ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 23, 2010 | ມີ 0 ຄຳເຫັນ ແລະ 0 trackback(s)

 

ຊື່ວັນໃນພາສາລາວ ໄທຍ໌ ຂະເໝນ
 
 
 

ວັນໃນພາສາລາວ



-----


ວັນຈັນ


ວັນອັງຄານ


ວັນພຸດ


ວັນພະຫັດ/ປະຫັດ


ວັກສຸກ


ວັນເສົາ


ວັນອາທິດ


-------



ວັນໃນພາສາໄທຍ໌


ວັນຈັນ


ວັນອັງຄານ


ວັນພຸດ


ວັນພືຫັສບໍດີ


ວັກສຸກ


ວັນເສົາ


ວັນອາທິດ


--------------



ວັນໃນພາສາຂະເໝນ


ທໄງຈັນ


ທໄງອອງເກັຍ


ທໄງປຸດ


ທໄວປຣໍຫົວະ


ທໄງສົກ


ທໄງເສົາ (ອອກສຽງເຊົາ)


ທໄງອາເຕັດ


----------------------------------



12 ເດືອນໃນພາສາລາວ


-----------------


ມັງກອນ/ມະກະຣາ/ມົກກະຣາ


ກຸມພາ


ມີນາ


ເມສາ


ພຶດສະພາ


ມິຖຸນາ/ມິຖຸນ


ກໍຣະກະດາ/ກໍຣະກົດ


ສິງຫາ


ກັນຍາ


ຕຸລາ


ພະຈິກ/ພະຈິກກາ


ທັນວ່າ


----------


12 ເດືອນໃນພາສາໄທຍ໌


----------


1, ມກຣາຄົມ


2, ກຸມພາພັນ


3, ມິນາຄົມ


4, ເມສາຍົນ


5, ພຶສພາຄົມ


6, ມິຖຸນາຍົນ


7, ກຣດາຄົມ


8, ສິງຫາຄົມ


9, ກັນຍາຍົນ


10, ຕຸລາຄົມ


11, ພືສຈິກຍົນ


12, ທັນວ່າຄົມ


-----------------


12 ເດືອນໃນພາສາຂະເໝນ


-----------------


1, ແມ໊ະກຣາ


2, ກຸມເພັ໊ຍ


3, ມີເນັຍ


4, ເມສາ


5, ອຸສຸເພັຍ


6, ມີຖຸນາ


7, ກະກດາ


8, ເສຍຫາ


9. ກັນຍາ


10, ຕຸລາ


11, ເວຈຈກາ


12, ທນູ



--------------



ປີໃນພາສາລາວ


---------------


ປີຊວດ


ປີລລູ(ສະຫຼູ)


ປີຂາລ(ຂານ)


ປີເຖາະ(ປີຖໍ)


ປີມະໂຣງ(ມະໂລງ)


ປີມະສິງ(ມະເສັງ)


ປີມະມີ(ມະເມັຍ)


ປີວອກ


ປີຣະກາ(ປີລະກາ)


ປີຈໍ


ປີກຸນ


-----------------



ປີໃນພາສາໄທຍ໌


-----------------


ປີຊວດ


ປີລລູ(ສະຫຼູ)


ປີຂາລ


ປີເຖາະ


ປີມະໂຣງ


ປີມະເສັງ


ປີມະເມັຍ


ປີວອກ


ປີຣະກາ


ປີຈໍ


ປີກຸນ


-------------



ປີໃນພາສາຂະເໝນ(ກໍາປູເຈັຍ)


------------------


ຊນໍາຈູດ


ຊນໍາຊເລວ


ຊນໍາຂາຣ໌


ຊນໍາຖໍ(ອອກສຽງທໍ)


ຊນໍາໂຣງ


ຊນໍາມຊັງ


ຊນໍາໂມມີຍ໌


ຊນໍາໂມແມຣ໌


ຊນໍາວອກ


ຊນໍາໂຣກາ


ຊນໍາຈໍ


ຊນໍາກຸລ໌



ຂຽນເມື່ອ ຂຽນເມື່ອ: ພ.ພ.. 13, 2010 | ມີ 0 ຄຳເຫັນ ແລະ 0 trackback(s)

ຜົ້ນການສຳຫລວດກ່ຽວກັບການກຳເນີດຂອງຢາສີຟັນແລ້ວສະຫລຸບໄດ້ວ່າ ຢາສີຟັນກຳເນີດຂື້ນທຳອິດແມ່ນຢູ່ໃນສະໄຫມອີຢິບບູຮານ ໂດຍສະໄຫມນັ້ນຈະເຮັດມາຈາກສະຫມູນໄພໂດຍປະກອບມີ ເກືອ ພິກໄທ ໃບມີ້ນ ແລະ ດອກໄມ້ຕ່າງຕ່າງ ສະໄຫມໂຣມັນໄດ້ມີການຄິດຄົ້ນສູດຢາສີຟັນຂື້ນມາໃຫມ່ຊື່ງອອກແນວປະຫລາດຫນ້ອຍຫນຶ່ງເພາະວ່າໃຊ້ຍ່ຽວຂອງຄົນເປັນສ່ວນປະສົມຫລັກເພາະຊາວໂຣມັນຈະເຊື່ອກັນວ່າແອມໂມເນ່ຍທີ່ມີ່ຢູ່ນຳຍ່ຽວຈະເຮັດໃຫ້ແຂ້ວຂາວຂື້ນ ຕໍ່ມາຊ່ວງລາດສະການທີ18 ຢາສີຟັນຕຳລາຂອງອາເມລິກັນທີ່ໃຊ້ເຂົ້າຫນົມປັງເຜົາເປັນວັດຖຸດິບກໍ່ໄດ້ກຳເນີດຂື້ນ ແລະ ໃນເວລາດຽວກັນນັ້ນກໍ່ໄດ້ເກີດມີສູດໃຫມ່ຂື້ນອີກເຊັ່ນວ່າ ສູດາລືອດມັງກອນ ຊິນນາມອນ ແລະ ສານສຳເພົາ ເຖິງແນວໃດກໍ່ຕາມການໃຊ້ຢາສີຟັນແມ່ນຍັງບໍ່ທັນໄດ້ຮັບຄວາມນິຍົມຫລາຍຈົນມາຮອດສະຕະວັດທີ19 ຄົນສ່ວນຫລາຍຫນ່າຈະຖູແຂ້ວດ້ວຍນ້ຳລ້າແຕ່ກັບຫັນມານິຍົມໃຊ້ຢາສີຟັນຫລາຍຂື້ນຕື່ມ
ໃນປີ1866 ສາລະນຸກົມເອນໄຊໂຄຣພີເດຍໄດ້ແນະນຳໃຫ້ໃຊ້ຜົງຖ່ານແທນ ຕໍ່ມາໃນປີ1900 ໄດ້ເລີ່ມຜະລິດຢາສີຟັນທີ່ເປັນແຫລວແຫລວຂື້ນມາທີ່ປະກອບມີໄຮໂດເຈຣນເພິອອກໄຊຣ ແລະ ເບກກີ່ງໂຊດາສຳຫລັບສ່ວນປະສົມປະເພດຟູໂອໄຣໄດ້ຮັບການເຕີມລົງໄປໃນຢາສີຟັງທຳອິດໃນປີ1914
ໃນສະຕະວັດທີ19 ຢາສີຟັນແບບແຫລວແມ່ນໄດ້ຮັບຄວາມນິຍົມຫລາຍກວ່າແບບຜົງ ຈົນມາຮອດສົງຄາມໂລກຄັ້ງທີ1 ບໍລິສັດຄອນເກດແມ່ນໄດ້ຖືເປັນເຈົ້າທຳອິດທີ່ຄິດຄົ້ນຢາສີຟັນແບບຫລອດບີບຂຶ້ນມາໃນປີ1986 ແລະ ຫລັກສະນະແບບນີ້ກໍ່ນິຍົມໃຊ້ກັນມາຈົນຮອດປະຈຸບັນ

ຂຽນເມື່ອ ຂຽນເມື່ອ: ມ.ສ.. 15, 2010 | ມີ 1 ຄຳເຫັນ ແລະ 0 trackback(s)

อาหาร




อาหารเช้าบอกนิสัย

      1. ชอบกินพวกกาแฟ,นม,โอวัลติน และ ไมโล ฯลฯ รวมกับ ปาท่องโก๋ สัก 2 - 3 ตัว หรือ ขนมปัง ซักอัน

            คุณจะเป็นคนที่ชอบความเป็นตัวของตัวเอง คือไม่เหมือนใคร และชอบที่จะเป็นผู้นำ มีความคิดเป็นของตัวเอง แต่คุณเป็นคนที่ไม่ค่อยใช้คำพูดสักเท่าไร ใช้แต่การกระทำมากกว่า เลยทำให้เป็นคนที่ดื้อเงียบ คือถ้าอะไรไม่ถูกใจจะไม่แสดงออกทางคำพูด โต้เถียง แต่จะแสดงออกทางการกระทำ นับว่าเป็นคนที่น่ากลัว ๆ มาก ยามร้ายขึ้นมา

      2. ข้าวต้มหรือโจ๊ก

            บุคคลจำพวกนี้ จะเป็นพวกที่มองโลกในแง่ดี เป็นคนที่มีเพื่อนมาก และเป็นคนมีน้ำใจโอบอ้อมอารี เป็นบุคคลที่ไม่ค่อยเชื่อสิ่งร้าย ๆ อะไรง่าย แต่ในทางกลับกัน ถ้าเสียใจอะไรขึ้นมาอย่างมากแล้ว เค้าก็อาจจะคิดสั้นได้ นับเป็นผลเสียอันนึงสำหรับคนเหล่านี้

      3. อาหารจานเดียว หนัก ๆ หรือข้าวราดแกง

            จะเป็นคนที่ อารมณ์ร้อน แต่ไม่นาน เข้าข่าย '' โกรธง่าย หายเร็ว'' เป็นคนที่รักใครรักจริง มีเพื่อนเยอะ แต่เพื่อนสำหรับคนกลุ่มนี้คือ ถ้าจริงใจก้อสามารถเป็นเพื่อนตายได้เลย แต่ถ้าไม่จริงใจ ก็เป็นพวกเพื่อนกิน แต่ลึก ๆ ในใจของคนกลุ่มนี้แล้ว เค้าอยากจะทำดีกับทุกคน เพียงแต่การกระทำไม่ค่อยตรงกับใจ คือเป็นพวกที่ใช้วาจามากกว่าการกระทำ

      4. ไม่กินไรเลย(ไว้กินตอนเที่ยงทีเดียว)
            
            เป็นคนที่มีเพื่อนน้อย แต่เพื่อนที่คบๆกันอยู่มักจะเป็นเพื่อนที่จริงใจแทบทั้งนั้น เป็นคนที่เห็นแก่เพื่อนมาก ๆ และเป็นคนที่คิดอะไรมักจะไม่แสดงออก แต่จะเอาเก็บไปคิดคนเดียว และเป็นคนเจ้าชู้ คือ เจออะไรใหม่ก็เห็นดีไปเสียทั้งนั้น และเป็นคนที่กล้าทุ่มเทและทำทุกอย่างเพื่อความรัก แต่น่าเสียดาย ที่เรื่องความรัก สำหรับบุคคลกลุ่มนี้ ไม่ค่อยผ่านมาบ่อย ๆ แต่ถ้าผ่านมา ก็อาจจะเป็นรักแท้เลยล่ะ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 29, 2010 | ມີ 0 ຄຳເຫັນ ແລະ 0 trackback(s)

 


   ໃຜທີ່ຢາກມີສະມາທິໃນການເຮັດວຽກມື້ນີ້ນາໆປະໂຫຍດມີເຄັດລັບດີໆມາບອກ:


   1. ເລືອກວຽກທີ່ຍາກທີ່ສຸດ:


   ເລືອກວຽກທີ່ຍາກທີ່ສຸດມາຫນຶ່ງວຽກ (ຄວນເປັນວຽກທີ່ສຳຄັນທີ່ສຸດຈະຕ້ອງສຳເລັດກ່ອນ) ແລ້ວຕັດສິນໃຈວ່າຈະເຮັດໃຫ້ສຳເລັດບາດ ດຽວ ຫລືວ່າຈະຈຳກັດເວລາເປັນເວລາເທົ່າໃດ (ເຊັ່ນ: ເຮັດ 30 ນາທີ ແລ້ວຢຸດພັກ).


   2. ສ້າງພື້ນຖານການເຮັດວຽກ: ກ່ອນທີ່ຈະເລີ່ມວຽກຕ້ອງຈຳກັດທຸກຢ່າງທີ່ຈະດຶງດູດຄວາມສົນໃຈຈາກວຽກອອກໃຫ້ຫມົດເຊັ່ນ: ປິດ ຫນ້າຈໍຄອມພິວເຕີ ຫລື ປິດໂທລະສັບມື.


   3. ສຽງເຕືອນ:


   ຕັ້ງໂມງປຸກ ຫລື ຖ້າຕັ້ງໃຈວ່າຈະເຮັດໄປຈົນກວ່າວຽກນັ້ນຈະສຳເລັດ ກໍ່ພະຍາຍາມເຮັດສະມາທິຢ່າກັງວົນເລື່ອງອື່ນກ່ອນເຖິງກຳນົດ ເວລາ.


   4. ເມື່ອຖືກຂັດຈັງຫວະຈາກວຽກອື່ນ:


   ຖ້າຫລີກເວັ້ນບໍ່ໄດ້ໃຫ້ຈົດໄວ້ກ່ອນແລ້ວຈິ່ງຄ່ອຍກັບມາເຮັດນຳຫລັງ.


   5. ເກີດຄວາມວັອກແວັກ: ຢູ່ດີໆກໍ່ຢາກກວດຈົດຫມາຍອິນເຕີເນັດຂຶ້ນມາ ຫລືຢາກໄປເຮັດວຽກແນວອື່ນແທນລອງຫາຍໃຈເຂົ້າເລິກໆ ແລ້ວຕັ້ງໃຈໃຫມ່.


   6. ວຽກດ່ວນເຂົ້າມາຂັດ:


   ເກີດມີວຽກດ່ວນເຂົ້າມາ, ຫລີກເວັ້ນບໍ່ໄດ້ກໍ່ຄວນພະຍາຍາມບັນທຶກໄວ້ວ່າຕອນນັ້ນເຮັດວຽກຮອດໃສແລ້ວ ແລ້ວຕັ້ງໃຈຈະເຮັດແນວໃດ ຕໍ່ໄປກ່ອນຖືກຂັດຈັງຫວະແລ້ວຈັດເກັບບັນທຶກນັ້ນກັບວຽກໄວ້ນຳກັນ ເມື່ອກັບມາເລີ່ມໃຫມ່ພາຍຫລັງວຽກຈິ່ງ ຈະດຳເນີນຕິດຕໍ່ກັນ.


   7. ຄວນພັກຜ່ອນ:


   ຢ່າເຄັ່ງຄັດຈົນເກີນໄປຖ້າຮູ້ສຶກເຄັ່ງຕຶງກັບວຽກໃຫ້ຢຸດພັກຜ່ອນ, ຫາຍໃຈເລິກໆ, ຢືດເສັ້ນຢືດສາຍ ຫລືອາດຈະຢຸດພັກຜ່ອນດື່ມກາເຟ, ຢ່າເຂັ້ມງວດກັບຕົນເອງຈົນເກີນໄປ.


   8. ໃຫ້ລາງວັນພາຍຫລັງສຳເລັດວຽກ:


   ພາຍຫລັງສຳເລັດວຽກກໍ່ໃຫ້ລາງວັນແກ່ຕົນເອງດ້ວຍການກວດຂໍ້ຄວາມອິນເຕີເນັດ, ອ່ານສິ່ງທີ່ຕົນມັກ ຫລື ເບິ່ງຮູບສວຍໆງາມໆ.


   ໃຜທີ່ຢາກມີສະມາທິໃນການເຮັດວຽກລອງນຳເອົາວິທີທີ່ແນະນຳໄປປະຕິບັດໄດ້.

ຂຽນເມື່ອ ຂຽນເມື່ອ: ມ.ນ.. 29, 2010 | ມີ 3 ຄຳເຫັນ ແລະ 0 trackback(s)

 

ການດື່ມນ້ຳທີ່ຖືກຕ້ອງນັ້ນ ເຮົາຄວນດື່ມນ້ຳໃຫ້ສົມດຸນກັບນ້ຳ ຫນັກຕົວໃນເວລາ 7:00 ໂມງ ເຊົ້າຄວນດື່ມນ້ຳເພື່ອຂັບຂອງເສຍ (ອາ ໂຈມ) ອອກຈາກຮ່າງກາຍຖ້າຫາກທ່ານບໍ່ດື່ມນ້ຳທ່ານຈະບໍ່ສາມາດຂັບຂອງເສຍອອກມາໄດ້ ດັ່ງນັ້ນ ຈິ່ງມີຜົນເສຍຕາມມາເພາະວ່າ ຂອງ ເສຍດັ່ງກ່າວຈະຖືກດູດກັບໄປທີ່ລຳໄສ້ຄືນໃຫມ່ ຈິ່ງເປັນສາເຫດເຮັດໃຫ້ເກີດຮ່ອງຮອຍເທິງໃບຫນ້າ ແລະ ເກີດໄຂມັນໃນຮ່າງກາຍ.

   ເຖິງແມ່ນວ່າທ່ານຈະດື່ມນ້ຳພຽງພໍກັບຮ່າງກາຍທີ່ຕ້ອງການແລ້ວກໍ່ຕາມ ແຕ່ຖ້າທ່ານດື່ມນ້ຳຜິດວິທີທ່ານອາດຈະປ່ວຍໄດ້ ຢ່າດື່ມນ້ຳ ຫລາຍເມື່ອເວລາຫິວແຕ່ໃຫ້ທ່ານຫມັ່ນດື່ມເທື່ອລະຫນ້ອຍໃຫ້ນ້ຳຄ່ອຍໆຊຶມເຂົ້າຮ່າງກາຍຖ້າເຮົາດື່ມຈຳນວນຫລາຍຫມົດບາດດຽວຈະເຮັດ ໃຫ້ໃຕຂອງທ່ານເຮັດວຽກຫນັກໃນການຂັບປັດສະວະອອກ ແລະ ທີ່ສຳຄັນທ່ານຄວນດື່ມນ້ຳກ່ອນຮັບປະທານອາຫານ15 ນາທີໃນລະ ຫວ່າງຮັບປະທານອາຫານ ແລະ ຫລັງຮັບປະທານອາຫານແລ້ວ ໃຫມ່ໆຢ່າຟ້າວດື່ມນ້ຳຫລາຍຈົນເກີນໄປ.

   ເມື່ອຕື່ນນອນກ່ອນຖູແຂ້ວໃຫ້ດື່ມນ້ຳປະມານ 2-5 ຈອກຄວນຫລີກເວັ້ນນ້ຳເຢັນ, ນ້ຳອັດລົມແລະເຄື່ອງດື່ມທີ່ມີແອລກໍຮໍທຸກຊະນິດລະ ຫວ່າງຮັບປະທານອາຫານ ແລະ ຫລັງຈາກຮັບປະທານອາຫານແລ້ວໃຫມ່ໆໃຫ້ດື່ມປະມານເຄິ່ງຈອກຫລັງຈາກ 40 ນາທີໄປແລ້ວຈິ່ງດື່ມ ນ້ຳໄດ້ເປັນປົກກະຕິເພື່ອເຮັດໃຫ້ນ້ຳຍ່ອຍໃນກະເພາະອາຫານເຂັ້ມຂຸ້ນພໍທີ່ຈະເຮັດວຽກໄດ້ຢ່າງມີປະສິດທິພາບ.

   ການດື່ມນ້ຳຢ່າງຖືກວິທີບໍ່ພຽງແຕ່ຈະຊ່ວຍຫລຸດຄວາມຫິວແຖມຍັງໃຫ້ຄວາມສົດຊື່ນແລະຊ່ວຍຕ້ານພະຍາດຕ່າງໆໄດ້ອີກດ້ວຍ.

ຂຽນເມື່ອ ຂຽນເມື່ອ: ມ.ນ.. 29, 2010 | ມີ 0 ຄຳເຫັນ ແລະ 0 trackback(s)

ຮັກຈຶ່ງບອກເດີ້ aww



ໂລກເຮົາສະໄຫມນີ້ປ່ຽນໄປຢ່າງໄວວາ ເຮັດໃຫ້ພາວະແວດລ້ອມຕ່າງໆ ຮອບຕົວເຮົາປ່ຽນໄປທຸກສິ່ງທຸກຢ່າງ ເບິ່ງຟ້າວຟັ່ງຫລາຍຂຶ້ນ ແລະ ຍ້ອນການທີ່ເຮົາຕ້ອງເຮັດວຽກໃຫ້ທັນຕໍ່ເວລານີ້ທີ່ເຮັດໃຫ້ບາງຄັ້ງເຮົາອາດຈະປ່ອຍປະລະເລີຍທີ່ຈະດູແລສຸຂະພາບຂອງຕົວເຮົາເອງ ບາງຄົນກວ່າຈະຮູ້ຕົວກໍ່ສາຍເກີນໄປ
; ດັ່ງນັ້ນ ນາໆປະໂຫຍດຈິ່ງນຳເອົາເລື່ອງເຕືອນໄພຫນຸ່ມສາວໄວເຮັດວຽກມາຝາກ:


  
ທີ່ເວົ້າວ່າເປັນໄພອັນຕະລາຍນັ້ນ ກໍ່ຍ້ອນພະຍາດທີ່ຈະກ່າວເຖິງຕໍ່ໄປນີ້ບາງທ່ານກໍ່ອາດຈະຮູ້ຈັກແຕ່ກໍ່ມີຫລາຍໆຄົນທີ່ບໍ່ຮູ້ວ່າມີພະຍາດ ຊະນິດນີ້
, ພະຍາດທີ່ວ່ານີ້ກໍ່ຄື: ເອັນກ້າມຊີ້ນ ກ້ານຄໍອັກເສບ ຫລື "Carpal Tunnel Syndrome"(CTS) ສາເຫດຕົ້ນຕໍເກີດຈາກການ ໃຊ້ນິ້ວມືໃນການຢິບຈັບສິ່ງຂອງ ຫລືເມົາຄອມພິວເຕີໃນທ່າເກົ່າເປັນເວລາດົນນານເຮັດໃຫ້ກ້າມຊີ້ນກົດທັບເສັ້ນປະສາດທີ່ສົ່ງສັນຍານຜ່ານ ລຳແຂນຈາກສອກໄປຫາບໍລິເວນມືຊ້ຳໄປຊ້ຳມາ ເຮັດໃຫ້ເກີດອາການປວດຂອງປາຍປະສາດ ຫລື ເສັ້ນເອັນບໍລິເວນກ້າມຄໍເກີດການອັກ ເສບ ເຊິ່ງມາຈາກສາເຫດດຽວກັນ.

   ປະຈຸບັນນີ້ ຫນຸ່ມສາວທີ່ເຮັດວຽກຢູ່ໃນຫ້ອງການຕ່າງກໍ່ເຮັດວຽກຮ່ວມກັບຄອມພິວເຕີ ແລະ ເມົາເປັນໄລຍະເວລາດົນນານເກືອບຫມົດ ມື້ ເຊິ່ງໃນຂະນະນີ້ພົບວ່າມີຫລາຍຄົນແລ້ວທີ່ເລີ່ມເປັນພະຍາດດັ່ງກ່າວ, ນອກຈາກນີ້ ກຸ່ມທີ່ມີຄວາມສ່ຽງຍັງມີກຸ່ມທີ່ໃຊ້ມີຫລາຍເຊັ່ນ: ຄົນ ທີ່ມັກຖັກແສ່ວ, ແມ່ຍິງໃກ້ຄອດ ແລະ ຜູ້ທີ່ມີພະຍາດປະຈຳຕົວທີ່ມີຜົນຕໍ່ປາຍປະສາດເປັນຕົ້ນ.

   ອາການທີ່ພົບຄື ຜູ້ປ່ວຍຈະມີອາການສຽວ ແລະ ຊາທີ່ມືບາງລາຍອາດຈະມີອາການປວດທັງແຂນຈາກນັ້ນຈະເລີ່ມຮູ້ສຶກວ່າມືເລີ່ມອ່ອນ ແຮງລົງເລື້ອຍໆລວມທັງກ້າມຊີ້ນບ່ອນຫົວໂປ້ມືກໍ່ຈະຄ່ອຍໆລີບ-ຫົດລົງເລື້ອຍໆ.

   ສຳລັບການຮັກສານັ້ນ ມີທັງການຮັບປະທານຢາ ແລະ ຜ່າຕັດເຊິ່ງໃນລາຍທີ່ບໍ່ຮຸນແຮງຫລາຍພຽງແຕ່ຮັບປະທານຢາກໍ່ຈະເຊົາແຕ່ໃນ ລາຍທີ່ຮຸນແຮງຈຳເປັນຕ້ອງໄດ້ຮັບການຜ່າຕັດເພື່ອຮັກສາ ແຕ່ຖ້າຜູ້ໃດທີ່ບໍ່ຢາກເປັນພະຍາດນີ້ ຂໍແນະນຳໃຫ້ຫມັ່ນຜ່ອນຄາຍກ້າມຊີ້ນບໍລິ ເວນມື ແລະນິ້ວມືທຸກໆ 15-20 ນາທີ ຈະສາມາດຊ່ວຍໄດ້ແຕ່ວິທີການທີ່ດີທີ່ສຸດຄື: ຮູ້ຈັກແບ່ງເວລາການເຮັດວຽກ ແລະເວລາພັກຜ່ອນ ອອກກຳລັງກາຍ.

ຂຽນເມື່ອ ຂຽນເມື່ອ: ມ.ນ.. 29, 2010 | ມີ 0 ຄຳເຫັນ ແລະ 0 trackback(s)



ບັນຫາຜົມຫລົ່ນ, ຜົມບາງ  ຫລື  ຫົວລ້ານຖືເປັນອີກຫນຶ່ງບັນຫາທີ່ບັນທອນຄວາມຫມັ້ນໃຈ ເຊິ່ງບັນຫາຜົມຫລົ່ນ, ຜົມບາງ ຫລື ຫົວ ລ້ານນີ້ເປັນເລື່ອງທີ່ບໍ່ຕ້ອງໂທດສິ່ງໃດໆທັ້ງນັ້ນເພາະນັ້ນແມ່ນສິ່ງທີ່ພໍ່-ແມ່ໃຫ້ມາໃນການສຶກສາຄັ້ງໃຫມ່ຢູ່ໃນປະເທດອັງກິດພົບວ່າ: ຜູ້ຊາຍ ທີ່ມີບັນຫາດັ່ງກ່າວນີ້ ແມ່ນໄດ້ພັນທຸກຳມາຈາກຜູ້ໃຫ້ກຳເນີດທັງສອງ.

  
ຫນ່ວຍງານນັກສຶກສານຳໂດຍນັກວິທະຍາສາດຈາກມະຫາວິທະຍາໄລ ຄິງຄອລເລຈ ໃນນະຄອນຫລວງລອນດອນໄດ້ວິເຄາະກຸ່ມຕົວ ຢ່າງເຊິ່ງເປັນຜູ້ຊາຍຫລາຍກວ່າ
1.100 ຄົນ ແລະ ພົບວ່າຄວາມຜັນປ່ຽນຂອງພັນທຸກຳໂຄຣໂມໂຊມ 20 ທີ່ເພີ່ມຄວາມສ່ຽງໃນການທີ່ຜູ້ ຊາຍຈະພົບກັບບັນຫາຫົວລ້ານ. ຖ້າຫາກທ່ານມີປັດໃຈສ່ຽງໃນຄວາມຜັນປ່ຽນທີ່ພົບກັບ ໂຄຣໂມໂຊມ 20 X ທີ່ຍັງບໍ່ທັນເປັນທີ່ຮູ້ຈັກໂດຍ ທົ່ວໄປແລ້ວທ່ານກໍ່ຫມັ້ນໃຈໄດ້ເລີຍວ່າ ທ່ານກຳລັງຢູ່ໃນກຸ່ມສ່ຽງທີ່ຈະເປັນຜູ້ທີ່ຫົວລ້ານເພີ່ມຂຶ້ນ 7 ເທົ່າ.


Ecom

ຂຽນເມື່ອ ຂຽນເມື່ອ: ມ.ນ.. 29, 2010 | ມີ 1 ຄຳເຫັນ ແລະ 0 trackback(s)



1. ເອົາແຕ່ໃຈຕົນເອງ: ເປັນເລື່ອງທຳມະດາທີ່ຄົນເຮົາທຸກໆຄົນຕ້ອງເອົາແຕ່ໃຈຕົນເອງ, ຕ່າງແຕ່ວ່າໃຜຈະເອົາແຕ່ໃຈຕົນເອງຫນ້ອຍ ຫລື ຫລາຍເທົ່ານັ້ນແຕ່ທາງທີ່ດີຄວນເອົາໃຈເພິ່ນມາໃສ່ໃຈໂຕ ຈິ່ງຈະຢູ່ນຳກັນໄດ້ຍາວນານ.


  
2
ຫຶງ ແລະ ຫວງແບບບໍ່ມີຂອບເຂດ: ເລື່ອງຄວາມຫຶງ, ຄວາມຫວງເປັນເລື່ອງທຳມະດາຢູ່ແລ້ວສຳລັບຄົນທີ່ເປັນຄູ່ຮັກກັນ ແຕ່ທ່ານ ກໍ່ຄວນຫຶງ ແລະ ຫວງແບບມີຂີດຈຳກັດ ແລະ ກໍ່ຕ້ອງເຂົ້າໃຈນິດໄສຂອງຄົນທີ່ທ່ານຮັກໃຫ້ຫລານຳອີກ.


  
3. ບອກເລີກທຸກຄັ້ງທີ່ຜິດຖຽງກັນ: ຂໍ້ນີ້ສ່ວນຫລາຍແມ່ນຈະເກີດກັບຝ່າຍຍິງຫລາຍກວ່າແຕ່ຄວາມຈິງແລ້ວກໍ່ເວົ້າໄປພຽງເພື່ອຢາກໃຫ້ ຄົນຮັກຂອງຕົນມາງໍ້, ມາຂໍຄືນດີເທົ່ານັ້ນ (ວິທີນີ້ອາດຈະໃຊ້ໄດ້ໃນຄັ້ງທຳອິດເທົ່ານັ້ນ, ແຕ່ຖ້າເກີດບັນຫາແບບນີ້ເລື້ອຍໆອາດຈະເລີກກັນ ເລີຍກໍ່ເປັນໄດ້).


  
4.
ເຊື່ອຄຳເວົ້າຂອງຫມູ່ຫລາຍເກີນໄປ: ບາງຄັ້ງຫມູ່ຂອງເຮົາກໍ່ບໍ່ຢາກໃຫ້ເຮົາມີຄົນຮັກເພາະວ່າຈາກທີ່ເຄີຍເຈີຫນ້າ, ເຫັນກັນທຸກໆມື້, ໄປຫລິ້ນໄປກິນນຳກັນຕະຫລອດແຕ່ຫລັງຈາກທີ່ມີຄົນຮັກແລ້ວກໍ່ບໍ່ຄ່ອຍໄດ້ເຫັນຫນ້າກັນເລີຍຍ້ອນວ່າຫມູ່ກັບໄປຢູ່ກັບຄົນຮັກຫລາຍກວ່າ.

  
 
5.
ນັດແລ້ວບໍ່ໄປຕາມນັດ: ການເລື່ອນນັດແບບເລື່ອນແລ້ວເລື່ອນອີກ ຫລື ວ່າມາຊ້າແບບວ່ານັດຕອນສວາຍພັດມາຕອນແລງໆເປັນ ຕົ້ນ....ອາການແບບນີ້ ບາງຄົນອາດຈະທົນລໍຖ້າໄດ້ ແຕ່ກັບບາງຄົນຖ້າດົນໆຫລາຍເທື່ອກໍ່ອາດຈະທົນບໍ່ໄດ້ເຖິງຂັ້ນເລີກກັນເລີຍກໍ່ມີ.


  
6.
ຂີ້ຕົວະ: ຂີ້ຕົວະເປັນນິດໄສ ທັງໆທີ່ບາງຄັ້ງກໍ່ອາດຈະບໍ່ໄດ້ຕັ້ງໃຈ ແຕ່ຖ້າອີກຝ່າຍເຂົ້າໃຈກໍ່ອາດຈະບໍ່ເປັນຫຍັງແຕ່ເລື່ອງແບບນີ້ ແມ່ນມີຫນ້ອຍຄົນທີ່ຈະສາມາດເຂົ້າໃຈໄດ້.


  
7.
ເວົ້າແບບບໍ່ໃຫ້ກຽດກັນ ເວລາຢູ່ຕໍ່ຫນ້າຄົນອື່ນ: ອາດຈະພຽງແຕ່ເປັນການເວົ້າຢອກກັນຫລິ້ນໆແຕ່ອາດຈະໃຊ້ຄຳເວົ້າທີ່ຮຸນແຮງ ເກີນໄປ ແລະ ອາດຈະກໍ່ໃຫ້ເກີດການຜິດຖຽງກັນເຊິ່ງສິ່ງນັ້ນກໍ່ ແມ່ນສາເຫດນ້ອຍໆແຕ່ອາດຈະນຳໄປສູ່ການບອກເລີກກັນກໍ່ເປັນໄປໄດ້.


ຮູ້ແບບນີ້ແລ້ວທ່ານກໍ່ລອງປັບປ່ຽນນິດໄສໃຫ້ເຂົ້າກັບຄົນຮັກຂອງທ່ານເພື່ອບໍ່ໃຫ້ເກີດບັນຫາຂຶ້ນມາຕາມຫລັງ.

ຂຽນເມື່ອ ຂຽນເມື່ອ: ມ.ນ.. 29, 2010 | ມີ 0 ຄຳເຫັນ ແລະ 0 trackback(s)

1. ນົມ 
ເປັນ​ແຫຼ່ງ​ໂປ​ຕີນ​ທີ່​ອຸດົມ ​ແຄລຊ້ຽມຮ່າງກາຍ​ທີ່​ຜູ້ຍິງ​ຕ້ອງການ​ແຄລຊ້ຽມ​ໄປ​ໃຊ້ຫຼາຍກ່ວາ​ຜູ້​ຊາຍ​ໃນ​ການ​ເບິ່ງ​ແຍງ​ກະດູກ​ໃຫ້​ແຂງ​ແຮງ (​ໂດຍ​ສະ​ເພາະ​ຊ່ວງ​ຖືພາ ຊ່ວ​ງ​ໃຫ້​ນົມ​ລູກ ຫຼັງຈາກ​ໝົດ​ປະຈຳ​​ເດືອນ) ​ແລະ​ເພື່ອ​ບໍ່​ໃຫ້​ເກີດ​ປັນຫາກະດູກ​ຜ່ອຍ​ໃນ​ພາຍຫຼັງ ຈຶ່ງ​ມີ​ຄຳ​ແນະນຳ​ໃຫ້​ຜູ້ຍິງ​ດື່ມ​ນົມ​ເປັນ​ປະຈຳ​ມື້​ລະ​2 ​ຈອກ (​ເລືອກ​ແບບ​ຈຶດຊະນິດ LOW FAT) ທັງ​ນີ້​ກໍ່​ເພື່ອ​ກະດູກ​ທີ່​ແຂງ​ແຮງ​ນັ້ນ​ເອງ 


www.soodsanook.com

2. ​ໂຍ​ເກິຣດ 
ໃນ​ໂຍ​ເກຼິຣດມີ​ຈູ​ລີ​ນຊີ​ທີ່​ຊ່ວຍ​ໃຫ້​ລະບົບ​ພູມ​ຄຸ້ມ​ກັນ​ໃນ​ຮ່າງກາຍ​ຂອງ​ເຮົາ​ເຮັດ​ວຽກ​ຢ່າງ​ສົມບູນ​ຂື້ນ​ດ້ວຍ ​ແຕ່​ທີ່​ສຳ​ຄື​ຈະ​ຕອ້ງ​ເປັນ​​​ໂຢ​ເກຼີຣດລົດ​ທຳ​ມະ​ຊາດ​ທີ່​ບໍ່​ຕື່ມ​ໝາກ​​ໄມ້ລົງ​​ໄປ​ເຊື້ອ​ມລົງ​ເພາະ​ນອກຈາກ​ຈະ​ເຮັດ​ໃຫ້​ຕຸ້ຍ​ແລ້ວ ຄວາມຫວານ​ຍັງ​ໄປ​ທຳລາຍ​ຈຸ​ລີ​ນຊີ​ເສີຍ​ໝົດ ຄຸນຄ່າ​ທີ່​ຕອ້ງ​ເສີຍ​ໄປ​ຢາງ​ໜ້າ​ເສຽ​ດາຍ

 
3.ນໍ້າມັນ​ໝາກກອກ
ເປັນ​ໄຂມັນ​ສະ​ນິນ​ອີ່ມ​ໂຕ ຊື່​ງດີ​ແລະ​ເປັນ​ປະ​ໂຫຍ​ດກັບ​ສຸກ​ຂະ​ພາບ ​ເພາະ​ໄປ​ຊ່ວຍລົດ​ລະດັບ​ຄໍ​ເລ​ສ​ເຕີ​ຣອລ LDL ຊື່​ງ​ເປັນ​ໃຂມັນ​ໃນ​​ເສັ້ນ​ເລືອດ​ໂຕ​ອັນຕະລາຍ​ຫຼື​​ໄຕຣກຣີ​ເຊີ​ໄຣ ລວມທັງ​ຊ່ວຍ​ລົດ​ຄວມຊ່ຽງ​ໃນ​ເລື້ອງ​ຄວມດັນ​​ເລືອດ​ສູງ​ໄດ້​ອີກ​ດ້ວຍ ນອກຈາກ​ນັ້ນ​ຍັງ​ມີ​ວິຕາ​ມີນ E ສານ​ຕ້ານ​ອະນຸ​ມູນ​ອິດສະຫຼະ (antioxidant) ທີ່​ຊ່ວຍ​ບຳລຸງ​ຜິວ​ໃຫ້​ສົດ​ໃສ​ອີກ​ດ້ວຍ 

4.​ໃນ​ດອກ​ຕາ​ເວັນ
ເປັນ​ທັນ​ຍາ​ພຶດທີ່​ອຸດົມ​ດ້ວຍ​ວິຕາ​ມີ​ນອີ ​ແລະ​ສານ​ຕ້ານອະນຸ​ມູນ​ອິດສະຫຼະ (antioxidant) ທີ່​ຊ່ວຍ​ຕໍ່ຕ້ານ​ຮອຍ​ຮ່ຽວສະ​ລໍ​ອາຍຸ​ຂອງ​ເຊ​ລຜິວ ຂຶ່ງຊ່ວຍ​ໃຫ້​ຜິວ​ສົດ​ໃສ ​ເບິ່ງ​ຍັງ​ເປັນ​ສາວ​ອ່ອນ​ໄວ ນອກຈາກ​ນັ້ນ​ວິຕາ​ມີ​ນອີ​ຍັງ​ຊ່ວຍ​ລົບ​ເລືອນ​ຮອຍ​​ແຜ​ເປັນ​ໃຫ້​ຈາງ​ລົງ​ໄປ​ນຳ ​ເພາະ​ຊະ​ນັ້ນ​ກີ​ນ​​ໃນ​ດອກ​ຕາ​ເວັນ ​ເປັນ​ຂອງ​ວ່າງຫຼື​ໂຮຍ​ໜ້າ​ສະຫຼັດຈານ​ໂປດ​ຂອງ​ເຮົາ​ກໍ່​ໄດ້ 


5. ບຼ໊ອກ​ໂຄ​ລີ
ນອກຈາກ​ແຊບ​ແລ້ວ ບຼ໊ອກ​ໂຄ​ລີຍັງ​ເປັນ​ຜັກ​ທີ່​ຍັງ​ໃຫ້​ວິຕາ​ມີນຊີ ​ແຄລຊ້ຽມ ​ເຫຼັກ ​ເຊິ່ງມີ​ປະຢຫຍດກັບ​ຮ່າງກາຍ​ທັງ​ສີ້​ນ ນອກຈາກ​ນັ້ນ​ຍັງ​ມີ​ກາກ​ໃຍ​ຊ່ວຍ​ໃຫ້​ລະບົບ​ຂັບ​ຖ່າຍ​ເຮັດ​ວຽກ​ດີ ​ແຕ່​ສີ່​ງສຳຄັນ​ຄື​ຕ້ອງ​ບໍ່​ປຸງ​ໃຫ້​ສຸກຫຼາຍ​ເກີນ​ໄປ​ເພາະ​ຄວມຮ້ອນ​ຈະ​ເຮັດ​ໃຫ້​ວິຕາ​ມີນຕ່າງໆ ຈະ​ເສຍ​ໄປ​ໝົດ 

6.ໝາກ​ເລ່ັນ 
ເປັນ​ແຫຼ່ງ​ເບ​ຕ້າ​ແຄ​ໂຣທີ​ນ ວິຕາ​ມີນຊີ ​ແລະ​ສານ​ຕ້ານອະນຸ​ມູນ​ອິດສະຫຼະ (antioxidant) ທີ່​ຊ່ວຍທີ່​ຊ່ວຍ​ໃຫ້​ລະບົບ​ຕ່າງໆ​ໃນ​ຮ່າງກາຍ​ເຮັດ​ວຽກ​ໄດ້​ດີ​ໂດຍ​ສະ​ເພາະ​ລະບົບ​ການ​ຍ່ອຍ ທີ່​ສຳຄັນ​ມີ​ການ​ວິ​ໃຈ​ພົບ​ວ່າການ​ກີ​ນໝາກ​ເລ່ັນ (ສົດໆ ທັງ​ເປືອກ ) ຊ່ວຍ​ລົດ​ອັດຕາ​ຊ່ຽງການ​ເປັນ​ມະ​ເລັງ​ເຕົ້ານົມ ​ແລະ​ມ​ເລັງ​ປອດ​ໄດ້ ​ໃຜ​ທີ່​ບໍ່​ມັກ​ໝາ​ກ​ເລັ່ນ​ຟ້າວ​ປ່ຽນ​ແນວ​ຄິດ​ດ່ວນ​ໃດ 

7.​ເຕົ້າຮູ້
ເປັ​ນ​ແຫຼ່ງ​ໂປ​ຕີນ​ສຳຄັນ​ຈາກ​ພຶດເຊິ່ງມີ​ໄຂມັນຕໍ່າ​ແຖມ​ແຄລຊ້ຽມສູງ ລາຄາ​ບໍ່​ແພງ ກີ​ນ​ແລ້ວ​ດີ​ກັບ​ລະບົບ​ຍ່ອຍ​ອາຫານ ສະບາຍ​ທ້ອງ ນອກຈາກ​ນັ້ນ​ເຕົ້າຮູ້​ຍັງ​ມີ​ສານ​ທີ່​ຊ່ວຍ​ປັບ​ລະດັບ​ຮໍ​ໂມນ​ເອສ​ໂຕ​ເຂນ​ໃນ​ຮ່າງກາຍ​ໃຫ້​ສົມ​ດຸນ​ອີກ​ດ້ວຍ 

8.ນ້ຳ​ສະອາດ 
60%ຂອງ​ຮ່າງກາຍ​ມີ​ນ້ຳ​ເປັນ​ສ່ວນ​ປະກອບ ນ້ຳ​ຈຶ່ງ​ມີ​ສ່ວນ​ສຳຄັນ​ກ່ຽວຂ້ອງ​ກັບ​ການ​ເຮັດ​ວຽກ​ຂອງ​ລະບົບ​ຕ່າງ​ໆ​ໃນ​ຮ່າງກາຍ​ແລະ​ດ້ວຍ​ຄວມສຳຄັນ​ແບບ​ນີ້​ທຸ​ກໆ​ຄົນ ຈຶ່ງ​ຄວນ​ກີ​ນນ້ຳ​ຢ່າງ​ນ້ອຍ​ມື້​ລະ 8 ຈອກ ​ໂດຍ​ຂໍ​ຍ້ອງ​ວ່າ​ເປັນ​ນ້ຳ​ສະອາດ ບໍ່​ແມ່ນ​ນ້ຳຫວານຫຼືນ້ຳ​ອັດ​ລົມ       

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 21, 2010 | ມີ 0 ຄຳເຫັນ ແລະ 0 trackback(s)

 

Slap apnea ເປັນພາວະ ຂອງຄວາມຜິດປົກກະຕິຢ່າງຫນຶ່ງ ຂອງການຫາຍໃຈທີ່ເກີດຂຶ້ນ ໃນລະຫວ່າງການນອນຫລັບ ຫລື ທີ່ຮຽກກັນວ່າ ນອນກົນ



ການນອນກົນເປັນໄພອັນຕະລາຍຢ່າງຫນຶ່ງ ຖ້າປ້ອງກັນບໍ່ທັນອາດເຖິງຕາຍການນອນ

ກົນແບ່ງອອກເປັນ 2 ປະເພດຄື:

1.ພາວະນອນກົນທຳມະດາ: ສາເຫດເກີດມາຈາກກ່ອງສຽງ ຢ່ອນ ຍານເຮັດໃຫ້ອັດຕັນທາງເດີນຫາຍໃຈ ເຮັດໃຫ້ຫາຍໃຈບໍ່ສະດວກ ແລະ ມີສຽງເວລານອນຫລັບ ພາວະດັ່ງກ່າວ ຈະບໍ່ມີອາການບົ່ງຊີ້ໃດໆ ແຕ່ມີຜົນກະທົບຕໍ່ຄົນຂ້າງຄຽງ ເກີດຄວາມລຳຄານໃຈບໍ່ຢາກຢູ່ໃກ້.

2.ພາວະນອນກົນອັນຕະລາຍ: ເກີດຈາກກ້າມເນື້ອບໍລິເວນລຳຄໍ ຢ່ອນຕົວລະຫວ່າງການນອນຫລັບ ຈິ່ງໄປອັດທາງເດີນອາກາດ. ກ້າມ ເນື້ອທີ່ມີການຢ່ອນຕົວໄດ້ແກ່, ກ້າມເນື້ອຂອງແພດານອ່ອນ, ກົກລີ້ນ ແລະ ລີ້ນໄກ່ ເຊິ່ງໄປອັດທາງເດີນອາກາດ ຈະເຮັດໃຫ້ການຫາຍໃຈ ຕ້ອງໃຊ້ເແຮງຫລາຍ ຈິ່ງເກີດສຽງດັງ ແລະ ນຳໄປສູ່ການຢຸດຫາຍໃຈໃນທີ່ສຸດ.
 
ນອນກົນໄພໃກ້ຕົວ ຢ່າເບິ່ງຂ້າມອາດເຖິງຕາຍ
ໃນບາງລາຍພາວະນອນກົນ ຍັງເຮັດໃຫ້ເກີດໂຣກຕ່າງໆເຊັ່ນ: ໂຣກຫລອດເລືອດສະຫມອງ ແລະ ຫົວໃຈຂາດເລືອດ. ສຳລັບການປິ່ນປົວຮັກສາ ໃນປະຈຸບັນ ຂຶ້ນກັບຄວາມເຫມາະສົມ ຂອງແຕ່ລະຄົນເຊັ່ນ: ອາການບໍ່ຫນັກ ແພດຈະໃຫ້ທຳການປັບປຸງ ພຶດຕິກຳສ່ຽງໄດ້ແກ່ການລົດນ້ຳ ຫນັກຕົວ ລວມເຖິງການອອກກຳລັງກາຍທີ່ເຫມາະສົມ ບໍ່ໃຫ້ຫນັກຈົນເກີນໄປ ຫລີກລ້ຽງການດື່ມເຫລົ້າ,
 
ດື່ມເບຍ ແລະ ພະຍາຍາມນອນ ຕະແຄງ ຫລື ທ່າທີ່ເຮັດໃຫ້ອາການຫລຸດລົງ,ງົດສູບຢາ ຫາກອາການຍັງບໍ່ດີຂຶ້ນ ແພດຈະໃຫ້ໃຊ້ເຄື່ອງຊ່ວຍສ້າງແຮງດັນບວກໃນທາງເດີນອາກາດ ຖ້າຫາກອາການຍັງບໍ່ດີຂຶ້ນ ກໍຕ້ອງຮັກສາດ້ວຍການຜ່າຕັດ.

ຮຽບຮຽງໂດຍ: ໃຈເພັດ
ຫນັງສືພິມເສດຖະກິດ ສັງຄົມ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 16, 2010 | ມີ 0 ຄຳເຫັນ ແລະ 0 trackback(s)

 

  ດື່ມນ້ຳຕອນໃດດີທີ່ສຸດ ຮູ້ບໍ່ວ່າການດື່ມນ້ຳກໍ່ຕ້ອງມີເວລາທີ່ດື່ມແລ້ວໃຫ້ປະໂຫຍດສູງສຸດຄືກັນ   

ຕື່ນນອນຕອນເຊົ້າ 1 ຈອກ ເພາະເປັນຊ່ວງເວລາທີ່ຄວາມເຂັ້ມຂຸ້ນຂອງເລືອດສູງ   ເລືອດຈະມີລັກສະນະຂາດນ້ຳ
ຕອນສວາຍໆ 2 ຈອກ (ເວລາປະມານ 9ໂມງເຖິງ10ໂມງເຊົ້າ) ຊ່ວງເວລານີ້ດື່ມນ້ຳເພື່ອຊຳລະລ້າງຂອງເສຍອອກຈາກຮ່າງກາຍຂອງເຮົາ
ຕອນທ່ຽງ 3 ຈອກ (ເວລາບ່າຍໂມງເຖິງ 2ໂມງ)
ຕອນແລງ 3 ຈອກ (ເວລາປະມານ 7ໂມງເຖິງ8ໂມງ)

ກ່ອນນອນດື່ມ 1ຈອກ ເພື່ອໃຫ້ນ້ຳໄຫລວຽນຊຳລະລ້າງສິ່ງທີ່ຕົກຄ້າງໃນລຳໄສ້ແລະກະເພາະອາຫານ ຖ້າເປັນນ້ຳອຸ່ນຍິ່ງດີ ເພາະຈະເຮັດໃຫ້ນອນຫລັບສະບາຍຂຶ້ນ

ການດື່ມນ້ຳເປັນສິ່ງທີ່ດີຕໍ່ຮ່າງກາຍ ແລະກໍ່ຄວນດື່ມໃຫ້ໄດ້ຢ່າງຫນ້ອຍ ມື້ລະ 8ຫາ 10ຈອກເພື່ອສຸຂະພາບທີ່ດີ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 16, 2010 | ມີ 0 ຄຳເຫັນ ແລະ 0 trackback(s)

ຫລາຍໆຄົນທີ່ນັ່ງມົກມົ້ນຢູ່ນຳ com ເປັນເວລາຫລາຍຊົ່ວໂມງ ເມື່ອລຸກອອກ ມາອາດຮູ້ສຶກປວດຕາ, ຫາກເປັນແບບນີ້ເລື້ອຍໆ ຈະເຮັດໃຫ້ສາຍຕາຂອງທ່ານ ຄ່ອຍໆເສຍ (ຫລືເຮັດໃຫ້ທ່ານສາຍຕາສັ້ນໄດ້).
ມື້ນີ້ຂ້າພະເຈົ້າມີຂໍ້ແນະນຳບາງຢ່າງມາສະເຫນີ :
ຫລັງຈາກທ່ານຫລີ້ນ com ມາເມື່ອຍໆແລ້ວ ໃຫ້ທ່ານມືນຕາກວ້າງໆເບີ່ງໃບໄມ້ ທີ່ມີສີຂຽວ, ໃຫ້ທ່ານຈ້ອງເບິ່ງປະມານ 5-10 ນາທີ, (ຖ້າທ່ານມີຕົ້ນດອກໄມ້ປູກໃນ ໂຖນ້ອຍໆຕັ້ງໄວ້ຂ້າງໂຕະ com ກໍ່ດີ) ໃຫ້ທ່ານເຮັດແບບນີ້ເປັນປະຈຳ ແລ້ວຈະ ຊ່ວຍຮັກສາສາຍຕາຂອງທ່ານໄດ້

ຂຽນເມື່ອ ຂຽນເມື່ອ: ມ.ນ.. 16, 2010 | ມີ 1 ຄຳເຫັນ ແລະ 0 trackback(s)

ຄຳຂວັນ ຂອງແຕ່ລະແຂວງທົ່ວປະເທດ 1. ແຂວງ ຄຳມ່ວນ
ຄຳມ່ວນດິນແດນທຳມະຊາດ ປະຫວັດສາດວິລະຊົນ
ຕົ້ນກຳເນີດລຳພະຫຍາມະຫາໄຊ ກິນຊຸບໜໍ່ໄມ້
ແກງໄກ່ໃສ່ສານ ນະມັດສະການພະທາດສີໂຄດຕະບອງ
ເປັນເຈົ້າຂອງເຂົ້າໜົມປ່ານ ປະສານປວງປະຊາ
ເລັ່ງລັດພັດທະນາ ຊ່ວຍປະຊາໃຫ້ມີສຸກ
2. ແຂວງ ສະຫວັນນະເຂດ
ສະຫວັນນະເຂດຜືນແຜ່ນດິນຄຳ ພະທາດອີງຮັງສະຖານບູຮານງາມສະຫງ່າ
ສັດໂລກໄດໂນເຊົາຮ້ອຍລ້ານປີ ປະເພນີວັດທະນະທຳລ້ຳເລີດ ກຳເນີດຂັບລຳ 4 ຈັງຫວະ
3. ແຂວງ ສາລະວັນ
ໝາກພ້າວນາໄຊ ປີ້ງໄກ່ນາປົ່ງ
ເຫຼົ້າຂາວເມືອງຄົງ ລຳວົງສາລະວັນ
4. ນະຄອນຫຼວງວຽງຈັນ
ມາວຽງຈັນ ຊົມຂົວມິດຕະພາບ ກາບໄຫ້ວຫໍພຼະແກ້ວ
ຊົມສວນປະຕູໄຊ ໄຫ້ວພຼະທາດຫຼວງມິ່ງຂວັນ
ຊົມວີວທີວທັດແຄມຂອງ ຫາດຊາຍສີທອງດອນຈັນ
ຊີມລົດອາຫານນາໆຊາດ ເທີງຫໍຜາສາດສີ່ສິບຊັ້ນ
ພັກຜ່ອນເທີງວິມານສະຫວັນ ໂຮງແຮມດອນຈັນພາເລດ ລືນາມ
5. ແຂວງ ຊຽງຂວາງ
ພູກູດມີໄຊ ທົ່ງໄຫຫີນລືນາມ
ສາວງາມເມືອງພວນ ເຊີນຊວນທ່ຽວຊົມແຂວງວິລະຊົນ
6. ແຂວງ ໄຊຍະບູລີ
ງາມທາດປວກ ເມືອງ ຄອບ ປະນົມນ້ອມພະທາດມັດຄຳ ເມືອງ ເງິນແສນເພີດເພີນພະທາດຊຽງລົມ ເມືອງ ຊຽງຮ່ອນ ອອນຊອນບຸນບັ້ງໄຟ ເມືອງ ປາກລາຍ ງາມເຫຼືອຫຼາຍ
ສາວດອກຝ້າຍຈັນເມືອງ ແກ່ນທ້າວ ຫວານນ້ຳໝາກພ້າວ ເມືອງ ບໍ່ແຕນ
ແດນພູເຂົາຊ້າງ ເມືອງ ຫົງສາ - ເມືອງ ທົ່ງ ຮວງເຂົ້າກົ່ງເມືອງພຽງ
ສຽງຂັບລຳລ່ອງຮຸ່ງ ເມືອງ ໄຊຍະບູລີ
7. ແຂວງ ເຊກອງ
ເອກະລັກພູນາງລາວ ແວວວາວຄ່ານ່າຊື່ນໃຈ
ທ່ຽວວັງໄງດື່ມເຫົ້ຼາໄຫ ເມືອງ ດາກຈຶງ ຄະນຶງຫາ
ສາຍທາລາຕົກຕາດແສກ ແປດພະໄທຢ່າລືມໄປຂໍປັນກອບ
ບອກຄວາມສາມັກຄີ ໄປຮູ້ຈັກບຸນປະເພນີບັນດາເຜົ່າ
8. ແຂວງ ບໍ່ແກ້ວ
ບໍ່ແກ້ວມະນີລ້ຳຄ່າ ຊົມປ່າດອກງີ້ວບານ
ເທດສະການບັນດາເຜົ່າ ຖິ່ນເມືອງເກົ່າສຸວັນນະໂຄມຄຳ
ຊົມຖ້ຳນ້ຳຍູ້ ອູ້ສາວລາວຢວນ
ຊວນຊົມວັດຈອມເຂົາມະນີລັດ ໄຫວ້ພະທາດສຸວັນນະຜາຄຳ
9. ແຂວງ ບໍລິຄຳໄຊ
ຖິ່ນອາໃສສາວເມີ້ຍຜູ້ໂສພາ ຖິ່ນຢູ່ໂຕເສົາຫຼາ
ໄມ້ເກດສະໜາຄ່າແພງ ທົ່ງນາແຊງກ້ວາງໃກ
ພະບາດໃຫຍ່ໂພນສັນ ຄົນຊ່າລືກ່າວເອີ້ນ ແດນກຸຫຼາບປາກຊັນ
10. ແຂວງ ຜົ້ງສາລີ
ຜົ້ງສາລີ ປຽບຄືດັ່ງສະຫວັນສັ່ງ ວິມານດ່ານແດນພູດອຍ
ເປັນດິນແດນວິລະຊົນ ຮັກຄອນພົງພັນເຊື້ອ
ງາມເຫຼືອຫຼາຍພູຟ້າ ທະເລຫຼວງໝອກໃຫຍ່
ເຊີນຊີມປາພູຟ້າ ດື່ມເຫຼົ້າຂຽວເອ່ວສະຖານທີ່
ເບີ່ງຮີດຄອງປະເພນີ ເອກະລັດຫຼາຍເຜົ່າເຊື້ອ ເປັນຂອງຕ້ອນທ່ານຜູ້ຊົມ!
11. ແຂວງ ຫຼວງນ້ຳທາ
ບັ້ນຮົບຫຼວງນ້ຳທາ ພະທາດໃຫຍ່ຊຽງເປງ
ຊາບຊື້ງກັບວັດທະນະທຳຫຼາຍເຜົ່າ ເຂົ້າຊອຍແຊບເມືອງສິງ
ລີງລາຍແພໄໝມ້ອນ ເມືອງ ຫຼວງນ້ຳທາ ທ່ຽວປ່າສະຫງວນແຫ່ງຊາກນ້ຳຮ່າ
ເຂດພັດທະນາເສດຖະກິດພິເສດບໍ່ເຕັນແດນຄຳ ຮ່ວມເຕັ້ນແຊນຳສາວໄຕດຳ ງາມແທ້ລະ
ກ໋າ
12. ແຂວງ ຫຼວງພະບາງ
ຫຼວງພະບາງເມືອງງາມ ອາຮາມຮຸ່ງເຮືອງ ງາມພູຕັ້ງຢູ່ກາງເມືອງ ເລືອງລືວັດທະນະທຳ
ເມືອງນຸ່ງສິ້ນໄໝ ຂວັນໃຈນັກທ່ອງທ່ຽວ ເອາະຫຼາມໃສ່ສະຂ່ານ ງານຊ່ວງເຮືອເດືອນ 9ເມືອງກ້ຽວຄຳຫວານ ຕຳນານເມືອງຂຳທຸ່ມ ວັດເກົ່າແກ່ມາກມີ ຕາດກວາງຊີ ແລະ ຖ້ຳຕີ່ງເປັນເມືອງມໍລະດົກໂລກ.
13. ແຂວງ ວຽງຈັນ
ເມືອງເກົ່າໄຜ່ໜາມ ລືນນາມອ່າງນ້ຳງື່ມ
ຕຳນານເດີນລາຍງ້າວ ອູ່ເຂົ້າຊາວເມືອງ
ຄົນເຮືອງຂັບງື່ມ ດື່ມດຳທຳມະຊາດ ປະຊາລາດສາມັກຄີ
14. ແຂວງ ຫົວພັນ
ງົດງານມພູຜາ ນ້ຳມ້າສ່ອງໃສ
ວຽງໄຊປະຫວັດສາດ ຜ້າໃໝຊຳໃຕ້
ຫີນຕັ້ງຫົວເມືອງ ຖິ່ນພູສາມເຊົ່າ
ຄົກເຂົ້ານ້ຳລິນ ແຜ່ນດິນວິລະຊົນ
15. ແຂວງ ອຸດົມໄຊ
ທ່ຽວອຸດົມໄຊ ໄປຊົມທຳມະຊາດ
ນ້ຳຕົກຕາດຫົວນ້ຳກັດ ຊົມວັດທະນະທຳຊົນເຜົ່າ
ໄຫ້ວພຼະເຈົ້າສິງຄຳ ດື່ມນ້ຳຊາພັນປີ
ຂີ່ເຮືອທ່ອງທ່ຽວ ຊົມທຳມະຊາດແຄມຂອງ
16. ແຂວງ ອັດຕະປື
ລຳນ້ຳໃສປ່າໄມ້ຂຽວ ທ່ອງທ່ຽວໜອງຟ້າ
ຊົມຜາຮຽງຊານໄຊ ໄຫ້ວພະອົງແສນ ພັກແດນສາມັກຄີ
17. ແຂວງ ຈຳປາສັກ
ເອກະລັກວັດພູ ກຸຫລາບປາກເຊ
ກະເຟປາກຊ່ອງ ນ້ຳຂອງໂຕນຄອນ ສີພັນດອນລືນາມ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 16, 2010 | ມີ 0 ຄຳເຫັນ ແລະ 0 trackback(s)

<!--[if gte mso 9]>

Normal
0


false
false
false








MicrosoftInternetExplorer4

<![endif]--><!--[if gte mso 9]>


<![endif]-->
<!--
/* Font Definitions */
@font-face
{font-family:"Arial Unicode MS";
panose-1:2 11 6 4 2 2 2 2 2 4;
mso-font-alt:Arial;
mso-font-charset:0;
mso-generic-font-family:roman;
mso-font-format:other;
mso-font-pitch:variable;
mso-font-signature:3 0 0 0 1 0;}
@font-face
{font-family:"Saysettha OT";
panose-1:2 11 5 4 2 2 7 2 2 4;
mso-font-charset:0;
mso-generic-font-family:swiss;
mso-font-pitch:variable;
mso-font-signature:-2097151825 268443658 0 0 65537 0;}
/* Style Definitions */
p.MsoNormal, li.MsoNormal, div.MsoNormal
{mso-style-parent:"";
margin:0cm;
margin-bottom:.0001pt;
mso-pagination:widow-orphan;
font-size:12.0pt;
font-family:"Times New Roman";
mso-fareast-font-family:"Times New Roman";
mso-bidi-font-family:"Arial Unicode MS";}
@page Section1
{size:612.0pt 792.0pt;
margin:72.0pt 90.0pt 72.0pt 90.0pt;
mso-header-margin:36.0pt;
mso-footer-margin:36.0pt;
mso-paper-source:0;}
div.Section1
{page:Section1;}
-->
<!--[if gte mso 10]>

/* Style Definitions */
table.MsoNormalTable
{mso-style-name:"Table Normal";
mso-tstyle-rowband-size:0;
mso-tstyle-colband-size:0;
mso-style-noshow:yes;
mso-style-parent:"";
mso-padding-alt:0cm 5.4pt 0cm 5.4pt;
mso-para-margin:0cm;
mso-para-margin-bottom:.0001pt;
mso-pagination:widow-orphan;
font-size:10.0pt;
font-family:"Times New Roman";
mso-ansi-language:#0400;
mso-fareast-language:#0400;
mso-bidi-language:#0400;}

<![endif]-->
ເຊື່ອວ່າຫລາຍຄົນຄົງຢາກມີສຸຂະພາບແຂງແຮງດີ
ມື້ນີ້ຈິ່ງຂໍແນະນຳວິທີກ່ຽວກັບອາຫານການກິນມາບອກໃຫ້ຮູ້ສິ່ງສຳຄັນ ສຳລັບຜູ້ນຳ ເອົາໄປປະຕິບັດຈະຊ່ວຍເຮັດໃຫ້ມີສຸຂະພາບແຂງແຮງຂຶ້ນມາກໍ່ເປັນໄດ້.


1 ລອງຮັບປະທານອາຫານໃຫມ່:
ໃຜທີ່ຄິດວ່າບໍ່ຮູ້ຈະຮັບປະທານຫຍັງດີ
ສຸດທ້າຍກໍ່ຕ້ອງກັບມາຮັບປະທານອາຫານແບບເກົ່າຊ້ຳໆ ທ່ານ ຮູ້ບໍ່ວ່າການຮັບປະທານອາຫານດຽວຊ້ຳໆເປັນປະຈຳທຸກມື້ຈະເຮັດໃຫ້ຮ່າງກາຍໄດ້ຮັບສານອາຫານບໍ່ພຽງພໍ
, ຖ້າທ່ານສາມາດຮັບປະທານ
ອາຫານໄດ້ຫລາຍຢ່າງຈະຊ່ວຍເຮັດໃຫ້ຮ່າງກາຍໄດ້ຮັບວີຕາມິນ ແລະ
ສານຕ້ານອະນຸມູນອິດສະຫລະເພີ່ມຂຶ້ນ.


2 ຫາເວລາເຂົ້າຄົວແຕ່ງກິນ:
ເວລາທີ່ເຮົາລົງມືແຕ່ງກິນເອງ
ອາດເຮັດໃຫ້ທ່ານສາມາດຮັບປະທານອາຫານໄດ້ຫລາຍຂຶ້ນກວ່າເກົ່າ ນອກ ຈາກນີ້ ການເຂົ້າຄົວຍັງເປັນອີກກິດຈະກຳຫນຶ່ງທີ່ຊ່ວຍເສີມສ້າງຄວາມສຳພັນອັນດີລະຫວ່າງຄົນໃນຄອບຄົວນຳອີກ.


3 ຮັບປະທານອາຫານປະເພດພືດພັນທັນຍາຫານ:
ເປັນທີ່ຮູ້ຈັກກັນດີແລ້ວວ່າ
ຖ້າຮັບປະທານຈຳພວກພືດພັນທັນຍາຫານ ສາມາດຊ່ວຍ ປ້ອງກັນບໍ່ໃຫ້ເກີດພະຍາດຊຳເຮື້ອຕ່າງໆເຊັ່ນ
ພະຍາດໄຂມັນອຸດຕັນໃນເສັ້ນເລືອດ
, ເບົາຫວານຊະນິດທີ 2 ແລະ ພະຍາດມະເຮັງແຖມ
ຍັງມີຄຸນສົມບັດຊ່ວຍຕໍ່ສູ້ກັບຄໍເລສເຕີຣໍໄດ້ອີກ ນອກຈາກນີ້ ຍັງອຸດົມໄປດ້ວຍໄຟເບີ
ເຊິ່ງຈະຊ່ວຍເຮັດໃຫ້ທ່ານຮູ້ສຶກອີ່ມທ້ອງໄດ້ດົນ.


4 ຮັບປະທານຂອງວ່າງລະຫວ່າງມື້:
ທ່ານຮູ້ຫລືບໍວ່າການຮັບປະທານອາຫານເບົາໆ
(ຂອງກິນຫລິ້ນ) ລະຫວ່າງມື້ ຈະຊ່ວຍເຮັດໃຫ້ຮ່າງ ກາຍໄດ້ຮັບສານອາຫານເພີ່ມຂຶ້ນ ເພາະວ່າທ່ານຈະໄດ້ຮັບວີຕາມິນ
ແລະ ເກືອແຮ່ ທີ່ຮ່າງກາຍຕ້ອງການນອກເຫນືອຈາກອາຫານຄາບ ຫລັກທັງ
3 ຄາບນັ້ນ
ນອກຈາກນີ້ ມັນຍັງຊ່ວຍຮັກສາລະດັບນ້ຳຕານໃນເລືອດໃຫ້ຄົງທີ່
, ເພີ່ມພະລັງງານ
ແລະ ເຮັດໃຫ້ອາລົມດີຂຶ້ນ ນຳອີກ.

ຂຽນເມື່ອ ຂຽນເມື່ອ: ມ.ນ.. 16, 2010 | ມີ 0 ຄຳເຫັນ ແລະ 0 trackback(s)

ໃນກໍລະນີຕົວຄູນທີ່ມີຜົນບວກເລກທ້າຍເທົ່າສິບ



- ການຄິດໂດຍນຳໃຊ້ເອກະຜົນຄວນຈື່ (a-b)(a+b)=a2-b2

ຕົວຢ່າງ: 18*22= (20-2)(20+2)=20*20-2*2=400-4=396

        87*93=(90-3)(90+3)=90*90-3*3=8100-9=8091

1. 26*34=

2. 58*62=

3. 73*67=

4. 79*81=

5. 34*46=



- ໃນກໍລະນີ ຕົວຄູນທີ່ມີຈຳນວນຫົວສິບໃກ້ຄຽງກັນ



ຕົວຢ່າງ:  18*22=        3          96

                    1*(2+1)   (8*10)+(8*2)



         87*93=        80         91

                    8*(9+1)   (7*10)+(7*3)



ໝາຍຄວາມວ່າ: - ເອົາຈຳນວນຫົວສິບທີ່ນ້ອຍຄູນກັບຈຳນວນຫົວສິບທີ່ໃຫຍ່ບວກໜຶ່ງ

               1*(2+1)​ ; 8*(9+1) ເປັນຈຳນວນເລກຂ້າງໜ້າ

             - ເອົາຈຳນວນຫົວໜ່ວຍຂອງຫົວສິບທີ່ນ້ອຍກວ່າຄູນກັບສິບແລ້ວບວກກັບ

               ຜົນຄູນຂອງຈຳນວນຫົວໜ່ວຍທັງສອງ (8*10)+(8*2) ;

               (7*10)+(7*3) ເປັນຈຳນວນເລກຂ້າງຫລັງ



1. 26*34
2. 38*42
3. 57*63
4. 89*91
5. 102*98

ຂຽນເມື່ອ ຂຽນເມື່ອ: ມ.ນ.. 16, 2010 | ມີ 0 ຄຳເຫັນ ແລະ 0 trackback(s)

ເຫັນບລັອດນີ້ງຽບເຫງົາບໍ່ເຫັນມີໃຜໂພສ
ຊັ້ນກະຂໍເລີ່ມເປັນຄົນທຳອິດເລີຍເດີ ມື້ນີ້ເອົາວິທີຄິດໄລ່ເລກໃຫ້ໄວມາຝາກ
ແຕ່ກະຂໍໃຫ້ຕັ້ງໃຈອ່ານແນ່ເດີມັນຈຶ່ງຈະເຂົ້າໃຈດີ



I. ການຄູນເລກຈຳນວນໜຶ່ງກັບ 11

    ຕົວຢ່າງ: 23 x 11 = ?





    -ໃຫ້ແຍກຕົວທາງຫນ້າສຸດຄື 2 ແລະ ທ້າຍສຸດຄື 3 ອອກໄວໄດ້້:

     23x11 = 2(   )3

    -ເອົາ 2+3 ໄດ້ 5, ເອົາຜົນລັບທີ່ໄດ້ໄປວາງໃສ່ໃນວົງເລັບໄດ້ 23x11= 253

ຕົວຢ່າງເພີ່ມເຕີມ:

1. 23x11 = 2(2+3)3 =253


2. 34x11 = 3(3+4)4 = 374


3. 36x11 = 3(3+6)6 = 396


4.123X11 = 1(1+2)(2+3)3 = 1353


5. 2345x11 = 2(2+3)(3+4)(4+5)5 = 25795


6. 789x11= 7(7+8)(8+9)9= 8679


# ຫມາຍເຫດ: ຈໍານວນຕົວເລກຜົນລັບຈະມີຈໍານວນຫລາຍກວ່າຕົວຕັ້ງຢູ່ 1 ຕົວທຸກເທື່ອ

ທົດສອບຄວາມເຂົ້າໃຈລອງເບິ່ງ:


1) 11 x 43 =

2) 11 x 81 =

3) 11 x 11 =

4) 11 x 151 =

5) 11 x 527 =



II. ການຄູນເລກທີ່ມີຕົວທຳອິດຄືກັນ ແລະ ຕົວຫຼັງບວກກັນໄດ້ 10

   ຕົວຢ່າງ: 32 x 38 = ?





   

    - ເອົາ 3 ຄູນກັບຕົວເລກທີ່ “ໃຫຍ່ກວ່າມັນຢູ່ 1” ຄື 4 ໄດ້ 3 x 4 = 12

    - ເອົາຕົວທ້າຍຄູນກັນໄດ້ 2 x 8 = 16, ເອົາ 16 ຕໍ່ໃສ່ 12 ຂ້າງເທິງ

    - ສຸດທ້າຍຈະໄດ້ 32 x 36 = 1216

ທົດສອບຄວາມເຂົ້າໃຈລອງເບິ່ງ:

1) 43 x 47 =

2) 24 x 26 =

3) 62 x 68 =

4) 17 x 13 =

5) 59 x 51 =

6) 77 x 73 =



III. ການຄິດໄລ່ເລກຍົກກຳລັງສອງທີ່ລົງທ້າຍດ້ວຍ 5

    ຕົວຢ່າງ: 752 = ?





   

    - ຕົວສຸດທ້າຍຄື 25 ສະເຫມີ

    - ເອົາ 7 ຄູນກັບຕົວເລກທີ່ “ໃຫຍ່ກວ່າມັນຢູ່ 1” ຄື 8 ໄດ້ 7 x 8 = 56 ເອົາ 25

      ມາຕໍ່ໃສ່ໄດ້ 5625

      ດັ່ງນັ້ນ 752 = 5625

ທົດສອບຄວາມເຂົ້າໃຈລອງເບິ່ງ:

1) 452 =

2) 652 =

3) 952 =

4) 352 =

5) 152 =



ເອົາເທົ່ານີ້ກ່ອນເນາະ
ຖ້າມີໂອກາດລະຈະມາໂພສໃຫ້ໃຫມ່ ແລະ
ຫວັງວ່າຄົງຈະເປັນປະໂຫຍດໃຫ້ຜູ້ອ່ານບໍ່ຫຼາຍກໍຫນ້ອຍເນາະ
ຢ່າລືມໂວດໃຫ້ຄະແນນແນ່ເດີ ^^




“ຢ່າອ່ານຫນັງສືແບບຜິວເຜີນພຽງເພື່ອໃຫ້ໄດ້ຮັບຄຳຍ້ອງວ່າ
“ເປັນຄົນດຸຫມັ່ນ” ຫຼື ອ່ານຫນັງສືພຽງເພື່ອຈະບໍ່ໄດ້ໄປເຮັດກິດຈະກຳອື່ນ
(ເຮັດວຽກເຮືອນ) ເພາະຫາກເປັນເຊັ່ນນັ້ນແລ້ວ
ບຸກຄົນຜູ້ນັ້ນກໍ່ຍັງຈະເປັນຄົນໂງ່ຕະຫຼອດໄປ”

ຂຽນເມື່ອ ຂຽນເມື່ອ: ມ.ນ.. 16, 2010 | ມີ 0 ຄຳເຫັນ ແລະ 0 trackback(s)

ອານາຈັກມົດປະກອບໄປດ້ວຍມົດນາງພະຍາ ມົດໂຕຜູ້ ມົດງານແລະມົດທະຫານ ອາຍຸຂອງມົດແຕ່ລະຊະນິດແບ່ງໄປຕາມຫນ້າທີ່ຂອງມັນ ໂຕຜູ້ມີອາຍຸສັ້ນທີ່ສຸດ ມີຫນ້າທີ່ປະສົມພັນກັບນາງພະຍາພຽງຄັ້ງດຽວແລ້ວກໍ່ຕາຍໄປ ມົດງານແລະມົດທະຫານມີອາຍຸຍືນກວ່າ ສວ່ນມົດນາງພະຍາຈະມີອາຍຸຍືນທີ່ສຸດ ມົດທະຫານຈະມີອາຍຸປະມານ 6-7 ປີ ແຕ່ມົດນາງພພະຍາສາມາດອອກລູກໄດ້ເຖິງວ່າອາຍຸຈະຮອດ 10 ປີ ມົດນາງພະຍາມີອາຍຸຍືນຈະເປັນສິ່ງທີ່ດີຕໍ່ອານາຈັກມົດ ເພາະເມື່ອມົດນາງພະຍາຕາຍອານາຈັກມົດນັ້ນຈະສູນຫາຍທັນທີ ເພາະສະນັ້ນມົດຈິ່ງໃຫ້ຄວາມສຳຄັນຕໍ່ມົດນາງພະຍາຫລາຍ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 15, 2010 | ມີ 0 ຄຳເຫັນ ແລະ 0 trackback(s)

ການເກັບມ້ຽນຢາ

ການເກັບມ້ຽນຢານ້ຳ ແລະ ຢາເມັດບໍ່ຄືກັນ ຢານ້ຳຄວນເກັບໄວ້ບ່ອນທີ່ເຢັນ, ບໍ່ຄວນຖືກແສງແດດ ຖ້າເປິດໃຊ້ແລ້ວຄວນເກັບໄວ້ໃນຕູ້ເຢັນ ເພື່ອຄົງສະພາບຢາໃຫ້ຢູ່ໄດ້ດົນ ແລະ ບໍ່ໃຫ້ເຊື້ອໂລກ ເຊັ່ນ: ເຊື້ອລາ, ຂື້ນບໍລິເວນອ້ອມແກ້ວຢາ ຫລື ຕົກລົງໄປໃນໂຕຢາ ສຳຫລັບຢາເມັດນັ້ນຖ້າມີເຈ້ຍຫໍ່ຢູ່ແລ້ວກໍ່ບໍ່ຄວນແກະອອກ ແຕ່ຖ້າບໍ່ມີ ແລະ ຕ້ອງການເກັບໄວ້ດົນ ຄວນມີຫໍ່ສານດູດຄວາມຊຸ່ມປະສົມໃນແກ້ວຢາ ບໍ່ຄວນເກັບຢາໄວ້ໃນບ່ອນປຽກຊຸ່ມ ແລະ ໃນບ່ອນທີ່ຮ້ອນ ເພາະຈະເຮດໃຫ້ຢາເສຍຄຸນງ່າຍ ສິ່ງທີ່ສຳຄັນອັນດັບຕໍ່ມາຄື: ການຊື້ຢາຢ່າໃຫ້ເກິດການສະລັບກັນຂອງຢາໃນແຕ່ລະແກ້ວຢາ ຄວນຂຽນບອກຊື່ຢາ, ຂະຫນາດການໃຊ້ຢາ ແລະ ກິນໄດ້ມື້ລະຈັກເທື່ອ ນອກຈາກນັ້ນຄວນບອກວັນທີທີ່ຜະລິດ ແລະ ວັນທີ່ຫມົດອາຍຸ ແຕ່ເມື່ອນຳຢາເມັດອອກຈາກແຂ້ວມາໃສ່ໃນຊອງຢາ ມື້ຫມົດອາຍຸຂອງຢາຈະປ່ຽນໄປ ຄື: ອາຍຸຈະສັ້ນເຂົ້າ ຈຶ່ງຄວນເກັບໄດ້ໃຫ້ດີ ອາດຈະສັງເກດໄດ້ງ່າຍໆ ວ່າຢາເມັດຫມົດອາຍຸຫລືບໍ່ ໂດຍທີ່ສີຂອງຢາຈະປ່ຽນໄປ ຫລື ມີຈຸດປະກົດຂື້ນຢູ່ເມັດຢາ ໃນກໍລະນີນ້ຳສີອາດຈະປ່ຽນໄປ ຫລື ເກິດການແຍກຊັ້ນຂອງຢາທີ່ເກົ່າບໍ່ເຄີຍແຍກຊັ້ນມາກ່ອນ ແຕ່ຢາບາງຢ່າງແຍກຊັ້ນຢູ່ກ່ອນແລ້ວ ກໍ່ບໍ່ໄດ້ຫມາຍຄວາມວ່າຢາຈະຫມົດອາຍຸ ຖ້າເປັນຢານ້ຳທີ່ບໍ່ມີສານຕົກຄ້າງ ເມື່ອເກັບໄວ້ຕະກອນຂື້ນກໍ່ຫມາຍຄວາມວ່າຢາຫມົດອາຍຸຄືກັນ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 15, 2010 | ມີ 0 ຄຳເຫັນ ແລະ 0 trackback(s)

ກິນເຂົ້າເຊົ້າເປັນສິ່ງສຳຄັນຫລາຍ

ມື້ນີ້ທ່ານກິນເຂົ້າເຊົ້າຫລືຍັງ ຂໍບອກວ່າມັນສຳຄັນຫລາຍ
ທ່ານຫມໍຢູ່ທີ່ໂຮງຫມໍອົບຮົມວ່າທຸກຄົນຕ້ອງກິນອາຫານເຊົ້າໃຫ້ໄດ້ຫລາຍທີ່ສຸດເທົ່າທີ່ຈະຫລາຍໄດ້ ເພາະເມື່ອຮ່າງກາຍບໍ່ມີພະລັງງານຈາກອາຫານເຊົ້າໄປໃຊ້ ຮ່າງກາຍຈະດຶງສານອາຫານຈາກອະໄວຍະວະສ່ວນອື່ນອອກມາ (ບໍ່ແມ່ນໄຂມັນໆ ຍັງຢູ່ຄືເກົ່າ), ຊຶ່ງພາຍໃຕ້ກະບວນການນີ້ຈະເກິດທາດກົດຊະນິດຫນື່ງອອກມານຳ ຊຶ່ງການທີ່ເຮົາບອກວ່າບໍ່ກິນເຂົ້າເຊົ້າ ກໍ່ຍັງເຮັດວຽກໄດ້ເປັນປົກກະຕິມາຫລາຍປີແລ້ວ ນັ້ນຄືຮ່າງກາຍໄດ້ນຳເອົາກົດທີ່ເກິດຂື້ນມາໃຊ້ແທນພະລັງງານທຸກວັນ ເຮົາຈຶ່ງເຮັດວຽກໂດຍໃຊ້ກົດແທນພະລັງງານ ແລະ ເມື່ອຮ່າງກາຍຕ້ອງຜະລິດກົດອອກມາເລື້ອຍໆ ພໍເຖິງອາຍຸຫລາຍຂື້ນເຮົາກໍ່ຈະເປັນໂລກຫລາຍຢ່າງຕາມມາ ນອກຈາກນີ້ເຮົາຮູ້ຫລືບໍ່ວ່າ: ໂດຍປົກກະຕິແລ້ວຮ່າງກາຂອງມະນຸດເຮົາຜະລິດສານພິດຢູ່ພາຍໃນຮ່າງກາຍຕະຫລອດເວລາ ເປັນຂອງເສດ ຄືລົດທີ່ຕື່ມນ້ຳມັນເຂົ້າໄປແລ້ວກໍ່ຈະມີຄວັນອອກມາ ພາສາທາງການແພດເອີ້ນວ່າ: ຂອງເສດເຫລືອໃນຮ່າງກາຍນີ້ວ່າ ສານອະນຸມູນອິດສະ (oxidant) ເກິດຈາກການສັນດານພະລັງງານຂອງຮ່າງກາຍ ແລ້ວປ່ອຍຂອງເສຍອອກມາ (ບໍ່ແມ່ນອຸດຈາລະ ແນວລະຢ່າງກັນ), ນອກຈາກນີ້ຮ່າງກາຍຈະເລັ່ງຜະລິດສານອະນຸມູນອິດສະລະອີກກໍ່ເມື່ອເວລາທີ່ເຮົາອາລົມບໍດີ ຫລື ຕ້ອງເຮັດວຽກຫນັກໃຊ້ສະຫມອງປະກອບກັບການພົບມົນລະພາວະຕ່າງໆ ສະພາບແວດລ້ອມທີ່ເປັນພິດ ຫລື ອຸປະນິໄສການດື່ມເຫລົ້າ, ສູບຢາ, ກໍ່ແຮ່ງເປັນຕົວສ້າງໃຫ້ເກິດສານພິດນີ້ຫລາຍ, ການນອນຫລັບພັກຜ່ອນໃຫ້ພຽງພໍຕອນກາງຄືນເປັນຫົນທາງ ແລະ ເວລາສຳຄັນທີ່ຮ່າງກາຍຈະສ້າງສານຕໍ່ຕ້ານສານອະນຸມູນອິດສະລະ (anti-oxidant) ເພື່ອກຳຈັດສານອະນຸມູນອິດສະລະທີ່ເກິດຕອນກາງເວັນ ການນອນໃຫ້ພຽງພໍ ແລະ ຫລັບດີຈະເປັນປະໂຫຍດ ບໍ່ສະເພາະການກຳຈັດສິ່ງເສດເຫລືອ ແຕ່ຍັງຊ່ວຍໃຫ້ເມັດເລືອດແດງຂອງຄົນເຮົາແຂງແຮງ ສ້າງຮໍໂມນເພດເຮັດໃຫ້ຮ່າງກາຍສົມບູນ ມີນ້ຳມີນວນ ທ່ານຫມຊເອົາພາບຂະຫຍາຍເມັດເລືອດແດງຂອງຜູ້ຈັດການຊາຍອາຍຸ 35 ປີ ຄົນຫນື່ງຊຶ່ງເປັນໄຂ້ມາໃຫ້ເບິ່ງປຽບທຽບກັນ 2 ພາບ ກັບຜູ້ຊາຍຄົນນີ້ເຫມືອນມະນຸດເຮັດວຽກທົ່ວໄປ, ເຮັດວຽກຫນັກ ແລະ ອາລົມບໍ່ດີຂາດການພັກຜ່ອນທີ່ພຽງພໍ
ປະກົດວ່າຈຳນວນເມັດເລືອດແດງຂອງເຂົາມີລັກສະນະເປັນກ້ອນລຸບໂນນບໍ່ເປັນຮູບຊົງມົນ ເຫມືອນກຸ່ມເມັດເລືອດແດງທີ່ຄວນເປັນ ເກິດຄວາມຜິດປົກກະຕິຂື້ນເນື່ອງຈາກສານອະນຸມູນອິດສະລະທີ່ເກິດຂື້ນຈຳນວນຫລາຍ ໄປທຳລາຍເຊລເມັດເລືອດແດງໃນຮ່າງກາຍ ຊຶ່ງກໍ່ຈະນຳໂລກຮ້າຍຈຳນວນຫລາຍຢ່າງທີ່ຄົນລາວນິຍົມຢູ່
1. ກິນອາຫານເຊົ້າແບບລາຊາ, ອາຫານຕອນສວນພໍປະມານ ແລະ ອາຫານແລງແບບຄົນຈົນ ຫລີກລ້ຽງໄຂມັນ ແລະ ຂອງຫວານ ອອກກຳລັງກາຍໃຫ້ໄດ້ວັນລະຢ່າງຫນ້ອຍ 30-40 ນາທີ (20 ນາທີທຳອິດຮ່າງກາຍຈະເຜົາຜານຄາຣ໌ໂບໄຮເດຣດ ອີກ 10-20 ນາທີ ຕໍ່ມາຮ່າງກາຍຈຶ່ງຈະຄ່ອຍເຜົາໄຂມັນ)
2. ນອນຫລັບ ຫລື ຫລັບນອນກໍ່ໃຫ້ພຽງພໍ
3. ຮັບແສງແດດ ໄລຍະ 8.00-9.00 ຊຶ່ງມີ UV ທີ່ເປັນປະໂຫຍດ
4. ພະຍາຍາມເລິ່ມຕົ້ນມື້ໃຫມ່ດ້ວຍການຫົວ, ຍິ້ມແຍ້ມແຈ່ມໃສ ຖ້າບ້າໄດ້ກໍ່ດີ ຊີວີຈະເປັນສຸກ
* ຫມາຍເຫດ: ສະຫລຸບບາງສ່ວນຈາກການຟັງສຳມະນາ, ໂດຍ ທ່ານຫມໍ ພັນສັກ ສຸກະລິກ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 15, 2010 | ມີ 0 ຄຳເຫັນ ແລະ 0 trackback(s)

7 ສິ່ງຫ້າມຫລັງຈາກກິນເຂົ້າແລ້ວ

  1. ຫ້າມສູບຢາ
    ມີຜົນການທົດສອບທີ່ພິສູດໂດຍນັກຊ່ຽວຊານແລ້ວວ່າ ການສູບຢາຫລັງກິນອາຫານທຽບເທົ່າກັບການສູບຢາເຖິງ 10 ກອກ (ໂອກາດເປັນມະເຮັງສູງກວ່າ)
  2. ຫ້າມກິນຫມາກໄມ້ທັນທີ
    ການກິນຫມາກໄມ້ທັນທີຫລັງອາຫານຈະເຮັດໃຫ້ເກິດລົມໃນກະເພາະອາຫານໄດ້ ດັ່ງນັ້ນຄວນກິນຫມາກໄມ້ຫລັງກິນອາຫນໄປແລ້ວ 1-2 ຊົ່ວໂມງ ຫລື ກ່ອນອາຫານ 1 ຊົ່ວໂມງ.
  3. ຫ້າມດື່ມນ້ຳຊາ
    ເພາະມີຜົນເຮັດໃຫ້ການຍ່ອຍສານໂປຣຕີນໃນອາຫານທີ່ເຮົາກິນເຂົ້າໄປນັ້ນເປັນໄປໄດ້ຍາກຂື້ນ
  4. ຫ້າມມາຍສາຍແອວ
    ເພາະການມາຍສາຍແອວຫລັງຄາບອາຫານຈະເຮັດໃຫ້ລຳໄສ້ບິດໂຕ ແລະ ອັດຕັນໄດ້
  5. ຫ້າມອາບນ້ຳ
    ການອາບນ້ຳຈະເພິ່ມແຮງດັນເລືອດໄປສູ່ມື, ແຂນຂາ ແລະ ທົ່ວໂຕ ດັ່ງນັ້ນຈຳນວນເລືອດທີ່ໄປລໍ່ເລື້ອງກະເພາະອາຫານຈຶ່ງລຸດລົງ ຊຶ່ງສົ່ງຜົນໃຫ້ລະບົບການຍ່ອຍອາຫານຂອງກະເພາະເຮົາບໍ່ດີລົງ
  6. ຫ້າມຍ່າງໄປມາ
    ຄົນທີ່ມັກບອກສະເຫມີວ່າ ການຍ່າງ 100 ກ້າວຫລັງກິນອາຫານຈະເຮັດໃຫ້ອາຍຸຍືນເຖິງ 99 ປີ, ຕາມຂໍ້ເປັນຈິງແລ້ວບໍ່ແມ່ນເລີຍ ການຍ່າງຈະສົ່ງຜົນໃຫ້ລະບົບຍ່ອຍຂອງເຮົາບໍ່ສາມາດດູດຊຶມສານອາຫານທີ່ເຮົາກິນເຂົ້າສູ່ຮ່າງກາຍໄດ້.
  7. ຫ້າມນອນຫລັບທັນທີ
    ເພາະອາຫານທີ່ເຮົາກິນເຂົ້າໄປຈະບໍ່ສາມາດຍ່ອຍໄດ້ເລີຍ ດັ່ງນັ້ນຈະເຮັດໃຫ້ເກິດໂລກຕິດເຊື້ອ ແລະ ເກິດລົມໃນກະເພາະ ແລະ ລຳໄສ້ຂອງເຮົາໄດ້.

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 15, 2010 | ມີ 1 ຄຳເຫັນ ແລະ 0 trackback(s)

 

ຕຳລາການເລືອກຊາຍ

  1. BODY ພ້ອມ.... ສຸຂະພາບກາຍດີ, ແຂງແຮງ, ຫນ້າຕາດີ, ຫຸ່ນດີ, ມີກິ່ນຫອມ.
  2. ບຸກຄະລິກດີ, ແຕ່ງຕົວມີລົດສະນິຍົມພໍສົມຄວນ ແຕ່ບໍ່ງານເກິນແມ່ຍິງ
  3. ບໍ່ເປັນໂລກຕິດຕໍ່ ຫລື ໂລກຫນ້າລັງກຽດ
  4. ເປັນຄົນສະອາດ ແຕ່ບໍ່ເກິດພໍດີຈົນເບິ່ງຜິດສັງເກດ
  5. ຈິດໃຈດີງາມ, ຊື່ສັດ, ມີນ້ຳໃຈ, ສຸຂະພາບຈິດແຂງແຮງ, ບໍ່ບ້າ, ວິປະລິດ.
  6. ບໍ່ມີຊື່ສຽງໃນທາງບໍ່ດີ, ບໍ່ມີປະຫວັດເປັນເສືອຜູ້ຍິງ (ນັບປະຫວັດຖອຍຫລັງໄປເຈັດຊົ່ວໂຄດ) ມີສິລະທຳ
  7. ເວົ້າຈາສຸພາບດີ, ເວົ້າຫນ້ອຍ, ກິລິຍາບໍ່ເບີ່ນ, ບໍ່ຝຶດ, ແຕ່ບໍ່ຕະລົກຈົນເປັນຕາຊັງ, ບໍ່ປາກເສຍມັກນິນທາຜູ້ຍິງ, ແລະ ບໍ່ປາກຫາເລື່ອງເພາະອາດຖືກນັກເລັງຟາດປາກຕາຍກ່ອນເຖົ້າ.
  8. ເຊ໊ກກຳລັງເຫມາະ, ບໍ່ອ່ອນ ແລະ ບໍ່ຈັດຈົນເກິນໄປ
  9. ຮັກດຽວໃຈດຽວສະເຫມີຕົ້ນສະເຫມີປາຍ ບໍ່ມັກຫຶງ
  10. ເຮັດເປັນທຸກຢ່າງ, ບໍ່ຂີ້ຄ້ານ, ຮູ້ຈັກເອົາອົກເອົາໃຈສະຫມ່ຳສະເຫມີທັງກ່ອນ ແລະ ຫລັງ
  11. ຖານະດີ, ມີນ້ຳໃຈ, ບໍ່ເຮັດໃຫ້ເຮົາເສຍຟອຣ໌ມຕໍ່ຫນ້າຫມູ່ເພື່ອນ ລັບຫລັງຈະປະຫຍັດແນ່ບໍ່ເປັນຫຍັງ
  12. ຊາດກຳເນິດພໍສືບໄດ້ ຮູ້ຄວາມເປັນມາຜົງພັນເລົ່າກໍ ໂດຍສະເພາະພໍ່ແມ່ຖ້າຍັງມີຊີວິດຢູ່ຕ້ອງບໍ່ປາກຮ້າຍ, ບໍ່ຂີ້ຖີ່, ບໍ່ຈູ້ຈີ້
  13. ຫນ້າທີ່ການງານດີມີອະນາຄົດ ສາມາດລ້ຽງຕົວເອງ ແລະ ຄອບຄົວໄດ້ຢ່າງສຸກສະບາຍ ຖ້າບໍ່ມີອາຊີບຄວນມີມໍລະດົກ
  14. ບໍ່ກົດຂີ່ທາງເພດ ບໍ່ຍາດເບິ່ງລະຄອດຫລັງຂ່າວ
  15. ບໍ່ເຄີຍມີປະຫວັດເສື່ອມເສຍກັບເພດດຽວກັນ ຫລື ມີແນວໂນ້ມວ່າຈະມີໃນອະນາຄົດ
  16. ຮັກເດັກນ້ອຍ ຫມາຍເຖິງຮັກສົງສານເດັກນ້ອຍແທ້ໆ ບໍ່ມີແນວອື່ນແອບແຝງຢູ່
  17. ບໍ່ສູບຢາ, ກິນເຫລົ້າເປັນແຕ່ບໍ່ເມົາ ບໍ່ຕິດການພະນັນບໍ່ເວັ້ນທັງຫວດລັດຖະບານ
  18. ມັກຜູ້ຍິງຫລາຍກວ່າຜູ້ຊາຍ
  19. ເປັນໂສດ
  20. ອາຍຸບໍ່ຈຳກັດ ແຕ່ຖ້າອາຍຸເກິນ 35 ປີ ຄວນມີຖານະດີເປັນພິເສດ
  21. ມີບ່ອນຢູ່ອາໄສ, ລົດລາພາຫະນະ ລວມທັງສັງຫາລິມະຊັບ ແລະ ອະສັງຫາລິມະຊັບເປັນຂອງຕົນເອງ ບໍ່ຢູ່ໃນລະຫວ່າງຈ່າຍຜ່ອນ
  22. ບໍ່ມີຫນີ້ສິນລົ້ນຫົວ
  23. ບໍ່ມີພີ່ນ້ອງເປັນປອບເປັນກະສື
  24. ບໍ່ມັກຈົ່ມ, ບໍ່ມັກເບື່ອ, ບໍ່ຂັດໃຈ.
  25. ອື່ນໆ............... (ຕື່ມໄດ້ຕາມໃຈມັກ)
        ສູດເລືອກຜູ້ຊາຍທັງ 25 ຂໍ້ນີ້ແມ່ນໃຊ້ໄດ້ຜົນດີແທ້ໆ ເພາະການເລືອກຜູ້ຊາຍທີ່ຈະມາຢູ່ໃນຊີວິດຄູ່ຂອງເຮົາຕ້ອງເບິ່ງໃຫ້ລະອຽດ ແລະ ລຶກຊຶ່ງສາກ່ອນ ຖ້າເຮົາມີຄວາມພ້ອມ, ມີຄຸນສົມບັດດີ, ມີຄວາມຮູ້ຄວາມສາມາດດີ, ກໍ່ສາມາດເລືອກເອົາຄົນດີໆທີ່ຈະມາໃຊ້ກັບຊີວິດຄູ່ຂອງເຮົາໄດ້ຕາມຄວາມຫວັງ ແລະ ປາດຖະຫນາເພື່ອສ້າງຊີວິດຄອບຄົວໃຫ້ມີຄວາມສົມບູນພູນສຸກ ແລະ ເອື້ອອາທອນຕໍ່ກັນຈິງໃຈໃນການແກ້ໄຂທຸກໆອຸປະສັກທີ່ຜ່ານເຂົ້າມາໃນຊີວິດ ນີ້ແຫລະຄວາມສຸກຂອງມະນຸດເຮົາປາດຖະຫນາກັນ. (ກໍ່ລອງເອົາໄປໃຊ້ເບິ່ງໄດ້ເດີ້ສາວທັງຫລາຍທີ່ຄິດຢາກໄດ້ຄູ່ຄອງທີ່ດີ)
ຂຽນເມື່ອ ຂຽນເມື່ອ: ມ.ນ.. 15, 2010 | ມີ 0 ຄຳເຫັນ ແລະ 0 trackback(s)

 

ໂລກມະເຮັງປ້ອງກັນໄດ້ດ້ວຍ 9 ຂໍ້
      ສະຖາບັນວິໄຈໂລກມະເຮັງໃນອະເມລິກາ ໄດ້ກຳໝົດຄຳແນະນຳ 9 ລາຍການທີ່ຈະຊ່ວຍໃຫ້ແມ່ຍິງລົດອັດຕາສ່ຽງ ໃນການເປັນໂລກມະເຮັງລົງໄດ້ ຄື:
  1. ບໍ່ຄວນສູບຢາ
  2. ລະວັງ ແລະ ກວດເຊັກນ້ຳໜັກບໍ່ໃຫ້ເກິນ 5 ກິໂລ ຈາກນ້ຳໜັກເມື່ອຕອນອາຍຸ 18 ປີ
  3. ຕ້ອງອອກກຳລັງກາຍທຸກມື້ ແລະ ອອກແຮງໜັກໆ ອາທິດລະຄັ້ງ
  4. ຄວນກິນຜັກ ແລະ ໝາກໄມ້ທຸກວັນ
  5. ກິນອາຫານຈຳພວກທັນຍະພຶດທຸກມື້ ຢ່າງນ້ອຍວັນລະປະມານ 400 ກຣັມ
  6. ແມ່ຍິງຄວນງົດເວັ້ນການດື່ມແອລກໍຮອລ໌ເຫລືອພຽງວັນລະຈອກກໍ່ພໍ
  7. ບໍ່ຄວນກິນເນື້ອສັດທີ່ສຸກໆດິບໆເກີນວັນລະ 90 ກຣັມ
  8. ອາຫານທີ່ເປັນພວກໄຂມັນບໍ່ຄວນເກີນວັນລະ 30%ຂອງແຄລໍຣີທີ່ຄວນໄດ້ຮັບແຕ່ລະວັນ
  9. ຫ້າມກິນເຄັມເກີນໄປ ຄືບໍ່ຄວນຕື່ມເກືອລົງໃນອາຫານເກິນ 2,400 ມິລິກຣັມຕໍ່ວັນ
    ລາຍງານການວິໄຈທີ່ວ່ານີ້ ໄດ້ສັງເກດສຶກສາກຸ່ມແມ່ຍິງໄວໝົດປະຈຳເດືອນ 3,000 ຄົນ, ແລະພົບວ່າຄົນທີ່ເຮັດຕາມຄຳແນະນຳເຫລົ່ານີ້ພຽງ 1 ລາຍການ ຫລື ບໍ່ທຳລາຍມີໂອກາດສ່ຽງໃນການເປັນມະເຮັງເພິ່ມຂື້ນເຖິງ 35 % ເມື່ອປຽບທຽບກັບຄົນທີ່ປະຕິບັດຕາມນຳແນະນຳນີ້ 5-6 ຂໍ້.
ຂຽນເມື່ອ ຂຽນເມື່ອ: ມ.ນ.. 15, 2010 | ມີ 0 ຄຳເຫັນ ແລະ 0 trackback(s)

ອາການງ່ວງນອນ ຫຼືຫາວນອນ ເປັນໂຣກລະບາດຂອງໄວໜຸ່ມສາວ ທີ່ເຮັດວຽກໃນຫ້ອງລ້າຫ້ອງການ ຊຶ່ງເຮັດໃຫ້ເສຍສະມາທິໃນການເຮັດວຽກ ແລະ ເກີດອາການຂີ້ຄ້ານ ຕາມມາ.

ອາການອ່ອນເພຍ ທີ່ເວົ້າເຖິງນີ້ເປັນໜື່ງໃນອາການຂອງ ໂຣກໄຮໂປໄກລຊີເມັຍ ຊຶ່ງສ່ວນໜື່ງ ເປັນເພາະການກິນອາຫານທີ່ຜິດໆ ໂດຍສະເພາະອາຫານຫວານທີ່ເຕັມໄປດ້ວຍ ນ້ຳຕານ ແລະ ແປ້ງ.

ອາຫານ 4 ຢ່າງ ຕໍ່ໄປນີ້ ຊ່ວຍລົດຄວາມຢາກນອນຂອງທ່ານໄດ້:

1. ຜັກ ແລະ ໝາກໄມ້ ທີ່ອຸດົມດ້ວຍວິຕາມິນຊີ ໄດ້ແກ່: ໝາກສີດາ, ໝາກກ້ຽງ, ກະລ່ຳດອກຂຽວ. ອາຫານພວກນີ້ຈະຊ່ວຍຕ້ານ ຄວາມອ່ອນເພຍ ທີ່ມາຈາກຄວາມເຄັ່ງຕຶງ ແລະ ກັງວົນຕ່າງໆ

2. ໝາກໄມ້ທີ່ມີ ໂຄຣມຽມ (Chromium) ໄດ້ແກ່: ໝາກແອບເປີ້ນ, ໝາກກ້ວຍ, ໝາກສີດາທີ່ຈະຊ່ວຍຮັກສາລະດັບນ້ຳຕານໃນເລືອດ ແລະ ເພີ່ມພະລັງງານແກ່ຮ່າງກາຍ

3. ເມັດພືດທີ່ອຸດົມຄຸນຄ່າ ໄດ້ແກ່:​ ໝາກງາ, ແກ່ນໝາກຖົ່ວແຫ້ງ, ເມັດພືດພັນທີ່ບໍ່ຜ່ານການຜັດສີຈົນຫຼ້ອນ (ເຂົ້າທີ່ຕຳດ້ວຍມື) ແລະ ຈອມຂອງເມັດເຂົ້າວີດ (Wheat germ) ທີ່ມີໂພແທສຊຽມ ຊ່ວຍບຳລຸງປະສາດ ແລະ ຊ່ວຍໃຫ້ຈິດໃຈແຈ່ມໃສ

4. ໄຂມັນດີໆ ຈາກປາ ເປັນອີກທາງເລືອກໜື່ງທີ່ເສີມໂປຣຕິນ ແລະ ກົດໄຂມັນໂອເມກ້າ-3 ໃຫ້ແກ່ຮ່າງກາຍ ແລະ ຍັງຊ່ວຍໃຫ້ມີສະມາທິ ແລະ ຄວາມຈື່ຈຳໄດ້ດີຂື້ນ.

ຂຽນເມື່ອ ຂຽນເມື່ອ: ມ.ນ.. 15, 2010 | ມີ 0 ຄຳເຫັນ ແລະ 0 trackback(s)

 

ພໍ່ເຖົ້າສັ່ງລູກເຂີຍ “ໄປຊຽງຂວາງ ຢ່າລືມຊື້ເຂົ້າໄກ່ນ້ອຍມາໃຫ້ພໍ່ແນ່ເດີ້ ຈັກເປົາຫນຶ່ງ”
ເມື່ອລູກເຂີຍກັບມາຈາກຊຽງຂວາງ ຈຶ່ງຊື້ເຂົ້າປຽນມາໃຫ້ ພ້ອມທັງຈົ່ມ “ເຂົ້າປຽນຢູ່ວຽງຈັນກໍ່ມີ ຍັງສັ່ງໃຫ້ຊື້ໄປແຕ່ຊຽງຂວາງ”
ເມື່ອພໍ່ເຖົ້າເຫັນເຂົ້າປຽນ ຈຶ່ງສົງໄສ ແລ້ວຖາມຄືນໄປ “ພໍ່ບອກໃຫ້ລູກຊື້້ເຂົ້າໄກ່ນ້ອຍ ເປັນຫຍັງຈຶ່ງຊື້ເຂົ້າປຽນມາ?” ລູກເຂີຍ ຕອບໄປແບບຂີ້ສໍ້ວ່າ “ເຂົ້າທີ່ໄກ່ນ້ອຍກິນໄດ້ ກໍ່ມີແຕ່ເຂົ້າປຽນຫັນຕວ່າ”
ລາວບໍ່ເຄີຍຮູ້ຈັກພັນເຂົ້າໄກ່ນ້ອຍ ທີ່ມີຊື່ສຽງຂອງຊຽງຂວາງ ຊັ້ນເຮົາມາຮູ້ຈັກກັບເຂົ້າໄກ່ນ້ອຍກັນເທາະ

ສິນຄ້າເຂົ້າໄກ່ນ້ອຍ

ໂດຍ: ເພັດເມືອງພວນ

ເຂົ້າໄກ່ນ້ອຍ ເປັນເຂົ້າທີ່ມີຊື່ສຽງຂອງແຂວງຊຽງຂວາງ, ຍ້ອນວ່າເຂົ້າໄກ່ນ້ອຍກິນອ່ອນ, ຫອມດີ, ຜົນຜະລິດໄດ້ຫລາຍກວ່າເຂົ້າປະ ເພດອື່ນ. ສະນັ້ນ ແຂວງຊຽງຂວາງໄດ້ຈັດບຸລິມະສິດ ການຜະລິດເປັນສິນຄ້າອັນດັບສອງ ຮອງຈາກການລ້ຽງສັດໃຫຍ່. ປີ 2007 ແຂວງ ຊຽງຂວາງ ສາມາດສົ່ງອອກເຂົ້າໄກ່ນ້ອຍ 2.400 ໂຕນ, ໃນນັ້ນ ສົ່ງອອກຕະຫລາດເອີຣົບ 800 ໂຕນ. ສະເພາະປີ 2008 ນີ້ ອີງໃສ່ ສະພາບໄພທຳມະຊາດ ໄດ້ຄຸກຄາມຫລາຍອັນເຮັດໃຫ້ທົ່ວປະເທດ ມີຜົນກະທົບຕໍ່ຜົນຜະລິດ, ຜູ້ຮັບຜິດຊອບດ້ານນີ້ ຂອງພະແນກອຸດສາຫະກຳ ແລະ ການຄ້າແຂວງກ່າວວ່າ: ຍັງຈະຕ້ອງໄດ້ລໍເບິ່ງສະພາບຕະຫລາດພາຍໃນສາກ່ອນ ເຮັດແນວໃດຕ້ອງໃຫ້ດຸນດ່ຽງຕະຫລາດພາຍໃນເສຍກ່ອນ ຈິ່ງຈະຮູ້ວ່າຈະໄດ້ຂາຍສົ່ງອອກເທົ່າໃດ, ແຕ່ສະເພາະການສົ່ງອອກຕະຫລາດເອີຣົບ ແມ່ນແນ່ນອນແລ້ວຈຳນວນ 800 ໂຕນ ເພາະວ່າທັງຜູ້ສົ່ງອອກໄດ້ສັນຍາກັບປະຊາຊົນໄວ້ ແລະ ລາຄານັ້ນແມ່ນ 2.700 ກີບຕໍ່ກິໂລກຣາມເຂົ້າເປືອກໃນນີ້ລາຄາເຂົ້າເປືອກແມ່ນ 2.500 ກີບ ບວກອີກ 200 ກີບ ແມ່ນເປັນການສົ່ງເສີມການປູກເຂົ້າໄກ່ນ້ອຍ ແບບປອດສານເຄມີ, ປີ 2008 ຄາດວ່າການຜະລິດເຂົ້າໄກ່ ນ້ອຍຈະໄດ້ດີພໍສົມຄວນ. ເຂົ້າໄກ່ນ້ອຍນອກຈາກຈະເປັນສິນຄ້າສົ່ງອອກແລ້ວ ປະຊາຊົນຊາວຊຽງຂວາງ ກໍ່ຍັງນຳມາຜະລິດເປັນເຂົ້າຕົ້ມ, ເຂົ້າຫນົມ, ເຂົ້າຂຽບ, ຜະລິດອາຫານຫວ່າງໄດ້ຫລາຍຊະນິດ ເພື່ອຂາຍທົ່ວໄປນຳອີກ. ການແປຮູບເຂົ້າຫນຽວນີ້ ປະຊາຊົນເຄີຍເຮັດມາ ແລ້ວຫລາຍເຊັ່ນຄົນ ແຕ່ມັກເຮັດໃນຍາມບຸນ ຫລື ງານປະເພນີຕ່າງໆເທົ່ານັ້ນ ການຜະລິດອອກຈຳຫນ່າຍໃນທ້ອງຕະຫລາດ ແມ່ນມີຫນ້ອຍ ບໍ່ຫມາຍຄວາມວ່າບໍ່ມີຄົນບໍລິໂພກ ແລະ ການຜະລິດນັ້ນ ກໍ່ຍັງບໍ່ທັນມີວິທະຍາສາດເຕັກນິກມາຊ່ວຍ ອາໄສແຕ່ການເຮັດດ້ວຍມືຈິ່ງບໍ່ມີຜູ້ ສົນໃຈຜະລິດເປັນສິນຄ້າ, ອີກດ້ານຫນຶ່ງ ກໍ່ແມ່ນການຮັກສາຄຸນນະພາ ບຂອງຜົນຜະລິດນັ້ນໄວ້ດົນບໍ່ໄດ້.

ຕົວຢ່າງການຜະລິດເຂົ້າຂຽບ ແມ່ນນຳເອົາເຂົ້າທີ່ອ່ອນທີ່ສຸດນຳມາຫມ່າ ແລະ ຫນຶ້ງໃຫ້ສຸກຈົນຫນຽ ວແລ້ວກໍ່ນຳໄປຕຳເວລາຍັງຮ້ອນ ປະສົມກັບນ້ຳອ້ອຍ ຫລື ນ້ຳຕານທີ່ຕົ້ມຂ້ຽວໃຫ້ເຂັ້ມຂຸ້ນ ແຕ່ຕ້ອງໃຫ້ຫວານພໍດີ ຈິ່ງຈະສາມາດຂາງ ຫລື ໃຫ້ພອງໄດ້ແລ້ວນຳມາລີດໃສ່ແພຢາງ ທີ່ທາດ້ວຍນ້ຳມັນພືດ ຫລື ນ້ຳມັນຫມູທີ່ປະສົມກັບໄຂ່ແດງສຸກ, ລີດໃຫ້ເປັນແຜ່ນມົນແລ້ວນຳໄປຕາກໃສ່ຜືນສາດໃຫມ່ ຫລືສາດທີ່ໃຊ້ ສະເພາະຕາກເຂົ້າຂຽບ ເມື່ອຕາກແຫ້ງຫນຽວ (ບໍ່ໃຫ້ກອບ) ແລ້ວກໍ່ນຳໄປຂາງ ຫລືຈືນຮັບປະທານໄດ້. ການຜະລິດເຂົ້າຂຽບສາມາດເຮັດ ຮອດຂັ້ນຕອນຕາກແຫ້ງ ແລ້ວນຳໄປຈຳຫນ່າຍໄດ້ຍາວນານ. ສ່ວນເຂົ້າຕົ້ມເຂົ້າຫນົມຫນຽວອື່ນໆ ສາມາດເຮັດຈຳຫນ່າຍໄດ້ພຽງມື້ດຽວ.ການເຮັດເຂົ້າຂຽບຂອງຊາວຊຽງຂວາງ ໃນມື້ງານບຸນຫລືງານທຳອູ່ສູ່ຂວັນ ເຂົາເຈົ້າຈະຜະລິດໃນຈຳນວນ 1.000ຫາ 2.000 ແຜ່ນ ແລະ ກໍ່ແມ່ນການຊ່ວຍເຫລືອກັນ ຕາມປະເພນີໄປຊ່ວຍຂວັນ, ຊ່ວຍທານກັນເຂົ້າຂຽບນອກ ຈາກຈະເປັນອາຫານຫວ່າງ ສຳລັບສູ່ແຂກຄົນແລ້ວ ຍັງເອົາເປັນຂອງຕ້ອນຂອງຝາກໃຫ້ແຂກ ທີ່ມາຮ່ວມງານກ່ອນຈະກັບບ້ານຕື່ມອີກ.

ທ່ານ ດຣ. ຄຳປາວ ຫົວຫນ້າພະແນກອຸດສາຫະກຳ ແລະ ການຄ້າແຂວງຊຽງຂວາງໄດ້ກ່າວວ່າ: ປະຈຸບັນນີ້, ແຂວງຊຽງຂວາງຍັງ ຕົກຢູ່ໃນຂັ້ນດ່ອຍພັດທະນາ ເພາະວ່າຍອດລາຍຮັບດ້ານກະສິກຳຍັງກວມເຖິງ 53% ຂອງ GDP ຂອງແຂວງ,ອຸດສາຫະກຳກວມ 34% ແລະ ການບໍລິການກວມ 13% ເທົ່ານັ້ນ.

ສະນັ້ນ ການແປຮູບຜົນຜະລິດກະສິກຳ ຍັງເປັນບັນຫາທີ່ຈະຕ້ອງໄດ້ຊຸກຍູ້ສົ່ງເສີມໃຫ້ພາກເອກະຊົນ, ປະຊາຊົນນຳໃຊ້ວິທີການຕ່າງໆ ເຂົ້າສູ່ການຜະລິດ ເພື່ອເປັນການແປຮູບຜົນຜະລິດກະສິກຳ, ຍົກສູງຄຸນນະພາບ, ເພີ່ມສະມັດຖະພາບຂອງຜົນຜະລິດເລ່ງ ໃສ່ການເພີ່ມ ລາຍຮັບທັງເປັນການກະຕຸກຊຸກຍູ້ການຜະລິດກະສິກຳໃຫ້ຫລາຍຂຶ້ນ.

ຂຽນເມື່ອ ຂຽນເມື່ອ: ມ.ນ.. 15, 2010 | ມີ 0 ຄຳເຫັນ ແລະ 0 trackback(s)

 




 
ຢາກມີອາຍຸຍີນຢູ່ໄປໄດ້ອີກຫຼາຍປີ ລອງເບີ່ງທາງນີ້
 
ເຄັດລັບແຫ່ງສຸຂະພາບທີ່ດີ ມີຫຼາຍຕຳລາໄດ້ຂຽນໄວ້ວ່າ ການທີ່ອາຍຸຍີນຍາວນັ້ນມີຫຼາຍຂໍ້ປະຕິບັດເພື່ອຢືດອາຍຸຂອງຄົນເຮົາດັ່ງທີ່ກ່າວໄປຂ້າງລຸ່ມນີ້
  1. ຂໍ້ທີ່ໜື່ງຕ້ອງເປັນຄົນມີນິໃສລ້າເລີງບໍ່ຄຽດ
  2. ກີນປາເປັນຫຼັກໃນອາຫານແຕ່ລະຄາບ
  3. ກີນຜັກເປັນຢາ ໂດຍສະເພາະຜັກປອດສານພິດ ເຊັ່ນຜັກທີ່ປູກໄວ້ຕາມແຄມຮົ້ວໃນບ້ານນັ້ນຫຼະ ຫຼືຜັກສວນຄົວຂອງເຮົາທີ່ປູກໄວ້ຕາມບ້ານນັ້ນມາປຸງແຕ່ງເປັນອາຫານ
  4. ກີນກ້ວນນໍ້າ (ກ້ວຍນໍ້າວ້າ) ວັນລະສອງໜ່ວຍ
  5. ຢ່າງວັນລະ 500 ກ້າວ
  6. ແລະຂໍ້ສຸດທ້າຍແມ່ນ ລົມສາວບາງເວລາ (ແຕ່ລະວັງໃດໃນຂໍ້ສຸດທ້າຍນີ້ບາງທີອາດອາຍຸສັ້ນກໍ່ເປັນໄດ້) ເທົ່ານີ້ຫຼະ ຖ້າຫາກທ່ານປະຕິບັດໄດ້ດັ່ງຫົວຂໍ້ທີ່ກ່າວມາຂ້າງເທິງນັ້ນ ຊີວິດອັນມີຄ່າຂອງທ່ານກໍ່ຈະຍີນຍາວອອກໄປອີກ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 15, 2010 | ມີ 0 ຄຳເຫັນ ແລະ 0 trackback(s)



 

ເປືອກໝາກກ້ຽງ


ທຸກໆຄົນເປັນທີຮູ້ຈັກກັນດີວ່າເປືອກສົ້ມເປັນໝາກໄມ້ທີ່ອຸດົມໄປດ້ວຍວິຕາມິນຊີແຕ່ມີໄຜຮູ້ຫຼືບໍວ່າເປືອກໝາກກ້ຽງ


ມີປະໂຫຍດກັບຄົນທີເປັນສິວໄດ້ເຊັ່ນກັນ ກ່ອນຈະບອກເຖີງວິທີການໃຊ້ເປືອກໝາກກ້ຽງ ຮັກສາສິວ ເຮົາຂໍບອກເຖີາປະໂຫຍດຂອງເປືອກໝາກກ້ຽງວ່າມີປະໂຫຍດຢ່າງໄດ້ເປືອກໝາກກ້ຽງເປັນໝາກໄມ້ທີ່ອຸດົມໄປດ້ວຍ


ວິຕາມິນຊີເປືອກໝາກກ້ຽງມັນເປັນບ່ອນເກັບວິຕາມິນຊີເຊັ່ນດ່ຽວກັບໝ່ວຍໝາກກ້ຽງທີ່ເຮົາກິນເຂົ້າໄປນັ້ນ ບາດນີ້ຖ້າທ່ານໃດມັກກີນໝາກກ້ຽງເພາະມີປະໂຫຍດກັບຜິວຂອງຄົນເຮົາເຊັ່ນກັນ


ເປັນທີຮູ້ຈັກກັນແລ້ວວ່າວິຕາມິນຊີເປັນໂຕໜື່ງທີ່ຊ່ວຍກະຕຸ້ນການສ້າງຄໍຣລະເຈນ ເຮັດໃຫ້ຜິວທີ່ບໍລຽບນຽນຈາກແຜເປັນທີເກີດຈາກສິວດີຂື້ນໄດ້ ສາມາດຫຼຸດອາການບວມຈາກສິວ ຊ່ວຍໃຫ້ອາການຂອງສິວດີຂື້ນ ດ້ວຍການເພີມພູມຕ້ານທານໃຫ້ກັບຜິວໃນການຕໍ່ສູ້ກັບແບດທີເລຍ ການກະຕຸ້ນໃຫ້ທີ່ບໍລິເວນນັ້ນຫຼາຍຂື້ນເຮັດໃຫ້ເພີມປະສິດຕິພາບໃນການຂັບສານພິດຈາກຮູຂຸມຂົນກະຕຸ້ນການ


ໄຫຼວຽນຂອງຕ່ອມນ້ຳເຫຼືອງ ຫຼຸດການເກັບຂອງເສຍທີຜິວຂອງເຮົາວິທີການ


ການຮັກສາຜິວແບບເຮັດເອງໂດຍໃຊ້ເປືອກຂອງໝາກກ້ຽງນັ້ນເປັນວິທີການທີ່ໃຫ້ຜົນດີແລະງາຍດ່າຍ ໂດຍນຳເປືອກຂອງໝາກກ້ຽງມາຕຳຫຼືທູບໃຫ້ມີນຳຊືມອອກມາຈາກເປືອກຂອງໝາກກ້ຽງແລ້ວນຳເອົາເປືອກໝາກ


ກ້ຽງພ້ອມກັບນ້ຳທີຊືມອອກມາແປະໄວ້ບໍລິເວນທີເປັນສິວປະມານ 15-20 ນາທີແລ້ວລ້າງອອກ