ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 9, 2010 | ມີ 3 ຄຳເຫັນ ແລະ 0 trackback(s)

 

ຄູ່ແຕ່ງງານໃໝ່ ຄູ່ແຕ່ງງານໃໝ່ຄູ່ໜຶ່ງຖືກສົ່ງໂຕເຂົ້າຫ້ອງຫໍ

"ນ້ອງມີເລື່ອງຈະສາລະພາບກັບອ້າຍ" ເຈົ້າສາວໃໝ່ບອກ

"ມີຫຍັງ?" ເຈົ້າບ່າວໃໝ່ຖາມ

"ນ້ອງເຄີຍຜ່ານຜູ້ຊາຍມາແລ້ວ" ເຈົ້າສາວໃໝ່ສາລະພາບ

"ບໍ່ເປັນຫຍັງດອກ ອ້າຍເຂົ້າໃຈ" ເຈົ້າບ່າວໃໝ່ປອບໃຈ

"ອ້າຍກໍເຄີຍຜ່ານຜູ້ຊາຍມາແລ້ວຄືກັນ..."
ຂຽນເມື່ອ ຂຽນເມື່ອ: ມ.ນ.. 28, 2010 | ມີ 0 ຄຳເຫັນ ແລະ 0 trackback(s)

ເດັກນ້ອຍຈອມດື້ຖາມຊ່າງຊື່ງກຳລັງສ້ອມເຄື່ອງຊັກຜ້າ ທີ່ເຮື່ອນ ເດັກນ້ອຍ : ອ້າຍເປັນຊ່າງສ້ອມໂລສະພາບແມ່ນບໍ? ຊ່າງ: ບໍແມ່ນນ້ອຍ ອ້າຍເປັນຊ່າງສ້ອມເຄື່ອງຊັກຜ້າ ເດັກນ້ອຍເລີຍຮ້ອງໄຫ້ ປາກກໍຮ້ອງອອກມາວ່າ ອ້າຍເປັນຊ່າງສ້ອມໂລສະພາບ!..ອ້າຍເປັນຊ່າງສ້ອມໂລສະພາບ! ຊ່າງສ້ອມເຄື່ອງຊັກຜ້າເບີ່ງເດັກນ້ອຍດ້ວຍຄວາມເອັນດູໃນຄວາມໄຣ້ດຽງສາ ຈື່ງບອກເກນ້ອຍໄປວ່າ? ໂອເຄ ໂອເຄ ອ້າຍເປັນຊ່າງສ້ອມໂລສະພາບ ເດັກນ້ອຍຍຸດຮ້ອງ ແລ້ວເດັກນ້ອຍກໍຖາມດ້ວຍສີໜ້າກວນສຸດຊີວິດວ່າ ແລ້ວອ້າຍມາຫຍຸ້ງກັບເຄື່ອງຊັກຜ້າເຮັດຫຍັງ?5555”

ຂຽນເມື່ອ ຂຽນເມື່ອ: ມ.ນ.. 16, 2010 | ມີ 1 ຄຳເຫັນ ແລະ 0 trackback(s)

ຄຳຝັ້ນ ເປັນວິສະວະກອນ ໃນສາຂາກໍສ້າງ ປະຈຳບໍລິສັດກໍສ້າງແຫ່ງໜື່ງໃນລາວ ແຕ່ລະມືແຕ່ລະວັນ ຄຳຝັ້ນຕ້ອງໄດ້ອອກໄປກວດສອບໂຄງການກໍສ້າງຂອງບໍລິສັດຢູ່ເປັນປະຈຳ ບາງຄັ້ງກໍໄປຕ່າງແຂວງ ຈົນຫາເວລາໃຫ້ເມຍແລະຄອບຄົວບໍຄ່ອຍໄດ້ປານໃດ ແຕ່ເມຍຊໍ້າຜັດເປັນຫ່ວາງຄຳຝັ້ນຫຼາຍ ເພາະວ່າ ຄຳຝັ້ນຂ້ອຍຂ້າງເປັນຄົນຫຼໍ່ເຫຼົາແດ່ ທັງສີປາກກໍໃຊ້ໄດ້ ບັນດາສາວເລັກສາວນ້ອຍນີ ຕິດເປັນແຖວໆ ເຮັດໃຫ້ເມຍຕ້ອງໂທນຳຕະຫຼອດ ບໍວ່າຈະໃປຢູ່ແຫ່ງຫົນໃດເມຍຕ້ອງກວດສອບ ທາງໂທລະສັບຕະຫຼວດ ວັນໜື່ງຄຳຝັ້ນໄດ້ດື່ມເລັກນ້ອຍ ກໍເລີຍລົມເລື່ອງເມຍໃຫ້ເພື່ອນຄົນອື່ນໄດ້ຝັງນຳ ວ່າ ສ່ຽວເມຍໂຕເປັນແນວໃດ ລາວກໍໂທນຳຕະຫຼອດຄືເມຍຄົນອື່ນບໍເວລາໂຕບໍຢູ່ບ້ານ ເພື່ອນກໍຕອບວ່າ ເມຍເຮົາບໍຄ່ອຍໂທປານໃດ ຖ້າເຮົາຄອບກ່ອນ ສ່ວນສະຫາຍຄຳຝັ້ນ ກໍເວົ້າອອກມາຕໍວ່າ ສ່ວນເມຍເຮົາຕັ້ງແຕ່ລາວໄປຮຽນປະລີນຍາໂທມາແຕ່ຫວຽດນີ ຈັ່ງແມ່ນລາວໂທນຳເຮົາເອົາແທ້ເອົາວ່າ ທຸກໆ 30 ນາທີຕ້ອງໄດ້ໂທຫາເຮົາ ບາງຄັ້ງກໍບອກໃຫ້ເຮົາເວົ້າ ພາສາອັງກິດວ່າ I Love you  ວ່າ ຊັ້ນ ສ່ຽວຄົນອື່ນເລີຍຄິດອອກວ່າ ໂອ ສົງໃສລາວຍ້ານໂຕໄປນອນກັບສາວຕ່າງປະເທດຕິເນາະ ລາວຄ່ອຍບອກໃຫ້ໂຕເວົ້າພາສາອັງກິດວ່າ I Love you!

ຂຽນເມື່ອ ຂຽນເມື່ອ: ມ.ນ.. 16, 2010 | ມີ 0 ຄຳເຫັນ ແລະ 0 trackback(s)

ນັກຮຽນຊັ້ນປະຖົມໂຮງຮຽນແຫ່ງໜື່ງໃນຊົນນະບົດ
ມີນັກຮຽນປະມານ 30 ຄົນໃນຫ້ອງຮຽນ ເມື່ອຮອດຕອນແລງວັນພະຫັດແຕ່ລະອາທິດໄດ້ມີຊົ່ວໂມງການຮຽນຮ້ອງເພັງ ແຕ່ລະຄົນກໍ່ຖືກສາວຄູ ຮ້ອງອອກໄປຮ້ອງເພັງທຸກຄົນ ພໍເມື່ອມາຮອດຜຽນ ບຸນຮຽງ ຊື່ງເປັນນັກຮຽນຫົວດື້ປະຈຳຫ້ອງ ກໍ່ຖືກສາວຄູ ເອີ້ນອອກໄປຮ້ອງເພັງ ເມື່ອ ບຸນຮຽງອອກໄປຢືນຢູ່ໄກ້ກັບກະດານກໍ່ບອກສາວຄູວ່າ ນ້ອງຈະຮ້ອງເພັງກ່ຽວກັບສາວຄູ ວ່າຊັ້ນ ສາວຄູກໍ່ບອກຮ້ອງໄດ້
ບຸນຮຽງກໍ່ເລີ່ມຕົ້ນຂື້ນສຽງເພັງ ເອື້ອຍຄູຂອງນ້ອງງາມຫຼາຍ ຜົມດຳຄິ້ວກົ່ງຈາກນັ້ນ ບຸນຮຽງກໍ່ຢຸດຮ້ອງເພັງໄປໃນເວລານື່ງ ສາວຄູເລີຍເອີ້ນຖາມ ບຸນຮຽງເປັນຫຍັງຄືບໍ່ຮ້ອງຕໍ່ ບຸນຮຽງເລີຍຕອບວ່າ ສາວຄູນ້ອງບໍ່ຢາກຮອ້ງຕໍ່ນ່າ ສາວຄູກໍ່ເລີຍບອກວ່າ ຮ້ອງໂລດສາວຄູຈະໃຫ້ຄະແນນ 10 ຈາກນັ້ນ ບຸນຮຽງກໍ່ບອກສາວຄູວ່າ ສາວຄູຢ່າຮ້າຍນ້ອງໃດ ສາວຄູກໍ່ບອກວ່າ ຮ້ອງໂລດບໍ່ຮ້າຍດອກ ບຸນຮຽງກໍ່ຮ້ອງຕໍ່ໄປອີກປະໂຫຍກໜື່ງວ່າ ຂົນກໍ່ຢາຍໄປຕາມງ່າມກົ້ນ ສາວຄູເອີ້ນໃສ່ວ່າ ໄດ້ ສູນ ນັ່ງບ່ອນ

ຮາ!!!!!!!!!!!!!!!!!!!
ບອກແລ້ວ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 16, 2010 | ມີ 0 ຄຳເຫັນ ແລະ 0 trackback(s)

ສົມຊາຍ ເປັນຊາຍໜຸ່ມກຳລັງໄວບ່າວຫ້າວ ແຕ່ລະມື້ແຕ່ລະວັນ ພໍກີນເຂົ້າແລງແລ້ວສົມຊາຍກໍ່ເຊັດມືໃສ່ຫົວຂັ້ນໃດ ເພາະລາວບໍ່ມີເວລາ ຕອນແລງວັນເສົາມື້ໜື່ງ ຊື່ງເປັນວັນອາກາດດີ ສົມຊາຍກໍ່ຟ້າວກີນເຂົ້າແລງແລ້ວຈັບລົດຖີບ ບໍ່ມີບັງຕົມຄັນຄູ່ໃຈ ອອກໄປຈາກບ້ານ ແລ້ວກໍ່ຟ້າວຖີບລົດໄວ່ໆໄປ ຫາບັງອອນ ທີ່ຢູ່ອີກບ້ານໜື່ງ ຊື່ງໄກຫັບບ້ານສົມຊາຍ ປະມານ 8 ກິໂລແມັດ ພໍແຕ່ສົມຊາຍ ໄປຮອດບ້ານ ຂອງບັງອອນ ກໍ່ຟ້າວຂື້ນໄປນັ່ງຢູ່ເທິງເຮືອນຂອງບັງອອນໂລດ ເພື່ອລົມຫຼີ້ນກັບບັງອອນ ເມື່ອເວລາຜ່ານໄປ ປະມານ 30 ນາທີ ເລີ່ມມີລົມຜັດວອຍໆ ພໍດີພໍ່ຂອງບັງອອນ ກຳລັງກັບຈາກໄປບ້ານເພື່ອນມາຂື້ນມາເທິງເຮືອນ ແລ້ວຈົ່ມວ່າ ໂຮ ມື້ນີ້ລົມໝົດຄືນລະເນາະ
.......... ພໍແຕ່ສົມຊາຍໄດ້ຍີນເຂົ້າ ກໍ່ຟ້າວຕອບອອກມາວ່າ ບໍ່ລູກລົມບຶດດຽວກໍ່ຈະເມືອແລ້ວ ..................ແຮໆໆໆໆໆໆໆໆ ເຂົ້າໃຈກັນຄົນລະແບບ