ຂຽນເມື່ອ: ກ.ພ.. 7, 2011
| ມີ
0 ຄຳເຫັນ
ແລະ
0 trackback(s)
ການກັບມາແບບສຸດຊ໊ອກຂອງນິວຄາສເຊິນ ຢູໄນເຕັດ ທີ່ໄລ່ຍິງອາເຊນອນ 4 ປະຕູລວດ ຈົນໄດ້ຜົນສະເໝີ 4-4 ໃນທ້າຍທີ່ສຸດກາຍມາເປັນເລື່ອງ ເມື່ອຕຳຫລວດສາກົນ ກຳລັງຈະເຂົ້າມາກວດສອບເລື່ອງນີ້.
France State TV ໄດ້ລາຍງານວ່າຕຳຫລວດສາກົນໄດ້ເບິ່ງເຫັນເລື່ອງຜິດປົກກະຕິ ຈາກລາຄາການຮັບແທງຂອງບ່ອນການພະນັນ ໂດຍການສືບສວນຄັ້ງນີ້ຈະພຸ່ງໄປທີ່ຟິວ ດາວ ຜູ້ຕັດສິນໃນເກມດັ່ງກ່າວ ແລະ ໂທມັສ ໂຣຊິກກີ ກອງກາງຂອງອາເຊນອນ.
ຟິວ ດາວ ແຈກໃບແດງໃຫ້ກັບອາບູ ດິຢາບີ້ ແລະ ເປົ່າ 2 ຈຸດໂທດໃຫ້ກັບທາງນິວຄາສເຊິນ ສ່ວນໂຣຊິກກີນັ້ນ ກໍເປັນຄົນເຮັດຜິດກະຕິກາ ຈົນເຮັດໃຫ້ອາເຊນອນຕ້ອງເສຍຈຸດໂທດດ້ວຍ.
ຄາດວ່າທາງອາເຊນອນ ຈະອອກຖະແຫລງການເຖິງຂ່າວນີ້ໃນວັນອັງຄານທີ 8 ກຸມພານີ້.
ຄັດຈາກເວັບໄຊ www.soccersuck.com