
ຂຽນເມື່ອ: ຕ.ລ.. 14, 2011
| ມີ
15 ຄຳເຫັນ
ແລະ
0 trackback(s)
ຕອນທີ່ຍັງເປັນນັກຮຽນມັດທະຍົມ ຂັບລົດຈັກໄປໃສມາໃສກະຕ້ອງສໍາຫຼວດກ່ອນວ່າບ່ອນໃດມີຕໍາຫຼວດ ບ່ອນໃດບໍ່ມີ, ເພາະຕອນນັ້ນຍັງບໍ່ມີໃບຂັບຂີ່ ແຕ່ພັດມີເວລາຫວ່າງຫຼາຍ ເລີຍມັກເລາະໜ້ອຍໜຶ່ງ. ບໍ່ຮູ້ເປັນຫຍັງເຫັນຕໍາຫຼວດແລ້ວມັນເກັງ, ຈົນດຽວນີ້ມີໃບຂັບຂີ່ໄດ້ຫຼາຍປີແລ້ວ ແຕ່ເຫັນຕໍາຫຼວດເທື່ອໃດກະຍັງຕ້ອງແນມໆ ແລ້ວຄິດວ່າເອກະສານຄົບຫຼືຍັງ, ຂີ່ກາຍຕໍາຫຼວດຕ້ອງລັກໃຊ້ຫາງຕາແນມຢ້ານຖືກເປົ່າ, ສົງໄສຄົງເປັນຄວາມຊົງຈໍາບໍ່ດີທີ່ຕິດມາແຕ່ຍັງນ້ອຍ.
ຫຼາຍຄັ້ງທີ່ຂ້ອຍໄດ້ຍິນເຂົາເວົ້າວ່າ “ຖືກຕໍາຫຼວດກັກ ເອກະສານກະຄົບ ແຕ່ກະຕ້ອງເສຍເງິນເພາະກະເຈົ້າບອກໃຫ້ເອົາເງິນກິນນໍ້າກິນໄນໃຫ້ແດ່”“ຖືກຕໍາຫຼວດກັກ ເອົາເງິນໃຫ້ໜ້ອຍກະເຈົ້າກະບໍ່ຍອມປ່ອຍ ບອກວ່າຊື້ເ*ຍກະຕ້ອງຊື້ສອງແກ້ວ...”ແລະ ມັນຍິ່ງເຮັດໃຫ້ເກີດອະຄະຕິກັບຕໍາຫຼວດຈະລາຈອນແບບບໍ່ມີເຫດຜົນ.
ແຕ່ພໍມາເບິ່ງດີໆ ຈະເຫັນວ່າຕໍາຫຼວດຈະລາຈອນນີ້ໜ້າເຫັນໃຈຫຼາຍ, ເຮົາໆເຂົ້າການກັນປະມານ 8 ໂມງ ແລະ ເລີກການປະມານ 4-5 ໂມງ, ແຕ່ວ່າຕອນເຊົ້າຂ້ອຍອອກບ້ານແຕ່7ໂມງ ກໍ່ຈະເຫັນຕໍາຫຼວດຈະລາຈອນຢືນຖ້າໃຫ້ສັນຍາໂບກລົດ ເພື່ອໃຫ້ຄວາມສະດວກແກ່ປະຊາຊົນ, ບໍ່ຮູ້ຕ້ອງຢືນດົນເທົ່າໃດ, ໃຊ້ແຮງເປົ່າໝາກຫວີດຈົນໜ້າດໍາຄໍແດງ ຄວັນລົດກະຫຼາຍ, ຍິ່ງລົດບາງຄັນບໍ່ຟັງກົດ ໃຜກະຢາກໄປບໍ່ລໍຖ້າ ຕໍາຫຼວດເຜີໜ້ອຍໜຶ່ງເປັນເລັ່ງ ໂດຍບໍ່ສົນໝາກຫວີດ ຫຼື ສຽງແກທີ່ຮ້ອງໄລ່. ສຸດໆຄືຕອນແລງ, ມີມື້ໜຶ່ງຂີ່ກັບບ້ານຜ່ານແຖວໂຮງກາຍຍະສິນໄປທາງໂພນຕ້ອງ ມີທາງແຍກສາຍໜຶ່ງບໍ່ມີໄຟແດງ, ລົດຕິດເອົາແທ້ເອົາວ່າຈົນເໜັງເກືອບບໍ່ໄດ້, ຮ້ອນກະຮ້ອນ ທັງຄົນເລີກການຟ້າວເມືອ, ທັງນັກຮຽນຟ້າວໄປຮຽນ, ຂ້ອຍໄດ້ແຕ່ຖ້າສຽງໝາກຫວີດໃຫ້ສັນຍານຂອງຕໍາຫຼວດ ແຕ່ກໍ່ຍັງບໍ່ຮອດທາງຂ້ອຍໄປ, ຂ້ອຍແນມເບິ່ງລົດຄັນນັ້ນຄັນນີ້ຂ້າເວລາ ແລ້ວບັງເອີນແນມເຫັນ“ໜ້າ”ອ້າຍຕໍາຫຼວດຜູ້ເປົ່າໝາກຫວີດ ແນມເບິ່ງຄໍລາວ ບາງບ່ອນຈະເຫັນມີກ່ານຂາວເລັກນ້ອຍ ບອກວ່າຊາຍຄົນນີ້ຜິວແທນນິດໆ ແຕ່ແນມເບິ່ງໜ້າຂອງລາວ ໂອ້ຍ ດໍາຄືກົ້ນໝໍ້ທີ່ໃຊ້ງານແລ້ວຫຼາຍປີນີ້ລະ ດໍາອີ່ຫຼີ ເຫັນແຕ່ຕາແດງໆ ຄໍກະແດງຍ້ອນເປົ່າໝາກຫວີດ ຈັ່ງແມ່ນລາວເປັນຕາອີ່ຕົນ.
ສົດໆຄືມື້ວານຂ້ອຍໄດ້ໄປເລາະບຸນຊ່ວງເຮືອ, ມັນເປັນວັນພັກຂອງຫຼາຍຄົນທີ່ຈະໄປທ່ຽວກັບຄອບຄົວ ແຕ່ກັບເປັນວັນຫຍຸ້ງຂອງຕໍາຫຼວດຈະລາຈອນ, ທັງອຸບັດຕິເຫດ ທັງຕ້ອງອໍານວຍຄວາມສະດວກເທິງທ້ອງຖະໜົນ, ກາງຄືນກໍ່ຕ້ອງມານອນເຝົ້າປ້ອມຍາມເກືອຍຸງ.
ແຕ່ໜ້າທີ່ກໍ່ຄືໜ້າທີ່, ເຖິງຫຼາຍຄັ້ງຖືກປະຊາຊົນຕໍ່ວ່າ.
ທັ້ງທີ່ຈິງຕໍາຫຼວດທີ່ຢູ່ຕາມຖະໜົນຈະເຮັດໃຫ້ເຮົາວາງໃຈເລື່ອງຄວາມປອດໄພ ພັດໄປຢ້ານເຂົາເຈົ້າ. ຫຼາຍຄັ້ງທີ່ລໍາຄານເມື່ອເຫັນຕໍາຫຼວດຢູ່ຫຼາຍຈຸດ ແທນທີ່ຈະດີໃຈວ່າມີຄວາມປອດໄພສູງ ເຮົາກັບແນມໄປວ່າເຂົາຈະເອົາແຕ່ເງິນເຮົາ...
ຂ້ອຍເລີຍສະຫຼຸບໄດ້ວ່າ ຕໍາຫຼວດທີ່ຮັກໜ້າທີ່ກໍ່ຍັງມີຫຼາຍຍຍຍຍຍເດີ້!