
ຂຽນເມື່ອ: ພ.ຈ.. 22, 2011
| ມີ
4 ຄຳເຫັນ
ແລະ
0 trackback(s)
ເວັບໄຊໂຊຟອສ ຊຶ່ງເປັນບໍລິສັດ ຮັກສາຄວາມປອດໄພຊອຟແວ ແລະ ຮາດແວ ເປີດເຜີຍວ່າ ພູມິພາກອາຊີ ກາຍເປັນພູມິພາກທີ່ແຜ່ຂໍ້ຄວາມຂີ້ເຫຍື້ອ (ສະແປມ) ຫຼາຍທີ່ສຸດໃນໂລກ ຄິດເປັນເຄິ່ງໜຶ່ງຂອງທັງໝົດ ແລະ ຫຼາຍກວ່າສະຫະລັດອາເມລິກາ ຊຶ່ງເປັນປະເທດຕົ້ນທາງ.
ຂະນະທີ່ເມື່ອທຽບກັບຫຼາຍປະເທດ ພົບວ່າສະຫະລັດອາເມລິກາ ເປັນປະເທດທີ່ມີອັດຕາການສົ່ງຂໍ້ຄວາມຂີ້ເຫຍື້ອຫຼາຍທີ່ສຸດເຖິງ ຮ້ອຍລະ 11,3 ຕາມດ້ວຍ ສ.ເກົາຫຼີ ຮ້ອຍລະ 9,6 ອິນເດຍ 8,8 ຣັດເຊຍ ແລະ ບຣາຊິນ ໃນອັດຕາຮ້ອຍລະ 7,9 ແລະ 5,7 ຕາມລຳດັບ.
ໂດຍອັນດັບ 6 ຕົກເປັນຂອງໄຕ້ຫວັນ ຮ້ອຍລະ 3,8 ຫວຽດນາມ 3,5 ອິນໂດເນເຊຍ 3,3 ອູແກຣນ 3,1 ຣູມານີ 2,8 ປາກິດສະຖານ 2,0 ແລະ ອີຕາລີ ໃນອັນດັບ 10 ທີ່ຮ້ອຍລະ 1,9.
ໂຊຟອສ ລະບຸໃນລາຍງານໄຕມາດ 3 ປີ 2011 ວ່າ ອັດຕາສ່ວນຂອງສະແປມທີ່ມີຕົ້ນກຳເນີດຈາກອາຊີ ມີຫຼາຍເຖິງຮ້ອຍລະ 50,1 ຂອງສະແປມທົ່ວໂລກ ເພີ່ມຂຶ້ນຢ່າງຫຼວງຫຼາຍ ຈາກຮ້ອຍລະ 35,1 ໃນໄຕມາດ 3 ຂອງປີກ່ອນ ຕາມມາດ້ວຍເອີຣົບ ທີ່ຮ້ອຍລະ 21,4 ແລະ ອາເມລິກາເໜືອ ທີ່ຮ້ອຍລະ 12,2.
ເຖິ່ງແມ່ນສະຫະລັດ ຍັງຄອງຕຳແໜ່ງປະເທດສົ່ງສະແປມຫຼາຍທີ່ສຸດໃນໂລກ ແຕ່ປະເທດໃນອາຊີສົ່ງສະແປມລວມກັນຫຼາຍທີ່ສຸດ ຊຶ່ງເປັນສິ່ງສະທ້ອນວ່າ ຄົນໃນອາຊີອອນລາຍຫຼາຍຂຶ້ນ ແຕ່ກັບບໍ່ມີມາດຕະການທີ່ເໝາະສົມໃນການປ້ອງກັນຄອມພິວເຕີບໍ່ໃຫ້ໄດ້ຮັບສະແປມ ຊຶ່ງເກີດຈາກການນຳໃຊ້ບອດເນັດຢ່າງແຜ່ຫຼາຍ.
ສະແປມທີ່ເຂົ້າໄປກໍ່ກວນບັນຊີອີເມວຂອງຜູ້ໃຊ້ ມີຕັ້ງແຕ່ໂຄສະນາ ຈົນເຖິງການໂຈມຕີຄອມພິວເຕີຢ່າງຮ້າຍແຮງ ກໍລະນີຮ້າຍທີ່ສຸດ ສະແປມອາດເຮັດໃຫ້ເຄື່ອງຄອມພິວເຕີຕິດໄວຣັດໂທຣຈັນ ຫຼື ເຂົ້າໄປລັກຂໍ້ມູນບັນຊີການເງິນໄດ້.
ຂໍ້ມູນຈາກ ໜັງສືພິມວຽງຈັນໃໝ່ ສະບັບວັນທີ 22 ພະຈິກ 2011 ໜ້າ 4 ໂດຍ: ຄົນສັງຄົມ (ທີ່ເອົາມາຈາກໜັງສືພິມມະຕິຊົນ ອີກຮອບໜຶ່ງ)
ປ.ລ: ບໍ່ຮູ້ຈະໃສ່ທີ່ມາຂໍ້ມູນ ເລີຍໃສ່ທັງສອງ ຜູ້ຮູ້ຊີ້ແນະແດ່ເດີ້. ຂອບໃຈ.