ວຽກງານວັດທະນະທຳ ແມ່ນວຽກງານໜຶ່ງທີ່ກ້ວາງຂວາງ ແລະ ກວມເອົາທຸກຂົງເຂດວຽກງານ ໃນຄວາມໝາຍກ້ວາງຂວາງວຽກງານດ້ານວັດທະນະທຳບໍ່ພຽງແຕ່ເຈາະຈົງ ສີລະປະການສະແດງ ,ການເຄື່ອນໄຫວບັນເທີງ ,ວຽກງານວັນນະກຳ,ວັນນະຄະດີ,ພິພິທະພັນວັດຖຸບູຮານ ,ຫໍສະໝຸດພິມຈຳໝາຍ ແລະອື່ນໆ ເທົ່ານັ້ນ ແຕ່ມັນມີຄວາມສຳນຶກລວມກ່ຽວກັບວັດທະນະທຳ ເຊີ່ງແມ່ນຄຸນຄ່າລວມຍອດຜະລິດຕະພັນວັດຖຸ ແລະ ຈິດໃຈທີ່ມະນຸດເປັນຜູ້ສ້າງຂຶ້ນໃນຂະບວນວິວັດປະຫັວດສາດອັນຍາວນານ ເຫດນັ້ນວັດທະນະທຳຈຶ່ງມີບົດບາດໃນການສ້າງສັນ ຫໍ່ຫຼອມຈິດໃຈຂອງຄົນ ຈິ່ງເກີດມີຄວາມເຊື່ອໝັ້ນແລະອຸດົມການ.
ພັກເຮົາໃດ້ຢືນຢັ້ງວ່າ: ວັດທະນະທຳເປັນພືນຖານແຫ່ງການຄົງຕົວ ແລະຂະຫຍາຍຕົວຂອງຊາດ ,ເປັນກຳລັງດັນໃຫ້ສັງຄົມມີການພັດທະນາ ແລະເປັນຈຸດມຸງໝາຍໃນການພັດທະນາສັງຄົມ ກອງປະຊຸມປະຈຳປີ ໑໙໙໓ ທ່ານ ຄຳໄຕ ສີພັນດອນ ປະທານພັກ ປະທານປະເທດ ໃດ້ເນັ້ນວ່າ '' ພັກເຮົາຍາມໃດກໍ່ຖືວ່າວັດທະນະທຳເປັນສະໝາມຮົບໜຶ່ງ ໃນພາລະກິດຂອງຕົນ ແລະພະນັກງານ ວັດທະນະທຳ ,ນັກສີລະປິນທັງໝົດແມ່ນນັກຮົບປະຕິວັດ ,ຖືວັດທະນະທຳເປັນກຳລັງ ແລະເປັນທັງເປົ້າໝາຍແຫ່ງການພັດທະນາເສດຖະກິດສັງຄົມຂອງປະເທດຊາດ...
ມະຕິກອງປະຊຸມຄັ້ງທີ ໗ ຢືນຢັນວ່າ: ຈຸດໝາຍການພັດທະນາວັດທະນະທຳ ແລະສ້າງຄວາມສີວິໄລທາງດ້ານຈິດໃຈ ແມ່ນເຮັດໃຫ້ຄົນໃນສັງຄົມມີໂລກະທັດ ມີຊີວະທັດອັນກ້າວໜ້າແລະສົດໃສ ແລະມີຄ່ານິຍົມຖືກຕ້ອງ.
ບົນພື້ນຖານແນວທາງວັດທະນະທຳຂອງພັກ ແລະອີງໃສ່ສະພາວະຄວາມເປັນຈິງ ,ເງື່ອນໄຂ ,ຄວາມສາມາດ ແລະສິ່ງແວດລ້ອມພາຍໃນ ແລະສາກົນນັ້ນ ເຄື່ອນໄຫວປະຕິບັດງານດ້ານວັດທະນະທຳ ໃດ້ມີຄຸນປະໂຫຍດໃຫ່ຍຫຼວງ,ປະກອບສ່ວນເຂົ້າໃນການສຶກສາອົບຮົມການເມືອງແນວຄິດຂອງຄົນລາວເປັນຕົ້ນແມ່ນການເຄື່ອນໄຫວ ສີລະປະ,ວັນນະຄະດີອື້່ນໆ... ປະກອບສ່ວນສຶກສາອົບຮົມນຳ້ໃຈຮັກຊາດ ,ຮັກລະບອບໃໝ່,ນຳ້ໃຈສາມັກຄີໃນວົງຄະນາຍາດແຫ່ງຊາດແລະຄວາມຫ້າວຫັນຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ ປະກອບສ່ວນໃນການອົບຮົມແນວຄິດ,ສາມັກຄີ,ການປ້ອງກັນຄວາມສະຫງົບ ຈັນຍາທຳ ,ກໍ່ຄືການດຳເນີນໂຄງການສ້າງຄອບຄົວບ້ານວັດທະນະທຳຢູ່ຂັ້ນຮາກຖານ.
ການອະນຸລັກຮີດຄອງປະເພນີ ແລະເຮັດບຸນປະເພນີທີ່ດີງາມເຊີ່ງມີບົດບາດໃນການສຶກສາອົບຮົມ ,ອະນຸລັກຮັກສາຊີວິດວັດທະນະທຳ ທີ່ດີງາມຂອງຊາດແລະອະຣິຍະທຳທາງດ້ານຈິດໃຈ.
ການສຳຫຼວດຄົ້ນຄ້ວາວັດຖຸບູຮານ ປູສະນິຍະຖານ,ຮ່ອງຮອຍປະຫວັດສາດທີ່ມີຄຸນຄ່າສູງເປັນມໍລະດົກວັດທະນະທຳແຫ່ງຊາດ ເພື່ອໃຫ້ໃດ້ເຫັນຂໍ້ມູນປະຫັວດສາດ,ຄວາມດຸໝັ່ນການອອກແຮງງານ ແລະມູນເຊື້ອຄວາມສາມັກຄີຕໍ່ສູ້ຢ່າງພິລະອາດຫານ ຂອງປູ່ຢາຕາຢາຍຂອງຊາດລາວເຮົາ.
ການຄົ້ນຄ້ວາຂຽນເປັນປື້ມ ແລະ ພິມຈຳໜ່າຍກ່ຽວກັບວັດທະນະທຳລາວ ,ພາສາລາວ,ບົດປະພັນວັດທະນະທຳຕ່າງໆ ເປັນການປະກອບສ່ວນອະນຸລັກຮັກສາ ແລະເສີມຂະຫຍາຍການປະດິດແຕ່ງ ,ສຶກສາອົບຮົມຄົນລາວ ,ເອກອ້າງໃນຄວາມເປັນຊາດທີ່ມີພາສາ ແລະ ວັດທະນະທຳເຫິງນານ.
ເຖິງວ່າການເຄື່ອນໄຫວວັດທະນະທຳທີ່ຜ່ານມາມີຄວາມສຳຄັນ ມີປະໂຫຍດໃນການສຶກສາອົບຮົມແນວຄິດຂອງຄົນໃນສັງຄົມໃຫ້ກາຍເປັນພົນລະເມືອງດີ ມີອະຣິຍະທຳທາງດ້ານຈິດໃຈສູງຂື້ນແລ້ວກໍ່ ຕາມ ຖ້າປຽບໃສ່ຄວາມຮຽກຮ້ອງຕ້ອງການຂອງວັດທະນະທຳໃນປັດຈຸບັນແລ້ວ ເຫັນວ່າມີຫຼາຍບັນຫາທີ່ຕ້ອງໃດ້ເອົາໃຈໃສ່ເປັນຕົ້ນແມ່ນ:
- ມະຫາພາບບໍ່ທັນມີຍຸດທະສາດກ່ຽວກັບກ່ານອະນຸລັກຮັກສາ ສົ່ເສີມແລະພັດທະນາວັດທະນະທຳຂອງຊາດ .
- ການຄຸ້ມຄອງແກ້ໄຂບັນຫາຍັງພໍໃຜພໍລາວ ບໍ່ທັນມີການປະສານງານໜັກແໜ້ນແລະເດັຂາດ.
- ຄວາມຮັບຮູ້ກ່ຽວກັບການສ້າງຄອບຄົວແລະບ້ານວັດທະນະທຳບໍ່ທັນເລິກເຊິ່ງ ຈິ່ງເຮັດໃຫ້ການຈັດຕັ້ງປະຕິບັດຂອງຄະນະພັກ,ອຳນາດການປົກຄອງ ແລະທຸກພາກສ່ວນໃນສັງຄົມບໍ່ເກີດໝາກຜົນ ເຣັດໃຫ້ບ້ານວັດທະນະທຳຂະຫຍາຍຕົວບໍ່ຫຼາຍ.
- ວັດຖຸບູຮານ,ປູສະນິຍະຖານ ສະຖານທີ່ປະຫວັດສາດ ຍັງບໍ່ທັນຖືກຄົ້ນຄວ້າ,ຂົດຄົ້ນສຳຫຼວດໃດ້ໝົດ,ແລະຈຳນວນທີ່ຄົ້ນພົບແລ້ວກໍ່ບໍ່ໄດ້ຮັບການປະຕິສັງຂອນເທົ່າທີ່ຄວນ ບວກໃສສະຕິເປັນເຈົ້າໃນການ ປົກປັກຮັກສາ ເຮັດໃຫ້ວັດຖຸບູຮານຈຳນວນໜຶ່ງຖືກລັກລອບໄປເປັນຕົ້ນແມ່ນ: ຄ້ອງແລະພຣະພຸດທະຮູບທີ່ມີຄຸນຄ່າຂອງຊາດ.
ທັງໝົດທີ່ກ່າວມານັ້ນ ແມ່ນສືບເນື່ອງມາຈາກຫຼາຍສາເຫດ ເຊີ່ງໃນນັ້ນບັນຫາສິ່ງເວດລອ້ມກົນໄກເສດຖະກິດ ກໍ່ແມ່ນສາເຫດໜື່ງທີ່ພາໃຫ້ເກີດມີການຊັ່ງຊາປຽບທຽບໃນຖັນແຖວຂອງພະນັກງານ ວັດທະນະທຳກັບພະນັກງານໃນຂົງເຂເອື່ນ (ຄັດຫຍໍ້ຈາກປື້ມ ລາວສຶກສາ )