາຍັງລໍຖ້າ ?...
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ກ.ພ.. 7, 2011
| ມີ
0 ຄຳເຫັນ
ແລະ
0 trackback(s)
ເວລາໄດ້ຮັບບັດເຊີນໄປຮ່ວມດອງ ສິ່ງທຳອິດ ກໍແມ່ນດີໃຈນຳເຈົ້າບ່າວເຈົ້າສາວ ທີ່ສົມຫວັງກັບຄວາມຮັກ ແລະ ມີຄວາມສຸກນຳໝູ່ ເພາະຢ່າງໜ້ອຍກໍຮູ້ວ່າ ເທວະດາ ເພິ່ນ ບໍ່ໄດ້ຫຼົງປັ້ນເຮົາໃຫ້ເກີດມາຄີກ ຈົນຮູ້ສຶກດຽວດາຍ ໄລຍະຫຼັງໆມານີ້ ໄປງານດອງ ຈະເຫັນຮູບເຈົ້າບ່າວເຈົ້າສາວແຜ່ນໃຫຍ່ ໃສ່ຊຸດປະຈຳຊາດ ຕັ້ງເດັ່ນສະຫງ່າ ໃຫ້ແຂກ ໄດ້ຊື່ນຊົມຍິນດີ ຢູ່ໃນໜ້າເວທີຂອງງານດອງ ອັນນີ້ແມ່ນເປັນໜ້າຊົມເຊີຍແທ້ໆ ແຕ່ສິ່ງທີ່ໜ້າເສຍດາຍ ກໍແມ່ນຮູບຈຳລອງຂອງເຈົ້າສາວເຈົ້າບ່າວ ທີ່ຢູ່ໃນຊອງບັດເຊີນ ຍັງບໍ່ ຖືກໃສ່ໃຈ ຫຼຽວແລພໍປານໃດ ເຄີຍສັງເກດແດ່ບໍ ?. ບາງເທື່ອກໍມີຄວາມຮູ້ສຶກວ່າ ຕົນເອງນີ້ເກີດມາໂຊກດີໂພດບໍ ? ທີ່ມີຄົນອ້ອມຂ້າງ ເອື້ອເຟື້ອເພື່ອແຜ່ ຄິດຕາງທັງໝົດ ເຄື່ອງໃຊ້ສອຍອັນໃດ ກໍມີຄົນອື່ນຜະລິດສຳເລັດຮູບ ມາໃຫ້ໃຊ້ ຫຼຽວເບິ່ງອັນໃດ ກໍເກືອບບໍ່ແມ່ນຂອງໂຕ ຈົນບາງເທື່ອ ກໍເຮັດໃຫ້ພວກເຮົາກາຍເປັນຄົນມັກສະບາຍໄປນຳ ໄລຍະນີ້ ໄດ້ຮັບບັດເຊີນຖີ່ແດ່ ຈັບເບິ່ງແລ້ວ ກໍຮູ້ສຶກ ພູມໃຈ ກັບຄວາມງາມຂອງການອອກແບບ ລວດລາຍ ສີສັນ ດວງດອກໄມ້ ຄຳເວົ້າງາມໆ ທີ່ມີຫຼາກຫຼາຍ ມີກິ່ນຫອມຫວນ ດຶງດູດຈິດໃຈ ນັ້ນແມ່ນການພັດທະນາໄວ ຕາມກົນໄກເສດຖະກິດຕະຫຼາດ ຊຶ່ງຕິດພັນກັບວິຖີຊີວິດ-ວັດທະນະທຳອັນດີງາມ ໄດ້ຈັບແລ້ວ ແມ່ນບໍ່ຢາກວາງ ການເລືອກສີ ແລະ ຮູບແບບບັດເຊີນ ແມ່ນຂຶ້ນກັບຄວາມ ມັກ ແລະ ຖານະເສດຖະກິດຂອງແຕ່ລະຄົນ ແຕ່ສິ່ງທີ່ຢາກຍົກຂຶ້ນມາແລກປ່ຽນນຳກໍແມ່ນ ຮູບເຈົ້າບ່າວເຈົ້າສາວ ທີ່ຖືກອອກແບບສຳເລັດຮູບ ພິມລົງໃນທາງໜ້າ ແຈ ຫຼື ຂ້າງຂອງຊອງບັດເຊີນ ປະກົດວ່າ ເປັນສີແປກໆຕາບໍ່ໜ້ອຍ ມີຄວາມທັນສະໄໝເກີນໄປໂພດບໍ ? ທີ່ວ່າແປກກໍຍ້ອນວ່າການນຸ່ງຖືໃນຮູບແຕ້ມ ຫຼື ຮູບພິມນັ້ນ ມັນບໍ່ແມ່ນປະ ເພນີລາວ ເປັນຫຍັງບໍ່ເອົາຮູບແມ່ຍິງລາວເກົ້າຜົມ ບ່ຽງແພມາພິມໃສ່ໃນຊອງບັດເຊີນ ? ສ່ວນຫຼາຍກໍແມ່ນຢາກອອກໄປທາງຕາຕາເວັນຕົກ ຫຼື ເອີຣົບພຸ້ນ ຫຼາຍອີ່ຫຼີ ຄວາມ ຈິງມັນກໍທັນສະໄໝດີ ແລະ ໜ້າຮັກຢູ່ດອກ ແຕ່ສິ່ງທີ່ເປັນຫ່ວງ ຈົນກິນບໍ່ແຊບນອນບໍ່ຫຼັບ ກໍແມ່ນຢ້ານວ່າ ແບບຢ່າງການນຸ່ງຖື ທີ່ຕິດຢູ່ໃນບັດເຊີນນັ້ນ ມັນຈະກາຍເປັນມາດ ຖານໃນອະນາຄົດ ຈະຄ່ອຍໆກືນກິນ ແລະ ຕີຖອຍແບບແຜນການນຸ່ງຖືອັນດີງາມ ກ້າວໜ້າ ທີ່ລຸ້ນພໍ່ແມ່ ອາວອາ ແລະ ລູກຫຼານພວກເຮົາ ເຄີຍປະຕິບັດກັນມາ ຮູບນັ້ນ ມັນຢາກເຂີນກັບປະເພນີຕົວຈິງ ທີ່ຄົນລາວພວກເຮົານິຍົມໃຊ້ກັນໃນສູ່ມື້ນີ້ ຕາມການສອບຖາມບັດເຊີນຢູ່ບ້ານເຮົາ ສ່ວນຫຼາຍແມ່ນນຳເຂົ້າຈາກຕ່າງປະເທດ ເຖິງແນວໃດກໍ ຕາມ ຢາກໃຫ້ທາງຮ້ານ ສັ່ງໂຮງພິມເພິ່ນໃຫ້ພິມຮູບແບບ ທີ່ເປັນເອກະລັກຂອງລາວໆ ລົງໄປຕື່ມແດ່ ຄິດວ່າໜ້າຈະດີ ຄົງບໍ່ເຫຼືອບ່າກ່ວາແຮງປານໃດ ເພາະແນວໃດ ເຮົາ ກໍເສຍເງິນໃຫ້ແລ້ວ ກໍຄວນມີສິດເລືອກຕາມໃຈຜູ້ຈ່າຍນຳແດ່ບໍ ? ຊ່ວຍເອົາຮູບນຸ່ງຖືແບບລາວໆ ຄືກັບນາງສາວລາວ ຜູ້ສຸພາບອ່ອນໂຍນ ລົງໂຄສະນານຳຕື່ມ ແນໃສ່ສົ່ງ ເສີມປະເພນີ ມູນມໍລະດົກອັນດີງາມຂອງຄົນລາວພວກເຮົາ ໄວ້ດົນໆ ໃຫ້ຫຼາຍໆຄົນໄດ້ຮູ້. ຄວາມສະບາຍ ມັກງ່າຍ ແລະ ບໍ່ໃສ່ໃຈ ບາງຄັ້ງກໍພາໃຫ້ເສຍຄວາມເປັນຕົນໂຕຂອງພວກເຮົາ ເວົ້າສະເພາະແມ່ນ ເສຍຄວາມເປັນເອກະລັກຂອງຊາດ ນັ້ນເອງ ຮັກຄົນລາວ ! ຮັກແມ່ຍິງລາວ ! ເກີດຊາດໃດກໍໃຫ້ໄດ້ນຸ່ງສີ້ນລາວ. ໂດຍ: ສາຍດາຣາ
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ກ.ພ.. 7, 2011
| ມີ
0 ຄຳເຫັນ
ແລະ
0 trackback(s)
![Divider](http://www.vientianemai.net/images/post_divider.jpg) ກ່ອນໜ້ານີ້ມີກະແສຂ່າວວ່າ ເຊີ ອະເລັກ ເຟີກູສັນ ຜູ້ຈັດການໃຫຍ່ຊາວສະກັອດແລນ ພະຍາຍາມສຸດລິດທີ່ຈະ ຖ່ວງເວລາໃຫ້ ແກຣີ ເນວິວ ຢູ່ຊ່ວຍງານແມນຯຢູໄນເຕັດໄປຈົນເຖິງສິ້ນສຸດລະດູການ 2010/2011 ແຕ່ວ່າຫລ້າສຸດອະ ດີດແບັກຂວາທິມຊາດອັງກິດ ໄດ້ຕັດສິນໃຈຫັນຫລັງໃຫ້ວົງການເຕະບານອາຊີບແລ້ວ ດ້ວຍໄວ 35 ປີ. ໂດຍແກຣີ ເນວິວ ຊຶ່ງອາຍຸຈະຄົບ 36 ປີບໍລິບູນໃນໄລຍະທ້າຍເດືອນກຸມພາ ໄດ້ເປີດເຜີຍຜ່ານເວັບໄຊຢ່າງເປັນ ທາງການຂອງແມນຯຢູໄນເຕັດວ່າ ” ຂ້ອຍຍັງເປັນກອງເຊຍທິມແມນຯຢູໄນເຕັດໄປຕະຫລອດຊີວິດ ທີ່ຜ່ານມາຂ້ອຍສາມາດເຕີມເຕັມທຸກຄວາມຝັນໃຫ້ຕົວເອງແລ້ວ ແນ່ນອນຂ້ອຍຜິດຫວັງທີ່ມາເຖິງວັນປິດສາກອາຊີບຄ້າຝີຕີນ ຢ່າງໃດກໍຕາມ ເລື່ອງແບບນີ້ຕ້ອງມາຫາເຮົາທຸກຄົນ ແລະ ຕອນນີ້ມັນກໍເຖິງເວລາຂອງຂ້ອຍ ”. ” ທີ່ຜ່ານມາ ຂ້ອຍໄດ້ຫລິ້ນກິລາເຕະບານໃຫ້ຍອດທິມບານເຕະ (ແມນຯຢູໄນເຕັດ) ຮ່ວມຫລິ້ນກັບສຸດຍອດນັກເຕະຂອງໂລກ ຫລືບໍ່ກໍຕ້ອງປະເຊີນໜ້າກັບຄູ່ແຂ່ງທີ່ໂດດເດັ່ນ ຂ້ອຍໂຊກດີເຫລືອຫລາຍທີ່ປະສົບຄວາມສຳເລັດຮ່ວມກັບສະໂມສອນ ມີຫລາຍຄົນທີ່ຂ້ອຍຕ້ອງຂອບໃຈ ແນ່ນອນລຳດັບຕົ້ນໆຕ້ອງມີ ເຊີ ອະເລັກ ເຟີກູສັນ ຜູ້ຊຶ່ງໃຫ້ໂອກາດແກ່ຂ້ອຍຫລວງຫລາຍ ສະໜັບສະໜູນຂ້ອຍມາຕະຫລອດໃນໄລຍະ 20 ປີຜ່ານມານີ້ ເຂົາຄືໜຶ່ງໃນສຸດຍອດຜູ້ຈັດການທິມ ແລະ ຂ້ອຍກໍຢາກອບໃຈເຂົາຈິງໆ ” ແກຣີ ເນວິວ ກ່າວປິດທ້າຍ. ສຳລັບແກຣີ ເນວິວ ເປັນນັກເຕະຝຶກຫັດຂອງສະໂມສອນແມນຯຢູໄນເຕັດ ລົງສະໜາມຊ່ວຍຕົ້ນສັງກັດໃນທິມ ຊຸດໃຫຍ່ໄປທັງໝົດ 602 ນັດ ຕິດທິມຊາດອັງກິດ 85 ຄັ້ງ ແຕ່ໃນໄລຍະ 2 ລະດູການຫລັງມານີ້ ດາວເຕະຕົວເກັ່ງປະສົບບັນຫາບາດເຈັບຈົນບໍ່ສາມາດລົງສະໜາມໄດ້ຢ່າງ ຕໍ່ເນື່ອງ ໂດຍນັດສຸດທ້າຍຂອງແກຣີ ເນວິວ ໄດ້ແກ່ການນຳທິມໄປຄວ້າໄຊເໜືອ ເວສບຣອມວິຊ ອັນບຽນ ເມື່ອໄລຍະວັນປີໃໝ່ຜ່ານມາ.
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ກ.ພ.. 7, 2011
| ມີ
3 ຄຳເຫັນ
ແລະ
0 trackback(s)
![Divider](http://www.vientianemai.net/images/post_divider.jpg) ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຄ.ສ 2010ແລະ ຕ້ອນຮັບປີໃໝ່ ຄ.ສ 2011ນີ້ ຖືເປັນໂອກາດດີອັນໜຶ່ງທີ່ທຸກຄົນ ໂດຍສະເພາະນັກຮຽນ-ນັກສຶກສາ ຄວນຫວນຄິດ ຕຶກຕອງ ສຳຫຼວດຕົນເອງຄືນໃໝ່ ວ່າປີຜ່ານມາ ຕົນເອງໄດ້ເຮັດຫຍັງແດ່ ສິ່ງທີ່ຕົນໄດ້ ເຮັດລົງໄປນັ້ນ ມີຄຸນປະໂຫຍດຫຍັງ ? ໃຫ້ກັບຕົນເອງ ບຸກຄົນອ້ອມຂ້າງ ຫຼື ສັງຄົມ ໂດຍສະເພາະ ໃນຄອບຄົວເຮືອນຊານຕົນເອງ ເປັນຄືແນວໃດ ? ຖ້າສິ່ງໃດທີ່ເຮັດໄປ ເຫັນວ່າມີຜົນດີ ມີຄຸນປະໂຫຍດ ກໍຄວນສືບ ຕໍ່ເສີມຂະຫຍາຍ ມູນເຊື້ອອັນດີ ງາມດັ່ງກ່າວ ແຕ່ຫາກສິ່ງໃດທີ່ກະທຳລົງໄປແລ້ວ ເຫັນວ່າບໍ່ດີບໍ່ມີຄຸນປະໂຫຍດແກ່ສັງຄົມ ກໍຄວນຫັນທິດ ປັບປຸງແກ້ໄຂ ຖືເປັນການສຳຫຼວດກວດຄືນ ຈຸດດີຈຸດອ່ອນ ແລະ ຂໍ້ຄົງຄ້າງ ໃນປີເກົ່າຜ່ານມາ. ການທີ່ຮູ້ຕົວເອງວ່າອັນໃດດີ ອັນໃດອ່ອນນັ້ນ ເປັນເລື່ອງທີ່ດີສົມເປັນຜູ້ທີ່ມີຄວາມຮູ້ ມີການສຶກສາສູງ ແລະ ຖືເອົາໂອກາດປີໃໝ່ 2011 ນີ້ ເປັນການເລີ່ມຕົ້ນໃນສິ່ງທີ່ດີ ສ່ວນນິໄສຄວາມຄິດ ຂີ້ຄ້ານ ມັກງ່າຍ ກໍປະລະໄປນຳປີເກົ່າ ມາເລີ່ມຕົ້ນໃໝ່ ຖືວ່າການເລີ່ມຕົ້ນເຮັດໃນສິ່ງທີ່ດີ ບໍ່ມີຄຳວ່າຊ້າເກີນໄປ. ສຳລັບນັກຮຽນ-ນັກສຶກສາ ມາເຖິງປັດຈຸບັນ ກໍຖືວ່າຢູ່ໃນກາງພາກຮຽນ ສົກຮຽນ 2010-2011ແລ້ວໂອກາດທີ່ຈະປັບປຸງແກ້ໄຂ ກໍຍັງຖືວ່າມີໂອກາດຢູ່ ເພາະຜົນການ ຮຽນ ເຖິງແມ່ນວ່າຈະຜ່ານໄປເຄິ່ງສົກຮຽນແລ້ວ ແຕ່ຖ້າຫາກຈະບຸກບືນ ຄົ້ນຄ້ວາຮ່ຳຮຽນຂຶ້ນຕື່ມ ກໍຄົງຈະບໍ່ມີບັນຫາ ທີ່ສຳຄັນ ໄລຍະນັບຈາກນີ້ຕໍ່ໄປ ຄວນມີສະຕິ ຕັ້ງໜ້າ ເຕືອນຕົວເອງຕະຫຼອດ ເພາະບັນດາບຸນ ເທດສະການ ທັງພາຍໃນ ແລະ ສາກົນ ກໍນັບມື້ນັບຫຼາຍຂຶ້ນ ຖ້າຫາກຂາດສະຕິ ແລ່ນນຳແຕ່ການຫຼິ້ນການກິນ ມ່ວນຊື່ນແບບ ຟຸມເຟືອຍ ກັບເທດສະການຕ່າງໆ ໃນແຕ່ລະວັນ ຮັບຮອງວ່າ ການສຶກສາທີ່ຜ່ານມາ ກໍຄົງສູນຫາຍໄປ. ອີກປະການໜຶ່ງ ບັນດານ້ອງນັກຮຽນ-ນັກສຶກສາ ລວມທັງຄູ-ອາຈານ ກໍຕ້ອງມີການຕິເຕືອນ ໃຫ້ຄຳແນະນຳ ຊີ້ທິດເຍືອງທາງ ຢ່າງເປັນປົກກະຕິ ຕໍ່ນັກຮຽນ-ນັກສຶກສາ ໃຫ້ ມີສະຕິຕໍ່ສັງຄົມ ຕໍ່ຮີດຄອງປະເພນີ ລວມເຖິງບຸນ ຫຼື ເທດສະການຕ່າງໆ ທີ່ຈະມີຂຶ້ນໃນຕໍ່ໜ້າ ເພາະສັງເກດເຫັນວ່າ ໃນປັດຈຸບັນ ສັງຄົມບ້ານເຮົາ ໃນກຸ່ມຂອງຊາວໜຸ່ມ ນັກຮຽນ-ນັກສຶກສາ ມັນຈະແລ່ນນຳກະແສຂອງສັງຄົມ ບໍ່ວ່າຈະເປັນການນຸ່ງຖື ການຫຼິ້ນກິນ ລວມໄປເຖິງພຶດຕິກຳບາງຢ່າງ ທີ່ປະກົດໃຫ້ເຫັນກັນໃນກຸ່ມຂອງໄວໜຸ່ມ ເຊິ່ງຈຳນວນຫຼວງຫຼາຍ ກໍຕົກຢູ່ໃນກຸ່ມຊາວໜຸ່ມ-ໄວໜຸ່ມນັກຮຽນ-ນັກສຶກສາ. ດັ່ງນັ້ນ ຈົ່ງຖືເອົາໂອກາດປີໃໝ່ 2011ນີ້ ເປັນການຫັນແນວຄິດຈິດໃຈໃໝ່ ເພື່ອກ້າວໄປສູ່ຈຸດປະສົງ ຄວາມມຸ່ງມາດປາຖະໜາອັນແຮງກ້າ ຂອງການສຶກສາ ເຮັດແນວໃດ ເພື່ອໃຫ້ມີຄວາມຮູ້ ຄວາມສາມາດ ພຽບພ້ອມໄປດ້ວຍຄຸນສົມບັດ ສິນທຳປະຕິວັດ ສືບທອດພາລະກິດປະຕິວັດຂອງຊາດ ຕາມແນວທາງນະໂຍບາຍຂອງພັກ-ລັດ ວາງອອກ ໃຫ້ບັນລຸຜົນຕາມລະດັບຄາດໝາຍ. ໂດຍ: ແວ່ນຂາວ
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ກ.ພ.. 7, 2011
| ມີ
1 ຄຳເຫັນ
ແລະ
0 trackback(s)
![Divider](http://www.vientianemai.net/images/post_divider.jpg) ຟີຟ່າຈັດອັນດັບໂລກ ທິມຊາດຍີ່ປຸ່ນ ແຊັມການແຂ່ງຂັນເຕະບານເອຊຽນ ຄັບ 2011 ພຸ່ງຂຶ້ນມາຢູ່ທີ 17 ສ່ວນທິມຊາດລາວຫຍັບສູງຂຶ້ນອີກ 2 ອັນດັບ ຢູ່ທີ 169. ເມື່ອວັນພຸດທີ 2 ກຸມພາທີ່ຜ່ານມາ ສະຫະພັນເຕະບານນານາຊາດ ຫລື ຟີຟ່າ ໄດ້ຈັດອັນດັບໂລກໃໝ່ ປະກົດວ່າທິມຊາດຍີ່ປຸ່ນ ເຊິ່ງຫາກໍຄວ້າແຊັມເຕະບານເອຊຽນ ຄັບ 2011 ມາໃໝ່ໆ ໄດ້ອັນດັບພຸ່ງຂື້ນມາຢູ່ທີ 17 ຂອງໂລກ ສ່ວນທິມຊາດລາວຂອງພວກເຮົາມີອັນດັບສູງຂຶ້ນກວ່າການຈັດອັນດັບຄັ້ງຜ່ານມາ 2 ອັນດັບ ຢູ່ທີ 169 ຂອງໂລກ. ສະຫລຸບຜົນການຈັດອັນດັບທິມຊາດຂອງສະຫະພັນເຕະບານນານາຊາດ (ຟີຟ່າ) - ແອັດສະປາຍ 1,887 ຄະແນນ
- ໂຮນລັງ 1,723 ຄະແນນ
- ເຢຍລະມັນ 1,485 ຄະແນນ
- ເບຣຊິນ 1,446 ຄະແນນ
- ອາກຊັງຕິນ 1,367 ຄະແນນ
- ອັງກິດ 1,195 ຄະແນນ
- ອູຣຸກວັຍ 1,152 ຄະແນນ
- ປອກຕຸຍການ 1,090 ຄະແນນ
- ໂຄຣເອເຊຍ 1,075ຄະແນນ
- ເກຣກ 1,016ຄະແນນ
- ນອກແວ 995 ຄະແນນ
- ຣັດເຊຍ 982ຄະແນນ
- ອີຕາລີ 965ຄະແນນ
- ຊີລີ 947ຄະແນນ
- ການາ 940 ຄະແນນ
- ສະໂລວີເນຍ 897ຄະແນນ
- ຍີ່ປຸ່ນ 882 ຄະແນນ (ຈາກອັນດັບທີ 29 ເມື່ອຄັ້ງກ່ອນ)
- ສະຫະລັດອາເມຣິກາ 869 ຄະແນນ
- ຝຣັ່ງ 867ຄະແນນ
- ສະໂລວາເກຍ 854 ຄະແນນ
169. ລາວ 64 ຄະແນນ (ຈາກອັນດັບ 171 ເມື່ອຄັ້ງກ່ອນ)
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ກ.ພ.. 7, 2011
| ມີ
2 ຄຳເຫັນ
ແລະ
0 trackback(s)
![Divider](http://www.vientianemai.net/images/post_divider.jpg) ຍັງບໍ່ພໍ ! ” ເສດຖີຣັດເຊຍ ” ທ່ານໂຣມັນ ອະບຣາໂມວິຊ ເຈົ້າຂອງທິມເຊວຊີ ປະກາດວ່າ ພຽງແຕ່ເຟນານໂດ ຕໍເຣສ ກັບ ດາວິດ ລູອິຊ ຍັງບໍ່ພໍ ພັກຮ້ອນປີນີ້ຈະທຸ່ມເທງົບປະມານຕື່ມອີກ ເອົາທັງເກກໍຣີ ຟານ ເດີ ວິວ, ອະເລັກຊິສ ຊານເຊສ, ເອເດນ ຮາຊາດ ແລະ ອິສເມຍ ເບໂກວິຊ. ເຖິງແມ່ນວ່າຫາກໍຈະສ້າງຄວາມຮືຮາໃນການທຸ່ມເທເງິນຊື້ນັກເຕະ ໃນວັນສຸດທ້າຍຂອງຕະຫລາດຊື້-ຂາຍຮອບ ສອງກວ່າ 70 ລ້ານປອນ ໃນການດຶງຕົວ ເຟນານໂດ ຕໍເຣສ ຈາກລີເວີພູນ ແລະ ດາວິດ ລູອິຊ ຈາກ ເບນຟີກາ ແຕ່ວ່າຫລ້າສຸດ ເດິະ ກາດຽນ ສື່ດັງຂອງອັງກິດລາຍງານວ່າ ເຊວຊີ ຍັງຄົງວາງແຜນທີ່ຈະດຶງນັກເຕະມາເສີມທິມອີກຈຳ ນວນຫລາຍຄົນໃນໄລຍະພັກຮ້ອນປີນີ້. ໂດຍລາຍງານລະບຸວ່າ ໂຣມັນ ອະບຣາໂມວິຊ ນັ້ນ ຈະມີການທຸ່ມເທເງິນດຶງນັກເຕະເຂົ້າມາເສີມທິມ ເພື່ອຊ່ວຍໃຫ້ ຄາໂລ ອັນເຊລັອດຕິ ມີນັກເຕະເລືອກໃຊ້ໃນການສູ້ກັບແມນເຊສເຕີ ຊີຕີ ແລະ ແມນເຊສເຕີ ຢູໄນເຕັດ ຕໍ່ໄປ ເຖິງແມ່ນວ່າຫາກໍໄດ້ນັກເຕະໃໝ່ມາເສີມແລ້ວ 2 ຄົນ ຢ່າງຕໍເຣສ ແລະ ລູອິຊ. ສຳລັບບັນຊີລາຍຊື່ນັກເຕະໃໝ່ຂອງເຊວຊີນັ້ນ ມີຊື່ຂອງ ເກກໍຣີ ຟານ ເດິ ວິວ ແບັກຂວາທິມຊາດໂຮນລັງຂອງ ອາແຈັກ ອຳສະເຕີດຳ ເປັນອັນດັບທຳອິດ ສ່ວນໃນຄົນຕໍ່ໆມານັ້ນປະກອບດ້ວຍ ອະເລັກຊິສ ຊານເຊສ ປີກທິມຊາດຊີລີ ຂອງອູດີເນເຊດ ເອດເນ ຮາຊາດ ກອງກາງດາວຮຸ່ງຂອງລິວ ແລະ ໂຣມິໂອ ລູກາຄູ ກອງໜ້າ ເຈົ້າຂອງສົມຍານາມ ດຣອກບາ 2 ຂອງອັນເດີເລຊ. ຢ່າງໃດກໍຕາມ ເຊວຊີກໍຍັງມີລາຍຊື່ທີ່ຈະປ່ອຍຖິ້ມ ຫລືລໍຖ້າຮັບຂໍ້ສະເໜີຂອງທິມອື່ນໆທີ່ຈະມາດຶງໄປດ້ວຍເຊັ່ນກັນ ເຊັ່ນ ໂຊເຊ ໂບຊິງວາ, ເປົາໂລ ເຟີໄຣຣາ ໃນຕຳແໜ່ງແບັກຂວາ, ຢູຣີ ເຊຄອຟ ແບັກຊ້າຍຂາວຣັດເຊຍ ທີ່ບໍ່ສາມາດບຽດແຍ່ງຕົວຈິງຂອງ ແອຊລີ ໂຄໄດ້ ລວມເຖິງດານຽວ ສະເຕີຣິດ ກອງໜ້າທີ່ສົ່ງໃຫ້ໂບຕັນຢືມຕົວໃນເວລານີ້. ນອກຈາກນີ້ ຈອນ ເທີຣີ ຫົວໜ້າທິມເຊວຊີ ກໍອອກມາຄຸຍໂມ້ວ່າ ການເສີມທິມໃນຄັ້ງນີ້ ເປັນສິ່ງທີ່ດີ ສ້າງໃຫ້ບັນຍາກາດໃນທິມກັບມາຄຶກຄັກ ແລະ ສາມາດຂົ່ມຂວັນຄູ່ຕໍ່ສູ້ໄດ້ຢ່າງຫລວງຫລາຍອີກດ້ວຍ.
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ກ.ພ.. 7, 2011
| ມີ
1 ຄຳເຫັນ
ແລະ
0 trackback(s)
![Divider](http://www.vientianemai.net/images/post_divider.jpg) ເມື່ອເອີ່ຍເຖິງໄຫຫີນ ແລະ ທົ່ງໄຫຫີນແລ້ວ ບໍ່ວ່າແຕ່ຄົນພາຍໃນປະເທດເທົ່ານັ້ນ ແມ່ນແຕ່ຄົນຕ່າງປະເທດຈຳນວນໜຶ່ງ ກໍຮູ້ດີ ຍ້ອນຊື່ສຽງປູຊະນິຍະສະຖານເກົ່າແກ່ ສະ ໄໝເຈືອງ ຊຶ່ງການຈັດຕັ້ງກ່ຽວຂ້ອງ ພວມດຳເນີນການຕາມຂັ້ນຕອນ ເພື່ອກ້າວຂຶ້ນໄປສູ່ການຈົດທະບຽນ ເປັນມໍລະດົກໂລກ ໃນອະນາຄົດ ແລະ ອີກປະການໜຶ່ງ ກໍແມ່ນຊື່ ສຽງແຫ່ງການເປັນສະໜາມຮົບໃຫຍ່ແຫ່ງໜຶ່ງ ຂອງສົງຄາມອິນດູຈີນ ລະຫວ່າງກຳລັງປະຕິວັດ ແລະ ຝືນປະຕິວັດ ໂດຍມີຈັກກະພັດອາເມລິກາໜູນຫຼັງ ສະໜາມຮົບດັ່ງ ກ່າວ ເລີ່ມແຕ່ປີ 1962-72ຊຶ່ງຈັກກະພັດໄດ້ປີນຂັ້ນໄດສົງຄາມ ປາບປາມປະຊາຊົນຊາວຊຽງຂວາງ ດ້ວຍຍຸດທະສາດສາມກ້ຽງ ຄື: ຂ້າກ້ຽງທຳລາຍກ້ຽງ ດັບສູນກ້ຽງ ຜົນ ຂອງການຕໍ່ສູ້ຮົບ ກໍຄືການທຳລາຍ ກົນອຸບາຍອັນປ່າເຖື່ອນຂອງສັດຕູ ໃຫ້ປະລາໄຊຢ່າງສິ້ນເຊີງ ແລະ ເປັນເງື່ອນໄຂເຮັດໃຫ້ກຳລັງພວກເຂົາອ່ອນເພຍ ແລະ ເສຍຫາຍ ໜັກໜ່ວງ ສ້າງຄວາມຄືບໜ້າໃຫ້ແກ່ການປົດປ່ອຍ ໝົດທົ່ວປະເທດຂອງກຳລັງປະຕິວັດ. ດັ່ງນັ້ນ ທົ່ງໄຫຫີນ ຈຶ່ງມີຊື່ສຽງທາງປະຫວັດສາດຍາວນານ ເວົ້າສະເພາະກ່ອນຈະມີໄຫຫີນໄດ້ ກໍຍ່ອມມາຈາກການຜະລິດໄຫຫີນ ຊຶ່ງພົບວ່າມີຫຼາຍບ່ອນທົ່ວແຂວງຊຽງ ຂວາງ ເຊັ່ນ: ບ້ານພູເກັ້ງ ເມືອງແປກ ຫ່າງຈາກເທດສະບານເມືອງ 21 ກິໂລແມັດ ບ່ອນຜະລິດໄຫຫີນຊຽງດີ ເມືອງຜາໄຊ ສ່ວນທົ່ງໄຫຫີນທີ່ພົບໃຫຍ່ສຸດ ກໍມີຢູ່ບ້ານນາ ໂອ ບ້ານຜາແກ້ວ (ບ່ອນໃຫຍ່ສຸດ) ເມືອງແປກ ນອກຈາກນີ້ ກໍມີຢູ່ຫຼາຍແຫ່ງ ເປັນຕົ້ນ: ໄຫຫີນພູຊ້າງ ໄຫຫີນນ້ຳຮົ່ມ ເມືອງຄຳ ໄຫຫີນບ້ານໄຜ່ ເມືອງຄູນ ໄຫຫີນນາໂຄ້ ໄຫຫີນບ້ານຊຽງດີ ເມືອງຜາໄຊ ໄຫຫີນບ້ານສອງຮັກ ໄຫຫີນບ້ານສັກສອດ ເມືອງພູກູດ ແລະ ອື່ນໆ. ການຄົ້ນພົບບ່ອນຜະລິດໄຫຫີນ ທົ່ງໄຫຫີນໃຫຍ່ນ້ອຍຕ່າງໆ ເປັນສັນຍາລັກໃຫ້ຮູ້ເຖິງຄວາມເກົ່າແກ່ ສະໄໝຫີນ ແລະ ຢັ້ງຢືນເຖິງການສ້າງຕັ້ງຖິ່ນຖານຊຸມຊົນ ຊຶ່ງເປັນ ຕົ້ນກຳເນີດເຜົ່າພັນພວກເຮົາ ແລະ ຢັ້ງຢືນເຖິງຄວາມມີຫົວຄິດປະດິດສ້າງ ນຳເອົາສິ່ງທີ່ມີໃນທຳມະຊາດມາຮັບໃຊ້ຕົນເອງ ເຖິງວ່າຄວາມປານິດຈະມີນ້ອຍ ແຕ່ກໍເປັນການ ບົ່ງບອກເຖິງການເລີ່ມຕົ້ນ ຂອງການໃຊ້ຄວາມຄິດຂອງສະໝອງສ່ວນໜ້າ ຂອງຄົນເຮົານັ້ນເອງ ດັ່ງນັ້ນ ການໄປທ່ຽວທົ່ງໄຫຫີນ ຈຶ່ງເປັນກິດຈະກຳຫຼັກ ຂອງການໄປທ່ຽວ ແຂວງຊຽງຂວາງ ໄປເບິ່ງຮອຍອະດີດຂອງບັນພະບູລຸດ ສ້າງໄວ້ແຕ່ຄາວກ່ອນໆແລ້ວ ກໍຈະເຫັນພາບສະທ້ອນ ພິກແຜ່ນດິນ ປີ້ນແຜ່ນຟ້າ ຢາກເຫັນໜ້າ ຕ້ອງເບິ່ງຫຼັງລະນໍ. ໂດຍ: ຊຽງກະເລນ
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ກ.ພ.. 7, 2011
| ມີ
2 ຄຳເຫັນ
ແລະ
0 trackback(s)
![](./images/icons/category.gif) ໜວດໝູ່:
ທັມມະ
ຄວາມປິຕິແຫ່ງພຸດທະ ![](http://photos1.blogger.com/blogger/3552/1956/320/enbuddha.jpg) ຖ້າວ່າສິ່ງທັງປວງເປັນອະນິດຈັງ ເປັນທຸກ ແລະ ເປັນສິ່ງບໍ່ແມ່ນຕົວຕົນ ແລະແລ້ວສິ່ງໃດເປັນສິ່ງບົ່ງບອກສະພາວະທັມນັ້ນ? ມີຊາຍຄົນໜຶ່ງ ກຳລັງສັງເກດເບິ່ງສາຍນ້ຳໄຫຼ ຖ້າຫາກວ່າລາວບໍ່ປາດຖະໜາໃຫ້ນ້ຳໄຫຼຕາມທຳມະຊາດຂອງມັນ ເພື່ອປ່ຽນແປງທຳມະຊາດທີ່ບໍ່ອາດຢຸດນິ້ງໄດ້ ເຂົາຈະຕ້ອງເປັນທຸກຢ່າງມະຫັນ. ອີກຊາຍຄົນໜຶ່ງເຂົ້າໃຈວ່າ ທຳມະຊາດຂອງນ້ຳຈະຕ້ອງໄຫຼຢູ່ຢ່າງນັ້ນ ບໍ່ວ່າລາວຈະມັກ ຫຼືບໍ່ມັກໃຫ້ມັນໄຫຼ ໂດຍເຫດນີ້ ລາວຈິ່ງບໍ່ທຸກ. ເພື່ອຢາກຮູ້ສະພາວະດັ່ງກະແສນ້ຳນີ້ ຄວາມບໍ່ທ່ຽງຂອງຄວາມສຸກ ຄວາມບໍ່ມີຕົວຕົນ ຈຳເປັນຕ້ອງສະແຫວງຫາສິ່ງທີ່ທ່ຽງແລະປາສະຈາກທຸກ ເພື່ອສະແຫວງຫາຄວາມສຸກທີ່ແທ້ຈິງໃນໂລກ. "ເມື່ອນັ້ນ", ອາດມີບາງຄົນຖາມວ່າ,"ຄວາມໝາຍຂອງຊີວິດແມ່ນຫຍັງ?"ອາຕະມາບໍ່ສາມາດບອກທ່ານໄດ້. ເປັນຫຍັງທ່ານຕ້ອງກິນ? ທ່ານກິນກໍ່ເພື່ອຈະບໍ່ໄດ້ກິນອີກ ທ່ານເກີດມາເພື່ອວ່າຈະບໍ່ຕ້ອງເກີດອີກ. ເມື່ອເວົ້າເຖິງສະພາວະຄວາມເປັນຈິງຂອງສິ່ງທັງປວງ ຄວາມຫວ່າງເປົ່າ ຫຼື ສຸນຍະຕາ ມັນຍາກທີ່ຈະອະທິບາຍ ເມື່ອເວລາຟັງເທດແລ້ວ ເຮົາຈະຕ້ອງປະຕິບັດເພື່ອເຂົ້າໃຈ. ເປັນຫຍັງເຮົາຈິ່ງຕ້ອງປະຕິບັດ ຖ້າບໍ່ມີຄຳວ່າ ເປັນຫຍັງ ເຮົາກໍຈະພົບຄວາມສຸກ. ຄວາມທຸກກໍ່ຈະບໍ່ຕິດຕາມບຸກຄົນຜູ້ປະຕິບັດໄດ້ເຊັ່ນນີ້. ຂັນທັງ ໕ ເປັນເໝືອນຂ້າຕະກອນ ຫາກເມື່ອໃດຢຶດຕິດກັບຮ່າງກາຍ ພວກເຮົາຈະເກີດອຸປະທານທີ່ໃຈ ແລະໃນທາງກັບກັນ. ພວກເຮົາຈະຕ້ອງຢຸດຟັງຄວາມໃຈຂອງເຮົາ ໃຊ້ສີນເພື່ອຂົ່ມໃຈ ເພື່ອສັງວອນລະວັງ ແລະເພື່ອສະຕິທີ່ຕັ້ງໝັ້ນ. ແລ້ວທ່ານກໍ່ຈະເຫັນການເກີດຂື້ນຂອງຄວາມສຸກ ແລະຄວາມທຸກ ແລະພະຍາຍາມບໍ່ຄ້ອຍຕາມທັງສອງຢ່າງນີ້ ຮູ້ແຈ້ງວ່າ ສັບພະສິ່ງເປັນອະນິດຈັງ ເປັນທຸກ ແລະເປັນຂອງບໍ່ມີຕົວຕົນ. ຮຽນຮູ້ຄວາມສະມະຖະ(ຄວາມທຸ່ນທ່ຽງ, ຄວາມນິ້ງແຫ່ງຈິດ) ໃນຄວາມສະມະຖະນີ້ກໍ່ໃຫ້ເກີດຄວາມປິຕິສຸກແຫ່ງພຸດທະ.
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ກ.ພ.. 7, 2011
| ມີ
2 ຄຳເຫັນ
ແລະ
0 trackback(s)
ອຸບາຍ ເພື່ອອາຍຸຍືນ 10 ຢ່າງ ກົດນີ້ ນັກວິດທະຍາສາດທາງການແພດຄະນະໜຶ່ງ ໃນປະເທດອະເມຣິກາ ເຊີ່ງມີຄວາມສາມາດທີ່ສຸດໃນປະເທດນັ້ນ ໄດ້ຮ່າງໄວ້ສຳຫຼັບຜູ້ຢາກມີສຸຂະພາບອະນາໄມດີ ແລະ ອາຍຸຍືນຈະໄດ້ປະຕິບັດຕາມ ຄື 1.ຈົ່ງເຮັດຫ້ອງທີ່ທ່ານຢູ່ໃຫ້ມີອາກາດເຂົ້າໄດ້ຮອບຂ້າງ 2.ຈົ່ງເຮັດງານພາຍນອກບ້ານແລະອອກກຳລັງກາຍ 3.ຈົ່ງພະຍາຍາມນອນກາງແຈ້ງ 4.ຈົ່ງຫັນໃຈເຂົ້າ-ອອກ ຍາວໆ 5.ຢ່າກິນອາຫານໃຫ້ອີ່ມຈົນເກີນໄປ 6.ຢ່າກີນອາຫານຂອງເຜັດຮ້ອນ ຈົນເກີນໄປ 7.ຈົ່ງກິນອາຫານແຕ່ຊ້າໆແລະຄ້ຽວໃຫ້ລະອຽດ 8.ຕ້ອງຖ່າຍອຸດຈາຣະທຸກໆວັນ 9.ຈົ່ງເຮັດໃຫ້ລຳຕົວຊື່ຕົງ ເວລາຢືນ ເດີນ ນັ່ງ 10.ຈົ່ງຮັກສາແຂ້ວ ເຫງືອກ ແລະ ລີ້ນ ໃຫ້ສະອາດ(ດ້ວຍການໃຊ້ແປງຖູແຂ້ວທຸກໆວັນ) 11.ຢ່າໃຫ້ພິດ ຫຼື ຈຸລິນຊີ ເຂົ້າໄປໃນຮ່າງກາຍເປັນອັນມາກ.
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ກ.ພ.. 6, 2011
| ມີ
2 ຄຳເຫັນ
ແລະ
0 trackback(s)
![](./images/icons/category.gif) ໜວດໝູ່:
ທັມມະ
ວິທີນັ່ງສະມາທິ(ຫຍໍ້) ການໄປສົມໂພດພຣະມີການນິຍົມກັນຢ່າງແຜ່ຫຼາຍ ແລະເປັນຍອດປາຖນາຂອງຍາດໂຍມລາວທຸກ ຄົນ ເພາະຖືວ່າເປັນການທໍາບຸນທີ່ບັນດານຜົນສໍາເລັດຫຼາຍປະການ (ຕາມຄວາມເຊື່ອສັດທາຂອງແຕ່ລະ ຄົນ) ບາງທ່ານກໍມີຄວາມປາຖນາໄວ້ໃນໃຈວ່າໃນຊີວິຕໜຶ່ງ ຄວນຈະຫາໂອກາດໄປຮ່ວມງານສົມໂພດໃຫ້ ໄດ້ ບາງຄົນກໍຕັ້ງໃຈວ່າ ຄວນຈະຫາໂອກາດໄປຮ່ວມງານສົມໂພດ 9 ຄັ້ງ, ບາງທ່ານຄວນຈະໃຫ້ໄດ້ເຖິງ 11 ຄັ້ງ, ມີບາງຄົນມີຄວາມຕັ້ງໃຈໝັ້ນ 1 ຕ້ອງໄປຮ່ວມສົມໂພດໃຫ້ ໄດ້ເຖິງ 9 ວັດ ຫຼື 11 ວັດ ແລະມີຫຼາຍຄົນກໍປະຕິບັດໄດ້ດັ່ງນັ້ນຫຼ ວງຫຼາຍ ສົມຕາມມະໂນເຈຕະນາຂອງ ການໄປຮ່ວມສົມໂພດພຣະພຸດທະຮູບນັ້ນ ນອກຈາກໃຫ້ທານ ຄືໄດ້ຖວາຍປັຈຈັຍດ້ວຍລັກສະນະ ຕ່າງໆແລ້ວ, ຍັງໄດ້ຮັກສາສີນ 5 ຫຼືສີລ 8 ຕະຫຼອດຄືນ ແລະໄດ້ຟັງທັມມະເທສນາ ແລະໄຫວ້ອີກ ທີ່ສໍາ ຄັນກໍຄືການນັ່ງສະມາທິນັ້ນເອງ. ການນັ່ງສະມາທິນັ້ນ ນັ່ງແບບໃດຈຶ່ງຖືກຕ້ອງ, ໃຫ້ເຂົ້າໃຈງ່າຍໆ ດັ່ງນີ້ ຄື: - ຜູ້ຊາຍ: ນັ່ງຂັດຖະໝາດ(ຂັດສະມາທິ) ເອົາຂາຂວາເຕັງຂາຊ້າຍ ແລ້ວເອົາມີຂວາມເຕັງມືຊ້າຍ ໃຫ້ຫົວໂປ້ມືຈຸກັນ, ທໍາຕົວໃຫ້ກົງ ຕັ້ງຫົວໃຫ້ຊື່ສໍາພັນກັບກະດູກສັນຫຼັງບໍ່ໃຫ້ກະດູກສັນຫຼັງງໍ ຫຼືບ້ຽວ ຈະບໍ່ໄດ້ເຈັບຫຼັງງ່າຍ. - ສໍາລັບຜູ້ຍິງໃຫ້ເຮັດຄືຜູ້ຊາຍ ແຕ່ມີບາງທ່ານບໍ່ກ້ານັ່ງຂັດຖະໝາດ, ກໍໃຫ້ນັ່ງຂັດຖະໝອບກໍໄດ້ ແຕ່ໃຫ້ເຮັດເໝືອນຜູ້ຊາຍທຸກຢ່າງ. - ການກໍານົດລົມຫາຍໃຈ: ຫາຍໃຈເຂົ້າວ່າ “ພຸດ” ຫາຍໃຈອອກວ່າ “ໂທ” ຫລື ຫາຍໃຈເຂົ້າວ່າ “ຍຸບໜໍ” ຫາຍໃຈອອກວ່າ “ພອງໜໍ” ຕາມລົມເຂົ້າ ແລະຕາມລົມອອກສະໝໍ່າສະເໝີ ຫົວລົມຢູ່ທີ່ປາຍດັງ, ທ້າຍລົມຢູ່ທີ່ທ້ອງນ້ອຍຫຼືສາຍບື , ລົມເຂົ້າຍາວກໍໃຫ້ຮູ້ວ່າຍາວ ສະໝໍ່ສະເໝີ ບໍ່ໃຫ້ບັງຄັບລົມຫາຍໃຈ ໃຫ້ປ່ອຍຕາມຄວາມເປັນຈິງ ເຮັດໄປເລື້ອຍໆ ແຕ່ໃຫ້ຮູ້ການ ເຄື່ອນໄຫວຂອງຮ່າງກາຍຂອງເຮົາທຸກໄລຍະ ຄືໃຫ້ກໍານົດຮູ້ ວ່າມີຫຍັງເກີດຂຶ້ນ ຖ້າມັນເກີດຂຶ້ນ ກໍ ໃຫ້ກໍານົດຮູ້ສາ ຢ່າຝືນ ຢ່າຕິດ ແຕ່ຈົ່ງຕາມກໍານົດຮູ້ວ່າສິ່ງທີ່ເກີດນັ້ນ ບໍ່ນານມັນກໍຈະປ່ຽນແປງໄປ ເປັນຢ່າງອື່ນ ບໍ່ຄົງທົນ. - ຮູບ, ສຽງ, ກິ່ນ, ຣົສ, ໂຜສຖັພພະ, ທັມມາຣົມ ທີ່ເກີດຂຶ້ນ, ມັນຈະກະທົບກັບອິນຊີທັງ 6 ພາຍໃນອັນຄື ຕາ, ຫູ, ດັງ, ລິ້ນ ກາຍ ແລະໃຈ ໃຫ້ກໍານົດຮູ້ ແລະຕັດຖິ້ມສາ ທໍາຈົນໃຈສະຫງົບ ຫລືສິ່ງນີ້ບໍ່ເກີດຂຶ້ນ ຮຽກວ່າ “ເປັນສະມາທິ” ຫລື “ໄດ້ສະມາທິ”. - ຈົ່ງເຂົ້າໃຈວ່າ: ການນັ່ງສະມາທິ ຄືການສະຫງົບໃຈ ກໍາຈັດອາສາວະທີ່ມັນມາພົວພັນກັບໃຈລົງໄດ້ ຈົນເກີດຊານ ຍານ ແລະປັນຍາຕາມລໍາດັບ ແລ້ວດັບສັພພະອັນຕະຣາຍລົງ ກໍເກີດ ປິຕິ ກະເສີມ ແລະສຸຂ ໃນອິຣິຍາບົດຕ່າງໆ. ເປົ້າໝາຍຂອງການສົມໂພດພຣະ - ເປົ້າໝາຍຂອງການສົມໂພດພຣະ ກໍຄື 1. ເປັນການທໍາບຸນຊະນິດໜຶ່ງ, 2. ເຮັດໃຫ້ພຣະສັກສິດ ເປັນທີ່ຂາບໄຫວ້ສັກກາຣະບູຊາຂອງຄົນ ແລະເທວະດາທັງໝົດທັງປວງ, 3. ເປັນການທໍາສະມາທິອົບຮົມ ຈິດໃຫ້ຢູ່ໃນຄວາມສະຫງົບຄາຍຈາກກິເລສ(ໂລບ, ໂກດ, ຫຼົງ). - ສະນັ້ນອານິສົງຂອງການສົມໂພດພຣະຈຶ່ງ ມີຫຼາຍຄື: 1. ໄດ້ບຸນ ປາຖະໜາເອົາມະນຸດສົມບັດ, ສະຫວັນສົມບັດ ແລະພະນິພພານສົມບັດ. 2. ກໍາຈັດບາບເຄາະທັງໃນອະດີດ ແລະປັດຈຸບັນໄດ້. 3. ລ້າງບາບ ແລະສະເດາະເຄາະອັນໃຫຍ່ຫຼວງລົງ. 4. ຮັກສາ ຫຼືບົວພະຍາດບາງຊະນິດໄດ້(ຫາກທໍາສະມາທິໄດ້, ເນັ້ນໜັກຕ້ອງທໍາສະມາທິໄດ້). 5. ກໍາຈັດຄວາມງົມງາຍ ແລະຫຼົງໃນລາບ ຍົດ ກຽດ ແລະຊື່ສຽງລົງໄດ້, ແລ້ວໃຫ້ມີລາບ ຍົດ ກຽດ ແລະຊື່ສຽງມາປະດັບຊີວິຕ. 6. ປົກປ້ອງ ແລະສົ່ງເສີມພຣະພຸດທະສາສນາໃຫ້ໝັ້ນຄົງຕາບເທົ້າຫ້າພັນພຣະວັດສາ. 7. ແລະອື່ນໆ.
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ກ.ພ.. 6, 2011
| ມີ
2 ຄຳເຫັນ
ແລະ
0 trackback(s)
![](./images/icons/category.gif) ໜວດໝູ່:
ທັມມະ
ຄົນຈະດີ ຫຼືຊົ່ວໄດ້ຕ້ອງມີເຫດ ແລະປັດໄຈ ຄຸນສົມບັດຂອງຄົນດີ ຈຶ່ງມີວິທີການ ຫຼືສູດສຳເລັດຢູ່ ໗ ປະການ ເຊິ່ງຮຽກວ່າ "ສູດ ໕ ຮ" ນັ້ນເອງ ດັ່ງນີ້:
໑। ຮູ້ເຫດແຫ່ງຄວາມເສື່ອມ ເຫດແຫ່ງຄວາມຈະເຣີນ। ໒। ຮູ້ຜົນ ຄື ຮູ້ສຸກເກີດຈາກເຫດອັນນັ້ນ ທຸກກໍຕ້ອງເກີດຈາກເຫດອັນນີ້। ໓। ຮູ້ຈັກຕົນເອງ ຄືວ່າຮູ້ວ່າຕົນມີຄວາມຮັບຜິດຊອບ ແລະມີໜ້າທີ່ອັນໃດ ? ທີ່ຕ້ອງປະຕິບັດແຕ່ລະວັນ। ໔। ຮູ້ຈັກປະມານໃນການໃຊ້ຈ່າຍ ການກິນ ການນອນ ການເວົ້າ। ໕। ຮູ້ຈັກໃຊ້ເວລາໃຫ້ຖືກຕ້ອງ ແລະເໝາະສົມກັບໜ້າທີ່ການງານ। ໖। ຮູ້ຈັກສັງຄົມ ວ່າສັງຄົມນັ້ນເປັນຢ່າງໃດ ? ສັງຄົມນີ້ເປັນຢ່າງໃດ ? ໗। ຮູ້ຈັກບຸກຄົນ ວ່າເຂົາເປັນເຊັ່ນໃດ ມີໜ້າທີ່ຫຍັງ ຖ້າເປັນຄົນດີຄວນຄົບ ຖ້າເປັນຄົນຊົ່ວຄວນເວັ້ນເສັຍ ດັ່ງນີ້ເປັນຕົ້ນ
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ກ.ພ.. 6, 2011
| ມີ
2 ຄຳເຫັນ
ແລະ
0 trackback(s)
![](./images/icons/category.gif) ໜວດໝູ່:
ຄວາມຮັກ
ການເດີນທາງຮວ່ມກັນຂອງເຮົາໃນວັດຕະສົງສານ ມີທັງຮັກກັນ ຊັງກັນ ທຳດີແນ່ ທຳຊົ່ວແນ່ ເຫຼົ່ານີ້ ຄື ກັມ ທີ່ກະທຳກັນ ຊ້ຳໆ ຊາກໆ ກັມດີ ຫຼື ນິໄສທີ່ດີ ເປັນການສ້າງປາຣະມີ ກັມຊົ່ວ ນິໄສທີ່ບໍ່ດີ ສະສົມເປັນອາສະວະ ກິເລສ ການທີ່ເຮົາເກີດມາໃນທ້ອງແມ່ ຖືເປັນກັມເກົ່າ ຜົນຂອງກັມເກົ່າທີ່ສ້າງສົມໄວ້ ປຽບເໝືອນ ເມັດພືດ ການຮັບຮູ້ທາງຕາ ຫູ ດັງ ລິ້ນ ກາຍ ໃຈ ແລະ ການລ້ຽງດູຂອງພໍ່ແມ່ ເປັນປັດໄຈ ຫຼື ປຽບເໝືອນ ຜຸຍ ດິນ ນ້ຳ ແສງແດດ ທີ່ຊວ່ຍບຳລຸງລ້ຽງເມັດພືດໃຫ້ງົດງາມ. ຢ່າງໃດກໍຕາມ ເດັກນ້ອຍເກີດໃໝ່ທຸກຄົນ ຄືຜູ້ບໍລິສຸດ ການລ້ຽງດູຂອງພໍ່ແມ່ດວ້ຍຄວາມຮັກຄວາມເມຕຕາ ຈິງເປັນປັດໄຈສຳຄັນທີ່ສຸດທີ່ຈະຊວ່ຍໃຫ້ລູກເຕີບໃຫຍ່ຂື້ນ ຢ່າງມີຄວາມສຸກ ກັງກັນຂ້າມ ເດັກນ້ອຍທີ່ເກີດມາຢ່າງຂາດຄວາມຮັກ ຄວາມອົບອຸ່ນໃນຄອບຄົວ ຍາກທີ່ຈະມີຈິດໃຈທີ່ດີໄດ້ ມັກມີບັນຫາທາງໃຈ ເປັນຄົນຂື້ນ້ອຍໃຈ ຂື້ອິດສາລິດສະຫຍາ ຂີ້ຢ້ານ ຂີ້ໂມໂຫ ຯລຯ ເອີ້ນວ່າຈິດໃຈບໍ່ສົມບູນ
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ກ.ພ.. 6, 2011
| ມີ
1 ຄຳເຫັນ
ແລະ
0 trackback(s)
![](file:///C:/Users/COMPAQ~1/AppData/Local/Temp/moz-screenshot.png) ![](file:///C:/Users/COMPAQ~1/AppData/Local/Temp/moz-screenshot-1.png) ![](file:///C:/Users/COMPAQ~1/AppData/Local/Temp/moz-screenshot-2.png) 100 ຂໍ້ ກົດແຫ່ງຄວາມຈະເລີນຮຸ່ງເຮືອງ ຂອງທ່ານຖ້າເຮັດໄດ້
ຮ້ອຍສີ່ງດີໆ ກັ່ນຈາກຄຳສອນຂອງພຮະພຸດທະເຈົ້າ ອ່ານແລ້ວມີກຳລັງໃຈສູ້ຕໍ່ວັນຂ້າງໜ້າ
ທຸກໆທ່ານ ແມ່ອອກພໍ່ອອກທີ່ໄດ້ມີໂອກາດ ອ່ານບົດຄວາມລຸ່ມນີ້ ອາຕະມາຮັບຮອງວ່າ ຖ້າທ່ານອ່ານໝົດແລ້ວ ນຳໄປປະຖິບັດຈະເກິດປະໂຫຍດຢ່າງມະຫາສານ ແລະຊີວິດປ່ຽນແນ່ນອນ
1. ເອົາໃຈເຂົາມາໃສ່ໃຈເຮົາ 2. ເຊື່ອໝັ້ນໂຕເອງ 3. ຢ່າເບິ່ງຄົນອື່ນຢູ່ແຕ່ໜ້າຕາຢ່າງດຽວ 4. ກ້າຄິດ, ກ້າເວົ້າ ແລະ ກ້າເຮັດ 5. ເມື່ອມີບັນຫາ ຈົ່ງໝັ່ນປຶກສາຄົນອື່ນທີ່ເຮົາໄວ້ໃຈ 6. ແລະກໍ່ເປັນທີ່ປຶກສາໃຫ້ຜູ້ອື່ນນໍາ 7. ຢ່າຂີ້ຕົວະໃນເລື່ອງທີ່ເຈົ້າຄິດວ່າຜິດ 8. ໄວ້ໃຈບຸກຄົນທີ່ສົມຄວນໄວ້ໃຈ 9. ເປີດໃຈໃຫ້ກວ້າງ 10. ເບິ່ງການໄກ 11. ວາງແຜນອະນາຄົດ 12. ຢ່າໂທດໂຕເອງ 13. ມີຄວາມຮັບຜິດຊອບ 14. ຕອບແທນເມື່ອໄດ້ຮັບ 15. ໃຫ້ໃນສິ່ງທີ່ຜູ້ອື່ນຢາກໄດ້ ແລະ ບໍ່ມີ ໂດຍບໍ່ໃຫ້ເຮົາເອງເດືອດຮ້ອນ 16. ຢ່າໃຊ້ແຕ່ອາລົມ ແຕ່ຈົ່ງໃຊ້ຄວາມຄິດ 17. ຄິດເຖິງສ່ວນລວມໃຫ້ຫຼາຍໆ 18. ເບິ່ງແຍງຕົນເອງໃຫ້ເປັນ 19. ຮູ້ຜິດ, ຖືກ, ຊົ່ວ, ດີ 20. ຢ່າປະໃຫ້ເວລາເສຍໄປລ້າໆ 21. ຢ່າເຫັນຄ່າສິ່ງທີ່ຢູ່ກັບເຮົາເມື່ອເຮົາເສຍມັນໄປແລ້ວ 22. ຮູ້ຈັກໂຕເອງຢູ່ສະເໝີວ່າຕອນນີ້ກໍາລັງເຮັດຫຍັງ 23. ສິ່ງທີ່ເຮົາເຮັດຢູ່ມີຜົນດີ, ຜົນເສຍ ຫຼື ບໍ່ມີປະໂຫຍດເລີຍ
24. ຢ່າໃຫ້ງົວເສຍແລ້ວຈຶ່ງເຮັດຄອກຂັງໄວ້ 25. ໃຫ້ອະໄພແກ່ຕົນເອງ ແລະ ຜູ້ອື່ນ 26. ຢ່າເກັບເອົາອາດີດມາທໍາລາຍຕົນເອງ ແຕ່ຈົ່ງຮຽນຮູ້ຈາກມັນ 27. ຄົນທີ່ບໍ່ເຄີຍເຮັດຜິດຄືຄົນທີ່ບໍ່ເຄີຍເຮັດຫຍັງເລີຍ 28. ໄດ້ໜ້າຢ່າລືມຫຼັງ 30. ເຈົ້າບໍ່ແມ່ນເທວະດາ ຢ່າໄປຄິດສ້ອມແປງຄວາມຄິດ ແຕ່ຈົ່ງຄິດທີ່ຈະເບິ່ງແຍງມັນ 31. ຢ່າອ່ານຂໍ້ຄວາມທີ່ມີປະໂຫຍດແບບຜ່ານໄປຊື່ໆ 32. ອ່ານແລ້ວຄິດ, ຄິດແລ້ວເຮັດ, ໝັ່ນພັດທະນາຕົນເອງ 33. ສ້າງປະໂຫຍດໃຫ້ແກ່ສ່ວນລວມແດ່ 34. ຢ່າເຫັນແກ່ໂຕ 35. ຢ່າລໍຖ້າໃນສິ່ງທີ່ຍັງມາບໍ່ເຖິງ 36. ຢ່າຢ້ານໃນສິ່ງທີ່ຕົນເອງສາມາດສູ້ ແລະ ປ່ຽນແປງມັນໄດ້ 37. ກໍາລັງໃຈເປັນສິ່ງທີ່ສໍາຄັນ ໝັ່ນຕື່ມໃຫ້ຄົນອື່ນແນ່ ແລ້ວເຂົາຈະກັບມາຕື່ມໃຫ້ເຈົ້າເຊັ່ນກັນ 38. ໝູ່ເພື່ອນບໍ່ຈໍາເປັນຕ້ອງພົບໜ້າກັນ ແຕ່ກໍ່ລົມກັນໄດ້ 39. ຢ່າຄິດວ່າເຂົາບໍ່ໂທມາ ຖ້າເຈົ້າກໍ່ບໍ່ໂທໄປ 40. ຈົ່ງເປັນຝ່າຍໃຫ້ຫຼາຍກວ່າເປັນຝ່າຍຮັບ 41. ເບິ່ງແຍງພໍ່ແມ່ໃຫ້ດີເມື່ອເຈົ້າມີໂອກາດ ກ່ອນທີ່ຈະບໍ່ມີໂອກາດເບ່ິງແຍງເພິ່ນ 42. ຢ່າເສຍໃຈກັບສິ່ງທີ່ບໍ່ດີ ຫຼືສູນເສຍໄປແລ້ວ ມັນບໍ່ມີທາງກັບມາ ແຕ່ເຈົ້າສາມາດເຮັດມັນໃໝ່ ຫຼືຮຽນຮູ້ຈາກມັນ 43. ຄໍາເວົ້າເມື່ອເວົ້າໄປແລ້ວ ບໍ່ສາມາດເອົາກັບຄືນມາໄດ້ ດັ່ງນັ້ນຈົ່ງຄິດກ່ອນເວົ້າ 44. ຢ່າທຸ່ມເທໃນສິ່ງທີ່ບໍ່ມີປະໂຫຍດ 45. ຄໍາເວົ້າໃຫ້ກໍາລັງໃຈໄດ້, ປອບໃຈໄດ້, ຍຸແຍ່ໃຫ້ຄົນຜິດກັນຫຼື ຂ້າກັນໄດ້, ເຮັດໃຫ້ເສຍຄວາມຮູ້ສຶກໄດ້ ດັ່ງນັ້ນຈົ່ງຮູ້ທີ່ຈະເວົ້າຄໍາໃດໃນເວລາໃດ 46. ຊີວິດບໍ່ແມ່ນເກມ, ພາດໄປແລ້ວບໍ່ສາມາດຈະກົດເລີ່ມໃໝ່ ຫຼື ໂຫຼດໃໝ່ໄດ້ 47. ຫາຈຸດໝາຍໃຫ້ແກ່ຊີວິດ 48. ຄຽດໄດ້ ແຕ່ຄຽດໃຫ້ເປັນ 49. ຖ້າງົງ ຂຽນໜັງສືໄດ້ ແຕ່ຂຽນໃຫ້ເປັນພາສາ 50. ມື້ໜຶ່ງໆ ເຈົ້າເຮັດຫຍັງແດ່ ທີ່ບໍ່ແມ່ນ ກິນ, ນອນ ລະກະ ຫຼິ້ນ 51. ບໍ່ມີໝໍຄົນໃດທີ່ຈະຖ້າໃຫ້ຄົນປ່ວຍໃກ້ຈະຕາຍແລ້ວຈຶ່ງຊ່ວຍ 52.ເພື່ອນເຈົ້າກໍ່ຄືກັນຢ່າປະໃຫ້ເຂົາຕາຍແລ້ວຈຶ່ງໄປຖາມຫາຫຼືເບິ່ງແຍງ 53. ຮ່າງກາຍຄົນບໍ່ແມ່ນເຄື່ອງຈັກ ໃຫ້ມັນພັກຜ່ອນແດ່ 54. ເຈົ້າຊື້ໂມງໄດ້ ແຕ່ເຈົ້າບໍ່ສາມາດຊື້ເວລາໄດ້ 55. ຕອນນີ້ມີໃຜບາງຄົນຖ້າເຈົ້າຢູ່ຫຼືບໍ່ ຖ້າມີກໍ່ຈົງກັບໄປຫາເຂົາສາ 56. ຕອນນີ້ເຈົ້າກໍາລັງລໍຖ້າໃຜບາງຄົນບໍ ແລ້ວຈະລໍຖ້າແບບນີ້ໄປດົນປານໃດ ພະຍາຍາມເຮັດອັນອື່ນແນ່ 57. ຢ່າເວົ້າຄໍາວ່າຂໍໂທດດຸຫຼາຍ ເພາະມີອີຫຍັງດີໆຕັ້ງຫຼາຍຢ່າງໃຫ້ເຮັດແລ້ວບໍ່ຕ້ອງຕາມໄປຂໍໂທດ 58. ຕອນເຈົ້າທຸກຍາກລໍາບາກເຈົ້າຄິດຮອດໃຜ ເຈົ້າຢາກໃຫ້ໃຜຊ່ວຍເຫຼືອ? 59. ຕອນນີ້ເຈົ້າກໍາລັງສະບາຍຢູ່ ແລ້ວຄົນທີ່ເຈົ້າຂໍຄວາມຊ່ວຍເຫຼືອຈາກເຂົາເດ ໝົດປະໂຫຍດແລ້ວບໍ? 60. ເຮັດຫຍັງກໍ່ໄດ້ໃຫ້ຕົນເອງມີຄວາມສຸກ ແຕ່ບໍ່ແມ່ນຢູ່ເທິງຄວາມທຸກຂອງຄົນອື່ນ 61. ຕອນນ້ີເຈົ້າກໍາລັງອ່ານປະໂຫຍກນີ້ ແລະ ຈົ່ງຈໍາໄວ້ວ່າເຈົ້າເປັນຄົນ ແລະ ຍັງມີຊີວິດຢູ່ 62. ແມ່ນໃຜເປັນຄົນເຮັດໃຫ້ເຈົ້າມີຊີວິດ ຕອບແທນເຂົາແລ້ວຫຼືຍັງ 63.ບໍ່ຕ້ອງລໍຖ້າຮອດວັນພິເສດໃດໆພຽງແຕ່ເຂົ້າໄປບອກຄໍາວ່າຮັກກໍ່ພຽງພໍແລ້ວ 64. ຢ່າຖ້າໃຫ້ຮອດວັນເກີດໝູ່ ແລ້ວຈຶ່ງລົມກັນຫຼືໃຫ້ຂອງຂວັນ 65. ບໍ່ມີກົດໝາຍໃດຫ້າມບໍ່ໃຫ້ຂອງຂວັນໃນວັນທໍາມະດາ 66. ຖ້າເປັນເຈົ້າ ຢູ່ດີໆໝູ່ເອົາເຂົ້າໜົມມາໃຫ້ຈະຮູ້ສຶກດີບໍ ຫຼື ຈະເບິ່ງທີ່ລາຄາເຂົ້າໜົມນັ້ນ 67. ເຫຼົ້າເຮັດໃຫ້ເຈົ້າລືມໄດ້ແຕ່ຕອນເມົາແຕ່ເພື່ອນເຮັດໃຫ້ເຈົ້າລືມເລື່ອງບໍ່ດີໄດ້ຕະຫຼອດຊີວິດ 68.ຢ່າຄິດວ່າຕົນເອງເປັນຄົນໂຊກຮ້າຍທີ່ສຸດແລະຢ່າຄິດວ່າຕົນເອງເປັນຄົນໂຊກດີທີ່ສຸດ 69.ຢ່າເວົ້າວ່າເພິ່ນບໍ່ມາເປັນເຮົາບໍ່ຮູ້ດອກຖ້າເປັນແນວນັ້ນເຈົ້າກໍ່ບໍ່ຮູ້ເລື່ອງຂອງເຂົາຄືກັນ 70. ຖ້າເມື່ອຍຫຼາຍກໍ່ຢຸດພັກແນ່ 71. ຢ່າຄິດວ່າຄົນດີບໍ່ມີໃນສັງຄົມ ເພາະເຈົ້າກໍ່ເປັນຄົນພຽງແຕ່ເຈົ້າຍັງບໍ່ໄດ້ເຮັດອີຫຍັງເທົ່ານັ້ນ 72.ປິດສະໜາໃນເກມເຈົ້າແກ້ໄດ້ແຕ່ເປັນຫຍັງປິດສະໜາໃນຊີວິດເຈົ້າແກ້ບໍ່ໄດ້ ໃນເມື່ອບົດສະຫຼຸບມັນຢູ່ໃນໂຕເຈົ້າ 73. ເຈົ້າເບິ່ງເພັດຢູ່ຄວາມງາມພາຍໃນ ຫຼື ປ້າຍລາຄາທາງນອກ 74. ຖ້າເຈົ້າກິນອາຫານເຫຼືອ ລອງຄຶດເຖິງເດັກນ້ອຍທີ່ບໍ່ມີຫຍັງກິນແດ່ 75. ມີເລື່ອງຫຼາຍເລື່ອງທີ່ບໍ່ໄດ້ຂຽນໃນໜັງສືລອງຄົ້ນຄວ້າເບິ່ງແລ້ວຈະຮູ້ 76.ລູກທະນູທີ່ປ່ອຍອອກຈາກໜ້າໄມ້ຍັງອັນຕະລາຍໜ້ອຍກວ່າຫອກທີ່ແທງມາຈາກທາງຫຼັງ 77. ການຖືກຫັກຫຼັງເປັນສິ່ງທີ່ເຈັບປວດ ຢ່າໃຫ້ມັນເກີດ 78. ຈະປະໃຫ້ຂີ້ລັກຂຶ້ນບ້ານແລ້ວຈຶ່ງໄປເບິ່ງປະຕູຮົ້ວບໍ? 79. ທໍາໃຈກັບສິ່ງຕ່າງໆລ່ວງໜ້າໄວ້ແດ່ກໍ່ດີ 80. ສົມມຸດຄົນທີ່ເຈົ້າຮັກຈາກເຈົ້າໄປໃນຕອນນີ້ ເຈົ້າຄິດວ່າເຈົ້າໄດ້ເຮັດຫຍັງໃຫ້ເຂົາແດ່ແລ້ວ ຫຼືວ່າບໍ່ມີເລີຍ 81. ຢ່າຕອບວ່າ ເຮັດແນວໃດກໍ່ຕອບແທນບໍ່ໝົດ ຂໍຖາມແດ່ວ່າເຮັດຄັ້ງສຸດທ້າຍຕອນໃດ? 82. ເຈົ້າທໍາໃຈໄດ້ແລ້ວບໍ ຖ້າມັນເກີດຂຶ້ນ ເຈົ້າໄປຮ້ອງໄຫ້ຂ້າງງານສົບ ແນວໃດເຂົາກໍ່ບໍ່ໄດ້ຍິນ 83. ໂຕຂອງເຈົ້າມີຄ່າຢູ່ແລ້ວ ຢູ່ທີ່ວ່າເຈົ້າຮູ້ຈັກດຶງມັນອອກມາໃຊ້ຫຼືບໍ? 84. ຮຽນເວົ້າກັບໂຕເອງແດ່ ແລ້ວເຈົ້າຈະຮູ້ວ່າມັນມີຫຍັງຕັ້ງຫຼາຍຢ່າງທີ່ເຈົ້າຍັງບໍ່ຮູ້ 85. ເຈົ້າໃຊ້ຮ່າງກາຍມາຈັກປີແລ້ວ ໝັ່ນເບິ່ງແຍງມັນແດ່ ຫຼືວ່າເອົາໄວ້ໃຫ້ວິນຍານມີບ່ອນສິງສະຖິດຢູ່ຊື່ໆ 86. ການໃສ່ເສື້ອຜ້າງາມໆ ບໍ່ໄດ້ຊ່ວຍໃຫ້ຮ່າງກາຍດີຂຶ້ນດອກ ທີ່ດີຂຶ້ນເປັນບຸກຄະລິກກະພາບເທົ່ານັ້ນ 87. ຫາຄວາມສຸກຂອງໂຕເອງໃຫ້ພົບ ຮຽນມີຄວາມສຸກແນ່ 88. ລອງເຮັດແບບບ້າໆບ໋ອງແດ່ກໍ່ດີຢ່າຍຶດຕິດກັບອີຫຍັງຫຼາຍເກີນໄປ 89.ສິ່ງທີ່ເຈົ້າປ່ອຍຜ່ານໆໄປໃນຊີວິດຫຼືເລື່ອງທີ່ເຈົ້າເຫັນວ່າມັນບໍ່ສໍາຄັນ ກັບມາເບິ່ງບ່ອນນັ້ນແດ່ກໍ່ດີ 90. ຢ່າໄວ້ໃຈໃຜຫຼາຍເກີນໄປ ບໍ່ໄດ້ສອນໃຫ້ລະແວງບໍ່ໄວ້ໃຈໃຜ ແຕ່ລະວັງແດ່ກໍ່ດີ 91. ຢ່າຕາມເພື່ອນທີ່ມັກກິນເຫຼົ້າ, ຫຼິ້ນໄພ້ ແລະ ມັກຫຼິນສາວ(ບ່າວ) ຫຼາຍຈົນເກີນໄປ 92. ຢາເສບຕິດທຸກຊະນິດຢ່າຄິດຈະລອງເດັດຂາດ 93. ຢ່າເຮັດຕາມໝູ່ເພາະຮ່າງກາຍເຂົາກັບເຮົາມັນຕ່າງກັນແນ່ນອນຈິດໃຈກໍ່ຕ່າງກັນ 94. ຜູ້ຊາຍຈັ່ງໃດກໍ່ເປັນຜູ້ຊາຍ ຜູ້ຍິງຈັ່ງໃດກໍ່ເປັນຜູ້ຍິງ 95. ບາງຄັ້ງກາຍຢູ່ຄົນດຽວກໍ່ບໍ່ໄດ້ເລວຮ້າຍສະເໝີໄປ 96. ບໍ່ມີມິດຖາວອນແລະສັດຕູທີ່ແທ້ຈິງ 97.ຈົ່ງເຮັດມື້ນີ້ໃຫ້ດີທີ່ສຸດ ເພື່ອຕົວເຮົາເອງ ຄົນທີ່ເຮົາຮັກ ແລະ ຄົນທີ່ຢູ່ອ້ອມຂ້າງເຮົາ 98. ຢ່າຄິດວ່າຕົນເອງຖືກຕະຫຼອດ 99. ຢ່ານ້ອຍໃຈເກີນເຫດ ເພາະອີຫຍັງທີ່ເກີນໆມັນບໍ່ຄ່ອຍຈະດີ 100.ຢ່າຄິດວ່າຕົນເອງບໍ່ມີໝູ່ ຫຼື ບໍ່ມີໃຜ ຢ່າງໜ້ອຍຖ້າເຈົ້າໄດ້ອ່ານຂໍ້ຄວາມນີ້ (ຂໍຂອບໃຈ ຂໍ້ມູນຈາກ ພຸດທະສາວົກ)
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ກ.ພ.. 6, 2011
| ມີ
4 ຄຳເຫັນ
ແລະ
0 trackback(s)
ຄູ່ຮັກ ຝັນເຫັນຄູ່ຮັກຫລືຄົນຮັກ ໄດ້ມີການກອດຮັດເວົ້າຈາກັນໃນຝັນ ທາຍວ່າຈະຕ້ອງພັດຄູ່ຈາກກັນ ຫລືມີອຸປະສັກມາຂັດຂວາງທາງຮັກບໍ່ໃຫ້ສົມປາດຖະຫນາ ຖ້າໃນຝັນເປັນຄົນແປກຫນ້າທີ່ບັງເອີນໄປພົບກັນ ທາຍວ່າຈະມີສັດຕູທີ່ເປັນເພດກົງກັນຂ້າມປອງຮ້າຍ 55 66 33 335 366 784 633 ຈູບ ຝັນວ່າໄດ້ກອດຈູບເດັກນ້ອຍທາຍວ່າຈະໄດ້ລາບຫລືສິ່ງຂອງ ເປັນຂອງກຳນັນ ຖ້າໄດ້ຈູບຄົນສູງອາຍຸນ້ອຍກວ່າ ທາຍວ່າ ຈະໄດ້ລາບຈາກຜູ້ໃຫຍ່ຖ້າຈູບສັດລ້ຽງຫລືຄົນຮັກ ທາຍວ່າ ຈະໄດ້ຮັບເຄາະນ້ອຍໆ ນ້ອຍໆ ຈາກຄົນໃນເຮືອນຫລືຄົນຮັກຫລືມິດສະຫາຍໃກ້ຊິດ ຊາວເຂົ້າ ຝັນວ່າຕົນເອງຊາວເຂົ້າຕຽມຈະຫຸງເຂົ້າ ຫລືຝັນເຫັນເຂົ້າແຊ່ຢູ່ໃນນ້ຳໃນພາຊະນະຫຸງຕົ້ມ ຖ້າເປັນຍິງ ທາຍວ່າຈະ ໄດ້ຮັບຂ່າວດີ ຫລືມີໂຊກລາບທາງຫນ້າທີ່ການງານ ຖ້າເປັນຊາຍຈະໄດ້ຮັບຂ່າວດີຈາກຄົນຮັກຫລືເມຍຫລືລູກສາວ 21 23 25 251 253 ດັກນົກ ຝັນເຫັນເຄື່ອງດັກນົກ ຫລືເຄື່ອງດັກຈັບສັດຕ່າງໆ ທາຍວ່າ ຂອງທີ່ຫາຍໄປຈະໄດ້ກັບຄືນ ຫລືຄົນຮັກທີ່ຈາກໄປຈະກັບມາ ຄືນດີ ແຕ່ຖ້າຂອງຫາຍໄດ້ກັບຄືນມັນຈະປະສົບເຄາະຕາມຫລັງ ຍັງບໍ່ຢູ່ໃນເກນສ່ຽງ ຖ້ຳ ຝັນໄດ້ເຂົ້າໄປໃນຖ້ຳມືດ ພົບທາງຕັນຫລືຫາຫົນທາງອອກບໍ່ໄດ້ ທາຍວ່າຈະປະສົບເຄາະ ຫລືມີອັນໃຫ້ທະເລາະກັບຍາດມິດຫລືຄົນຮັກ ຖ້າໃນຝັນໄດ້ພົບພະພຸດທະຮູບຫລືພະຄັງມະຫາສົມບັດຂອງພະເຈົ້າ ແຜ່ນດິນ ທາຍວ່າຈະໄດ້ຮັບໂຊກລາບຈາກການສ່ຽງ. 67 08 83 607 863 870 ຮິມສົບ ຝັນເຖິງຮິມສົບ ຫລືປາກຕົນເອງຖືກສັດຮ້າຍຕອດຫລືເປັນແຜບາດເຈັບ ທາຍວ່າ ຈະເກີດຄວາມເດືອດຮ້ອນຂຶ້ນແກ່ເມຍຫລືຄົນຮັກ ຖ້າເປັນຍິງຝັນ ທາຍວ່າ ຈະເສຍຄົນຮັກຫລືຜົວ ຍັງບໍ່ຄວນສ່ຽງ ລະຄອນ ຝັນວ່າເບິ່ງລະຄອນຫລືຕົວເອງຫລິ້ນລະຄອນ ທາຍວ່າ ຈະຖືກຄົດໂກງຫັກຫລັງ ຫລືຄົນໃນເຮືອນມັກຈະກໍ່ຄວາມຫຍຸ້ງຍາກເດືອດຮ້ອນໃຈຜູ້ທີ່ກຳລັງ ມີຄົນຮັກຫລືແຕ່ງງານໃໝ່ໆ ຈະຖືກຄົນຮັກນອກໃຈຫລືຂັດໃຈກັນ ຍັງບໍ່ຄວນສ່ຽງ ຫວີຜົມ ຝັນວ່າຫວີຜົມຕົນເອງໃສ່ນ້ຳມັນ ຖ້າຝັນໃນຕອນກາງເວັນ ທາຍວ່າ ຈະເຄາະຮ້າຍເຖິງເລືອດຕົກຢາງອອກ ຖ້າຝັນໃນເວລາກາງຄືນ ທາຍວ່າ ຄົນຮັກຫລືຜົວຫລືເມຍຈະນອກໃຈ ບໍ່ຄວນສ່ຽງ.
|
![ຂຽນເມື່ອ](./images/icons/wrote.png) ຂຽນເມື່ອ: ກ.ພ.. 6, 2011
| ມີ
3 ຄຳເຫັນ
ແລະ
0 trackback(s)
<!--[if !mso]>v\:* {behavior:url(#default#VML);}o\:* {behavior:url(#default#VML);}w\:* {behavior:url(#default#VML);}.shape {behavior:url(#default#VML);}<![endif]--><!--[if gte mso 9]>Normal0falsefalsefalsefalseEN-USX-NONETH<![endif]--><!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0cm 5.4pt 0cm 5.4pt;mso-para-margin-top:0cm;mso-para-margin-right:0cm;mso-para-margin-bottom:10.0pt;mso-para-margin-left:0cm;line-height:115%;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-fareast-font-family:"Times New Roman";mso-fareast-theme-font:minor-fareast;mso-hansi-font-family:Calibri;mso-hansi-theme-font:minor-latin;mso-bidi-font-family:"Cordia New";mso-bidi-theme-font:minor-bidi;}<![endif]-->
ຢູ່ໃນທົ່ວໂລກມີມະຫາວິທະຍາໄລຫຼາຍລ້ານແຫ່ງມີບາງແຫ່ງທີ່ສ້າງຕັ້ງມາໄດ້ຫຼາຍສະຕະວັດແລ້ວໂດຍສະເພາະແມ່ນມະຫາວິທະຍາໄລຢູ່ໃນບັນດາປະເທດທີ່ພັດທະນາແລ້ວ,ບວກກັບການສືກສາທີ່ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວໃນປັດຈຸບັນນີ້ຫຼາຍໆຄົນມີຄວາມໄຝ່ຝັນທີ່ຈະໄດ້ສຶກ ສາໃນສະຖາບັນທີ່ໄດ້ມາດຕະຖານແລະມີຄວາມສະດວກສະບາຍ,ຄຽງຄູ່ກັນນັ້ນກໍມີຫຼາຍ ມະຫາ ວິທະຍາໄລທີ່ມີຄ່າໃຊ້ຈ່າຍທີ່ແພງພໍສົມຄວນດັ່ງທີ່ພວກເຮົາຈະສະເໜີຕໍ່ໄປນີ້ຄື 10 ອັນດັບມະ ຫາວິທະຍາໄລທີ່ແພງທີ່ສຸດໃນໂລກ: 1. ສະຫະລັດອາເມລິກາ : George Washington University, Washington ຄ່າຮຽນຕໍ່ປີ $60,963 2.ສະຫະລັດອາເມລິກາ : Sarah Lawrence College, New York - $60,851
3.ສະຫະລັດອາເມລິກາ : Kenyon College, Ohio - $60,685
4.ສະຫະລັດອາເມລິກາ : Vassar College, New York - $60,640 5.ສະຫະລັດອາເມລິກາ : Bucknell University, Pennsylvania - $59,799 6 ສະວິດເຊີແລນ : Franklin College - $49,918 7.ຝຣັ່ງ : American University of Paris - $49,164 8.ອັງກິດ : Imperial College London - $41,925 9 ສິງກະໂປ : National University of Singapore - $36,194 10 ອົດສະຕາລີ : University of Melbourne - $30,463
|
|
|