ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 7, 2011 | ມີ 0 ຄຳເຫັນ ແລະ 0 trackback(s)

Divider

ມື້ກ່ອນ ແນວລາວ ມີໂອກາດນັ່ງລົມກັບໝູ່ຄູ່ ເພື່ອນຝູງເກົ່າຫຼາຍຄົນ ໃນຫົວຂໍ້ ພັນທະຂອງພໍ່ແມ່ຕໍ່ລູກ ເຊິ່ງມີຫຼາຍຄຳເຫັນທີ່ແຕກຕ່າງກັນ ແຕ່ແລ້ວກໍມາລົງເອີ່ຍກັນ ຢູ່ບ່ອນ ວ່າ: ຄວນສ້າງໃຫ້ເຂົາໄດ້ມີຄວາມຮູ້ ໄດ້ຮ່ຳຮຽນ ຕ່ຳສຸດກໍແມ່ນຂັ້ນ ປະລິນຍາຕີ ໃນສາຂາວິຊາໃດໜຶ່ງ ຕາມເງື່ອນໄຂຂອງແຕ່ລະຄອບຄົວ.

ການປຸກເຮືອນໃຫ້ລູກ ຊື້ລົດຍົນ ຕັ້ງບໍລິສັດ ເພື່ອສ້າງພື້ນຖານຮອງຮັບທຸລະກິດ ຫຼື ຊີວິດການເປັນຢູ່ຂອງລູກຫຼານ ໃນພາຍພາກໜ້ານັ້ນ ກໍເຫັນວ່າໜ້າຍົກຍ້ອງ ສຳລັບຜູ້ມີ ຖານະຮັ່ງມີນໍ ? ແຕ່ຫຼາຍຫາງສຽງກໍວ່າ ຢາກໃຫ້ມີເພດານແດ່ ! ເພາະວ່າຕ້ອງໃຫ້ເຂົາຮູ້ສ້າງຕົວດ້ວຍເຂົາເອງ ບໍ່ຊັ້ນເຂົາກໍຈະມີແຕ່ແບມືໃສ່ພໍ່ແມ່ຕະຫຼອດ ບໍ່ເປັນເຈົ້າຕົນ ເອງ.

ຄຳເຫັນກ່າວຕື່ມວ່າ: ຫາກໃນສັງຄົມໜຶ່ງ ມີແຕ່ເຫັນແຕ່ລູກເຕົ້າ ສ່ວນຕົວ ຄອບຄົວແລ້ວ ຄົນຮັ່ງມີ ຄົນມີຖານະໃນສັງຄົມ ຈະມີຂໍ້ສະດວກຫຼາຍຢ່າງ ໃນການສ້າງເງື່ອນໄຂ ແລະ ທຶນຮອນແກ່ລູກ-ຫຼານຂອງຕົນ ຫຼືວ່າ ວົງສາຄະນາຍາດຂອງຕົນ ຮັ່ງມີແຕ່ລູກ-ຫຼານ ວົງສາຄະນາຍາດຂອງຕົນກໍດີ ແຕ່ຢ່າງລືມວ່າໃນສັງຄົມນີ້ ມີຜູ້ຄົນຮ່ວມຢູ່ນຳກັນ ຄັນແມ່ນໄລຍະຫ່າງລະຫວ່າງ ຂົ້ວຮັ່ງ ແລະ ຂົ້ວທຸກ ຫຍັບອອກໄກກັນຫຼາຍທໍ່ໃດ ປະກົດການຫຍໍ້ທໍ້ກໍເປັນເງົາຕາມຕົວ ສັງຄົມກໍບໍ່ສະຫງົບ ແລ້ວຮັ່ງມີກໍບໍ່ສາມາດດຳລົງຊີ ວິດຢ່າງມີຄວາມສຸກໄດ້.

ສະນັ້ນ ການທີ່ຄອບຄົວຮັ່ງຜູ້ດຽວ ດຳລົງຊີວິດລື່ນຄົນອື່ນ ມີຖານະໃນສັງຄົມລື່ນຄົນອື່ນ ກໍຫາກດີ ຄັນແມ່ນລາຍຮັບນັ້ນ ໄດ້ມາດ້ວຍຄວາມຊື່ສັດ ແຕ່ໃນສັງຄົມລາວພວກ ເຮົາ ສັງຄົມທີ່ພວກເຮົາພ້ອມກັນສ້າງ ເພື່ອກ້າວສູ່ຈຸດໝາຍສັງຄົມນິຄົມ ຕາມທິດນຳຂອງພັກເຮົານັ້ນ ພັດແມ່ນການກໍ່ສ້າງສັງຄົມ ໃຫ້ມີຄວາມສະຫງົບ ຍຸຕິທຳ ແລະ ພ້ອມ ກັນຮັ່ງມີ ຈາກຈຸດນີ້ ພວກເຮົາລອງມາສົມທຽບເບິ່ງວ່າ ມັນເໝາະສົມຫຼືບໍ່ ?.

ລູກໃຜ ໃຜກໍຮັກ ? ຫຼານໃຜ ໃຜກໍຮັກ ອັນນີ້ແມ່ນກົດເກນຂອງສັງຄົມມະນຸດ ແຕ່ເມື່ອມີຖານະໃນສັງຄົມ ມີເງື່ອນໄຂທາງການເງິນແລ້ວ ຈະຕາມໃຈພວກເຂົາໝົດທຸກຢ່າງ ກໍບໍ່ຄວນ... ຕ້ອງໃຫ້ພວກເຂົາ ສາມາດຢືນຢູ່ດ້ວຍລຳແຄ່ງຂອງເຂົາເອງ ແລະ ຄວນຄິດເຖິງສັງຄົມສ່ວນໃຫຍ່... ຄິດເຖິງພີ່ນ້ອງຮ່ວມຊາດ ທີ່ຍັງທຸກຍາກຂາດເຂີນ ຢູ່ເຂດ ຫ່າງໄກສອກຫຼີກ... ຄວນບິແບ່ງຊັບສິນ ຊ່ວຍເຫຼືອຜູ້ທຸກຍາກຂາດເຂີນນໍ ?.

ແນວລາວກໍເຫັນດີນຳຄວາມເຫັນພວກເພິ່ນ ແຕ່ໃນນາມສ່ວນຕົວ ຢາກຮຽກຮ້ອງເຖິງບັນດາທ່ານ ຄອບຄົວທີ່ມີເງື່ອນໄຂສູງແດ່ ລອງບໍລິຈາກດ້ວຍຮູບການໃດໜຶ່ງ ? ເຊັ່ນວ່າ ງານແຕ່ງດອງລູກຫຼານ ມອບເງິນຊອງໃຫ້ແກ່ມູນນິທິໃດໜຶ່ງ ເພື່ອຊ່ວຍເຫຼືອຄົນທຸກຍາກ ຫຼື ວ່າໄປຊ່ວຍດ້ວຍຄອບຄົວຂອງຕົນເອງ ເປັນຕົ້ນ ການຂຸດນ້ຳບໍ່ ກໍ່ສ້າງ ສະລາ ຄິດວ່າຄົງຈະເປັນບຸນກຸສົນອັນຍິ່ງໃຫຍ່.


Delicious Digg Fark Twitter