ຂຽນເມື່ອ: ກ.ພ.. 7, 2011
| ມີ
1 ຄຳເຫັນ
ແລະ
0 trackback(s)
ຟີຟ່າຈັດອັນດັບໂລກ ທິມຊາດຍີ່ປຸ່ນ ແຊັມການແຂ່ງຂັນເຕະບານເອຊຽນ ຄັບ 2011 ພຸ່ງຂຶ້ນມາຢູ່ທີ 17 ສ່ວນທິມຊາດລາວຫຍັບສູງຂຶ້ນອີກ 2 ອັນດັບ ຢູ່ທີ 169.
ເມື່ອວັນພຸດທີ 2 ກຸມພາທີ່ຜ່ານມາ ສະຫະພັນເຕະບານນານາຊາດ ຫລື ຟີຟ່າ ໄດ້ຈັດອັນດັບໂລກໃໝ່ ປະກົດວ່າທິມຊາດຍີ່ປຸ່ນ ເຊິ່ງຫາກໍຄວ້າແຊັມເຕະບານເອຊຽນ ຄັບ 2011 ມາໃໝ່ໆ ໄດ້ອັນດັບພຸ່ງຂື້ນມາຢູ່ທີ 17 ຂອງໂລກ ສ່ວນທິມຊາດລາວຂອງພວກເຮົາມີອັນດັບສູງຂຶ້ນກວ່າການຈັດອັນດັບຄັ້ງຜ່ານມາ 2 ອັນດັບ ຢູ່ທີ 169 ຂອງໂລກ.
ສະຫລຸບຜົນການຈັດອັນດັບທິມຊາດຂອງສະຫະພັນເຕະບານນານາຊາດ (ຟີຟ່າ)
- ແອັດສະປາຍ 1,887 ຄະແນນ
- ໂຮນລັງ 1,723 ຄະແນນ
- ເຢຍລະມັນ 1,485 ຄະແນນ
- ເບຣຊິນ 1,446 ຄະແນນ
- ອາກຊັງຕິນ 1,367 ຄະແນນ
- ອັງກິດ 1,195 ຄະແນນ
- ອູຣຸກວັຍ 1,152 ຄະແນນ
- ປອກຕຸຍການ 1,090 ຄະແນນ
- ໂຄຣເອເຊຍ 1,075ຄະແນນ
- ເກຣກ 1,016ຄະແນນ
- ນອກແວ 995 ຄະແນນ
- ຣັດເຊຍ 982ຄະແນນ
- ອີຕາລີ 965ຄະແນນ
- ຊີລີ 947ຄະແນນ
- ການາ 940 ຄະແນນ
- ສະໂລວີເນຍ 897ຄະແນນ
- ຍີ່ປຸ່ນ 882 ຄະແນນ (ຈາກອັນດັບທີ 29 ເມື່ອຄັ້ງກ່ອນ)
- ສະຫະລັດອາເມຣິກາ 869 ຄະແນນ
- ຝຣັ່ງ 867ຄະແນນ
- ສະໂລວາເກຍ 854 ຄະແນນ
169. ລາວ 64 ຄະແນນ (ຈາກອັນດັບ 171 ເມື່ອຄັ້ງກ່ອນ)