ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 17, 2011 | ມີ 25 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

ສະບາຍດີ​ທຸກ​ທ່ານ, ກ່ອນ​ອື່ນ​ໝົດ​ຂໍ​ສະ​ແດງ​ເຈ​ດຈໍານົງ ກໍ່ຄື​ດັ່ງ​ທີ່ຫົວ​ຂໍ້​ໄດ້​ບອກ, ​ເພາະ​ມີ​ບາງ​ທ່ານ​ສົງ​ໃສ​ເລື່ອງ​ຄວາມ​ເຊື່ອ​ຂອງ​ຊາວ​ຄຣິສຕຽນ​ເພິ່ນ​ໄດ້​ຖາມ​ເຂົ້າ​ມາ ​ແລະ ຂໍ​ໃຫ້​ຕອບ​ທາງ​ໜ້າ​ໄມ. ຂໍ​ເຂົ້າ​ເລື່ອງ​ເລີຍ​​ເນາະ.

ຖາມວ່າພຣະເຈົ້າໃນສາສະຫນາຂອງເຈົ້າເກີດຕາມຫລັງພຸດທະສາສະຫນາເອົາອັນຢັ້ງຢືນວ່າສ້າງໂລກ?
ຖ້າ​ຄິດ​ໄລ່​ຕາມ ພສ ຫຼື ຄສ ​ແລ້ວ ​ແມ່ນ​ວ່າ ຄສ ຈະຊ້າ​ກວ່າ​ ພສ ພັນກວ່າ​ປີ, ​ແຕ່​ຖ້າ​​ໄດ້​ສຶກສາ​ພຣະຄໍາ​ພີ​ຈະ​ພົບວ່າ​ພຣະ​ເຈົ້າ​ສ້າງ​ໂລກ​ສ້າງ​ຈັກກະວານ ສ້າງ​ທຸກ​ສິ່ງມາ​ຕັ້ງ​ແຕ່​ດົນ​ນນນນນານ​ນນນນ ມາ​ແລ້ວ​ (ຖ້າ​ໃຜ​ໄດ້​ສຶກສາ​ປະຫວັດ​ສາດ​​ເລື່ອງ​ການ​ອອກ​ຈາກ​​ເອຢິບ​ຂອງ​ຊາວ​ຢິວທີ່​ເປັນ​ຂ້າ​ທາດ​ຢູ່​​ເອຢິບ​ຫຼາຍ​ກວ່າ 400​ປີ ກໍ່ຄົງ​ພໍ​ເຂົ້າ​ໃຈ) ເຊິ່ງພຣະ​ເຈົ້າ​ອົງ​ນີ້​​ໄດ້​ນໍາພາ​ເຂົາ​ເຈົ້າ​ອອກ​ຈາກ​​ເອຢິບ ​ໂດຍ​​ເຮັດ​ການ​ອັດສະຈັນ​ຫຼາຍ​ຢ່າງ​ຈົນ​ເຮ​ໂລດ​ເຊິ່ງ​ເປັນ​ຜູ້​ປົກຄອງ​​ເອຢິບ​ຕອນ​ນັ້ນ​ ຈໍາ​ຕ້ອງຍອມ​ປ່ອຍ​ຂ້າ​ທາດ​ທີ່ຮັບ​​ໃຊ້​ເຂົ້າ​ຟຣີໆ​ໄປ​, ຫຼັງ​ຈາກ​ທີ່​ອອກ​ມາ​ແລ້ວກໍ່​ໄດ້​ສ້າງ​ເປັນ​ປະ​ເທດໜຶ່ງ​ເຊິ່ງ​ໃສ່​ຊື່ວ່າ​ອິດສະ​ລາ​ເອນ ຕາມ​ຊື່ບັນພະ​ບູລຸດຜູ້​ທີ່​​ເປັນ​ຜູ້​ນໍາພາ​ເຂົາເຂົ້າ​ໄປ​ເອຢິບ……​.
ຊ່ວງ​ໄລຍະ​ນີ້​ກໍ່ມີ​ເຫດ​ການ​ຫຼາຍ​ຢ່າງ ​ເຊິ່ງ​ມັນ​ຍາວ​ວວວວວວຍາວ​ວວວ, ຖ້າມີ​ຄົນ​ສົນ​ໃຈ​​ເນື້ອ​ໃນລະອຽດລະ​ຈະ​ເອົາ​ມາ​ຝາກ​ຕາ​ມຫຼັງ​ເນາະ.
ມາ​ເຖິງສະ​ໄໝ​ພຣະ​ເຢຊູ. ພວກ​ເຮົາ​ເອີ້ນພຣະ​ອົງວ່າ​ເປັນ “ພຣະຜູ້​ຊ່ວຍ” ​ເພາະ​ພຣະອົງ​ເກີດ​ມາ​ຈາກ​ຍິງ​ພົມມະຈາຣີ ຊື່ວ່າ “ມາຣິອາ” ​ແຫ່ງ​ກຸງ​​ເຢລູຊາ​ເລັມ ອິດສະ​ລາ​ເອນ, ພຣະ​ເຢຊູ​ເລີ່​ມປະກາດ​ຂ່າວ​ຄວາມ​ພົ້ນ​ແບບ​ຈິງ​ຈັງ (ໝາຍ​ເຖິງ​ກ່ອນ​ໜ້າກໍ່​ເວົ້າ​ເລື່ອງ​ພຣະ​ເຈົ້າ ​ແຕ່​ພຣະອົງ​ບໍ່​ເຖິງ​ຂັ້ນ​ອອກ​ຈາກບ້ານທ່ຽວປະກາດ) ຕອນທີ່​ພຣະອົງ​ອາຍຸປະມານ 30ປີ, ພຣະອົງ​ໄດ້​ຮັບ​ບັບຕິດ​ສະມາ (ພິທີ​ລ້າງບາບ​ທີ່​ຫຼາຍ​ຄົນ​ເຂົ້າ​ໃຈ) ​ແລ້ວ​ກໍ່​ເລີ່​ມການ​ປະກາດ​ເລື່ອງ​​ໃຫ້ກັບ​ໃຈ ​ເລີກ​ຈາກ​ການ​ບາບ, ​ເວົ້າ​ເລື່ອງ​ອານາຈັກ​ສະຫວັນ. ຊຶ່ງສະ​ໄໝ​ກ່ອນ​ຄົນ​ທີ່​ຮູ້​ຈັກ​ພຣະ​ເຈົ້າ​ສ່ວນ​ໃຫຍ່ຈະ​ເປັນ​​ຊາວຢິວ​ ​ແຕ່​ພຣະ​ເຢຊູ​ໄດ້ປະກາດໃຫ້​ຊາວ​ຕ່າງ​ຊາດ (ຜູ້​ທີ່​ບໍ່​ແມ່ນ​ຊາວ​ຢິວ) ​ໃຫ້​ຮູ້ຈັກ​ກັບ​ພຣະ​ເຈົ້າ ​ແລະ ປ່ຽນ​ບັນຍັດ​ຈາກ ​ເມື່ອ​ຕອນ​ທີ່​ພຣະ​ເຈົ້າ​ນໍາ​ເຂົາ​ອອກ​​ຈາກ​​ເອຢິບ​ມີ 10 ຂໍ້:
1    ພຣະ​ຜູ້​ເປັ​ນ​ເຈົ້າ​ຊົງ​ກ່າວ​ຖ້ອຍ​ຄຳ​ຕໍ່​ໄປ​ນີ້​ວ່າ,
2    “ເຮົາ​ແມ່ນ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ເຈົ້າ ຜູ້​ໄດ້​ນຳ​ພາ​ພວກ​ເຈົ້າ​ອອກ​ຈາກ​ປະ​ເທດ​ເອ​ຢິບ ຄື​ອອກ​ຈາກ​ປະ​ເທດ​ທີ່​ພວກ​ເຈົ້າ​ໄດ້​ຕົກ​ເປັນ​ທາດ
3    ພວ​ກ​ເຈົ້າ​ຢ່າ​ມີ​ພຣະ​ອື່ນ ນອກ​ຈາກ​ເຮົາ
4    ພວກ​ເຈົ້າ​ຢ່າ​ເຮັດ​ຮູບ​ເຄົາຣົບ​ສໍາ​ລັບ​ຕົນ ຫລື​ຮູບສິ່ງ​ນຶ່ງ​ສິ່ງ​ໃດ​ທີ່​ມີ​ຢູ່​ໃນຟ້າ​ສວັນ ໃນ​ແຜ່ນ​ດິນ​ຫລືໃນ​ລຸ່ມ​ແຜ່ນ​ດິນ
5    ຢ່າ​ຂາບ​ໄຫວ້​ຮູບ​ເຫລົ່າ​ນັ້ນ ເພາະ​ວ່າ​ເຮົາ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ເຈົ້າ ແລະ​ເປັນ​ພຣະ​ເຈົ້າ​ຜູ້​ຫວງແຫນ​ພວ​ກ​ເຈົ້າ ເຮົາ​ຈະ​ລົງ​ໂທດ​ລູກ​ຫລານ​ຂອງ​ຜູ້​ທີ່​ຊັງ​ເຮົາ​ເຖິງ​ສາມ​ສີ່​ຊົ່ວ​ອາ​ຍຸ​ຄົນ
6    ແຕ່​ຈະ​ສະ​ແດງ​ຄວາມ​ຮັກ​ຫມັ້ນ​ຄົງ​ຕໍ່​ຜູ້​ທີ່​ຮັກ​ເຮົາ ແລະ​ຕໍ່​ຜູ້​ທີ່​ປະ​ພຶດ​ຕາມ​ພຣະ​ບັນ​ຍັດ​ຂອງ​ເຮົາ​ສືບ​ໄປ​ຫລາຍ​ຊົ່ວ​ອາຍຸ​ພັນ​ຄົນ
7    ພວ​ກ​ເຈົ້າ​ຢ່າ​ໃຊ້​ຊື່​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຈົ້າ ໄປ​ໃນ​ທາງ​ທີ່​ຜິດ​ເພາະ​ເຮົາ​ຈະ​ລົງ​ໂທດ​ຜູ້​ທີ່​ໃຊ້​ຊື່​ເຮົາ​ໄປ​ໃນ​ທາງ​ທີ່​ຜິດ
8    ພວກ​ເຈົ້າ​ຈົ່ງ​ນັບ​ຖື​ວັນ​ສິນ ໃຫ້​ຖື​ເປັນ​ວັນ​ສັກ​ສິດ​ຂອງພຣະ​ຜູ້​ເປັນ​ເຈົ້າ
9    ຈົ່ງ​ເຮັດ​ວຽກ​ທັງ​ປວງ​ຂອງ​ເຈົ້າ​ແຕ່​ໃນ​ຫົກ​ມື້
10 ແຕ່​ມື້​ຖ້ວນ​ເຈັດ​ໃຫ້​ຖື​ເປັນ​ວັນສັກ​ສິດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຈົ້າ ໃນ​ມື້​ນີ້ໃຫ້​ເຈົ້າ​ເອງ​ພ້ອມ​ດ້ວຍ​ບຸດ​ຊາຍ​ບຸດຍິງ ຂ້ອຍ​ທາດ ແລະ​ສັດ​ລ້ຽງ​ຂອງ​ພວກ​ເຈົ້າ​ຕລອດ​ທັງ​ຄົນ​ຕ່າງ​ດ້າວ​ທີ່​ອາໄສ​ຢູ່​ໃນ​ບ້ານ​ເມືອງຂອງ​ພວກ​ເຈົ້າ​ຢຸດ​ເຮັດ​ວຽກ​ທັງ​ຫມົດ
11 ໃນ​ຫົກ​ມື້​ນັ້ນ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊົງ​ສ້າງ​ຟ້າສວັນ​ ແຜ່ນ​ດິນໂລກ ທະ​ເລ ແລະ​ສິ່ງ​ສາ​ຣະ​ພັດ​ທີ່​ມີຢູ່ໃນ​ສາມ​ແຫ່ງ​ນີ້ ແຕ່​ໃນ​ມື້​ຖ້ວນ​ເຈັດ​ພຣະ​ອົງ​ໄດ້​ຢຸດ​ພັກ ດ້ວຍ​ເຫດ​ນີ້ ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ໄດ້​ອວຍ​ພອນ​ໃຫ້​ມື້​ຖ້ວນ​ເຈັດ​ເປັນ​ວັນ​ສິນ​ບໍ​ຣິ​ສຸດ​ສຳ​ລັບ​ພຣະ​ອົງ
12 ຈົ່ງ​ນັບ​ຖື​ບິ​ດາມານ​ດາ​ຂອງ​ເຈົ້າ ເພື່ອ​ເຈົ້າ​ຈະ​ມີ​ອາ​ຍຸ​ຫມັ້ນ​ຍືນ​ຢູ່​ໃນ​ແຜ່​ນ​ດິນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ເຈົ້າ​ໄດ້​ມອບ​ໃຫ້
13 ພວກ​ເຈົ້າ​ຢ່າ​ຂ້າ​ຄົນ
14 ຢ່າ​ລ່ວງ​ເກີນ​ຜົວ​ເມັຽ​ຜູ້​ອື່ນ
15 ຢ່າ​ລັກ​ຊັບ
16 ຢ່າ​ເປັນ​ພຍານ​ເທັດ​ໃສ່​ຮ້າຍ​ເພື່ອນ​ບ້ານ​ຂອງ​ຕົນ
17ຢ່າ​ອີ​ດສາ​ຢາກ​ໄດ້​ເຮືອນ​ຂອງ​ຜູ້​ອື່ນ ຢ່າ​ອິດ​ສາ​ຢາກ​ໄດ້​ຜົວ​ຫລື​ເມັຽ ຢາກ​ໄດ້​ຂ້ອຍ​ທາດ ຢາກ​ໄດ້​ງົວ​ຄວາຍ ຢາກ​ໄດ້​ລໍ​ຫລື​ສິ່ງ​ອື່ນ​ໃດ​ທີ່​ເປັນ​ຂອງ​ຄົນ​ອື່ນ”
​​ ແຕ່​ມະນຸດ​ກໍ່ບໍ່ສາມາດ​ຮັກສາຂໍ້​ບັນຍັດ​ໄດ້, ຈໍາ​ເປັນ​ທີ່ພຣະ​ເຢຊູຕ້ອງ​ມາ​ໃນ​ໂລກ​ເພື່ອ​ໄຖ່​ບາບ​ມະນຸດ ​ແລະ ຕັ້ງ​ບັນຍັດ​ໃໝ່​ຄື 1. ຮັກ​ພຣະ​ເຈົ້າ​ຂອງ​ເຈົ້າ​ສຸດ​ຈິດ​ສຸດ​ໃຈ, 2. ຮັກເພື່ອ​ບ້ານ​​ເໝືອນ​ຮັກ​ຕົນ​ເອງ. ພຣະອົງ​ຈະ​ເນັ້ນ​ເລື່ອງ​ຄວາມ​ຮັກ ​ແລະ ຍ້ອນ​ຮັກ​ນີ້​ພຣະອົງ​ໄດ້​ຍອມ​ໃຫ້​ມະນຸດ​ຂ້ຽນ​ຕີ ​ແລະ ຈັບ​ຄຶງ​ທີ່​ກາງ​ແຂນ.
​ເປັນ​ຫຍັງ​ຕ້ອງ​ເປັນ​ພຣະອົງ? ​ເພາະ​ມະນຸ​ດທີ່​ມີຄວາມ​ບາບ​ບໍ່ສາມາດ​ໄຖ່​ບາ​ບໃຫ້​ກັນ​ໄດ້. ​ໃຜ​ບອກ​ວ່າ​ຕົນ​ເອງ​ບໍ່ມີ​ບາບ? ບໍ່ມີ​ຈັກ​ຄົນ ​ເພາະ​ພວກ​ເຮົາ​ຊາວ​ຄຣິສຕຽນ​ເຊື່ອ​ວ່າການ​ບາບ​ທີ່​ບໍ່ມີ​ການ​ກະ​ທໍາ ພຽງ​ແຕ່​ຄິດບໍ່ດີ​ກໍ່​ເປັນບາບ.
ບາງ​ທ່ານ​ອາດ​ຄິດ​ວ່າ, ​ຖ້າ​ພຣະອົງ​ຕ້ອງການ​ໃຫ້​ຄົນ​ນັບຖື ນະມັດສະການ​ພຣະອົງ​ພຽງ​ຜູ້​ດຽວ​ ຕອນ​ສ້າງ​ມະນຸດ​ຄືບໍ່ສ້າງ​ມາ​ໃຫ້​ຮູ້ຈັກ​ແຕ່​ພຣະອົງຈິ່ງ​ບໍ່​ໄປ​ກາບ​ໄຫ​ວ້ພຣະອື່ນ.?
ຕ້ອງ​ເຂົ້າ​ໃຈ​ວ່າ​ພຣະ​ເຈັ້າຕ້ອງການ​ຜູ້​ທີ່​ນະມັດສະການ​ພຣະອົງ​ຈາກ​ໃຈ, ບໍ່​ແມ່ນ​ຫຸ່ນ​ຍົນ. ດັ່ງ​ນັ້ນ ຍຸກ​ນີ້​ພຣະ​ເຢຊູ​ຈິ່ງ​ມາ​ປະກາ​ດ​ໃຫ້​ທຸກ​ຄົນ​ທັງ​ຢິວ ​ແລະ ບໍ່ແມ່ນ​ຊາວຢິວ ຮູ້​ເລື່ອງ​ນີ້ ເພາະພຣະອົງຕ້ອງການຜູ້ທີ່ນະມັດສະການດ້ວຍຈິດວິນຍານ ບໍ່ແມ່ນນະມັດສະການຕາມປະເພນີ., ​ຜູ້​ທີ່​ຍອມຮັບ (ຈາກ​ກົ້ນ​ບຶ້ງ​ຫົວ​ໃຈ) ວ່າ​ຕົນ​ເປັນ​ຄົນ​ບາບ, ສາລະພາບ ​ແລະ ຂໍ​ໃຫ້​ພຣະ​ເຢຊູ​ມາ​ເປັນ​ພຣະຜູ້​ຊ່ວຍ​ໃຫ້​ລອດ​ກໍ່ຈະ​ໄດ້​ຮັບ​ການ​ໄຖ່​ບາບ.
​ຈໍາ​ເປັນ​ບໍ່ທີ່​ພຣະ​ເຢຊູ​ຕ້ອງ​ມາ​ເກີດ​​ເທິງ​ໂລກ, ພຣະອົງ​ຄືບໍ່​ໃຊ້​ພະລັງ​ອໍານາດ​ໃຫ້​ຄົນ​ເຊື່ອ, ​ເຫາະ​ເຫີ​ນ​ເດີນ​ອາກາດ?
​ເພາະ​ພຣະອົງ​ຕ້ອງ​ເປັນ​ມະນຸດ, ມີ​ຊີວິດ​ຢ່າງ​ມະນຸດ ຈິ່ງ​ບໍ່ມີ​ມະນຸດ​ຖຽງ​ໄດ້​ວ່າ “ພຣະ​ເຈົ້າ​ເປັນ​ພຣະ​ເຈົ້າ ບໍ່​ເປັນ​ມະນຸດ​ຈະ​ຮູ້​ໄດ​ແນວ​ນ​ໃດ​ວ່າ​ໂລກ​ນີ້​ກິ​ເຫຼດຫຼາຍ​ເທົ່າ​ມດ ​ໃຜ​ຈະ​ຫັກ​ຫ້າມ​ໃຈບໍ່​ເຮັດ​ບາບ​ໄດ້ ​ແມ່ນ​ແຕ່​ຄິດບໍ່ມີ​ໃຜ​ບໍ່ຄິດ​ດອກ!” ​ແຕ່​ພຣະອົງ​ມາ​ໃຊ້​ຊີວິດ​ເປັນ​ມະນຸດ 30 ກວ່າ​ປີ, ​​ແບບ​ມະນຸດ ​ແຕ່​ພຣະອົງກໍ່​ເຊື່ອ​ຟັງ ​ພຣະ​ເຈົ້າ ​ແລະ ສະ​ແດ​ງຄວາມ​ຮັກ​ຕໍ່ມະນຸດ​ດ້ວຍ​ການ​ຍອມ​ຕາຍ.
-----------------------------------------------------------------------------------------------
​ເທົ່າ​ນີ້​ກ່ອນ​ເນາະ ຄໍາ​ຖາມ​ອື່ນ​ຈະ​ຕອບ​ໃຫ້​ອາທິດ​ໜ້າ​ເດີ້, ​ເພາະ​ຈະ​ບໍ່​ໄດ້​ຢູ່​ວຽງ​ຈັນ​ອາທິດ​ໜຶ່ງ.
ນີ້​ເປັນຄວາມ​ເຂົ້າ​ໃຈ​ສ່ວນ​ຕົວ ​ແລະ ຄວາມ​ເຊື່ອ​ຈາກ​ປະສົບ​ການ​ຂອງ​ຂ້າພະ​ເຈົ້າ​ກັບ​ພຣະ​ເຈົ້າ, ມັນ​ຄື​ຄວາມ​ເຊື່ອ​ສ່ວນ​ບຸກຄົນ.
ຫຼາຍທ່ານວ່າເຫດຜົນເທົ່ານີ້ ຈະໃຫ້ໃຜເຊື່ອ?
ບໍ່ຕ້ອງເຊື່ອເພາະການເຫຼົ່າດອກ ເລື່ອງແບບນີ້ຕ້ອງອາໃສປະສົບການ ທີ່ບອກແນວໃດກໍ່ສໍາພັດບໍ່ໄດ້.
------ຍາວໜ້ອຍໜຶ່ງ, ແຕ່ກໍ່ຂອບໃຈທຸກ ຄຄຫ ບໍ່ວ່າຈະສະໜັບສະໜູນ ຫຼື ວິຈານ. ຂ້າພຣະເຈົ້າໃຫ້ອິດສະຫຼະກັບທຸກທ່ານທີ່ຈະແລກປ່ຽນຄວາມຄິດເຫັນ