ຂຽນເມື່ອ: ທ.ວ.. 13, 2011
| ມີ
17 ຄຳເຫັນ
ແລະ
0 trackback(s)
ຄັອມທີ່ເອົາໄປບໍລິຈາກໃຫ້ໂຮງຮຽນບບ້ານເກີດ, ຊື້ ຊີພີຢູ ມືສອງ,ຄີບອດ ກັບເມົ້າສມືສອງ, ປຣິ້ນເຕີ້ ຊື້ອັນໃຫມ່ໃຫ້ເລີຍ, ສ່ວນມໍນິເຕີ້ ເອົາອັນເກົ່າຂອງຂພຈ. ສຸດຫລໍ່ເພິ່ນເຊັດອັບໃຫ້, ລອງປຣິ້ນເຕີ້ໃຫ້ ໂອເຄແລ້ວ,ແຕ່ຕ້ອງແວະຊື້ ສະຕິກເກີ້ ພາສາລາວ ຢູ່ວຽງຈັນ ໄປຕິດໃຫ້ເຂົາເຈົ້າພ້ອມ. ມີບັນຫາຢູ່ບ່ອນວ່າ ຮອຍທີ່ລອກ ສະຕິກເກີ້ ຄີບອດເກົ່າອອກແລ້ວ ມັນມີຮອຍກາວ ຫນຽວຯຍັງຕິດຢູ່ ຈັກຊິເຊັດ ຈັ່ງໃດ, ໃຜມີວິທີດີຯ ກໍ່ຊ່ວຍບອກແນ່ທ້ອນ.
ອັນນີ້ແມ່ນເຄື່ອງຫລິ້ນເດັກນ້ອຍຈຳນວນຫນຶ່ງ ທີ່ຈະໄປໃຫ້ເດັກນ້ອຍນັກຮຽນ, ມີເຄື່ອງນຸ່ງເດັກນ້ອຍຈຳນວນຫນຶ່ງ ທີ່ຈະໄປໃຫ້ ຊົນເຜົ່າລາວເທິງທີ່ທຸກຍາກ, ຍັງເຄື່ອງກັນຫນາວຜູ້ໃຫຍ່ ຍັງບໍ່ໄດ້ແບກມາເທື່ອ.
ຂພຈຄິດວ່າ ”ເຄື່ອງຂອງທີ່ເກົ່າ ບໍ່ໃຊ້ແລ້ວສຳລັບເຮົາ ແຕ່ສຳລັບບາງຄົນ ມັນມີຄ່າກັບເຂົາເຈົ້າຫລາຍ, ໂດຍສະເພາະ ຄົນທີ່ທຸກຍາກ ດ້ອຍໂອກາດ” ບ້ານທີ່ຂ້ອຍໄປເຫັນ ເຂົ້າກະຍັງບໍ່ພໍກິນ ຊິໃຫ້ເອົາເງິນໄປຊື້ເສື້ອກັນຫນາວ, ຊື້ຜ້າຫົ່ມ ,ໃຫ້ລູກເຂົ້າໂຮງຮຽນກໍ່ຄົງຊິຍາກ. ອີກຢ່າງ ຫນຶ່ງ ທີ່ ຂພຈ ເອົາການຊ່ວຍເຫລືອມາລົງ ບໍ່ແມ່ນມາອວດອ້າງ ເອົາຄວາມດີໃສ່ຕົນ ແຕ່ ຂພຈ ຢາກໃຫ້ທຸກທ່ານເຫັນວ່າ ຢູ່ລາວເຮົາ ຍັງມີຄົນທຸກຍາກ ດ້ອຍໂອກາດ ແລະ ຕ້ອງການ ການຊ່ວຍເຫລືອຫລາຍ, ຖ້າທ່ານໃດທີ່ກຳລັງເຮັດວຽກເພື່ອຄົນເຫລົ່ານັ້ນຢູ່ກໍຂໍຂອບໃຈທ່ານຢ່າງສູງ, ຖ້າທ່ານໃດ ທີ່ພໍມີເຫງື່ອນໄຂ ກໍ່ຂໍໃຫ້ ສົ່ງຍື່ນນ້ຳໃຈ ເສດສ້ຽວເງິນ ວັດຖຸ ແຮງງານ ມັນສະຫມອງ ໃຫ້ແກ່ເຂົາເຈົ້າທີ່ເດືອດຮ້ອນເຫລົ່ານັ້ນແດ່ທ້ອນ. ສ່ວນນ້ອງນ້ອງ ທີ່ຍັງຮຽນຢູ່ ກໍ່ຂໍໃຫ້ຕັ້ງໃຈຮຽນ ເພື່ອອານາຄົດ ເອົາຄວາມຮູ້ເຫລົ່ານັ້ນ ມາຫາວິທີ ຊ່ວຍໃຫ້ຄົນທຸກຍາກໃນບ້ານເກີດຕົນເອງ ຫລຸດພົ້ນຈາກຄວາມທຸກຍາກ. ຂພຈ ເຊື່ອແນ່ວ່າ ຄົນສ່ວນຫລາຍ ຮັກບ້ານເກີດ ເມືອງນອນຂອງຕົວເອງ ແລະ ຢາກໃຫ້ ບ້ານຕົນເອງ ພັດທະນາຂຶ້ນ.ຖ້າສົມມຸດຄົນລາວຫ້າແສນຄົນ ຢູ່ບ້ານທີ່ຕ່າງກັນ ແລ້ວຫ້າແສນຄົນນັ້ນ ເລີ່ມຕົ້ນຊ່ວຍຄົນອື່ນດ້ວຍການພະຍາຍາມພັດທະນາຫມູ່ບ້ານໂຕເອງ ມັນຄົງຈະມີຜົນຕໍ່ຄວາມກ້າວຫນ້າຂອງປະເທດເຊັ່ນກັນ.