ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 15, 2010 | ມີ 0 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ປະຫວັດສາດ

ໃນສະໄໝລາຊະການ ເຈົ້າໄຊເຊດຖາທິລາດ ເປັນພະເຈົ້າແຜ່ນດິນແຫ່ງ ອານາຈັກລາວລ້ານຊ້າງ ນັ້ນ ໄດ້ມີຫຼາຍເຫດ ການສຳຄັນ ສຳລັບພະອົງ ເຊັ່ນ: ດຳລົງຕຳແໜ່ງເຈົ້າແຜ່ນດິນ ອານາຈັກລ້ານນາແຫ່ງຊຽງໃໝ່ ເຈົ້າແຜ່ນດິນອານາຈັກ ລ້ານຊ້າງ ຍ້າຍນະຄອນຫຼວງຈາກນະຄອນຊຽງທອງ ຫຼວງພະບາງມາວຽງຈັນ ນຳພາປະຊາຊົນສ້າງພຣະທາດຫຼວງ ສ້າງພະພຸດທະຮູບ ສ້າງວັດ ແລະ ປະຕິສັງຂອນທາດ ແລະ ວັດເກົ່າແກ່ ກັບມາຈະເລີນຮຸ່ງເຮືອງ ຫຼາຍບ່ອນ...

ໄປຄຽງຄູ່ກັບການປັບປຸງ ແລະ ສ້າງຄວາມເຂັ້ມແຂງພາຍໃນແລ້ວ ເຈົ້າໄຊເຊດຖາທິລາດ ຍັງໄດ້ເອົາໃຈໃສ່ພິເສດ ຕໍ່ທຸກປະເທດອ້ອມຂ້າງ ເພື່ອເຮັດໃຫ້ເສັ້ນຊາຍແດນ ກາຍເປັນຊາຍແດນສັນຕິພາບ ແລະ ມິດຕະພາບ ອັນຊັດເຈນກໍແມ່ນ ກັບອະຍຸດທະຍາ ທັງສອງອານາຈັກລາວລ້ານຊ້າງ ແລະ ກຸງສີອະຍຸດທະຍາ ຕົກລົງສ້າງພະທາດສີສອງຮັກ ເພື່ອເປັນ ສັນຍາລັກແຫ່ງ ສຳພັນຖະໄມຕີອັນດີຕໍ່ກັນ ທັງໃຫ້ເປັນຫຼັກໝາຍ ຊາຍແດນນິລັນດອນ ຂອງສອງປະເທດ.

ທາດດັ່ງກ່າວນີ້ ຖ້ານລຸ່ມເປັນສິລະປະຂອງ ກຸງສີອະຍຸດທະຍາ ຕອນເທິງເປັນສິລະປະຂອງລ້ານຊ້າງ ພະທາດມີຄວາມສູງ 30 ແມັດ ກວ້າງດ້ານລະ 80 ແມັດ ລົງມືສ້າງເມື່ອປີ ຄ.ສ 1560 ແລະ ສຳເລັດເມື່ອປີ ຄ.ສ 1563 ຫຼັງຈາກສ້າງສຳເລັດ ທັງສອງເຈົ້າແຜ່ນດິນ ພ້ອມກັນໃສ່ຊື່ວ່າ: ເຈດີສີສອງຮັກ ການກໍ່ສ້າງໄດ້ມີການແຕ່ງຕັ້ງ ຄະນະກຳມະການຮັບຜິດຊອບ ຄັກແນ່ ຄືຝ່າຍລາວລ້ານຊ້າງ ຝ່າຍຄາລະວາດມີມະຫາອາມາດ ຈັນທະປະສິດທິລາຊະພັກດີ ແລະ ໝື່ນອຸບາລີ ເປັນປະທານ ຝ່າຍສົງມີພະອຸບາລີ ພະອະລິຍະກັດສະປະ ພ້ອມດ້ວຍຄະນະ 70 ຕົນ ຝ່າຍກຸງສີອະຍຸດທະຍາ ຝ່າຍຄາລະວາດ ກໍມີພະພົນເທບນາຍົກເປັນປະທານ ຝ່າຍສົງກໍມີພະຄູບໍລົມມະຈາລິຍາ ພ້ອມຄະນະອີກ 70 ຕົນເທົ່າກັນ.

ໃນສີລາເລກກ່ຽວກັບ ທາດສີສອງຮັກ ທີ່ເກັບຮັກສາໄວ້ໃນຫໍພະແກ້ວ ວຽງຈັນ ມີໃຈຄວາມວ່າ: ... ຈັກກ່າວເຖິງຕຳນານ ສີລາເລກຂອງພະຍາ ທຳມິກະລາດ ຕັ້ງແຕ່ມະຫາສັງກາດໄດ້ 1482 ຈຸນລະສັງກາດໄດ້ 922 (ຄສ 1560) ແລະ ພຸດທະສັງກາດໄດ້ 2103 ຈຶ່ງຍັງມີພະເຈົ້າແຜ່ນດິນສອງຕົນ ຕົນໜຶ່ງມີນາມວ່າ ພະຍາທຳມິກະລາດ ຕົນເປັນອາດໃນ ນະຄອນຈັນທະບູລີສີສັດຕະນາຄະນາຫຸດ ອີກຕົນໜຶ່ງມີນາມວ່າ ພະມະຫາຈັກກະພັດຕົນເປັນອາດໃນເມືອງສີອະຍຸດທະຍາ ຮ່ຳເພີງໃນຄວາມຮັກແພງຊຶ່ງກັນ ຄິດໄຄ່ໃຫ້ເປັນປະໂຫຍດແກ່ແຜ່ນດິນທັງສອງ ໃຫ້ນຳຄອງອັນດີ ອັນສຸກຍິ່ງ ຈຶ່ງຕົກລົງ ພ້ອມກັນ ນິມົນພະສົງຜູ້ຊົງສິນທັງສອງຝ່າຍ ແລ້ວແຕ່ງຕັ້ງເປັນລາຊະອຳນາດ ແລະ ພະສົງສອງຝ່າຍດັ່ງກ່າວ ມາຄວບຄຸມ ແລະ ນຳພາປະຊາຊົນ ສ້າງທາດໜ່ວຍນີ້ຂຶ້ນ.

ທາດສີສອງຮັກ ເປັນຖາວອນວັດຖຸສະຖານແຫ່ງໜຶ່ງ ຂອງການພົວພັນຂອງສອງປະເທດ ສ້າງຂຶ້ນໃນໄລຍະດຽວກັບ ທາດຫຼວງວຽງຈັນ ທາດອົງນີ້ ຕັ້ງຢູ່ເຂດເມືອງຊ້າຍຊຽງຄານ ແຄມນ້ຳໝັນ ຫ່າງຈາກຕົວເມືອງ 2 ກິໂລແມັດ ອີກຈຸດປະສົງ ໜຶ່ງແມ່ນ ເພື່ອເປັນຫຼັກໝາຍຊາຍແດນ ລະຫວ່າງອານາຈັກລ້ານຊ້າງ ແລະ ກຸງສີອະຍຸດທະຍາ ບາງເນື້ອໃນຈິດໃຈຕອນ ໜຶ່ງ ໃນຄຳສັດຈາທິຖານຂອງ ເຈົ້າແຜ່ນດິນທັງສອງ ອ່ານໃນເວລາສະຫຼອງທາດວ່າ: ... ໃຫ້ເປັນພະລາຊະໄມຕີ ໂດຍບໍລົມປະເພນີ ເພື່ອຈະສືບເຊື້ອສຸລິວົງ ແລະ ຍາດວົງສຳພັນ ທະມິດຕະອຸສາລຳມະນະ ... ຂໍຈົ່ງເປັນເອກະສິມາມົນທົນ ວັນດຽວກັນ ໃຫ້ກ້ຽງກົມງາມມົນທົນ ເທົ້າຍອດພົງພັນລູກເຕົ້າຫຼານເຫຼັນ ຢ່າໄດ້ຊີງຊ່ວງລ່ວງແດນ ແຜ່ນຫຍ້າຢ່າໄດ້ກະທຳ ໂລບລ້ຽວແກ່ກັນ ... ດັ່ງນັ້ນ ທາດອົງນີ້ ນັບວ່າເປັນຖາວອນວັດຖຸສະຖານ ທີ່ມີຄວາມສຳຄັນ ເປັນມໍລະດົກ ວັດທະນະທຳ ທັງເປັນສັນຍາລັກ ການພົວພັນຕ່າງປະເທດທີ່ດີງາມ ຂອງອະດີດຕະການ ຂອງສອງແຜ່ນດິນ ຊຶ່ງແກ້ໄຂເສັ້ນຊາຍແດນ ບູຮານ ໂດຍທັງສອງຝ່າຍ ຖືເອົາສາຍພູດົງພະຍາໄຟ ແລະ ສາຍພູດົງພະຍາພໍ່ ເປັນເສັ້ນຊາຍແດນ ແລະ ທັງເປັນ ການຢັ້ງຢືນວ່າ ທັງສອງຝ່າຍຈະບໍ່ຂະຫຍາຍດິນແດນຂອງຕົນ ເລື່ອນລ້ຳເຂົ້າໄປຍັງ ດິນແດນຂອງອີກຝ່າຍໜຶ່ງ ດັ່ງນັ້ນ ທາດສີສອງຮັກ ຈຶ່ງຖືກສ້າງຢູ່ເໜືອສຸດຂອງສາຍພູພະຍາພໍ່ ກຳນົດຕັ້ງຢູ່ເຄິ່ງກາງລະຫວ່າງ ແມ່ນ້ຳຂອງ ກັບແມ່ນ້ຳນ່ານ ຍະຫ່າງກັນ ທາດສີສອງຮັກ ນອກຈາກເປັນສັນຍາຫຼັກ ແດນທາງວັດຖຸແລ້ວ ຍັງເປັນສິ່ງສຳນຶກທາງຈິດໃຈ ທີ່ສະແດງອອກເຖິງ ຄວາມຊື່ສັດສຸດຈະລິດ ຮັກແພງກັນ.

ດັ່ງຄຳສັດຕະຍາທິຖານຕອນໜຶ່ງວ່າ: ... ໄດ້ມີຄວາມຮັກແພງກັນ ເພື່ອໃຫ້ອານາຈັກທັງສອງຍືນໝັ້ນ ເທົ່າຊົ່ວພົງພັນລູກເຕົ້າ ຫຼານເຫຼັນ ໃຜຢ່າໄດ້ຊີງຊ່ວງ ລ່ວງແດນແຜ່ນຫຍ້າ ຢ່າໄດ້ກະທຳໂລບລ້ຽວແກ່ກັນ ຈົນເທົ່າສ້ຽງພະອາທິດ ຕົກລົງມາຢູ່ເໜືອ ແຜ່ນດິນອັນນີ້ເທີ້ນ.

ໂດຍ: ບີໂນ ໂລກະວິທຸ

* ຂັດຈາກ: ໜັງສືພິມວຽງຈັນໃໝ່, ສະບັບວັນທີ 04-12-2009