ຂຽນເມື່ອ: ພ.ຈ.. 23, 2010
| ມີ
2 ຄຳເຫັນ
ແລະ
0 trackback(s)
<!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0cm 5.4pt 0cm 5.4pt;mso-para-margin-top:0cm;mso-para-margin-right:0cm;mso-para-margin-bottom:10.0pt;mso-para-margin-left:0cm;line-height:115%;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-fareast-font-family:"Times New Roman";mso-fareast-theme-font:minor-fareast;mso-hansi-font-family:Calibri;mso-hansi-theme-font:minor-latin;mso-bidi-font-family:"Cordia New";mso-bidi-theme-font:minor-bidi;}<![endif]-->
ແມ່ນ້ຳຂອງສາຍນີ້ ໃນພາສາລາວຮຽງວ່າ “ແມ່ນ້ຳຂອງ” ແຕ່ໄທຍຮຽກວ່າ “ແມ່ນ້ຳໂຂງ” ຕາມການສືບຄົ້ນ ສ່ວນໃຫຍ່ຈະມີຄວາມເຫັນເປັນເອກພາບກັນກ່ຽວກັບຄຳວ່າ “ນ້ຳຂອງ” ແມ່ຖືກຕ້ອງຕາມສຽງພາສາລາວເດີມ. ຕາມການຄົ້ນຄວ້າ ປາກົດເຫັນວ່ານ້ຳຂອງເປັນພາສາບູຮານລາວແທ້, ເນື່ອງຈາກພົບຫຼັກຖານທາງພາສາມາຫຼາຍແຫ່ງ ຫຼາຍທີ່ ຄື:
1. ຫຼັກຖານທາງພາສາຂອງກຸ່ມຊົນຕະກູນໄຕລາວຢູ່ນອກປະເທດ:
- ຄົນລ້ານນາບູຮານ ກວາມເອົາບໍຣິເວນພາກເໜືອຂອງໄທຍ໌ໄດ້ບັນທຶກໃນໜັງສືບູຮານ ເປັນອັກສອນທັມຍວນ ຫຼືລ້ານນາ ໃນເຣື່ອງພຣະເຈົ້າລຽບໂລກ ວ່າແມ່ນ້ຳສາຍນີ້ວ່າ “ຂະນະນະທີ” ໃນໜັງສືສະບັບດຽວທີ່ເປັນສ່ວນຂອງສຳນວນ ພາສາທ້ອງຖິ່ນວ່າແມ່ນ້ຳຂອງ, ໄດ້ໄປສຶກສາປະຕິບັດງານທາງພາກເໜືອຂອງໄທຍ ກໍເຫັນຊາວທ້ອງຖິ່ນວ່າ ແມ່ນ້ຳ ຂອງເຊັ່ນກັນບໍ່ໄດ້ຮຽກແມ່ນ້ຳໂຂງເລີຍ.
- ຄົນພະມ້າແຖວທ່າຂີ້ເຫຼັກ ເຊື້ອສາຍລາວ ຫຼືຕະກູນໄຕຕ່າງໆ ຮຽກແມ່ນ້ຳສາຍນີ້ວ່າ “ແມ່ນ້ຳຂອງ” ສະໄໝໄປທ່ຽວ ທ່າຂີ້ເຫຼັກແລະຊຽງຕຸງ ເວົ້າພສາລາວລື້.
- ຄົນຈັງຫວັດເລີຍ ແລະເພັດຊະບູນ ຮຽກແມ່ນ້ຳສາຍນີ້ວ່າແມ່ນ້ຳຂອງ, ປີ 1998 ໄປຢາມໝູ່ຢູ່ອຳເພີນະຄອນໄທຍ ຖາມເຂົາວ່າ ພວກພີ່ນ້ອງຮຽກແມ່ນ້ຳຂອງວ່າແມ່ນ້ຳຫຍັງ ເຂົາຕອບວ່າ “ແຕ່ກີ້ຮຽກວ່າແມ່ນ້ຳຂອງ” ຄົນສະໄໝເກົ່າ ຮຽກແມ່ນ້ຳຂອງທັງນັ້ນ, ກໍໄດ້ໂລມກັບຜູ້ເຖົ້າອາຍຸ 50-80 ປີ 10 ຄົນປາກົດວ່າເວົ້າເປັນສຽງດຽວກັນວ່າ “ແມ່ນ້ຳ ຂອງ” ແຕ່ປີ 2001-2005 ໄດ້ໄປອຳເພີດ່ານຊ້າຍ ປີລະຄັ້ງສອງຄັ້ງ ປາກົດວ່າ ຊາວອຳເພີດ່ານຊ້າງທຸກຄົນ ຮຽກແມ່ນ້ຳຂອງ ເວັ້ນເສັຍແຕ່ເຂົາເວົ້າພາສາໄທຍຈຶ່ງອອກແມ່ນ້ຳໂຂງຕາມໄທຍ໌ ເດັກນ້ອຍຣຸ້ນໃໝ່ຮຽກແມ່ນ້ຳໂຂງໝົດ.
- ປີ 2000 ໄປແຖວສີຊຽງໃໝ່ ໄດ້ມີໂກກາດລົມກັບຄົນເຖົ້າຄົນໜຶ່ງ ເປັນເວລາ 1 ວັນ ເຂົາຈະເວົ້າປະຫວັດສາດ ແລະພື້ນວຽງຈັນເກ່ງທີ່ສຸດ ແລະແມ້ນຢຳທີ່ສຸດເຂົາກໍຮຽກວ່ານ້ຳຂອງເຊັ່ນກັນ.
- ປີ 1993 ໄປນະຄອນພະນົມຊາວນະຄອນພະນົມຣຸ້ນເກົ່າ ຈະຮຽກແມ່ນ້ຳສາຍນີ້ວ່າ “ນ້ຳຂອງ”.
- ສ່ວນມຸກດາຫານຍັງບໍ່ທັນໄປ ແຕ່ທາງເມືອງອຸບົນ, ວາຣິນຊຳລາບ, ພິມູນ, ສີຣິນທອນ, ເຂັມມະຣາຊ ຈະຮຽກແມ່ນ້ຳ ຂອງທັງນັ້ນ.
- ສ່ວນທາງຮ້ອຍເອັດມະຫາສາຣະຄາມ ເຂົ້າໄປໃນ ສ່ວນໃຫຍ່ຈະຮຽກວ່າແມ່ນ້ຳໂຂງ ສົງໄສວ່າເຂົາຢູ່ໄກແມ່ນ້ຳຂອງ ຄວາມຜູກພັນກັບແມ່ນ້ຳຂອງ ບໍ່ຄ່ອຍຈະມີ, ເມື່ອຍິນໄທຍເວົ້າກໍເວົ້າວ່ານ້ຳຂອງນຳເຂົາ ກໍອາດເປັນໄດ້.
- ຄົນຊຽງຮຸ່ງຮຽກ “ແມ່ນ້ຳລ້ານຊ້າງ” ຕາມພາສາຈີນ ບາງຄັ້ງກໍຮຽກວ່າ “ແມ່ນ້ຳຂອງ” ໂດຍສະເພາະຄົນທີ່ຕັ້ງບ້ານເຮືອນ ຢູ່ແຄມນ້ຳສາຍນີ້ (ພາສາຈີນວ່າ LANJIAN ແປເປັນພາສາລາວວ່າ ລ້ານຊ້າງ).
- ຄົນຂະເໝນແຖວ ຊາຍແດນດ້ານພະວິຫານ ໃກ້ໆກັບບ້ານເກີດ ຜູ້ຂຽນ (ເມືອງມະໂນໄພເດີມ ແຖວທ່າແກ່, ທ່ານເປື້ອຍ, ທ່າກະສັງ ເລີຍເຂົ້າໄປຮອດໃນຈະຮຽກແມ່ນ້ຳຂອງຄືກັບລາວ), ເມືອງຊຽງແຕງຜູ້ຂຽນເຄີຍ ໄຊື້ຄວາຍຢູ່ແຖວ ນັ້ນປະມານປີ 1985, ເມື່ອປີ 2001-2004 ກໍເຄີຍໄປທ່ຽວແຖວນັ້ນ ຈົນຮອດກະແຈະ, ເມືອງທາຣາບໍຣິວັດ ຄົນເຫຼົ່າ ນີ້ລ້ວນແຕ່ເວົ້າພາສາລາວ ພວກເຂົາກໍຈະຮຽກແມ່ນ້ຳສາຍນີ້ວ່າ “ແມ່ນ້ຳຂອງ”.
2. ຊື່ແມ່ນ້ຳຂອງໃນພາສາຕ່າງປະເທດ.
- ພາສາຈີນ “ລ້ານຊ້າງ ຫລືລ້ານຈຽງ (ໂຕ ຊ ເປັນ ໂຕ ຈ ລານຈຽງ LANJIAN). ເຮົາອາດວິເຄາະໄປໄດ້ອີກວ່າ ຊື່ອານາຈັກລ້ານຊ້າງ ເດີມມີຄວາມໝາຍວ່າ “ມີຊ້າງລ້ານໂຕ ຫຼືອານາຈັກທີ່ເຕັມໄປດ້ວຍຊ້າງ” ແຕ່ຫາກເຮົາວິເຄາະ ຕາມສຳນຽງຂອງຈີນ ເຮົາອາດວິເຄາະວ່າ “ລ້ານຊຽງ” ອານາຈັກທີ່ມີເມືອງຂຶ້ນ ລ້ານເມືອງ ກໍຫາກເປັນໄປໄດ້.
- ພາສາຫວຽດນາມ ຮຽກວ່າ “ທາງໃຕ້ຮຽກວ່າ ແມ່ກົງ” ແຕ່ພາສາຫວຽດນາມແທ້ໆນັ້ນ ຮຽກອີກຢ່າງໜຶ່ງ ໃຜຮູ້ກະ ກະຣຸນາບອກມາແນ່ ຈະເປັນພຣະຄຸນຍິ່ງ ແຕ່ວ່າຜູ້ຂຽນເອງ ຈະໄປຫວຽດນາມໃຕ້ ວັນທີ 15 ພຶດສະພາ 2007 ນີ້, ນັ່ງຣົດຈາກເຊກອງໄປ ໃນຣາຄາ 145.000 ກີບ ຮອດໄຊງ່ອນ ສືບໄດ້ເຣື່ອງແລ້ວ ຈະນຳມາເລົ່າຕໍ່.
- ພາສາຂະເໝນ ຮຽກວ່າ “ຕົນເລສາດ, ຖາມຄົນຂະເໝນວ່າ “ແມ່ນ້ຳຂອງ” ຄົງໝາຍເຖິງແມ່ນ້ຳແຫ່ງຊາດ ເຄີຍຂີ່ເຮືອຈາກຊຽງແຕງ ໄປຮອດກຳປົງຈາມ 5 ຄັ້ງ ແຕ່ໄປຮອດພະນົມເປັນ 1 ຄັ້ງ ເມື່ອປີ 2004 ແມ່ນ້ຳບ່ອນນີ້ກວ້າງໃຫຍ່ຫລາຍ ຈະແບ່ງອອກເປັນແມ່ນ້ຳ 4 ສາຍ(ຕາມພາສາຂະເໝນຮຽກວ່າ ຈຕຸຣະມຸຂ ຄືແມ່ນ້ຳ 4 ໜ້າ)ແມ່ນ້ຳ ຂອງຕໍ່ໄປຮອດຫຽວດນາມ ຂະເໝນຮຽກວ່າ ຕົນເລກຣອມ, ແມ່ນ້ຳປາສັກ(ອອກສຽງຕົນເລປາສັກ) ເຂົ້າໄປທະເລສາບຮຽກ “ຕົນເລເວັຍສະ” ເລີຍໄປຮອດທະເລສາບແລ້ວ ອອກສຽງ “ຕົນເລສະ” ສ່ວນສາຍແມ່ຂອງຂຶ້ນມາທາງຊຽງແຕງ ຫຼືທາງຄອນພຣະເພງຂອງລາວເຮົາ ຍັງຄົງຮຽກວ່າຕົນເລສະເໝືອນເດີມ, ບາງຄົນບອກວ່າສະໄໝບູຮານ ຮຽກວ່າຕົນເລຊຽງແຕງ ຫຼືຕົນຊຕຶງແຕຣງ ບາງຄັ້ງກໍຮຽກວ່າ “ຕົນເລລຽວ” ຖ້າແປເປັນພາສາລາວຮຽກ “ທະເລລາວ”, ສຳລັບແມ່ນ້ຳເຊກອງນັ້ນ ທາງຄົນຊຽງແຕງ-ຄົນແສນປາງ ເອງກໍຮຽກວ່ານ້ຳເຊກອງ ແຕ່ຄົນຂະເໝນຮຽກວ່າ “ຕົນເລແມ່ກົງ”.
- ໃນພາສາອັງກິດ, ເນື່ອງຄົນອັງກິດເອງ ບໍ່ໄດ້ຕິດພັນກັບແມ່ນ້ຳສາຍນີ້ ຄົງອິງຕາມພາສາຖິ່ນ ທີ່ຮຽກແມ່ນ້ຳສາຍນີ້ ວ່າ “ແມ່ຂອງ” ເມື່ອທຽບເປັນພາສາອັງກິດແລ້ວຈຶ່ງຂຽນວ່າ MEA-KHONG ຫລື MEANM-KHONG ການອ່ານຄົງອອກສຽງວ່າແມ່ຂອງ ຫຼືບາງຄົນຂຽນວ່າ MAEKONG ກໍຄົງອ່ານວ່າ ແມ່ຂອງເຊັ່ນກັນ ແຕ່ເມື່ອງບາງຄົນອາດອອກສຽງວ່າ ແມ່ໂຂງ ຫຼືແມ່ກົງ ສຳລັບການອອກສຽງວ່າແມ່ກົງ ຄົງຈະບໍ່ຖືກ ເພາະວ່າມີແມ່ນ້ຳສາຍໜຶ່ງ ທີ່ມາຈາກເຊກອງ ອັດຕະປື ລົງໃສ່ຊຽງ ແຕງ ບ່ອນບ້ານຫາງໂຄນັ້ນ ມີການຂຽນເປັນພາສາອັງກິດວ່າ NAMSEKONG ຫຼື NAMSEAKONG ຕາມການສັນນິຖານການຂຽນຊື່ແມ່ນ້ຳຂອງ ຄົງຈະສະກົດດ້ວຍ KH ຫຼາຍກວ່າ K ຊື່ໆ, ພາສາຝຣັ່ງກໍຂຽນວ່າ MEANAM KHONG ແຕ່ຕ້ອງໃສ່ກຸບທີ່ໂຕ O.
- ໃນເມື່ອເຮົາຮູ້ທີ່ມາແບບນີ້ ເຮົາຈຶ່ງມາປຽບທຽບ ແລະວິເຄາະເບິ່ງພາສາໄທຍ໌ ໃນບູຮານອາດຊິຮຽກແມ່ນ້ຳຂອງເໝືອນລາວ, ແຕ່ຄົນໄທຍ໌ເອງ ບໍ່ຄ່ອຍຈະມີຄວາມຜູກພັນ ແລະຕິດພັນກັບແມ່ນ້ຳຂອງມາແຕ່ສະໄໝບູຮານ ເພາະມີຫຼັກຖານ ໜຶ່ງວ່າ “ລາວອົບພະຍົບລົງມາທາງແມ່ນ້ຳຂອງ ແລະແມ່ນ້ຳປິງ ຍົມ ນ່ານ, ສ່ວນໄທອົບພະຍົບລົງໄປທາງແມ່ນ້ຳເຈົ້າພະຍາ” ແລະຫຼັກຖານໜຶ່ງຂອງກອນມະຫາແກ້ວຂຽນບົດທ່ອງຂຶ້ນໃຈ ໃນແບບຮຽນສະໄໝເກົ່າວ່າ “ປະເທດຂ້ອຍຊັ້ນຊື່ເມືອງລາວ ລວງກວ້າງຍາວ ສຸດຕາເຫຼືອອ່ານ ນຳຂອງຜ່ານໄຫລຜ່າທາງກາງ ມີຫົນທາງຖນົນສະອາດ ປະເທດຊາດ ລາວໃຫຍ່ໄພ ສານ ເຮົາລູກຫຼານເກີດມາພາຍຊ້ອຍ ຄວນຊູຊ່ອຍສ້າງບ້ານເມືອງລາວ ໃຫ້ຢືດຍາວຕໍ່ໄປພາຍໜ້າ ຢ່າໃຫ້ຫຼ້າເຂົາແທ້ ໝູ່ລາວ (ສຳລັບກອນບົດນີ້ ຜູ້ຂຽນໄດ້ຈື່ມາຕັ້ງແຕ່ເດັກນ້ອຍ ອາດມີການຜິດພາດບາງປະການ ຫາກໃຜຈື່ໄດ້ ຫຼືເຫັນວ່າມີ ຜິດບ່ອນໃດ ກະຣຸນາແກ້ໄຂໃຫ້ແນ່), ເມື່ອເປັນເຊັ່ນນັ້ນ ຄົງສັນນິຖານວ່າ ຄຳວ່າ “ແມ່ນ້ຳໂຂງ” ໃນພາສາໄທຍນັ້ນ ອາດແມ່ເປັນສຳນຽງໃໝ່ ທີ່ໄທຍກຳນົດເອົາຕາມ ສຳນຽງຂອງພາສາຝຣັ່ງ-ອັງ ກິດ ເພາະຄຳວ່າ KHONG ໃນພາສາຝຣັ່ງ-ອັງກິດນັ້ນ ຈະອ່ານອອກສຽງເປັນໄດ້ທັງ “ຂອງ” ແລະ “ຄົງ” ຫຼື “ໂຂງ” ອັນນີ້ສາມາດພິສູດໄດ້ຈາກຊື່ ມະຫາວິທະຍາໄລດົງໂດກ(ມະຫາວິທະຍາໄລແຫ່ງຊາດ) ໄທຍ໌ຄວນຊິອ່ານວ່າ ດົງໂດກເໝືອນລາວ ແຕ່ໄທຍ໌ພັດອອກສຽງວ່າ “ດອງດອກ” ເຊິ່ງເຮັດໃຫ້ສຳນຽງຂອງພາສາລາວປ່ຽນໄປ ໃນພາສາ ໄທຍ໌, ຄວາມຈິງແລ້ວຄຳວ່າ “ດົງ” ໃນພາສາໄທຍ໌ກໍມີ ເຊັ່ນ “ດົງພະຍາໄຟ, ດົງພະຍາເຢັນ” ດັ່ງນີ້, ແທນທີ່ທີ່ລາວ ຈະຮຽກຕາມສຳນຽງລາວ ທີ່ໃຊ້ອັກສອນລາວເປັນເຄື່ອງວັດ ສົງໄສວ່າໄທຍ໌ອ່ານຕາມສຳນຽງຂອງພາສາຝຣັ່ງ (Dong-Dok) ຖ້າເປັນເຊັ່ນນັ້ນ ຄຳວ່າ ແມ່ນ້ຳໂຂງ ໃນພາສາໄທຍ໌ນັ້ນ ໄທຍ໌ຄົງຈະອິງຕາມສຳນຽງພາສາຝຣັ່ງ-ອັງ ກິດ ຖ້າເປັນເຊັ່ນນັ້ນ ຄຳວ່າ “ແມ່ນ້ຳຂອງ” ຕ້ອງຊື່ເດີມ ຂອງແມ່ນ້ຳສາຍນີ້.
- ກໍໄດ້ເອົາແຕ່ຜູ້ຊິອ່ານ; ເພາະວ່າໃນເມືອງລາວນີ້ ມີເມືອງໜຶ່ງຢູ່ແຂວງສາຣະວັນວ່າ “ເມືອງຄົງເຊໂດນ” ກໍຂຽນວ່າ “MEUANG KHONGSEADONE” ກໍໃຊ້ “KHONG”.
3. ຊື່ແມ່ນ້ຳຂອງໃນວັນນະຄະດີ.
- ວັນນະຄະດີ ຕຳນານອຸຣັງຄະນິທານ ຫຼືອຸຣັງຄະທາດ ຮຽກວ່າ “ຂະນະນະທີ” ແລະແມ່ນ້ຳຂອງ.
- ວັນນະຄະດີ ຕຳນານຂຸນບູຣົມ ປາກົດເຫັນຊື່ ແມ່ນ້ຳຂອງ ວ່າ "ຂະນະນະທີ” ແລະແມ່ນ້ຳຂອງເຊັ່ນກັນ.
- ວັນນະຄະດີ ພະລັກພະລາມ ກໍປາກົດເຫັນ “ຂະນະນະທີ ແລະແມ່ນ້ຳຂອງ” ເຊັ່ນກັນ.
- ວັນນະຄະດີລາວອື່ນໆ ກໍປາກົດເຫັນເຊັ່ນນັ້ນ.
ເມື່ອມາເບິ່ງ “ຂະນະ” ເປັນພາສາປາລີ ເມື່ອມາເບິ່ງດ້ານພາສາລາວ ທີ່ປາກົດໃນວັນນະຄະດີ ກໍຮຽກວ່າແມ່ນ້ຳຂອງ ກໍສາມາດພິສູດໄດ້ວ່າ “ແມ່ນ້ຳຂອງເປັນຊື່ແທ້ຂອງ” ແມ່ນ້ຳສາຍນີ້
4. ຊື່ແມ່ນ້ຳຂອງໃນວັນນະຄະດີໄທຍ໌ ບໍ່ປາກົດເຫັນຊື່ແມ່ນ້ຳສາຍນີ້ ອັນນີ້ສະແດງໃຫ້ເຫັນວ່າ ໄທສຍາມບູຮານ ບໍ່ມີສິດທິໃນແມ່ນ້ຳສາຍນີ້.
5. ປະມານປີ 1870-1900 ກໍຣະນີປັກປັນເຂດແດນສຍາມ-ຝຣັ່ງໄດ້ມີຄວາມສຳຄັນຕໍ່ສຍາມ ໃນພາກພື້ນຫົວເມືອງລາວ ທາງອີສານ ຈຶ່ງເຮັດໃຫ້ສຍາມຮູ້ຈັກແມ່ນ້ຳຂອງ ອາດເປັນໄຣຍະນີ້ເອງ ທີ່ສຍາມບັນຍັດຊື່ “ແມ່ນ້ຳໂຂງ” ໃນພາສາໄທຍ໌ສຍາມ.
6. ຄຳວ່າດອນໂຂງ, ໃນພາສາລາວນັ້ນ ໃນໜັງສືບູຮານນັ້ນ ມີຊື່ໜຶ່ງອີກຕ່າງຫາກ ແຕ່ຕໍ່ມາຈຶ່ງປ່ຽນມາເປັນດອນໂຂງ, ຕາມການສັນນິຖານຂອງນັກຄິດລາວຫລາຍຄົນກ່າວເຖິງທີ່ມາຂອງຄຳວ່າ ດອນໂຂງນັ້ນ ບໍ່ໄດ້ກ່ຽວກັບແມ່ນ້ຳຂອງເລີຍ ເຖິງວ່າດອນໂຂງນັ້ນ ຈະຕັ້ງຢູ່ໃນລຳແມ່ນ້ຳຂອງຕອນໃຕ້ກໍຕາມ.
- ທີ່ນີ້ ດອນໂຂງມີທີ່ມາດັ່ງນີ້ ຄື:
(1). ໃນໜັງສືພຣະລັກພຣະຣາມ ແມ່ນມີຊື່ຕ່າງຫາກນິມິຕ ແມ່ນເກີດຈາກນິມິດຂອງພຣະລັກນັ້ນເອງ
(2). ຄຳວ່າ “ດອນໂຂງ” ນັ້ນບາງທ່ານວ່າ ມາຈາກຄຳວ່າ “ຊ້າງໂຂງໜຶ່ງ” ຄືຊ້າງໂຕໜຶ່ງ, ມີນິທານພື້ນເມືອງວ່າ “ສະໄໝແຕ່ກີ້ ທີ່ດອນໂຂງມີຊ້າງໂຂງໜຶ່ງມາຕາຍໄຫຼມາເປີະຫົວດອນທີ່ນັ້ນ, ເມື່ອຊາວຄົວວຽງ ຂອງສົມເດັດພຣະ ຄຣູຂີ້ຫອມ ປມານ ຄ.ສ 1580-1641 ໄປເຫັນກໍເອົາຣືກນີຕັ້ງຊື່ດອນ, ຫຼັກຖານຊາວຄົວວຽງ ໄປຂຶ້ນທີ່ບ້ານເມືອງແສນ ຈຶ່ງເຮັດໃຫ້ຊາວເມືອງແສນເວົ້າສຳນຽງວຽງຈັນຮອດບັດນີ້ ແລະຂະຫຍາຍຕົວໄປຮອດຂະເໝົາ, ດອນໂລງ ນາດີ (ເວົ້າສຳສຽງຄ້າຍວຽງຈັນ-ທ່າແຂກ) ດ້ວຍເຫດນີ້ດອນໂຂງຈຶ່ງມີຊືປາກົດມາຮອດບັດນີ້.
- ສ່ວນຄຳວ່າສີພັນດອນນັ້ນ ເປັນຊື່ຂອງການລຳ ຂອງຊາວເມືອງໂຂງ, ບາງທ່ານຄຳວ່າສີພັນດອນ ມາຈາກມີດອນຮອດ 4.000 ດອນ(ຄວາມຈິງດອນໃນເຂດເມືອງໂຂງ ແລະເມືອງມຸນລວມກັນບໍ່ເຖິງ 1.000 ດອນ, ຜຂ ເກີດທີ່ດອນໜຶ່ງໃນເມືອງໂຂງ ຢັ້ງຢືນໄດ້)
- ແຕ່ຜູ້ເຖົ້າບາງຄົນເວົ້າວ່າ ຄຳວ່າສີພັນດອນນັ້ນມີທີ່ມາຈາກທີ່ຝຣັ່ງ ໄດ້ເຂົ້າມາລາວຕາມລຳແມ່ນ້ຳຂອງ ໄດ້ນັບດອນມາຈາກປາກແມ່ນ້ຳຂອງ ເມື່ອມາຮອດດອນໂຂງນີ້ກໍໄດ້ 4000 ດອນພໍດີ ຈຶ່ງໃຫ້ຄົນຮຽກວ່າສີ່ພັນດອນ ຕໍ່ມາຜ້ຽນມາເປັນ ສີພັນດອນໃນໄລຍະຕໍ່ມາ.
- ສ່ວນຊື່ເປັນທາງການຂອງລາວນັ້ນ ເມືອງໂຂງມີຊື່ວ່າ “ສຣີທັນດອນ" ອັນໄດ້ມາຈາກ ຊື່ຊ້າງສາມຫົວ ອັນເປັນສັດຊົງຂອງພຣະຍາອິນທາທິຣາຊ ເນື່ອງຈາກດອນໂຂງມີຊື່ກ່ຽວພັນກັບຊ້າງ ຈຶ່ງຕັ້ງແຂວງນີ້ ຊື່ວ່າແຂວງສຣີທັນດອນ ປະມານປີ 1962 ພ້ອມກັບແຂວງວາປີຄຳທອງ ແລະແຂວງຫົວຂອງ.
- ສິ່ງທີ່ເຂົ້າໃຈັຂອງຜູ້ຂຽນເອງນັ້ນ ຄິດວ່າດອນໂຂງໃນສະໄໝບູຮານຄົງຊື່ວ່າ “ດອນຊ້າງ” ອັນນີ້(ເປັນຄຳສັນນິຖານເດີກຳລັງຫາຫຼັກຖານຢູ່) ເພາະວ່າຢູ່ໃນເມືອງໂຂງມີ 2 ດອນຊື່ວ່າ “ດອນຊ້າງ” ດອນໜຶ່ງຢູ່ຫາງດອນລົປະດີ ຮຽກ ວ່າດອນຊ້າງ, ແລະອີກດອນໜຶ່ງວ່າ “ດອນຊ້າງນ້ອຍ” ໃກ້ກັບດອນລຽງ ແຕ່ບໍ່ປາກົດເຫັນຄຳວ່າ “ດອນຊ້າງໃຫຍ່ເລີຍ” ແລະອີກດອນໜຶ່ງຢູ່ເຂດຊຽງແຕງ ໃກ້ກັບສາມໂບກ(ຂະເໝນຮຽກວ່າ “ສຽມໂບກ” ເຊັ່ນດຽວກັນແສນປາງ ຂະເໝນຮຽນສຽມປາງ) ມີດອນໜຶ່ງຊື່ວ່າ “ດອນຊ້າງ” ໃຫຍ່ແທ້ໆແຕ່ບໍ່ມີຄົນຢູ່ໜາແໜ້ນ ຜູ້ຂຽນເຄີຍເຫັນແຕ່ບໍ່ເຄີຍຂຶ້ນໄປ ຖາມຄົນລາວຊຽງແຕງບອກວ່າ “ດອນຊ້າງ” ແຕ່ພາສາຂະເໝນຮຽກວ່າ “ເກຣາະດຳເດີຍ” ອັນນີ້ສະແດງໃຫ້ເຫັນວ່າດອນໂຂງນີ້ ຄົງຈະມີຊື່ວ່າດອນຊ້າງ ເພາະຄຳວ່າ “ໂຂງ” ມີຄວາມໝາຍໃກ້ຄຽງກັບຊ້າງ ດັ່ງທີ່ກ່າວແລ້ວ ຈັ່ງໃດກໍຕາມຫາກທ່ານໃດມີຄວາມເຫັນເປັນຕ່າງ ຫຼືເພີ່ມຕື່ມໄດ້ຍິນດີນ້ອມຮັບ ຂໍ້ຄິດເຫັນນັ້ນຖ້າມີເງືອນໄຂທີ່ຈະປະກອບບົດຄວາມນີ້ໄດ້ ຜຂ ຈະຖືເອົາເປັນຫຼັກຖານເພື່ອເຮັດບົດຂຽນນີ້ດີຍິ່ງຂຶ້ນ.