ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 9, 2008 | ມີ 8 ຄຳເຫັນ ແລະ 0 trackback(s)
 ເຂົ້າຫນົມຄຸກກີ້ຫໍ່ຫນຶ່ງ ກັບການຕັດສິນຄົນ

ທີ່ສະຫນາມບິນນານາຊາດລະດັບໂລກ ມີນັກທຸລະກິດຍິງແຕ່ງໂຕດີຄົນຫນຶ່ງ

ຈຳເປັນຕ້ອງໃຊ້ເວລາເຖິງສາມຊົ່ວໂມງໃນການຖ້າປ່ຽນຍົນເພື່ອບິນໄປຍັງຈຸດທີ່ຫມາຍ ລາວຕັດສິນໃຈໄປຊື້ປື້ມຫົວຫນຶ່ງແລະຄຸ໊ກກີ້ອີກຫໍ່ຫນຶ່ງແລະຊອກຫາບ່ອນນັ່ງເພື່ອອ່ານແລະກິນເຂົ້າຫນົມເພື່ອຂ້າເວລາ

ລາວແນມໄປເຫັນບ່ອນຫວ່າງພໍດີ, ເມື່ອນັ່ງລົງລາວກໍ່ກຽມປື້ມແລະຄຸ໊ກກີ້ເພື່ອອ່ານແລະກິນ, ລາວສັງເກດເຫັນວ່າ ທາງຂ້າງລາວມີຊາຍຫນຸ່ມຄົນຫນຶ່ງກຳລັງນັ່ງຢຽດກາຍໂດຍບໍ່ສົນໃຈວ່າຈະມີໃຜມານັ່ງທາງຂ້າງ

  ບໍ່ດົນ ຂະນະທີ່ລາວກຳລັງອ່ານປື້ມຢູ່ນັ້ນຊາຍຫນຸ່ມຄົນນັ້ນກໍ່ຢິບເຂົ້າຫນົມຄຸ໊ກກີ້ອອກຢາກຖົງ

ເຊິ່ງວາງຢູ່ຫວ່າງກາງລະຫວ່າງທັງສອງແລະກິນມັນເທື່ອລະກ້ອນ

ຍິງຄົນນັ້ນເບິ່ງດ້ວຍຄວາມໃຈຮ້າຍແຕ່ບໍ່ຢາກເຮັດໃຫ້ເລື່ອງມັນວຸ່ນວາຍ

ຈິ່ງເຮັດທຳທ່າບໍ່ສົນໃຈ ລາວເລີ່ມຮູ້ສຶກເບື່ອ ທີ່ຈະກິນຄຸ໊ກກີ້ແລະເຝົ້າເບິ່ງເວລາ

ໃນຂະນະທີ່ຊາຍຫນຸ່ມເຊິ່ງເປັນຜູ້ຂີ້ລັກທີ່ບໍ່ມີຢາງອາຍກຳລັງນັ່ງກິນເຂົ້າຫນົມຄືກັບຈະເຮັດໃຫ້ມັນຫມົດໄປ

ຍິງຄົນນັ້ນເລີ່ມໃຈຮ້າຍແລະຄິດໃນໃຈວ່າ ຖ້າຂ້ອຍບໍ່ແມ່ນຜູ້ດີມີການສຶກສາຂ້ອຍຈະ.....ຂ້ອຍຈະຊົກຫນ້າຫມໍນີ້ໃຫ້ແຫຼກໄປເລີຍ

ທຸຫຄັ້ງທີ່ຍິງຄົນນັ້ນຢິບກິນກ້ອນຫນຶ່ງ ຊາຍຄົນນັ້ນກໍ່ຢິບກິນກ້ອນຫນຶ່ງ ຈົນກະທັ້ງເຂົ້າຫນົມເຫຼືອພຽງກ້ອນສຸດທ້າຍ ທັງສອງສົ່ງສາຍເບິ່ງກັນ ລາວຢຸດເບິ່ງວ່າຊາຍຄົນນັ້ນຈະເຮັດແນວໃດ...ຊາຍຫນຸ່ມຄ່ອຍໆຢິບຄຸ໊ກກີ້ກ້ອນສຸດທ້າຍຂຶ້ນມາແລ້ວຫັກເປັນສອງກ້ອນ

ກ້ອນຫນຶ່ງສົ່ງໃຫ້ລາວແລ້ວອີກກ້ອນຫນຶ່ງກິນເອງ. ລາວຮັບເອົາເຂົ້າຫນົມຢ່າງໄວແລະຄິດໃນໃຈວ່າ

ລາວຈັ່ງແມ່ນເປັນຄົນທີ່ບໍ່ມີມາລະຍາດທີ່ສຸດ,ຊ່າງບໍ່ມີການສຶກສາ,ບໍ່ມີແມ່ນແຕ່ຈະເວົ້າຂອບໃຈຈັກຄຳ

ຍິງຄົນນັ້ນລຸກຂຶ້ນມາຢິບເຄື່ອງຂອງເຂົ້າຖົງທັງຫມົດແລ້ວຍ່າງໄປທາງປະຕູຂຶ້ນຍົນ

ບໍ່ມີແມ່ນແຕ່ຈະຫຼຽວມາເບິ່ງຫນຸ່ມຂີ້ລັກເຂົ້າຫມົມຜູ້ເຊິ່ງບໍ່ມີມາລະຍາດທີ່ຍັງນັ່ງຢູ່ບ່ອນເກົ່າ

ຫຼັງຈາກທີ່ທີ່ຂຶ້ນຍົນແລະນັ່ງປະຈຳທີ່ຢ່າງສະບາຍແລ້ວລາວໄດ້ຢິບເອົາປື້ມທີ່ຍັງອ່ານບໍ່ຈົບຂຶ້ນມາອ່ານ

 

ໃນຂະນະທີ່ກຳລັງຢິບປື້ມອອກຈາກຖົງກໍ່ພົບວ່າມີຄຸ໊ກກີ້ຖົງຫນຶ່ງ ລາວຕົກໃຈຫຼາຍ....

ຖ້າຄຸ໊ກກີ້ຂອງຂ້ອຍຍັງຢູ່ໃນຖົງກໍ່ຫມາຍຄວາມວ່າ...ຄຸ໊ກກີ້ຫໍ່ນັ້ນເປັນຂອງຊາຍຫນຸ່ມຄົນນັ້ນແບ່ງໃຫ້ລາວກິນ

ລາວລຸກຂຶ້ນທັນທີແລ້ວແລ່ນອອກຈາກຍົນໄປຍັງບ່ອນທີ່ຊາຍຄົນນັ້ນນັ່ງຢູ່ ແຕ່ເຫຼືອພຽງແຕ່ບ່ອນນັ່ງທີຫວ່າງເປົ່າ

ມັນຊ້າໄປເສຍແລ້ວທີ່ຈະກ່າວຄຳຂໍໂທດກັບຊາຍຫນຸ່ມຄົນນັ້ນ, ໃນຂະນະທີ່ລາວຍ່າງກັບຂຶ້ນຍົນລາວຮູ້ສຶກເຈັບປວດຫົວໃຈ ແລະຮູ້ວ່າຕົນເອງນັ້ນເອງທີ່ເປັນໂຈນທີ່ບໍ່ມີການສຶກສາຕົວຈິງ

 

ໃນຊີວິດເຮົາມີຈັກຄັ້ງທີ່ຄົ້ນພົບພາຍຫຼັງວ່າສິ່ງທີ່ເກີດຂຶ້ນນັ້ນບໍ່ແມ່ນຄວາມຈິງ ເຊິ່ງອາດເປັນພຽງເລື່ອງເຂົ້າໃຈຜິດ

ມີຈັກຄັ້ງໃນຊີວິດທີ່ເຮົາຂາດຄວາມໄວ້ໃຈຄົນອື່ນແລະເຮັດໃຫ້ເຮົາຕັດສິນຄົນອື່ນຈາກຄວາມຄິດຍິ່ງໃນຕົວຂອງເຮົາ

ເຊິ່ງມັນຫ່າງໄກຈາກຄວາມເປັນຈິງຫຼວງຫຼາຍ

ນີ້ແຫຼະທີ່ເຮັດໃຫ້ເຮົາຕ້ອງຄິດຊ້ຳແລ້ວຊ້ຳອີກກ່ອນຕັດສິນໃຈຜູ້ອື່ນ

ຫຼາຍສິ່ງບໍ່ໄດ້ເປັນຢ່າງທີ່ເຫັນຄວນເບິ່ງຜູ້ອື່ນໃນແງ່ດີແລ້ວຄ່ອຍສັງເກດຕົວເອງວ່າ

ເຮົເບິ່ງໂລກໃນແງ່ດີພໍຫຼືຍັງ ເຮົາເຄີຍແບ່ງປັນຫຍັງໃຫ້ຄົນອື່ນຫຼືຍັງ

Delicious Digg Fark Twitter