ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 9, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

ທາງ​ຄົນ​ຍ່າງ ເປັນ​ທາງ​ລຽບ​ໜ້າ​ທາງ​ແລ່ນ​ລົດ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ລົດ ແລະ ຄົນ​ໄປ​ທຽວ​ຮ່ວມ​ກັນ​ບົນ​ພື້ນ​ທີ່​ເດີນ​ລົດ ແລ້ວ​ຈະ​ພາ­ໃຫ້​ເກີດ​ອຸ­ປະ­ຕິ­ເຫດ ທາງ​ຄົນ​ຍ່າງ​ນີ້​ຄົນ​ໃນ​ເມືອງ​ຈຳ­ນວນ​ໜຶ່ງ ຮ້ອງ​ຕາມ​ຝຣັ່ງ​ວ່າ: ຕຣົດ​ຕົວ ຫຼື ອັງ­ກິດ​ວ່າ: ຟຸດ​ບາດ ແຕ່​ເອີ້ນ​ອັນ​ໃດ​ກໍ​ບໍ່​ສຳ­ຄັນ​ເທົ່າ​ຄວາມ​ລາວ​ວ່າ: ທາງ​ຄົນ​ຍ່າງ ນັ້ນ​ຄັກ​ດີ ທາງ​ບ່ອນ​ໃຊ້​ຄົນ​ຍ່າງ​ບາງ​ສາຍ ກໍ​ເຮັດ​ໃຫຍ່​ສົມ­ສ່ວນ​ກັບ​ຄົນ​ທຽວ ແຕ່​ບາງ​ບ່ອນ​ກໍ​ນ້ອຍ​ພຽງ​ແຕ່​ແມັດ​ປາຍ ຈົນ​ເຈົ້າ​ຂອງ​ດິນ​ແຄມ​ທາງ​ທີ່​ຈົ່ງ​ໄວ້​ໃຫ້​ເຮັດ​ທາງ​ນັ້ນ ຈຳ​ໃຈ​ຫຍັບ​ຮົ້ວ​ອອກ​ໃຫ້​ຈຳ​ບ່ອນ​ຄົນ​ຍ່າງ ທີ່​ທາງ​ການ​ເຮັດ​ຮອດ​ພຽງ​ນັ້ນ... ບັນ­ດາ​ກິດ­ຈະ­ການ​ທີ່​ເຮັດ​ເທິງ​ບ່ອນ​ຄົນ​ຍ່າງ ທັງໆ​ທີ່​ຈຸດ­ປະ­ສົງ​ຫຼັກ​ເອົາ​ໄວ້​ສະ­ເພາະ​ຍ່າງ​ນັ້ນ​ມີ:

1. ຕັ້ງ​ປ້າຍ​ນ້ອຍ​ໂຄ­ສະ­ນາ​ໜ້າ​ຮ້ານ.

2. ຂາຍ­ເຄື່ອງ​ປະ­ເພດ​ຍູ້​ລໍ້.

3. ຈອດ​ລົດ­ຈັກ-ລົດ­ຖີບ.

4. ບາງ​ບ່ອນ​ຂາຍ​ກາ­ເຟ ແປງ​ລົດ­ຈັກ-ລົດ­ຖີບ.

5. ຂາຍ​ຫວຍ.

ນອກ­ຈາກ​ນີ້​ຍັງ​ມີ​ກິດ­ຈະ­ກຳ​ອື່ນໆ ທີ່​ເຈົ້າ​ຂອງ​ເຮືອນ​ເຮັດ​ລົ້ນ​ອອກ​ມາ ແລ້ວ​ເກີດ​ການ​ກີດ­ຂວາງ​ຄົນ​ຍ່າງ​ໄປ​ມາ ເຮັດ​ໃຫ້​ຄົນ​ຍ່າງ​ຕ້ອງ​ບ້ຽນ​ໄປ​ຍ່າງ​ພື້ນ​ຜິວ​ຈະ­ລາ­ຈອນ​ແທນ ສ່ວນ​ການ​ແລ່ນ​ລົດ​ໃນ​ເມືອງ​ເວ­ລາ​ນີ້ ຖ້າ​ບໍ່​ຢ້ານ​ຜິດ​ກົດ­ໝາຍ​ແດ່ ປານ​ນີ້​ເຂົາ​ຄົງ​ຢຽບ​ຊະ­ຊາຍ​ແລ້ວ ເບິ່ງ​ທາງ​ນອກ​ປະ­ກົດ​ວ່າ ຜູ້​ໃຊ້​ລົດ​ບາງ​ຄົນ​ເອົາ​ແຕ່​ໃຈ​ຕົນ​ເອງ ບໍ່​ໃຫ້​ກຽດ​ຜູ້​ອື່ນ ສຳ­ຄັນ​ຂັບ​ໄວ ບໍ່​ຂັບ​ຕາມ​ກຳ­ນົດ​ຂອງ​ເຂດ​ເທດ­ສະ­ບານ ວ່າ​ຈະ​ຊ້າ​ໄວ​ເທົ່າ­ໃດ ທັງ​ຈອດ ແລະ ຂັບ​ກໍ​ບໍ່​ສົນ­ໃຈ​ປ້າຍ​ຈະ­ລາ­ຈອນ.

ເຫດ­ການ​ທີ່​ພົບ​ເຫັນ ແລະ ສ້າງ​ຄວາມ​ລຳ­ບາກ​ໃຈ ກໍ​ລອງ​ພິ­ສູດ​ຕາມ​ທາງ​ເສັ້ນ​ປາງ​ຄຳ ບໍ­ລິ­ເວນ​ນ້ຳ­ພຸ ທາງ​ເສດ​ຖາ ສາມ​ແສນ​ໄທ ຄູ​ວຽງ ສະ­ຫວ່າງ ໂພນ​ຕ້ອງ-ດົງ​ໂດກ ແລະ ອື່ນໆ ເຊິ່ງ​ຜ່ານ​ມາ ໜັງ­ສື­ພິມ​ວຽງ​ຈັນ​ໃໝ່​ເຄີຍ​ສ່ອງ​ແສງ​ລາຍ​ງານ​ໄປ​ແລ້ວ ເວົ້າ​ສະ­ເພາະ​ເສັ້ນ­ທາງ​ຜ່ານ​ໜ້າ​ຕະ­ຫຼາດ​ໂພນ​ສະ­ຫວ່າງ ໂຮງ­ໝໍ 150 ຕຽງ ຮອດ​ດົງ​ໂດກ ໂດຍ​ສະ­ເພາະ​ຍາມ​ເລີກ​ການ ທາງ​ຍ່າງ​ກໍ​ໄປ​ຍາກ ລົດ​ໃຫຍ່-ລົດ­ຈັກ​ກໍ​ຍາກ ຄົນ​ຍ່າງ​ກໍ​ຍາກ ເວົ້າ​ສະ­ເພາະ​ທາງ​ຄົນ​ຍ່າງ​ບໍ­ລິ­ເວນ​ນີ້ ຖືກ​ຢຶດ​ເປັນ​ບ່ອນ​ຂາຍ​ເລກ​ຂາຍ​ຫວຍ ບ່ອນ​ຕັ້ງ​ປ້າຍ​ໂຄ­ສະ­ນາ​ນ້ອຍ ບ່ອນ​ຂາຍ­ເຄື່ອງ ອັນ​ເຮັດ​ໃຫ້​ຄົນ​ຍ່າງ​ຂອບ​ທາງ​ລຳ­ບາກ​ໃຈ ເພາະ​ເວ­ລາ​ດັ່ງ­ກ່າວ ຈະ​ບ້ຽນ​ໄປ​ພື້ນ​ຜິວ​ຈະ­ລາ­ຈອນ​ກໍ​ຍາກ ແຖມ​ຊ້ຳ​ເວ­ລາ​ຂາຍ​ແລ້ວ ຍັງ​ເອົາ​ໂຕະ​ຕັ່ງ​ທີ່​ນັ່ງ​ຂາຍ­ເຄື່ອງ​ນັ້ນ ຕັ້ງ​ວາງ­ສະ­ແດງ​ກວນ​ສາຍ​ຫູ​ສາຍ­ຕາ ແລະ ປະ​ຂີ້​ເຫຍື້ອ​ໄວ້​ຈຳ­ນວນ​ໜຶ່ງ​ອີກ​ດ້ວຍ ເຮັດ​ແນວ​ນີ້​ໃຫ້​ໄປ​ເວົ້າ​ຢູ່​ໃສ​ກໍ​ບໍ່​ຖືກ ຄື​ບໍ່​ເປັນ​ລະ­ບຽບ ຜິດ​ລະ­ບຽບ ບໍ່​ຮ່ວມ​ມື​ການ​ປະ­ຕິ­ບັດ 6 ສ ຕໍ່​ທາງ​ອອກ​ນີ້ ຄວນ​ຈະ​ເປັນ​ໜ້າ­ທີ່​ຂອງ​ຄະ­ນະ​ບ້ານ​ທີ່​ລຽບ­ທາງ​ນັ້ນ ຈັດ­ການ​ບອກ­ສອນ ຕັກ­ເຕືອນ ອີກ​ມາດ​ຕະ­ການ​ໜຶ່ງ​ນັ້ນ ປັດ­ຈຸ­ບັນ ນະ­ຄອນ­ຫຼວງ​ວຽງ​ຈັນ ພວມ​ກວດ­ກາ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ 6 ສ ຂໍ​ສະ­ເໜີ​ໃຫ້​ຄະ­ນະ​ດັ່ງ­ກ່າວ ກວດ­ກາ​ນຳ​ອີກ​ຍິ່ງ​ຈະ​ເປັນ​ການ​ດີ.

ຂຽນເມື່ອ ຂຽນເມື່ອ: ກ.ລ.. 8, 2011 | ມີ 14 ຄຳເຫັນ ແລະ 0 trackback(s)

       ໃນ​ຍຸກ​ສະ­ໄໝ​ປັດ­ຈຸ­ບັນ ເອີ້ນ​ວ່າ ຍຸກ​ເທັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ­ສານ ຫຼື ໄອ​ທີ (IT) ຜູ້​ໃດ​ທີ່​ມີ​ແຫຼ່ງ​ຂໍ້​ມູນ​ຂ່າວ­ສານ​ຫຼາຍ​ກ່ວ​າ​ໝູ່ ໄດ້​ຮັບ​ຂໍ້​ມູນ​ຂ່າວ­ສານ​ວ່ອງ­ໄວ ທັນ​ການ ຊັດ​ເຈນ ຜູ້​ນັ້ນ​ຈະ​ເປັນ​ຜູ້​ໄດ້​ປຽບ ແລະ ຢູ່​ລອດ​ໃນ​ສັງ­ຄົມ​ຕໍ່​ໄປ ຈາກ​ບົດ­ບາດ​ຄວາມ​ສຳ­ຄັນ ແລະ ຈຳ­ເປັນ​ດັ່ງ­ກ່າວ​ນັ້ນ ພັກ-ລັດ­ຖະ­ບານ ນັກ​ການ­ເມືອງ ນັກ​ປົກ­ຄອງ ແລະ ນັກ​ບໍ­ລິ­ຫານ​ທຸ­ລະ​ກິດ​ທຸກ​ລະ­ດັບ ກໍ​ລ້ວນ​ແຕ່​ມີ​ຄວາມ​ຕ້ອງ­ການ ຂໍ້​ມູນ​ຂ່າວ­ສານ​ທີ່​ຖືກ­ຕ້ອງ ເພື່ອ​ກຳ­ນົດ​ທິດ​ທາງ ແລະ ແຜນ​ດຳ­ເນີນ​ງານ​ຂອງ​ຕົນ.

ຍ້ອນ​ຍຸກ​ຂອງ (IT) ໂລກ​ໜ່ວຍ​ນີ້​ຈຶ່ງ​ຢູ່​ໃນ​ກຳ­ມື​ຂອງ​ຜູ້​ຊອກ​ຮູ້-ນຳ­ທັນ​ຍຸກ​ທັນ​ທຸກ​ບັນ­ຫາ ຢູ່​ໃນ​ທຸກ​ທະ­ວີບ​ທີ່​ລົງ​ທາງ Internet ຍ້ອນ​ແຫຼ່ງ​ຂໍ້​ມູນ​ໄຮ້​ຂີດ​ພົມ​ແດນ ການ​ບໍ­ລິ­ໂພກ​ຈຶ່ງ​ເກີດ​ມີ​ຄວາມ​ແຕກ​ຕ່າງ​ກັນ​ໄປ ເຊິ່ງ​ຕ້ອງ​ຍອມ­ຮັບ​ວ່າ ບາງ​ຂໍ້​ມູນ​ກໍ​ເປັນ​ຈິງ ແລະ ນຳ​ຜົນ​ດີ​ໃຫ້​ແກ່​ຕົນ ແລະ ສັງ­ຄົມ... ແຕ່​ບາງ​ຂໍ້​ມູນ​ກໍ​ບໍ່​ເປັນ­ຄວາມ​ຈິງ ແລະ ເປັນ​ທີ່​ນິ­ຍົມ​ຂອງ​ກຸ່ມ​ໄວ​ລຸ້ນ​ໃຫ້​ໄຕ່​ຕາມ ແລະ ປະ­ພຶດ​ຕົນ​ໃນ​ທາງ​ທີ່​ບໍ່​ສອດ­ຄ່ອງ ຕາມ​ຮີດ­ຄອງ​ປະ­ເພ­ນີ​ລາວ ທີ່​ໄດ້​ສືບ​ສານ​ກັນ​ມາ​ນັບ​ແຕ່​ຄົນ​ລຸ້ນ​ປູ່...

ເມື່ອ​ບໍ່​ດົນ​ມາ​ນີ້ ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ມີ​ຂ່າວ​ຮື​ຮາ​ທີ່​ຕໍ່­ປາກ­ຕໍ່­ຄຳ ຈົນ​ກາຍ­ເປັນ​ພາບ​ພົດ​ທີ່​ສ້າງ​ຄວາມ​ເສື່ອມ​ເສຍ ຕໍ່​ບໍ­ລິ­ສັດ​ທີ່​ແອບ​ອ້າງ​ເຖິງ​ເນື້ອ​ໃນ​ຂ່າວ ພໍ​ສັງ​ລວມ​ໄດ້​ວ່າ: ປະ­ມານ​ທ່ຽງ​ຄືນ​ຂອງ​ຕົ້ນ​ເດືອນ​ມິ­ຖຸ­ນາ (ບໍ່​ມີ​ຂ່າວ​ທີ່​ຊັດ​ເຈນ​ວ່າ​ແມ່ນ​ມື້​ໃດ) ມີ​ສາວ​ຈາກ​ບໍ­ລິ­ສັດ​ແຫ່ງ​ໜຶ່ງ ຫຼັງ​ຈາກ​ທີ່​ລົດ​ໄປ​ຕ້ອນ​ເອົາ​ກັບ​ບໍ­ລິ­ສັດ​ແລ້ວ ຍິງ​ສາວ​ທີ່​ໃສ່​ສະ​ເກິດ​ເຂີນໆ​ຄົນ​ນັ້ນ ກໍ​ຂີ່​ລົດ­ຈັກ​ກັບ​ບ້ານ ພໍ​ຮອດ​ເຂດ​ກໍ່­ສ້າງ​ທີ່​ມີ​ກຳ­ມະ­ກອນ​ຕ່າງ​ຊາດ​ຢູ່ ບັງ­ເອີນ​ນ້ຳ­ມັນ​ລົດ​ໝົດ​ທັນ­ທີ ກໍ​ຖືກ​ກຳ­ມະ­ກອນ​ຂົ່ມ­ຂືນ ທຳ​ອິດ​ພຽງ 2-3 ຄົນ ແລະ ກາຍ­ເປັນ​ຄົນ­ທີ 20 ຫຼື 21 ຈົນ​ຜູ້­ກ່ຽວ​ໝົດ​ສະ­ຕິ ແລ້ວ​ຄົນ​ສຸດ​ທ້າຍ​ນຳ​ສົ່ງ​ໂຮງ­ໝໍ ແລະ ເສຍ​ຊີ­ວິດ​ໃນ​ເວ­ລາ​ຕໍ່​ມາ ບາງ​ຄົນ​ພັດ​ເວົ້າ​ຕໍ່­ປາກ​ວ່າ: ຫຼັງ​ຂົ່ມ­ຂືນ​ແລ້ວ ພວກ​ກ່ຽວ​ທັງ 20 ກ່ວ​າ​ຄົນ ຖືກ​ສົ່ງ​ກັບ​ຄືນ​ປະ­ເທດ ແລະ ປັບ­ໄໝ​ພຽງ​ແຕ່​ຜູ້​ລະ 20 ລ້ານ​ກີບ​ວ່າ​ຊັ້ນ.

ດ້ວຍ​ຄວາມ​ເອົາ­ໃຈ­ໃສ່​ຂອງ​ເຈົ້າ​ໜ້າ­ທີ່​ທຸກ​ຂະ­ແໜງ­ການ ໂດຍ​ສະ­ເພາະ​ແມ່ນ​ກອງ​ບັນ­ຊາ​ການ ປກສ ເມືອງ​ສີ​ໂຄດ​ຕະ­ບອງ ເຊິ່ງ​ເປັນ​ບ່ອນ​ທີ່​ແອບ​ອ້າງ​ເຖິງ ໄດ້​ລົງ​ຊັນ­ນະ­ສູດ​ຂ່າວ ແຕ່​ວັນ​ທີ 1ມິ­ຖຸ­ນາ 2011 ເຖິງ​ວັນ​ທີ 26ມິ­ຖຸ­ນາ 2011 ເພື່ອ​ຊອກ​ຫາ​ແຫຼ່ງ​ຂໍ້​ມູນ​ທີ່​ຄ້າຍ­ຄື​ກັນ​ນັ້ນ ແຕ່​ບໍ່​ພົບ ແລະ ມີ​ຂໍ້​ສະ­ຫຼຸບ​ວ່າ: ເປັນ​ຂໍ້​ມູນ​ບໍ່​ເປັນ­ຄວາມ​ຈິງ.

ທ່ານ ຫົງ​ຄຳ ຫອມ​ສົມ­ບັດ ຮອງ​ກອງ​ບັນ­ຊາ​ການ ປກສ ເມືອງ​ສີ​ໂຄດ​ຕະ­ບອງ ຜູ້​ຊີ້​ນຳ​ວຽກ​ງານ​ຕຳ­ຫຼວດ​ຊີ້​ແຈງ​ວ່າ: ພວກ​ເຮົາ​ສົມ­ທົບ​ກັບ​ບ້ານ​ກັບ​ກຸ່ມ​ທົ່ວ​ເມືອງ ນັບ​ທັງ​ປະ­ສານ​ທາງ​ໂຮງ­ໝໍ ທີ່​ແຫຼ່ງ​ຂ່າວ​ແອບ​ອ້າງ​ເຖິງ​ແຕ່​ບໍ່​ມີ​ຂໍ້​ມູນ​ໃດໆ.

ຮອງ​ກອງ​ສືບ­ສວນ-ສອບ​ສວນ ປກສ ນະ­ຄອນ­ຫຼວງ​ວຽງ​ຈັນ ເຜີຍ​ຕໍ່​ໜັງ­ສື­ພິມ ປກສ ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ພວກ​ເຮົາ​ກຳ­ລັງ​ຊອກ​ແຫຼ່ງ​ຂ່າວ​ຢ່າງ​ຈົດ­ຈໍ່​ວ່າ: ເລື່ອງ​ນີ້​ອອກ​ຈາກ​ໃຜ ຢູ່​ໃສ ເມື່ອ​ໃດ ພວກ​ເຮົາ​ຈະ​ນຳ​ຜູ້​ປ່າວ​ຂ່າວ​ນັ້ນ ມາ​ໃຫ້​ຂໍ້​ມູນ​ຢ່າງ​ຊັດ​ເຈນ.

ການ​ບໍ­ລິ­ໂພກ​ຂໍ້​ມູນ​ຂ່າວ­ສານ ມັນ​ເປັນ​ສິດ​ເສລີ­ພາບ​ຂອງ​ພົນ­ລະ­ເມືອງ ທີ່​ມີ​ຄວາມ​ສາ­ມາດ​ເຂົ້າ​ໄປ​ເຖິງ ແຕ່​ຕ້ອງ​ເຂົ້າ­ໃຈ​ວ່າ: ປະ­ເທດ​ລາວ​ຄຸ້ມ​ຄອງ​ລັດ ຄຸ້ມ​ຄອງ​ສັງ­ຄົມ​ດ້ວຍ 3ອຳ­ນາດ​ໃຫຍ່ ຄື: ອຳ­ນາດ​ນິ­ຕິ­ບັນ­ຍັດ (ສະ­ພາ​ແຫ່ງ​ຊາດ) ອຳ­ນາດ​ບໍ­ລິ­ຫານ (ລັດ­ຖະ­ບານ) ອຳ­ນາດ​ຕຸ­ລາ­ການ (ໄອ​ຍະ​ການ​ສານ) ເຊິ່ງ​ມີ​ນາ­ຍົກ​ເປັນ​ຫົວ­ໜ້າ​ລັດ­ຖະ­ບານ​ນັ້ນ ເປັນ​ໄປ​ບໍ່​ໄດ້ ທີ່​ຄົນ​ມີ​ຄວາມ​ຜິດ​ແລ້ວ​ພົ້ນ​ໂທດ ໂດຍ​ບໍ່​ມີ​ຂໍ້​ກ່າວ​ຫາ ແລະ ປະ­ຕິ­ບັດ​ໂທດ​ໃນ​ກົດ­ໝາຍ​ອາ­ຍາ​ແຫ່ງ ສປປ ລາວ ໝວດ​ທີ 2ມາດ­ຕາ​ທີ 3ໄດ້​ກຳ­ນົດ​ເຖິງ​ຂອບ​ເຂດ​ການ​ນຳ​ໃຊ້ ກົດ­ໝາຍ​ອາ­ຍາ​ສະ­ບັບ​ນີ້ ມີ​ຜົນ​ສັກ­ສິດ​ໃນ​ທົ່ວ ສປປ ລາວ ບຸກ­ຄົນ​ໃດ​ຫາກ​ໄດ້​ກະ­ທຳ​ຜິດ​ທາງ​ອາ­ຍາ ຢູ່​ໃນ​ດິນ­ແດນ ສປປ ລາວ ກໍ​ຈະ​ໄດ້​ຮັບ­ຜິດ­ຊອບ​ຕາມ​ກົດ­ໝາຍ​ອາ­ຍາ ຫຼື ກົດ­ໝາຍ​ອື່ນໆ​ທີ່​ໄດ້​ກຳ­ນົດ​ໂທດ​ທາງ​ອາ­ຍາ.

ຜູ້­ຕາງ­ໜ້າ​ທາງ​ການ​ທູດ ຫຼື ບຸກ­ຄົນ​ທີ່​ໄດ້​ຮັບ​ອະ­ພິ­ສິດ​ທາງ​ການ​ທູດ ຕາມ​ສັນ­ຍາ​ລະ­ຫວ່າງ​ຊາດ ເຊິ່ງ​ໄດ້​ກະ­ທຳ​ຜິດ​ໃນ​ດິນ­ແດນ ສປປ ລາວ ກໍ​ຈະ​ໄດ້​ຮັບ​ການ​ແກ້​ໄຂ​ທາງ​ການ​ທູດ ຫຼາຍ​ກໍ­ລະ­ນີ​ທີ່​ຄົນ​ຊາດ​ອື່ນ ມາ​ກະ­ທຳ​ຜິດ​ຢູ່​ເຂດ​ນ່ານ​ຟ້າ ເຂດ​ນ້ຳ​ແດນ​ດິນ​ຂອງ​ລາວ ກໍ​ລ້ວນ​ແຕ່​ຖືກ​ດຳ­ເນີນ​ຄະ­ດີ​ຕາມ​ກົດ­ໝາຍ​ຂອງ​ລາວ ເຊັ່ນ: ຄະ­ດີ​ຕັດ­ສິນ​ປະ­ຫານ​ຊີ­ວິດ ຄະ­ດີ​ຄ້າ­ຂາຍ-ຂົນ­ສົ່ງ​ຢາ​ເສບ​ຕິດ​ຂອງ​ນາງ ສະ​ມານ​ຕາ ໂອ­ໂລ​ບາ​ເຕີ ແຕ່​ເລື່ອງ​ນຳ​ສົ່ງ​ຈຳ­ເລີຍ​ໄປ​ຕັດ­ສິນ​ຢູ່​ປະ­ເທດ​ຕົນ​ນັ້ນ ມັນ​ແມ່ນ​ການ​ຕົກ­ລົງ​ລະ­ຫວ່າງ​ປະ­ເທດ ໃນ​ຖານ​ສົ່ງ​ຜູ້​ຮ້າຍ​ຂ້າມ​ແດນ.

ຢ່າງ­ໃດ​ກໍ​ດີ ຄະ­ດີ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນັ້ນ ຄະ­ນະ​ບັນ­ຊາ ປກສ ເມືອງ​ສີ​ໂຄດ​ຕະ­ບອງ ໄດ້​ເຮັດ​ບົດ​ລາຍ​ງານ​ສະ­ບັບ​ເລກ​ທີ 537/ປກສ.ສຄ ລົງ​ວັນ​ທີ 23 ມິ­ຖຸ­ນາ 2011 ເຖິງ​ທ່ານ​ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ກ່ຽວ​ກັບ​ເລື່ອງ​ດັ່ງ­ກ່າວ​ມາ​ນັ້ນ ລ້ວນ​ແຕ່​ເປັນ​ເລື່ອງ​ບໍ່​ເປັນ­ຄວາມ​ເປັນ​ຈິງ.

ຂຽນເມື່ອ ຂຽນເມື່ອ: ມ.ກ.. 19, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

        ວັນທີ 9ທັນວາ 2010ທີ່ຫາກໍຜ່ານໄປນັ້ນ ແມ່ນວັນສາກົນ ເພື່ອຕ້ານການສໍ້ລາດບັງຫຼວງ ໃນວັນດັ່ງກ່າວ ທົ່ວໂລກ ແລະ ໃນ ສປປ ລາວ ພວກເຮົາໄດ້ມີການເຄື່ອນ ໄຫວ ທົບທວນຜົນກະທົບຂອງການສໍ້ລາດບັງຫຼວງ ທີ່ມີຕໍ່ເສດຖະກິດ-ສັງຄົມ ສື່ມວນຊົນໄດ້ລົງຂ່າວຫຼາຍ ກ່ຽວກັບນິຕິກຳຕ່າງໆ ບໍ່ວ່າຂອງຕ່າງປະເທດ ສາກົນ ກໍຄືກົດ ໝາຍພາຍໃນປະເທດ ທີ່ພົວພັນເຖິງບັນຫາດັ່ງກ່າວ.

ສຳລັບຢູ່ ສປປ ລາວ ແລ້ວ ຖ້າທຽບໃສ່ປະເທດອື່ນ ເຫັນວ່າຍັງຢູ່ໃນລະດັບຕ່ຳ ແຕ່ຖ້າທຽບໃສ່ສະພາບຄວາມເປັນຈິງ ຂອງປະເທດເຮົາແລ້ວ ເຫັນວ່າຢູ່ໃນຂັ້ນຕ້ອງໄດ້ ພ້ອມກັນສະກັດກັ້ນ ແລະ ເຜີຍແຜ່ການກະທຳດັ່ງກ່າວ ເພາະບໍ່ດັ່ງນັ້ນ ມັນຈະກາຍເປັນພະຍາດຮ້າຍແຮງ ທີ່ບໍ່ສາມາດປິ່ນປົວໄດ້.

ໃນເວລາສົນທະນາກັບເພື່ອນຜູ້ອ່ານຫຼາຍຄົນ ຕ່າງກໍກ່າວເປັນສຽງດຽວກັນວ່າ: ການສໍ້ໂກງໃນຮູບແບບຕ່າງໆ ໃນທົ່ວສັງຄົມເຮົາ ກ້າວສູ່ລະດັບເຕືອນໄພ ບໍ່ເກງກົວກົດໝາຍ ມີລັກສະນະເປີດແປນ ແລະ ແຜ່ລາມ ...

ການກວດກາຜ່ານມາ ກໍມີການດຳເນີນຢ່າງຕໍ່ເນື່ອງ ແລະ ເຂັ້ມງວດ ມີການລົງວິໄນ ແລະ ຮ້ອງຟ້ອງດຳເນີນຄະດີ ແຕ່ເບິ່ງແລ້ວ ຍັງມີຜູ້ກະທຳຜິດຢູ່ ແລະ ມີຜູ້ອາໄສຊ່ອງ ວ່າງຂອງກົດໝາຍ ຫຼື ລະບຽບການຕ່າງໆຈຳນວນໜ້ອຍດຽວ ຫຼີກໜີ.

ຫາກແມ່ນວ່າພວກເຮົາເປັນເຈົ້າການຮ່ວມກັນ ລອງຕັ້ງບັນຫາເບິ່ງວ່າ: ລາຍຮັບເປັນເງິນເດືອນ ຫຼືລາຍຮັບຈາກແຫຼ່ງອື່ນໆຂອງຄົນເຮົາດຽວນີ້ ລວມເຖິງນະໂຍບາຍຕ່າງໆ ທີ່ ໄດ້ຮັບອຸດໜູນນັ້ນ ບໍ່ມີຄວາມສາມາດມີເຮືອນຢູ່ຫຼາຍຫຼັງ ມີລົດຫຼາຍຄັນ ມີກິດຈະການໃຫ້ແກ່ລູກຫຼານ ໄດ້ດຳເນີນການຢ່າງໃຫຍ່ໂຕໄດ້ ຍົກເວັ້ນພວກນັກທຸລະກິດ ພວກຄ້າ ຂາຍລາຍໃຫຍ່ແລ້ວ ເງິນນັ້ນມາຈາກໃສ ?.

ຫຼືລອງຕັ້ງບັນຫາວ່າ: ການທີ່ບໍ່ມີເຮືອນຢູ່ອາໄສ ? ເງິນເດືອນບໍ່ກຸ້ມກິນ ເປັນສາຍເຫດຂອງການສໍ້ລາດບັງຫຼວງ ຫຼືບໍ່ ? ນີ້ກໍແມ່ນບັນຫາ ເກີດມີກໍລະນີບາງລາຍຄິດວ່າເຮັດ ການມາຫຼາຍປີ ຊັ້ນຕຳແໜ່ງກໍພໍຄືບ້ານຄືເມືອງ ດັ່ງນັ້ນ ມີຄວາມຮຽກຮ້ອງໃຫ້ມີເຮືອນຢູ່ຖາວອນ ມີລົດຂີ່ (ລົດໃຫຍ່) ມີເງິນໃຊ້ຈ່າຍພຽງພໍໃນຄອບຄົວ ແລະ ແຮໄວ້ເວລາ ເຈັບເປັນ ຫຼືວ່າຍາມເຂົ້າຮັບບຳນານ ສະນັ້ນ ເວລາມີໂອກາດ ມີເງື່ອນໄຂ ແມ່ນຕັກຕວງເອົາໂລດ ອັນນີ້ແມ່ນແນວຄິດເອກະຊົນ ແນວຄິດເຫັນແກ່ສ່ວນຕົວເກີນໄປ ບໍ່ເບິ່ງຜູ້ ອື່ນ ແນມເຫັນແຕ່ຕົນເອງ ແລ້ວເກີດມີແນວຄິດຊັ່ງຊາ ... ແລະ ເຮັດກັນຢ່າງແຜ່ລາມ ເຖິງຈະບໍ່ຫຼວງຫຼາຍ ແຕ່ຫຼາຍບ່ອນເຮັດໂຮມກັນເຂົ້າ ກໍຫຼາຍເຊັ່ນກັນ.

ນັ້ນຄືບາງບັ້ງເລກທີ່ຕັ້ງຂຶ້ນ ໃນໂອກາດສະຫຼອງວັນສາກົນ ຕ້ານການສໍ້ລາດບັງຫຼວງ ທີ່ຕ້ອງໄດ້ຄິດ ແລະ ແກ້ໄຂ ບໍ່ຊັ້ນ ມັນຈະແຜ່ລາມ ກາຍເປັນມະເຮັງ ຍາກແກ່ການ ແກ້ໄຂ.

ຄົນທີ່ມີຄວາມສຸກ ແມ່ນຄົນຮູ້ກຳນົດເພດານຊີວິດ... ຊັບສິນ ເງິນຄຳ ເວລາຈາກໂລກນີ້ໄປ ເອົາໄປບໍ່ໄດ້ ສະນັ້ນ ຈະໃຫ້ຄົນຈົ່ມຄິດຮອດໃນທາງບວກ ຫຼືລົບ.

ສິ່ງສຳຄັນແມ່ນ ເພື່ອການຄົງຕົວ ແລະ ຂະຫຍາຍຕົວຂອງຊາດເຮົາ.

ຂຽນເມື່ອ ຂຽນເມື່ອ: ມ.ກ.. 6, 2011 | ມີ 11 ຄຳເຫັນ ແລະ 0 trackback(s)

 

      ປີ2010ຢູ່ນະຄອນຫຼວງວຽງຈັນມີຄະດີເກີດຂຶ້ນຢ່າງຕໍ່ເນື່ອງປະກົດການຫຍໍ້ທໍ້ເຫຼົ່ານີ້ກາຍເປັນສ້ຽນໜາມຂອງສັງຄົມ ເຮັດໃຫ້ສັງຄົມ ຂາດຄວາມສະຫງົບ ຄວາມເປັນລະ ບຽບຮຽບຮ້ອຍ ໃນນີ້ ຄະດີທີ່ສະເທືອນຂວັນ ອັນໄດ້ສ້າງຄວາມຢ້ານກົວ ໃຫ້ແກ່ພໍ່ແມ່ປະຊາຊົນ ມີ 10 ກໍລະນີຄື:

ອັນດັບ 10: ຄະດີຄາດຕະກຳເມຍ ຢູ່ເມືອງຫາດຊາຍຟອງ ຄະດີນີ້ ເກີດຂຶ້ນໃນວັນທີ 10 ທັນວາ 2010 ເມື່ອທ້າວ ລີຈຸຊົງ ອາຍຸ 60 ປີ ບ້ານໜອງແວງ ເມືອງຫາດຊາຍ ຟອງ ໄດ້ຜິດຖຽງກັບເມຍ ໃນຂະນະທີ່ພາກັນໄປຫາປາ ພາຍຫຼັງຜູ້ເປັນເມຍບອກຜົວກາງກະດຸ້ງ ແຕ່ຜົວບໍ່ເຮັດ ຈາກນັ້ນ ເມຍກໍຈົ່ມວ່າ ຈົນເຮັດໃຫ້ຜົວລຳຄານ ດ້ວຍຄວາມ ໂມໂຫ ຈຶ່ງແກ່ວງມີດສຽບທ້ອງເມຍ ຈົນເສຍຊີວິດ ໃນຂະນະທີ່ພວມນຳສົ່ງໂຮງໝໍ.

ອັນດັບ 9: ຄະດີທຳຮ້າຍຮ່າງກາຍຈົນເສຍຊີວິດ ຢູ່ເມືອງໄຊເຊດຖາ ເຫດການເກີດຂຶ້ນໃນວັນທີ 20 ມິຖຸນາ 2010 ເວລາປະມານ 20:00 ໂມງ ນາງ ໄພວັນ ອາຍຸ 19 ປີ ບ້ານໜອງແປນໃຕ້ ເມືອງຫາດຊາຍຟອງ ພັກເຊົາຢູ່ບ້ານໜອງໜ່ຽງ ເມືອງໄຊເຊດຖາ ໄດ້ຜິດຖຽງກັບທ້າວ ດຳ ໃນຂະນະທີ່ມີປາກສຽງກັນນັ້ນ ນາງ ໄພວັນ ໄດ້ຈັບມີດ ຍາວປະມານ 20 ຊັງຕີແມັດ ແທງກົກຂາຊ້າຍທ້າວ ດຳ ໄດ້ຮັບບາດເຈັບ ພາຍຫຼັງນຳສົ່ງໂຮງໝໍ ຜູ້ກ່ຽວກໍເສຍຊີວິດ.

ອັນດັບ 8: ຄະດີທຳຮ້າຍຮ່າງກາຍຈົນເສຍຊີວິດ ເຫດການສະເທືອນຂວັນນີ້ ເກີດຂຶ້ນໃນວັນທີ 13 ເມສາ 2010 ເວລາປະມານ 15:00 ໂມງ ທ້າວ ອານັນ ອາຍຸ 20 ປີ ບ້ານທ່າເດື່ອ ເມືອງຫາດຊາຍຟອງ ໄດ້ກໍ່ເຫດອາລະວາດຕີກັບໄວລຸ້ນຢູ່ບ້ານທ່າເດື່ອ ປະມານ 15 ຄົນ ແລະ ຜູ້ກ່ຽວໄດ້ນຳໃຊ້ມີດ ຍາວປະມານ 20 ຊັງຕີແມັດ ແທງກຸ່ມ ໄວລຸ້ນດັ່ງກ່າວ 5 ຄົນ ສົ່ງຜົນໃຫ້ທ້າວ ສົມສັກ ອາຍຸ 34 ປີ ບ້ານທ່າເດື່ອ ເສຍຊີວິດຄາທີ່ ແລະ ບາດເຈັບອີກ 4 ຄົນ.

ອັນດັບທີ 7: ຄະດີຄາດຕະກຳແຟນສາວ ເຫດການນີ້ເກີດຂຶ້ນຢູ່ບ້ານທາດຫຼວງໃຕ້ ເມືອງໄຊເຊດຖາ ມື້ເກີດເຫດເວລາປະມານ 10:00 ໂມງເຊົ້າຂອງວັນທີ 28 ກັນຍາ 2010 ທ້າວ ມະນັດ ອາຍຸ 21 ປີ ໄດ້ລົງມືຄາດຕະກຳແຟນສາວ ຄືນາງ ຮັນນີ ອາຍຸ 19 ປີ ບ້ານໂນນ ເມືອງປາກງື່ມ ພັກເຊົາຢູ່ບ້ານທາດຫຼວງໃຕ້ ຜູ້ຕ້ອງຫາລາຍນີ້ ເກີດມີຄວາມຫຶງຫວງ ແລະ ມີຄວາມໂມໂຫ ຍ້ອນແຟນສາວຕີໂຕອອກຫ່າງ ແລະ ຄິດວ່າແຟນສາວໄປມີຄົນໃໝ່ ຈຶ່ງໄດ້ເອົາຜ້າຫົ່ມປົກຫົວ ແລ້ວບີບຄໍແຟນສາວ ຈົນເສຍຊີ ວິດ.

ອັນດັນທີ 6: ຄະດີຄົນຮ້າຍປຸ້ນຊັບຢູ່ໄຊທານີ ເຫດການນີ້ເກີດຂຶ້ນເວລາປະມານ 1 ໂມງເຊົ້າຂອງວັນທີ 28 ຕຸລາ 2010 ເຊິ່ງໄດ້ມີຄົນຮ້າຍ 4 ຄົນ ມີອາວຸດຄົບມື ງ້າວ ແລະ ເຫຼັກແປບ ຮ່ວມກັນອອກມາປຸ້ນລົດໃຫຍ່ 5 ຄັນ ຢູ່ຕາມເສັ້ນທາງເລກທີ 10 ເຂດບ້ານໂພນຄໍ້ ເມືອງໄຊທານີ ພາຍຫຼັງທີ່ຜູ້ເສຍຫາຍແຈ້ງຕໍ່ເຈົ້າໜ້າທີ່ ປກສ ເມືອງ ດັ່ງກ່າວ ລົງກວດກາຈຸດເກີດເຫດ ກໍໄດ້ພົບເຫັນຄົນຮ້າຍທັງ 4 ຄົນ ພວກກ່ຽວບໍ່ຍອມມອບໂຕ ແລະ ຕໍ່ສູ້ກັບເຈົ້າໜ້າທີ່ ໃນທີ່ສຸດ ໜຶ່ງໃນຄົນຮ້າຍ ຄື: ທ້າວ ສົມຄວນ ອາຍຸ 28 ປີ ບ້ານທົ່ງມັ່ງ ເມືອງໄຊທານີ ກໍໄດ້ເສຍຊີວິດ.

ອັນດັບທີ 5: ຄະດີຂ້າປຸ້ນຊັບ ເກີດຂຶ້ນເວລາປະມານ 1 ໂມງເຊົ້າຂອງວັນທີ 16 ມີນາ 2010 ເຊິ່ງໄດ້ມີຄົນຮ້າຍ 3 ຄົນ ໜຶ່ງໃນນັ້ນ ໄດ້ໃຊ້ອາວຸດປືນສັ້ນ ຍິງເຈົ້າຂອງຊັບ ເສຍຊີວິດ 1 ຄົນ ແລະ ບາດເຈັບອີກ 2 ຄົນ ເຫດການນີ້ ເກີດຂຶ້ນຢູ່ເສັ້ນທາງ T2 ເຂດບ້ານທົ່ງຕູມ ເມືອງຈັນທະບູລີ ພາຍຫຼັງກໍ່ເຫດ ເຈົ້າໜ້າທີ່ ປກສ ນະຄອນຫຼວງ ກໍສາມາດຈັບກຸມຜູ້ຕ້ອງຫາໄດ້ 1 ຄົນ.

ອັນດັບທີ 4: ຄະດີປຸ້ນຈີ້-ຊິງຊັບ-ລັກຊັບ ໃຊ້ອາວຸດ ປືນສັ້ນ CP ຍິງຕໍ່ສູ້ກັບເຈົ້າໜ້າທີ່ ເພື່ອຜ່າວົງປິດລ້ອມ ຢູ່ບ້ານສີດຳດວນ ເມືອງຈັນທະບູລີ ຄະດີນີ້ ເກີດຂຶ້ນເວລາປະ ມານ 14:00 ໂມງຂອງວັນທີ 4 ກັນຍາ 2010 ເມື່ອຄົນຮ້າຍ 2 ຄົນ ໄດ້ຂີ່ລົດ BYD ຜ່າວົງປິດລ້ອມຂອງເຈົ້າໜ້າທີ່ ແລະ ໄດ້ໃຊ້ປືນ CP ຍິງກະໜ່ຳໃສ່ເຈົ້າໜ້າທີ່ ໃນທີ່ ສຸດ ເຫດການສະເທືອນຂວັນກໍເກີດຂຶ້ນ ເມື່ອເຈົ້າໜ້າທີ່ຍິງຕອບໂຕ້ ຈົນຄົນຮ້າຍທັງ 2 ຄົນ ເສຍຊີວິດ.

ອັນດັບທີ 3: ຄະດີໄວລຸ້ນໄທ ຍິງຄົນຕ່າງປະເທດ ຢູ່ບ້ານຫາຍໂສກ ຄະດີນີ້ເກີດຂຶ້ນໃນວັນທີ 25 ສິງຫາ 2010 ເວລາປະມານ 2:00 ໂມງເຊົ້າ ຜູ້ຕ້ອງຫາລາຍນີ້ຄື: ທ້າວ ປະລັນ ສຸກອາລາມ ອາຍຸ 29 ປີ ເມືອງຊຽງແສນ ແຂວງຊຽງລາຍ ປະເທດໄທ ໄດ້ລົງມືກໍ່ເຫດ ໂດຍໃຊ້ອາວຸດປືນສັ້ນ ຍິງຂາຄົນອາເມລິກາ ແລະ ຍິງໜ້າເອິກ ແຂນ ຄົນອົດສະຕຣາລີ ຈົນເຮັດໃຫ້ຄົນຕ່າງປະເທດທັງ 2 ຄົນ ໄດ້ຮັບບາດເຈັບສາຫັດ.

ອັນດັບທີ 2: ຄົນຮ້າຍໄດ້ໃຊ້ອາວຸດປືນຍິງລົດກະບະ ຢູ່ບ້ານດອນໜູນ ເຮັດໃຫ້ມີຜູ້ເສຍຊີວິດ 4ຄົນ ເຫດການນີ້ ເກີດຂຶ້ນເວລາປະມານ 10:00 ໂມງເຊົ້າຂອງວັນທີ 10 ພຶດສະພາ 2010 ຢູ່ຮ່ອມ 10 ບ້ານດອນໜູນ ເມືອງໄຊທານີ ຜ່ານການກວດກາລົດກະບະດັ່ງກ່າວ ພົບເຫັນຢາເສບຕິດ ຢາບ້າ ຈຳນວນ 659 ເມັດ ປືນ AK 2 ກະ ບອກ ພ້ອມລູກ 203 ລູກ ປືນ CP ແລະ K 59 ຊະນິດລະກະບອກ ພ້ອມລູກ 8 ລູກ ແລະ ໝາກແຕກອີກ 3 ໜ່ວຍ.

ອັນດັບ 1: ຄະດີປະຫານຊີວິດ ກຸ່ມຄົນຂາຍຢາເສບຕິດ ຈຳນວນ 4 ຄົນ ສະເພາະຄະດີນີ້ ເກີດຂຶ້ນໃນວັນທີ 21 ກຸມພາ 2010 ເມື່ອເຈົ້າໜ້າທີ່ປະຈຳດ່ານນ້ຳອຸ່ນ ເມືອງ ກາສີ ແຂວງວຽງຈັນ ໄດ້ກວດກາລົດສະແຕັກນ້ຳມັນ ເລກທະບຽນ ບກ 6070 ກຳແພງນະຄອນ ພົບເຫັນຢາເສບຕິດ ຢາບ້າ ຊຸກເຊື່ອງຢູ່ໃນສະແຕັກລົດ ຈຳນວນ 2.183 ກິໂລກຼາມ ໃນຂະນະພວກກ່ຽວ ພວມເຄື່ອນຍ້າຍຈາກແຂວງຫຼວງນ້ຳທາ ລົງມານະຄອນຫຼວງວຽງຈັນ ສະເພາະຄະດີນີ້ ມີຂອງກາງ ອາວຸດເສິກ 5 ກະບອກ ປືນ AK 1 ກະບອກ ພ້ອມລູກ 90 ລູກ ປືນ T77 2 ກະບອກ ພ້ອມລູກ 6 ລູກ ປືນ K 59 1 ກະບອກ ພ້ອມລູກ 8 ລູກ ປືນ VZ 1 ກະບອກ ພ້ອມລູກ 8 ລູກ ແລະ ມີເງິນຈຳ ນວນ 5.010.000 ບາດ ແລະ 866.000 ກີບ ຜູ້ຕ້ອງຫາ ຄື: 1. ທ້າວ ທອງພັນ ອາຍຸ 32 ປີ ບ້ານດົງສະຫວາດ ເມືອງສີສັດຕະນາກ 2. ທ້າວ ແສງອຸທິດ ອາຍຸ 47 ປີ ບ້ານສົມສະໜຸກ ເມືອງຫາດຊາຍຟອງ 3. ທ້າວ ໂຕບີເຮີ ບ້ານເມືອງງາ ເມືອງ ແລະ ແຂວງຫຼວງພະບາງ ແລະ 4. ທ້າວ ໄຊວິສິດ ອາຍຸ 35 ປີ ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ມາຮອດວັນທີ 9 ທັນວາ 2010 ສານປະຊາຊົນພາກກາງ ຢືນຢັນຕາມສານຊັ້ນຕົ້ນ ໃຫ້ປະຫານຊີວິດຈຳເລີຍທັງ 4 ຄົນ.

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 25, 2010 | ມີ 4 ຄຳເຫັນ ແລະ 0 trackback(s)

 

ນັກຮຽນ 21 ຄົນ ຈາກໂຮງຮຽນມັດທະຍົມແຊນທິຊາຄອນແວັນແຫ່ງປະເທດສິງກະໂປ ໄດ້ມາຊ່ວຍແບ່ງປັນຄວາມຮູ້ແກ່ນັກຮຽນໂຮງ ຮຽນປະຖົມສົມບູນບ້ານຫນອງປີງເມືອງຈັນທະບູລີ ນະຄອນຫລວງວຽງຈັນ.

   ນາງ ວິໂນທາ ລາຈາ ອາຈານສອນ ທັງເປັນຫົວຫນ້ານຳທີມໃຫ້ຮູ້ວານນີ້ວ່າ: ການມາໃນຄັ້ງນີ້ ແມ່ນເພື່ອຕ້ອງການມາປັບປຸງ, ບູລະ ນະ ແລະ ປະກອບສ່ວນໃນການສ້າງນັກຮຽນ-ນັກສຶກສາບ້ານຫນອງປີງ ມີກຳນົດການເດີນທາງມາເປັນເວລາ 9 ວັນ ເລີ່ມແຕ່ວັນທີ 19 -21 ພະຈິກນີ້ ໂດຍມີກິດຈະກຳສິດສອນວິຊາພາສາອັງກິດໃຫ້ແກ່ນ້ອງໆ, ສອນການຮ້ອງເພງ, ຮຽນການພັບເຈ້ຍເປັນຮູບຕ່າງໆ, ແຕ້ມ ຮູບ ແລະ ນອກນັ້ນຍັງໄດ້ມີການແລກປ່ຽນດ້ານວັດທະນະທຳກັບນ້ອງໆເຊັ່ນ: ການນຸ່ງຖື ແລະ ການແຕ່ງອາຫານເປັນຕົ້ນ.

   ນາງ ວິໂນທາ ລາຈາ ໃຫ້ຮູ້ອີກວ່າ: ຕົນພ້ອມດ້ວຍທີມງານມີຄວາມພາກພູມໃຈຍິ່ງທີ່ໄດ້ປະກອບສ່ວນໃນການພັດທະນາການສຶກສາ ຂອງລາວ ກໍ່ຄືນັກຮຽນບ້ານຫນອງປີງ ໂດຍທຶນຮອນນຳໃຊ້ເຂົ້າໃນແຕ່ກິດຈະກຳລວມປະມານ 1 ພັນກວ່າໂດລາສະຫະລັດ ເຊິ່ງລັດຖະ ບານຂອງສິງກະໂປ ແລະ ໂຮງຮຽນເປັນຜູ້ໃຊ້ຈ່າຍ ແລະ ນອກນັ້ນ ກໍ່ມີການປະກອບສ່ວນຂອງນັກຮຽນຈຳນວນຫນຶ່ງນຳອີກ.

   ແນວໃດກໍ່ດີ ການມາໃນຄັ້ງນີ້ນັບວ່າເປັນທີມທີ 3 ທີ່ທາງໂຮງຮຽນດັ່ງກ່າວໃຫ້ການຊ່ວຍເຫລືອແກ່ໂຮງຮຽນປະຖົມສົມບູນບ້ານຫນອງ ປີງ ເຊິ່ງທີມ 1 ມາເມື່ອຕົ້ນເດືອນທີ 7 ຂອງປີນີ້ ມີນັກຮຽນປະມານ 20 ຄົນ ໄດ້ສ້າງຮ້ານອາຫານ 1 ຫລັງມູນຄ່າປະມານ 10 ລ້ານ ກວ່າກີບ ແລະທີມທີ 2 ມາເມື່ອຕົ້ນໆເດືອນພະຈິກນີ້ ໂດຍມີກິດຈະກຳທາສີຝາຫ້ອງຮຽນແຕ້ມຮູບ ແລະກິດຈະກຳຕ່າງໆທີ່ຫລາກຫລາຍ.

   ທ່ານ ນາງ ເພັດມະນີ ສຸດທະວິໄລ ຜູ້ອຳນວຍການໂຮງຮຽນດັ່ງກ່າວ ກໍ່ໃຫ້ຮູ້ຕື່ມວ່າ: ໂຄງການນີ້ໄດ້ປະໂຫຍດຫລາຍຢ່າງ ແລະ ກໍ່ ເຫັນວ່າໄດ້ຮັບຜົນດີກວ່າໂຄງການອື່ນໆ ອັນໄດ້ເຮັດໃຫ້ນັກຮຽນພາຍໃນໂຮງຮຽນໄດ້ຮັບປະສົບການອັນໃຫມ່ເຂົ້າໃນຊີວິດຂອງເຂົາ ນອກ ນັ້ນ ຍັງມີການແຈກອຸປະກອນການຮຽນການສອນໃຫ້ໂຮງຮຽນນຳອີກ.

ອັນນີ້ຢາກຍົກຕົວຢ່າງໃຫ້ເຫັນວ່າ ຢູ່ບ້ານເຮົາເລື້ອງການຊ່ວຍເຫຼືອສັງຄົມ ຍັງບໍ່ທັນແຜ່ຫຼາຍ ຄືກັບປະເທດເພື່ອນບ້ານ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 16, 2010 | ມີ 10 ຄຳເຫັນ ແລະ 0 trackback(s)

 

ຜູ້ຕ້ອງຫາກໍ່ອາດຊະຍາກຳມືອາຊີບ 2 ຄົນ ທີ່ມີພຶດຕິກຳເຄື່ອນໄຫວ ລັກຊັບພົນລະເມືອງ ມາແຕ່ອາຍຸ 12 ປີ ແລະ ໄດ້ກໍ່ເຫດສະເທືອນຂວັນຫຼາຍຄັ້ງ ໜຶ່ງໃນນັ້ນ ໄດ້ຮ່ວມກັບທ້າວ ຖາຍລໍ ຍິງພະນັກງານຂາຍນ້ຳມັນ ຢູ່ປ້ຳຫຼັກ 7 ສີໄຄ ເສຍຊີວິດ 2 ຄົນ ຢ່າງໂຫດຮ້າຍປ່າເຖື່ອນ ນອກນີ້ ທັງສອງຍັງຕະເວນລັກຊັບປຸ້ນຈີ້ຊີງຊັບພົນລະເມືອງ ຢ່າງຮ້າຍແຮງ ແລະ ເປັນຈຳນວນຫຼວງຫຼາຍ ມາແຕ່ປີ 2006 ເຄື່ອນໄຫວແຕ່ແຂວງວຽງຈັນ ໄປຮອດແຂວງຈຳປາສັກ ພວກກ່ຽວທັງສອງ ເປັນເປົ້າໝາຍທີ່ນອນຢູ່ໃນກຸ່ມ 19 ຄົນ ໂຕອັນຕະລາຍ ທີ່ເຈົ້າໜ້າທີ່ສຸມໃສ່ແກ້ໄຂ ເພື່ອຈັບຕົວມາດຳເນີນຄະດີ ຫຼາຍຄະດີ.

   ຜ່ານການຕິດຕາມເປົ້າໝາຍທັງສອງ ມາຮອດວັນທີ 4 ກັນຍາ 2010 ທັງສອງຈິ່ງສາມາດປະກົດໂຕ ຢູ່ທີ່ເຮືອນຂອງນາງ ໝີ ໜ່ວຍ 10 ບ້ານສີດຳດວນ ເມືອງຈັນທະບູລີ ເຊິ່ງເຮືອນຫຼັງດັ່ງກ່າວ ເປັນບ່ອນຊຸກເຊື່ອງ ແລະ ຈຳໜ່າຍເຄື່ອງ ທີ່ພວກກ່ຽວລັກມາ ຈາກນັ້ນ ເວລາປະມານ 14 ໂມງ ເຈົ້າໜ້າທີ່ຕຳຫຼວດຫຼາຍພາກສ່ວນ ຈຶ່ງເຂົ້າປະຊິດປິດລ້ອມ ແລະ ຕັ້ງດ່ານສະກັດກັ້ນ ຕາມເສັ້ນທາງໃນເຂດດັ່ງກ່າວ ຢ່າງໜາແໜ້ນ ຜ່ານການປະຕິບັດໜ້າທີ່ ໄດ້ໃຊ້ຄວາມພະຍາຍາມ ເກ່ຍກ່ອມຕໍ່ລອງ ໃຫ້ຜູ້ກ່ຽວທັງສອງ ຍອມອອກມາມອບໂຕ ເປັນເວລາຫຼາຍຊົ່ວໂມງ ແຕ່ບໍ່ໄດ້ຮັບການຮ່ວມມື ແລະ ສິ່ງທີ່ຮ້າຍແຮງໄປກ່ວານັ້ນ ທັງສອງຊ້ຳພັດສະແດງທາດແທ້ ຂອງຄວາມເປັນນັກກໍ່ອາດຊະຍາກຳ ດ້ວຍຄວາມໂຫດຮ້າຍປ່າເຖື່ອນ ໂດຍຂັບລົດ BYD ສີດຳ ທີ່ພວກກ່ຽວລັກມາ ຜ່າວົງປິດລ້ອມ ພ້ອມທັງໃຊ້ອາວຸດເສິກ ປະເພດປືນສັ້ນ CP ຄົນລະກະບອກ ຍິງໃສ່ເຈົ້າໜ້າທີ່ ຈາກນັ້ນ ເຫດປະທະຍິງຕອບໂຕ້ ກໍເກີດຂຶ້ນ ໃນທີ່ສຸດ ເຫດການບໍ່ເພິ່ງປາຖະໜາ ກໍເກີດຂຶ້ນ ທັງສອງຖືກດັບຊີວິດຄາລົດທັນທີ ຜ່ານການກວດຄົ້ນ ເຄຫາສະຖານດັ່ງກ່າວ ໄດ້ພົບເຫັນອຸປະກອນ ຊິ້ນສ່ວນຈາກເຄື່ອງຂອງກາງ ທີ່ພວກຜູ້ກ່ຽວລັກປຸ້ນມາຊຸກເຊື່ອງໄວ້ ຜ່ານການສອບສວນນາງ ໝີ ໃຫ້ການສາລະພາບວ່າ: ຕົນເອງໄດ້ຂາຍລົດຈັກ ທີ່ພວກກ່ຽວລັກມາຈຳນວນ 8 ຄັນ ແລະ ຍັງເຫຼືອອີກ 2 ຄັນບໍ່ທັນໄດ້ຂາຍ ນອກນີ້ ພວກກ່ຽວຍັງໄດ້ລັກລົດໃຫຍ່ 2 ຄັນ.

    ເປົ້າໝາຍທັງສອງຄື: ທ້າວ ພຸດທະກອນ ຫຼື ອານົງສິນ,ໂບ້,ເຕີ້, ນ້ອຍ, ນູ່ ອາຍຸ 24 ປີ ບ້ານໄຊສະຫວ່າງ ເມືອງໄຊທານີ ແລະ ທ້າວ ຄຳສະຫວັນ ຫຼື ແຈັກກີ້ ອາຍຸ 32 ປີ ບ້ານຮ່ອງໄກ່ແກ້ວ ເມືອງຈັນທະບູລີ ສະເພາະທ້າວ ພຸດທະກອນ ໃນປີ 2006 ເຄີຍຖືກດຳເນີນຄະດີ ລັກຊັບພົນລະເມືອງ ມູນຄ່າ 1.000 ໂດລາ ຫຼັງຈາກອອກຄຸກ ໃນທ້າຍປີ 2007 ຜູ້ກ່ຽວໄດ້ຮ່ວມກັບທ້າວ ຫຼ້າ ແລະ ທ້າວ ຫວຽດ ເຄື່ອນໄຫວປຸ້ນຊັບ ລັກຊັບ ເຊັ່ນ: ວັນທີ 5 ທັນວາ 2007 ປຸ້ນຊັບແມ່ຄ້າ ຢູ່ບ້ານດົງສະຫວາດ ເມືອງສີສັດຕະນາກ ໄດ້ຄຳຮູບປະພັນ ນ້ຳໜັກ 2 ບາດ 2 ສະຫຼຶງ ແລະ ແຫວນຄຳຝຣັ່ງ 1 ສະຫຼຶງ ເງິນ 5.000.000 ກີບ ປຸ້ນພໍ່ຄ້າຢູ່ບ້ານດອນໜູນ ໄດ້ສາຍຄໍຄຳ  2 ບາດ 1 ສະຫຼຶງ ໂທລະສັບ 1 ໜ່ວຍ ນອກນີ້ ໄດ້ເຄື່ອນໄຫວລັກລົດຈັກ ແຕ່ວຽງຈັນຫາແຂວງຈຳປາສັກ ໄດ້ລົດຈັກ 5 ຄັນ ແລະ ມາຮອດວັນທີ 8 ກັນຍາ 2009 ທ້າວ ພຸດທະກອນ ຖືກ ປກສ ເມືອງນາຊາຍທອງ ກັກຕົວມາດຳເນີນຄະດີ ຂໍ້ຫາລັກຊັບພົນລະເມືອງ (ລົດຈັກ) ມາຮອດວັນທີ 25 ເມສາ 2010 ທ້າວ ພຸດທະກອນ ໄດ້ໂຕນອອກຄ້າຍຄຸມຂັງ ດັດສ້າງຊົ່ວຄາວ ຂອງເມືອງນາຊາຍທອງ ແລ້ວຜູ້ກ່ຽວໄດ້ປ່ຽນຊື່ມາເປັນ ທ້າວ ອານົງສິນ ຫຼື ນ້ອຍ ນູ່ ເຕີ້ ແລ້ວເຄື່ອນໄຫວລັກຊັບ ຢູ່ແຂວງວຽງຈັນ ແລະ ຜູ້ກ່ຽວເຄີຍໃຊ້ອາວຸດປືນສັ້ນ ຍິງປະທະກັບເຈົ້າໜ້າທີ່ແຂວງວຽງຈັນ ໃນເວລາຜູ້ກ່ຽວຖືກນຳຈັບ ຈາກນັ້ນ ຜູ້ກ່ຽວເຄື່ອນໄຫວລັກລົດຈັກ ໄດ້ອີກ 5 ຄັນ.

   ສ່ວນທ້າວ ຄຳສະຫວັນ ຫຼື ແຈັກກີ້ ເຄີຍຕ້ອງໂທດມາແລ້ວ 5 ຄັ້ງ ເພາະຜູ້ກ່ຽວເຄື່ອນໄຫວລັກຊັບພົນລະເມືອງ ມາແຕ່ອາຍຸ 12 ປີ ແຕ່ຜູ້ກ່ຽວເລີ່ມເຄື່ອນໄຫວປຸ້ນຊັບ ລັກຊັບຮ້າຍແຮງ ໃນຕົ້ນປີ 2006 ແລະ ຖືກດຳເນີນຄະດີ ໃນຂໍ້ຫາລັກຊັບພົນລະເມືອງ ໃນປີ 2007 ແລະ ພົ້ນໂທດໃນປີ 2008 ຈາກນັ້ນ ກໍສືບຕໍ່ເຄື່ອນໄຫວລັກຊັບ ປຸ້ນຊັບ ນອກຈາກນີ້ ຜູ້ກ່ຽວໄດ້ຮ່ວມກັບທ້າວ ຖາຍລໍ ໃຊ້ອາວຸດປືນ ຍິງພະນັກງານຂາຍນ້ຳມັນປ້ຳຫຼັກ 7 ສີໄຄ ເສຍຊີວິດ 2 ຄົນ ຜ່ານມາ ພວກກ່ຽວທັງສອງ ໄດ້ສ້າງຄວາມເສຍຫາຍໃຫ້ແກ່ສັງຄົມ ກໍຄືພໍ່ແມ່ປະຊາຊົນ ແລະ ເປັນໄພຂົ່ມຂູ່ເຖິງຄວາມບໍ່ສະຫງົບ ຂອງບ້ານເມືອງ.

ຂໍຂອບໃຈຂ່າວຄຸນນະພາບດີຈາກວຽງຈັນໃໝ່