ຂຽນເມື່ອ: ພ.ຈ.. 23, 2010
| ມີ
6 ຄຳເຫັນ
ແລະ
0 trackback(s)
<!--[if !mso]>v\:* {behavior:url(#default#VML);}o\:* {behavior:url(#default#VML);}w\:* {behavior:url(#default#VML);}.shape {behavior:url(#default#VML);}<![endif]--><!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0cm 5.4pt 0cm 5.4pt;mso-para-margin-top:0cm;mso-para-margin-right:0cm;mso-para-margin-bottom:10.0pt;mso-para-margin-left:0cm;line-height:115%;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-fareast-font-family:"Times New Roman";mso-fareast-theme-font:minor-fareast;mso-hansi-font-family:Calibri;mso-hansi-theme-font:minor-latin;mso-bidi-font-family:"Cordia New";mso-bidi-theme-font:minor-bidi;}<![endif]-->
------ໃນສະມັຍນຶ່ງ ພຣະພຸທທະເຈົ້າ ປະທັບຢູ່ວັດເວລຸວັນ ເມືອງຣາຊຄຣຶຫ໌ ທຣົງປຼາຣົພກັບ
ພຣະເທວະທັຕ ຜູ້ສະແດງທ່າທາງຢ່າງພຣະອົງຄ໌ ໄດ້ຕຣັສອະດີຕນິທານມາເລົ່າໃຫ້ຟັງ..
----ກາລຄັ້ງນຶ່ງນານມາແລ້ວ ພຣະໂພທິສັຕວ໌ເກີດເປັນຣາຊສີຫ໌ ອາສັຍຢູ່ໃນຖ້ຳທອງ ໃນປ່າຫິມະພານຕ໌ ມື້ນຶ່ງ ອອກຈາກຖ້ຳທອງ ໄປຫາອາຫາຣ ໄດ້ຄວາຍໃຫຍ່ ໂຕນຶ່ງ ກິນເນື້ອແລ້ວ ໄປກິນນ້ຳທີ່ສຼະນ້ຳແຫ່ງນຶ່ງ ໃນຂະນະທີ່ຢ່າງຄືນຖ້ຳ ໄດ້ພົບສຸນັຂ ຈິ້ງຈອກໂຕນຶ່ງ ໃນຣະຫວ່າງທາງ ສຸນັຂຈິ້ງຈອກຈຶ່ງຂໍອາສາ ເປັນຜູ້ຮັບໃຊ້ ຣາຊສີຫ໌ດ້ວຍຄວາມຢ້ານຕາຍ ຕັ້ງແຕ່ນັ້ນເປັນຕົ້ນມາ ສຸນັຂຈິ້ງຈອກກໍໄດ້ກິນເນື້ອ ຂອງເຫງື່ອນ ຣາຊສີຫ໌ຢ່າງອິ່ມຫນຳສຳຣານຍ໌ ມັນມີຫນ້າທີ່ຂຶ້ນຍອດເຂົາ ໄປເບິ່ງສັຕວ໌ທີ່ຈະເປັນອາຫາຣ ແລ້ວກັບລົງມາບອກພຣະຍາຣາຊສີຫ໌ວ່າ “ ຂ້າພະເຈົ້າ ຢາກກິນເນື້ອແບບນັ້ນ ນາຍທ່ານ ຈົງແຜດສຽງເຖີດ “ ພຣະຍາຣາຊສີຫ໌ກໍຈະໄປຈັບສັຕວ໌ໂຕນັ້ນ ມາເປັນອາຫາຣ ບໍ່ວ່າຈະເປັນສັຕວ໌ຊະນິດໃດ ເຊັ່ນ ເສືອ ຊ້າງ ກະທິງແດງ
------ພໍເວລາຜ່ານໄປຫຼາຍປີ ສຸນັຂຈິ້ງຈອກພະຫຍອງ ໄດ້ໃຈເກີດຄວາມຄຶດວ່າ “ ແມ້ໂຕເຮົາ ກໍເປັນສັຕວ໌ ມີ ໔ ຕີນຄືກັນ ເຫຕຸໃດ ຈະໃຫ້ຜູ້ອື່ນລ້ຽງຢູ່ທຸກມື້ລະ ນັບແຕ່ນີ້ເປັນຕົ້ນໄປ ເຮົາຈະຂ້າຊ້າງເປັນອາຫາຣກິນເອງ ແມ້ແຕ່ຣາຊສີຫ໌ ກໍເພາະອາສັຍເຮົາບອກວ່າ ເຊີນຍ໌ທ່ານແຜດສຽງເຖີດ ເທົ່ານັ້ນ ກໍຈຶ່ງຂ້າສັຕວ໌ຕ່າງໆໄດ້ ຕໍ່ແຕ່ນີ້ ເຮົາຈະໃຫ້ຣາຊສີຫ໌ເວົ້າກັບເຮົາຄືກັນ “ ໄດ້ເຂົ້າໄປຫາຣາຊສີຫ໌ແລ້ວບອກເຣື່ອງນັ້ນ
------ແມ້ຖືກພຣະຍາຣາຊສີຫ໌ເວົ້າເຍາະເຍີ້ຍວ່າ “ ເປັນໄປບໍ່ໄດ້ “ ກໍຕາມ ແຕ່ສຸນັຂຈິ້ງຈອກ ກໍຄົງຈູ້ຈີ້ຢູ່ຈັ່ງຊັ້ນ ພຣະຣາຊສີຫ໌ເມື່ອບໍ່ອາຈຫ້າມມັນໄດ້ ກໍຮັບຄຳ ໃຫ້ສຸນັຂຈິ້ງຈອກນອນໃນທີ່ນອນຂອງຕົນ ແລ້ວໄປຈອບເບິ່ງຊ້າງຕົກມັນທີ່ເທິ່ງພູເຂົາ ພົບແລ້ວ ກໍກັບເຂົ້າມາບອກສຸນັຂຈິ້ງຈອກວ່າ “ ຈິ້ງຈອກເອີ້ຍ ເຊີນຍ໌ແຜດສຽງເຖີດ “
------ສຸນັຂຈິ້ງຈອກ ອອກຈາກຖ້ຳທອງ ຊັ່ນຂົນ ເບິ່ງທິສທັ້ງ ໔ ຫອນຂຶ້ນສາມເທື່ອ ແລ່ນໂດດເຂົ້າກັດຊ້າງ ຫວັງທີ່ກ້ານຄໍຊ້າງ ກັບພຼາດໄປຕົກທີ່ໃກ້ຕີນຊ້າງ ຊ້າງຈຶ່ງຍົກຕີນຂວາຂຶ້ນ ໄປຢຽບຫົວຈິ້ງຈອກ ຈົນຫົວກະໂຫລກແຕກໝຸ່ນລະອຽດ ແລ້ວເອົາຕີນຄຶງຮ່າງຂອງມັນ ເຮັດເປັນກອງໄວ້ແລ້ວ ຫງ່ຽວຮາດໃສ່ ຮ້ອງກັມປະນາທເຂົ້າປ່າໄປ ພະຍາຣາຊສີຫ໌ເຫັນຈັ່ນຊັ້ນແລ້ວ ຈຶ່ງກ່າວຄາຖານີ້ວ່າ
----“ ມັນສະໝອງຂອງເຈົ້າໂຫຼ້ນອອກມາ ກະໝ່ອມຂອງເຈົ້າກໍຖືກທຳລາຍ ດູກຂ້າງຂອງເຈົ້າ ກໍຫັກໝົດແລ້ວ ມື້ນີ້ ເຈົ້າເບິ່ງຣຸ່ງໂຣຈນ໌ເຫລືອເກີນ “
ນິທານເຣື່ອງນີ້ສອນໃຫ້ຮູ້ວ່າ: ຢ່າຄຶດເຮັດຫຍັງ ເກີນກຳລັງຄວາມສາມາຖຂອງຕົນເອງ