ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 24, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

          ຄືນນີ້ເມື່ອສອງພັນກວ່າປີມາແລ້ວ, ເຊິ່ງເປັນຄືນທີ່ອາກາດໜາວເຢັນ ແຕ່ມີຄົນຈໍານວນໜຶ່ງກໍາລັງເດີນທາງ ຝ່າໝອກຝ່າລົມໃນຄືນທີ່ໜາວເຢັນນີ້, ເພາະມີຄຳສັ່ງຈາກກະສັດວ່າໃຫ້ທຸກຄົນໄປຂຶ້ນສຳມະໂນຄົວເທື່ອທໍາອິດ ຂອງປະເທດ ທີ່ເມືອງເກີດຂອງຕົນຕາມເຊື້ອສາຍແຕ່ລະຄົນ. ແລະຄືນນັ້ນຍັງມີຍິງທ້ອງແກ່ຄົນໜຶ່ງຊື່ວ່າມາຣິອາ ກໍ່ເດີນທາງໄປກັບຂະບວນ, ທ້ອງລາວແກ່ຈວນຈະຄອດແລ້ວ ແຕ່ດ້ວຍຄຳສັ່ງຂອງຜູ້ປົກຄອງລາວຈິ່ງຈຳເປັນ ທີ່ຈະຕ້ອງເດີນທາງທັງເວັນ ແລະ ຄືນດ້ວຍຄວາມລຳບາກຫຼາຍວັນຈົນມາຮອດຈຸດໝາຍ ທີ່ນັ້ນຄືບ້ານເບັດເລເຮັມ ແຂວງຢູດາຍ. ແຕ່ທຸກຢ່າງມັນກັບບໍ່ມີຫຍັງລາບລື່ນເລີຍ, ມາຣິອາມາຮອດຈຸດທີ່ໝາຍກັບໂຢເຊບຄູ່ໝັ້ນຂອງນາງ, ແຕ່ເນື່ອງຈາກຄືນນັ້ນມີຜູ້ຄົນຈຳນວນຫຼາຍຕ່າງກໍ່ມາທີ່ນັ້ນ ເຮັດໃຫ້ບໍ່ມີທີ່ພັກພຽງພໍ ບວກກັບເງິນທີ່ມີຈໍາກັດຂອງ ພວກນາງເຮັດໃຫ້ພວກເຂົາບໍ່ມີທີ່ພັກອາໃສ, ພວກເຂົາຍາງອອກໄປຕາມທາງທີ່ໜາວນັ້ນດ້ວຍຄວາມຜິດຫວັງ, ແຕ່ທັນໃດມາຣິອາກໍ່ກຸມມືຂອງໂຢເຊັບເພາະນາງຮູ້ສຶກເຈັບທ້ອງແຮງ, ພໍຄົນແຖວນັ້ນເຫັນຈິ່ງບອກໃຫ້ພວກເຂົາ ທັງສອງໄປພັກໃນຄອກສັດຂອງຕົນ ແລ້ວບໍ່ດົນມາຣິອາກໍ່ປະສູດແອນ້ອຍອອກມາທີ່ເທິງຮາງຫຍ້າໃນຄອກສັດ ນັ້ນ, ເພິ່ນທັງສອງຈິ່ງຕັ້ງຊື່ເດັກນັ້ນວ່າ “ເຢຊູ”. ເກີດໃນຄືນທີ່ໜາວເຢັນ ອ້ອມຂ້າງບໍ່ມີລໍ້, ເຄື່ອງຫຼິ້ນ ຫຼື ບໍ່ມີຕຽງ ນອນຫຍັງເລີຍ, ເຂົາວາງເພິ່ນເທິງຮາງຫຍ້າແທນຜ້າເຊື່ອທີ່ນຸ້ມ, ເກີດໃນຄອກສັດເຊິ່ງບໍ່ມີຫຍັງພິເສດເລີຍ.

 
*ໝາຍເຫດ: ເລື່ອງນີ້ເກີດໃນສະໄໝເຮໂຣດເປັນຜູ້ປົກຄອງ, ເຊິ່ງເປັນຄຳສັ່ງຂອງ ກາຍຊາ ໂອຄຸດຕິ ໃຫ້ຈົດທະບຽນ.
Delicious Digg Fark Twitter