ຂຽນເມື່ອ: ກ.ພ.. 7, 2011
| ມີ
0 ຄຳເຫັນ
ແລະ
0 trackback(s)
ໂຈເຊ່ ມູຣິນໂຢ່ ຜູ້ຈັດການທິມ ຣິວ ມາດຣິດ ຫວັງດຶງ ສະຕີເວ່ນ ເຈີຣາດ ຫົວໜ້າທິມລີເວີພູນ ໄປເຂົ້າຖິ່ນຊານຕິອາໂກ ເບີນາເບວໃນລະດູການນີ້ ຫລັງຕາມໃຫ້ຄວາມສົນໃຈມາດົນນານແລ້ວ ຄາດວ່າພ້ອມຍື່ນເງິນ ຈຳນວນ 25 ລ້ານປອນ ໃຫ້ລີເວີພູນພິຈາລະນາ.
ຣິວ ມາດຣິດ ທິມຍິ່ງໃຫຍ່ແຫ່ງເສິກລາ ລີກາ ແອັດສະປາຍ ພ້ອມທີ່ຈະຍື່ນຂໍ້ສະເໜີ 25 ລ້ານປອນ ຄວ້າຕົວ ສະຕີເວ່ນ ເຈີຣາດ ກອງກາງຫົວໜ້າທິມລີເວີພູນ ມາຮ່ວມທິມໃນລະດູການໜ້າ ຕາມລາຍງານຈາກ “ ເດິະ ພີເພິລ ” ໜັງສືພິມລາຍວັນເຫລັ້ມດັງແຫ່ງເກາະອັງກິດ ເມື່ອວັນອາທິດທີ 6 ກຸມພາທີ່ຜ່ານມາ.
ໂຈເຊ່ ມູຣິນໂຢ່ ຜູ້ຈັດການທິມຊາວປອກຕຸຍການຂອງຣິວ ມາດຣິດ ປະທັບໃຈ ແລະ ຊື່ນຊົມຟອມການ ຫລິ້ນຂອງເຈີຣາດເປັນການສ່ວນຕົວຢູ່ແລ້ວ ແລະ ເຄີຍພະຍາຍາມຈະຄວ້າຕົວມາຮ່ວມທິມໂດຍຕະຫລອດ ບໍ່ວ່າຈະສະໄໝທີ່ຄຸມເຊວຊີ ຫລື ອິນເຕີ ມິລານ ແຕ່ບໍ່ປະສົບຄວາມສຳເລັດ.
ຈາກສະຖານະການຂອງ ລີເວີພູນ ທີ່ສໍ່ແວວບໍ່ໄດ້ໄປຫລິ້ນ ຢູຟ່າ ແຊັມປຽນ ລີກ ເປັນປີທີສອງຕິດຕໍ່ກັນໃນລະດູການໜ້າ ລວມທັງຫາກໍປ່ອຍເຟີນານໂດ ຕໍເຣສ ຫົວຫອກທິມຊາດແອັດສະປາຍໄປໃຫ້ເຊວຊີ ດ້ວຍຄ່າຕົວເປັນສະຖິຕິສູງສຸດຂອງເກາະອັງກິດ 50 ລ້ານປອນ ເມື່ອເດືອນມັງກອນທີ່ຜ່ານມາ ເຮັດໃຫ້ມູຣິນໂຢ່ ຫວັງໃຊ້ໂອກາດນີ້ຍື່ນຂໍ້ສະເໜີ 25 ລ້ານປອນ ຄວ້າຕົວມາຮ່ວມຖິ່ນ ຊານຕິເອໂກ ເບນາເບວຕໍ່ໄປ.
ຄັດຈາກເວັບໄຊ www.siamsport.co.th