
ຂຽນເມື່ອ: ກ.ຍ.. 28, 2011
| ມີ
10 ຄຳເຫັນ
ແລະ
0 trackback(s)
ຄົນສະຫຼາດມີລັກສະນະຕໍ່ໄປນີ້
- ຮຽນຮູ້ສິ່ງຕ່າງໆລອບຕົວໄດ້ດີແລະຢ່າງໄວ
- ເປັນຄົນຊ່າງສັງເກດ
- ມັກເກິດຄຳຖາມກ່ຽວກັບສິ່ງຕ່າງໆ ລອບຕົວຢູ່ຕະຫຼອດເວລາ
- ສະໜຸກເມື່ອໄດ້ເຫັນສິ່ງແປກໃໝ່
- ມີຄວາມຄິດທີ່ເປັນຜູ້ນຳ
- ມີຄວາມຈຳແມ່ນຢຳ
- ມີຈີນຕະນາການ
- ມີຄວາມຄິດສ້າງສັນ
- ສະແດງອອກທາງອາລົມໄດ້ດີ
- ສະແດງຄວາມຄິດເຫັນຢ່າງເໝາະສົມ
- ມີຄວາມພະຍາຍາມໃນການເຮັດສິ່ງຕ່າງໆ
- ມີນິໄສຢາກຮູ້ຢາກເຫັນ
- ເປັນນັກທົດລອງແລະນັກຄົ້ນຄວ້າ
- ມັກແຕ້ມວາດຮູບ
- ສະໜຸກກັບການອ່ານໜັງສື
- ຄິດເລກຢ່າງຄ່ອງແຄ້ວວ່ອງໄວ
- ເຊື່ອໜັ້ນໃນຕົນເອງ
- ແກ້ປັນຫາສະເພາະໜ້າໄດ້
- ມີມະນຸດສຳພັນທີ່ດີ
- ຄິດໃນເຊິງບວກ
ຄຸນສົມບັດທັງ ໒໐ ຂໍ້ນີ້ເປັນພຽງຄຸນລັກສະນະທີ່ໄດ້ສັງເກດເຫັນໄດ້ທົ່ວໄປ ແຕ່ບໍ່ໝາຍຄວາມວ່າຄົນສະລາດຈະຕ້ອງມີຄຸນສົມບັດຄົບທັງໝົດ
ສະນັ້ນໃນເມື່ອບໍ່ມີໃຜສົມບູນແບບໄປທຸກຢ່າງ
ກໍ່ບໍ່ມີໃຜສະຫຼາດໄປທຸກເລື່ອງເຊັ່ນດຽວກັນ ແຕ່ຄຸນສົມບັດເຫຼົ່ານີ້ຍິ່ງມີໃນຕົວເຮົາເອງໄດ້ຫຼາຍພຽງໃດກໍ່ເປັນຜົນດີຕໍ່ຕົວເຮົາຫຼາຍເທົ່ານັ້ນ
ຫຼືຫາກວ່າຖ້າໃຜຂາດຄຸນສົມບັດຂໍ້ໃດກໍ່ສ້າງຂຶ້ນມາໄດ້
ບໍ່ຍາກຫລອກ.
ຄວາມພະຍາຍາມຢູ່ບ່ອນໃດ ຄວາມສຳເລັດຢູ່ບ່ອນນັ້ນ ເດີ...