ບົດຄວາມນີ້ ຂພຈ ຮຽນແປມາຈາກ ບົດຄວາມຂອງນັກສຶກສາຍີ່ປຸ່ນຄົນນຶ່ງທີ່ໄປຮຽນຢູ່ຈີນ ຈາກວາລະສານ konan monthly No99.august 2011
ເພື່ອເປັນກຳລັງໃຈໃຫ້ແກ່ທ່ານທີ່ກຳລັງທໍ້ໃຈໃນອຸປະສັກການຮຽນ ຖ້າແປແປກກໍ່ຕິຕຽນກັນແນ່ເດື້
<!--[if gte mso 9]> Normal 0 <![endif]-->
ຊ່ອຍກັນຮຽນມັນເປັນແນວນີ້ເບາະ!
ຂ້ອຍກັບອາຈານພາສາຈີນ
ຂ້ອຍມາຮຽນຢູ່ຈີນໄດ້ສອງປີແລ້ວ.ຂ້ອຍມາຮຽນຕັ້ງແຕ່ເລີ່ມຕົ້ນແບບບໍ່ຮູ້ຫຍັງເລີຍ,
ພໍໍບໍ່ດົນຫມູ່ກໍ່ກະລຸນາແນະນຳອາຈານໃຫ້ຮູ້ຈັກທັນທີ.
ເຖິງຈະເອີ້ນວ່າອາຈານ ແຕ່ລັກສະນະແບບ ”ເຮົາມາຮຽນນຳກັນເທາະ” ແບບອາໄສແລກປ່ຽນຮຽນນຳກັນ.
ການຮຽນແບບນີ້ແມ່ນນັກສຶກສາຍ່ີປຸ່ນທີ່ໄປຮຽນຢູ່ຕ່າງປະເທດມັກໃຊ້ວິທີນີ້.
ຜູ້ທີ່ຈະຊ່ອຍກັນຮຽນກັບຂ້ອຍນັ້ນ ເປັນນັກສຶກສາສາວທີ່ດຸຫມັ່ນ ວິຊາຫລັກຂອງລາວແມ່ນພາສາຍີ່ປຸ່ນ,ຂ້ອຍຄິດວ່າ ຕອນເຈິກັນເທື່ອທຳອິດ ລາວກໍ່ເວົ້າພາສາຍີ່ປຸ່ນຫລ່ຽນໄຫລປານນັ້ນ ແລ້ວຊິໃຫ້ຂ້ອຍສອນຫຍັງໃຫ້ລາວອິກນໍ່!
ລາວອາຍຸອ່ອນກວ່າຂ້ອຍອີກແຕ່ລະດັບຄວາມຮູ້ດ້ານພາສາຂອງລາວແມ່ນສູງກວ່າ
ຂ້ອຍຫລາຍເຕີບ,ເປັນອາຈານແລະລູກສິດແບບ
ບໍ່ໃຫ້ຫ່ວງດ້ານຄວາມແຕກຕ່າງເລື່ອງອາຍຸວ່າຈັ່ງຊັ້ນສ່ະ.
ແຕ່ວ້າແຕ່ວ່າ,ລາວຊຳ້ພັດເປັນອາຈານທີ່ເຂັ້ມງວດຫລາຍ.ລາວສົມ
ມຸດໃຫ້ລະດັບຄວາມຮູ້ພາສາຈີນຂ້ອຍເທົ່າກັບລະດັບຄວາມຮູ້ພາສາ
ຍີ່ປຸ່ນຂອງລາວ ແລ້ວລາວຈຶ່ງຢາກ ຮຽນແບບ”ຊ່ອຍກັນຮຽນ”
ຍ້ອນວ່າເປັນຜູ້ຍິງຄືກັນ ຂ້ອຍກໍ່ເລີຍຮູ້ສຶກອຶດອັດ.
ແຕ່ຂໍໂທດທີ່ຂ້ອຍຄິດວ່າຊິກ້າວຫນ້າດ້ວຍຕົນເອງ ເພື່ອກະກຽມ ”ການຊ່ອຍກັນຮຽນ” ກໍ່ເລີຍລັກຊື້ປຶ້ມແບບຮຽນພາສາຈີນທີ່ມີຂາຍໃນຍີ່ປຸ່ນ.
ເພື່ອກະກຽມການ”ຊ່ອຍກັນຮຽນ”,ວັນເວລາຮຽນດ້ວຍຕົວເອງທີ່ອັດສະຈັນໄດ້ຕໍ່ເນື່ອງ.
ແລ້ວຂ້ອຍກໍ່ຈຳແນກຄວາມແຕກຕ່າງໄດ້.
ປຶ້ມແບບຮຽນທີ່ຂຽນສຳລັບຄົນຍີ່ປຸ່ນນີ້ ເຂົ້າໃຈງ່າຍດີເວີ້ຍ (ຮຶຮຶຮຶ).
ໂດຍສະເພາະ ຄຳອະທິບາຍ ການອອກສຽງໃນພາສາຍີ່ປຸ່ນ ມານຳໃຊ້ໃນການອອກສຽາພາສາຈີນແມ່ນມີປະໂຫຍດຫລາຍ,
ເຊັ່ນຕົວຢ່າງວ່າ: ກ່ອນອື່ນ ເວລາອ່ານພະຍັນຊະນະຍີ່ປຸ່ນໂຕ ”ເອະ”ແລ້ວກໍ່ປ່ຽນຮູບປາກ
ມາອ່ານໂຕພະຍັນຊະນະ”ໂອະ”ໂດຍທີ່ບໍ່ຕ້ອງຮຸບປາກເລີຍ.
ຫລັກການເຫລົ່ານີ້ລາວບໍ່ໄດ້ອະທິບາຍຢ່າງເປັນຮູບປະທຳຈັກຫນ້ອຍເລີຍ.
ພາຍໃນເວລາບໍ່ດົນ ຂ້ອຍຄິດວ່າ”ຖ້າເບິ່ງເດີ້ ຊິເຮັດໃຫ້ລາວແປກປະຫລາດໃຈ” ສະນັ້ນ ຂ້ອຍກໍ່ເລີຍ ກາຍເປັນນັກຮຽນດຸຫມັ່ນ ທີ່ລັກຮຽນຕຳລາຮຽນດ້ວຍຕົນເອງຢູ່ເຮືອນ.“
ຕອນທີ່ຂ້ອຍຮູ້ໂຕວ່າ ການຮຽນດ້ວຍໂຕເອງໄດ້ຮັບຜົນແນ່ນອນກໍ່ຄືຕອນ ”ຊ່ອຍກັນຮຽນ”.ປາກົດວ່າອາຈານຫົວຫລາຍຂຶ້ນກວ່າເກົ່າ,
ແຖມລາວຍັງຍ້ອງຂ້ອຍວ່າ”ດີຫລາຍ”.ເດັກນ້ອຍຈີນເວົ້າຕົງຕົງ.
ວ່າແລ້ວ ຂ້ອຍອາດຈະບໍ່ມັກທີ່ພວກເຮົາມີຄວາມແຕກຕ່າງລະຫວ່າງລະດັບ
ຄວາມຮູ້ດ້ານພາສາ,ກໍ່ຍັອນວ່າຈະ”ຊ່ອຍກັນຮຽນ”ນັ້ນເອງ.
ແຕ່ວ່າຄວາມໂລ່ງໃຈຂອງຂ້ອຍກໍ່ພຽງຊົ່ວຄາວເທົ່ານັ້ນ,”ອາຈານນ້ອຍ”ຄົນນີ້ ກໍ່ໃຫ້ບັນຫາຍາກກັບຂ້ອຍອິກແລ້ວ.
ລາວບອກວ່າ:”ທ່ອງຂຶ້ນໃຈຕຳລາຮຽນນີ້ເດີ້” ຂ້ອຍເຄີຍແຕ່ໄດ້ຍິນແຕ່ຄຳຊ່າວ່າ”ທ່ອງຂຶ້ນໃຈຫມົດທຸກອັນ”
ຕາມຄວາມຄິດຂອງລາວຄືຊິແມ່ນ ການຮຽນພາສາຕ່າງປະເທດຂໍ້ສຳຄັນທີ່ສຸດແມ່ນ ການທ່ອງຂຶ້ນໃຈ.
”ການທີ່ຄົນເຮົາເວົ້າຫຍັງອອກມາ ແມ່ນການເອົາທຸກສິ່ງທີ່ມີຢູ່ໃນຫົວອອກມາ,
ຖ້າໃນຫົວບໍ່ມີຄຳເວົ້ານັ້ນຢູ່ກໍ່ຈະບໍ່ສາມາດເວົ້າຄຳນັ້ນອອກມາໄດ້”
”ເຖິງຈະພະຍາຍາມຖອກນ້ຳ ອອກຈາກຄຸທີ່ເປົ່າ ນຳ້ກໍ່ບໍ່ມີທາງອອກມາ”
”ເພາະສະນັ້ນ ມັນຈຳເປັນທີ່ຈະຕ້ອງທ້ອນພາສາຈີນໄວ້ໃນຫົວຫລາຍຫລາຍ.”
ຄິດວ່ານັ້ນແມ່ນທິດສະດີຫນຶ່ງແນ່ນອນ.
ສະຫລຸບວ່າຍ້ອນການຮຽນແບບຈື່ໃຫ້ຫມົດ ພາສາຍີ່ປຸ່ນຂອງລາວຈຶ່ງເກັ່ງຫລາຍ
ສະນັ້ນຈຶ່ງມີອິດທິພົນໃນການແນະນຳ,ຂ້ອຍກໍ່ເລີຍເຮັດຕາມຄຳແນະນຳຂອງລາວ.
ພາຍໃນອາທິດຫນຶ່ງຂ້ອຍຕ້ອງຈື່ປະໂຫຍກໃຫ້ໄດ້ເປັນຈຳນວນຫລວງຫລາຍປະໂຫຍກ,
ຕອນນັ້ນຊີວິດປະຈຳວັນຂອງຂ້ອຍຫຍຸ້ງຫລາຍຂຶ້ນ.
ແຕ່ລະເຊົ້າຕ້ອງຕື່ນແຕ່ເຈັດໂມງ,ແລ້ວຟ້າວອ່ານຕຳລາຮຽນໃຫ້ອອກສຽງດັງດັງຫນຶ່ງ
ຊົ່ວໂມງ,ຕ້ອງຟັງຊີດີຂອງຕຳລາຮຽນຕອນໄປມະຫາວິທະຍາໄລ,ໃນຊົ່ວໂມງຜັກຜ່ອນກໍ່
ຕ້ອງເອົາປຶ້ມຕຳລາຮຽນມາທົບທວນຄືນ.ພໍເລີກຮຽນປຸບກໍ່ຕ້ອງຟ້າວໄປເຮັດວຽກພາດ
ທາມຕໍ່,ຈົນຮອດສິບໂມງກາງຄືນຈຶ່ງໄດ້ກັບມາເຮືອນ,ແຕ່ລະຄືນ ກ່ອນນອນກໍ່ຕ້ອງຮຽນ
ອີກສອງສາມຊົ່ວໂມງ.
ບຶດລະອັນນີ້ ບຶດລະອັນນັ້ນ ໄປຫາລາວຢູ່ເຮືອນ ທ່ອງບົດຮຽນໃຫ້ລາວຟັງ ເພື່ອກຽມ
ພ້ອມມື້ທີ່ຊິ ”ຊ່ອຍກັນຮຽນ”.ລາວອົດສາຟັງຂ້ອຍທ່ອງບົດຮຽນ ແລ້ວແກ້ໄຂສຳນຽງແລະ
ການອອກສຽງວັນນະຍຸດ ທີ່ຜິດໃຫ້ກັບຂ້ອຍ.
ຍ້ອນບຸນຄຸນຂອງລາວ ພາສາຈີນຂອງຂ້ອຍຈຶ່ງພັດທະນາຂຶ້ນຫລາຍເຕີບ,
ຮູ້ສຶກຂອບໃຈອາຈານນ້ອຍຄົນນີ້ຫລາຍທີ່ສຸດເລີຍ.ແລະແລ້ວໃນທີ່ສຸດ
ລາວກໍ່ເວົ້າກັບຂ້ອຍວ່າ”ຈາກນີ້ໄປ ຈຶ່ງຈະແມ່ນ ການຊ່ອຍກັນຮຽນທີ່ແທ້ຈິງ”
”ໂດຍ ເຂົ້າໃຈແລ້ວ ອາຈານ”