ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 4, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

ແປແນວຄິດສ້າງສັນຂອງຄົນຈີນມາຝາກ

ຄວາມຕ່າງລະຫວ່າງກ່ອນ ແລະ ຫຼັງເຂົ້າເຮັດວຽກຢູ່ບໍລິສັດ

ກ່ອນເຂົ້າເຮັດວຽກ:

ຫົວໜ້າ: ຍິນດີເປັນຢ່າງຍິ່ງ ຖ້າບໍ່ມີ້ເຈົ້າບໍລິສັດຂອງພວກເຮົາຕ້ອງຕ່າງຈາກນີ້ຫຼາຍແນ່ນອນ!
ພະນັກງານ: ຖ້າເຮັດວຽກເມື່ອຍເກີນໄປ ບາງທີ່ນ້ອງອາດຈະຂໍລາອອກກະໄດ້
ຫົວໜ້າ: ບໍ່ຕ້ອງກັງວົນ ອ້າຍບໍ່ຍອມໃຫ້ເລື່ອງແບບນີ້ເກີດຂຶ້ນດອກ!
ພະນັກງານ: ນ້ອງມີວັນພັກເສົາ-ອາທິດ ຢູ່ບໍ?
ຫົວໜ້າ: ແນ່ນອນ ນີ້ເປັນຂັ້ນພື້ນຖານທີ່ສຸດ!
ພະນັກງານ: ປົກກະຕິໄດ້ເຮັດ OT ຈົນແຈ້ງທຸກມື້ບໍ?
ຫົວໜ້າ: ເປັນໄປບໍ່ໄດ້ ແມ່ນໃຜບອກເກ໊າະ?
ພະນັກງານ: ມີເງິນຄ່າອາຫານໃຫ້ບໍ?
ຫົວໜ້າ: ຫາຍຫ່ວງ ແນ່ນອນວ່າສູງກວ່າບໍລິສັດອື່ນ!
ພະນັກງານ: ມີຄວາມສ່ຽງທີ່ວ່າ ເຮັດວຽກຫຼາຍຈົນຕາຍກະທັນຫັນບໍ?
ຫົວໜ້າ: ບໍ່ມີ ນ້ອງມີຄວາມຄິດແບບນີ້ໄດ້ແນວໃດ?
ພະນັກງານ: ບໍລິສັດມີກໍານົດພາໄປທ່ຽວຢູ່ຫວ໋າ?
ຫົວໜ້າ: ນີ້ເປັນກົດທີ່ຂຽນເປັນລາຍລັກອັກສອນຂອງພວກເຮົາ!
ພະນັກງານ: ຈັ່ງຊັ້ນ ນ້ອງຕ້ອງມາການຕົງເວລາບໍ?
ຫົວໜ້າ: ບໍ່, ແລ້ວແຕ່ສະພາບ!
ພະນັກງານ: ເງິນເດືອນເດ໊ ເບີກຕົງເວລາຢູ່ບໍ?
ຫົວໜ້າ: ເປັນແນວນີ້ແຕ່ໃດມາແລ້ວ!
ພະນັກງານ: ວຽກທຸກຢ່າງແມ່ນພະນັກງານໃໝ່ເຮັດໝົດຫວ໋ະ?
ຫົວໜ້າ: ເປັນໄປໄດ້ແນວໃດ, ຍັງມີພະນັກງານຄຸນວຸດທິສູງຫຼາຍຄົນທີ່ເປັນຫົວໜ້ານ້ອງ!
ພະນັກງານ: ຖ້າຂາດແຄນຕຳແໜ່ງຜູ້ບໍລິຫານ ນ້ອງມີສິດຮ່ວມຊິງບໍ?
ຫົວໜ້າ: ບໍ່ຕ້ອງສົງໃສກະໄດ້ ເພາະນີ້ເປັນກົນໄກການດໍາລົງຊີວິດຊອງບໍລິສັດ!
ພະນັກງານ: ອ້າຍບໍ່ໄດ້ຕົວະນ້ອງຕິເບາະ?
 

ຫຼັງຈາກເຂົ້າເຮັດວຽກຢູ່ບໍລິສັດ...........ກະລຸນາອ່ານຈາກລຸ່ມຂຶ້ນເທິງ

MST

ຂຽນເມື່ອ ຂຽນເມື່ອ: ພ.ພ.. 30, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

ຂໍຖາມຜູ້ທີ່ຮູ້ ເລື່ອງຂະໜາດມາດຕະຖານໃນການພິມເອກະສານທົ່ວໄປ ຫຼື ການພິມສັນຍາຕ່າງໆ, ຢາກຮູ້ວ່າຂະໜາດເຈ້ຍ A4 ຕ້ອງໃຫ້ຖັນ ແຖວ ຫ່າງກັນເທົ່າໃດ?

ມີແບບມາດຕະຖານທາງການບໍ່? ລົບກວນຜູ້ຮູ້ແບ່ງປັນນໍາ.

ຂຽນເມື່ອ ຂຽນເມື່ອ: ກ.ພ.. 11, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

          ມື້ວານນີ້ລົດຂອງຄົນທີ່ເຮັດວຽກຫ້ອງການດຽວກັນເສຍ, ເປັນລົດ ເວບ 100 ສີແດງ, ທະບຽນ ຍນ 5552, ຈອດໄວ້ໜ້າຫ້ອງການ ແລ້ວນັ່ງເຮັດວຽກຢູ່ໃນຫ້ອງການ ປະຕູເປັນແກ້ວແວ່ນ ແຕ່ໂຈນກໍ່ຍັງໃຈກ້າ ແລະ ໄວກວ່າສາຍຕາພວກເຮົາ.

         ບັນຫານີ້ມັນປານໃດຈິ່ງຈະໝົດໄປຈາກປະເທດເຮົາ? ນັບມື້ມັນນັບຮຸນແຮງ ທັງລົດຈັກ ລົດໃຫຍ່ ກະຖືກລັກໄປໝົດ. ເປັນຫຍັງຍັງລັກກັນຢູ່?

     1. ເພາະຍັງມີຄົນຊື້? ເພາະລາຄາຖືກ ໂດຍບໍ່ສົນວ່າລົດມັນຈະມາຈາກໃສ ເຈົ້າຂອງເຂົາຫາເງິນກວ່າຈະໄດ້ລົດມາຍາກເທົ່າໃດກະບໍ່ສົນ ຂໍໃຫ້ຂ້ອຍໄດ້ລົດລາຄາຖືກ ?ເພາະບໍ່ມີເງິນພໍທີ່ຈະຊື້ລົດໃໝ່, ຫາເງິນເມື່ອຍແຕ່ເຈົ້າຫວ໋າ?

     2.ແຕ່ຖ້າຊື້ລົດລັກໄປ ບໍ່ມີເອກະສານລົດເດ? ເຮັດເອກະສານປອມຂຶ້ນມາ, ແລ້ວເອກະສານນັ້ນຕໍາຫຼວດຈະລາຈອນສາມາດແຍກອອກບໍ່ວ່າອັນໃດຂອງແທ້ຂອງປອມ? ຫຼື ເພາະເອກະສານປອມນັ້ນ ທີ່ຈິງມັນເປັນຂອງຄົນໃນເຮັດໃຫ້?

     3.ຄວນເຮັດນະໂຍບາຍແນວໃດກັບບັນຫານີ້? ປ່ອຍໄປ ຫຼື ຄວນອອກມາດຕະການເຂັ້ມງວດກັບຮ້ານຂາຍລົດມືສອງ ຫຼື ການຂຶ້ນທະບຽນລົດແນວໃດ?

......................................

ຫຼາຍໆຄຳຖາມມັນເກີດມາໃນສະໝອງ, ເຮົາຕ້ອງຢູ່ດ້ວຍຄວາມກັງວົນວ່າມື້ໃດເຮົາຈະຖືກ, ຂ່າວການລັກ, ປຸ້ນຈີ້... ທັງກາງເວັນ ແລະ ກາງຄືນ, ທັງຢູ່ຕາມຫົນທາງ ແລະ ຫ້າງຮ້ານ ບ້ານເຮືອນ, ມັນໃກ້ຕົວເຫຼືອເກີນ.