ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 7, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

 

    

    ໃຜກໍ່ຕາມ​ທີ່​ຕ້ອງ​ເຮັດ​ວຽກ​ຢູ່​ໜ້າ​ຈໍ​ຄອມ​ໝົດ​ມື້ ອາດ​ເຮັດ​ໃຫ້​ມີຄວາມ​ອິດ​ເມື່ອຍ​ໄດ້ ມື້​ນີ້​ເຮົາ​ມີ​ເຄັດ​ບໍ່​ລັບ ວິ​ທີ່​ຫຼຸດຜ່ອນຄວາມ​ອິດ​ເມື່ອຍ​ແບບ​ງ່າຍໆ ມາ​ຝາກ​ເດີ 

     ທຸ​ກໆ ​ເຄິ່ງຊົ່ວ​ໂມງ ຄວນ​ລຸກ​ຂຶ້ນ​ຍືດ​ເສັ້ນ​ຍືດສາຍ​ແບບ​ງ່າຍໆ(ຫຼື ບິດ​ຂ້າງ​ບິດ​ແອວ​ແບບ​ຂີ້ຄ້ານ​ກະ​ໄດ້)  

      ຕອນ​ທີ່​ນັ່ງ​ເຮັດ​ວຽກ​ຄວນ ປ່ອຍ​ຕີນ​ໃຫ້​ພຽງ​ກັບ​ພື້ນ​ຫ້ອງ​ເຮັດ​ວຽກ

      ບໍ່​ຄວນ​ປະ​ໃຫ້​ມື້ ທັງ​ສອງ​ເບື້ອງ​ຢູ່​ເທິງ​ແປ້ນ​ພິມ ບ່ອນເກົ່າ​ເປັນ​ເວລາ​ດົນ ​ເພາະ​ຈະ​ເຮັດ​ໃຫ້​ແຂນ ​ແລະ ມື​ເມື່ອຍ​ຫຼາຍ​ຂຶ້ນ  

       ​ຖື​ຕາມ​ຫຼັກ 20-20-20 ຄື ລັບ​ຕາ20 ​ເທື່ອ ​ເມື່ອ​ເບິ່ງ​ວັດຖຸ​ອື່ນໆ​ນອກ​ຈໍ​ໃນ​ໄລຍະ20 ຟຸດ​ທຸກໆ 20ນາ​ທີ່

       ຫຼີກ​ເວັ້ນການ​ເຄື່ອນ​ໄຫວ​ທີ່​ຈະ​ເຮັດ​ໃຫ້​ຄໍ​ຢູ່​ໃນ ​ຕຳແໜ່​ງທີ່​ບໍ່​ເໝາະ​ສົມ  

   ໃຜ​ທີ່​ໃຊ້​ຄອມ​ຕະຫຼອດ​ກະ​ລອງ​ໃຊ້​ເບິ່ງ​ໄດ້ຜົນ​ແນວ​ໃດ ບອກ​ແດ່​ເດີ!

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 2, 2010 | ມີ 4 ຄຳເຫັນ ແລະ 0 trackback(s)

 

​ເຖິງ​ຜູ້​ຊາຍ ຫຼື ຜູ້​ເປັນ​ພໍ່​ທຸກ​ຄົນ...

     ເວົ້າ​ເຖິງ​ການ​ຮັກສາ​ສຸຂະພາບ ​ແລະ ການ​ພັດທະນາ​ເດັກນ້ອຍ ​ໃນ​ແຕ່​ລະ​ຄອບຄົວຫຼາຍ​ຄົນ​ກໍ​ຈະ​ຫັນ​ໜ້າ​ໄປ​ຫາ​ແມ່​ຍິງ ຊຶ່ງ​ເປັນ​ແມ່​ເຮືອນ ຫຼື ​ແມ່​ເດັກນ້ອຍ​ໃນ​ທັນທີ​ໂລດ ​ແລະ ຖ້າ​ເປັນ​ແບບ​ນັ້ນ​ແທ້ ກໍ່​ຈະ​ຖື​ວ່າ​ເມ່ນ​​ເລື້ອງ​ທີ່​ບໍ່​ຖືກຕ້ອງ​ເໝາະ​ສົມ​ເສຍ​ແລ້ວ.

     ໂລກ​ສູ່​ມື້​ນີ້​ໄດ້​ໄຂ​ປ່ອງ​ເປີດ​ແປວ​ໃຫ້​ແມ່ຍິງ​ມີ​ອາຊີບ ມີ​ວຽກ​ເຮັດ​ງານ​ທຳ ມີ​ຄວາມ​ຮັບຜິດຊອບ ຕໍ່​ສັງຄົມ​ກ້ວາງ​ຂວາງ​ກວ່າ​ເກົ່າ ນອກ​ເໜືອ​ໄປ​ຈາກ​ພາລະ​ແບກ​ຫາບ​ໃນ​ຄອບຄົວ​ດັ່ງ​ທີ່​ເຄີຍ​ມີ​ມາ. ບໍ່​ວ່າ​ຈະ​ເປັນ​ວຽກ​ງານ​ກະສິກຳ ​ແລະ ຫັດຖະກຳ ຜູ້ຍິງ​ຕ້ອງ​ໄດ້​ເຮັດ​ນາ, ​ເຮັດ​ໄຮ່, ລ້ຽງສັດ, ຕ່ຳຫູກ, ສາວ​ໄໝ, ​ເຂັນຝ້າຍ, ຈັກສານ ຕະຫຼອດ​ຈົນ​ນຳ​ເອົາ​ຜົນ​ຜະລິດ​ໄປ​ຂາຍ​ໃນ​ທ້ອງ​ຕະຫຼາດ. ​ໃນ​ໂຮງງານ​ອຸດ​ສາ​ຫະກຳ ວຽກ​ງານ​ສຳລັບ​ຜູ້ຍິງ​ກໍ​ທະວີຄູນ​ຂຶ້ນ​ຢ່າງ​ວ່ອງ​ໄວ. ​ແມ່ຍິງ​ບໍ່​ພຽງ​ແຕ່​ຕ້ອງ​ດິນ​ຮົນ​ຫາ​ວຽກ​ເຮັດ​ງານ​ທຳ​ເພື່ອ​ຊ່ວຍ​ຜົວ​ໃນ​ການ​ລ້ຽງ​ຊີບ ຫາກ​ຍັງ​ແບກ​ຫາບ​ພາລະ​ໃນ​ເຮືອນ ຕັກ​ນ້ຳຫາ​ຟືນ ໜຶ່ງ​ເຂົ້າ​ເປົ່າ​ໄຟ​ແຕ່ງ​ຢູ່​ຄົວກິນ, ຊັກ​ເຄື່ອງ ທຳ​ຄວາ​ມສະອາດ​ເຮືອນ​ຊານ​ກາງ​ບ້ານ ​ແລະ ປະຕິບັດ​ໜ້າ​ທີ່ດູ​ແລສຸກ​ທຸກ​ຂອງ​ສະມາຊິກ​ໃນ​ຄອບຄົວ​ທຸກ​ຄົນ​ອີກ​ດ້ວຍ.

ວຽກ​ງານ​ໜັກ​ໜາຫຼວງ​ຫຼາຍພາຍ​ມາກ ທີ່​ເຫຼືອ​ບ່າ​ກວ່າ​ແຮງ​ເກີນ​ກວ່າ​ແມ່ຍິງ​ຈະ​ຮັບຜິດຊອບ​ຜູ້​ດຽວ ກໍ​ຄື​ການ​ປົກ​ປັກ​ຮັກສາ​ຊີວິດ, ການ​ດູ​ແລ​ສຸຂະພາບ, ການ​ລ້ຽງ​ດູ, ​ເຕີບ​ໃຫຍ່ ​ແລະ ອົບຮົມ​ສັງ​ສອນ​ລູກ.

     ​ເຖີງ​ເວລ​າແລ້ວ ທີ່​ຜູ້​ຊາຍ​ທຸກ​ໆຄົນຕ້ອງ​ຄຳນຶງ ​ເຖິງ​ບັນຫາ​ທີ່​ຖືກ​ມອງ​ຂ້າມ​ນີ້​ແລ້ວ​ຫັນ​ມາ​ຮ່ວມ​​ໄມ​ຮ່ວມມືກັບ​ຜູ້​ຍີ​ງ ​ເພື່ອ​ປະຕິບັດ​ພາລະກິດ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຂອງ​ມະນຸດ​ຊາດ ທັງ​ນີ້​ກໍ​ເພາະວ່າ​ຄຸນຄ່າ​ຂອງ​ເດັກ ບໍ່​ໄດ້​ຢູ່​ສະ​ເພາະ​ນຳ​ແຕ່​ການ​ເປັນ​ຜູ້​ສືບ​ທອດ​ເຜົ່າ​ພັນ ​ແລະ ການ​ເປັນ​ຊັບພະຍາກອນ​ມະນຸດ ອັນ​ມີຄ່າ​ໃນ​ອະນາຄົດ​ເທົ່າ​ນັ້ນ ​ແຕ່​ຍັງ​ເປັນ​ພະລັງ ​ແລະ ອົງ​ປະກອບ​ສຳຄັນ​ຂອງ​ຄອບຄົວ ​ແລະ ສັງຄົມ​ຕື່ມ​ອີກ.